ຄຸນສົມບັດອັນອື່ນຂອງພຣະເຊີກົງຣິນໂປເຊ

ພະລັງວິເສດຂອງພໍ່ຂອງພຣະຣິນໂປເຊ, ພຣະເຊີກົງດໍເຈຊັງ

ພຣະເຊີກົງຣິນໂປເຊບໍ່ເຄີຍອ້າງວ່າຕົນເອງເປັນໂຍກີ ຫຼື ມີພະລັງວິເສດໃດໆ. ຖ້າເຮົາຢາກເຫັນຕົວຢ່າງຂອງຜູ້ທີ່ມີ, ເພິ່ນບອກວ່າເຮົາບໍ່ຕ້ອງເບິ່ງໄປໄກໃນອາດີດ. ພຣະບິດາຂອງເພິ່ນເອງ, ພຣະເຊີກົງດໍເຈຊັງ (Serkong Dorjechang), ເປັນຕົວຢ່າງທີ່ຊັດເຈນ. ໃນຖານະພຣະສົງຢູ່ໃນວັດການເດັນຈັງເຊະ (Ganden Jangtse), ພໍ່ຂອງເພິ່ນໄດ້ບັນລຸຂັ້ນອະນຸດຕະຣະໂຍຄະຕັນຕຣະ ທີ່ເພິ່ນສາມາດປະຕິບັດເຕັກນິກໂຍຄະພິເສດດ້ວຍຄູ່ນອນເພື່ອບັນລຸເຖິງລະດັບຈິດໃຈທີ່ເລິກເຊິ່ງທີ່ສຸດ. ຈຸດລ້ຳເລິກໃນຂັ້ນທີ່ສົມບູນນີ້ຮຽກຮ້ອງໃຫ້ມີຄວາມຊໍານານຢ່າງເຕັມປ່ຽມຂອງລະບົບພະລັງທີ່ລະອຽດອ່ອນ, ກັບການຄວບຄຸມຢ່າງສົມບູນທັງວັດຖຸພາຍໃນ ແລະ ພາຍນອກ ແລະ ພະລັງ. ຄໍາປະຕິຍານຂອງເພິ່ນກ່ຽວກັບການພົມມະຈັນໂດຍປົກກະຕິຈະຫ້າມເພິ່ນຈາກການປະຕິບັດດັ່ງກ່າວ. ເມື່ອສົມເດັດພຣະດາໄລລາມະທີ 13 ໄດ້ຂໍພິສູດເຖິງການບັນລຸຂອງເພິ່ນ, ພຣະເຊີກົງດໍເຈຊັງໄດ້ຜູກເຂົາໂຕຢັກໃຫ້ເປັນຂອດແລ້ວມອບໃຫ້. ເມື່ອເຊື່ອໝັ້ນແລ້ວ, ອົງພຣະດາໄລລາມະທີ 13 ໄດ້ອະນຸຍາດໃຫ້ພຣະເຊີກົງດໍເຈຊັງສືບຕໍ່ດູແລວັດຂອງເພິ່ນໃນຂະນະທີ່ປະຕິບັດຢູ່ໃນລະດັບນີ້. ພຣະຣິນໂປເຊໄດ້ກ່າວຕາມຄວາມເປັນຈິງວ່າພວກເພິ່ນໄດ້ເກັບເຂົານີ້ໄວ້ຢູ່ໃນເຮືອນຂອງເພິ່ນຕັ້ງແຕ່ຕອນຍັງນ້ອຍພຸ້ນ.

ພຣະເຊີກົງດໍເຈຊັງໄດ້ຮັບການນັບຖືຢ່າງກວ້າງຂວາງວ່າເປັນນັກແປມາປາ (Marpa) ແຫ່ງສັດຕະວັດທີ 11 ກັບຊາດມາເກີດ. ແລ້ວ, ພຣະເຊີກົງຣິນໂປເຊເອງກໍໄດ້ເກີດມາເພື່ອສືບເຊື້ອສາຍຂອງພໍ່ຂອງເພິ່ນ ແລະ ຖືກນັບຖືວ່າເປັນລູກຊາຍຜູ້ມີຊື່ສຽງຂອງມາປາ ທາມະ-ໂທເທິ (Darma-dode) ກັບຊາດມາເກີດ. ແຕ່ເຖິງແນວນັ້ນ, ພຣະຣິນໂປເຊກໍບໍ່ເຄີຍກ່າວເຖິງເລື່ອງນີ້ກັບຜູ້ຂ້າ, ແລະ ບໍ່ເຄີຍປຽບທຽບຕົນເອງກັບພໍ່. ຢ່າງໃດກໍຕາມ, ເຖິງວ່າພຣະຣິນໂປເຊຈະງຽບຢູ່, ແຕ່ມັນກໍເຫັນໄດ້ແຈ້ງຕໍ່ຜູ້ທີ່ໃກ້ຊິດກັບເພິ່ນວ່າເພິ່ນສາມາດຄວບຄຸມພະລັງລົມທີ່ລະອຽດອ່ອນຂອງເພິ່ນໄດ້ ແລະ ມີພະລັງວິເສດ. ວິທີທີ່ພຣະຣິນໂປເຊສາມາດນອນຫຼັບຍາມໃດກໍໄດ້ເປັນຕົວຊີ້ໃຫ້ເຫັນເຖິງຈຸດນີ້ເປັນຢ່າງດີ. ຄັ້ງໜຶ່ງພຣະຣິນໂປເຊໄດ້ກວດໄຟຟ້າຫົວໃຈເຊິ່ງເປັນສ່ວນໜຶ່ງຂອງການກວດສຸຂະພາບທີ່ເມືອງແມດິສັນ, ຣັດວິສຄອນຊິນ. ຕອນທີ່ພຣະຣິນໂປເຊນອນລົງຮັບການກວດນັ້ນ ເພິ່ນຍັງກະຕືລືລົ້ນ ແລະ ຕື່ນຕົວຢູ່. ແຕ່, ເມື່ອໝໍບອກໃຫ້ພຣະຣິນໂປເຊຜ່ອນຄາຍ, ພາຍໃນບໍ່ເທົ່າໃດວິນາທີເພິ່ນກໍໂກນແລ້ວ.

ຄວາມສາມາດທາງປະສາດສຳພັດວິເສດຂອງພຣະຣິນໂປເຊເອງ

ຄວາມສາມາດທາງປະສາດສຳພັດວິເສດຂອງພຣະຣິນໂປເຊໃນການຮູ້ອະນາຄົດສາມາດເຫັນໄດ້ຈາກຫຼາຍຕົວຢ່າງ. ພຣະຣິນໂປເຊບໍ່ພຽງແຕ່ເປັນອາຈານອົງໜຶ່ງຂອງທ່ານສົມເດັດເທົ່ານັ້ນ, ແຕ່ຍັງໄດ້ສັ່ງສອນສະມາຊິກຫຼາຍຄົນໃນຄອບຄົວຂອງທ່ານສົມເດັດນຳອີກ, ລວມທັງແມ່ຂອງພຣະອົງນຳ. ປົກກະຕິແລ້ວ ພຣະຣິນໂປເຊຈະບໍ່ໄປຢາມພຣະແມ່ຖ້າເພິ່ນບໍ່ໄດ້ນັດໝາຍຢ່າງເປັນທາງການ, ຕາມຫຼັກການພິທີການ. ແຕ່, ກ່ອນທີ່ພຣະແມ່ຈະສິ້ນຊີວິດໄປ, ພຣະຣິນໂປເຊ, ໂດຍຮູ້ສຶກໄດ້ເຖິງສະພາບຂອງພຣະນາງ, ໄດ້ເພີກເສີຍຕໍ່ພິທີການ ແລະ ໄດ້ໄປຢາມພຣະນາງເປັນຄັ້ງສຸດທ້າຍໂດຍບໍ່ຄາດຄິດ.

ຄັ້ງໜຶ່ງ ພຣະຣິນໂປເຊໄດ້ໄປສອນຢູ່ສະຖາບັນວັດຊະຣະໂຍຄີນີ (Vajrayogini Institute) ໃນເມືອງລາວອຣ໌ (Lavaur), ປະເທດຝຣັ່ງ, ແລະ ມີເວລາພັກສາມ-ສີ່ວັນກ່ອນທີ່ຈະອອກໄປປາຣີ. ຜູ້ຂ້າປາຖະຫນາທີ່ຈະເດີນທາງໄປກ່ອນເພື່ອໄປຢາມເພື່ອນ ແລະ ມີຄົນສະເໜີໃຫ້ຜູ້ຂ້າອາໄສລົດໄປນຳ. ໃນເວລາທີ່ຜູ້ຂ້າຂໍອະນຸຍາດໄປປາຣີກ່ອນໃນວັນອາທິດ, ພຣະຣິນໂປເຊຕອບວ່າ: "ດີໆ, ເຈົ້າໄປປາຣີໃນວັນຈັນເດີ້." ເມື່ອຜູ້ຂ້າຕອບວ່າ: "ບໍ່, ບໍ່, ຜູ້ຂ້າຈະໄປມື້ອື່ນ, ວັນອາທິດ," ພຣະຣິນໂປເຊເວົ້າອີກວ່າ: "ດີ, ເຈົ້າຈະໄປວັນຈັນ." ຫຼັງຈາກນັ້ນ, ຜູ້ຂ້າຖາມວ່າ: "ມີຫຍັງຜິດກັບການໄປວັນອາທິດບໍ? ຜູ້ຂ້າຄວນເລື່ອນ ແລະ ໄປວັນຈັນແທນບໍ?" ພຣະຣິນໂປເຊຫົວຂຶ້ນ ແລະ ເວົ້າວ່າ: "ບໍ່, ບໍ່, ມັນບໍ່ເປັນຫຍັງດອກ."

ແລ້ວຜູ້ຂ້າກໍອອກເດີນທາງໄປປາຣີໃນວັນອາທິດ. ພໍໄດ້ເຄິ່ງທາງ, ລົດກໍເພ. ເນື່ອງຈາກວ່າໂຮງແປງລົດໃນປະເທດຝຣັ່ງຈະປິດໃນວັນອາທິດ, ເຮົາຕ້ອງໄດ້ພັກຄ້າງຄືນຢູ່ໃນໝູ່ບ້ານນ້ອຍໆ. ເຮົາໄດ້ສ້ອມແປງລົດໃນຕອນເຊົ້າວັນຈັນ ແລະ, ດັ່ງທີ່ພຣະຣິນໂປເຊໄດ້ຄາດຄະເນໄວ້, ຜູ້ຂ້າໄດ້ໄປຮອດປາຣີໃນວັນຈັນ.

ບາງຄັ້ງ ພຣະຣິນໂປເຊສະແດງໃຫ້ເຫັນຄວາມສາມາດໃນການເບິ່ງເຫັນສິ່ງທີ່ຢູ່ໃນໄລຍະໄກ. ມື້ໜຶ່ງ ໃນທັມສາລາ, ຜູ້ອໍານວຍການສູນເຂົ້າວິເວກດຸສິດ (Tushita Retreat Center) ໄດ້ນິມົນໃຫ້ພຣະຣິນໂປເຊນໍາພາການດຳເນີນພິທີກໍາ. ໃນຂະນະທີ່ລົດຈິບຫຍັບເຂົ້າໃກ້ສູນ, ພຣະຣິນໂປເຊເວົ້າວ່າ: "ຮີບຟ້າວໄປກວດເບິ່ງໃນຫ້ອງບູຊາໄວ! ທຽນໄຂໄດ້ລົ້ມລົງ!" ເມື່ອຜູ້ອຳນວຍການແລ່ນເຂົ້າໄປໃນຫ້ອງ, ນາງກໍພົບວ່າທຽນໄຂໄດ້ລົ້ມແທ້ ແລະ ໄຟກຳລັງຈະເລີ່ມໄໝ້.

ພຣະຣິນໂປເຊບໍ່ພຽງແຕ່ຮູ້ສຶກໄດ້ກ່ຽວກັບປະເພດຂອງສາຍພົວພັນທາງກັມທີ່ເພິ່ນມີກັບຄົນອື່ນ, ແຕ່ບາງຄັ້ງຍັງສະແດງໃຫ້ເຫັນວ່າເພິ່ນຮູ້ຫຼາຍຢ່າງກ່ຽວກັບຄົນແປກໜ້າໂດຍບໍ່ຈໍາເປັນຕ້ອງບອກ. ຄັ້ງໜຶ່ງ, ຢູ່ເມືອງແມດິສັນ, ຣັດວິສຄອນຊິນ, ໝູ່ເກົ່າຂອງຜູ້ຂ້າຄົນໜຶ່ງໄດ້ມາຫາພຣະຣິນໂປເຊເປັນເທື່ອທຳອິດ. ເຖິງວ່າໝູ່ຂອງຜູ້ຂ້າຈະປະຕິບັດຕົວເປັນປົກກະຕິ, ແລະ ທັງລາວ ແລະ ຜູ້ຂ້າເອງກໍບໍ່ເຄີຍບອກພຣະຣິນໂປເຊກ່ຽວກັບນິໄສການສູບຊາຂອງລາວ, ພຣະຣິນໂປເຊກໍຍັງໄດ້ບອກໝູ່ຂອງຜູ້ຂ້າວ່າລາວຕ້ອງຢຸດການສູບຊານັ້ນ. ມັນທໍາລາຍພັດທະນາການຂອງລາວ. ໃນບັນດາຊາວຕາເວັນຕົກທັງໝົດທີ່ພຣະຣິນໂປເຊໄດ້ພົບ, ຫມູ່ຂອງຜູ້ຂ້າເປັນຄົນດຽວທີ່ເພິ່ນໄດ້ແນະນໍາກ່ຽວກັບຊາ.

ວິທີທີ່ຊຳນານໃນການຊ່ວຍໃຫ້ຄົນເຫັນ ແລະ ພະຍາຍາມແກ້ໄຂຂໍ້ບົກພ່ອງຂອງຕົນ

ເຖິງວ່າພຣະຣິນໂປເຊຈະເຫັນນິໄສ ແລະ ທ່າອ່ຽງທີ່ເປັນອັນຕະລາຍໃນຜູ້ອື່ນ, ເພິ່ນກໍຈະມີວິທີທີ່ຊໍານິຊໍານານໃນການຊີ້ໃຫ້ເຫັນເຖິງຄວາມຜິດພາດ ແລະ ຂໍ້ບົກພ່ອງຂອງເຂົາເຈົ້າສະເໝີ. ຄັ້ງໜຶ່ງ, ໃນຂະນະທີ່ພຣະຣິນໂປເຊໄປເນປານເປັນເວລາສາມ-ສີ່ເດືອນ, ຜູ້ຂ້າໄດ້ປະສົບຄວາມຫຍຸ້ງຍາກສ່ວນຕົວກັບວຽກຂອງຜູ້ຂ້າ. ເຮົາໄດ້ພົບກັນອີກຢູ່ທີ່ພຸດທະຄະຍາ ທີ່ຜູ້ຂ້າໄດ້ໄປແປບົດປາໄສຂອງທ່ານສົມເດັດກ່ຽວກັບ ການຖືພຶຕິກຳຂອງພຣະໂພທິສັດ (Engaging in Bodhisattva Behavior). ແທນທີ່ຈະເວົ້າກັບຜູ້ຂ້າຢ່າງກົງໄປກົງມາວ່າວິທີການທີ່ຜູ້ຂ້າຈັດການກັບບັນຫາຂອງຜູ້ຂ້ານັ້ນໂງ່ງ່າວທີ່ສຸດ, ພຣະຣິນໂປເຊໄດ້ຫັນໄປຫາຂໍ້ຄວາມທີ່ຜູ້ຂ້າກໍາລັງແປ. ໂດຍການເປີດຜ່ານໜ້າຕ່າງໆ, ເພິ່ນໄດ້ຊີ້ໃສ່ຫຼາຍຄໍາ ແລະ ຖາມວ່າຜູ້ຂ້າຮູ້ຄວາມໝາຍຂອງມັນບໍ່. ຄໍາເຫຼົ່ານັ້ນກ່າວເຖິງບັນຫາທີ່ຜູ້ຂ້າກໍາລັງພົບພໍ້ຢູ່. ພຣະຣິນໂປເຊໄດ້ອະທິບາຍເຖິງຄວາມໝາຍເຕັມຂອງມັນ, ແລະ ເປັນການຊີ້ໃຫ້ເຫັນເຖິງວິທີການປະຕິບັດເພື່ອແກ້ໄຂສະຖານະການນັ້ນ.

ຄັ້ງໜຶ່ງ, ແມ່ຍິງຊາວສະວິດຜູ້ສູງອາຍຸ ແລະ ຮັ່ງມີ ໄດ້ພາພຣະຣິນໂປເຊຂຶ້ນລົດແທັກຊີໄປຫ້າງສັບພະສິນຄ້າທີ່ແພງທີ່ສຸດເມືອງຊູຣິກ. ເມື່ອພຣະຣິນໂປເຊອອກຈາກຫ້າງມາ, ເພິ່ນໄດ້ໃຫ້ຂໍ້ສັງເກດວ່າ ມັນບໍ່ມີຫຍັງທີ່ຄົນຜູ້ໃດຈະຕ້ອງການແທ້ໆ ເລີຍ. ຈາກນັ້ນ ເພິ່ນໄດ້ຖາມຍິງຄົນນັ້ນວ່າພວກເພິ່ນສາມາດຂຶ້ນລົດໄຟກັບໄປເຮືອນຂອງນາງໄດ້ບໍ່. ມັນຈະເປັນການມ່ວນດີທີ່ຈະໄດ້ເຫັນວ່າຄົນທົ່ວໄປເດີນທາງແນວໃດ. ດ້ວຍຄວາມອາຍ, ນາງຕ້ອງໄດ້ຍອມຮັບວ່ານາງບໍ່ເຄີຍຂີ່ລົດໄຟເລີຍຕະຫຼອດຊີວິດຂອງນາງ ແລະ ບໍ່ຮູ້ວ່າຈະຂຶ້ນແນວໃດ ຫຼື ຈະໄປລົງບ່ອນໃດ. ດ້ວຍວິທີນີ້, ພຣະຣິນໂປເຊໄດ້ຄ່ອຍໆ ສະແດງໃຫ້ນາງເຫັນໄລຍະຫ່າງທີ່ນາງມີຈາກຊີວິດທໍາມະດາທົ່ວໄປ.

ອີກຄັ້ງໜຶ່ງ, ພຣະຣິນໂປເຊໄດ້ຖືກນິມົນໃຫ້ໄປພັກຢູ່ເຮືອນໃຫຍ່ຫຼັງໜຶ່ງທີ່ງົດງາມໃກ້ເມືອງຊູຣິກ ເຊິ່ງຍິງໃນເຮືອນນັ້ນຮູ້ສຶກບໍ່ສະບາຍໃຈໃນຄວາມຫຼູຫຼານັ້ນ. ນາງມັກທີ່ຈະດຳລົງຊີວິດແບບຮຽບງ່າຍ ແລະ ຕິດດິນຫຼາຍກວ່າ. ນາງໄດ້ກະກຽມຫ້ອງສະໝຸດທີ່ເຮັດດ້ວຍໄມ້ໂອກໃຫ້ພຣະຣິນໂປເຊນອນ, ເພາະ ມັນເປັນຫ້ອງທີ່ສະຫງ່າງາມທີ່ສຸດໃນເຮືອນ. ພຣະຣິນໂປເຊແນມເບິ່ງຫ້ອງແລ້ວກໍຂໍນອນຢູ່ລະບຽງຂ້າງໃນຮັບແດດແທນ. ເພິ່ນໄດ້ບອກນາງວ່າເພິ່ນມັກການນອນໃນຜ້າເຕັ໊ນຫຼາຍປານໃດ. ຫ້ອງຮັບແດດຂອງນາງເຮັດໃຫ້ເພິ່ນຄິດຮອດເຕັ໊ນຍ້ອນທັດສະນະທີ່ສວຍງາມຂອງສວນ ແລະ ຂອງທະເລສາບຂ້າງລຸ່ມນີ້. ດ້ວຍວິທີນີ້, ເພິ່ນໄດ້ຊ່ວຍນາງໃຫ້ຊື່ນຊົມ ແລະ ເພີດເພີນກັບຄວາມສຸກງ່າຍດາຍທີ່ເຮືອນໃຫຍ່ຂອງນາງມີໃຫ້.

ຄວາມຄ່ອງແຄ້ວໃນການຊ່ວຍຜູ້ອື່ນ

ພຣະຣິນໂປເຊໄດ້ຊ່ວຍຄົນອື່ນດ້ວຍ ວິທີໃດທີ່ຈໍາເປັນ ແລະ ເປັນໄປໄດ້. ໃນເວລາທີ່ສອນຢູ່ເມືອງໂພໄມອາ (Pomaia), ປະເທດອິຕາລີ, ພິທີການອະນຸຍາດໃຫ້ປະຕິບັດພຣະນາງຕາຣາເຫຼືອງ, ຮູບພຣະພຸດທະເຈົ້າທີ່ກ່ຽວກັບການໄດ້ຮັບຄວາມຮັ່ງມີ, ພຣະຣິນໂປເຊໄດ້ຂໍໃຫ້ຈິດຕະກອນຊາວອິຕາລີຜູ້ທຸກຍາກແຕ້ມຮູບນັ້ນສໍາລັບໃຊ້ໃນພິທີກໍາ. ການເຮັດເຊັ່ນນັ້ນຈະສ້າງການເຊື່ອມໂຍງທາງກັມທີ່ເຂັ້ມແຂງສໍາລັບຈິດຕະກອນຜູ້ນັ້ນໃຫ້ໄດ້ຮັບປະໂຫຍດຂອງຄວາມຮຸ່ງເຮືອງຈາກການປະຕິບັດສະມາທິນີ້. ອີກໂອກາດໜຶ່ງຢູ່ທີ່ສູນດຽວກັນ, ພຣະຣິນໂປເຊໄດ້ທານເງິນຈຳນວນໜ້ອຍໜຶ່ງໃຫ້ຊາຍໜຸ່ມຄົນໜຶ່ງທີ່ເຮືອນຂອງພໍ່ແມ່ຖືກໂຈນຂຶ້ນເມື່ອບໍ່ດົນມານີ້. ຂອງຂວັນອັນນີ້ຈະເປັນການເລີ່ມຕົ້ນອັນມຸງຄຸນໃຫ້ແກ່ຄອບຄົວຂອງລາວໃນການຟື້ນຟູຄວາມຮັ່ງມີຂອງເຂົາເຈົ້າ. ຕໍ່ອາລັນເທີນເນີ (Alan Turner), ສານຸສິດຊາວອັງກິດຜູ້ໃກ້ຊິດທີ່ບໍ່ມີຄວາມສົນໃຈ ຫຼື ໝັ້ນໃຈໃນຄວາມສາມາດໃນການຮຽນພາສາທິເບດເລີຍ, ພຣະຣິນໂປເຊໄດ້ໃຫ້ການຖ່າຍທອດປາກເປົ່າກ່ຽວກັບຕົວອັກສອນທິເບດເພື່ອປູກຝັງໄວ້ສໍາລັບວັນເວລາໃນອະນາຄົດ. ແລະ, ເມື່ອຜູ້ຂ້າໄດ້ມາເຖິງທາງຕັນໃນການຮຽນພາສາທິເບດຂອງຜູ້ຂ້າ ແລະ ບໍ່ໄດ້ກ້າວໜ້າອີກຕໍ່ໄປ, ພຣະຣິນໂປເຊໄດ້ເລີ່ມຜ່ານວັດຈະນານຸກົມທິເບດກັບຜູ້ຂ້າ ແລະ ໃຫ້ຜູ້ຂ້າແຕ່ງປະໂຫຍກຈາກແຕ່ລະຄໍາ.

ພຣະຣິນໂປເຊຍັງເປັນນັກການທູດຊັ້ນສູງສຸດ. ເພິ່ນເວົ້າສະເໝີວ່າໃຫ້ຮັບສິ່ງທີ່ຄົນຖວາຍໃຫ້ດ້ວຍຄວາມຈິງໃຈ, ໂດຍສະເພາະຖ້າການປະຕິເສດຂອງເຮົາຈະທຳຮ້າຍຄວາມຮູ້ສຶກຂອງລາວ ແລະ ຖ້າການຍອມຮັບຂອງເຮົາຈະບໍ່ເປັນອັນຕະລາຍ. ສະນັ້ນ, ເຖິງວ່າພຣະຣິນໂປເຊຈະບໍ່ມັກຂອງຫວານ, ເພິ່ນກໍຈະກິນເຄັກທີ່ຄົນອົບມາໃຫ້ເພິ່ນໂດຍສະເພາະຢ່າງກະຕືລືລົ້ນ. ໃນຄວາມເປັນຈິງ, ຖ້າມັນຈະຊ່ວຍສ້າງຄວາມໝັ້ນໃຈໃຫ້ຜູ້ກ່ຽວ, ພຣະຣິນໂປເຊຈະໃຫ້ງາວັງຈົດເອົາສູດນຳເພິ່ນອີກ.

ທີ່ສໍາຄັນທີ່ສຸດ, ພຣະຣິນໂປເຊມີຈິດໃຈເປີດກວ້າງ ແລະ ຄ່ອງແຄ້ວທີ່ສຸດ. ບໍ່ວ່ານິກາຍຂອງສູນກາງພຣະພຸດທະສາສະໜາທີ່ນິມົນເພິ່ນຈະແມ່ນອັນໃດ - ກາກິວ, ຍິງມາ,  ສັກຍະ, ເກລຸກ, ເຊນ, ຫຼື ເທຣະວາດ - ເພິ່ນກໍຈະສອນໃນແບບຂອງນິກາຍສະເພາະນັ້ນ. ຄວາມຢືດຢຸ່ນນີ້ໄດ້ກວມອອກນອກຂອບເຂດຂອງພຣະພຸດທະສາສະໜານຳອີກ. ຄັ້ງໜຶ່ງ, ທີ່ເມືອງມິລານ ປະເທດອີຕາລີ, ຍິງຄົນໜຶ່ງທີ່ມີພື້ນຖານສາສະໜາກາໂຕລິກຖາມວ່າ: “ຕອນນີ້ຜູ້ຂ້າໄດ້ຮັບທີ່ເພິ່ງແລ້ວ ແລະ ທັງພຣະໂພທິຈິດ ແລະ ຄຳປະຕິຍານຕັນຕຣະ, ຖ້າຜູ້ຂ້າຈະໄປໂບດຈະຜິດບໍ?” ພຣະຣິນໂປເຊຕອບວ່າ: "ບໍ່ມີຫຍັງທີ່ຜິດ. ຖ້າທ່ານສຸມໃສ່ຄໍາສອນຂອງຄວາມຮັກ ແລະ ຄວາມເຫັນໃຈຈາກສາສະໜາອື່ນ, ທ່ານກໍຈະໄປໃນທິດທາງດຽວກັນກັບທີ່ເພິ່ງ ແລະ ຄໍາປະຕິຍານຂອງທ່ານບໍ່ແມ່ນບໍ?"

Top