ສັດຈະພົດສີ່ປະການສຳລັບການຄິດກ່ຽວກັບ ຄວາມຕາຍ ແລະ ຄວາມບໍ່ທ່ຽງ

ເຮົາໄດ້ເຫັນແລ້ວວ່າການທຳສະມາທິເປັນສ່ວນໜຶ່ງຂອງຂະບວນການສາມບາດກ້າວທີ່ປະກອບດ້ວຍການຟັງຄຳສອນ, ການຄິດກ່ຽວກັບຄຳສອນ, ແລ້ວກໍການທຳສະມາທິກ່ຽວກັບຄຳສອນນັ້ນ. ການທຳສະມາທິ, ທີ່ເປັນບາດກ້າວທີສາມນີ້, ອັນທີ່ຈິງແມ່ນກ່ຽວກັບວິທີທີ່ເຮົາເຊື່ອມສານຄຳສອນເຂົ້າໃນ ຊີວິດຂອງເຮົາ, ເຊິ່ງຈະມາຈາກການເຮັດຊ້ຳໄປຊ້ຳມາ. ໂດຍພື້ນຖານແລ້ວເຮົາຈະສ້າງພາວະຈິດໃຈດ້ານບວກທີ່ເຮົາຢາກບັນລຸຜ່ານການເຮັດຊ້ຳຄືນ, ເພື່ອທີ່ວ່າມັນຈະກາຍເປັນນິໄສ. 

ເຮົາຟັງຄຳສອນ, ແລະ ຈາກນີ້ເຮົາຈະໄດ້ຈິດສຳນຶກມີການຈຳແນກ, ທີ່ເຮົາສາມາດໄຈ້ແຍກໄດ້ວ່າ “ແມ່ນ, ອັນນີ້ແມ່ນຄຳສອນຂອງພຣະພຸດທະເຈົ້າ” ແລະ ໝັ້ນໃຈກັບມັນ. ເຮົາຍັງໄດ້ເຫັນວ່າເຮົາສຳພັນກັບຄຳສອນນັ້ນດ້ວຍການສົມມຸດຕິຖານ; ເຮົາອາດບໍ່ເຂົ້າໃຈຄຳສອນທັງໝົດ, ແຕ່ຢ່າງໜ້ອຍຍ້ອນແຮງຈູງໃຈ ແລະ ຄວາມສົນໃຈຂອງເຮົາ, ເຮົາຈະສົມມຸດວ່າມັນເປັນຄວາມຈິງຈົນກວ່າເຮົາຈະພິສູດໄດ້ວ່າມັນບໍ່ແມ່ນ. ຖ້າເຮົາພົບວ່າມີສິ່ງທີ່ບໍ່ເປັນຈິງ, ແລ້ວເຮົາກໍສາມາດລືມມັນໄປໄດ້. ແຕ່ສິ່ງສຳຄັນແມ່ນການເປີດໃຈ ຢ່າງໜ້ອຍທີ່ຈະສົມມຸດວ່າບາງສິ່ງເປັນຈິງ, ແລະ ຕັດສິນໃຈພິນິດມັນເພື່ອເບິ່ງວ່າມັນແມ່ນແທ້ບໍ່. ແລະເຮົາຍັງຕ້ອງສົມມຸດວ່າມັນມີປະໂຫຍດ, ຄືດັ່ງວິຕາມິນ. ເຮົາຄືຊິບໍ່ກິນຢາພິດ, ຄິດວ່າ: “ລອງເບິ່ງດຸວ່າມັນຊິຂ້າເຮົາແທ້ບໍ່,” ແຕ່ເຮົາຈະເຮັດແນວນັ້ນກັບວິຕາມິນ. ສະນັ້ນ ເຮົາສົມມຸດວ່າມັນມີປະໂຫຍດ, ເພາະຫຼາຍຄົນວ່າແນວນັ້ນ, ແລະ ສະນັ້ນ ເຮົາກໍສາມາດລອງເບິ່ງດ້ວຍຕົນເອງ. 

ເມື່ອເຮົາຄິດກ່ຽວກັບຄຳສອນ, ເຮົາພິນິດມັນເພື່ອໄປຮອດປາຍຂະບວນການທີ່ເອີ້ນວ່າ “ຈິດສຳນຶກມີການຈຳແນກທີ່ມາຈາກການຄິດ.” ອັນນີ້ແມ່ນ ທີ່ເຮົາໝັ້ນໃຈຢ່າງໝົດສິ້ນວ່າເຮົາໄດ້ເຂົ້າໃຈຄຳສອນແລ້ວ, ວ່າສິ່ງທີ່ພຣະພຸດທະເຈົ້າສອນແມ່ນຄວາມຈິງ, ວ່າມັນຕ້ອງມີປະໂຫຍດແທ້, ແລະ ສິ່ງທີ່ເຮົາຢາກບັນລຸກໍເປັນໄປໄດ້ແທ້. ເມື່ອຫຼາຍຄົນຂ້າມບາດກ້າວເຫຼົ່ານີ້, ຄືທີ່ຫຼາຍຄົນເຮັດ, ສຸດທ້າຍພວກເຂົາຈະມີ “ການລັງເລຢ່າງບໍ່ສາມາດຕັດສິນໃຈໄດ້,” ເວົ້າອີກຢ່າງໜຶ່ງແມ່ນຄວາມສົງໄສ, ທີ່ພວກເຂົາຈະບໍ່ແນ່ໃຈວ່າມັນເປັນໄປໄດ້ແທ້ບໍ່. ແລ້ວພວກເຂົາກໍຈະເລີກລາໄປ.

ການຫຼຸດພົ້ນແມ່ນຫຍັງ?

ເມື່ອເຮົາອ່ານກ່ຽວກັບການຫຼຸດພົ້ນ ຫຼື ການຕັດສະຮູ້, ແລະ ວິທີການທີ່ໃຊ້ເພື່ອບັນລຸສິ່ງນັ້ນ, ເຮົາຕ້ອງເຂົ້າໃຈຢ່າງຖືກຕ້ອງແທ້ໆ ວ່າການຫຼຸດພົ້ນໝາຍເຖິງຫຍັງກັນແທ້. ການຕັດສະຮູ້ໝາຍເຖິງຫຍັງກັນແທ້? ແລະເກີດຫຍັງຂຶ້ນຫຼັງຈາກນັ້ນ? ຄຳສອນກ່າວວ່າພຣະພຸດທະເຈົ້າເປັນຜູ້ຮອບຮູ້ທຸກສິ່ງຢ່າງຖືກຕ້ອງທຸກປະການ ແລະ ພ້ອມໆກັນ. ພຣະພຸດທະເຈົ້າຍັງມີຄວາມເປັນຫ່ວງຕໍ່ແຕ່ລະສິ່ງທີມີຊີວິດທັງໝົດ, ແລະ ສາມາດສື່ສານກັບທຸກສິ່ງທີມີຊີວິດໄດ້ຢ່າງສົມບູນ. ສະນັ້ນ ພຣະພຸດທະເຈົ້າຈິ່ງຊ່ວຍທຸກຄົນໃນທາງທີ່ດີທີ່ສຸດ. 

ມັນເປັນໄປໄດ້ບໍ່ ຫຼື ມັນເປັນພຽງເທບນິຍາຍ? ຖ້າເຮົາຄິດວ່າມັນໄຮ້ສາລະ, ແລ້ວເຮົາພະຍາຍາມບັນລຸມັນເຮັດຫຍັງ? ຖ້າເຮົາຄິດວ່າມັນເປັນເທບນິຍາຍ, ແນ່ນອນວ່າເຮົາຈະບໍ່ເຊື່ອວ່າມັນບັນລຸໄດ້ແທ້. ເຮົາຕ້ອງເບິ່ງຢ່າງວິເຄາະທີ່ເປົ້າໝາຍທີ່ສົນທະນາກັນໃນພຣະພຸດທະສາສະໜາ, ແລ້ວພິນິດເບິ່ງແຮງຈູງໃຈຂອງຕົນເອງ. 

ເປົ້າໝາຍຂອງເຮົາແມ່ນຫຍັງ?

ຄຳວ່າ “ແຮງຈູງໃຈ” ນີ້ ມີຄວາມໝາຍສະເພາະໃນພຣະພຸດທະສາສະໜາ. ເຮົາມັກເວົ້າວ່າ “ຢ້ຳຄືນ ຫຼື ສ້າງແຮງຈູງໃຈຂອງເຮົາ,” ເຊິ່ງມີສອງພາກ. ອັນໜຶ່ງແມ່ນຈຸດມຸ່ງໝາຍ - ເປົ້າໝາຍທີ່ເຮົາມີ - ແລະ ອີກອັນໜຶ່ງ, ອາລົມ ຫຼື ຄວາມຮູ້ສຶກທີ່ຜັກດັນເຮົາໃຫ້ບັນລຸເປົ້າໝາຍນັ້ນ. ໂດຍທົ່ວໄປໃນພາສາອັງກິດ, ຄຳວ່າແຮງຈູງໃຈ ຈະມີຄວາມໝາຍຂອງສ່ວນທີສອງຫຼາຍກວ່າ, ຄືອາລົມທີ່ຜັກດັນເຮົາໃຫ້ເຮັດບາງຢ່າງ. 

ຜູ້ຂ້າຄິດວ່າສຳລັບຫຼາຍຄົນທີ່ປະຕິບັດຄຳສອນຂອງພຣະພຸດທະສາສະໜາ, “ພຣະທັມ,” ຖ້າເຮົາເວົ້າຄວາມຈິງ, ເຮົາຈະພົບວ່າເປົ້າໝາຍຂອງເຮົາອັນທີ່ຈິງແລ້ວແມ່ນພຽງເພື່ອເຮັດໃຫ້ຊີວິດນີ້ງ່າຍຂຶ້ນ ຫຼື ເປັນສຸກຂຶ້ນໜ້ອຍໜຶ່ງ. ແລະນັ້ນກໍບໍ່ເປັນຫຍັງ - ມັນແມ່ນອັນທີ່ຜູ້ຂ້າເອີ້ນວ່າ “ພຣະທັມເບົາ” (Dharma-Lite) ແທນທີ່ຈະເປັນ “ພຣະທັມຂອງແທ້” (Real Thing Dharma). ມັນເປັນບາດກ້າວມທຳອິດ. ຂອງແທ້ແມ່ນການພະຍາຍາມທີ່ຈະມີການກັບມາເກີດທີ່ດີກວ່າ, ໂດຍພື້ນຖານແລ້ວແມ່ນການສືບຕໍ່ການກັບມາເກີດເປັນມະນຸດທີ່ມີຄ່າຊາດແລ້ວຊາດເລົ່າ. ແຕ່ຖ້າເຮົາບໍ່ເຊື່ອໃນການກັບຊາດມາເກີດ, ແລ້ວເຮົາຈະສາມາດໝາຍເອົາການກັບມາເກີດທີ່ດີໄດ້ແນວໃດ? ເພື່ອເຂົ້າໃຈການກັບຊາດມາເກີດນັ້ນ, ເຮົາຕ້ອງເຂົ້າໃຈວ່າແມ່ນຫຍັງທີ່ກັບຊາດມາເກີດ, ທຳມະຊາດ ແລະ ການຕໍ່ເນື່ອງຂອງຈິດໃຈ, ທຳມະຊາດຂອງຕົວເອງ, ແລະ ອື່ນໆ. ອັນທີ່ຈິງ, ການໝາຍທີ່ຈະກັບຊາດມາເກີດດີໆ ບໍ່ໄດ້ມີແຕ່ສະເພາະໃນພຣະພຸດທະສາສະໜາ. ສາສະໜາຄຣິສ໌ຕຽນ ແລະ ສາສະໜາອື່ນໆ ກໍມີຈຸດມຸ່ງໝາຍອັນນີ້ຄືກັນ; ໃນກໍລະນີຂອງສາສະໜາຄຣິສ໌ຕຽນ, ມັນແມ່ນການເກີດໃໝ່ໃນສະຫວັນ. 

ເປົ້າໝາຍຕໍ່ໄປແມ່ນການບັນລຸການຫຼຸດພົ້ນຈາກການກັບຊາດມາເກີດທີ່ຄວບຄຸມບໍ່ໄດ້. ສາສະໜາຮິນດູກໍມຸ່ງໝາຍອັນນີ້ເຊັ່ນດຽວກັນ. ສະນັ້ນ ເຮົາຕ້ອງເຂົ້າໃຈວ່າການຫຼຸດພົ້ນໃນພຣະພຸດທະສາສະໜານັ້ນ ໝາຍຄວາມວ່າແນວໃດກັນແທ້, ແລະ ຈະໃຊ້ວິທີໃດທີ່ຈະບັນລຸມັນ. ແລ້ວ, ແນ່ນອນ, ເປົ້າໝາຍທ້າຍສຸດແມ່ນການມຸ່ງໝາຍພາວະຕັດສະຮູ້ຂອງພຣະພຸດທະເຈົ້າ - ອັນນີ້ມີສະເພາະແຕ່ໃນພຣະພຸດທະສາສະໜາ. 

ເທື່ອລະກ້າວ

ເມື່ອເຮົາເບິ່ງທີ່ຄຳສອນພຣະພຸດທະສາສະໜາ, ເຮົາສາມາດເຫັນໄດ້ວ່າມີຂັ້ນຕອນ. ຄວາມຮູ້ແຈ້ງອັນໜຶ່ງມາຕາມອີກອັນໜຶ່ງ, ແລະ ສິ່ງສຳຄັນແມ່ນການເຄົາຣົບສິ່ງນີ້ ເພາະຖ້າເຮົາພຽງແຕ່ເວົ້າວ່າ: “ເຮົາຢາກເປັນພຣະພຸດທະເຈົ້າອົງໜຶ່ງເພື່ອທີ່ເຮົາຈະສາມາດຊ່ວຍສິ່ງມີຊີວິດທັງໝົດໄດ້” ໂດຍທີ່ບໍ່ມີພື້ນຖານ, ແລ້ວມັນກໍເປັນພຽງຄຳເວົ້າທີ່ບໍ່ມີຄວາມໝາຍ. ເຮົາມຸ່ງໝາຍທີ່ຈະປົດປ່ອຍ ແລະ ນຳແມງໄມ້ທຸກໂຕໃນຈັກກະວານມາສູ່ຄວາມຕັດສະຮູ້ແທ້ບໍ? ອາດບໍ່. ມັນຕ້ອງອາໄສກອບຈິດໃຈທີ່ເກືອບຈິນຕະນາການບໍ່ໄດ້ເລີຍທີ່ຈະມຸ່ງໝາຍຕໍ່ສິ່ງນັ້ນ ແລະ ໝາຍຄວາມຕາມນັ້ນແທ້, ແລະ ສະນັ້ນ ເຮົາຈິ່ງຕ້ອງຄ່ອຍໆ ສ້າງສິ່ງນັ້ນ. ເຮົາຈະເຮັດແນວນັ້ນໂດຍການພິນິດຄຳສອນແຕ່ລະອັນດ້ວຍສິ່ງທີ່ຜູ້ຂ້າແປວ່າ “ສັດຈະພົດສີ່ປະການ,” ກໍຄືມຸມມອງສີ່ປະການສຳລັບການພິນິດສິ່ງໃດໜຶ່ງ, ແລະ ເຮົາຈະເລີ່ມດ້ວຍຈຸດພື້ນຖານທີ່ສຸດຂອງພຣະທັມ. 

ຍົກຕົວຢ່າງຂອງການນຳໃຊ້ສັດຈະພົດສີ່ປະການ, ເຮົາມາຄິດ ແລະ ທຳສະມາທິກ່ຽວກັບຄວາມຕາຍ ແລະ ຄວາມບໍ່ທ່ຽງເບິ່ງ. ຜູ້ຂ້າເລືອກສິ່ງນີ້ບາງເທື່ອຍ້ອນເຫດຜົນເຫັນແກ່ຕົວໜ້ອຍໜຶ່ງ, ເພາະວ່າໝູ່ສະໜິດທີ່ສຸດຂອງຜູ້ຂ້າໄດ້ເສຍຊີວິດໄປອາທິດແລ້ວນີ້. ຢ່າງໃດກໍແລ້ວແຕ່, ສັດຈະພົດສີ່ປະການລວມມີ: 

  • ສັດຈະພົດຂອງການການເພິ່ງພາອາໄສ - ພາວະຈິດໃຈທີ່ເຮົາຢາກສ້າງ, ເຊັ່ນຄວາມຮັບຮູ້ກ່ຽວກັບຄວາມຕາຍ, ຂຶ້ນຢູ່ກັບຫຍັງ? 
  • ສັດຈະພົດຂອງການທຳງານ - ຖ້າເຮົາບັນລຸພາວະຈິດໃຈນີ້, ມັນຈະເຮັດຫຍັງ ແລະ ປະໂຫຍດ ຫຼື ຂໍ້ເສຍຂອງມັນແມ່ນຫຍັງ? 
  • ສັດຈະພົດຂອງເຫດຜົນ - ຖ້າເຮົາພິນິດຄຳສອນເພື່ອທີ່ຈະກຳນົດວ່າມັນແມ່ນຈິງບໍ່, ມັນເຂົ້າກັບຄຳສອນອື່ນໆ ຂອງພຣະພຸດທະເຈົ້າບໍ່? ມັນມີຕັກກະບໍ່? ເວລາເຮົາທົດລອງໃຊ້, ມັນໃຫ້ຜົນລັບທີ່ຄວນໄດ້ບໍ່? 
  • ສັດຈະພົດຂອງທຳມະຊາດ - ຄວາມຕາຍເປັນຕົວຢ່າງໜຶ່ງຂອງທຳມະຊາດຂອງສິ່ງຕ່າງໆ ບໍ່? ທຸກຄົນຕາຍບໍ່? 

ສິ່ງທີ່ເຮົາເຮັດແມ່ນການເອົາຄຳສອນອັນໃດໜຶ່ງ, ເຊັ່ນກ່ຽວກັບຄວາມຕາຍ, ແລະ ວິເຄາະມັນຈາກມຸມມອງຂອງສັດຈະພົດສີ່ປະການນີ້, ໃຊ້ເວລາກັບມັນໃຫ້ຫຼາຍເທົ່າທີ່ຈຳເປັນ. ບໍ່ມີສູດວ່າເຮົາຕ້ອງໃຊ້ເວລາສິບນາທີກັບອັນນີ້ ແລະ ຊາວນາທີກັບອັນນັ້ນ. ແຕ່ຈະດີຖ້າບໍ່ໄປໄວເກີນໄປ, ບໍ່ດັ່ງນັ້ນ ສິ່ງທີ່ເຮົາສຸມໃສ່ມັກຈະບໍ່ມີຄວາມໝາຍໃນຕົວມັນ. ການປ່ອຍໃຫ້ບາງຢ່າງຊຶມຊັບລົງໄປກໍດີ, ແລະ ເຮັດວຽກກັບມັນຢ່າງຖ່ອງແທ້. 

ການບັນລຸຄວາມເຂົ້າໃຈຢ່າງລະອຽດ

ໂດຍພື້ນຖານແລ້ວ ເຮົາຢາກເຊື່ອໝັ້ນວ່າເຮົາເຂົ້າໃຈຫົວຂໍ້ໜຶ່ງໆ, ໂດຍທີ່ເຮົາບໍ່ຕ້ອງກັບໄປກັບມາ ແລະ ຄິດວ່າມັນເປັນແນວໃດ. ອັນນີ້ແມ່ນເຫດຜົນທີ່ຄົນທິເບດມີວິທີການສຶກສາດ້ວຍການໂຕ້ວາທີ, ເຊິ່ງບັງຄັບໃຫ້ເຮົາຕັ້ງຄຳຖາມກັບຄວາມເຂົ້າໃຈຂອງເຮົາ. ທຸກຄົນຕ້ອງເຮັດ - ເຮົາບໍ່ສາມາດນັ່ງຢູ່ຫຼັງຫ້ອງງຽບໆ ໄດ້. ຜູ້ໜຶ່ງຈະກ່າວຂຶ້ນ, ແລ້ວຝ່າຍຄ້ານຈະຕ້ອງຍອມຮັບ ຫຼື ປະຕິເສດສິ່ງນັ້ນ. ຈຸດປະສົງຂອງທັງໝົດນີ້ບໍ່ແມ່ນເພື່ອຫາຄຳຕອບທີ່ຖືກ, ແຕ່ເພື່ອບັນລຸຄວາມໝັ້ນໃຈໃນຄວາມເຂົ້າໃຈຂອງເຮົາຕໍ່ຫົວຂໍ້ໃດໜຶ່ງ. ມັນເປັນວິທີທີ່ດີເລີດເພາະຄົນອື່ນຈະທ້າທາຍຄວາມຄິດຂອງເຮົາໄດ້ຫຼາຍກວ່າຕົວເຮົາເຮັດເອງໄດ້. ໃນລະຫວ່າງການໂຕ້ກັນ, ມັກຈະມີພະລັງງານອັນມະຫາສານເພາະຫຼາຍຄົນຈະມ່ວນ ແລະ ຫົວຫຼາຍເມື່ອ ພາໃຫ້ຄົນອື່ນເວົ້າຂັດຕົນເອງ. ແຕ່ທັງໝົດເກີດຂຶ້ນພາຍໃຕ້ອາລົມຫົວມ່ວນ, ແລະ ທຸກຄົນກໍມ່ວນຊື່ນກັບມັນ. 

ອີກປະໂຫຍດໜຶ່ງຂອງຮູບແບບການຮຽນຮູ້ນີ້ແມ່ນວ່າ, ບໍ່ວ່າເຮົາຈະແມ່ນໃຜ, ນະຈຸດໜຶ່ງເຮົາຈະເວົ້າຂັດກັບຕົນເອງ ແລະ ເວົ້າແນວໂງ່ໆ ອອກມາ, ເຊິ່ງຈະດີສຳລັບການຫຼຸດອັດຕະ ແລະ ຄວາມອວດອົ່ງ. ມັນຍັງຊ່ວຍແກ້ຄວາມອາຍ - ເຮົາອາຍບໍ່ໄດ້ທີ່ຕ້ອງລຸກຂຶ້ນຕໍ່ໜ້າຝູງຊົນເພື່ອໂຕ້. 

ເຮົາບໍ່ຄວນຖືການໂຕ້ວາທີວ່າ “ໂອຍ, ມັນເປັນເລື່ອງຂອງປັນຍາຊົນ; ເຮົາຢາກໃຊ້ສັນຊາດຕະຍານ ແລະ ທຳສະມາທິຊື່ໆ.” ການໂຕ້ວາທທີຈະຊ່ວຍເຮົາທຳສະມາທິ, ເຊິ່ງແມ່ນຈຸດປະສົງທັງໝົດ. ພາຍຫຼັງການໂຕ້ວາທທີ, ເຮົາຈະບໍ່ມີຂໍ້ສົງໄສເຫຼືອຢູ່ ແລະ ເຮົາຈະໝັ້ນໃຈຕໍ່ຄວາມເຂົ້າໃຈຂອງເຮົາ, ແລະແລ້ວ ເຮົາຈະສາມາດທຳສະມາທິເພື່ອເຊື່ອມສານຄວາມເຂົ້າໃຈນີ້ດ້ວຍຄວາມໝັ້ນໃຈເຕັມປ່ຽມ. ບໍ່ດັ່ງນັ້ນ, ການທຳສະມາທິຂອງເຮົາຈະບໍ່ໜັກແໜ້ນ. ແນ່ນອນ, ເຮົາອາດບໍ່ໂຕ້ວາທີຢ່າງເປັນທາງການກັບຜູ້ອື່ນໃນທີ່ນີ້, ແຕ່ຈະດີຫຼາຍທີ່ຈະສົນທະນາກ່ຽວກັບຄຳສອນ, ໂດຍປາສະຈາກຄວາມອວດອົ່ງ ແລະ ຄວາມຈອງຫອງ, ແລະ ປາສະຈາກການປົກປ້ອງຕົນເອງ, ທີ່ຄິດວ່າຜູ້ອື່ນກຳລັງໂຈມຕີເຮົາເປັນການສ່ວນຕົວ. 

ສຳນວນວິຊາການພຣະພຸດທະສາສະໜາອີກສອງສຳນວນແມ່ນ “ການເຊື່ອຄວາມຈິງວ່າເປັນຄວາມຈິງ,” ແລະ “ຄວາມເຊື່ອໝັ້ນຢ່າງໜັກແໜ້ນ.” ເຮົາສາມາດເຊື່ອວ່າບາງຢ່າງແມ່ນຄວາມຈິງ ທັງທີ່ມັນຜິດ, ສະນັ້ນ ເຮົາຕ້ອງລະວັງໃນການພິນິດຂອງເຮົາຕໍ່ຄຳສອນ ວ່າເຮົາບໍ່ສະຫຼຸບວ່າເຮົາມີຄວາມເຂົ້າໃຈທີ່ຖືກ, ເມື່ອເຮົາບໍ່ມີ. ຄວາມເຊື່ອໝັ້ນຢ່າງໜັກແໜ້ນ ແມ່ນເມື່ອເຮົາເຊື່ອແນ່ວ່າບໍ່ມີຫຍັງທີ່ຈະມາທຳລາຍຄວາມເຊື່ອຂອງເຮົາໄດ້, ເຊິ່ງແມ່ນສິ່ງທີ່ເຮົາຕ້ອງສ້າງ. 

ຈົ່ງສືບຕໍ່

ທັງໝົດນີ້ສາມາດຖືກບິດເບືອນເຂົ້າເປັນຄວາມດື້ດ້ານ ແລະ ຈິດໃຈທີ່ປິດແໜ້ນ. ເຮົາມີຄວາມເຂົ້າໃຈທີ່ຜິດ ແລະ ກາຍເປັນຄວາມດື້ດ້ານຈົນບໍ່ມີໃຜສາມາດປັບເຮົາໄດ້ - ອັນນີ້ບາງຄັ້ງກໍແປເປັນ “ທັດສະນະທີ່ຜິດ.” ເຮົາຖືບາງຢ່າງທີ່ຜິດ ແລະ ຍັງດື້ດ້ານກັບມັນຈົນເຮົາເປັນສັດຕູ ແລະ ໂຈມຕີໃຜກໍຕາມທີ່ພະຍາຍາມເວົ້າແນວຕ່າງ. 

ຈົນເຮົາເປັນພຣະພຸດທະເຈົ້າ, ເຮົາຕ້ອງພະຍາຍາມເຂົ້າໃຈສິ່ງຕ່າງໆ ຢ່າງເລິກເຊິ່ງກວ່າເກົ່າຫຼາຍ. ສະນັ້ນ ເຮົາຈິ່ງຖືກບອກສະເໝີວ່າ: “ຢ່າພໍໃຈກັບລະດັບຄວາມເຂົ້າໃຈຂອງເຮົາ, ກັບລະດັບການບັນລຸຂອງເຮົາ, ເພາະເຮົາສາມາດລົງເລິກກວ່າເກົ່າໄດ້ສະເໝີ, ບັນລຸສູງກວ່າໄດ້ສະເໝີ, ຈົນເຮົາກາຍເປັນພຣະພຸດທະເຈົ້າ.” ສະນັ້ນ ເຖິງແມ່ນເມື່ອເຮົາມີຄວາມເຂົ້າໃຈທີ່ຖືກ, ມັນກໍອາດບໍ່ໄດ້ເປັນຄວາມເຂົ້າໃຈທີ່ ເລິກເຊິ່ງທີ່ສຸດ. ຕຣິຈາງ ຣິນໂປເຊ, ໜຶ່ງໃນພຣະອາຈານຂອງອົງພຣະດາໄລລາມະ, ເຄີຍເວົ້າວ່າ: “ອາຕະມາອ່ານ ລຳ-ຣິມ-ເຊັນ-ໂມ (ການນຳສະເໜີການປະຕິບັດທັມຢ່າງເປັນລຳດັບຂັ້ນ ໂດຍພຣະສົງຂະປະ, ເຊິ່ງເປັນບົດພື້ນຖານ ແລະ ໃຫຍ່) ຮ້ອຍຄັ້ງ, ແລະ ທຸກຄັ້ງທີ່ອາຕະມາອ່ານ, ອາຕະມາໄດ້ຄວາມເຂົ້າໃຈໃໝ່ ແລະ ເລິກກວ່າເກົ່າ.” ອັນນີ້ແມ່ນຕົວຢ່າງທີ່ດີຂອງວິທີທີ່, ເຖິງວ່າຈະໄດ້ຄວາມເຂົ້າໃຈທີ່ຖືກຕັ້ງແຕ່ຕົ້ນ, ເຮົາຍັງຕ້ອງສືບຕໍ່ລົງເລິກໄປອີກຍິ່ງໆ ຂຶ້ນ. 

ການທຳສະມາທິກ່ຽວກັບຄວາມຕາຍ

ບາດນີ້ເຮົາມາເບິ່ງທັງສີ່ຈຸດໃນດ້ານຂອງການທຳສະມາທິກ່ຽວກັບຄວາມຕາຍ, ເພື່ອທີ່ເຮົາຈະສາມາດມີຕົວຢ່າງຂອງສິ່ງທີ່ອ້າງເຖິງ ແລະ ວິທີນຳໃຊ້ມັນ. ແນ່ນອນ, ເຮົາຈະເຮັດອັນນີ້ພາຍຫຼັງທີ່ໄດ້ຮັບຄຳສອນກ່ຽວກັບຄວາມຕາຍ ແລະ ການທຳສະມາທິກ່ຽວກັບຄວາມຕາຍແລ້ວເທົ່ານັ້ນ. ເວລາທີ່ເບິ່ງຄວາມຕາຍ, ມີຄວາມຈິງສາມປະການທີ່ເຮົາຕ້ອງເຮັດວຽກນຳ: 

  • ຄວາມຕາຍເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້. 
  • ເວລາຂອງຄວາມຕາຍເປັນສິ່ງບໍ່ແນ່ນອນ. 
  • ໃນເວລາຂອງຄວາມຕາຍ, ບໍ່ມີຫຍັງທີ່ຈະຊ່ວຍໄດ້ນອກຈາກພຣະທັມ. 

ເຮົາທັງໝົດຈະຕາຍ. ມັນຫຼີກລ່ຽງບໍ່ໄດ້ - ຜູ້ຂ້າ, ທ່ານ, ທຸກຄົນທີ່ເຮົາຮູ້ເປັນການສ່ວນຕົວ, ແລະ ຄົນອື່ນອີກທຸກຄົນຄືກັນ. ເຮົາທັງໝົດບໍ່ຮູ້ວ່າຄວາມຕາຍຈະມາເມື່ອໃດ, ແລະ ເມື່ອເຮົາຕາຍ, ກໍບໍ່ມີຫຍັງທີ່ຈະຊ່ວຍເຮົາໄດ້ນອກຈາກນິໄສດ້ານບວກທີ່ເຮົາໄດ້ສ້າງມາ ແລະ ສ້າງໃຫ້ເປັນສ່ວນໜຶ່ງຂອງຄວາມຕໍ່ເນື່ອງທາງຈິດໃຈຂອງເຮົາ. 

ຄວາມຕາຍເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້, ແຕ່ມັນຂຶ້ນກັບຫຍັງລະ (ສັດຈະພົດຂອງການເພິ່ງພາອາໄສ)? ເຮົາ ສາມາດວິເຄາະສິ່ງນີ້ໄດ້ໃນຫຼາຍລະດັບ. ອັນທຳອິດ, ຄວາມຕາຍຂຶ້ນກັບຊີວິດ. ຖ້າບໍ່ມີຊີວິດ, ເຮົາກໍຕາຍບໍ່ໄດ້. ແລະທຸກວັນ, ເຮົາກໍເຖົ້າແກ່ລົງ, ແລະ ຮ່າງກາຍຂອງເຮົາ, ເຊິ່ງໃນຕອນຕົ້ນນັ້ນແຂງແຮງ, ກໍອ່ອນເພຍລົງ. ສະນັ້ນ ຄວາມຕາຍກໍຂຶ້ນກັບຮ່າງກາຍທີ່ສາມາດປ່ວຍ, ສາມາດຖືກລົດຕຳໄດ້ ແລະ ອື່ນໆ ເຊັ່ນກັນ. 

ເປັນຫຍັງຈິ່ງຄິດກ່ຽວກັບຄວາມຕາຍ?

ໃນລະດັບທີ່ເລິກກວ່າກ່ຽວກັບສັດຈະພົດຂອງການເພິ່ງພາອາໄສ, ສິ່ງທີ່ເຮົາຕ້ອງເຂົ້າໃຈກ່ອນການທຳສະມາທິກ່ຽວກັບຄວາມຕາຍແມ່ນຊີວິດມະນຸດທີ່ມີຄ່າ, ໜ້າມະຫັດສະຈັນນີ້ທີ່ເຮົາມີ. ຄວາມສຳນຶກຕໍ່ຄວາມຕາຍແມ່ນຕັ້ງໃຈຈະບັນດານໃຈໃຫ້ເຮົາສວຍໂອກາດຈາກຊີວິດມະນຸດອັນມີຄ່ານີ້ດຽວນີ້. ຖ້າເຮົາບໍ່ຮູ້ບຸນຄຸນຊີວິດຂອງເຮົາ ແລະ ການທີ່ເຮົາມີໂອກາດທີ່ຈະປັບປຸງຕົນເອງ, ແລ້ວເຮົາກໍຈະບໍ່ຄິດກ່ຽວກັບການເສຍຊີວິດປານໃດ. ເພາະຄົນສ່ວນຫຼາຍບໍ່ຮູ້ບຸນຄຸນວ່າ “ເຮົາມີຊີວິດຢູ່, ແລະ ເຮົາສາມາດໃຊ້ຮ່າງກາຍ ແລະ ຈິດໃຈຂອງເຮົາໃນການສຳເລັດສິ່ງທີ່ສ້າງສັນໄດ້,” ເຂົາຖິ້ມເວລາຊີວິດໄປລ້າໆ. ສະນັ້ນ ການສຳນຶກກ່ຽວກັບຄວາມຕາຍຈິ່ງຂຶ້ນກັບການສຳນຶກກ່ຽວກັບຊີວິດ. 

ເຮົາສັງເກດໄດ້ວ່າເຮົາມີຊີວິດມະນຸດທີ່ມີຄ່ານີ້ ແລະ ເປັນອິດສະລະຈາກສະຖານະການທີ່ເຮວຮ້າຍທີ່ສຸດທີ່ຈະກີດກັ້ນເຮົາຈາກການສວຍໂອກາດຈາກການມີຊີວິດ. ເຮົາບໍ່ໄດ້ເກີດມາເປັນແມງສາບທີ່ໃຜກໍຢາກຢຽບເວລາເຫັນ. ເຮົາບໍ່ໄດ້ເກີດມາເປັນປານ້ອຍທີ່ຖືກປາໃຫຍ່ກິນທັງເປັນ. ເຮົາບໍ່ໄດ້ເກີດມາເປັນແມງວັນ. ລອງຄິດເບິ່ງ, ເຮົາຈະເຮັດ ຫຼື ສຳເລັດຫຍັງໄດ້ແດ່ຖ້າເຮົາເກີດເປັນແມງວັນ? ບໍ່ໄດ້ຫຼາຍ, ເຮົາຈະໃຊ້ເວລາທັງຊີວິດບິນໄປຕອມຂີ້ ແລະ ຂີ້ເຫຍື້ອ!

ສະນັ້ນ, ຈຸດປະສົງຂອງການສຳນຶກເຖິງຄວາມຕາຍ (ສັດຈະພົດຂອງການທຳງານ) ບໍ່ແມ່ນພຽງການໂສກເສົ້າວ່າ: “ໂອ້, ຄືເປັນຕາຢ້ານແທ້! ເຮົາຈະຕາຍແນ່ນອນແລ້ວ!” ອັນນີ້ບໍ່ແມ່ນຈຸດຂອງມັນ. ໜ້າທີ່ຂອງມັນແມ່ນການເຮັດໃຫ້ເຮົາຢາກສວຍໂອກາດຈາກເວລາອັນມີຄ່າທີ່ເຮົາມີ, ເພາະເຮົາບໍ່ຮູ້ເລີຍວ່າມັນຈະຈົບເມື່ອໃດ. ຄືດັ່ງໝູ່ຂອງຜູ້ຂ້າອາທິດແລ້ວນີ້, ຜູ້ທີ່ມີສຸຂະພາບດີສົມບູນ ແລະ ບໍ່ໄດ້ແກ່ປານໃດ. ລາວບໍ່ໄດ້ສູບຢາ ຫຼື ດື່ມເຫຼົ້າ, ລາວບໍ່ໄດ້ມີຄວາມດັນເລືອດສູງ, ລາວອອກກຳລັງກາຍຫຼາຍ, ລາວເປັນນັກທຳສະມາທິ ແລະ ນັກປະຕິບັດທີ່ແຂງຂັນ. ແລະເຊົ້າມື້ໜຶ່ງອາທິດແລ້ວນີ້, ລາວເຂົ້າໄປອາບນ້ຳ, ຫົວໃຈວາຍ ແລະ ລົ້ມລົງຕາຍ. ທໍ່ນັ້ນ. 

ບໍ່ມີຄວາມແນ່ນອນໃດໆ ເລີຍວ່າເຮົາຈະເສຍຊີວິດອັນມີຄ່ານີ້ເມື່ອໃດ, ແລະ ຄວາມຕາຍກໍມັກຈະມາໂດຍທີ່ເຮົາບໍ່ຄາດຄິດ. ເຮົາບໍ່ຈຳເປັນຕ້ອງແກ່, ແລະ ເຮົາບໍ່ຈຳເປັນຕ້ອງປ່ວຍກ່ອນຕາຍ. ສະນັ້ນ ຈຸດປະສົງຫຼັກຂອງການສຳນຶກເຖິງຄວາມຕາຍແມ່ນການເອົາຊະນະຄວາມຂີ້ຄ້ານ ແລະ ການຜັດມື້, ມີແຕ່ຈົ່ງໄວ້ເຮັດມື້ອື່ນ. ໝູ່ຂອງຜູ້ຂ້າ, ອາລັນ, ຜູ້ຕາຍ, ເປັນຕົວຢ່າງທີ່ດີ. ແມ່ຂອງລາວເຖົ້າຫຼາຍແລ້ວ ແລະ ສຸຂະພາບບໍ່ດີປານໃດ, ແລະ ລາວກໍຢາກຊ່ວຍເພິ່ນ, ທັງດ້ານຮ່າງກາຍ ແລະ ເງິນຄຳ. ສະນັ້ນ ລາວຈະໄປຫາເພິ່ນທຸກເສົາ-ທິດ ເພື່ອຊ່ວຍດູແລເພິ່ນ - ໄປຊື້ເຄື່ອງ ແລະ ອື່ນໆ. ລາວເວົ້າສະເໝີວ່າທັນທີທີ່ແມ່ເສຍ, ລາວຈະບຳນານຈາກວຽກ ແລະ ກ່ອນອື່ນໝົດຈະໄປເຂົ້າວິເວກວັຊຣະສັດ (Vajrasattva) ປີໜຶ່ງເພື່ອຊຳລະລ້າງ, ແລ້ວກໍໄປຝຶກໄລຍະຍາວອື່ນໆ. ອັນນີ້ແມ່ນຄວາມຕັ້ງໃຈຂອງລາວ. 

ດັ່ງທີ່ຜູ້ຂ້າໄດ້ເວົ້າໄປ, ລາວເປັນນັກປະຕິບັດທີ່ແຂງຂັນ, ແຕ່ລາວບໍ່ເຄີຍໄປເຂົ້າວິເວກທຳສະມາທິຈັກເທື່ອ ເພາະລາວຢາກຢູ່ຊ່ວຍ ແລະ ດູແລແມ່ຂອງລາວ, ສະນັ້ນ ລາວເລີຍຕ້ອງເຮັດວຽກ. ລາວຄວນສືບຕໍ່ ເຮັດວຽກເພື່ອຊ່ວຍແມ່ຂອງລາວ, ຫຼື ໄປເຂົ້າວິເວກໃນຕອນທີ່ລາວມີໂອກາດ, ແລະ ໃຫ້ຄົນອື່ນດູແລແມ່ແທນ? ພຣະທັມຈະບອກໃຫ້ເຮົາເຮັດແນວໃດ? ຄຳສອນກ່ຽວກັບຄວາມຕາຍຈະແນະນຳໃຫ້ເຮົາເຮັດແນວໃດ? ເຮົາຄວນຄິດ, ເຮົາຈະເຮັດແນວໃດໃນສະຖານະການນັ້ນ? 

ແນວຄວາມຄິດໜຶ່ງອາດແມ່ນການເຂົ້າວິເວກໄລຍະສັ້ນ ແລະ ຊ່ວຍແມ່ໄປໃນເວລາດຽວກັນ. ການເຂົ້າວິເວກບໍ່ຈຳເປັນຕ້ອງເປັນກິດຈະກຳເຕັມເວລາ - ເຮົາສາມາດເຮັດພາກເຊົ້າ ແລະ ພາກແລງໄດ້, ແລະ ດູແລສິ່ງຕ່າງໆ ທີ່ເຮົາຕ້ອງດູແລໃນລະຫວ່າງວັນ. ການໄປເຂົ້າວິເວກແມ່ນເປັນການດີ, ແຕ່ຄຳສອນຈະບອກສະເໝີວ່າສິ່ງສຳຄັນແມ່ນການຕອບແທນບຸນຄຸນຂອງທຸກສັບພະສິ່ງ, ໂດຍສະເພາະແມ່ຂອງເຮົາທີ່ມອບຊີວິດໃຫ້ເຮົາ. ເມື່ອເຮົາດູແລພໍ່ແມ່, ໂດຍສະເພາະການປາສະຈາກຄວາມຄັບແຄ້ນໃຈທີ່ວ່າ: “ຈັກປານໃດຊິຕາຍ ເພາະເຮົາຊັງວຽກ ແລະ ຢາກບຳນານແລ້ວ,” ເຮົາຈະສ້າງທ່າແຮງທາງບວກອັນໃຫຍ່ຫຼວງ. ຖ້າເຮົາບໍ່ຕ້ອງຫ່ວງກັບພໍ່ແມ່ຂອງເຮົາ, ແລ້ວແນ່ນອນເຮົາຕ້ອງສວຍໂອກາດໃນຊີວິດໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້. 

ສ່ວນຫຼາຍ, ພຣະລາມະທິເບດຈະບໍ່ຖືນັກຮຽນພຣະທັມຄົນຕາເວັນຕົກຈິງຈັງຫຼາຍ, ເພາະຫຼາຍຄົນບໍ່ມີການອຸທິດຕົນ ແລະ ການຜູກມັ່ນຕໍ່ພຣະທັມ ແລະ ຄວາມຮູ້ຄຸນຄ່າຄືດັ່ງຄົນທິເບດຫຼາຍຄົນມີ. ຄົນຕາເວັນຕົກມັກຈະອ່າວຜ່ອນຄາຍກັບທັດສະນະຄະຕິຂອງຕົນ, ຄິດແຕ່ວ່າ: “ເຮົາເມື່ອຍມື້ນີ້, ເຮົາຈະໄປຟັງຄຳສອນເທື່ອໜ້າ.” ແຕ່ຖ້າເຮົາຈິງຈັງແທ້, ແລະ ມີສຳນຶກຕໍ່ຄວາມຕາຍ ແລະ ຊີວິດມະນຸດອັນມີຄ່າທີ່ເຮົາມີນີ້, ມັນຈະເຮັດໃຫ້ເຮົາໄປຟັງຄຳສອນທຸກມື້ທີ່ມີ, ບໍ່ວ່າເຮົາຈະຮູ້ສຶກແນວໃດ. 

ຄວາມຕາຍຈະມາ: ຈົ່ງຜ່ອນຄາຍ! 

ຊີວິດອັນມີຄ່າຂອງເຮົາຈະຈົບລົງ. ເຮົາບໍ່ຮູ້ວ່າເມື່ອໃດ. ເຮົາອາດລົ້ມຕາຍໃນຫ້ອງນ້ຳຍ້ອນຫົວໃຈວາຍ; ເຮົາອາດຖືກລົດເມຕຳ. ແລະເຮົາບໍ່ຢາກຖິ້ມຊີວິດເຮົາໄປລ້າໆ. ການສຳນຶກເຖິງຄວາມຕາຍຈະຊ່ວຍເອົາຊະນະຄວາມຂີ້ຄ້ານ ແລະ ຊ່ວຍໃຫ້ເຮົາສວຍເອົາໂອກາດທັງໝົດທີ່ເຮົາມີ. ແຕ່, ໃນການເຮັດແນວນັ້ນ, ສິ່ງສຳຄັນແມ່ນບໍ່ກົດດັນ ແລະ ຕຶງຄຽດ. ສ່ວນຫຼາຍເຮົາຈະຕຶງຄຽດ ແລະ ກົດດັນກັບສິ່ງທີ່ບໍ່ສຳຄັນ, ເລື່ອງເລັກໆ ນ້ອຍໆ, ເຮົາຍັງເຂັ້ມງວດກັບພຣະທັມນຳ. ເຮົາຕ້ອງຈິງໃຈໃນການປະຕິບັດທັມຂອງເຮົາ, ແຕ່ໃນແບບຜ່ອນຄາຍ - ແຕ່ອັນນີ້ບໍ່ໝາຍເຖິງຄວາມຂີ້ຄ້ານ. ເມື່ອເຮົາໄດ້ສ້າງນິໄສທາງບວກ, ແລ້ວເມື່ອເຖິງເວລາຕາຍ ມັນຈະບໍ່ມີບັນຫາເພາະເຮົາຮູ້ວ່ານິໄສເຫຼົ່ານັ້ນຈະຊ່ວຍເຮົາ. 

ຄວາມຕາຍເປັນຈຸດຈົບຕາມຕັກກະຂອງຊີວິດ

ແລ້ວ, ເຮົາກໍຕັ້ງຢູ່ບົນເຫດຜົນທີ່ວ່າຄຳສອນນັ້ນສອດຄ່ອງກັບສິ່ງທີ່ພຣະພຸດທະເຈົ້າສອນ ຫຼື ບໍ່ (ສັດຈະພົດຂອງເຫດຜົນ). ເພື່ອເຮັດໄດ້ສິ່ງນີ້ ໂດຍທົ່ວໄປເຮົາຕ້ອງຮັບຄຳສອນ ຫຼື ອ່ານປຶ້ມທັມຫຼາຍເຫຼັ້ມເສຍກ່ອນຈິ່ງຮູ້. ຄຳສອນພຣະທັມຫຼາຍອັນເວົ້າກ່ຽວກັບຄວາມບໍ່ທ່ຽງ, ແລະ ສະນັ້ນ ມັນຈິ່ງສອດຄ່ອງກັບສິ່ງທີ່ພຣະພຸດທະເຈົ້າໄດ້ສອນໄວ້. 

ມັນເປັນຕາມຕັກກະບໍ? ເອີ, ກໍແມ່ນຫັນລະ, ທຸກວັນເຮົາຈະຫຍັບເຂົ້າໃກ້ຄວາມຕາຍຂຶ້ນ. ນະຈຸດໜຶ່ງ ການສະແດງຈະຈົບລົງ. ຄວາມຕາຍຈະມາແນ່ນອນ, ເພາະບໍ່ມີສະພາບການໃດທີ່ສາມາດຍູ້ຄວາມຕາຍໄປໄດ້ເມື່ອມັນມາຮອດແລ້ວ. ອາຍຸໄຂຂອງເຮົາບໍ່ສາມາດຕໍ່ອອກໄດ້, ດ້ວຍຄວາມທີ່ອາຍຸໄຂທີ່ເຫຼືອຢູ່ຂອງເຮົານັ້ນສັ້ນລົງທຸກມື້, ທຸກນາທີ, ທຸກວິນາທີ. ເພື່ອທີ່ສິ່ງນີ້ຈະຊຶມຊັບເຂົ້າໄປໃນທາງອາລົມໄດ້ນັ້ນເປັນສິ່ງທີ່ເລິກເຊິ່ງແທ້ໆ, ເມື່ອເຮົາເຮັດໄດ້ໃນແບບທີ່ເຮົາຈະບໍ່ຕື່ນຕົກໃຈ, ແຕ່ສາມາດຜ່ອນຄາຍກັບມັນ, ໃນຂະນະທີ່ຖືມັນຈິງຈັງນຳ. ເຖິງວ່າເຮົາຈະບໍ່ໄດ້ມີເວລາໃນຊ່ວງທີ່ມີຊີວິດຢູ່ເພື່ອປະຕິບັດພຣະທັມ, ເຮົາກໍຈະຕ້ອງຕາຍ. ທຸກຄົນທີ່ເຄີຍມີຊີວິດຢູ່ໄດ້ຕາຍໄປ. 

ຜົນທີ່ເປັນປະໂຫຍດ

ຜົນໄດ້ຮັບເປັນແນວໃດ? ເອີ, ຖ້າເຮົາຫາກເຊື່ອໝັ້ນແທ້ໆ ວ່າຄວາມຕາຍຈະມາ ແລະ ວ່າເຮົາມີຊີວິດທີ່ມີຄ່ານີ້, ຜົນຂອງມັນກໍຄືມັນຈະຫຼຸດຄວາມຂີ້ຄ້ານຂອງເຮົາລົງ, ແລະ ເຮັດໃຫ້ເຮົາສວຍທຸກໂອກາດທີ່ເຮົາມີ. ເຮົາສາມາດເຫັນໄດ້ວ່າອັນນີ້ເປັນປະໂຫຍດຈາກປະສົບການຂອງເຮົາເອງ. 

ສັດຈະພົດທີສີ່, ກ່ຽວກັບທຳມະຊາດຂອງສິ່ງຕ່າງໆ, ແມ່ນວ່າ ແມ່ນ, ທຳມະຊາດຂອງທຸກສິ່ງທີ່ມີຊີວິດຢູ່ແມ່ນມັນຈະຕາຍ. ອັນນີ້ແມ່ນສິ່ງທີ່ມັນເປັນ, ອັນນີ້ແມ່ນຄວາມເປັນຈິງ, ແລະ ເຮົາເຮັດຫຍັງບໍ່ໄດ້ນອກຈາກຍອມຮັບຄວາມຈິງອັນນີ້. 

ຈາກຕົວຢ່າງນີ້ ເຮົາສາມາດເຫັນໄດ້ວ່າເຮົາສາມາດນຳໃຊ້ສັດຈະພົດທັງສີ່ເຫຼົ່ານີ້, ກ່ຽວພັນກັບປະສົບການຂອງເຮົາເອງ, ເພື່ອວິເຄາະຄຳສອນ. ອັນນີ້ແມ່ນຂະບວນການທີ່ສືບເນື່ອງ, ເພາະມັນໃຊ້ຄວາມພະຍາຍາມຫຼາຍໃນການເຊື່ອໝັ້ນ 100% ແລະ ເຊື່ອມສານເຂົ້າໃນຊີວິດຂອງເຮົາ. ມັນງ່າຍທີ່ຈະເຊື່ອໝັ້ນໃນທາງປັນຍາ, ແຕ່ຍາກຫຼາຍທີ່ຈະເຊື່ອໝັ້ນໃນທາງອາລົມ. ຈິດໃຈ ແລະ ຮ່າງກາຍກໍຕ່າງກັນ - ຕົວຢ່າງໃນແງ່ຂອງຄວາມຕາຍຂອງໝູ່ຜູ້ຂ້າ, ທາງຈິດໃຈ, ທາງອາລົມ, ຜູ້ຂ້າຮູ້ສຶກສະຫງົບ, ແຕ່ຮ່າງກາຍຂອງຜູ້ຂ້າຮູ້ສຶກລ້າໝົດແຮງ. 

ສະນັ້ນ ມີຄວາມໂສກເສົ້າໃນລະດັບກາຍະພາບ, ເພາະມັນຍາກທີ່ຈະໄດ້ຄວາມຮູ້ສຶກນັ້ນໃນລະດັບຮ່າງກາຍຂອງ “ທຸກຄົນຈະຕາຍ.” ແລະຄວາມໂສກເສົ້າຈະຜຸດຂຶ້ນໃນລະດັບຈິດໃຈເປັນບາງເວລາ ເພາະມັນເປັນທຳມະຊາດ. ເຮົາບໍ່ແມ່ນພຣະພຸດທະເຈົ້າ; ເຮົາຍັງບໍ່ໄດ້ຫຼຸດພົ້ນ. ເຮົາຍັງບໍ່ເປັນອິດສະລະຈາກອາລົມລົບກວນ ຫຼື ຄວາມທຸກທັງໝົດເທື່ອ. ແຕ່ນັ້ນແມ່ນສິ່ງທີ່ເຮົາມຸ່ງເປົ້າໄວ້. 

ສະຫຼຸບ

ເມື່ອເຮົາຮູ້ວ່າການຫຼຸດພົ້ນ ແລະ ການຕັດສະຮູ້ແມ່ນຫຍັງແທ້ໆ ແລ້ວ, ເຮົາຈະສາມາດຕັ້ງເປົ້າໝາຍຂອງເຮົາໄດ້. ເມື່ອເຮົາຮູ້ໄດ້ວ່າເຮົາຕ້ອງການຫຍັງແທ້ໆ, ເຮົາຈະສາມາດຫາບາດກ້າວທີ່ຈະໄປໃຫ້ເຖິງຈຸດນັ້ນໄດ້. ສັດຈະພົດສີ່ປະການຈະເປັນປະໂຫຍດໃນການຊ່ວຍເຮົາໃຫ້ໝັ້ນໃຈໃນສິ່ງທີ່ເຮົາກຳລັງເຮັດ.

ເມື່ອເຮົາທຳສະມາທິກ່ຽວກັບຄວາມຕາຍ, ແລະ ເຂົ້າໃຈແທ້ໆ ວ່າເຮົາທັງໝົດຈະຕາຍ, ແຕ່ເຮົາບໍ່ຮູ້ວ່າເມື່ອໃດ, ເຮົາຈະໄດ້ແຮງຜັກດັນໃຫ້ດຳເນີນຕໍ່ໄປກັບສິ່ງທີ່ມີຄວາມໝາຍແທ້ໆ. ຄວາມສຳນຶກເຖິງຄວາມຕາຍຈະນຳມາເຊິ່ງການປ່ຽນແປງອັນເຫຼືອເຊື່ອພາຍໃນຕົວເຮົາ, ເຮັດໃຫ້ເປັນໄປບໍ່ໄດ້ທີ່ຈະຍອມຈຳນົນໃຫ້ກັບຄວາມຂີ້ຄ້ານ ຫຼື ຄວາມຊຶມເສົ້າ.

Top