ການຝຶກຈິດໃຈໃນຊີວິດປະຈຳວັນ: ບໍ່ມີຫຍັງພິເສດ

ເຮົາທຸກຄົນມີຄວາມຮູ້ສຶກພາຍໃນຂອງ "ເຮົາ," ມາແຕ່ເກີດ ວ່າເປັນສູນກາງຂອງຈັກກະວານທີ່ຕື່ນໃນຕອນເຊົ້າ ແລະ ເຂົ້ານອນຕອນກາງຄືນ, ປະສົບກັບອາລົມຫຼາກຫຼາຍໃນລະຫວ່າງນັ້ນ. ຕົວ "ເຮົາ" ນີ້ຈະຫາຄວາມສຸກ ແລະ ຫຼີກເວັ້ນບັນຫາສະເໝີ, ແຕ່ຊີວິດບໍ່ໄດ້ເປັນໄປຕາມທີ່ເຮົາຕ້ອງການ. ໂດຍການປະເມີນຄືນຕົວ "ເຮົາ" ນີ້ ແລະ ຄວາມສໍາພັນຂອງມັນກັບ "ຄົນອື່ນ," ເຮົາຈະສາມາດຮຽນຮູ້ທີ່ຈະເປີດກວ້າງ, ຜ່ອນຄາຍ, ແລະ ແມ່ນແຕ່ມີຄວາມສຸກ, ໃນເວລາປະເຊີນກັບຄວາມຫຍຸ້ງຍາກທີ່ເກີດຂຶ້ນກັບເຮົາ.

Top