ການທຳສະມາທິແມ່ນຫຍັງ?

Study buddhism what is meditation

ການທຳສະມາທິແມ່ນວິທີການສ້າງພາວະຈິດໃຈທີ່ເປັນປະໂຫຍດ. ເຮົາເຮັດສິ່ງນີ້ໂດຍການສ້າງພາວະຈິດໃຈອັນໃດໜຶ່ງຊ້ຳໄປຊ້ຳມາ ຈົນກາຍເປັນນິໄສ. ໃນທາງຮ່າງກາຍ, ການທຳສະມາທິໄດ້ຖືກສະແດງໃຫ້ເຫັນວ່າຊ່ວຍສ້າງທາງເດີນປະສາດອັນໃໝ່. 

ປະໂຫຍດຂອງການທຳສະມາທິ

ມີພາວະຈິດໃຈທີ່ເປັນປະໂຫຍດຫຼາຍອັນທີ່ເຮົາສາມາດສ້າງຂຶ້ນດ້ວຍການທຳສະມາທິ: 

  • ຜ່ອນຄາຍຫຼາຍຂຶ້ນ, ແລະ ກົດດັນໜ້ອຍລົງ 
  • ມີຈຸດສຸມຫຼາຍຂຶ້ນ, ແລະ ລະເມີໜ້ອຍລົງ 
  • ສະຫງົບຂຶ້ນ, ປາສະຈາກຄວາມກັງວົນຕະຫຼອດເວລາ
  • ມີຄວາມເຂົ້າໃຈຕົນເອງ ແລະ ຊີວິດຂອງຕົນ, ແລະ ຂອງຜູ້ອື່ນຫຼາຍຂຶ້ນ 
  • ມີອາລົມດ້ານບວກຫຼາຍຂຶ້ນ, ເຊັ່ນຄວາມຮັກ ແລະ ຄວາມເຫັນໃຈ. 

ເຮົາສ່ວນຫຼາຍຢາກມີຈິດໃຈທີ່ສະຫງົບ, ກະຈ່າງແຈ້ງ, ແລະ ເປັນສຸກກວ່າ. ຖ້າເຮົາກົດດັນ ຫຼື ຢູ່ໃນພາວະດ້ານລົບ, ມັນຈະເຮັດໃຫ້ເຮົາບໍ່ເປັນສຸກ. ມັນຈະສົ່ງຜົນກະທົບດ້ານລົບຕໍ່ສຸຂະພາບຂອງເຮົາ ແລະ ສາມາດທຳລາຍວຽກງານ, ຊີວິດຄອບຄົວ ແລະ ມິດຕະພາບຂອງເຮົາໄດ້. 

ຖ້າເຮົາເບື່ອຄວາມກົດດັນ ແລະ ອາລົມເສຍງ່າຍ, ເຮົາອາດຊອກຫາວິທີ - ເຊັ່ນການທຳສະມາທິ - ເພື່ອຊ່ວຍຕົນເອງ. ການທຳສະມາທິຈະຊ່ວຍໃຫ້ເຮົາເອົາຊະນະຂໍ້ເສຍທາງອາລົມໂດຍປາສະຈາກຜົນສະທ້ອນດ້ານລົບໄດ້. 

ເຮົາຕ້ອງມີວິທີການທີ່ເປັນຈິງຕໍ່ການທຳສະມາທິ. ມັນແມ່ນເຄື່ອງມືທີ່ເຮົາສາມາດໃຊ້ເພື່ອບັນລຸຜົນໄດ້ຮັບດ້ານບວກ, ແຕ່ມັນບໍ່ແມ່ນຢາປົວທຸກຢ່າງໃນທັນທີ. ບໍ່ມີຜົນລັບໃດທີ່ຈະບັນລຸໄດ້ດ້ວຍສາເຫດອັນດຽວ, ຫາກແຕ່ດ້ວຍຫຼາຍສາເຫດ ແລະ ສະພາວະ. ຕົວຢ່າງເຊັ່ນ ການທຳສະມາທິອາດຊ່ວຍເຮົາໄດ້ແທ້ຖ້າເຮົາມີຄວາມດັນເລືອດສູງ, ແຕ່ຜົນລັບຈະບໍ່ເປັນຄືຖ້າເຮົາປ່ຽນອາຫານການກິນ, ອອກກຳລັງກາຍ ແລະ ກິນຢານຳ. 

ປະເພດຂອງການທຳສະມາທິແບບພຸດ

ມີຫຼາຍວິທີທຳສະມາທິ, ແລະ ເຖິງວ່າທັງໝົດລ້ວນແລ້ວແຕ່ຊ່ວຍເຮົາໃຫ້ສະຫງົບລົງ, ອັນນີ້ບໍ່ແມ່ນເປົ້າໝາຍສຸດທ້າຍ. ແຕ່, ການຫຼຸດຜ່ອນຄວາມກົດດັນແມ່ນຈຳເປັນຢ່າງຍິ່ງ ກ່ອນທີ່ເຮົາຈະສາມາດສ້າງຄວາມຄືບໜ້າອັນແທ້ຈິງໃນການສ້າງພາວະດ້ານບວກຫຼາຍຂຶ້ນ, ສະນັ້ນ ໂດຍທົ່ວໄປ ເຮົາຈະຜ່ອນຄາຍ ແລະ ສະຫງົບຈິດໃຈຂອງເຮົາໂດຍການສຸມໃສ່ການຫັນໃຈ, ກ່ອນທີ່ຈະກ້າວໄປສູ່ການສັບປ່ຽນລະຫວ່າງການທຳສະມາທິແບບພຸດສອງປະເພດ: ການສັງເກດຈຳແນກ ແລະ ການສ້າງຄວາມໝັ້ນຄົງ. 

ກັບການທຳສະມາທິດ້ວຍການສັງເກດຈຳແນກ, ສ່ວນຫຼາຍມັກເອີ້ນວ່າ “ການວິເຄາະ”, ເຮົາຈະໃຊ້ເຫດຜົນເພື່ອຝຶກຕົນເອງ, ເທື່ອລະກ້າວ, ໄປສູ່ພາວະຈິດໃຈທີ່ເປັນບວກ, ເປັນຕົ້ນແມ່ນຄວາມຮັກ. ຫຼືເຮົາອາດນຳໃຊ້ເຫດຜົນເພື່ອວິເຄາະສະຖານະການໜຶ່ງ ເພື່ອໃຫ້ເຂົ້າໃຈມັນຢ່າງຖືກຕ້ອງ, ເປັນຕົ້ນແມ່ນຄວາມອະນິດຈັງຂອງສະຖານະການນັ້ນ. ຫຼື ເຮົາອາດພຽງແຕ່ສ້າງພາບໃນໃຈກ່ຽວກັບບາງສິ່ງດ້ວຍຄຸນລັກສະນະດ້ານບວກ, ເຊັ່ນເປັນພາບຂອງພຣະພຸດທະເຈົ້າ, ແລ້ວພະຍາຍາມສັງເກດມັນຢ່າງລະອຽດ. 

ແລ້ວ, ໃນການທຳສະມາທິດ້ວຍການສ້າງຄວາມໝັ້ນຄົງ, ເຮົາໃຊ້ສະຕິ, ຄວາມເອົາໃຈໃສ່ ແລະ ການສຸມຈິດໃຈເພື່ອຮັກສາພາວະຈິດໃຈດ້ານບວກທີ່ເຮົາໄດ້ສ້າງຂຶ້ນໃຫ້ຢູ່ດົນທີ່ສຸດເທົ່າທີ່ຈະເຮັດໄດ້. ຫຼື ເຮົານຳໃຊ້ເຄື່ອງມືເຫຼົ່ານັ້ນເພື່ອຮັກສາໃຫ້ຈິດໃຈສຸມຢູ່ກັບພາບທີ່ເຮົາຈິນຕະນາການຂຶ້ນມາໄດ້. 

ເຮົາສະຫຼັບການທຳສະມາທິສອງປະເພດນີ້ໄປມາ. ເມື່ອເຮົາໄດ້ສ້າງ ແລະ ສາມາດສັງເກດພາວະດ້ານບວກຂອງຈິດໃຈທີ່ເຮົາປາຖະໜາແລ້ວ, ເຮົາຈະສ້າງຄວາມໝັ້ນຄົງໃຫ້ມັນ; ແລະ ເມື່ອການສຸມຈິດໃຈຂອງເຮົາຕໍ່ພາວະນີ້ຫາກອ່ອນລົງ ຫຼື ສູນເສຍໄປ, ເຮົາຈະຝຶກຕົນເອງຄືນເພື່ອສ້າງ ແລະ ສັງເກດມັນອີກເທື່ອໜຶ່ງ.


ການທຳສະມາທິໃນຊີວິດປະຈຳວັນ 

ປະເດັນຂອງການທຳສະມາທິບໍ່ແມ່ນພຽງແຕ່ໃຫ້ຮູ້ສຶກສະຫງົບ, ມີຈຸດສຸມ ແລະ ຮັກຫອມເມື່ອເຮົານັ່ງເທິງເບາະຢູ່ເຮືອນ, ແຕ່ເພື່ອໃຫ້ມີຜົນຕໍ່ຊີວິດປະຈຳວັນຂອງເຮົາແທ້. ຖ້າເຮົາທຳສະມາທິເປັນປະຈຳ, ມັນຈະເຮັດໃຫ້ອາລົມດ້ານບວກກາຍເປັນນິໄສທີ່ເຮົາສາມາດນຳໃຊ້ໄດ້ເມື່ອໃດກໍຕາມທີ່ເຮົາຕ້ອງການ, ທັງເວັນ ຫຼື ຄືນ. ໃນທີ່ສຸດແລ້ວ, ມັນຈະກາຍເປັນສ່ວນໜຶ່ງຂອງເຮົາ - ເປັນສິ່ງທີ່ເປັນທຳມະຊາດຈົນເຮົາບໍ່ຕ້ອງພະຍາຍາມກໍເປັນຄົນທີ່ຮັກ, ມີຈຸດສຸມ ແລະ ສະຫງົບຂຶ້ນໄດ້. 

ຈະມີຊ່ວງເວລາທີ່ເຮົາໂມໂຫ ແລະ ອຸກອັ່ງ, ແຕ່ທັງໝົດທີ່ເຮົາຈະຕ້ອງເຮັດແມ່ນການເຕືອນຕົນເອງວ່າ: “ຈົ່ງຮັກຫອມຂຶ້ນອີກ.” ຍ້ອນເຮົາຈະລຶ້ງເຄີຍກັບພາວະຈິດໃຈອັນນີ້ຫຼາຍຈາກການຝຶກສະມາທິຢ່າງສະໝ່ຳສະເໝີ, ເຮົາຈະສ້າງມັນຂຶ້ນມາໄດ້ທັນທີ. 

ບໍ່ມີໃຜສົມບູນແບບ, ແລະ ເຮົາທຸກຄົນຕ່າງກໍມີນິໄສເສຍບາງອັນທີ່ເຮົາຢາກປົດຖິ້ມ. ໂຊກດີທີ່ນິໄສເຫຼົ່ານີ້ບໍ່ໄດ້ຖືກຈາລຶກໄວ້ໃນສີລາຫິນ, ແຕ່ສາມາດປ່ຽນໄດ້. 

ການປ່ຽນແປງນີ້ບໍ່ໄດ້ຕ້ອງການຢ່າງອື່ນເລີຍ ນອກຈາກຄວາມພະຍາຍາມຂອງເຮົາເອງ. ເຮົາຫຼາຍຄົນໃຊ້ເວລາຫຼາຍຊົ່ວໂມງໃນຢິມ ແຕ່ລືມຝຶກສົມບັດອັນຍິ່ງໃຫຍ່ທີ່ສຸດຂອງຕົນຄືຈິດໃຈຂອງເຮົາເອງ. ມັນຍາກໃນຕອນເລີ່ມໃໝ່, ແຕ່ເມື່ອເຮົາເຫັນປະໂຫຍດທີ່ການທຳສະມາທິນຳມາສູ່ຊີວິດເຮົາແລ້ວ, ເຮົາຈະດີໃຈທີ່ຈະລົງທຶນລົງເວລາໃສ່ໃນການພັດທະນາຈິດໃຈຂອງເຮົາ.

Top