ສຶກສາລົງເລິກ

ຍິ່ງເຮົາສຶກສາຄຳສອນພຣະພຸດທະສາສະໜາລົງເລິກເທົ່າໃດ, ການປະຕິບັດຂອງເຮົາກໍ່ຈະຍິ່ງມີໝາກຜົນໃນການປ່ຽນແປງຊີວິດຂອງເຮົາເທົ່ານັ້ນ. ຈິດໃຈຂອງເຮົາເປັນສິ່ງທີ່ຊັບຊ້ອນທີ່ສຸດ, ເຮົາຈິ່ງຕ້ອງການວິທີການທີ່ຊັບຊ້ອນພໍກັນ. ການສຶກສາພຣະທັມຢ່າງເລິກເຊິ່ງຈະເຜີຍໃຫ້ເຫັນວິທີການເຫຼົ່ານີ້ເທື່ອລະອັນ. ຄືກັບການຕໍ່ພາບປິດສະໜາ, ເຮົາຈະປະກອບຊິ້ນສ່ວນຂອງພຣະທັມເຂົ້ານຳກັນ ເພື່ອເຜີຍໃຫ້ເຫັນທາງທີ່ຈະໝູນໃຊ້ເຂົ້າໃນຊີວິດປະຈຳວັນຂອງເຮົາ, ໂດຍການໄຕ່ຕອງ ແລະ ສະມາທິ.
Top