ການມະຣະນະພາບ ແລະ ການກັບຊາດມາເກີດຂອງພຣະເຊີກົງຣິນໂປເຊ

ອັນຕະລາຍທີ່ອາດເກີດຂຶ້ນຕໍ່ຊີວິດຂອງສົມເດັດພຣະດາໄລລາມະ

ການມະຣະນະພາບຂອງພຣະເຊີກົງຣິນໂປເຊຍິ່ງໜ້າປະທັບໃຈກວ່າຊີວິດຂອງເພິ່ນ. ໃນເດືອນກໍລະກົດ ປີ 1983, ພຣະຣິນໂປເຊໄດ້ຈັດພິທີມອບອຳນາດກາລະຈັກຂອງອົງພຣະດາໄລລາມະທີ່ວັດຕາໂບ (Tabo) ໃນເມືອງສະປິຕິ (Spiti). ຫຼັງຈາກນັ້ນ, ພຣະຣິນໂປເຊໄດ້ກ່າວຕໍ່ພຣະສົງອາວຸໂສທ້ອງຖິ່ນ, ພຣະກາເຊນ ດຣຸບເກຍລ (Kachen Drubgyel), ວ່າຕາມໂຫລາສາດຂອງທິເບດ, ນີ້ແມ່ນປີອຸປະສັກຂອງທ່ານສົມເດັດ. ຊີວິດຂອງທ່ານສົມເດັດຕົກຢູ່ໃນອັນຕະລາຍ. ມັນຈະເປັນການດີທີ່ຈະໂອນອຸປະສັກເຫຼົ່ານີ້ໃສ່ຕົວເພິ່ນ. ເພິ່ນບອກພຣະອົງນັ້ນວ່າຢ່າບອກເລື່ອງນີ້ກັບໃຜ.

ແລ້ວ ພຣະຣິນໂປເຊກໍໄດ້ເຂົ້າວິເວກເຂັ້ມງວດເປັນເວລາສາມອາທິດ. ຫຼັງຈາກນັ້ນ, ເພິ່ນໄດ້ໄປຄ້າຍກອງທັບທິເບດທີ່ຢູ່ໃກ້ຄຽງເພື່ອສອນພວກທະຫານກ່ຽວກັບ ການຖືການປະພຶດຂອງພຣະໂພທິສັດ (Engaging in Bodhisattva Behavior). ພຣະຣິນໂປເຊຄວນສອນເນື້ອໃນທັງໝົດຢ່າງຊ້າໆ ເປັນເວລາແກ່ຍາວ, ແຕ່ພັດໄດ້ຟ້າວເລັ່ງໃຫ້ສຳເລັດຢ່າງໄວວາ. ເພິ່ນໄດ້ອອກຈາກຄ້າຍຫຼາຍວັນກ່ອນກຳນົດ, ແລະ ໄດ້ອະທິບາຍວ່າເພິ່ນມີບ່ອນພິເສດທີ່ຈະໄປ. ນີ້ແມ່ນວັນທີ 29 ສິງຫາ 1983 ທີ່ທ່ານສົມເດັດຈະໄດ້ບິນໄປນະຄອນເຈນີວາ ປະເທດສະວິດເຊີແລນ, ໃນເວລາດຽວກັນກັບຢາເຊີອາຣາຟັດ (Yasser Arafat) ປະທານອົງການປົດປ່ອຍປາແລັດສະໄຕ, ກໍຄາດວ່າຈະໄປຮອດທີ່ນັ້ນເຊັ່ນກັນ. ເຈົ້າໜ້າທີ່ຕຳຫຼວດມີຄວາມເປັນຫ່ວງກ່ຽວກັບການກໍ່ການຮ້າຍທີ່ອາດແນໃສ່ອາຣາຟັດ. ພວກເຂົາໄດ້ເຕືອນວ່າບໍ່ສາມາດຮັບປະກັນຄວາມປອດໄພຂອງທ່ານສົມເດັດໄດ້.

ການກຽມຮັບເອົາອຸປະສັກຕໍ່ຊີວິດຂອງທ່ານສົມເດັດ

ພຣະຣິນໂປເຊ ແລະ ພຣະງາວັງ (Ngawang) ໄດ້ເດີນທາງອອກຈາກຄ້າຍທະຫານໄວໆ ດ້ວຍລົດຈິບ, ໄປຈອດຢູ່ວັດຕາໂບບຸດໜຶ່ງ. ພຣະຣິນໂປເຊໄດ້ຂໍໃຫ້ພຣະກາເຊນດຣຸບເກຍລເດີນທາງໄປກັບພວກເພິ່ນ, ແຕ່ພຣະສົງສູງອາຍຸໄດ້ອະທິບາຍວ່າເພິ່ນຫາກໍ່ຊັກຜ້າຊີວອນຂອງເພິ່ນ. ພຣະຣິນໂປເຊວ່າມັນບໍ່ສໍາຄັນ, ໃຫ້ໄປໃນຜ້າສະບົງເລີຍ. ໃຫ້ເພິ່ນເອົາຜ້າສະບົງຜູກໄວ້ຫຼັງລົດຈິບເພື່ອຊ່ວຍໃຫ້ແຫ້ງເອົາ, ເຊິ່ງພຣະສົງກໍໄດ້ເຮັດຄືແນວນັ້ນ.

ໃນຂະນະທີ່ພວກເພິ່ນຂັບລົດເລິກເຂົ້າໄປໃນຮ່ອມພູສະປິຕິ, ພຣະຣິນໂປເຊໄດ້ບອກພຣະງາວັງວ່າເພິ່ນເຄີຍບອກໃຫ້ຈົ່ມມົນຂອງຄວາມເຫັນໃຈ, ໂອມ ມະນີ ປັດເມ ຫຸມ ຢູ່ສະເໝີ, ແຕ່ພັດບໍ່ເຄີຍຖືຈິງຈັງ. ນີ້ໄດ້ກາຍເປັນຄໍາແນະນໍາສຸດທ້າຍຂອງເພິ່ນ.

ແລ້ວພວກເພິ່ນກໍໄດ້ມາຢຸດຢູ່ທີ່ວັດກຍີ (Kyi). ພຣະຣິນໂປເຊຢາກຖວາຍເຄື່ອງບູຊາ. ພຣະງາວັງເວົ້າວ່າມັນເດິກແລ້ວ, ໄປຕອນເຊົ້າເອົາກໍໄດ້, ແຕ່ພຣະຣິນໂປເຊຢືນຢັນຈະໄປ. ສ່ວນຫຼາຍ, ພຣະຣິນໂປເຊຈະຍ່າງຊ້າໆ ແລະ ມີຄວາມລຳບາກ. ແຕ່ບາງໂອກາດ, ພຣະຣິນໂປເຊສາມາດແລ່ນໄດ້. ຕົວຢ່າງ, ຄັ້ງໜຶ່ງຢູ່ເດີ່ນບິນ, ເມື່ອພວກເຮົາເກືອບໄປຊ້າ, ພຣະຣິນໂປເຊແລ່ນໄວແຮງ, ຈົນບໍ່ມີຜູ້ໃດໃນກຸ່ມພວກເຮົາແລ່ນທັນ. ເຊັ່ນດຽວກັນ, ຄັ້ງໜຶ່ງທີ່ພຸດທະຄະຍາ, ເມື່ອທ່ານສົມເດັດໄດ້ເຂົ້າຮ່ວມໃນພິທີເຕົ້າໂຮມກັນສູດມົນຄຳແປພາສາທິເບດຂອງຄຳສອນພຣະພຸດທະເຈົ້າຮ້ອຍເຫຼັ້ມ (Kangyur), ພຣະຣິນໂປເຊໄດ້ນັ່ງຢູ່ຂ້າງຂອງທ່ານສົມເດັດ, ໂດຍມີຜູ້ຂ້າຢູ່ທາງຫຼັງ. ເມື່ອລົມພັດເອົາໜ້າໜຶ່ງໄປຈາກຕຳຣາຂອງທ່ານສົມເດັດ, ພຣະຣິນໂປເຊເກືອບວ່າໄດ້ບິນຈາກບ່ອນນັ່ງລົງໄປເກັບເອົາມັນຂຶ້ນຈາກພື້ນໃນທັນທີ. ຕາມທຳມະດາ, ເພິ່ນຈະຕ້ອງຮັບຄວາມຊ່ວຍເຫຼືອເພື່ອລຸກຂຶ້ນ. ໃນໂອກາດນີ້ຢູ່ວັດກຍີ, ພຣະຣິນໂປເຊຍັງໄດ້ແລ່ນຢ່າງໄວວາ, ໂດຍບໍ່ມີການຊ່ວຍເຫຼືອ, ຂຶ້ນເສັ້ນທາງພູເຂົາຊັນ.

ຫຼັງຈາກທີ່ພຣະຣິນໂປເຊໄດ້ຖວາຍເຄື່ອງບູຊາແລ້ວ, ພຣະສົງຂອງວັດກຍີໄດ້ຂໍໃຫ້ເພິ່ນພັກຄືນຢູ່ທີ່ນັ້ນກ່ອນ. ພຣະຣິນໂປເຊປະຕິເສດ, ໂດຍກ່າວວ່າເພິ່ນຕ້ອງໄປໃຫ້ຮອດບ້ານກຍີບາ (Kyibar) ໃນຄືນນັ້ນ. ຖ້າພວກເພິ່ນຢາກພົບເພິ່ນອີກ, ພວກເພິ່ນຕ້ອງຂຶ້ນໄປທີ່ນັ້ນ. ຈາກນັ້ນເພິ່ນກໍໄດ້ອອກເດີນທາງໂດຍໄວ, ໂດຍໄດ້ໃຫ້ຂ່າວທາງອ້ອມເຖິງສິ່ງທີ່ກຳລັງຈະເກີດຂຶ້ນແລ້ວ.

ເມື່ອພຣະຣິນໂປເຊ ແລະ ຄະນະໄປຮອດບ້ານເນີນສູງກຍີບາແລ້ວ, ພວກເພິ່ນໄດ້ໄປເຮືອນຂອງຊາວກະສິກອນທີ່ເພິ່ນຮູ້ຈັກ. ຊາຍຄົນນັ້ນຍັງຢູ່ນາ ແລະ ບໍ່ໄດ້ຄາດວ່າຈະມີແຂກມາຢາມ. ພຣະຣິນໂປເຊຖາມວ່າລາວຫຍຸ້ງບໍ່ສໍາລັບອາທິດຕໍ່ໄປ. ຊາວກະສິກອນຕອບວ່າບໍ່ ແລະ ນິມົນໃຫ້ພຣະຣິນໂປເຊພັກນຳ.

ຄ່ຳຄືນຂອງການມະຣະນະພາບໃນການເຂົ້າສະມາທິຂອງພຣະຣິນໂປເຊ

ຫຼັງຈາກອາບນ້ຳ ແລະ ກິນນົມສົ້ມແລ້ວ, ພຣະຣິນໂປເຊໄດ້ສູດ ໃຈຄວາມຂອງຄໍາອະທິບາຍທີ່ດີເລີດຂອງຄວາມໝາຍທີ່ສາມາດແປໄດ້ ແລະ ທີ່ແນ່ນອນ (The Essence of Excellent Explanation of Interpretable and Definitive Meanings) ຂອງພຣະສອງຂະປະ, ເຊິ່ງໃຊ້ເວລາປະມານສອງຊົ່ວໂມງ. ເມື່ອສູດແລ້ວ ເພິ່ນໄດ້ຮ້ອງຫາງາວັງ ແລະ ບອກວ່າເພິ່ນບໍ່ສະບາຍ. ແລ້ວເພິ່ນໄດ້ເອົາຫົວພາດໃສ່ບ່າຂອງງາວັງ - ເຊິ່ງເປັນສິ່ງທີ່ພຣະຣິນໂປເຊປົກກະຕິບໍ່ເຄີຍເຮັດ. ເມື່ອເບິ່ງຄືນກໍຄືກັບວ່າເພິ່ນກຳລັງກ່າວອຳລາ. ເພິ່ນໄດ້ສົ່ງຊົນເຊລາ (Chondzeyla) ໄປສິມລະ (Simla) ກ່ອນໜ້ານີ້, ເພາະຊົນດເຊລາຊິທົນຮັບສິ່ງທີ່ຈະເກີດຂຶ້ນນີ້ບໍ່ໄດ້. ເພິ່ນໄດ້ຢູ່ກັບພຣະຣິນໂປເຊຕັ້ງແຕ່ອາຍຸໄດ້ຫົກປີ ແລະ ພຣະຣິນໂປເຊກໍໄດ້ລ້ຽງດູຄືລູກຂອງຕົນເອງ.

ພຣະງາວັງຖາມວ່າເພິ່ນຄວນຫາແພດ ຫຼື ຢາບໍ່, ແຕ່ພຣະຣິນໂປເຊຕອບວ່າບໍ່. ພຣະງາວັງຖາມວ່າມີຫຍັງອີກແດ່ທີ່ເພິ່ນສາມາດເຮັດໄດ້, ແລະ ພຣະຣິນໂປເຊໄດ້ຂໍໃຫ້ເພິ່ນຊ່ວຍພາຍ່າງໄປຫ້ອງນ້ຳ, ເຊິ່ງເພິ່ນກໍໄດ້ເຮັດ. ແລ້ວພຣະຣິນໂປເຊໄດ້ຂໍໃຫ້ພຣະງາວັງຈັດຕຽງນອນໃຫ້ເພິ່ນ. ແທນທີ່ຈະເປັນຜ້າປູນອນສີເຫຼືອງຕາມປົກກະຕິທີ່ເພິ່ນມັກນອນ, ພຣະຣິນໂປເຊໄດ້ຂໍໃຫ້ພຣະງາວັງປູຜ້າຂາວແທນ. ໃນການປະຕິບັດຕັນຕຣະ, ສີເຫຼືອງແມ່ນໃຊ້ສໍາລັບພິທີກໍາເພື່ອເພີ່ມຄວາມສາມາດໃນການຊ່ວຍເຫຼືອຜູ້ອື່ນ, ໃນຂະນະທີ່ສີຂາວແມ່ນສໍາລັບລະງັບອຸປະສັກ.

ແລ້ວພຣະຣິນໂປເຊກໍໄດ້ເອີ້ນໃຫ້ພຣະງາວັງ ແລະ ພຣະກາເຊນ ດຣຸບເກຍລ ເຂົ້າມາຫ້ອງນອນຂອງເພິ່ນ, ເຊິ່ງພວກເພິ່ນກໍໄດ້ເຮັດ. ແລ້ວພຣະຣິນໂປເຊກໍໄດ້ນອນລົງເບື້ອງຂວາຂອງເພິ່ນ, ໃນທ່ານອນຂອງພຣະພຸດທະເຈົ້າ. ແທນທີ່ຈະວາງແຂນຂອງເພິ່ນໃນຕໍາແໜ່ງມາດຖານຄືຊ້າຍຢູ່ຂ້າງ ແລະ ຂວາຢູ່ໃຕ້ໃບໜ້າຂອງເພິ່ນ, ຄືດັ່ງທີ່ເພິ່ນມັກເຮັດໃນເວລານອນ, ເພິ່ນໄດ້ໄຂ່ວແຂນດ້ວຍທ່າໂອບກອດແບບຕັນຕຣະ. ແລ້ວເພິ່ນກໍເລີ່ມຫັນໃຈເຂົ້າເລິກໆ ແລະ ເສຍໄປຢ່າງງ່າຍດາຍ, ປາກົດວ່າດ້ວຍຂະບວນການສະມາທິຂອງ “ການໃຫ້ ແລະ ການຮັບ” (ຕອງເລັນ). ເພິ່ນມີອາຍຸໄດ້ຫົກສິບເກົ້າປີ ແລະ ມີສຸຂະພາບດີສົມບູນ. ຜູ້ຂ້າໄດ້ພາເພິ່ນໄປກວດສຸຂະພາບຢ່າງລະອຽດຢູ່ເມືອງເດລີຫວ່າງສອງເດືອນກ່ອນໜ້ານັ້ນ.

ໃນເວລາດຽວກັນນັ້ນ, ໃນຂະນະທ່ານສົມເດັດຍັງຢູ່ໃນຖ້ຽວບິນໄປນະຄອນເຈນີວາ, ປະທານອາຣາຟັດໄດ້ປ່ຽນໃຈຢ່າງກະທັນຫັນ ແລະ ໄດ້ຕັດສິນໃຈເລື່ອນການໄປສະວິເຊີແລນ. ອັນຕະລາຍຈາກການກໍ່ການຮ້າຍຢູ່ສະໜາມບິນຈິ່ງໄດ້ຖືກຫຼີກລ່ຽງ. ເຖິງແມ່ນວ່າອັນຕະລາຍຕໍ່ຊີວິດຂອງທ່ານສົມເດັດຈະຫາຍໄປ, ແຕ່ລົດຂອງທ່ານສົມເດັດກໍໄດ້ຫຼົງທາງໃນລະຫວ່າງທາງຈາກເດີ່ນບິນໄປໂຮງແຮມ. ແຕ່, ອົງພຣະກໍໄດ້ຫຼີກເວັ້ນອັນຕະລາຍໃດໆ. ພຣະເຊີກົງຣິນໂປເຊໄດ້ປະສົບຜົນສໍາເລັດໃນຮັບເອົາອຸປະສັກຕໍ່ຊີວິດຂອງທ່ານສົມເດັດໄປ ແລະ ໄດ້ມອບພະລັງງານຊີວິດຂອງຕົນເອງໃຫ້ແທນ.

ການທຳສະມາທິການໃຫ້ ແລະ ການຮັບທີ່ພຣະຣິນໂປເຊໃຊ້ເພື່ອຮັບເອົາອຸປະສັກ

ການໃຫ້ ແລະ ການຮັບແມ່ນເຕັກນິກພຣະໂພທິສັດຊັ້ນສູງໃນການຮັບເອົາອຸປະສັກຈາກຜູ້ອື່ນ ແລະ ໃຫ້ສຸກແກ່ເພິ່ນ. ເມື່ອໃດທີ່ພຣະຣິນໂປເຊສອນການປະຕິບັດນີ້, ເພິ່ນຈະເວົ້າວ່າເຮົາຕ້ອງເຕັມໃຈທີ່ຈະຮັບເອົາຄວາມທຸກຂອງຜູ້ອື່ນເຖິງແມ່ນມັນຈະໝາຍເຖິງການເສຍສະລະຊີວິດຂອງເຮົາ. ເພິ່ນມັກກ່າວເຖິງຕົວຢ່າງທີ່ຂຸນຸລາມະຣິນໂປເຊ (Kunu Lama Rinpoche) ໄດ້ເລົ່າກ່ຽວກັບຄົນຜູ້ໜຶ່ງໃນເຂດບ້ານຂອງເພິ່ນທີ່ໄດ້ຮັບເອົາການບາດເຈັບທີ່ຫົວຂອງອີກຜູ້ໜຶ່ງ ແລະ ກໍເສຍຊີວິດໄປເອງດ້ວຍເຫດນັ້ນ. ເມື່ອເຮົາຖາມພຣະ ຣິນໂປເຊວ່າເພິ່ນຈະເຮັດແນວນີ້, ມັນຈະບໍ່ເປັນການເສຍຖິ້ມລ້າໆ ບໍ, ພຣະຣິນໂປເຊຕອບວ່າ: ບໍ່. ເພິ່ນໄດ້ອະທິບາຍວ່າມັນຈະຄືກັບນັກອາວະກາດຜູ້ທີ່ເສຍສະລະຊີວິດຂອງຕົນເພື່ອຄວາມກ້າວໜ້າຂອງໂລກ. ເຊັ່ນດຽວກັບແບບຢ່າງ ແລະ ຊື່ສຽງຂອງນັກບິນອາວະກາດວິລະຊົນນັ້ນຈະນຳເອົາເງິນບໍານານຈາກລັດຖະບານຢ່າງຫຼວງຫຼາຍມາສູ່ຄອບຄົວຂອງລາວ, ຕົວຢ່າງອັນກ້າຫານຂອງການເສຍສະຫຼະຂອງພຣະລາມະຈະມອບການບໍາລຸງລ້ຽງທາງສາສະໜາຕໍ່ສານຸສິດຂອງເພິ່ນທີ່ເຫຼືອຢູ່.

ການຍັງຄົງຢູ່ໃນສະມາທິຈຸດຕໍ່ຄວາມຕາຍເປັນເວລາສາມວັນ

ພຣະເຊີກົງຣິນໂປເຊຍັງຄົງຢູ່ໃນສະມາທິຈຸດຕໍ່ຄວາມຕາຍໃນແສງສະຫວ່າງທີ່ຈະແຈ້ງເປັນເວລາສາມວັນ. ຄົນທີ່ມີຄວາມສາມາດໃນການກໍານົດການເກີດໃໝ່ຂອງເພິ່ນເອງຕາມປົກກະຕິຈະເຂົ້າສູ່ສະມາທິນີ້ເປັນສ່ວນໜຶ່ງຂອງຂະບວນການສ້າງ ຫຼື ສືບຕໍ່ສາຍຂອງພຣະລາມະກັບຊາດມາເກີດ. ໃນລະຫວ່າງການເຂົ້າສະມາທິ, ຫົວໃຈຂອງເພິ່ນຈະຍັງອຸ່ນ ແລະ ຮ່າງກາຍກໍບໍ່ເລີ່ມເສື່ອມໂຊມ ເຖິງວ່າເພິ່ນຈະຢຸດຫັນໃຈແລ້ວ. ຕາມປົກກະຕິ, ພຣະລາມະຍິ່ງໃຫຍ່ຈະຄົງຢູ່ໃນສະພາບນີ້ເປັນເວລາຫຼາຍວັນ, ຫຼັງຈາກນັ້ນຫົວຂອງເພິ່ນຈະຕົກ ແລະ ເລືອດຈະອອກຈາກຮູດັງ, ສະແດງໃຫ້ເຫັນວ່າວິນຍານຂອງເພິ່ນໄດ້ອອກຈາກຮ່າງກາຍແລ້ວ.

ເມື່ອສັນຍານເຫຼົ່ານີ້ເກີດຂຶ້ນກັບພຣະເຊີກົງຣິນໂປເຊ, ສາຍຮຸ້ງໄດ້ສ່ອງແສງເທິງທ້ອງຟ້າ ແລະ ແສງສະຫວ່າງອັນໜ້າອັດສະຈັນກໍປາກົດຢູ່ເທິງພູທີ່ແຫ້ງແລ້ງທີ່ຖືກເລືອກສໍາລັບການເຜົາສົບຂອງເພິ່ນ. ເຖິງຈະໄດ້ມີຄົນສົ່ງສານໄປຍັງວັດນຳກຍັນ (Namgyal) ຂອງທ່ານສົມເດັດທີ່ເມືອງທັມສາລາເພື່ອໃຫ້ພຣະສົງມາເຮັດພິທີເຜົາສົບ, ແຕ່ທາງຄະນະກໍບໍ່ສາມາດມາເຖິງໄດ້ທັນເວລາ. ພຣະສົງແຫ່ງສະປິຕິໄດ້ດຳເນີນພິທີກ່ອນ, ແບບທຳມະດາ, ຕາມທີ່ພຣະຣິນໂປເຊປາຖະໜາ. ຕໍ່ມາບໍ່ດົນ, ນ້ຳອອກບໍ່ທີ່ມີພະລັງປິ່ນປົວໄດ້ກໍໄດ້ອອກມາຈາກບ່ອນເຜົາສົບ. ໂດຍຍັງຄົງໄຫຼມາຮອດທຸກມື້ນີ້, ມັນໄດ້ກາຍເປັນສະຖານທີ່ສະແຫວງບຸນ. ເກົ້າເດືອນຕໍ່ມາ, ໃນວັນທີ 29 ພຶດສະພາ 1984, ພຣະຣິນໂປເຊໄດ້ເກີດໃໝ່ອີກເທື່ອໜຶ່ງ, ໃນສະປິຕິອີກ, ໃນຄອບຄົວທຳມະດາ.

ການຊີ້ນຳການກັບຊາດມາເກີດຂອງເພິ່ນ

ຫຼາຍປີກ່ອນ, ພຣະຣິນໂປເຊໄດ້ພົບກັບຜົວ ແລະ ເມຍຊື່ເຊີຣິງ ໂຊດຣັກ ແລະ ກຸນຊັງ ໂຊດຣົນ, ທັງສອງໄດ້ສ້າງຄວາມປະທັບໃຈໃຫ້ເພິ່ນຫຼາຍ. ດ້ວຍຄວາມທີ່ເປັນນັກປະຕິບັດທັມທີ່ແຂງແກ່ນຫຼາຍ, ພວກເຂົາໄດ້ບອກພຣະຣິນໂປເຊວ່າຄວາມປາຖະໜາອັນເລິກເຊິ່ງແມ່ນການເປັນພຣະສົງທັງສອງຄົນ. ນາຍບ້ານໃນທ້ອງຖິ່ນໄດ້ແນະນຳວ່າບໍ່ໃຫ້ເຮັດ, ເນື່ອງຈາກວ່າການເຂົ້າຮ່ວມດຳລົງຊີວິດໃນວັດໃນຂະນະທີ່ຍັງເປັນຜູ້ໃຫຍ່ກັບຄອບຄົວນ້ອຍນັ້ນຈະມີບັນຫາຫຼາຍຢ່າງ. ພວກເຂົາຕ້ອງເບິ່ງແຍງລູກກ່ອນ. ພຣະຣິນໂປເຊກໍເຫັນດີກັບຄໍາແນະນໍາຂອງນາຍບ້ານ. ສອງຄົນນີ້ເປັນພໍ່ແມ່ທີ່ພຣະຣິນໂປເຊໄດ້ເລືອກກັບມາເກີດ, ເປັນລູກທີສີ່ຂອງພວກເຂົາ.

ສານຸສິດໃຊ້ຫຼາຍວິທີການເພື່ອຊອກຫາຜູ້ກັບຊາດມາເກີດຂອງພຣະລາມະອົງຍິ່ງໃຫຍ່ທີ່ໄດ້ບັນລຸການເຂົ້າສະມາທິຈຸດຕໍ່ຄວາມຕາຍ. ວິທີການເຫຼົ່ານີ້ລວມມີການປຶກສານຳເທພະຍາກອນ ແລະ ການຝັນເຫັນຂອງ ພຣະອາຈານທີ່ມີຄວາມບັນລຸສູງສຸດ. ແລ້ວຜູ້ທີ່ຈະເປັນຕົວເລືອກສຸດທ້າຍຍັງຕ້ອງໄດ້ລະບຸສິ່ງຄອບຄອງຫຼາຍອັນຂອງພຣະລາມະທີ່ມະຣພນະພາບໄປແລ້ວນັ້ນໃຫ້ຖືກຈາກສິ່ງທີ່ມີລັກສະນະຄ້າຍຄືກັນ. ແຕ່, ທ່ານສົມເດັດພຣະດາໄລລາມະເຕືອນບໍ່ໃຫ້ອີງໃສ່ພຽງແຕ່ວິທີການດັ່ງກ່າວ. ເດັກນັ້ນຕ້ອງໃຫ້ສັນຍານທີ່ຊັດເຈນກ່ຽວກັບອັດຕະລັກຂອງລາວກ່ອນທີ່ຈະຖືກພິຈາລະນາເປັນຕົວເລືອກຢ່າງແທ້ຈິງ.

ການລະບຸຜູ້ກັບຊາດມາເກີດເປັນພຣະຣິນໂປເຊ

ປະຊາຊົນຂອງສະປິຕິຖືວ່າພຣະເຊີກົງຣິນໂປເຊເປັນຄືກັບຜູ້ມີບຸນ: ເກືອບທຸກຄົວເຮືອນມີຮູບຖ່າຍຂອງເພິ່ນໄວ້. ທັນທີທີ່ພຣະເຊີກົງຣິນໂປເຊນ້ອຍສາມາດເວົ້າໄດ້, ທ່ານໄດ້ຊີ້ໄປທີ່ຮູບຂອງພຣະຣິນໂປເຊຢູ່ຝາເຮືອນຂອງພໍ່ແມ່ ແລະ ເວົ້າວ່າ: "ນັ້ນແມ່ນເຮົາ!" ເມື່ອພຣະງາວັງໄປຢາມເຮືອນນັ້ນເພື່ອກວດເບິ່ງເດັກ, ເດັກຊາຍນັ້ນກໍໄດ້ແລ່ນເຂົ້າໄປໃນອ້ອມແຂນຂອງເພິ່ນ. ລາວຢາກກັບໄປທີ່ວັດຂອງເພິ່ນ.

ບໍ່ມີໃຜສົງໃສເລີຍວ່າເພິ່ນແມ່ນໃຜ. ອັນທີ່ຈິງ, ສາມ-ສີ່ປີກ່ອນໜ້ານັ້ນແມ່ຍິງສະປິຕິຜູ້ມີຊື່ສຽງກຸ່ມໜຶ່ງໄດ້ຂໍໃຫ້ພຣະຣິນໂປເຊມາເກີດໃໝ່ເທື່ອໜ້າຢູ່ໃນເຂດຮ່ອມພູຂອງພວກເຂົາ. ການໄດ້ຮັບອະນຸຍາດຈາກລັດຖະບານອິນເດຍເພື່ອໄປຢາມເມືອງຊາຍແດນຫ່າງໄກສອກຫຼີກຂອງພວກເຂົານັ້ນເປັນບັນຫາຕະຫຼອດ. ການເກີດໃໝ່ນີ້ຈະເຮັດໃຫ້ທຸກຢ່າງງ່າຍຂຶ້ນ. ພໍ່ແມ່ຂອງເພິ່ນ, ໂດຍຮູ້ສຶກເປັນກຽດຢ່າງເລິກເຊິ່ງ, ໄດ້ຍິນຍອມແລະ, ໃນອາຍຸສີ່ປີ, ພຣະຣິນໂປເຊນ້ອຍກໍໄດ້ອອກໄປຢູ່ທີ່ທັມສາລາ. ເຖິງວ່າພໍ່ແມ່ຈະໄດ້ໄປຢາມເພິ່ນເປັນຄັ້ງຄາວ, ແຕ່ເດັກຊາຍບໍ່ເຄີຍຖາມຫາພວກເຂົາເລີຍ, ແລະ ເບິ່ງຄືວ່າບໍ່ຄິດຮອດພວກເຂົາຊ້ຳ. ຕັ້ງແຕ່ຕົ້ນເລີຍ, ເພິ່ນຮູ້ສຶກຄືຢູ່ເຮືອນກັບສະມາຊິກໃນຄົວເຮືອນເກົ່າ. ເຂົາເຈົ້າເປັນຄອບຄົວທີ່ຈິງໃຈຂອງເພິ່ນ.

ຜູ້ກັບຊາດມາເກີດໜຸ່ມນ້ອຍຈື່ຜູ້ຂ້າໄດ້ໃນເວລາທີ່ພົບກັນຄັ້ງແຣກ

ຜູ້ຂ້າໄດ້ອອກຈາກອິນເດຍໄປທ່ຽວບັນຍາຍເມື່ອພຣະຣິນໂປເຊໄດ້ມາຮອດທັມສາລາໃໝ່ໆ. ສາມ-ສີ່ເດືອນຕໍ່ມາ, ເມື່ອຜູ້ຂ້າກັບຄືນ, ຜູ້ຂ້າໄດ້ໄປຫາເພິ່ນ, ໂດຍພະຍາຍາມທີ່ຈະບໍ່ຄາດຫວັງເກີນໄປ ຫຼື ບໍ່ສົງໄສເກີນໄປ. ເມື່ອຜູ້ຂ້າເຂົ້າໄປໃນຫ້ອງຂອງພຣະຣິນໂປເຊ, ພຣະງາວັງໄດ້ຖາມເດັກຊາຍວ່າເພິ່ນຮູ້ບໍ່ວ່າຜູ້ຂ້າແມ່ນໃຜ. ເດັກນ້ອຍຕອບວ່າ: “ຢ່າເຫງີກຫຼາຍ. ເຮົາຮູ້ແທ້ວ່ານີ້ແມ່ນໃຜ!” ເນື່ອງຈາກວ່າຮູບຖ່າຍຂອງຜູ້ຂ້າທີ່ແປໃຫ້ການປະຊຸມໃນວາຕິກັນລະຫວ່າງພຣະເຊີກົງຣິນໂປເຊອົງເກົ່າ ແລະ ອົງພຣະສັນຕະປາປາ ແຂວນຢູ່ເດັ່ນຊັດເທິງຝາຫ້ອງພັກຂອງເພິ່ນ, ຜູ້ຂ້າຄິດວ່າບາງທີເພິ່ນຈື່ຜູ້ຂ້າຈາກສິ່ງນັ້ນ. ແຕ່, ຈາກເວລາທີ່ເຮົາໄດ້ພົບກັນ, ພຣະຣິນໂປເຊນ້ອຍໄດ້ປະຕິບັດກັບຜູ້ຂ້າຄວາມລຶ້ງເຄີຍ ແລະ ເປັນກັນເອງ, ຄືກັບສະມາຊິກໃນຄອບຄົວ. ເດັກອາຍຸສີ່ປີບໍ່ສາມາດຕົວະຫຍັງເຊັ່ນນັ້ນ. ນີ້, ເໜືອກວ່າສິ່ງອື່ນໃດ, ໄດ້ເຮັດໃຫ້ຜູ້ຂ້າໝັ້ນໃຈວ່າເພິ່ນແມ່ນໃຜ.

ພຣະຣິນໂປເຊອາຍຸສິບສີ່ປີໃນປີ 1998

ບາດນີ້, ໃນປີ 1998, ພຣະເຊີກົງ ຣິນໂປເຊ ອົງໃໝ່ ອາຍຸໄດ້ສິບສີ່ປີ. ເພິ່ນອາໄສ ແລະ ສຶກສາເປັນສ່ວນໃຫຍ່ຢູ່ທີ່ວັດຂອງເພິ່ນໃນມຸນກົດ ແລະ ມາທັມສາລາປີລະຄັ້ງ-ສອງຄັ້ງ, ໃນເວລາທີ່ທ່ານສົມເດັດເທດໃຫຍ່. ຊົນເຊລາ ແລະ ພໍ່ຄົວເກົ່າຂອງພຣະຣິນໂປເຊໄດ້ເສຍຊີວິດໄປ ແລະ ພຣະງາວັງໄດ້ສິກ, ສ້າງຄອບຄົວ, ແລະ ປະຈຸບັນອາໄສຢູ່ເນປານ. ພຣະຣິນໂປເຊມີພະສົງໃນຄົວເຮືອນໃໝ່ເພື່ອເບິ່ງແຍງເພິ່ນ, ເຊິ່ງທັງໝົດເພິ່ນໄດ້ເລືອກເອງກັບມືໃນຊາດກ່ອນ. ຕົວຢ່າງ, ເພິ່ນໄດ້ເລືອກເດັກຊາຍອາຍຸສິບປີສອງຄົນຈາກສະປິຕິ ແລະ ກິນນໍ (Kinnaur) ດ້ວຍຕົນເອງເພື່ອຮ່ວມຄົວເຮືອນຂອງເພິ່ນ ແລະ ດູແລເພິ່ນໃນຊ່ວງສາມ-ສີ່ເດືອນສຸດທ້າຍຊີວິດເພິ່ນ.

ເຖິງວ່າເພິ່ນຈະມີອາລົມຊວນຫົວຄ້າຍຄືກັບຜູ້ກ່ອນ ແລະ ມີວິທີການແບບຕິດດິນຄືກັນ, ແຕ່ພຣະເຊີກົງຣິນໂປເຊໜຸ່ມກໍມີບຸຄະລິກລັກສະນະຂອງຕົນເອງ. ສິ່ງທີ່ສືບຕໍ່ຈາກຊາດກ່ອນສູ່ຊາດຕໍ່ໄປແມ່ນພອນສະຫວັນ, ທ່າທີ, ແລະ ການເຊື່ອມໂຍງຂອງກັມ. ໃນຄວາມສໍາພັນຂອງຜູ້ຂ້າກັບເພິ່ນ, ຜູ້ຂ້າຮູ້ສຶກຄືກັບສະມາຊິກຂອງລູກເຮືອໃນຮູບເງົາສຕາເທຣັກ (Star Trek) ຕົ້ນສະບັບຂອງກັບຕັນເຄີກ (Captain Kirk) ທີ່ໄດ້ເຂົ້າຮ່ວມກັບກັບຕັນປິກາດ (Captain Picard) ຂອງສຕາເທຣັກ : ລຸ້ນຕໍ່ໄປ (Star Trek: The Next Generation). ທຸກສິ່ງໄດ້ມີການປ່ຽນແປງ ແຕ່ກໍຍັງມີຄວາມຕໍ່ເນື່ອງທີ່ແນ່ນອນ.

ການຖືບົດບາດສຳຮອງໃນການລ້ຽງດູພຣະຣິນໂປເຊ

ຈົນເຖິງຈຸດນີ້, ຜູ້ຂ້າໄດ້ຖືບົດບາດສຳຮອງໃນການລ້ຽງດູພຣະເຊີກົງຣິນໂປເຊ. ຜູ້ຂ້າຮູ້ສຶກວ່າພຣະຣິນໂປເຊອົງເກົ່າຈະປາຖະໜາເປັນສ່ວນໃຫຍ່ທີ່ຈະຮັບໃຊ້ປະຊາຊົນຂອງເພິ່ນເອງ. ພຣະລາມະຍິ່ງໃຫຍ່ຫຼາຍອົງໄດ້ອຸທິດຕົນໃຫ້ແກ່ການສອນໃນພາກຕາເວັນຕົກ ຫຼື ໃນເຂດເອເຊຍຢູ່ນອກຂອບເຂດວັດທະນະທໍາພື້ນເມືອງຂອງເພິ່ນ, ເຊິ່ງເປັນຄວາມເສຍຫາຍຂອງຊາວທິເບດເອງ. ຖ້າພຣະພຸດທະສາສະໜາສາຍທິເບດຈະຢູ່ລອດໃນຮູບແບບເຕັມຕົວ, ການຝຶກຊາວທິເບດຮຸ່ນຕໍ່ໄປແມ່ນສິ່ງຈໍາເປັນ. ທັງນີ້ກໍຍ້ອນວ່າໃນປະຈຸບັນຄໍາສອນພຣະພຸດທະສາສະໜາທີ່ຄົບຖ້ວນສົມບູນມີພຽງແຕ່ໃນພາສາທິເບດ. ພຣະຣິນໂປເຊໄດ້ໃຫ້ສະພາບແວດລ້ອມທີ່ດີທີ່ສຸດແກ່ຜູ້ຂ້າໃນການໄດ້ສໍາລັບການຝຶກ ແລະ ພັດທະນາຕົນເອງ. ເພື່ອຕອບແທນຄວາມເມດຕາຂອງເພິ່ນ, ຜູ້ຂ້າໄດ້ພະຍາຍາມເຮັດເຊັ່ນດຽວກັບເພິ່ນ.

ເພື່ອພະຍາຍາມປ້ອງກັນການຂັດແຍ່ງທາງວັດທະນະທໍາ, ຜູ້ຂ້າບໍ່ໄດ້ເຂົ້າຮ່ວມໃນການສຶກສາສະໄໝໃໝ່ຂອງພຣະຣິນໂປເຊ. ໃນຄວາມເປັນຈິງ, ຜູ້ຂ້າໄດ້ຫຼີກລ່ຽງການຕິດຕໍ່ກັບເພິ່ນຫຼາຍເກີນໄປ, ເຖິງວ່າຄວາມຜູກພັນອັນໃກ້ຊິດລະຫວ່າງພວກເຮົາຈະເຫັນໄດ້ແຈ້ງທຸກຄັ້ງທີ່ເຮົາພົບກັນ. ແຕ່, ຜູ້ຂ້າໄດ້ຊ່ວຍຈັດແຈງຄູທ້ອງຖິ່ນຊາວທິເບດເພື່ອສອນພາສາອັງກິດ, ວິທະຍາສາດ, ແລະ ສັງຄົມສຶກສາໃຫ້ເພິ່ນ, ໂດຍປະຕິບັດຕາມຫຼັກສູດດຽວກັບທີ່ໂຮງຮຽນທິເບດໃນປະເທດອິນເດຍໃຊ້. ດັ່ງນັ້ນ, ພຣະຣິນໂປເຊຈິ່ງສາມາດຕິດພັນກັບປະຊາຊົນຂອງຕົນເພິ່ນໄດ້ຢ່າງເຕັມທີ່. ຜູ້ຂ້າຍັງບໍ່ໄດ້ພາເພິ່ນໄປປະເທດຕາເວັນຕົກ ແລະ ບໍ່ໄດ້ຊື້ຄອມພິວເຕີ ຫຼື ເຄື່ອງຫຼິ້ນວິດີໂອໃຫ້ເພິ່ນ, ແລະ ຜູ້ຂ້າກໍໄດ້ແນະນຳບໍ່ໃຫ້ຜູ້ອື່ນສະເໜີໃຫ້ເພິ່ນເຊັ່ນກັນ. ພຣະລາມະທີ່ເກີດໃໝ່ຫຼາຍອົງເຫັນເກມຄອມພິວເຕີ ແລະ ວິດີໂອແອັກຊັນໜ້າດຶງດູດຫຼາຍກວ່າການສຶກສາທາງສາສະໜາແບບດັ້ງເດີມ.

ການພາວະນາໃຫ້ໄດ້ເປັນລູກສິດເພິ່ນອີກຄັ້ງໜຶ່ງ

ຜູ້ຂ້າບໍ່ຮູ້ວ່າທິດທາງຂອງຜູ້ຂ້າໄດ້ປະກອບສ່ວນຫຼາຍປານໃດ, ແຕ່ພຣະຣິນໂປເຊສະແດງຄວາມຮູ້ສຶກຄວາມປອດໄພທີ່ເລິກເຊິ່ງ ແລະ ສະບາຍຢ່າງເຕັມທີ່ໃນວັດທະນະທໍາຂອງຕົນເອງ. ສິ່ງນີ້ມີແຕ່ຈະເປັນປະໂຫຍດສໍາລັບເພິ່ນ ແລະ ທຸກຄົນທີ່ເພິ່ນຈະພົບໃນອະນາຄົດ. ເພິ່ນສາມາດຮຽນກ່ຽວກັບຝ່າຍຕາເວັນຕົກດ້ວຍຕົນເອງເມື່ອເພິ່ນໃຫຍ່ຂຶ້ນ. ຜູ້ຂ້າພາວະນາວ່າຈະໄດ້ເປັນລູກສິດຂອງເພິ່ນອີກເທື່ອໜຶ່ງໃນຊາດໜ້າຂອງຜູ້ຂ້າ.

Top