ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມມຸ່ງໝັ້ນຢ່າງສຸດໃຈໃນຕົວພຣະອາຈານທາງສາສະໜາ
ຄວາມມຸ່ງໝັ້ນຢ່າງສຸດໃຈໃນຕົວພຣະອາຈານທາງສາສະໜາແມ່ນໜຶ່ງການປະຕິບັດທາງພຣະພຸດທະສາສະໜາທີ່ຍາກ ແລະ ລະອຽດອ່ອນທີ່ສຸດ. ຈໍາເປັນຕ້ອງມີການເອົາໃຈໃສ່ລະອຽດເພື່ອສ້າງຄວາມມຸ່ງໝັ້ນໃຈນັ້ນ ແລະ ຮັກສາໄວ້ໄດ້ຢ່າງຖືກຕ້ອງ. ເມື່ອຕັ້ງຢູ່ບົນພື້ນຖານທີ່ໝັ້ນຄົງແລ້ວ, ຈະບໍ່ມີຫຍັງສາມາດທໍາລາຍມັນໄດ້. ພຣະເຊີກົງຣິນໂປເຊໄດ້ເອົາໃຈໃສ່ຢ່າງຍິ່ງເພື່ອຮັບປະກັນວ່າຈະມີຄວາມມຸ່ງໝັ້ນໃຈນີ້ລະຫວ່າງເພິ່ນ ແລະ ຜູ້ຂ້າເອງ. ຄ່ຳມື້ໜຶ່ງ, ໃນຕອນທ້າຍຂອງບຸນມອນລຳ (Monlam) ທີ່ຍິ່ງໃຫຍ່ທີ່ມຸນດ໌ກອດ (Mungod), ພຣະຣິນໂປເຊໄດ້ບອກຜູ້ຂ້າເລື່ອງທີ່ຊັບຊ້ອນກ່ຽວກັບການເງິນຂອງຊັບສິນຂອງເພິ່ນຢູ່ທີ່ນັ້ນ. ເຖິງວ່າຜູ້ເຂົ້າຮ່ວມຄົນອື່ນຈະຮູ້ສຶກວ່າມັນບໍ່ຈໍາເປັນ, ແຕ່ພຣະຣິນໂປເຊໄດ້ເວົ້າວ່າມັນສໍາຄັນທີ່ຜູ້ຂ້າຕ້ອງຮູ້. ເຖິງວ່າຕໍ່ມາຜູ້ຂ້າຈະໄດ້ຍິນຂ່າວລືທີ່ບໍ່ຖືກບໍ່ຕ້ອງກ່ຽວກັບບັນຫານີ້ຈາກຜູ້ທີ່ອິດສາ, ເພິ່ນຢາກໃຫ້ແນ່ໃຈວ່າຜູ້ຂ້າຈະບໍ່ມີຄວາມສົງໄສກ່ຽວກັບຄວາມຊື່ສັດຂອງເພິ່ນ ຫຼື ກ່ຽວກັບຄວາມມຸ່ງໝັ້ນຢ່າງສຸດໃຈຂອງຜູ້ຂ້າ.
ຄວາມມຸ່ງໝັ້ນຢ່າງສຸດໃຈໃນຕົວພຣະອາຈານທາງສາສະໜານັ້ນຮຽກຮ້ອງໃຫ້ມີການກວດສອບເຊິ່ງກັນ ແລະ ກັນຢ່າງລະອຽດ ແລະ ຍາວນານລະຫວ່າງຜູ້ທີ່ຈະເປັນສານຸສິດ ແລະ ພຣະອາຈານ. ເຖິງວ່າ, ຫຼັງຈາກການກວດສອບຢ່າງລະມັດລະວັງແລ້ວ, ສານຸສິດຈະຕ້ອງເຫັນພຣະລາມະຂອງຕົນດັ່ງພຣະພຸດທະເຈົ້າອົງໜຶ່ງ, ນີ້ບໍ່ໄດ້ຫມາຍຄວາມວ່າພຣະອາຈານທາງສາສະໜາຈະບໍ່ມີຄວາມຜິດພາດ. ສານຸສິດຕ້ອງກວດກາເບິ່ງສິ່ງທີ່ພຣະອາຈານເວົ້າສະເໝີ ແລະ ຖ້າຈໍາເປັນ, ແມ່ນໃຫ້ຄໍາແນະນໍາເພີ່ມຕື່ມ, ດ້ວຍຄວາມສຸພາບ. ດ້ວຍຄວາມຕື່ນຕົວຢູ່ສະເໝີ, ເຂົາເຈົ້າຕ້ອງແກ້ໄຂດ້ວຍຄວາມເຄົາຣົບ ທຸກອັນທີ່ແປກໆ ທີ່ພຣະລາມະຂອງຕົນເວົ້າ ຫຼື ເຮັດ.
ຄັ້ງໜຶ່ງ, ພຣະຣິນໂປເຊໄດ້ຫາໂອກາດຊີ້ໃຫ້ເຫັນເຖິງຈຸດນີ້ຕໍ່ພຣະສົງຕາເວັນຕົກຢູ່ທີ່ວັດນາລັນດາໃນປະເທດຝຣັ່ງ. ໃນລະຫວ່າງການເທດ, ເພິ່ນຕັ້ງອະທິບາຍບາງຢ່າງທີ່ບໍ່ຖືກຕ້ອງທັງຫມົດ. ເຖິງວ່າສິ່ງທີ່ເພິ່ນໄດ້ເວົ້າໄປນັ້ນຈະເປັນເລື່ອງທີ່ໂງ່ແຮງ, ແຕ່ພຣະສົງທັງໝົດກໍໄດ້ຈົດເອົາຖ້ອຍຄຳຂອງເພິ່ນໄວ້ໃນປຶ້ມບັນທຶກດ້ວຍຄວາມເຄົາລົບທັງໝົດ. ໃນບັ້ນຕໍ່ມາ, ພຣະຣິນໂປເຊກໍໄດ້ຕໍາໜິພຣະສົງເຫຼົ່ານັ້ນ, ໂດຍກ່າວວ່າຊົ່ວໂມງທີ່ຜ່ານມາເພິ່ນໄດ້ອະທິບາຍບາງຢ່າງໃນລັກສະນະເຍາະເຍີ້ຍ, ບໍ່ຖືກຕ້ອງ. ເປັນຫຍັງບໍ່ມີໃຜຖາມເພິ່ນຄືນ? ເພິ່ນໄດ້ບອກພວກທ່ານວ່າ, ເຊັ່ນດຽວກັບທີ່ພຣະພຸດທະເຈົ້າເອງໄດ້ແນະນໍາໄວ້, ບໍ່ຄວນຮັບໃນສິ່ງທີ່ພຣະອາຈານເວົ້າແບບຫຼັບຫູຫຼັບຕາ ແລະ ບໍ່ວິພາກວິຈານ. ແມ່ນແຕ່ພຣະອາຈານຜູ້ຍິ່ງໃຫຍ່ກໍຍັງມີການເວົ້າຜິດພາດ; ນັກແປກໍມັກຈະແປຜິດ; ແລະ ສານຸສິດກໍມັກຈົດແບບບໍ່ຊັດເຈນ ແລະ ສັບສົນ. ຖ້າມີຫຍັງທີ່ເບິ່ງຄືວ່າແປກ, ຕ້ອງຖາມ ແລະ ກວດເບິ່ງທຸກຈຸດຕໍ່ກັບພຣະຕຳຣາສຳຄັນນັ້ນ.
ການວິເຄາະ ແລະ ການຕັ້ງຄຳຖາມຕໍ່ພຣະຕຳຣາເຖິງຈະແມ່ນບົດທີ່ພຣະອາຈານຜູ້ຍິ່ງໃຫຍ່ຂຽນໄວ້ກໍຕາມ
ໂດຍສ່ວນຕົວ, ພຣະຣິນໂປເຊຕັ້ງຄໍາຖາມຮອດກ່ຽວກັບບົດວິຈານມາດຕະຖານຂອງພຣະພຸດທະສາສະໜາ. ໃນການເຮັດແນວນັ້ນ, ແມ່ນເພິ່ນໄດ້ປະຕິບັດຕາມແບບຢ່າງຂອງພຣະສອງຂະປະ. ນັກປະຕິຮູບແຫ່ງສັດຕະວັດທີສິບສີ່ນີ້ ໄດ້ສັງເກດເຫັນວ່າພຣະຕຳຣາທີ່ໜ້າເຄົາຣົບຫຼາຍອັນທັງໂດຍພຣະອາຈານອິນເດຍ ແລະ ທິເບດນັ້ນຂັດກັນ ຫຼື ມີຂໍ້ຢືນຢັນທີ່ບໍ່ມີເຫດຜົນ. ພຣະສອງຂະປະໄດ້ເປີດເຜີຍ ແລະ ກວດກາຈຸດເຫຼົ່ານີ້, ບໍ່ວ່າຈະເປັນການປະຕິເສດຈຸດຢືນທີ່ບໍ່ສາມາດສູ້ກັບເຫດຜົນໄດ້ ຫຼື ການຕີຄວາມໝາຍອັນໃໝ່ຢ່າງເລິກເຊິ່ງຂອງຂໍ້ພຣະຕຳຣາທີ່ເຄີຍເຂົ້າໃຈຜິດໃນເມື່ອກ່ອນ. ມີແຕ່ຜູ້ທີ່ມີຄວາມຮູ້ໃນພຣະຕຳຣາຢ່າງກວ້າງຂວາງ ແລະ ມີປະສົບການສະມາທິອັນເລິກເຊິ່ງເທົ່ານັ້ນຈິ່ງຈະມີຄຸນສົມບັດພໍທີ່ຈະສ້າງພື້ນຖານໃໝ່ຄືແນວນັ້ນໄດ້. ພຣະເຊີກົງຣິນໂປເຊແມ່ນໜຶ່ງໃນນັ້ນ.
ຕົວຢ່າງ, ກ່ອນທີ່ເພິ່ນຈະມໍຣະນະພາບ, ພຣະຣິນໂປເຊໄດ້ເອີ້ນຫາຜູ້ຂ້າ ແລະ ຊີ້ໃຫ້ເຫັນບົດຄວາມຈາກພຣະຕຳຣາປັດຊະຍາທີ່ຊັບຊ້ອນທີ່ສຸດຂອງພຣະສອງຂະປະ, ຄື: ໃຈຄວາມຂອງຄໍາອະທິບາຍທີ່ດີເລີດຂອງຄວາມໝາຍທີ່ສາມາດແປໄດ້ ແລະ ທີ່ແນ່ນອນ (The Essence of Excellent Explanation of Interpretable and Definitive Meanings ຫຼື Drang-nges legs-bshad snying-po). ພຣະຣິນໂປເຊໄດ້ເທດຕຳຣາຫຼາຍຮ້ອຍໜ້ານີ້ຈາກຄວາມຈໍາຂອງເພິ່ນທຸກວັນເພື່ອເປັນສ່ວນໜຶ່ງຂອງການປະຕິບັດປະຈໍາວັນຂອງເພິ່ນ. ເນື້ອໃນບົດຄວາມນີ້ກ່ຽວຂ້ອງກັບຂັ້ນຕອນສໍາລັບການກໍາຈັດຄວາມສັບສົນອອກຈາກຈິດໃຈ ແລະ, ໂດຍສະເພາະ, ບັນຫາຂອງ "ແກ່ນ" ຂອງຄວາມສັບສົນ. ບົດວິຈານມາດຕະຖານໄດ້ຕີຄວາມຫມາຍຂອງແກ່ນເຫຼົ່ານີ້ເປັນປະກົດການທີ່ມີການປ່ຽນແປງທີ່ບໍ່ແມ່ນສິ່ງຢ່າງທາງຮ່າງກາຍ ຫຼື ວິທີການທີ່ຈະຮູ້ບາງຢ່າງ. ເພື່ອສື່ເຖິງຈຸດນີ້, ຜູ້ຂ້າໄດ້ແປຄໍານີ້ເປັນ "ແນວໂນ້ມ" ແທນທີ່ຈະເປັນ "ແກ່ນ." ໂດຍການອ້າງຕັກກະສາດ, ປະສົບການ, ແລະ ເນື້ອໃນບົດຄວາມອື່ນໆ ຈາກພຣະຕຳຣານັ້ນ, ພຣະຣິນໂປເຊໄດ້ອະທິບາຍວ່າເມັດເຂົ້າຍັງເປັນເຂົ້າ. ສະນັ້ນ, ແກ່ນຂອງຄວາມສັບສົນກໍແມ່ນ "ຮ່ອງຮອຍ" ຂອງຄວາມສັບສົນ. ການປະຕິວັດການຕີຄວາມໝາຍອັນນີ້ມີຜົນສະທ້ອນອັນເລິກເຊິ່ງຕໍ່ກັບວິທີເຂົ້າໃຈ ແລະ ເຮັດວຽກກັບຈິດໃຕ້ສຳນຶກ.
ຮູບແບບຊີວິດທີ່ງ່າຍດາຍຂອງພຣະຣິນໂປເຊ
ເຖິງວ່າພຣະຣິນໂປເຊ ຈະມີຄວາມສະຫຼາດທາງດ້ານນະວັດຕະກໍາ, ເພິ່ນກໍເນັ້ນໜັກເຖິງຄວາມຖ່ອມຕົນ ແລະ ບໍ່ອວດອ້າງໃນທຸກເວລາ ແລະ ທຸກວິທີທາງ. ສະນັ້ນ, ເຖິງວ່າເພິ່ນຈະເປັນພຣະລາມະຊັ້ນສູງທີ່ສຸດໃນວັດຂອງເພິ່ນໃນມຸນດ໌ກອດ, ພຣະຣິນໂປເຊບໍ່ໄດ້ກໍ່ສ້າງເຮືອນໃຫຍ່ໂອ້ອວດ, ມີພຽງແຕ່ຕູບທີ່ງ່າຍດາຍ. ເຮືອນຂອງເພິ່ນໃນທັມສາລາກໍທຳມະດາທີ່ສຸດ, ມີພຽງແຕ່ສາມຫ້ອງສໍາລັບສີ່ຄົນ, ກັບແຂກທີ່ມາຢາມເລື້ອຍໆ, ກັບໝາສອງໂຕ, ແລະ ແມວໂຕໜຶ່ງ.
ເຊັ່ນດຽວກັບທີ່ພຣະຣິນໂປເຊຫຼີກລ່ຽງການສະແດງຄວາມຍິ່ງໃຫຍ່ຂອງເພິ່ນ, ເພິ່ນຍັງໄດ້ພະຍາຍາມຫ້າມສານຸສິດຍົກຍໍເພິ່ນ. ການປະຕິບັດສະມາທິຫຼາຍອັນ, ຕົວຢ່າງ, ເນັ້ນໃສ່ຄວາມສໍາພັນກັບພຣະອາຈານທາງສາສະໜາ, ເຊັ່ນ: ການບຳເພັນການນຶກພາບລະອຽດທີ່ເອີ້ນວ່າຄຸຣຸໂຍຄະ (Guru yoga) ແລະ ການຈົ່ມມົນທີ່ມີພຣະນາມສັນສະກຣິດຂອງພຣະລາມະອົງນັ້ນ. ໃນການປະຕິບັດຄຸຣຸໂຍຄະ, ພຣະຣິນໂປເຊມັກຈະບອກສານຸສິດຂອງເພິ່ນໃຫ້ນຶກພາບສົມເດັດພຣະດາໄລລາມະ. ເມື່ອຖາມຫາມົນພຣະນາມຂອງເພິ່ນ, ພຣະຣິນໂປເຊມັກຈະບອກພຣະນາມຂອງພໍ່ຂອງເພິ່ນແທນ. ພໍ່ຂອງພຣະຣິນໂປເຊ, ເຊີກົງດໍເຈ-ຊັງ, ແມ່ນໜຶ່ງໃນບັນດານັກປະຕິບັດ ແລະ ອາຈານທີ່ຍິ່ງໃຫຍ່ທີ່ສຸດໃນຕົ້ນສັດຕະວັດທີ 20. ເພິ່ນເປັນຜູ້ຖືເຊື້ອສາຍກາລະຈັກໃນສະໄໝຂອງເພິ່ນ, ເຊິ່ງໝາຍຄວາມວ່າເພິ່ນເປັນອາຈານທີ່ຖືກຍອມຮັບທີ່ຮັບຜິດຊອບການຖ່າຍທອດຄວາມຮູ້ ແລະ ປະສົບການທາງສະມາທິໄປສູ່ຮຸ້ນຕໍ່ໄປ.
ການປະຕິບັດຕາມແບບຢ່າງຂອງມະຫາຕະມາຄານທີໃນການຫຼີກລ່ຽງຄວາມຟູມເຟືອຍທັງປວງ
ຄວາມຖ່ອມຕົນຂອງພຣະຣິນໂປເຊສະແດງອອກໃນຫຼາຍວິທີ. ຕົວຢ່າງ, ໃນເວລາທີ່ພຣະຣິນໂປເຊເດີນທາງ, ເພິ່ນຈະປະຕິບັດຕາມແບບຢ່າງຂອງມະຫາຕະມາຄານທີ. ເພິ່ນຢືນຢັນທີ່ຈະຂີ່ຊັ້ນສາມໃນລົດໄຟອິນເດຍ, ນອກຈາກວ່າຈະມີຄວາມຈໍາເປັນສະເພາະທີ່ຈະຕ້ອງຂີ່ຊັ້ນອື່ນ. ເພິ່ນເປັນແນວນີ້ເຖິງແມ່ນວ່າມັນຈະໝາຍເຖິງການນອນຢູ່ຂ້າງຫ້ອງນ້ຳທີ່ມີກິ່ນເໝັນ, ເຊິ່ງເປັນແນວນັ້ນເມື່ອເວລາພວກເຮົາອອກຈາກທັມສາລາໄປເມືອງເດລີໃນການເດີນທາງຮ່ວມກັນໄປຕາເວັນຕົກຄັ້ງທໍາອິດຂອງພວກເຮົາ. ພຣະຣິນໂປເຊກ່າວວ່າມັນເປັນການດີເລີດທີ່ຈະເດີນທາງໃນລັກສະນະສາມັນນີ້ ເພາະມັນຊ່ວຍສ້າງຄວາມເຫັນໃຈ. ທັງສາມຊັ້ນເດີນທາງຮອດຈຸດໝາຍໃນເວລາດຽວກັນ, ເປັນຫຍັງຕ້ອງເສຍເງິນເພີ່ມ? ພຣະຣິນໂປເຊບໍ່ມັກໃຫ້ຄົນທີ່ເສຍເງິນໄປກັບເພິ່ນແທ້ໆ, ບໍ່ວ່າຈະເປັນການຈ່າຍຄ່າປີ້ ລົດໄຟຊັ້ນໜຶ່ງ ຫຼື ໂດຍການພາເພິ່ນໄປຮ້ານອາຫານລາຄາແພງ.
ຄັ້ງໜຶ່ງ, ເມື່ອພຣະຣິນໂປເຊກັບຄືນໄປທັມສາລາຈາກສະປິຕິ, ສານຸສິດຫຼາຍຄົນ ແລະ ຜູ້ຂ້າໄດ້ຖ້າຮັບເພິ່ນຢູ່ຕະຫຼາດອິນເດຍ. ຫຼັງຈາກເບິ່ງລົດ ແລະ ລົດເມຫຼາຍຄັນຜ່ານໄປໂດຍບໍ່ມີພຣະຣິນໂປເຊຢູ່ນຳ, ໃນທີ່ສຸດລົດບັນທຸກເກົ່າທີ່ເປື້ອນເປິກໍໄດ້ເຂົ້າມາຈອດໃນຕະຫຼາດ. ພຣະເຊີກົງຣິນໂປເຊນັ່ງຢູ່ໃນຕູ້ລົດທີ່ແອອັດຂອງລົດບັນທຸກນັ້ນ, ໂດຍມີລູກປັດຄໍາພາວະນາຂອງເພິ່ນຢູ່ໃນມື. ເພິ່ນ ແລະ ຜູອຸປະຖາກຂອງເພິ່ນໄດ້ຂີ່ລົດອອກຈາກສະປິຕິເປັນເວລາສາມວັນ, ໂດຍບໍ່ສົນໃຈກັບບໍ່ຄວາມສະດວກສະບາຍ ຫຼື ຮູບລັກຫຍັງເລີຍ.
ເມື່ອເວລາພຣະຣິນໂປເຊເດີນທາງກັບໄປທີ່ທັມສາລາກັບຜູອຸປະຖາກຂອງເພິ່ນ ແລະ ຜູ້ຂ້າ ຈາກງານບຸນມົນລຳ (Monlam) ທີ່ຍິ່ງໃຫຍ່ໃນມຸນດ໌ກອດ, ພວກເຮົາຕ້ອງໄດ້ລໍຖ້າລົດໄຟໃນປູເນໝົດມື້. ເພິ່ນພັກຢູ່ຢ່າງເປັນສຸກໃນຫ້ອງໂຮງແຮມຊັ້ນຕ່ຳທີ່ມີສຽງດັງ ແລະ ຮ້ອນແຮງ ທີ່ຜູ້ຂາຍເສື້ອກັນໜາວຊາວທິເບດຄົນໜຶ່ງໄດ້ສະເໜີໃຫ້ພວກເຮົາໃຊ້. ໃນຄວາມເປັນຈິງ, ພຣະຣິນໂປເຊມັກຈະແນະນໍາໃຫ້ພວກເຮົາຂີ່ລົດເມກາງຄືນໃນເວລາເດີນທາງໃນປະເທດອິນເດຍ, ເພາະມີລາຄາຖືກ ແລະ ງ່າຍກວ່າ. ເພິ່ນບໍ່ເຄີຍຂັດຂ້ອງທີ່ຈະລໍຖ້າຢູ່ໃນສະຖານີລົດເມທີ່ແອອັດ. ເພິ່ນບອກພວກເຮົາວ່າ ເພິ່ນມີການປະຕິບັດສະມາທິຫຼາຍອັນທີ່ໃຊ້ເວລາຂອງເພິ່ນ. ສຽງດັງ, ຄວາມວຸ່ນວາຍ, ແລະ ສິ່ງສົກກະປົກອ້ອມຕົວເພິ່ນ ບໍ່ເຄີຍລົບກວນການຈົດຈໍ່ຂອງເພິ່ນ.
ພຣະຣິນໂປເຊບໍ່ເຄີຍພັກຢູ່ບ່ອນດຽວດົນ, ແຕ່ຈະຍ້າຍໄປເລື້ອຍໆ. ເພິ່ນເວົ້າວ່າມັນຊ່ວຍເອົາຊະນະການຍຶດຕິດ. ດັ່ງນັ້ນ, ເວລາເດີນທາງ, ພວກເຮົາບໍ່ເຄີຍພັກຫຼາຍກວ່າສອງ-ສາມມື້ຢູ່ເຮືອນບ່ອນດຽວ, ເພາະຢ້ານວ່າພວກເຮົາຈະຢູ່ດົນເກີນງາມ ແລະ ກາຍເປັນພາລະຂອງເຈົ້າພາບຂອງເຮົາ. ເມື່ອໃດທີ່ພວກເຮົາໄດ້ພັກຢູ່ສູນພຣະພຸດທະສາສະໜາທີ່ມີພຣະອາຈານອາວຸໂສຊາວທິເບດຢູ່ນຳ, ພຣະຣິນໂປເຊຈະປະຕິບັດຕໍ່ພຣະສົງອົງນັ້ນຄືກັບເພື່ອນທີ່ດີທີ່ສຸດຂອງເພິ່ນ. ເພິ່ນບໍ່ເຄີຍຈຳກັດຄວາມສຳພັນທີ່ຈິງໃຈຂອງເພິ່ນຕໍ່ຄົນພິເສດແຕ່ຜູ້ດຽວ.
ການປະຕິບັດຢ່າງຕໍ່ເນື່ອງ, ບໍ່ໂອອວດ, ການໂອນເອນຕາມສະຖານະການ
ບໍ່ວ່າພຣະຣິນໂປເຊຈະໄປໃສ, ເພິ່ນຈະດຳເນີນການປະຕິບັດທີ່ເຂັ້ມງວດຕະຫຼອດວັນ ແລະ ໃນຕອນກາງຄືນກໍເກືອບຈະບໍ່ນອນເລີຍ. ເພິ່ນຈະຈົ່ມມົນຕ່າງໆ ສໍາລັບການນຶກພາບຕັນຕຣະ (ສາທະນາ) ບໍ່ພຽງແຕ່ໃນລະຫວ່າງຊ່ວງພັກຈາກການນັດຫມາຍ, ແຕ່ລວມເຖິງໃນລະຫວ່າງການຢຸດຖ້າການແປຂອງຜູ້ຂ້າເວລາເພິ່ນມີແຂກຕ່າງປະເທດນຳ. ເພິ່ນປະຕິບັດສະມາທິແບບສາທະນາຂອງເພິ່ນໃນລົດ, ເທິງລົດໄຟ, ເທິງຍົນ - ສະຖານະພາບພາຍນອກບໍ່ເຄີຍສໍາຄັນ. ເພິ່ນໄດ້ເນັ້ນໜັກວ່າການປະຕິບັດປະຈໍາວັນທີ່ເຂັ້ມແຂງຈະໃຫ້ຄວາມຮູ້ສຶກວ່າຊີວິດຂອງເຮົາມີຄວາມຕໍ່ເນື່ອງບໍ່ວ່າເຮົາໄປບ່ອນໃດ ຫຼື ເຮັດຫຍັງກໍຕາມ. ເຮົາຈະມີຄວາມຢືດຢຸ່ນ, ຄວາມໝັ້ນໃຈໃນຕົນເອງ, ແລະ ຄວາມໝັ້ນຄົງຫຼາຍ.
ພຣະຣິນໂປເຊຍັງບໍ່ເຄີຍສະແດງອອກການປະຕິບັດຂອງເພິ່ນ. ເພິ່ນບອກວ່າໃຫ້ເຮັດສິ່ງຕ່າງໆ ຢ່າງງຽບໆ ແລະ ໃນເວລາສ່ວນຕົວ ເຊັ່ນການໃຫ້ພອນອາຫານກ່ອນກິນ ຫຼື ກ່າວຄຳພາວະນາກ່ອນສອນ. ການຈົ່ມບົດຍາວໆ ກ່ອນຮ່ວມພາເຂົ້າກັບຜູ້ອື່ນອາດເຮັດໃຫ້ເຂົາເຈົ້າອຶດອັດໃຈ ຫຼື ເຮັດໃຫ້ຮູ້ສຶກວ່າເຮົາພະຍາຍາມເຮັດໃຫ້ປະທັບໃຈ ຫຼື ເຮັດໃຫ້ອັບອາຍ. ນອກນັ້ນ, ເພິ່ນກໍບໍ່ເຄີຍບັງຄັບຜູ້ອື່ນຕາມການປະຕິບັດ ຫຼື ປະເພນີໃດໆ ຂອງເພິ່ນເລີຍ, ແຕ່ເພິ່ນຈະເຮັດການພາວະນາ ຫຼື ພິທີການກ່ອນ ແລະ ຫຼັງການສອນທຸກອັນທີ່ສູນທີ່ເຊື້ອເຊີນເພິ່ນໄປນັ້ນປະຕິບັດຢູ່ຕາມ ປົກກະຕິ.
ເຖິງວ່າພຣະຣິນໂປເຊຈະໄດ້ຖວາຍທານຢ່າງຫຼວງຫຼາຍຕໍ່ທ່ານສົມເດັດ ແລະ ທັງວັດທິເບດ ແລະ ຕາເວັນຕົກ, ເພິ່ນກໍບໍ່ເຄີຍໂອ້ອວດ ຫຼື ເວົ້າຫຍັງກ່ຽວກັບມັນເລີຍ. ເພິ່ນສອນວ່າບໍ່ໃຫ້ເຮັດແນວນັ້ນ. ຄັ້ງໜຶ່ງ, ມີຊາຍໄວກາງຄົນຜູ້ຖ່ອມຕົວຢູ່ເມືອງວີຢໍບາ, ປະເທດອີຕາລີ, ໄດ້ມາຫາພຣະຣິນໂປເຊ. ໃນຕອນທີ່ລາວກຳລັງອອກຈາກຫ້ອງ, ລາວວາງຊອງເງິນບໍລິຈາກອັນຫຼວງຫຼາຍໄວ້ຢ່າງງຽບໆ, ແຕ່ຢູ່ເທິງໂຕະດ້ານຂ້າງທີ່ບໍ່ເປັນຈຸດເດັ່ນ. ຫຼັງຈາກນັ້ນພຣະຣິນໂປເຊໄດ້ເວົ້າວ່າອັນນີ້ແມ່ນວິທີຖວາຍເຄື່ອງທານແກ່ພຣະລາມະ.
ແຕ່, ພຣະຣິນໂປເຊໄດ້ເນັ້ນໜັກວ່າຄວາມຖ່ອມຕົນຂອງເຮົານັ້ນຕ້ອງຈິງໃຈ, ບໍ່ແມ່ນເຮັດເອົາ. ເພິ່ນບໍ່ມັກຄົນທີ່ທຳທ່າວ່າເປັນຄົນຖ່ອມ, ແຕ່ຕົວຈິງເປັນຄົນໂອ້ອວດ ແລະ ຈອງຫອງ ຫຼື ຄິດວ່າຕົນເປັນໂຍຄີທີ່ຍິ່ງໃຫຍ່. ເພິ່ນເຄີຍເລົ່າເລື່ອງຂອງນັກປະຕິບັດທີ່ໂອ້ອວດຈາກພື້ນເພຊົນພະເນຈອນທີ່ໄດ້ໄປຫາພຣະລາມະຜູ້ຊົງຄຸນ. ໂດຍການເຮັດຄືກັບວ່າລາວບໍ່ເຄີຍເຫັນຄວາມສີວິໄລໃດໆ ມາກ່ອນ, ຊາຍຄົນນັ້ນໄດ້ຖາມວ່າເຄື່ອງມືພິທີກຳເທິງໂຕະຂອງພຣະລາມະແມ່ນຫຍັງ. ເມື່ອລາວຊີ້ໄປຫາແມວຂອງພຣະລາມະ ແລະ ຖາມວ່າສັດທີ່ມະຫັດສະຈັນນີ້ແມ່ນຫຍັງ, ພຣະລາມະກໍໄດ້ໄລ່ລາວໜີ.
ການເກັບການປະຕິບັດສ່ວນຕົວຂອງເພິ່ນໄວ້ເປັນການສ່ວນຕົວ
ພຣະຣິນໂປເຊບໍ່ມັກທີ່ສຸດເວລາຄົນໂອ້ອວດກ່ຽວກັບການປະຕິບັດຂອງລາວ. ເພິ່ນໄດ້ກ່າວວ່າຖ້າເຮົາຕັ້ງໃຈຈະເຂົ້າວິເວກທຳສະມາທິ, ຫຼື ເຖິງວ່າເຮົາເຮັດສໍາເລັດແລ້ວ, ເຮົາກໍບໍ່ຄວນປ່າວປະກາດຕໍ່ຜູ້ອື່ນ. ດີທີ່ສຸດແມ່ນຮັກສາສິ່ງດັ່ງກ່າວໄວ້ເປັນການສ່ວນຕົວ ແລະ ບໍ່ໃຫ້ໃຜອື່ນຮູ້ວ່າເຮົາກໍາລັງເຮັດຫຍັງ. ຖ້າບໍ່ດັ່ງນັ້ນ, ການທີ່ຄົນເວົ້າກ່ຽວກັບເຮົາຈະເຮັດໃຫ້ເກີດອຸປະສັກຫຼາຍຢ່າງ, ເຊັ່ນຄວາມທະນົງຕົນ ຫຼື ຄວາມອິດສາຂອງຄົນອື່ນ ແລະ ການແຂ່ງຂັນ. ບໍ່ມີໃຜຮູ້ວ່າຮູບພຣະພຸດທະເຈົ້າອົງໃດເປັນການປະຕິບັດຫຼັກແບບຕັນຕຣະຂອງພຣະສອງຄະປະ. ຈົນເວລາທີ່ສານຸສິດເກດຣັບເຈ (Kedrub Je) ໄດ້ສັງເກດເບິ່ງເພິ່ນ, ກ່ອນທີ່ເພິ່ນຈະມໍຣະນະພາບ, ໃນການຖວາຍເຄື່ອງບູຊາຫົກສິບສອງຢ່າງຈາກຖ້ວຍຖວາຍຂ້າງໃນຂອງເພິ່ນ, ລາວຈິ່ງໄດ້ສະຫຼຸບເອົາວ່າແມ່ນພຣະຈັກກະສຳວອນ (Chakrasamvara), ຮູບພຣະພຸດທະເຈົ້າທີ່ຖືຄວາມເປັນສຸກພາຍໃນ. ເຊັ່ນດຽວກັນ, ບໍ່ມີໃຜຮູ້ການປະຕິບັດສ່ວນຕົວຕົ້ນຕໍຂອງພຣະເຊີກົງຣິນໂປເຊ, ເຖິງວ່າຈະມີການຍົກຍ້ອງໃຫ້ເພິ່ນເປັນຜູ້ຊ່ຽວຊານ ແລະ ຜູ້ຊຳນານທາງກາລະຈັກ.
ພຣະຣິນໂປເຊມັກຈະເລົ່າກ່ຽວກັບພຣະເກເຊກະດຳປະ (Kadampa) ຜູ້ເຊື່ອງການປະຕິບັດຕັນຕຣະຂອງຕົນເປັນຢ່າງດີຈົນເວລາມີຄົນເຫັນວັດຊະຣະ (vajra) ແລະ ລະຄັງຂະໜາດນ້ອຍທີ່ຫຍິບຫ້ອຍໄວ້ຢູ່ແຈຜ້າຊີວອນຂອງເພິ່ນຫຼັງຈາກທີ່ເພິ່ນໄດ້ມໍຣະນະພາບໄປແລ້ວ, ຈິ່ງໄດ້ຮູ້ສິ່ງທີ່ເພິ່ນໄດ້ປະຕິບັດ. ພຣະຣິນໂປເຊດໍາລົງຊີວິດຂອງຕົນຕາມຮູບແບບນີ້. ພຣະຣິນໂປເຊມັກຈະເຂົ້ານອນເຄິ່ງຊົ່ວໂມງກ່ອນທຸກຄົນໃນເຮືອນຂອງເພິ່ນ ແລະ ລຸກຊ້າກວ່າທຸກຄົນເລັກໜ້ອຍ. ແຕ່, ຜູ້ອຸປະຖາກຂອງເພິ່ນ ແລະ ຜູ້ຂ້າ, ມັກຈະສັງເກດເຫັນແສງໄຟເປີດໃໝ່ໃນຫ້ອງຂອງເພິ່ນຫຼັງຈາກທີ່ທຸກຄົນຄວນນອນຫຼັບແລ້ວ ແລະ ດັບລົງບໍ່ດົນກ່ອນທີ່ຄົນໃນເຮືອນຈະຕື່ນ.
ຄັ້ງໜຶ່ງ, ໃນໝູ່ບ້ານແຢເກັນດໍຟ໌ (Jägendorf), ປະເທດເຢຍລະມັນ, ຜູ້ອຸປະຖາກອາວຸໂສຂອງພຣະຣິນໂປເຊ, ຈອນເຊລະ (Chondzeyla), ໄດ້ນອນຮ່ວມຫ້ອງກັບພຣະຣິນໂປເຊ. ໃນຂະນະທີ່ທໍາທ່າວ່ານອນຫຼັບ, ຈອນເຊລະໄດ້ເບິ່ງພຣະຣິນໂປເຊລຸກຂຶ້ນກາງຄືນ ແລະ ຊົງທ່າທີ່ເຄັ່ງຄັດຕ່າງໆ ຂອງການປະຕິບັດໂຍຄະຫົກຂໍ້ຂອງນາໂຣປາ. ເຖິງວ່າໃນເວລາກາງເວັນພຣະຣິນໂປເຊມັກຈະຕ້ອງການຄວາມຊ່ວຍເຫຼືອໃນການລຸກຂຶ້ນ ແລະ ໄປມາ, ໃນຄວາມເປັນຈິງ, ເພິ່ນມີແຮງ ແລະ ຄວາມຢືດຢຸ່ນພໍສຳລັບການອອກກໍາລັງໂຍຄະເຫຼົ່ານີ້.
ການເຊື່ອງຄຸນລັກສະນະທີ່ດີຂອງເພິ່ນໄວ້
ພຣະຣິນໂປເຊພະຍາຍາມເຊື່ອງຄຸນລັກສະນະທີ່ດີຂອງເພິ່ນສະເໝີ. ໃນຄວາມເປັນຈິງ, ເພິ່ນຈະບໍ່ຢາກເປີດເຜີຍຕົວຕົນຂອງເພິ່ນຕໍ່ຄົນແປກໜ້າ. ຄັ້ງໜຶ່ງ, ຄູ່ຜົວເມຍສູງອາຍຸຊາວອິນໂດເນເຊຍໄດ້ສະເໜີຮັບເຮົາຂຶ້ນລົດນຳແຕ່ປາຣີສ໌ ຫາອຳສະເຕີດຳ. ຫຼັງຈາກມາຮອດອຳສະເຕີດຳ, ຄູ່ຜົວເມຍໄດ້ເຊື້ອເຊີນພຣະຣິນໂປເຊໄປກິນເຂົ້າຢູ່ເຮືອນຂອງພວກເຂົາ. ຈົນຫຼັງຈາກນັ້ນ, ຕອນທີ່ຄົນຈາກສູນພຣະພຸດທະສາສະໜາທ້ອງຖິ່ນໄດ້ໂທລະສັບຫາຄູ່ຜົວເມຍເພື່ອເຊື້ອເຊີນພວກເຂົາໄປຮ່ວມຟັງຄໍາສອນຂອງພຣະຣິນໂປເຊ ພວກເຂົາຈິ່ງໄດ້ຮູ້ວ່າແຂກຂອງພວກເຂົາແມ່ນໃຜ. ເຂົາເຈົ້າຄິດວ່າເພິ່ນເປັນພຽງພຣະອົງເຖົ້າແກ່ທີ່ເປັນມິດທຳມະດາໆ ຄົນໜຶ່ງເທົ່ານັ້ນ.
ໃນລັກສະນະດຽວກັນ, ພຣະຣິນໂປເຊບາງຄັ້ງຈະຫຼິ້ນໝາກຮຸກກັບເດັກນ້ອຍໃນເວລາທີ່ເພິ່ນເດີນທາງໄປຕ່າງປະເທດ, ຫຼື ເພິ່ນຈະໃຫ້ງາວາງ ຜູ້ອຸປະຖາກໜຸ່ມຂອງເພິ່ນ ຫຼີ້ນ ແລະ ເພິ່ນຈະຊ່ວຍທັງສອງຝ່າຍ. ເດັກນ້ອຍນັ້ນພຽງແຕ່ຄິດວ່າເພິ່ນເປັນພໍ່ຕູ້ໃຈດີ. ຄັ້ງໜຶ່ງ, ເມື່ອພຣະຣິນໂປເຊຍ່າງໄປຕາມຖະໜົນໃນນະຄອນມິວນິກ, ປະເທດເຢຍລະມັນ, ໃນຊ່ວງເວລາຄຣິສທ໌ມາສ໌, ເດັກນ້ອຍແລ່ນນຳກົ້ນເພິ່ນ, ໂດຍຄິດວ່າໃນຜ້າສີແດງຂອງເພິ່ນນັ້ນ, ເພິ່ນເປັນຊານຕາຄລໍສ໌.
ພຣະຣິນໂປເຊເຊື່ອງແມ່ນແຕ່ຄວາມຈິງທີ່ວ່າເພິ່ນຮູ້ພາສາອັງກິດບໍ່ໜ້ອຍ. ຫຼັງຈາກພິທີຮັບເຂົ້າຂອງກາລະຈັກໃນສະປິຕິ, ເດືອນໜຶ່ງກ່ອນທີ່ພຣະຣິນໂປເຊຈະເສຍຊີວິດ, ຜູ້ຂ້າໄດ້ອອກຈາກເພິ່ນທີ່ວັດຕາໂບເພື່ອກັບຄືນໄປທັມສາລາ. ຜູ້ຂ້າໄດ້ເຊົ່າລົດເມສໍາລັບກຸ່ມຊາວຕາເວັນຕົກ ແລະ ມັນແມ່ນເວລາທີ່ຕ້ອງໄດ້ອອກເດີນທາງແລ້ວ. ແຕ່, ໜຶ່ງໃນນັ້ນ, ໃນຕອນທ້າຍໄດ້ຂຶ້ນໄປຢາມວັດກຍີ (Kyi), ທີ່ຢູ່ຫ່າງອອກໄປ 20 ໄມລ໌ໃນຮ່ອມພູ, ແລະ ບໍ່ໄດ້ກັບມາໃນເວລາທີ່ນັດໄວ້. ໃນຂະນະທີ່ຜູ້ຂ້າເດີນທາງໄປກຍີເພື່ອຊອກຫານາງ, ສານຸສິດຊາວອິຕາລີຄົນໜຶ່ງໄດ້ເຂົ້າໄປຫາພຣະຣິນໂປເຊ, ແຕ່ບໍ່ມີຜູ້ແປ. ພຣະຣິນໂປເຊ, ຜູ້ທີ່ບໍ່ເຄີຍເວົ້າພາສາອັງກິດກັບຄົນຕ່າງປະເທດມາກ່ອນ, ໄດ້ຫັນໄປຫາຊາວອິຕາລີຜູ້ນັ້ນ ແລະ ຖາມເປັນພາສາອັງກິດຢ່າງສົມບູນວ່າ: "ອາເລັກສ໌ຢູ່ໃສ?" ເມື່ອຊາຍຄົນນັ້ນຮ້ອງຂຶ້ນວ່າ, "ແຕ່ພຣະຣິນໂປເຊ, ສາທຸເວົ້າພາສາອັງກິດບໍ່ໄດ້," ພຣະຣິນໂປເຊພຽງແຕ່ຫົວອອກມາ.