ຜູ້ຂ້າໄດ້ພົບ ແລະ ເລີ່ມຮຽນຄັ້ງແຣກກັບພຣະເກເຊະງາວັງທາກເຍ (Geshe Ngawang Dhargyey) ໃນປີ 1970 ທີ່ດັລເຮົາຊີ, ປະເທດອິນເດຍ. ຜູ້ຂ້າໄດ້ມາຮອດອິນເດຍໃນປີກ່ອນ ໃນຖານະນັກວິຊາການຟູລ໌ໄບຣທ໌ (Fulbright Fellowship) ເພື່ອເຮັດການຄົ້ນຄວ້າສໍາລັບວິທະຍານິພົນປະລິນຍາເອກຂອງຜູ້ຂ້າ. ຜູ້ຂ້າໄດ້ຕິດຕໍ່ກັບພຣະເກເຊະວັງຍັລ (Geshe Wangyal) ໃນລັດນິວເຈີຊີ ແລ້ວໃນຂະນະທີ່ຮຽນພາສາທິເບດຢູ່ຮາເວີດ (Harvard) ແລະ, ເມື່ອຢູ່ໃນອິນເດຍ, ຜູ້ຂ້າໄດ້ຫັນຫາການຊ່ວຍເຫຼືອຈາກພຣະຊາປະ (Sharpa) ແລະ ພຣະຂຳລຸງ (Khamlung) ຣິນໂປເຊ, ສອງພຣະລາມະໜຸ່ມທີ່ກັບຊາດມາເກີດ (ຕຸລກຸ) ຜູ້ທີ່ໄດ້ຮຽນພາສາອັງກິດໃນອາເມຣິກາພາຍໃຕ້ການຊີ້ນໍາຂອງພຣະເກເຊະວັງຍັລ.
ຫຼັງຈາກສຳນຶກໄດ້ວ່າການຂຽນກ່ຽວກັບຄຸຫຍະສະມາຊະຕັນຕຣະ (Guhyasamaja Tantra) ສໍາລັບບົດວິທະຍານິພົນຂອງຜູ້ຂ້າແມ່ນຢູ່ເໜືອຫົວຂອງຜູ້ຂ້າແລ້ວ, ພຣະອາຈານນ້ອຍຂອງອົງພຣະດາໄລລາມະ, ພຣະກຍັບເຈ ຕຣີຈັງ ຣິນໂປເຊ (Kyabje Trijang Rinpoche), ໄດ້ແນະນໍາໃຫ້ຜູ້ຂ້າສຶກສາລຳ-ຣິມ, ການປະຕິບັດເປັນລຳດັບຂັ້ນເພື່ອນຳໄປສູ່ການຕັດສະຮູ້ ແທນ. ພຣະເກເຊະງາວັງທາກເຍແມ່ນພຣະອາຈານຂອງພຣະຊາປະ ແລະ ພຣະຂຳລຸງຣິນໂປເຊ ແລະ ພວກເພິ່ນໄດ້ຖາມເພິ່ນແທນຜູ້ຂ້າວ່າຖ້າເພິ່ນຈະຕົກລົງສອນລຳ-ຣິມໃຫ້ຜູ້ຂ້າບໍ່ ແລະ ເພິ່ນກໍຍິນຍອມເປັນຢ່າງດີ. ຜູ້ຂ້າເປັນນັກຮຽນຄົນຕາເວັນຕົກຄົນທຳອິດຂອງເພິ່ນ.
ພຣະເກເຊະທາກເຍອາໄສຢູ່ໃນຄອກງົວທີ່ເຮັດດ້ວຍຂີ້ຕົມ ແລະ ມູນງົວ, ໃນຫ້ອງທີ່ກວ້າງພໍແຕ່ສໍາລັບຕຽງນອນຂອງເພິ່ນ ແລະ ພື້ນທີ່ຂະໜາດນ້ອຍຂ້າງຕຽງໄວ້ສໍາລັບໃຫ້ລູກສິດຂອງນັ່ງຢູ່ພື້ນ. ເຂດຸບ ຕາຊິນ (Khedup Tarchin), ພໍ່ຄົວຜູ້ບໍ່ມີແຂ້ວ, ແຕ່ຄວາມສຸກຕະຫຼອດການຂອງເພິ່ນ ອາໄສຢູ່ໃນເຮືອນຄົວທີ່ນ້ອຍກວ່າຊ້ຳ. ພຣະເກັນຣິນໂປເຊ (Gen Rinpoche), “ເຖົ້າແກ່ຜູ້ຊົງຄ່າ” ເຮົາມັກເອີ້ນພຣະເກເຊະທາກເຍ, ເປັນຜູ້ມີຊື່ສຽງໃນຖານະພຣະອາຈານຂອງຕຸລກຸໜຸ່ມນ້ອຍ - ເຊິ່ງເພິ່ນກຳລັງເບິ່ງແຍງຢູ່ເກົ້າອົງ - ແລະ ມີຊື່ສຽງວ່າເປັນນັກໂຕ້ວາທະ ແລະ ນັກປະຕິບັດທີ່ຊຳນານ. ສະນັ້ນ ຜູ້ຂ້າຈິ່ງໝັ້ນໃຈວ່າເພິ່ນມີວຸທິຫຼາຍພໍ.
ການຮຽນຂອງຜູ້ຂ້າແມ່ນຫົກມື້ຕໍ່ອາທິດ. ພຣະຊາປະ ແລະ ຂຳລຸງໄດ້ແປໃຫ້ຜູ້ຂ້າ, ເນື່ອງຈາກວ່າພຣະເກັນຣິນໂປເຊເວົ້າດ້ວຍສຳນຽງຂຳປະ (Khampa) ໜັກໆ ທີ່ເກືອບບໍ່ສາມາດເຂົ້າໃຈໄດ້ສໍາລັບຜູ້ຂ້າໃນເວລານັ້ນ. ຕຸລກຸໜຸ່ມອີກຕົນໜຶ່ງ, ພຣະຊາໂທ ຣິນໂປເຊ (Jhado Rinpoche), ກໍເຂົ້າຮ່ວມຮຽນນຳຜູ້ຂ້າ. ຕໍ່ມາເພິ່ນໄດ້ເປັນເຈົ້າອາວາດຂອງວັດນຳກຍັນ (Namgyal Monastery) ຂອງອົງພຣະດາໄລລາມະ ແລະ ປະຈຸບັນເປັນເຈົ້າອາວາດຂອງວັດກຍູູໂຕຕັນຕຣິກ (Gyuto Tantric Monastery). ເຮົາທັງໝົດແຫຍ້ກັນເຂົ້າໃນພື້ນທີ່ແຄບໆ ຂ້າງຕຽງນອນຂອງພຣະເກັນຣິນໂປເຊ.
ຕົວຕູບເອງກໍເບິ່ງຄືວ່າເຕັມໄປດ້ວຍແມງວັນຢູ່ສະເໝີ. ແຕ່ເບິ່ງຄືວ່າມັນບໍ່ໄດ້ລົບກວນໃຜໃນຫ້ອງເລີຍຍົກເວັ້ນຜູ້ຂ້າເອງ. ຄວາມຈິງແລ້ວ, ພຣະຂຳລຸງຣິນໂປເຊຈະຫຼິ້ນເກມແມງວັນ, ໂດຍຈັບມັນດ້ວຍມືຂອງເພິ່ນ – ເພິ່ນຊຳນານຢ່າງບໍ່ໜ້າເຊື່ອ – ສັ່ນໆ ມັນ ແລ້ວປ່ອຍມັນໄປ. ມັນຈະວິນບິນໜີໄປ ແລະ ພວກເພິ່ນທຸກຄົນຈະຫົວຂຶ້ນ. ຜູ້ຂ້າບໍ່ໄດ້ຮູ້ສຶກມ່ວນນຳ. ເມື່ອເຫັນຄວາມບໍ່ສະບາຍຂອງຜູ້ຂ້າ, ມື້ໜຶ່ງ ພຣະເກັນຣິນໂປເຊໄດ້ຢືນຂຶ້ນເທິງຕຽງຂອງເພິ່ນ ແລ້ວໂບກຜ້າຊີວອນຂອງເພິ່ນໃນອາກາດເພື່ອໄລ່ແມງວັນ, ແລ້ວເບິ່ງຜູ້ຂ້າ ແລະ ຫົວ. ຫຼັງຈາກນັ້ນ, ຜູ້ຂ້າກໍສຸມໃສ່ບົດຮຽນຂອງເຮົາຫຼາຍຂຶ້ນ ແລະ ຮຽນຮູ້ທີ່ຈະບໍ່ສົນໃຈແມງວັນ.
ຕໍ່ມາ, ຜູ້ຂ້າກໍໄດ້ເອົາເງິນໃຫ້ພຣະເກັນຣິນໂປເຊເພື່ອຍ້າຍໄປຢູ່ບ່ອນທີ່ດີກວ່າເກົ່າ. ເພິ່ນຍອມຮັບໂດຍດີ, ແຕ່ດ້ວຍຄວາມມັກລຶກລັບ ແລະ ຫຼິ້ນຕາຫຼົກ, ເພິ່ນຈິ່ງບໍ່ບອກພວກຜູ້ຂ້າວ່າເພິ່ນຍ້າຍໄປຢູ່ໃສ. ເພິ່ນມີແຕ່ຫາຍໄປ ແລະ ລໍຖ້າພວກຜູ້ຂ້າໄປຊອກຫາເພິ່ນ. ເມື່ອຫາເພິ່ນພໍ້, ເພິ່ນກໍຫົວຂຶ້ນສຽງດັງ. ເພິ່ນໄດ້ຍ້າຍເຂົ້າໄປຢູ່ຕູບສັງກະສີທີ່ຢູ່ໃກ້ກັບວັດກຍູເມ ຕັນຕຣິກ – ຖືວ່າດີຂຶ້ນຫຼາຍ. ພວກເຮົາໄດ້ສືບຕໍ່ບົດຮຽນຂອງຜູ້ຂ້າຢູ່ທີ່ນັ້ນ ແລະ ບາງຄັ້ງຄາວ, ພ້ອມກັນກັບຕຸລກຸໜຸ່ມ, ເຮົາກໍໄປຍ່າງເລາະຫຼິ້ນ ແລະ ກິນເຂົ້າປ່າຢູ່ທົ່ງຫຍ້າເທິງພູເຂົາທີ່ສວຍງາມ. ພຣະເກັນຣິນໂປເຊມັກໄປກິນເຂົ້າປ່າ.
ສົມເດັດພຣະດາໄລລາມະໄດ້ຮູ້ກ່ຽວກັບການຮຽນຂອງພວກຜູ້ຂ້າ ແລະ ໄດ້ເລີ່ມເອົາຕຳຣາທິເບດນ້ອຍໆ ໃຫ້ພວກຜູ້ຂ້າແປເປັນພາສາອັງກິດສໍາລັບການພິມເຜີຍແຜ່. ຈາກນັ້ນ, ໃນປີ 1971, ທ່ານສົມເດັດໄດ້ສ້າງຫໍສະໝຸດວຽກງານ ແລະ ຈົດໝາຍເຫດຂອງທິເບດ (Library of Tibetan Works and Archives) ໃນທັມສາລາ (Dharamsala). ພວກຜູ້ຂ້າທຸກຄົນຢູ່ທີ່ທັມສາລາໃນລະດູໃບໄມ້ປົ່ງປີນັ້ນ ເພື່ອເຂົ້າຮ່ວມການສອນກ່ຽວກັບຄຸຫຍະສະມາຊະຂອງທ່ານສົມເດັດ, ເມື່ອທ່ານສົມເດັດໄດ້ຂໍໃຫ້ພຣະເກັນຣິນໂປເຊເປັນພຣະອາຈານໃຫ້ຊາວຕາເວັນຕົກຢູ່ຫໍສະໝຸດ, ແລະ ພຣະຊາປະ ແລະ ຂຳລຸງຣິນໂປເຊ ເປັນຜູ້ແປ. ຜູ້ຂ້າໄດ້ຖາມວ່າຜູ້ຂ້າສາມາດຊ່ວຍຫຍັງໄດ້ບໍ່, ແລະ ທ່ານສົມເດັດກໍເຫັນດີ, ແຕ່ແນະນໍາໃຫ້ຜູ້ຂ້າກັບຄືນໄປຮາເວີດກ່ອນ, ຍື່ນບົດວິທະຍານິພົນຂອງຜູ້ຂ້າ, ຮັບປະລິນຍາເອກ ແລ້ວຈິ່ງຕ່າວຄືນ. ຜູ້ຂ້າໄດ້ປະຕິບັດຕາມນັ້ນ ແລະ ຫວນກັບຄືນໃນປີຕໍ່ມາ, ເຂົ້າຮ່ວມກັບພຣະເກັນຣິນໂປເຊ ແລະ ສອງຕຸລກຸທີ່ທັມສາລາ. ພວກຜູ້ຂ້າໄດ້ຮ່ວມກັນສ້າງຕັ້ງສໍານັກງານການແປພາສາທີ່ຫໍສະໝຸດ.
ສິບສອງປີຕໍ່ມາ, ນອກຈາກການເດີນທາງໄປສອນຢູ່ຕ່າງປະເທດແລ້ວ, ພຣະເກັນຣິນໂປເຊໄດ້ສອນຫົກມື້ຕໍ່ອາທິດທີ່ຫໍສະໝຸດ. ຜູ້ຂ້າໄດ້ເຂົ້າຮ່ວມເກືອບທຸກບົດຮຽນຂອງເພິ່ນ ແລະ ໄດ້ບັນທຶກຢ່າງລະອຽດກ່ຽວກັບທຸກສິ່ງທີ່ເພິ່ນສອນ. ໃນເວລານັ້ນ, ພົນລະເມືອງສະຫະພາບອັງກິດສາມາດຢູ່ໃນອິນເດຍໄດ້ໂດຍບໍ່ຕ້ອງມີວີຊ່າ, ແລະ ສະນັ້ນ ລູກສິດຈໍານວນຫຼາຍຈິ່ງສາມາດອາໄສຢູ່ທີ່ທັມສາລາໄດ້ຫຼາຍປີ. ສິ່ງນີ້ຊ່ວຍໃຫ້ພຣະເກັນຣິນໂປເຊສາມາດສອນຫຼັກສູດທີ່ຍາວຫຼາຍປີກ່ຽວກັບພຣະຕຳຣາທີ່ສໍາຄັນຈໍານວນຫຼາຍຂອງພຣະພຸດທະສາສະໜາ ແລະ ນໍາພາພວກຜູ້ຂ້າໃນການສອນສະມາທິຢ່າງຕໍ່ເນື່ອງ. ເພິ່ນຍັງໄດ້ໃຫ້ພິທີຮັບເຂົ້າຂອງຕັນຕຣະ ແລະ ຄໍາສອນຫຼາຍຢ່າງກ່ຽວກັບການປະຕິບັດ. ທຸກສາມ-ສີ່ອາທິດ, ພວກຜູ້ຂ້າຈະເຕົ້າໂຮມກັບເພິ່ນເພື່ອເຮັດບູຊາຄຸຣຸ, ເຊິ່ງເພິ່ນໄດ້ສອນວິທີການເຮັດໃຫ້. ນີ້ແມ່ນຊ່ວງເວລາທີ່ເຫຼືອເຊື່ອ: ພວກຜູ້ຂ້າໂຊກດີຫຼາຍທີ່ໄດ້ມີໂອກາດພິເສດນີ້.
ສິ່ງທີ່ໜ້າຈົດຈຳເປັນພິເສດແມ່ນການທີ່ພຣະເກັນຣິນໂປເຊມີຄວາມກະຕືລືລົ້ນທຸກຄັ້ງທີ່ເພິ່ນໄດ້ສອນ, ແລະ ການທີ່ເພິ່ນປະສົມຄຳອະທິບາຍທີ່ເລິກເຊິ່ງເຂົ້າກັບຄວາມຕາຫຼົກພື້ນໆ ສະເໝີ. ເພິ່ນບໍ່ເຄີຍເບື່ອທີ່ຈະອະທິບາຍອັນເກົ່າຊ້ຳແລ້ວຊ້ຳອີກເມື່ອເຮົາບໍ່ຈື່ສິ່ງທີ່ເພິ່ນໄດ້ສອນ - ເຊິ່ງເປັນຕົວຢ່າງທີ່ໜ້າປະທັບໃຈກ່ຽວກັບຄວາມເຫັນໃຈ ແລະ ຄວາມອົດທົນ. ເພິ່ນຍັງມີຄວາມລະມັດລະວັງທີ່ສຸດກ່ຽວກັບພຣະວິໄນ ແລະ ການປະຕິຍານພຣະສົງຂອງເພິ່ນ. ເຖິງວ່າເພິ່ນຈະລຸກກາງເດິກຄືນເພື່ອໄປຫ້ອງນ້ຳ, ເພິ່ນກໍຈະໃສ່ຜ້າຊີງອນຂອງເພິ່ນໄປ.
ພຣະເກັນຣິນໂປເຊໄດ້ຊ່ວຍຜູ້ຂ້າຜ່ານເວລາທີ່ຫຍຸ້ງຍາກຫຼາຍຢ່າງ. ໃນເວລາທີ່ພຣະເຊນຊັບເຊີກົງຣິນໂປເຊ (Tzenzhab Serkong Rinpoche) ມໍຣະນະພາບຢ່າງກະທັນຫັນທີ່ສະປິຕິ (Spiti), ຜູ້ຂ້າໄດ້ໄປທີ່ຫ້ອງຂອງພຣະເກັນຣິນໂປເຊທັນທີຫຼັງຈາກທີ່ຜູ້ຂ້າໄດ້ຂ່າວ. ພຣະເຊີກົງຣິນໂປເຊເຄີຍເປັນພຣະອາຈານຂອງພຣະເກັນຣິນໂປເຊອີກ. ຜູ້ຂ້າຍ່າງເຂົ້າໄປ ແລະ ເຫັນພຣະເກັນຣິນໂປເຊນັ່ງຢູ່ກັບເພື່ອນຊາວທິເບດຈຳນວນໜຶ່ງ, ດື່ມຊາ ແລະ ສົນທະນາກັນຢ່າງມີຄວາມສຸກ. ເພິ່ນບອກໃຫ້ຜູ້ຂ້ານັ່ງລົງ ແລະ ລໍຖ້າຈົນກວ່າເຂົາເຈົ້າຈາກໄປ. ເມື່ອເຂົາເຈົ້າໄປແລ້ວ ຜູ້ຂ້າຈິ່ງໄດ້ບອກເພິ່ນວ່າຜູ້ຂ້າຫາກໍ່ໄດ້ຂ່າວການມໍຣະນະພາບຂອງພຣະເຊີກົງຣິນໂປເຊ, ເພິ່ນຈິ່ງໄດ້ບອກຜູ້ຂ້າວ່າເພິ່ນກໍໄດ້ຍິນເຊັ່ນກັນ. ຈາກນັ້ນ, ເພິ່ນກໍນັບສາຍໝາກປັດຂອງເພິ່ນຕາມຈຳນວນພຣະອາຈານຂອງເພິ່ນທີ່ໄດ້ມໍຣະນະພາບໄປແລ້ວ. ເພິ່ນເວົ້າວ່າຄວາມຕາຍມາເຖິງທຸກຄົນ: ນັ້ນບໍ່ແມ່ນເລື່ອງແປກຫຍັງ. ແຕ່ຖ້າເຮົາເກັບພຣະອາຈານຂອງເຮົາ ແລະ ຄໍາແນະນໍາຂອງເພິ່ນໄວ້ໃນໃຈ, ແລ້ວ ເຖິງ ວ່າຮ່າງກາຍຂອງເພິ່ນຈະຈາກໄປ, ພວກເພິ່ນກໍຈະຄົງຢູ່ກັບເຮົາສະເໝີ. ແລະຊີວິດກໍຕ້ອງດຳເນີນຕໍ່ໄປ. ສິ່ງນີ້ຊ່ວຍຜູ້ຂ້າໄດ້ຢ່າງມະຫາສານເລີຍ.
ພຣະເກັນຣິນໂປເຊໄດ້ອອກຈາກຫໍສະໝຸດໃນປີ 1984, ໂດຍຍອມຮັບການເຊື້ອເຊີນໃຫ້ຕັ້ງຖິ່ນຖານ ແລະ ສອນຢູ່ເມືອງດຸນີດິນ (Dunedin), ປະເທດນິວຊີແລນ. ເບິ່ງຄືວ່າເໝາະກັບເພິ່ນທີ່ຍ້າຍໄປຢູ່ບ່ອນຫ່າງໄກສອກຫຼີກ, ຫ່າງໄກຈາກຢູໂຣບ ແລະ ອາເມຣິກາເໜືອ. ເພິ່ນມັກຈະມີຄວາມລຶກລັບເລັກນ້ອຍຢູ່ແລ້ວ ແລະ ເຮັດໃຫ້ລູກສິດພະຍາຍາມຊອກຫາຕົວ ແລະ ຮັບຄໍາສອນຂອງເພິ່ນຢູ່ຕະຫຼອດ.
ພຣະເກັນຣິນໂປເຊຢູ່ໃນນິວຊີແລນຈົນເພິ່ນເສຍຊີວິດໃນປີ 1995. ຍ້ອນພະຍາດເບົາຫວານ, ເພິ່ນໄດ້ສູນເສຍການເຫັນ, ແຕ່ສືບຕໍ່ສອນ ແລະ ຝຶກປະຈໍາວັນຂອງເພິ່ນດ້ວຍໃຈຈົນເຖິງທີ່ສຸດ.
ຜູ້ຂ້າໄດ້ພົບກັບພຣະເກັນຣິນໂປເຊອີກພຽງສອງຄັ້ງຫຼັງຈາກທີ່ເພິ່ນຍ້າຍໄປນິວຊີແລນ. ແຕ່ຜູ້ຂ້າຮູ້ສຶກກະຕັນຍູຕະຫຼອດໄປຕໍ່ການວາງຮາກຖານໃຫ້ຜູ້ຂ້າໃນຄຳສອນ ແລະ ການປະຕິບັດທາງພຣະພຸດທະສາສະໜາຂັ້ນພື້ນຖານ, ແລະ ສຳລັບການສອນຕຳຣາອັນສຳຄັນຂອງອິນເດຍ ແລະ ທິເບດໃຫ້ຜູ້ຂ້າ. ເພິ່ນໄດ້ກັບຊາດມາເກີດເປັນພຣະຢາງສີຣິນໂປເຊ (Yangsi Rinpoche) ໃນປີ 1996 ແລະ ປະຈຸບັນກໍາລັງສຶກສາຢູ່ວັດເຊຣາເຈ (Sera Je) ໃນອິນເດຍຕອນໃຕ້.