Study buddhism ling rinpoche 400

ຍົງຊີນ ລິ່ງ ຣິນໂປເຊ

ຍົງຊີນ ລິ່ງ ຣິນໂປເຊ (1903-1983), ເຊິ່ງເປັນພຣະອາຈານອາວຸໂສຂອງອົງດາໄລ ລາມະ ທີ 14 ແລະ ດຳລົງຕຳແໜ່ງການເດັນ ຕຣີປະ ທີ 97, ເຄີຍເປັນຊ່ຽວຊານທັງ ພຣະສູດ ແລະ ຕັນຕຣະ. ເພິ່ນເປັນຜູ້ສືບທອດ ແລະ ເຜີຍແຜ່ວັດຊະຣະໄພຣາບ ຕັນຕຣະ, ກຸຍາສະມາດ ຕັນຕຣະ, ແລະ ກາລະຈັກ ຕັນຕຣະ. ເພິ່ນເປັນອົງທີ 6 ໃນສາຍ ລິ່ງ ຣິນໂປເຊ ທີ່ໄດ້ກັບຊາດມາເກີດ, ເຊິ່ງລິ່ງ ຣິນໂປເຊ ສາມອົງກ່ອນກໍ່ເປັນທັງ ພຣະອາຈານຂອງອົງດາໄລ ລາມະ ແລະ ດຳລົງຕຳແໜ່ງການເດັນ ຕຣີປະ ເຊັ່ນກັນ.

Top