ຈາກຄວາມຈິງສອງປະການ, ຄວາມຈິງສີ່ປະການ

ການດຳເນີນການໄປສູ່ເປົ້າໝາຍທາງສາສະໜາ

ມີສອງວິທີທີ່ເຮົາສາມາດດຳເນີນການໄປສູ່ເປົ້າໝາຍທາງສາສະໜາໄດ້: 

  • ບົນພື້ນຖານຂອງຄວາມສັດທາ - ເຮົາມີຄວາມສັດທາວ່າມັນເປັນໄປໄດ້ທີ່ຈະບັນລຸເປົ້າໝາຍນັ້ນ. ບົນພື້ນຖານຂອງສັດທານີ້ ເຮົາຈະພະຍາຍາມໄປສູ່ມັນ, ແລະ ເມື່ອເຮົາດຳເນີນການຝຶກຕໍ່ໄປ, ໃນທີ່ສຸດເຮົາຈະເຊື່ອໝັ້ນວ່າມັນເປັນໄປໄດ້ທີ່ຈະບັນລຸເປົ້າໝາຍນັ້ນ. ຕົວຢ່າງເຊັ່ນ, ຖ້າເປົ້າໝາຍຂອງເຮົາແມ່ນການເອົາຊະນະ ແລະ ຕັດຄວາມທຸກຕະຫຼອດໄປ ແລະ ເຮົາມີຄວາມສັດທາວ່າມັນເປັນໄປໄດ້, ໃນຂະນະທີ່ເຮົາພະຍາຍາມໄປສູ່ສິ່ງນັ້ນ, ຖ້າຄວາມທຸກຂອງເຮົາຫຼຸດລົງ, ເຮົາຈະເຊື່ອໝັ້ນວ່າມັນເປັນໄປໄດ້ທີ່ຈະບັນລຸເປົ້າໝາຍຂອງເຮົາ. ສ່ວນໜຶ່ງຂອງຄວາມກ້າວໜ້າຂອງເຮົາ, ເຮົາສຶກສາ ແລະ ທຳສະມາທິຫຼາຍຂຶ້ນ, ແລະ ດ້ວຍເຫດນີ້, ເຮົາຍັງເຊື່ອໝັ້ນຢ່າງມີຕັກກະວ່າເປົ້າໝາຍນັ້ນບັນລຸໄດ້.  
  • ບົນພື້ນຖານຂອງຄວາມເຊື່ອໝັ້ນ - ກ່ອນອື່ນໝົດ ເຮົາຕ້ອງເຊື່ອໝັ້ນດ້ວຍເຫດຜົນ ແລະ ຕັກກະສາດວ່າເປົ້າໝາຍນັ້ນບັນລຸໄດ້, ແລະ ຈາກນັ້ນເຮົາຈິ່ງດຳເນີນການສູ່ເປົ້າໝາຍນັ້ນ. 

ເຫຼົ່ານີ້ແມ່ນສອງແນວທາງທີ່ມັກກ່າວເຖິງໃນແງ່ຂອງສອງວິທີການໃນການພັດທະນາພຣະໂພທິຈິດ, ຖ້າເຮົາຢາກໃຊ້ເຂົ້າໃນສູດແບບດັ້ງເດີມຂອງພຣະພຸດທະສາສະໜາ. 

ກ່ອນອື່ນ, ເຮົາພັດທະນາພຣະໂພທິຈິດສຳພັດ, ໂດຍມີເປົ້າໝາຍເພື່ອການຕັດສະຮູ້ໃນອະນາຄົດຂອງເຮົາເອງ, ເຊິ່ງຍັງບໍ່ເກີດຂຶ້ນເທື່ອ, ແຕ່ສາມາດເກີດຂຶ້ນໄດ້. ເຮົາຢາກເຮັດສິ່ງນີ້ເພື່ອເປັນປະໂຫຍດຕໍ່ທຸກຕົນ, ເພາະເຮົາເຫັນວ່າວິທີດຽວທີ່ເຮົາຈະຊ່ວຍທຸກຕົນໄດ້ແມ່ນການບັນລຸພາວະນີ້ໂດຍທີ່ເຮົາເຂົ້າໃຈເຫດ ແລະ ຜົນຢ່າງຖ່ອງແທ້ ແລະ ວິທີທີ່ມີປະສິທິພາບທີ່ສຸດໃນການຊ່ວຍເຫຼືອຜູ້ອື່ນ. ນອກນັ້ນ, ເຮົາມີຄວາມສັດທາມັນເປັນໄປໄດ້ທີ່ຈະບັນລຸເປົ້າໝາຍນັ້ນ. 

ເມື່ອເຮົາກ້າວໜ້າຂຶ້ນເລື້ອຍໆ, ເຮົາຈະພັດທະນາສິ່ງທີ່ເອີ້ນວ່າພຣະໂພທິຈິດທີ່ເລິກເຊິ່ງທີ່ສຸດ, ເຊິ່ງໝາຍເຖິງຄວາມເຂົ້າໃຈໃນສູນຍະຕາ (ຄວາມວ່າງເປົ່າ) - ຄວາມຈິງທີ່ວ່າສິ່ງຕ່າງໆ ບໍ່ມີການດຳລົງຢູ່ໃນຮູບແບບທີ່ເປັນໄປບໍ່ໄດ້. ເຮົາເຂົ້າໃຈຄວາມເປັນຈິງ, ແລະ ເຫັນວ່າທຳມະຊາດຂອງຈິດໃຈນັ້ນສາມາດບໍ່ສາຍພາບການໄຝ່ຝັນໄດ້, ແຕ່ແທ້ຈິງແລ້ວພຽງແຕ່ຮັບຮູ້ຄວາມເປັນຈິງເທົ່ານັ້ນເອງ. ເມື່ອເຮົາເຂົ້າໃຈສິ່ງນັ້ນ, ເຮົາຈິ່ງເຊື່ອໝັ້ນຢ່າງຕັກກະສາດວ່າເປົ້າໝາຍນັ້ນສາມາດບັນລຸໄດ້. ຈາກນັ້ນ ສັດທາຂອງເຮົາກໍກາຍເປັນຄວາມເຊື່ອໝັ້ນ. ອີກແນວທາງໜຶ່ງແມ່ນການພັດທະນາຄວາມເຂົ້າໃຈໃນຄວາມເປັນຈິງນີ້ກ່ອນ, ໂດຍທີ່ເຮົາເຂົ້າໃຈວ່າການຕັດສະຮູ້ນັ້ນເປັນໄປໄດ້ - ສະນັ້ນ ພຣະໂພທິຈິດທີ່ເລິກເຊິ່ງທີ່ສຸດກ່ອນ. ບົນພື້ນຖານນີ້, ເຮົາເຊື່ອໝັ້ນວ່າເຮົາສາມາດບັນລຸການຕັດສະຮູ້ ແລະ, ຍ້ອນຄວາມເຊື່ອໝັ້ນນີ້, ເຮົາຈິ່ງພະຍາຍາມທີ່ຈະບັນລຸມັນ. ແນວທາງທີສອງນີ້ພົບໃນຕຳຣາຂອງພຣະນາຄາຣ໌ຊຸນ, ປະຣະມາຈານຜູ້ຍິ່ງໃຫຍ່ຄົນອິນເດຍ, ຊື່ “ບົດວິຈານພຣະໂພທິຈິດ” (Bodhichitta-vivarana  ໃນພາສາສັນສະກຣິດ).

ແນວທາງນີ້ໄດ້ຖືກນຳສະເໜີໃນໂຄງທີ່ເຮົາຫາກໍ່ໄດ້ເບິ່ງໄປ, ເຖິງວິທີທີ່ເຮົາໄດ້ມາເຊິ່ງອະຣິຍະສັດສີ່ຈາກຄວາມຈິງສອງປະການ, ແລະ ຈາກອະຣິຍະສັດສີ່ - ພຣະຣັດຕະນະໄຕຣ. ຈຸດປະສົງຂອງການນຳສະເໜີນີ້ແມ່ນເພື່ອຊ່ວຍໃຫ້ເຮົາເຂົ້າໃຈວ່າການປົດປ່ອຍ ແລະ ການຕັດສະຮູ້ນັ້ນເປັນໄປໄດ້, ເນື່ອງຈາກມັນຢູ່ບົນຄວາມເປັນຈິງ. 

  • ການປົດປ່ອຍໝາຍເຖິງພາວະຂອງການເປັນອດສະລະຕະຫຼອດໄປຈາກການກັບຊາດມາເກີດຊ້ຳໆ ຢ່າງບໍ່ສາມາດຄວບຄຸມໄດ້: ປາສະຈາກສັງສາຣະວັດໂດຍສິ້ນເຊີງ, ເພື່ອທີ່ວ່າເຮົາຈະຫຼຸດພົ້ນຈາກຄວາມທຸກຕະຫຼອດໄປ. ຜູ້ທີ່ບັນລຸການຫຼຸດພົ້ນແມ່ນ “ອໍຣະຫັນ,” ສິ່ງມີຊີວິດທີ່ໄດ້ບັນລຸການປົດປ່ອຍແລ້ວ. 
  • ການຕັດສະຮູ້ແມ່ນພາວະຂອງການເປັນອິດສະລະຕະຫຼອດໄປຈາກຄວາມຄຸມເຄືອທັງໝົດທີ່ປ້ອງກັນເຮົາຈາກຄວາມເຂົ້າໃຈວິທີທີ່ມີປະສິທິພາບທີ່ສຸດໃນການຊ່ວຍເຫຼືອສິ່ງມີຊີວິດທີ່ຈຳກັດທັງໝົດໃຫ້ບັນລຸການປົດປ່ອຍ ແລະ ການຕັດສະຮູ້. ສິ່ງມີຊີວິດທີ່ຕັດສະຮູ້ແລ້ວເອີ້ນວ່າ “ພຣະພຸດທະເຈົ້າ.” 

ເມື່ອເຮົາເຊື່ອໝັ້ນວ່າບໍ່ພຽງແຕ່ຈະເປັນໄປໄດ້, ແຕ່ເຮົາກໍເຊັ່ນກັນ - ບໍ່ພຽງແຕ່ພຣະສາກະຍະມຸນີພຸດທະເຈົ້າ - ທີ່ສາມາດບັນລຸຄວາມຫຼຸດພົ້ນ ແລະ ຕັດສະຮູ້ໄດ້, ມັນເຮັດໃຫ້ເຮົາມີຄວາມເຂັ້ມແຂງ ແລະ ໝັ້ນຄົງໃນການປະຕິບັດທັມຢ່າງຫຼວງຫຼາຍ. ເຖິງແນວນັ້ນ, ມັນກໍບໍ່ແມ່ນເລື່ອງງ່າຍທີ່ຈະເຂົ້າໃຈ, ແຕ່ກໍບໍ່ມີໃຜເຄີຍບອກວ່າມັນເປັນເຊັ້ນນັ້ນ! 

ຄວາມຈິງສອງປະການ

ໃນເວລາປະຊຸມທຳອິດຂອງເຮົາ, ເຮົາໄດ້ສົນທະນາເຖິງແຖວທຳອິດ: 

ໂດຍການຮູ້ຄວາມໝາຍຂອງຄວາມຈິງທັງສອງ, ເຊິ່ງເປັນຮາກຖານວິຖີທີ່ທຸກສິ່ງຄົງຢູ່, 

ຮາກຖານຂອງການສົນທະນາທັງໝົດແມ່ນການນຳສະເໜີຄວາມຈິງສອງປະການ, ເຊິ່ງກ່ຽວຂ້ອງກັບການດຳລົງຢູ່ ແລະ ໜ້າທີ່ຂອງທຸກສິ່ງ - ກ່າວຄື, ວິຖີທີ່ທຸກສິ່ງຄົງຢູ່. ຄວາມຈິງທັງສອງປະການນີ້, ກ່ຽວກັບທຸກສິ່ງ, ແມ່ນຖືກຕ້ອງທັງສອງ ແລະ ສະນັ້ນກໍເປັນຈິງ: 

  • ຄວາມຈິງສຳພັນ: ສິ່ງຕ່າງໆ ເກີດຂຶ້ນໂດຍຂຶ້ນຢູ່ກັບສາເຫດ ແລະ ເງື່ອນໄຂ. ແນ່ນອນ, ມີລະດັບອື່ນທີ່ສິ່ງຕ່າງໆ ຂຶ້ນກັບອີກ, ເຊັ່ນສ່ວນຕ່າງໆ ຂອງມັນ ແລະ ແນວຄິດທີ່ອ້າງເຖິງມັນ. ໃນທີ່ນີ້ ປະເດັນຫຼັກແມ່ນເຫດ ແລະ ຜົນໃນແງ່ປະສົບການ, ໂດຍສະເພາະໃນແງ່ຂອງປະສົບການຄວາມສຸກ ແລະ ຄວາມບໍ່ເປັນສຸກທີ່ກ່ຽວຂ້ອງກັບຄວາມບີບບັງຄັບຂອງກັມ. 
  • ຄວາມຈິງທີ່ເລິກເຊິ່ງທີ່ສຸດ: ເຖິງວ່າສິ່ງຕ່າງໆ ອາດບໍ່ປາກົດໃຫ້ເຮົາເຫັນວ່າເກີດຂຶ້ນໂດຍເພິ່ງພາອາໄສ, ແຕ່ການປາກົດຫຼອກລວງໃນວິຖີດຳລົງຢູ່ທີ່ເປັນໄປບໍ່ໄດ້ເຫຼົ່ານັ້ນບໍ່ສອດຄ່ອງກັບຄວາມເປັນຈິງ. ຄວາມເປັນຈິງທີ່ສອດຄ່ອງກັບການສາຍພາບຂອງເຮົານັ້ນບໍ່ມີຢູ່ເລີຍ. ການປາສະຈາກສິ່ງຕ່າງໆ ທີ່ດຳລົງຢູ່ດ້ວຍຕົວມັນເອງຢ່າງສົມບູນ, ໂດຍບໍ່ຂຶ້ນກັບສາເຫດ ແລະ ເງື່ອນໄຂ, ນີ້ເອີ້ນວ່າ “ສູນຍະຕາ.” ຫຼື “ຄວາມວ່າງເປົ່າ.”

ອະຣິຍະສັດສີ່

ບົນພື້ນຖານຂອງຄວາມຖືກຕ້ອງຂອງຄວາມຈິງສອງປະການ, ພຣະພຸດທະເຈົ້າສາມາດເຂົ້າໃຈ ແລະ ກຳນົດອະຣິຍະສັດສີ່ໄດ້. ສິ່ງນີ້ສະແດງໃນແຖວທີສອງ: 

ເຮົາເລີ່ມໝັ້ນໃຈກັບວິທີການ, ຈາກຄວາມຈິງສີ່ປະການ, ທີ່ເຮົາເຂົ້າສູ່ ແຕ່ກໍສາມາດຖອຍ ການເກີດໃໝ່ທີ່ເກີດຊ້ຳໆ ຢ່າງບໍ່ສາມາດຄວບຄຸມໄດ້ຂອງເຮົາແນວໃດ. 

ອະຣິຍະສັດສີ່ຖືກເບິ່ງວ່າເປັນຄວາມຈິງໂດຍຜູ້ທີ່ມີຄວາມບັນລຸສູງ. ນີ້ແມ່ນປະເດັນທີ່ເປັນຕາສົນໃຈ, ເພາະມັນໝາຍຄວາມວ່າບໍ່ແມ່ນແຕ່ພຣະພຸດທະເຈົ້າເທົ່ານັ້ນທີ່ເຫັນວ່າຂໍ້ເທັດຈິງເຫຼົ່ານີ້ເປັນຄວາມຈິງ, ແຕ່ແມ່ນແຕ່ສຳລັບຜູ້ທີ່ບັນລຸເຖິງຂັ້ນໜຶ່ງກ່ອນຄວາມເປັນແຕ່ພຣະພຸດທະເຈົ້າ, ທີ່ຈິງແລ້ວກ່ອນນັ້ນດົນ. ມັນເກີດຂຶ້ນເມື່ອເຮົາມີຄວາມຮັບຮູ້ທີ່ບໍ່ແມ່ນແຕ່ແນວຄວາມຄິດກ່ຽວກັບສູນຍະຕາ, ຫຼື ເວົ້າອີກແນວໜຶ່ງແມ່ນຄວາມຈິງທີ່ເລິກເຊິ່ງທີ່ສຸດນັ້ນເອງ. ຄວາມເຂົ້າໃຈນີ້ຖືກຕ້ອງ ແລະ ເດັດຂາດໂດຍສິ້ນເຊີງ. ເນື່ອງຈາກວ່າມັນບໍ່ແມ່ນແນວຄວາມຄິດ, ມັນໝາຍຄວາມວ່າເຮົາບໍ່ໄດ້ຮັບຮູ້ສິ່ງຕ່າງໆ ຜ່ານໝວດໝູ່. 

ເມື່ອເຮົາຄິດເຖິງໝວດໝູ່, ເຊັ່ນ “ໝາ,” ເຮົາມີສິ່ງທີ່ສະແດງເຖິງໝາ. ການເປັນຕົວແທນນີ້ອາດແຕກຕ່າງກັນເລັກໜ້ອຍສຳລັບແຕ່ລະຄົນ, ແຕ່ເມື່ອເຮົາເຫັນໝາຕາມຫົນທາງ ຫຼື ບ່ອນໃດກໍຕາມ, ເຮົາຈະຮັບຮູ້ຜ່ານໝວດໝູ່ນີ້. ຈາກພາບທີ່ເຮົາມີກ່ຽວກັບໝາ - ບໍ່ຈຳເປັນຕ້ອງເປັນພາບສໍາລັບເຫັນທີ່ສະເພາະເຈາະຈົງ - ເຮົາຈັດການຮັບຮູ້ກ່ຽວກັບໝາເຂົ້າໃສ່ກັນ. ເມື່ອເຮົາຮັບຮູ້ບາງຢ່າງທີ່ບໍ່ເປັນໄປຕາມແນວຄວາມຄິດ, ສິ່ງນັ້ນແມ່ນປາສະຈາກຕົວກັ່ນຕອງຂອງໝວດໝູ່ໃດໆ ຫຼື ສິ່ງທີ່ສະແດງເຖິງສິ່ງນັ້ນ. ນັ້ນແມ່ນເຫດຜົນທີ່ມັນເອີ້ນວ່າ “ການຮັບຮູ້ເປົ່າໆ.” ເຮົາຮັບຮູ້ສິ່ງຕ່າງໆ ໂດຍບໍ່ຕ້ອງຈັດມັນໃສ່ໃນກ່ອງໃດໆ. 

ຜູ້ທີ່ມີການບັນລຸສູງ ຫຼື ພຣະອະຣຍະ ໃນພາສາສັນສະກຣິດ, ເຫັນຄວາມເປັນຈິງໂດຍບໍ່ຕ້ອງເອົາມັນໃສ່ໃນກ່ອງຂອງ “ຄວາມເປັນຈິງ” ເຊັ່ນ, “ບາດນີ້ເຮົາເຫັນຄວາມເປັນຈິງແລ້ວ.” ພວກເພິ່ນເຂົ້າໃຈຢ່າງຖ່ອງແທ້, ຖືກຕ້ອງ, ແລະ ແນ່ວແນ່ກັບສິ່ງທີ່ພວກເພິ່ນເຫັນ - ຄວາມເປັນຈິງ - ໂດຍບໍ່ຕ້ອງເອົາໃສ່ໃນກ່ອງ ຫຼື ໝວດໝູ່ໃດ. ມັນບໍ່ງ່າຍປານໃດ. ເຖິງວ່າເຮົາອາດບໍ່ເວົ້າເຖິງກ່ອງທີ່ເຮົາວາງສິ່ງຕ່າງໆ ໃສ່, ແຕ່ມັນຫາກແມ່ນວິຖີທີ່ເຮົາຮັບຮູ້ທຸກສິ່ງ. ເຮົາເອົາມັນທັງໝົດໃສ່ໃນກ່ອງ, ຄືກັບວ່າສິ່ງຕ່າງໆ ດຳລົງຢູ່ໃນກ່ອງດ້ວຍຕົວມັນເອງ, ແຍກອອກຈາກອັນອື່ນທັງໝົດ. 

ໃນທີ່ນີ້ບໍ່ຈຳເປັນຕ້ອງອະທິບາຍເພີ່ມເຕີມກ່ຽວກັບຄວາມຮັບຮູ້ທາງແນວຄວາມຄິດ. ປະເດັນແມ່ນວ່າເຮົາບໍ່ຈຳເປັນຕ້ອງເປັນພຣະພຸດທະເຈົ້າຈິ່ງຈະເຫັນຄວາມເປັນຈິງໃນທາງນີ້ໄດ້. ເມື່ອເຮົາເຫັນຄວາມເປັນຈິງໃນແງ່ທີ່ບໍ່ເປັນແນວຄວາມຄິດ, ເຮົາຈະເຫັນອະຣິຍະສັດສີ່ວ່າເປັນຈິງ, ແລະ ເຮົາຈະໝັ້ນໃຈກັບມັນ. 

ຄວາມຈິງສີ່ປະການນີ້ແມ່ນຫຍັງ? ອັນທີໜຶ່ງແມ່ນຄວາມທຸກ. ອັນທີສອງແມ່ນສາເຫດຂອງຄວາມທຸກ. ອັນທີສາມແມ່ນການຢຸດຄວາມທຸກ ແລະ ສາເຫດຂອງມັນ. ອັນທີສີ່ແມ່ນເສັ້ນທາງ ຫຼື ຄວາມເຂົ້າໃຈທີ່ຈະນຳໄປສູ່ການຢຸດຄວາມທຸກ. ເຫຼົ່ານີ້ເອີ້ນວ່າຄວາມຈິງດັ່ງໃນ “ຄວາມທຸກອັນແທ້ຈິງ,” “ສາເຫດອັນແທ້ຈິງ,” ແລະ ອື່ນໆ. 

ການສົນທະນາທັງໝົດນີ້ແມ່ນຢູ່ໃນບໍລິບົດຂອງການເກີດໃໝ່ - ຄວາມຕໍ່ເນື່ອງທາງຈິດທີ່ບໍ່ມີຈຸດເລີ່ມຕົ້ນ ແລະ ຈຸດຈົບ. ການເກີດໃໝ່ເປັນຮາກຖານ. ເຮົາໄດ້ເວົ້າກ່ຽວກັບປະສົບການສ່ວນບຸກຄົນໃນແຕ່ລະຂະນະ, ເຊິ່ງຖ້າມັນດຳເນີນໄປໃນແງ່ຂອງເຫດ ແລະ ຜົນ, ຈະບໍ່ສາມາດມີຈຸດເລີ່ມຕົ້ນທີ່ແນ່ນອນວ່າມັນເລີ່ມຈາກຄວາມບໍ່ມີຫຍັງ. ໃນລັກສະນະດຽວກັນ, ຈະບໍ່ສາມາດມີຊ່ວງເວລາສຸດທ້າຍທີ່ມັນກາຍບໍ່ມີຫຍັງ. ມັນເປັນໄປບໍ່ໄດ້. ພຽງແຕ່ຈາກຄວາມຈິງພື້ນຖານຂອງເຫດ ແລະ ຜົນ, ເຮົາອາດຕ້ອງສະຫຼຸບວ່າຄວາມຕໍ່ເນື່ອງທາງຈິດໃຈຂອງບຸກຄົນບໍ່ມີຈຸດເລີ່ມຕົ້ນ ຫຼື ຈຸດຈົບ, ແລະ ສະນັ້ນການເກີດໃໝ່ຈິ່ງຕ້ອງເປັນຄວາມຈິງ. 

ຄວາມທຸກທີ່ແທ້ຈິງ

ຄວາມທຸກທີ່ແທ້ຈິງມີສາມປະການ: 

  • ປະການທຳອິດແມ່ນຄວາມທຸກຕາມປົກກະຕິຂອງເຮົາ, ເຊິ່ງເຮົາເອີ້ນວ່າ ຄວາມທຸກຂອງຄວາມທຸກ. ເຮົາທັງໝົດເຄີຍປະສົບກັບຄວາມບໍ່ເປັນສຸກ. ຄວາມບໍ່ເປັນສຸກບໍ່ຈຳເປັນຕ້ອງຄືກັນກັບຄວາມເຈັບປວດ. ຄວາມສຸກ ແລະ ຄວາມບໍ່ເປັນສຸກ ແລະ ຄວາມຜາສຸກ ແລະ ຄວາມເຈັບປວດແມ່ນສອງສິ່ງທີ່ແຕກຕ່າງກັນ. ຄວາມຜາສຸກ ແລະ ຄວາມເຈັບປວດເປັນຄວາມຮູ້ສຶກທາງກາຍ, ໃນຂະນະທີ່ຄວາມສຸກ ແລະ ຄວາມບໍ່ເປັນສຸກເປັນພາວະຂອງຈິດໃຈ. ບາງຄົນອາດຮູ້ສຶກເຈັບປວດແຕ່ກໍມີຄວາມສຸກກັບມັນ, ເຊັ່ນຫຼັງຈາກອອກກຳລັງກາຍຢ່າງໜັກ, ໃນຂະນະທີ່ບາງຄົນອາດປະສົບກັບຄວາມຜາສຸກແຕ່ບໍ່ມີຄວາມສຸກກັບມັນ, ເຊັ່ນເມື່ອຖືກບັງຄັບໃຫ້ມີເພດສຳພັນ. ສະນັ້ນ ເຫຼົ່ານີ້ຈິ່ງແມ່ນຕົວແປສອງຕົວທີ່ແຕກຕ່າງກັນ. ໃນທີ່ນີ້ ເຮົາກຳລັງເວົ້າເຖິງຄວາມບໍ່ເປັນສຸກ, ເຊິ່ງເຮົາທັງໝົດຮູ້ດີ, ແລະ ໄດ້ຖືກອະທິບາຍໄວ້ໃນແງ່ຂອງການເກີດໃໝ່ທີ່ຮ້າຍກວ່າເກົ່າເຊິ່ງເຕັມໄປດ້ວຍຄວາມທຸກທຸກຮູບແບບ. 
  • ປະການທີສອງເອີ້ນວ່າຄວາມທຸກຂອງການປ່ຽນແປງ, ແລະ ມັນໝາຍເຖິງຄວາມສຸກແບບທຳມະດາຂອງເຮົາ. ບັນຫາຂອງຄວາມສຸກທຳມະດາຂອງເຮົາແມ່ນວ່າມັນບໍ່ເຄີຍຍືນຍົງ ຫຼື ເຮັດໃຫ້ເຮົາພໍໃຈ. ເຮົາຢາກໄດ້ອີກສະເໝີ, ແຕ່ຖ້າເຮົາມີຫຼາຍເກີນໄປ, ເຮົາຈະລຳຄານ ແລະ ມັນຈະກາຍເປັນຄວາມບໍ່ເປັນສຸກ. ຕົວຢ່າງງ່າຍໆ ແມ່ນການກິນອາຫານຫຼາຍເກີນໄປທີ່ເຮົາມັກຫຼາຍທີ່ສຸດ, ເຊິ່ງຈະເຮັດໃຫ້ເຮົາບໍ່ສະບາຍ. ແລ້ວເຮົາຈະບໍ່ຢາກກິນອີກ, ແລະ ເຮົາຈະຮູ້ສຶກບໍ່ເປັນສຸກ. ສະນັ້ນ ບັນຫາແມ່ນວ່າຄວາມສຸກທຳມະດາຂອງເຮົານັ້ນບໍ່ເປັນທີ່ໜ້າພໍໃຈ ຫຼື ຄົງທີ່. ຊີວິດທຳມາະດາໆ ຂອງເຮົານັ້ນຂຶ້ນໆ ລົງໆ, ແລະ ບາງຄັ້ງເຮົາຈະເປັນສຸກ ແລະ ບາງເວລາເຮົາຈະບໍ່ເປັນສຸກ, ແຕ່ບໍ່ມີຄວາມແນ່ນອນໃນເລື່ອງນີ້. ບໍ່ວ່າຈະເກີດຫຍັງຂຶ້ນອ້ອມຕົວເຮົາ, ເຮົາຈະບໍ່ມີວັນຮູ້ວ່າເຮົາຈະຮູ້ສຶກແນວໃດໃນຂະນະຕໍ່ໄປ. ໃນທັນໃດ, ເຮົາອາດຮູ້ສຶກບໍ່ເປັນສຸກ ຫຼື ເບື່ອ ຫຼື ຊຶມເສົ້າ. ມັນຂຶ້ນໆ ລົງໆ ຢ່າງຕໍ່ເນື່ອງ. 
  • ຄວາມທຸກປະການທີສາມເອີ້ນວ່າຄວາມທຸກທີ່ແຜ່ກະຈາຍໄປທົ່ວ, ແລະ ມັນແມ່ນພື້ນຖານຂອງປະສົບການທີ່ຂຶ້ນໆ ລົງໆ ຂອງຄວາມບໍ່ເປັນສຸກ ແລະ ຄວາມສຸກທຳມະດາຂອງເຮົາ. ພື້ນຖານແມ່ນການດຳລົງຢູ່ ຫຼື ການເກີດໃໝ່ຊ້ຳໆ ທີ່ບໍ່ສາມາດຄວບຄຸມໄດ້ຂອງເຮົາ, ເຊິ່ງຮູ້ກັນໃນພາສາສັນສະກຣິດວ່າ ສັງສາຣະວັດ. ເຮົາສືບຕໍ່ເກີດໃໝ່ແລ້ວເກີດໃໝ່ອີກດ້ວຍຮ່າງກາຍ ແລະ ຈິດໃຈປະເພດທີ່ເປັນພື້ນຖານສຳລັບການປະສົບກັບຄວາມຂຶ້ນໆ ລົງໆ ຫຼື ຄວາມສຸກທຳມະດາໆ ແລະ ຄວາມບໍ່ເປັນສຸກຂອງຊີວິດ. ອັນນີ້ແມ່ນຄວາມທຸກທີ່ແທ້ຈິງ, ບັນຫາທີ່ແທ້ຈິງຂອງເຮົາ. ອັນນີ້ແມ່ນຄວາມທຸກອັນຫຼັກທີ່ເຮົາຈະເຫັນ, ຖ້າເຮົາເຫັນຄວາມເປັນຈິງ. 

ສາເຫດທີ່ແທ້ຈິງຂອງຄວາມທຸກ

ຖ້າເຮົາເຫັນຄວາມເປັນຈິງ, ເຮົາກໍຈະເຫັນຂໍ້ເທັດຈິງທີ່ວ່າສິ່ງທີ່ເຮົາປະສົບນັ້ນຂຶ້ນໆ ລົງໆ, ກັບພື້ນຖານທີ່ສືບໄປເລື້ອຍໆ ເຊັ່ນກັນ ວ່າເຫຼົ່ານີ້ນັ້ນເປັນຄວາມຈິງ. ເມື່ອເຮົາເຫັນສິ່ງນີ້, ເຮົາຈະເຂົ້າໃຈວ່າມັນຈຳເປັນຕ້ອງມາຈາກສາເຫດ. ປະເດັນຫຼັກຂອງຄວາມຈິງສຳພັດແມ່ນວ່າທຸກສິ່ງລ້ວນເກີດຈາກສາເຫດ, ສະນັ້ນ ສາເຫດທີ່ແທ້ຈິງຂອງການທີ່ເຮົາສືບຕໍ່ເກີດໃໝ່ຊ້ຳໆ ຢ່າງຄວຍຄຸມບໍ່ໄດ້, ດັ່ງທີ່ໄດ້ກ່າວໄວ້ໄນໂຄງນັ້ນແມ່ນຫຍັງ? ເວົ້າອີກແນວໜຶ່ງ, ມັນເກີດຂຶ້ນໄດ້ແນວໃດ? ແມ່ນຫຍັງທີ່ເປັນສາເຫດຂອງວົງຈອນທີ່ເກີດຂຶ້ນຊ້ຳໆ ຢ່າງບໍ່ຮູ້ຢຸດນີ້? 

ໃນເວລາປະຊຸມກ່ອນນີ້ຂອງເຮົາ, ເຮົາໄດ້ເຫັນວ່າຖ້າເຮົາປະສົບກັບຄວາມບໍ່ເປັນສຸກ, ມັນແມ່ນຜົນຂອງພຶຕິກຳທຳລາຍ, ແລະ ຖ້າເຮົາປະສົບກັບຄວາມສຸກແບບທຳມະດາ, ມັນແມ່ນຜົນຂອງພຶຕິກຳສ້າງສັນ. ຕໍ່ສິ່ງນີ້ເຮົາຈະເພີ່ມ ກັມ ເຂົ້າໄປ, ເຊິ່ງຜູ້ຂ້າມັກແປເປັນ ການບີບບັງຄັບ. ສະນັ້ນ ເຮົາຈະມີພຶຕິກຳທຳລາຍຢ່າງບີບບັງຄັບ, ແລະ ພຶຕິກຳສ້າງສັນຢ່າງບີບບັງຄັບ. ອັນນີ້ແມ່ນບໍ່ຄືກັບພຶຕິກຳສ້າງສັນຂອງພຣະພຸດທະເຈົ້າ - ແຕ່ເປັນພຶຕິກຳທີ່ບີບບັງຄັບ, ທີ່ເຮົາເຮັດດີບົນພື້ນຖານຂອງອັດຕະ, ຫຼື ຕ້ອງສົມບູນແບບ ແລະ ເຮັດທຸກສິ່ງຢ່າງຖືກຕ້ອງ ແບບບີບບັງຄັບ. ອັນນີ້ແມ່ນອອກແນວປະສາດໜ້ອຍໜຶ່ງ. 

ຖ້າເຮົາປະພຶດໃນທາງບີບບັງຄັບ, ມັນແມ່ນຍ້ອນເຮົາຢູ່ໃຕ້ອິທິພົນຂອງອາລົມ ແລະ ທັດສະນະຄະຕິລົບກວນ, ເຊິ່ງເຮົາໄດ້ສົນທະນາກັນໄປແລ້ວໃນແງ່ຂອງພຶຕິກຳທຳລາຍແບບບີບບັງຄັບ. ຍ້ອນຄວາມໂມໂຫ, ເຮົາຂ້າຄົນ; ຍ້ອນຄວາມໂລບ, ເຮົາລັກ; ຍ້ອນຄວາມໄຮ້ດຽງສາ, ເຮົາຄິດວ່າການກະທຳຂອງເຮົາບໍ່ມີສະທ້ອນ, ເຊັ່ນຄິດວ່າ: “ເຮົາຈະບໍ່ຖືກຈັບດອກ. ມັນບໍ່ເປັນຫຍັງ. ຖ້າເຮົາລັກ, ມັນກໍມ່ວນ!”

ເບື້ອງຫຼັງພຶຕິກຳທຳລາຍແບບບີບບັງຄັບນີມີຄວາມບໍ່ສຳນຶກ, ເຊິ່ງເປັນສຳນວນທີ່ມັກແປເປັນ “ຄວາມບໍ່ຮູ້,” ແຕ່ມັນບໍ່ໄດ້ໝາຍເຖິງວ່າເຮົາໂງ່, ພຽງແຕ່ສັບສົນເທົ່ານັ້ນ. ເຮົາບໍ່ສຳນຶກກ່ຽວກັບຫຍັງ? ອັນທຳອິດ, ເຮົາບໍ່ສຳນຶກກ່ຽວກັບເຫດ ແລະ ຜົນ, ເຊິ່ງຖ້າເຮົາເຂົ້າໃຈ ແລະ ເຊື່ອໝັ້ນແທ້ໆ, ເຮົາຈະບໍ່ກະທຳແບບທຳລາຍ. ເຮົາຈະຮູ້ໂດຍສັນຊາຕະຍານວ່າມັນຈະຈົບລົງດ້ວຍການສ້າງຄວາມທຸກໃຫ້ເຮົາ, ເຊິ່ງບໍ່ແມ່ນການລົງໂທດ, ພຽງແຕ່ແມ່ນຜົນຂອງສາເຫດທີ່ເຮົາສ້າງ. 

ອັນທີ່ຈິງ, ມີຄວາມບໍ່ສຳນຶກຢູ່ສອງປະເພດ. ໜຶ່ງ, ເຮົາບໍ່ຮູ້ວ່າການກະທຳແບບທຳລາຍນັ້ນຈະນຳຄວາມບໍ່ເປັນສຸກມາໃຫ້ໃນທີ່ສຸດ, ຫຼື ສອງ, ເຮົາຄິດໃນທາງກັບກັນ, ເຊັ່ນວ່າ: “ຖ້າເຮົາກະທຳແບບທຳລາຍ, ມັນຈະນຳຄວາມເປັນສຸກມາໃຫ້ເຮົາ. ຖ້າເຮົາລັກສິ່ງທີ່ເຮົາຢາກໄດ້, ມັນຈະເຮັດໃຫ້ເຮົາມີຄວາມສຸກ. ຖ້າເຮົາຂ້າສັດຕູຂອງເຮົາ, ມັນຈະເຮັດໃຫ້ເຮົາມີຄວາມສຸກ.” ເຖິງວ່າຫຼັງຈາກການກະທຳແບບທຳລາຍແລ້ວເຮົາອາດຮູ້ສຶກມີຄວາມສຸກ - “ອາ, ເຮົາໄດ້ຂ້າຍູງໂຕນັ້ນໄປແລ້ວ, ບາດນີ້ເຮົາກໍຜ່ອນຄາຍໄດ້!” - ແຕ່ເຖິງແນວນັ້ນ, ສຳລັບຜົນຕາມມາໄລຍະຍາວ, ເຊັ່ນຄວາມຮູ້ສຶກບໍ່ເປັນສຸກບໍ່ວ່າແມ່ນຫຍັງຈະເກີດຂຶ້ນ, ອັນນີ້ແມ່ນຍ້ອນພຶຕິກຳທຳລາຍເຊັ່ນນີ້. ສະນັ້ນ, ພຶຕິກຳທຳລາຍແມ່ນມາຈາກຄວາມບໍ່ສຳນຶກຂອງເຫດ ແລະ ຜົນ, ເວົ້າອີກແນວໜຶ່ງແມ່ນຄວາມບໍ່ສຳນຶກຂອງຄວາມຈິງສຳພັດ. ຜູ້ຂ້າຈະບໍ່ທຳທ່າວ່າທັງໝົດນີ້ເປັນສິ່ງທີ່ເຂົ້າໃຈງ່າຍ, ເພາະມັນບໍ່ແມ່ນ, ແຕ່ມັນເປັນສິ່ງທີ່ເຮົາສາມາດພະຍາຍາມເຂົ້າໃຈໄດ້. 

ຖ້າເຮົາສະຫຼຸບປະເດັນນີ້, ເຫດຜົນທີ່ວ່າເປັນຫຍັງເຮົາຈິ່ງມັກຮູ້ສຶກບໍ່ເປັນສຸກແມ່ນຍ້ອນເຮົາຍັງບໍ່ໄດ້ເຂົ້າໃຈເຫດ ແລະ ຜົນ. ເມື່ອຈິດໃຈຂອງເຮົາເຕັມໄປດ້ວຍຄວາມໂມໂຫ, ຄວາມໂລບ, ຄວາມອິດສາ ແລະ ອື່ນໆ, ມັນຈະພາໃຫ້ເຮົາກະທຳແບບບີບບັງຄັບໃນລັກສະນະທຳລາຍ. ອັນນີ້ຄວາມຈິງແລ້ວແມ່ນການທຳລາຍຕົນເອງ, ເພາະຜົນຂອງມັນແມ່ນວ່າເຮົາຈະຮູ້ສຶກບໍ່ເປັນສຸກເປັນສ່ວນຫຼາຍ. ອັນນີ້ແມ່ນຄວາມເຊື່ອມໂຍງທີ່ເຮົາຕ້ອງເຂົ້າໃຈໃຫ້ໄດ້. 

ຄວາມສຸກທີ່ເຮົາປະສົບຍັງມາຈາກຄວາມບໍ່ສຳນຶກອີກ, ແຕ່ໃນກໍລະນີນີ້, ແມ່ນຄວາມບໍ່ສຳນຶກຕໍ່ຄວາມຈິງອັນເລິກເຊິ່ງທີ່ສຸດຂອງສິ່ງຕ່າງໆ. ຈະໃຫ້ຖືກຕ້ອງກວ່າ, ເຮົາຕ້ອງເວົ້າວ່າຄວາມບໍ່ສຳນຶກນັ້ນເປັນພື້ນຖານຂອງທັງພຶຕິກຳແບບສ້າງສັນ ແລະ ທຳລາຍ. ສຳລັບພຶຕິກຳທຳລາຍ, ເຮົາບໍ່ສຳນຶກທັງຕໍ່ຄວາມຈິງອັນເລິກເຊິ່ງທີ່ສຸດ, ແລະ ຄວາມຈິງສຳພັດ. ສຳລັບພຶຕິກຳສ້າງສັນ, ເຮົາພຽງແຕ່ມີຄວາມບໍ່ສຳນຶກຕໍ່ຄວາມຈິງອັນເລິກເຊິ່ງທີ່ສຸດ. ມັນມີສຽງໃນຫົວຂອງເຮົາວາດໃດວາດໜຶ່ງທີ່ຄິດວ່າ: “ເຮົາຄວນເຮັດແນວໃດ? ເຮົາຢາກໄປຕາມທາງຂອງເຮົາເອງ! ເຮົາກັງວົນ.” ມັນເບິ່ງຄືວ່າມີ “ຕົວເຮົາ” ຕົວນ້ອຍໆ ທີ່ຫາໄດ້ຢູ່ໃນຕົວເຮົາທີ່ກຳລັງເວົ້າຢູ່. ແຕ່ສິ່ງນີ້ບໍ່ສອດຄ່ອງກັບຄວາມເປັນຈິງ. ມັນບໍ່ມີແນວນັ້ນ. ມັນມີແຕ່ອົງປະກອບທາງການປາກເວົ້າໃນຄວາມຄິດຂອງເຮົາ ແລະ ບໍ່ມີ “ຕົວເຮົາ” ນ້ອຍໆ ທີ່ກຳລັງຈົ່ມ ແລະ ກັງວົນຢູ່. ເມື່ອເຮົາບໍ່ສຳນຶກວ່າເຮົາດຳລົງຢູ່ແນວໃດ, ເຮົາຈະບໍ່ສຳນຶກເຖິງຄວາມເປັນຈິງອັນເລິກເຊິ່ງທີ່ສຸດ, ແລະ ເຮົາຈະກໍານົດຢູ່ກັບການສາຍພາບໄຝ່ຝັນຂອງ “ເຮົາ” ໃນຕົວເອງ. ຍ້ອນມັນບໍ່ສອດຄ່ອງກັບຄວາມເປັນຈິງ, ເຮົາຈະບໍ່ປອດໄພກັບມັນ, ແລະ ພະຍາຍາມເຮັດໃຫ້ຕົນເອງປອດໄພ. ແນ່ນອນ, ເຮົາຈະບໍ່ສາມາດສຳເລັດຜົນຈັກເທື່ອ. 

ກົນໄກໜຶ່ງທີ່ເຮົາໃຊ້ເພື່ອພະຍາຍາມເຮັດໃຫ້ “ຕົວເຮົາ” ໃນຈິນຕະນາການນັ້ນປອດໄພແມ່ນອາລົມລົບກວນຂອງເຮົາ. ເຮົາຮູ້ສຶກວ່າ: “ຖ້າເຮົາພຽງແຕ່ສາມາດເອົາບາງຢ່າງໄດ້, ເຮົາຈະປອດໄພ,” ແລະ ສະນັ້ນ ເຮົາຈິ່ງມີຄວາມໂລບ ແລະ ຄວາມຍຶດຕິດ ແລະ ຕັນຫາ. ແລ້ວເຮົາກໍຮູ້ສຶກວ່າ: “ຖ້າເຮົາພຽງແຕ່ສາມາດເຮັດໃຫ້ສິ່ງນັ້ນອອກຈາກຕົວເຮົາ, ເຮົາຈະປອດໄພ,” ແລະ ສະນັ້ນ ເຮົາຈະມີຄວາມໂມໂຫ ແລະ ຂັດເຄືອງ. ຫຼື ເຮົາອາດໄຮ້ດຽງສາ ແລະ ຄິດວ່າ, “ຖ້າຂ້ອຍທຳທ່າວ່າອັນໃດກໍຕາມທີ່ຂົ່ມຂູ່ຂ້ອຍບໍ່ດຳລົງມີ, ມັນຈະເຮັດໃຫ້ຂ້ອຍປອດໄພ. ” ບົນພື້ນຖານອັນນີ້ ເຮົາຍັງມີພຶຕິກຳທຳລາຍ, ເຊັ່ນເມື່ອເຮົາເພີກເສີຍຕໍ່ຄວາມກົດດັນຂອງເຮົາທີ່ເພີ່ມລະດັບຂຶ້ນ. ບົນພື້ນຖານຂອງຄວາມໂມໂຫ ເຮົາຈະຮ້ອງດ່າ, ທຳຮ້າຍ, ແລະ ແມ່ນແຕ່ຂ້າຜູ້ອື່ນ. ກັບຄວາມໂລບ, ເຮົາຈະລັກ ຫຼື ເຮັດພຶຕິກຳທາງເພດທີ່ບໍ່ເໝາະສົມທີ່ທຳຮ້າຍຜູ້ອື່ນ. ກັບຄວາມໄຮ້ດຽງສາ, ເຮົາຈະກາຍເປັນຄົນຕິດວຽກງານ, ກິນອາຫານທີ່ເປັນໄພຕໍ່ສຸຂະພາບ ແລະ ບໍ່ອອກກຳລັງກາຍເລີຍ. ສະນັ້ນ ທັງໝົດນີ້ແມ່ນມາຈາກຄວາມໄຮ້ດຽງສາກ່ຽວກັບຄວາມຈິງທີ່ເລິກເຊິ່ງທີ່ສຸດ - ເຮົາດຳລົງຢູ່ແນວໃດ - ແລະກ່ຽວກັບເຫດ ແລະ ຜົນ. 

ສຳລັບພຶຕິກຳສ້າງສັນ, ເຖິງວ່າອາດບໍ່ມີພື້ນຖານຂອງອາລົມລົບກວນ, ກໍຍັງມີຄວາມໄຮ້ດຽງສາທີ່ເປັນພື້ນຖານຂອງມັນທັງໝົດ. ເຮົາພະຍາຍາມພິສູດ ຫຼື ສ້າງການດຳລົງຢູ່ຂອງເຮົາໂດຍການເປັນຄົນສົມບູນແບບ ຫຼື ດີ, ໂດຍການເປັນພໍ່ແມ່ທີ່ດີທີ່ສຸດ ຫຼື ແມ່ນຫຍັງກໍແລ້ວແຕ່ - “ອັນນີ້ຈະເຮັດໃຫ້ “ຕົວເຮົາ” ນ້ອຍໆ ໃນຫົວຮູ້ສຶກປອດໄພ” - ເຊິ່ງຈະບໍ່ສຳເລັດຜົນຈັກເທື່ອ. ເຮົາບໍ່ເຄີຍຮູ້ສຶກປອດໄພ. ເຖິງວ່າເຮົາຈະຮູ້ສຶກເປັນສຸກບາງຄັ້ງຈາກການຊ່ວຍຜູ້ອື່ນ, ມັນກໍຍັງເປັນຄວາມສຸກທຳມະດາ ແລະ ສະນັ້ນ ມັນຈະບໍ່ຍືນຍົງ. ເຮົາຈະບໍ່ພໍໃຈກັບມັນຈັກເທື່ອ, ເພາະຫຼີກລ່ຽງບໍ່ໄດ້ວ່າເຮົາຍັງຈະຮູ້ສຶກວ່າເຮົາບໍ່ດີພໍ, ເຮົາຍັງບໍ່ສົມບູນແບບພໍ. ເຮົາຍັງຮູ້ສຶກວ່າເຮົາຕ້ອງພິສູດບາງຢ່າງ. ມັນເຫັນໄດ້ແຈ້ງວ່າຢູ່ບົນພື້ນຖານຂອງຄວາມບໍ່ສຳນຶກອັນນີ້ໃນລະດັບທີ່ເລິກແລບທີ່ສຸດຂອງການດຳລົງຢູ່ຂອງເຮົາ. 

ສຳລັບຄວາມທຸກປະເພດທີ່ສາມ, ພື້ນຖານຂອງການປະສົບກັບຄວາມຂຶ້ນໆ ລົງໆ ຂອງຄວາມບໍ່ເປັນສຸກ ແລະ ຄວາມສຸກທຳມະດາ, ເຮົາມີຮູບແບບທີ່ຊັບຊ້ອນຫຼາຍເອີ້ນວ່າ “ການເຊື່ອມໂຍງ 12 ປະການ ຂອງການເກີດຂຶ້ນໂດຍເພິ່ງພາອາໄສກັນ,” ເຊິ່ງຜູ້ຂ້າຈະບໍ່ອະທິບາຍໃນທີ່ນີ້ລະອຽດ, ແຕ່ມັນກ່ຽວຂ້ອງກັບວິທີການທຳງານຂອງກັມ. 

ໃນທາງທີ່ງ່າຍທີ່ສຸດ, ກັມ ໝາຍເຖິງຄວາມບີບບັງຄັບ, ເຊິ່ງບົນພື້ນຖານນັ້ນເຮົາກະທຳໃນແບບໃດໜຶ່ງ, ແບບທຳລາຍ ຫຼື ແບບສ້າງສັນ. ການບີບບັງຄັບໝາຍເຖິງຫຍັງແທ້? ການບີບບັງຄັບມີຄວາມໝາຍທີ່ບົ່ງບອກວ່າເຮົາບໍ່ມີການຄວບຄຸມກັບສິ່ງໃດໜຶ່ງພໍປານໃດ, ເຊັ່ນບາງຄົນທີ່ເຄາະນິ້ວຢ່າງບີບບັງຄັບ. ອັນນີ້ເກີດຈາກຄວາມຮູ້ສຶກຢາກເຮັດບາງຢ່າງ. ສຳນວນທິເບດນັ້ນມີຄວາມໝາຍພຽງແຕ່ວ່າ: “ເຮົາຢາກເຮັດ, ເຮົາປາຖະໜາທີ່ຈະເຮັດ, ເຮົາມັກເຮັດ,” ຄືດັ່ງຄວາມຮູ້ສຶກຢາກຮ້ອງດ່າ, ຫຼື ກອດ, ຫຼື ກິນ. ແລ້ວປັດໄຈຂອງຄວາມບີບບັງຄັບກໍເຂົ້າມາ, ແລະ ເຮົາກໍເຮັດໄປ. ງ່າຍໆ, ສິ່ງນີ້ສ້າງທ່າອ່ຽງທີ່ຈະກະທຳຄືນຊ້ຳໆ ແລະ ທ່າອ່ຽງທີ່ຈະປະສົບກັບຄວາມບໍ່ເປັນສຸກຖ້າມັນແມ່ນການກະທຳທີ່ທຳລາຍ, ແລະ ຄວາມເປັນສຸກຖ້າມັນແມ່ນການກະທຳທີ່ສ້າງສັນ. ທ່າອ່ຽງອັນນີ້ຈະຖືກກະຕຸ້ນຢູ່ບາງຈຸດໂດຍເງື່ອນໄຂບາງປະການ. ມັນຈະສຸກງອມ, ແລ້ວເຮົາຈະຮູ້ສຶກເປັນສຸກ, ຫຼື ເຮົາຈະຮູ້ສຶກເປັນທຸກ, ຫຼື ເຮົາຈະຮູ້ສຶກຢາກຮ້ອງດ່າອີກ, ຫຼື ເຮົາຈະຮູ້ສຶກຢາກກອດອີກ. 

ອັນນີ້ເປັນໂຄງທີ່ດຳເນີນໄປເລື້ອຍໆ, ເຊິ່ງຈະດຳເນີນຕໍ່ໆ ໄປ, ເພາະເຮົາປະສົບກັບຄວາມປາຖະໜາທີ່ຈະສືບຕໍ່ພຶຕິກຳປະເພດນີ້ຢູ່ສະເໝີ. ແລ້ວ ຮູບແບບຂອງພຶຕິກຳນັ້ນກໍຈະເກີດຂຶ້ນຊ້ຳໆ ບໍ່ມີສິ້ນສຸດ, ເພາະເຮົາເສີມສ້າງຄວາມເຂັ້ມແຂງໃຫ້ມັນຢູ່ສະເໝີ. ແລະ ສະນັ້ນເຮົາຈະປະສົບກັບຄວາມຂຶ້ນໆ ລົງໆ ຂອງຄວາມເປັນສຸກ ແລະ ຄວາມບໍ່ເປັນສຸກນີ້ຢູ່ຕະຫຼອດ. 

ໃນທີ່ນີ້, ຄຳຖາມທີ່ຕິດພັນທີ່ສຸດແມ່ນວ່າ, ທ່າອ່ຽງເຫຼົ່ານີ້ຖືກກະຕຸ້ນໃຫ້ສ້າງຜົນແນວໃດ, ເພື່ອທີ່ເຮົາຈະຮູ້ສຶກຢາກເຮັດພຶຕິກຳນັ້ນຊ້ຳໆ? ອັນນີ້ແມ່ນໄດ້ອະທິບາຍໄວ້ຢ່າງສວຍງາມໃນການເຊື່ອມໂຍງທັງ 12 ປະການ, ເຖິງວ່າມັນຈະຊັບຊ້ອນຫຼາຍກໍຕາມ. ເຮົາມີຄວາມຂຶ້ນໆ ລົງໆ ນີ້ຢູ່ສະເໝີ, ແລະ ມັນບໍ່ຈຳເປັນຕ້ອງມີຫຍັງຕື່ນເຕັ້ນ. ແມ່ນແຕ່ເວລາເຮົານອນ, ບາງເທື່ອເຮົາອາດຢູ່ໃນພາວະເຄິ່ງກາງບ່ອນທີ່ເຮົາບໍ່ໄດ້ນອນຫຼັບດີ, ແລະ ເຮົາກໍບໍ່ເປັນສຸກປານໃດ. ສະນັ້ນ ພາວະຈິດໃຈຂອງເຮົາແມ່ນຫຍັງເວລາທີ່ເຮົາປະສົບກັບຄວາມບໍ່ເປັນສຸກ, ແລະ ຄວາມສຸກທຳມະດາ? ຄຳເວົ້າໃນພາສາສັນສະກຣິດແມ່ນ ຕຣຊນາ, ເຊິ່ງໝາຍເຖິງ “ຄວາມກະຫາຍ.” ມັນມັກຖືກແປເປັນ “ຄວາມຢາກ,”ແຕ່ຄຳນີ້ຄວາມຈິງໝາຍເຖິງຄວາມກະຫາຍ. 

ໂດຍພື້ນຖານແລ້ວ, ເມື່ອເຮົາປະສົບກັບຄວາມບໍ່ເປັນສຸກ, ເຮົາກະຫາຍຢາກຕັດມັນອອກໄປຊິຕາຍ, ຄືດັ່ງທີ່ເຮົາຢາກຕັດຄວາມກະຫາຍອອກໄປ. ເມື່ອເຮົາປະສົບກັບຄວາມເປັນສຸກ, ເຮົາຈະບໍ່ຢາກແຍກຈາກມັນ, ແຕ່ກະຫາຍຢາກໄດ້ອີກ. ມັນຄ້າຍເວລາທີ່ເຮົາກະຫາຍແຮງໆ ແລະ ເຮົາໄດ້ຈິບກືນທຳອິດ - ມັນບໍ່ພໍ, ແມ່ນບໍ່? ເຮົາບໍ່ຢາກຖືກແຍກຈາກມັນ, ແຕ່ຢາກໄດ້ອີກ, ອີກ. ແລ້ວ, ສິ່ງທີ່ເຕະເຂົ້າມາແມ່ນການຍຶດຖືທີ່ຕົນເອງຢ່າງໝັ້ນຄົງ, ທີ່ເຮົາຄິດວ່າ: “ເຮົາຕ້ອງຕັດຄວາມບໍ່ເປັນສຸກນີ້ອອກ,” “ເຮົາຕ້ອງບໍ່ຕັດຄວາມສຸກນີ້ໄປ,” ແລະ ອັນນີ້ຈະກະຕຸ້ນທ່າອ່ຽງທາງກັມ. ອັນນີ້ແມ່ນສາເຫດທີ່ແທ້ຈິງຂອງຄວາມເປັນທຸກທີ່ແຜ່ກະຈາຍໄປທົ່ວ. ສະນັ້ນ, ທ່າອ່ຽງທີ່ຈະປະສົບກັບຄວາມເປັນສຸກ ແລະ ຄວາມບໍ່ເປັນສຸກ ແລະ ອື່ນໆ, ຈະມາຈາກພຶຕິກຳທີ່ບີບບັງຄັບຂອງເຮົາປະສົມປະສານກັບອາລົມລົບກວນ, ເຊິ່ງມັນເອງກໍມາຈາກຄວາມບໍ່ສຳນຶກຕໍ່ຄວາມເປັນຈິງຂອງເຮົາໃນລະດັບທີ່ເລິກເຊິ່ງທີ່ສຸດ - ວ່າຄວາມຮູ້ສຶກຂອງເຮົາດຳລົງຢູ່ແນວໃດ (ມັນປ່ຽນແປງຕະຫຼອດເວລາ) ແລະ ເຮົາດຳລົງຢູ່ແນວໃດ (ບໍ່ແມ່ນໃນຖນາະເປັນນິຕິບຸກຄົນທີ່ບໍ່ປອດໄພຢູ່ໃນຫົວຂອງເຮົາທີ່ອາດສາມາດເຮັດໃຫ້ປອດໄພໄດ້ດ້ວຍການຍຶດຖື). 

ຄວາມບໍ່ສຳນຶກອັນນີ້ແມ່ນສາເຫດພື້ນຖານ, ແລະ ມັນເຊື່ອມໂຍງກັບທັງພຶຕິກຳສ້າງສັນ ແລະ ທຳລາຍຂອງເຮົາ. ມັນເປັນຕົວສ້າງບັນຫາອັນແທ້ຈິງທີ່ພາໃຫ້ເກີດມີທ່າອ່ຽງທີ່ຈະເປັນສຸກ, ບໍ່ເປັນສຸກ, ແລະ ລຶ້ມຄືນພຶຕິກຳຂອງເຮົາຊ້ຳໆ, ແທ້ໆ. ຖ້າເຮົາເບິ່ງທີ່ຄວາມກະຫາຍນີ້, ມັນເຊື່ອມໂຍງກັບຄວາມບໍ່ສຳນຶກອັນນີ້ທີ່ວ່າເຮົາດຳລົງຢູ່ແນວໃດ. ເຮົາຄິດວ່າ: “ເຮົາແມ່ນ ‘ເຮົາ,’ ເປັນຄົນດຽວທີ່ສຳຄັນ, ແລະ ສະນັ້ນ ເຮົາຈິ່ງບໍ່ຄວນຖືກແຍກຈາກຄວາມເປັນສຸກອັນນີ້. ມັນສຳຄັນຫຼາຍທີ່ເຮົາຈະບໍ່ຕ້ອງບໍ່ເປັນສຸກ,” ແທນທີ່ຈະເປັນ: “ໂອເຄ, ເຮົາເປັນສຸກ ຫຼື ບໍ່ເປັນສຸກ… ລະເປັນຫຍັງ?” ສາເຫດອັນແທ້ຈິງຂອງການເກີດໃໝ່ທີ່ເກີດຊ້ຳໆ ຢ່າງຕໍ່ເນື່ອງຢ່າງບໍ່ສາມາດຄວບຄຸມໄດ້ແມ່ນການທີ່ເຮົາບໍ່ສຳນຶກຄວາມຈິງສອງປະການນີ້. 

ການຢຸຕິທີ່ແທ້ຈິງຕໍ່ສາເຫດຂອງຄວາມທຸກ

ຄວາມຈິງອັນທີສາມແມ່ນການຢຸດເຊົາທີ່ແທ້ຈິງ, ທີ່ເຫດແຫ່ງທຸກໄດ້ຢຸດແລ້ວ, ແລະ ສະນັ້ນ ຄວາມທຸກກໍຈິ່ງຢຸດນຳ. ມັນເປັນໄປໄດ້ແນວໃດທີ່ຈະກຳຈັດຄວາມບໍ່ສຳນຶກກ່ຽວກັບຄວາມເປັນຈິງນີ້ອອກໄປຕະຫຼອດການ? ເມື່ອເຮົາເຫັນສິ່ງທີ່ບໍ່ສອດຄ່ອງກັບຄວາມເປັນຈິງ, ກໍບໍ່ມີພື້ນຖານສຳລັບມັນອີກ. ມັນບໍ່ສອດຄ່ອງກັບສິ່ງທີ່ເປັນຈິງໃດໆ, ແລະ ສະນັ້ນ ບໍ່ມີສິ່ງໃດຈະມາຄ້ຳມັນໄວ້. 

ຕົວຢ່າງເຊັ່ນ, ເມື່ອເຮົາມີສາກໃນການສະແດງລະຄອນເວທີ, ມັນມີລຳໄມ້ຢູ່ທາງຫຼັງທີ່ຄ້ຳມັນໄວ້. ສຳນວນທິເບດກ່າວວ່າມັນບໍ່ມີຫຍັງທີ່ຄ້ຳການສາຍພາບຂອງເຮົາຕໍ່ກັບສິ່ງທີ່ເປັນໄປບໍ່ໄດ້ໄວ້. ເມື່ອບໍ່ມີຫຍັງຄ້ຳສາກໄວ້, ຈະເກີດຫຍັງຂຶ້ນ? ມັນກໍຈະພັງລົງ. 

ເມື່ອເຮົາສາມາດສຸມໃສ່ຂໍ້ເທັດຈິງທີ່ວ່າບໍ່ມີຫຍັງຄ້ຳການສາຍພາບເທັດທີ່ເຮົາມີຢູ່ໄດ້, ແລ້ວດ້ວຍການຝຶກຝົນ, ໃນທີ່ສຸດເຮົາຈະສາມາດຮັກສາຈຸດສຸມບົນຄວາມສຳນຶກນີ້ໄດ້ຕະຫຼອດໄປ. ມັນບໍ່ມີທາງທີ່ສາກອັນນີ້ຈະຢືນຂຶ້ນຄືນໄດ້. ກັນຕື່ນເຕັ້ນຂອງຕົວເຮົານ້ອຍໆ ໃນຫົວທີ່ກັງວົນວ່າ: “ເຮົາຄວນເຮັດຫຍັງ?” ແລະ “ເຮົາຕ້ອງສົມບູນແບບ” ແລະ “ເຮົາຕ້ອງໄດ້ຕາມໃຈເຮົາ,” ກໍຈະຢຸດ. ເມື່ອເຮົາເຫັນວ່າບໍ່ເຄີຍມີຫຍັງທີ່ຄ້ຳການສາຍພາບຂອງເຮົາໄວ້, ແລ້ວຈິດໃຈເຮົາກໍຈະບໍ່ສາຍພາບຫຍັງທີ່ເປັນໄປບໍ່ໄດ້ອີກ. ບົນພື້ນຖານອັນນີ້, ເຮົາກໍຈະບໍ່ໄປກະຕຸ້ນທ່າອ່ຽງເຫຼົ່ານັ້ນຕໍ່ໄປອີກ, ເພາະຈະບໍ່ມີຫຍັງທີ່ຈະກະຕຸ້ນມັນ. ຈະບໍ່ມີ: “ເຮົາ, ເຮົາ, ເຮົາ. ເຮົາຕ້ອງເປັນສຸກ, ແລະ ເຮົາຫ້າມບໍ່ເປັນສຸກ!” ອີກ. 

ຖ້າບໍ່ມີຫຍັງກະຕຸ້ນທ່າອ່ຽງນັ້ນ, ແລ້ວເຮົາກໍຈະບໍ່ສາມາດເວົ້າໄດ້ວ່າເຮົາມີທ່າອ່ຽງອີກ. ສິ່ງໜຶ່ງຈະສາມາດເປັນທ່າອ່ຽງຕໍ່ຜົນໄດ້ຮັບໄດ້ກໍຕໍ່ເມື່ອມັນຫາກສາມາດມີຜົນໄດ້ຮັບ. ເວົ້າອີກແນວໜຶ່ງ, ແນວຄວາມຄິດທັງໝົດຕໍ່ທ່າອ່ຽງແມ່ນຂຶ້ນກັບການມີຜົນໄດ້ຮັບ. ຖ້າບໍ່ມີຜົນໄດ້ຮັບ, ກໍບໍ່ສາມາດມີທ່າອ່ຽງທີ່ຈະສ້າງມັນຂຶ້ນມາໄດ້ອີກ. 

ອັນນີ້ແມ່ນວິທີທີ່ເຮົາສາມາດຍ້ອນກັບການເກີດໃໝ່ຊ້ຳໆ ຢ່າງຄວບຄຸມບໍ່ໄດ້. ເຖິງວ່າຈິດໃຈຂອງເຮົາຈະເຕັມໄປດ້ວຍທ່າອ່ຽງຈາກເວລາທີ່ໄຮ້ຈຸດເລີ່ມຕົ້ນ, ຖ້າບໍ່ມີຫຍັງມາກະຕຸ້ນມັນ, ແລ້ວມັນກໍຈະບໍ່ດຳລົງຢູ່ອີກຕໍ່ໄປ. ເມື່ອເຮົາຄົງຢູ່ກັບສຳນຶກຕໍ່ຄວາມເປັນຈິງ, ເຮົາກໍພຽງແຕ່ຈະບໍ່ສ້າງພຶຕິກຳທີ່ບີບບັງຄັບທີ່ຈະນຳມາເຊິ່ງທ່າອ່ຽງເພີ່ມຂຶ້ນ. ສະນັ້ນ, ການເກີດໃໝ່ຊ້ຳໆ ຢ່າງຄວບຄຸມບໍ່ໄດ້ ແລະ ພື້ນຖານຂອງຄວາມຮູ້ສຶກຂຶ້ນໆ ລົງໆ ຂອງເຮົາກໍຈະໝົດໄປ, ຈົບໄປຕະຫຼອດການ. ອັນນີ້ແມ່ນການຢຸດຢ່າງແທ້ຈິງ ແລະ ເຮົາກໍຈະບັນລຸການປົດປ່ອຍ. 

ເສັ້ນທາງຈິດໃຈອັນແທ້ຈິງທີ່ຈະນຳມາເຊິ່ງການຢຸດຢ່າງແທ້ຈິງ

ອະຣິຍະສັດປະການທີສີ່ແມ່ນມັກຖືກແປວ່າ “ເສັ້ນທາງທີ່ແທ້ຈິງ,” ແລະ ໝາຍເຖິງພາວະຈິດໃຈ ຫຼື ຄວາມເຂົ້າໃຈ, ວ່າ, ເຊັ່ນດຽວກັບເສັ້ນທາງ, ຈະນຳເຮົາໄປສູ່ເປົ້າໝາຍ. ອັນນີ້ແມ່ນຄວາມເຂົ້າໃຈທີ່ຖືກຕ້ອງ ແລະ ເດັດຂາດຂອງຄວາມຈິງສອງປະການ. ຍິ່ງເຮົາສາມາດລຶ້ງເຄີຍກັບມັນຫຼາຍປານໃດ, ເພື່ອທີ່ວ່າໃນທີ່ສຸດເຮົາຈະມີມັນຢູ່ຕະຫຼອດເວລາ, ມັນກໍຈະຍິ່ງກາຍເປັນເສັ້ນທາງທີ່ນຳມາເຊິ່ງການຢຸດຢ່າງແທ້ຈິງຂອງການເກີດໃໝ່ຊ້ຳໆ ທີ່ຄວບຄຸມບໍ່ໄດ້ນັ້ນ. 

ສະຫຼຸບ

ອັນນີ້ແມ່ນວິທີທີ່ເຮົາຈະດຶງເອົາຄວາມຈິງສີ່ປະການຈາກຄວາມຈິງສອງປະການ. 

ເຮົາຈະເຂົ້າເຖິງສັງສາຣະວັດແນວໃດ? ອີງຕາມໂຄງທີ່ເຮົາໄດ້ເບິ່ງໄປນັ້ນ, ມັນກ່າວເຖິງພ້ອມກັບສອງປະການທຳອິດຂອງອະຣິຍະສັດສີ່, ເຊິ່ງແມ່ນ, ຄວາມທຸກອັນແທ້ຈິງ ແລະ ສາເຫດອັນແທ້ຈິງ. ໂດຍພື້ນຖານແລ້ວ, ເຮົາກ້າວເຂົ້າສັງສາຣະວັດຍ້ອນຄວາມສັບສົນຂອງເຮົາເອງກ່ຽວກັບຄວາມຈິງສອງປະການນີ້. ເຮົາອາດບໍ່ຮູ້ຄວາມເປັນຈິງ, ຫຼື ເຮົາອາດຈິນຕະນາການວ່າມັນຕ່າງຈາກຄວາມເປັນຈິງ. ເຮົາຈະອອກຈາກຈຸດນີ້ແນວໃດ? ອະຣິຍະສັດປະການທີສາມ ແລະ ທີສີ່, ຫຼື ການຢຸດອັນແທ້ຈິງ ແລະ ເສັ້ນທາງຈິດໃຈອັນແທ້ຈິງ. ສະນັ້ນ ຈາກການບໍ່ຮູ້ຄວາມຈິງສອງປະການຂອງຄວາມເປັນຈິງ, ເຮົາຈະໄດ້ສອງປະການທຳອິດຂອງອະຣິຍະສັດສີ່, ແລະ ຈາກການຮູ້ແລ້ວ, ເຮົາກໍຈະໄດ້ສອງປະການຫຼັງ. 

ເຖິງວ່າອັນນີ້ຈະເປັນຫົວຂໍ້ທີ່ຊັບຊ້ອນຫຼາຍ, ອັນນີ້ແມ່ນວິທີທີ່ເຮົາຮຽນຮູ້ກັບຄຳສອນຂອງພຣະພຸດທະສາສະໜາເພື່ອພະຍາຍາມບັນລຸຄວາມເຊື່ອໝັ້ນທີ່ວ່າມັນເປັນໄປໄດ້ແທ້ທີ່ຈະບັນລຸເປົ້າໝາຍທີ່ພຣະພຸດທະສາສະໜາໄດ້ບັນຍາຍໄວ້, ແລະ ອັນທີ່ເຮົາມຸ່ງໝາຍດ້ວຍການປະຕິບັດຂອງເຮົາ. ເມື່ອເຮົາເຂົ້າໃຈມັນທັງໝົດຢ່າງຖ່ອງແທ້ແລ້ວ, ເຮົາຈະສາມາດນຳມາຮວມກັບສິ່ງອື່ນໆ ທີ່ມັນບົ່ງບອກ. ແລ້ວ, ຈາກການທຳສະມາທິ, ເຮົາກໍຈະຊ່ວຍໃຫ້ຕົນເອງລຶ້ງເຄີຍກັບມັນ: ເຮົາເຮັດໃຫ້ມັນເປັນນິໄສທີ່ຈະເຫັນຄວາມເປັນຈິງ. 

ບົນພື້ນຖານຂອງການຟັງ, ການຄິດ, ແລະ ການທຳສະມາທິ, ເຮົາສາມາດບັນລຸຄວາມເຊື່ອໝັ້ນວ່າ ເປົ້າໝາຍທີ່ເຮົາມຸ່ງຫວັງດ້ວຍການປະຕິບັດຂອງເຮົານັ້ນເປັນໄປໄດ້ແທ້, ວ່າມັນເປັນຂໍ້ເທັດຈິງ, ວ່າມັນສາມາດບັນລຸໄດ້, ແລະ ວ່າເຮົາເອງສາມາດບັນລຸມັນໄດ້ຖ້າເຮົາພະຍາຍາມພໍ. ໃນທາງນີ້, ການປະຕິບັດຂອງເຮົາຈະໝັ້ນຄົງຂຶ້ນຫຼາຍ, ເພາະມັນບໍ່ພຽງຢູ່ບົນຄວາມເຊື່ອອັນສັ່ນຄອນວ່າສິ່ງທີ່ເຮົາມຸ່ງໝາຍຢູ່ນັ້ນອາດເປັນໄປໄດ້. ແຕ່ເຮົາຈະໝັ້ນໃຈ. 

Top