ຜູ້ຂ້າໄດ້ພົບກັບພຣະຢົງຊິນ ລິງ ຣິນໂປເຊ (Yongdzin Ling Rinpoche) ຄັ້ງແຣກໃນເດືອນມັງກອນ ປີ 1970 ທີ່ພຸດທະຄະຍາ, ບ່ອນທີ່ເພິ່ນໄດ້ໃຊ້ເວລາຊ່ວງລະດູໜາວ ແລະ ສອນປະຈໍາປີໃນວັດທິເບດຢູ່ທີ່ນັ້ນເປັນປະຈຳ. ໃນເວລານັ້ນພຸດທະຄະຍາຍັງບໍ່ທັນພັດທະນາ, ແລະ ຍັງທຸກຍາກ. ຝູງຄົນຂີ້ທູດຢັ່ງຢາຍຊະຊາຍລຽນຕາມທາງດິນຝຸ່ນຢູ່ໜ້າພຣະທາດ, ຍື່ນແຂນທີ່ເປັນພິດຂອງເຂົາເຈົ້າອອກຫາຜູ້ສະແຫວງບຸນ ແລະ ຂໍທານດ້ວຍສຽງໂຫຍຫວນ. ໃນຖານະເປັນໜຶ່ງໃນຄົນດ້າວຈຳນວນໜ້ອຍໃນນັ້ນ, ເດັກນ້ອຍໃສ່ເສື້ອຜ້າຂາດຫ້ຽນຈະຕາມຫຼັງຜູ້ຂ້າໄປທຸກບ່ອນ, ເໝືອນດັ່ງຝູງຍຸງ, ດຶງເສື້ອຜ້າຂອງຜູ້ຂ້າ ແລະ ຂໍເສດຫຼຽນເງິນພ້ອມທັງພາວະນາຊ້ຳແລ້ວຊ້ຳອີກດ້ວຍສຽງຮ້ອງໃຫ້ສູງໆ ວ່າ “ພັກສີດເອີຍ, ເມມຊາຮາບ” (“Baksheesh, Memsahab”). ພວກນັກສະແຫວງບຸນທີ່ຄັ່ງໄຄ້ໄດ້ພາກັນຍ່າງວຽນ ແລະ ຂາບໄຫວ້ພຣະທາດຢູ່, ໃນຂະນະທີ່ໝາປ່າ ແລະ ໝູທີ່ມີລັກສະນະດຶກດຳບັນກໍຫາກິນຢ່າງອິສະຫຼະໃນເດີ່ນດ້ານຫຼັງ, ເຊິ່ງຖືກໃຊ້ເປັນບ່ອນຖ່າຍກາງແຈ້ງຂອງຄົນໃນທ້ອງຖິ່ນ. ມັນເປັນສາກໜຶ່ງທີ່ຜູ້ຂ້າຈະບໍ່ມີວັນລືມ.
ໃນໂອກາດນັ້ນ, ຜູ້ຂ້າໄດ້ຮັບພິທີຮັບເຂົ້າຂອງເຈນເຣະຊິກ (Chenrezig) ຈາກພຣະຢົງຊິນລິງຣິນໂປເຊອັນແຣກຂອງຜູ້ຂ້າ ແລະ ໄດ້ຮັບຄຳປະຕິຍານພຣະໂພທິສັດຄັ້ງແຣກຂອງຜູ້ຂ້າ. ພະລັງອັນພິເສດຂອງພຣະຢົງຊິນຣິນໂປເຊໄດ້ສ່ອງແສງກຽດສັກສີ ແລະ ຄວາມເຂັ້ມແຂງທີ່ກົງກັນຂ້າມກັບ ຄວາມເປື້ອນ ແລະ ຄວາມວຸ່ນວາຍຂອງສະພາບແວດລ້ອມຢູ່ນອກປະຕູວັດ. ອັນທີ່ໜ້າປະທັບໃຈໂດຍສະເພາະແມ່ນສຽງຂອງພຣະຢົງຊິນຣິນໂປເຊໃນເວລາທີ່ເພິ່ນສອນ. ມັນໄຫຼອອກຢ່າງງ່າຍດາຍ ແລະ ມ່ວນຫູ, ຄືກັບສາຍນ້ຳທີ່ໄຫຼຢ່າງສະໝໍ່າສະເໝີ, ເບິ່ງຄືວ່າບໍ່ເຄີຍຢຸດຫັນໃຈເລີຍ.
ການພົບກັນຄັ້ງຕໍ່ໄປຂອງຜູ້ຂ້າກັບພຣະຢົງຊິນລົງຣິນໂປເຊແມ່ນຢູ່ທັມສາລາໃນເດືອນກັນຍາ ປີ 1971. ພຣະອາຈານຂອງຜູ້ຂ້າ, ພຣະເກເຊະງາວັງດາກເຍ (Geshe Ngawang Dhargyey), ໄດ້ພາຜູ້ຂ້າມານຳຈາກດັລເຮົາຊີ (Dalhousie), ພ້ອມກັບພຣະຊາປະ (Sharpa) ແລະ ພຣະຂຳລຸງ (Khamlung) ຣິນໂປເຊ, ເພື່ອເຂົ້າຮ່ວມພິທີທີ່ຍິ່ງໃຫຍ່. ພຣະອາຈານສອງອົງຂອງທ່ານວົມເດັດກຳລັງມອບພະລັງຕັນຕຣະຂັ້ນສູງທີ່ສຸດສາມອັນຫຼັກຂອງນິກາຍເກລຸກໃຫ້ພຣະອົງ ແລະ ວິທະຍາໄລຕັນຕຣະທີ່ເຕົ້າໂຮມກັນ. ພຣະຢົງຊິນລິງຣິນໂປເຊກຳລັງມອບພິທີຮັບເຂົ້າຂອງພຣະວັດຊະຣະໄພຣະວະແຫ່ງເທບ 13 ອົງ (13-Deity Vajrabhairava) ແລະ ຄຸຫຍະສະມາຊະ (Guhyasamaja) ແລະ ພຣະກຍັບເຈ ຕຣີຈັງ ຣິນໂປເຊ (Kyabje Trijang Rinpoche) ມອບພິທີຮັບເຂົ້າຂອງຈັກກະສັງວະຣະ ລຸຍປະ (Chakrasamvara Luipa). ເທົ່າທີ່ຜູ້ຂ້າຮູ້, ນີ້ອາດແມ່ນຄັ້ງສຸດທ້າຍທີ່ທ່ານສົມເດັດໄດ້ຮັບພິທີຮັບເຂົ້າຈາກພຣະອາຈານທັງສອງອົງຂອງພຣະອົງໃນທີ່ສາທາລະນະ. ໃນຖານະເປັນພຣະສານຸສິດຫຼັກ, ສົມເດັດພຣະດາໄລລາມະໄດ້ນັ່ງຢູ່ຕໍ່ໜ້າພຣະອາຈານຂອງທ່ານ, ຫັນໜ້າເຂົ້າຫາເພິ່ນໂດຍນັ່ງຢູ່ເທິງແທ່ນທີ່ຕ່ຳກວ່າເລັກໜ້ອຍ. ໃນຖານະເປັນຊາວຕາເວັນຕົກຄົນດຽວທີ່ເຂົ້າຮ່ວມພິທີ, ຜູ້ຂ້າໄດ້ນັ່ງຢູ່ໃນຫ້ອງໂຖງຖັດໄປທາງຂ້າງຂອງແທ່ນນັ່ງ, ບ່ອນທີ່ຕອນນີ້ມີຮູບປັ້ນພຣະຄຸຣຸຣິນໂປເຊ ແລະ ພຣະເຈນເຣຊິກປະກອບ 1,000 ແຂນ. ຜູ້ຂ້າແນມເຫັນທຸກສິ່ງໄດ້ເປັນຢ່າງດີ. ຄວາມສຸຂຸມ, ຄວາມຖ່ອມຕົນ ແລະ ຄວາມເຄົາຣົບນັບຖືຂອງທ່ານສົມເດັດຕໍ່ພຣະອາຈານຂອງທ່ານ ໄດ້ກາຍເປັນແບບຢ່າງອັນຖາວອນສໍາລັບວິທີການທີ່ເໝາະສົມທີ່ຈະປະຕິບັດຕໍ່ພຣະອາຈານທາງສາສະໜາ ແລະ ພຣະອາຈານຕັນຕຣະຜູ້ເກັ່ງກ້າ.
ໃນໄລຍະສອງສາມປີຕໍ່ມາ, ຜູ້ຂ້າໄດ້ຮັບຄໍາສອນ ແລະ ພິທີຮັບເຂົ້າເພີ່ມເຕີມຈໍານວນໜຶ່ງຈາກພຣະຢົງຊິນຣິນໂປເຊ. ອັນທີ່ໜ້າຈົດຈຳທີ່ສຸດອີກແມ່ນວັດຊະຣະໄພຣະວະ, ອີກຄັ້ງທີ່ວັດທີ່ພຸດທະຄະຍາ. ໃນລະຫວ່າງນັ້ນ, ພຣະຢົງຊິນຣິນໂປເຊໄດ້ບັນຍາຍກ່ຽວກັບພຣະລາຊະວັງມົນທົນໂດຍຊີ້ໃສ່ລັກສະນະຕ່າງໆ ທີ່ອ້ອມແອ້ມເພິ່ນ. ການນຶກພາບນີ້ມີຄວາມຈະແຈ້ງຫຼາຍສໍາລັບເພິ່ນຈົນມັນເຮັດໃຫ້ເກີດມີຊີວິດຊີວາສໍາລັບເຮົາຜູ້ຟັງນຳ.
ຄວາມສາມາດໃນການເສີມຂະຫຍາຍທ່າແຮງຂອງຜູ້ຄົນທີ່ຢູ່ອ້ອມຮອບເພິ່ນແມ່ນໜຶ່ງໃນລັກສະນະທີ່ໂດດເດັ່ນຂອງພຣະຢົງຊິນລິງຣິນໂປເຊ. ຜູ້ຂ້າມັກອ້າງເຖິງສິ່ງນີ້ເປັນຕົວຢ່າງຂອງສິ່ງທີ່ເອີ້ນວ່າ "ກິຈະກໍາແຫ່ງຕັດສະຮູ້ໃນການເພີ່ມ." ກ່ອນທີ່ພາສາທິເບດຂອງຜູ້ຂ້າຈະດີພໍສໍາລັບການແປປາກເປົ່າໃຫ້ອາຈານຂອງຜູ້ຂ້າ, ຜູ້ຂ້າຕ້ອງໄດ້ປະຫຼາດໃຈສະເໝີເມື່ອຜູ້ຂ້າໄປຢາມພຣະຢົງຊິນຣິນໂປເຊ, ວາດໃດວາດໜຶ່ງດ້ວຍຄວາມຊັດເຈນ ແລະ ການດົນໃຈທີ່ເພິ່ນແຜ່ໃຫ້, ຜູ້ຂ້າສາມາດເຂົ້າໃຈຄໍາເວົ້າຂອງເພິ່ນເປັນພາສາທິເບດໄດ້ດີກວ່າທີ່ຜູ້ຂ້າສາມາດເຂົ້າໃຈຜູ້ອື່ນໄດ້ໃນເວລານັ້ນ. ມັນຄືກັບວ່າເພິ່ນໄດ້ສ່ອງຄວາມກະຈ່າງແຈ້ງຂອງຈິດເຂົ້າໄປໃນຫົວສະໝອງຂອງຜູ້ຂ້າໂດຍກົງເລີຍ.
ເມື່ອທັກສະພາສາທິເບດຂອງຜູ້ຂ້າດີຂຶ້ນພໍສົມຄວນ, ຜູ້ຂ້າໄດ້ເລີ່ມແປເປັນບາງໂອກາດໃຫ້ພຣະຢົງຊິນຣິນໂປເຊເມື່ອເພິ່ນສອນເປັນການສ່ວນຕົວໃຫ້ຄົນຕ່າງປະເທດ. ເພິ່ນມີຄວາມເອື້ອເຟື້ອເພື່ອແຜ່ຫຼາຍໃນການຕອບຮັບຄຳຮ້ອງຂໍໃຫ້ອະທິບາຍກ່ຽວກັບການປະຕິບັດຕ່າງໆ, ແລະ ຍິນຍອມເຫັນດີທີ່ຈະຕອບຄໍາຖາມຂອງຜູ້ຂ້າເອງກ່ຽວກັບພຣະທັມທຸກຄັ້ງທີ່ຜູ້ຂ້າຕ້ອງການ. ຜູ້ຂ້າໄດ້ລະວັງທີ່ຈະບໍ່ສວຍໃຊ້ສິທິພິເສດທີ່ຫາຍາກອັນລ້ຳຄ່ານີ້.
ຄັ້ງໜຶ່ງ, ເມື່ອຜູ້ຂ້າແປຄຳອະທິບາຍກ່ຽວກັບການປະຕິບັດພຣະອະວະໂລກິເຕສະວອນ (Avalokiteshvara) ທີ່ຊັບຊ້ອນທີ່ເພິ່ນໄດ້ສອນ, ພຣະຢົງຊິນຣິນໂປເຊໄດ້ໃຫ້ຂໍ້ສັງເກດກັບຜູ້ຂ້າກ່ອນທີ່ລູກສິດຈະເຂົ້າໄປໃນຫ້ອງວ່າເພິ່ນສົງໄສວ່າຄົນຜູ້ນີ້ຈະເອົາຄໍາສອນເຫຼົ່ານີ້ໄປປະຕິບັດບໍ່. ແຕ່ເພິ່ນຮູ້ສຶກວ່າມັນຄຸ້ມຄ່າທີ່ຈະອະທິບາຍບາງຢ່າງໃຫ້ລາວ. ແລ້ວ ພຣະຢົງຊິນຣິນໂປເຊກໍດໍາເນີນການອະທິບາຍທີ່ຊໍານິຊໍານານທີ່ບໍ່ໄດ້ລົງເລິກ ຫຼື ໃຫ້ລາຍລະອຽດຫຍັງຫຼວງຫຼາຍ, ແຕ່ພຽງພໍທີ່ຈະຫວັງວ່າຈະກະຕຸ້ນ ແລະ ດົນໃຈຄົນຜູ້ນັ້ນໃຫ້ສຶກສາການປະຕິບັດຕື່ມ. ສິ່ງນີ້ໄດ້ເປັນແບບຢ່າງໃຫ້ຜູ້ຂ້າວ່າເວລາສອນ, ແຮງຈູງໃຈອັນຈິງໃຈໃນການສອນນັ້ນເປັນປັດໄຈສຳຄັນທີ່ສຸດສຳລັບອາຈານ. ດ້ວຍແຮງຈູງໃຈນັ້ນ, ເຮົາຈະປັບຂະໜາດການອະທິບາຍໃຫ້ຢູ່ໃນລະດັບ ແລະ ຄວາມຕ້ອງການຂອງລູກສິດໂດຍທຳມະຊາດ. ບໍ່ວ່າລູກສິດຈະເອົາຄໍາສອນໄປປະຕິບັດ ຫຼື ບໍ່ນັ້ນແມ່ນຄວາມຮັບຜິດຊອບຂອງຜູ້ຮຽນ. ມາດຖານສູງຂອງວິທີການເປັນຄູທີ່ສົມບູນແບບນີ້ແມ່ນຍາກທີ່ຈະບັນລຸໄດ້.
ໃນຖານະທີ່ຖືກນັບຖືກັນຢ່າງກວ້າງຂວາງວ່າເປັນຊົງມະນຸດຂອງພຣະວັດຊະຣະໄພຣະວະ, ຊົງທີ່ມີພະລັງຂອງພຣະມັນຊຸສຣີ, ຮູບພຣະພຸດທະເຈົ້າທີ່ຮວມເອົາຄວາມແຈ່ມແຈ້ງ, ສະຕິປັນຍາ ແລະ ປັນຍາຂອງພຣະພຸດທະເຈົ້າທັງໝົດ, ພຣະຢົງຊິນລິງຣິນໂປເຊຈະແຜ່ພະລັງອັນແຮງກ້າຂອງຄວາມຊັດເຈນຢູ່ອ້ອມຮອບເພິ່ນ, ໃນຂະນະທີ່ເປັນຄືກ້ອນຫີນອັນແຂງແກ່ນຂອງຄວາມໝັ້ນຄົງ ແລະ ການຊຸກຍູ້. ມັນແມ່ນພະລັງປະເພດທີ່, ເມື່ອຢູ່ໃກ້, ຈະເຮັດໃຫ້ເຮົາຢຸດການກະທໍາ ຫຼື ຄິດຄືກັບເດັກທີ່ສັບສົນ, ບໍ່ສະບາຍໃຈ, ແຕ່ຈະມີຄວາມຊັດເຈນ, ຫຼັກແຫຼມ ແລະ ທັງທາງອາຣົມ ແລະ ທາງຈິດໃຈກໍຈະສະຫງົບສຸກ ແລະ ຫມັ້ນຄົງ.
ຕົວຢ່າງໜຶ່ງຂອງຄຸນສົມບັດອັນນີ້, ຜູ້ຂ້າຈື່ໄດ້ຄັ້ງໜຶ່ງຜູ້ຂ້າໄດ້ໄປຢາມພຣະຢົງຊິນຣິນໂປເຊຢູ່ເຮືອນຂອງເພິ່ນທີ່ທັມສາລາ. ພຣະຢົງຊິນຣິນໂປເຊນັ່ງຢູ່ເທິງຕຽງຕ່ຳທີ່ດ້ານໜຶ່ງຂອງມຸມໜຶ່ງຂອງຫ້ອງ ແລະ ຜູ້ຂ້າຢູ່ເທິງຕຽງຕ່ຳອີກດ້ານໜຶ່ງຂອງມຸມນັ້ນ. ໃນຂະນະທີ່ເພິ່ນກໍາລັງຕອບຄໍາຖາມບາງຢ່າງຂອງຜູ້ຂ້າກ່ຽວກັບການປະຕິບັດສະມາທິຂອງຜູ້ຂ້າ, ແມງງອດໃຫຍ່ໂຕໜຶ່ງໄດ້ປາກົດຕົວຢ່າງກະທັນຫັນຢູ່ພື້ນລະຫວ່າງພວກເຮົາ. ພຣະຢົງຊິນຣິນໂປເຊ, ຜູ້ທີ່ມີຄວາມສະຫງ່າງາມສະເໝີ, ຍົກແຂນຂຶ້ນເທິງອາກາດ ແລະ ຮ້ອງອອກມາດ້ວຍສຽງທີ່ຕື່ນເຕັ້ນ, "ໂອ້, ແມງງອດ!" ແລ້ວເພິ່ນກໍຫຼຽວເບິ່ງຜູ້ຂ້າດ້ວຍດວງຕາເບີກກວ້າງ ແລະ ເວົ້າວ່າ: “ເຈົ້າບໍ່ຢ້ານບໍ?” ຜູ້ຂ້າເບິ່ງຄືນໃນຕາຂອງເພິ່ນ ແລະ ເວົ້າວ່າ: "ຜູ້ຂ້າຈະຢ້ານຕໍ່ໜ້າພຣະວັດຊະຣະໄພຣະວະໄດ້ແນວໃດ?" ແລະມັນກໍແມ່ນຄວາມຈິງ, ຜູ້ຂ້າບໍ່ໄດ້ຢ້ານ. ພຣະຢົງຊິນຣິນໂປເຊຫົວແລ້ວຫົວອີກກັບການຕອບຂອງຜູ້ຂ້າ. ແລ້ວຄົນຮັບໃຊ້ຂອງເພິ່ນກໍໄດ້ເຂົ້າມາພ້ອມຈອກ ແລະ ເຈ້ຍ, ເລື່ອນເຈ້ຍເຂົ້າກ້ອງແມງງອດນັ້ນ, ແລ້ວເອົາຈອກງວມໃສ່ມັນ ແລະ ດຳເນີນພິທີການເອົາມັນອອກໄປນອກ ແລະ ປ່ອຍຢູ່ເດີ່ນ. ມັນຄືກັບວ່າພຣະຢົງຊິນຣິນໂປເຊໄດ້ສ້າງເຫດການທັງໝົດຂຶ້ນເພື່ອເປັນສ່ວນໜຶ່ງຂອງການສອນຜູ້ຂ້າ.
ເຖິງວ່າຄົນສ່ວນຫຼາຍຈະຢ້ານ ແລະ ງຶດງໍ້ກັບພຣະຢົງຊິນລິງຣິນໂປເຊ, ຍ້ອນພະລັງຂອງພຣະວັດຊະຣະໄພຣະວະທີ່ແຮງກ້າຢ່າງບໍ່ໜ້າເຊື່ອນີ້, ພຣະຢົງຊິນຣິນໂປເຊເອງບໍ່ເຄີຍຮູ້ສຶກວ່າການປະຕິບັດກັບເພິ່ນແບບນີ້ນັ້ນເໝາະສົມເລີຍ. ຄັ້ງໜຶ່ງເມື່ອຜູ້ຂ້າຢູ່ກັບເພິ່ນໃນຫ້ອງຂອງເພິ່ນທີ່ວັດທີ່ພຸດທະຄະຍາ, ມີພຣະສົງໜຸ່ມອົງໜຶ່ງໄດ້ເຂົ້າມາຖວາຍເຄື່ອງບູຊາຈາກພິທີບູຊາ “ຊົກ” (“tsog”) ທີ່ພຣະສົງພວມປະຕິບັດຢູ່ຊັ້ນລຸ່ມ. ພຣະສົງໜຸ່ມມີຄວາມສັ່ນເຊັນຢ່າງເຫັນໄດ້ແຈ້ງ ແລະ ຢ້ານທີ່ຈະເຂົ້າມາທີ່ພັກຂອງພຣະອາຈານໃຫຍ່ຄືເພິ່ນ. ຫຼັງຈາກທີ່ເພິ່ນອອກໄປແລ້ວ, ພຣະຢົງຊິນຣິນໂປເຊຫົວຂຶ້ນ ແລະ ເວົ້າກັບຜູ້ຂ້າວ່າ "ເຂົາເຈົ້າຢ້ານອາຕະມາຫຼາຍ. ບໍ່ຈໍາເປັນຫຍັງຕ້ອງຢ້ານ, ແມ່ນບໍ.”
ຄືກັບພຣະວັດຊະຣະໄພຣະວະທີ່ເກັ່ງກ້າກັບພຣະມັນຊຸສຣີທີ່ສະຫງົບຢູ່ໃນຫົວໃຈຂອງເພິ່ນ, ພຣະຢົງຊິນລິງຣິນໂປເຊເປັນພື້ນຖານທີ່ເຄັ່ງຄັດ, ໝັ້ນຄົງທາງພາຍນອກ, ໃນຂະນະທີ່ມີຄວາມອົບອຸ່ນ, ເມດຕາ ແລະ ປັນຍາທີ່ໄຮ້ຂອບເຂດພາຍໃນ. ຜູ້ຂ້າຖືວ່າຕົນເອງໂຊກດີຢ່າງບໍ່ໜ້າເຊື່ອທີ່ໄດ້ເປັນລູກສິດ ແລະ ຜູ້ແປໃຫ້ເພິ່ນໃນບາງຄັ້ງຄາວ.