ພາບລວມຂອງຄວາມສົມບູນແບບຫົກປະການ: ປາຣະມີຫົກປະການ

ທັດສະນະຄະຕິອັນກວ້າງໄກທັງຫົກເປັນພາວະຈິດໃຈທີ່ນຳໄປສູ່ຄວາມຫຼຸດພົ້ນ ແລະ ການຕັດສະຮູ້. ໃນຖານະເປັນຢາແກ້ອຸປະສັກທາງໃຈທີ່ໃຫຍ່ທີ່ສຸດຂອງເຮົາ – ຄວາມໂມໂຫ, ຄວາມໂລບ, ຄວາມອິດສາ, ຄວາມຄ້ານ ແລະ ອື່ນໆ – ທັດສະນະຄະຕິທັງຫົກນັ້ນຮ່ວມກັນຊ່ວຍໃຫ້ເຮົາສາມາດຮັບມືກັບທຸກສິ່ງທີ່ຊີວິດໂຍນມາໃສ່ເຮົາ. ໂດຍການພັດທະນາທັດສະນະຄະຕິເຫຼົ່ານີ້, ເຮົາຈະຄ່ອຍໆ ຮັບຮູ້ສັກກະຍະພາບອັນເຕັມທີ່ຂອງເຮົາຢ່າງແນ່ນອນ, ເຊິ່ງຈະນໍາເອົາປະໂຫຍດສູງສຸດໃຫ້ກັບຕົວເຮົາເອງ ແລະ ຜູ້ອື່ນ.

ພຣະພຸທະເຈົ້າໄດ້ຊີ້ໃຫ້ເຫັນຫົກພາວະຈິດໃຈທີ່ສໍາຄັນທີ່ເຮົາຕ້ອງພັດທະນາຖ້າເຮົາຢາກບັນລຸເປົ້າໝາຍດ້ານບວກຂອງເຮົາ. ໂດຍປົກກະຕິແລ້ວ ສິ່ງນີ້ຖືກແປເປັນ "ຄວາມສົມບູນແບບ," ເພາະວ່າການເຮັດທຸກອັນນີ້ໃຫ້ໄດ້ສົມບູນຄືທີ່ພຣະພຸທະເຈົ້າໄດ້ເຮັດ, ເຮົາກໍຈະສາມາດບັນລຸການຫຼຸດພົ້ນ ແລະ ການຕັດສະຮູ້. ຜູ້ຂ້າມັກເອີ້ນມັນວ່າ "ທັດສະນະຄະຕິກວ້າງໄກ" ຕາມຊື່ພາສາສັນສກຣິດຂອງມັນຄື ປາຣະມິຕາ, ເພາະດ້ວຍສິ່ງເຫຼົ່ານີ້ເຮົາຈະສາມາດບັນລຸເຖິງຝັ່ງໄກໆ ຂອງມະຫາສະໝຸດຂອງບັນຫາຂອງເຮົາ.

ເຮົາບໍ່ພຽງແຕ່ເກັບພາວະຈິດໃຈທັງຫົກນີ້ເປັນລາຍການທີ່ສວຍງາມຊື່ໆ. ແຕ່, ມັນເປັນພາວະຈິດໃຈທີ່ເຮົາຕ້ອງປະສົມປະສານເຂົ້າກັນ ແລະ ນໍາໃຊ້ໃນເວລາທີ່ເຮົາດໍາເນີນຊີວິດປະຈໍາວັນ. ໂດຍສອດຄ່ອງກັບສາມລະດັບຂອງແຮງຈູງໃຈທີ່ພົບໃນລຳ-ຣິມ (ການປະຕິບັດຢ່າງເປັນລຳດັບຂັ້ນ), ການສ້າງມັນເຂົ້າໃນຊີວິດຂອງເຮົາໃນປະຈຸບັນຈະນໍາເອົາປະໂຫຍດອັນໃຫຍ່ຫຼວງມາໃຫ້ເຮົາ:

  • ມັນຊ່ວຍເຮັດໃຫ້ເຮົາຫຼີກເວັ້ນ ແລະ ແກ້ໄຂບັນຫາ.
  • ມັນຊ່ວຍເຮົາກຳຈັດອາລົມ ແລະ ພາວະຈິດໃຈທີ່ລົບກວນ.
  • ມັນສ້າງຄວາມເຂັ້ມແຂງໃຫ້ເຮົາເປັນການຊ່ວຍເຫຼືອທີ່ດີທີ່ສຸດຕໍ່ຄົນອື່ນ.

ເວລາທີ່ເຮົາຝຶກພັດທະນາທັດສະນະຄະຕິໃນທາງບວກເຫຼົ່ານີ້, ເຮົາຕ້ອງຈື່ໜຶ່ງ ຫຼື ຫຼາຍເປົ້າຫມາຍເຫຼົ່ານີ້. ອັນນີ້ເຮັດໃຫ້ເຮົາມີແຮງຈູງໃຈທີ່ເຂັ້ມແຂງທີ່ຈະສືບຕໍ່ພະຍາຍາມສ້າງຄວາມເຂັ້ມແຂງໃຫ້ມັນຕື່ມອີກ.

1. ຄວາມເອື້ອເຟື້ອເຜື່ອແຜ່

ຄວາມເອື້ອເຟື້ອເພື່ອແຜ່ແມ່ນຄວາມເຕັມໃຈທີ່ຈະໃຫ້ຄົນອື່ນໃນທຸກສິ່ງທີ່ຕ້ອງມີ. ປະໂຫຍດຂອງມັນແມ່ນ:

  • ມັນເຮັດໃຫ້ເຮົາເຫັນຄ່າຂອງຕົນເອງວ່າເຮົາມີບາງຢ່າງທີ່ຈະໃຫ້ກັບຜູ້ອື່ນ, ຊ່ວຍໃຫ້ເຮົາຫຼີກລ່ຽງ ຫຼື ພົ້ນຈາກບັນຫາຂອງຄວາມນັບຖືຕົນເອງຕ່ຳ ແລະ ຄວາມຊຶມເສົ້າ.
  • ມັນຊ່ວຍເອົາຊະນະຄວາມຍຶດຕິດ, ຄວາມຂີ້ໜຽວ ແລະ ຄວາມຂີ້ຖີ່, ເຊິ່ງເປັນພາວະຈິດໃຈທີ່ບໍ່ເປັນສຸກທີ່ເຮັດໃຫ້ເກີດບັນຫາຊ້ຳໆ.
  • ມັນຊ່ວຍຄົນອື່ນທີ່ກຳລັງລຳບາກ.

2. ວິໄນຈັນຍາທຳໃນຕົນເອງ 

ວິໄນຈັນຍາທຳໃນຕົນເອງແມ່ນທີ່ເຮົາງົດເວັ້ນການປະພຶດມ້າງເພ, ໂດຍການຮັບຮູ້ເຖິງຂໍ້ເສຍຂອງມັນ. ປະໂຫຍດຂອງມັນແມ່ນ:

  • ມັນຊ່ວຍໃຫ້ເຮົາສາມາດຫຼີກເວັ້ນບັນຫາທັງໝົດທີ່ເກີດຈາກການກະທຳ, ການເວົ້າ ແລະ ການຄິດທີ່ເປັນອັນຕະລາຍ. ມັນສ້າງພື້ນຖານຄວາມໄວ້ວາງໃຈກັບຜູ້ອື່ນ, ເຊິ່ງເປັນພື້ນຖານຂອງມິຕະພາບທີ່ແທ້ຈິງ.
  • ມັນຊ່ວຍເຮົາໃຫ້ເອົາຊະນະແຮງກະຕຸ້ນທາງລົບຂອງເຮົາ ແລະ ພັດທະນາການຄວບຄຸມຕົນເອງ, ນໍາໄປສູ່ຈິດໃຈທີ່ຄວາມສະຫງົບຄົງທີ່ກວ່າ.
  • ມັນປ້ອງກັນເຮົາຈາກການເຮັດໃຫ້ຄົນອື່ນເຈັບ.

3. ຄວາມອົດທົນ

ຄວາມອົດທົນແມ່ນຄວາມສາມາດທີ່ຈະອົດທົນກັບຄວາມຫຍຸ້ງຍາກໂດຍທີ່ບໍ່ໂມໂຫ ຫຼື ໃຈຮ້າຍ. ປະໂຫຍດຂອງມັນແມ່ນ:

  • ມັນຊ່ວຍໃຫ້ເຮົາຫຼີກລ່ຽງການໂວຍວາຍເມື່ອມີສິ່ງຜິດພາດ, ຫຼື ເມື່ອເຮົາ ຫຼື ຜູ້ອື່ນເຮັດຜິດ.
  • ມັນຊ່ວຍໃຫ້ເຮົາເອົາຊະນະຄວາມໂມໂຫ, ຄວາມບໍ່ອົດທົນ ແລະ ຄວາມບໍ່ເປີດຮັບ, ເຊິ່ງເປັນພາວະຈິດໃຈທີ່ລົບກວນ. ເຮົາຈະສາມາດຮັກສາຄວາມສະຫງົບໄດ້ໃນເວລາປະເຊີນໜ້າກັບຄວາມຫຍຸ້ງຍາກ.
  • ມັນໃຫ້ເຮົາຊ່ວຍຄົນອື່ນໄດ້ດີກວ່າ, ເພາະເຮົາບໍ່ໂມໂຫກັບເຂົາເຈົ້າເມື່ອບໍ່ປະຕິບັດຕາມຄໍາແນະນໍາຂອງເຮົາ, ເຮັດຜິດພາດ, ກະທຳ ຫຼື ເວົ້າບໍ່ສົມເຫດສົມຜົນ, ຫຼື ເຮັດໃຫ້ເຮົາມີຄວາມຫຍຸ້ງຍາກ.

4. ຄວາມພາກພຽນ

ຄວາມພາກພຽນແມ່ນຄວາມກ້າຫານທີ່ຈະບໍ່ຍອມແພ້ໃນເວລາທີ່ມີຄວາມລໍາບາກ, ແຕ່ສືບຕໍ່ພະຍາຍາມຈົນເຖິງທີ່ສຸດ. ປະໂຫຍດຂອງມັນແມ່ນ:

  • ມັນເຮັດໃຫ້ເຮົາມີຄວາມເຂັ້ມແຂງທີ່ຈະສໍາເລັດສິ່ງທີ່ເຮົາໄດ້ເລີ່ມ, ໂດຍບໍ່ມີການທໍ້ຖອຍໃຈ.
  • ມັນຊ່ວຍໃຫ້ເຮົາເອົາຊະນະຄວາມຮູ້ສຶກບໍ່ສົມບູນ ແລະ ຄວາມຂີ້ຄ້ານຂອງການຍົກວຽກໄປເຮັດມື້ໜ້າ, ທີ່ເຮົາລໍ້ໃຈຕົວເອງກັບສິ່ງທີ່ໄຮ້ສາລະ.
  • ມັນຊ່ວຍໃຫ້ປະສົບຜົນສໍາເລັດໃນການກະທຳໜ້າວຽກທີ່ຍາກທີ່ສຸດ, ແລະ ຢຸດເຮົາຈາກການປະຖິ້ມຜູ້ທີ່ຍາກທີ່ສຸດທີ່ຈະຊ່ວຍເຫຼືອ.

5. ຄວາມໝັ້ນຄົງທາງຈິດໃຈ (ຄວາມຈົດຈໍ່)

ຄວາມໝັ້ນຄົງທາງຈິດໃຈ (ຄວາມຈົດຈໍ່) ເປັນພາວະຈິດໃຈທີ່ປາສະຈາກຄວາມລອຍຂອງຈິດ, ຄວາມມົວໝອງ ແລະ ອາລົມເສຍ. ປະໂຫຍດຂອງມັນແມ່ນ:

  • ມັນຊ່ວຍໃຫ້ເຮົາສຸມໃສ່ສິ່ງທີ່ເຮົາກຳລັງເຮັດ, ສະນັ້ນ ເຮົາຈະສາມາດຫຼີກເວັ້ນຄວາມຜິດພາດ ແລະ ອຸບັດຕິເຫດ.
  • ມັນຊ່ວຍເຮົາໃຫ້ເອົາຊະນະຄວາມກົດດັນ ແລະ ຄວາມວິຕົກກັງວົນ, ແລະ ຕື່ນເຕັ້ນເກີນໄປ, ຫ່າງເຫີນ, ຫຼື ອາລົມວຸ່ນວາຍ.
  • ມັນຊ່ວຍໃຫ້ເຮົາສຸມໃສ່ສິ່ງທີ່ຄົນອື່ນກໍາລັງເວົ້າ ແລະ ວິທີທີ່ເຂົາເຈົ້າປະພຶດ, ສະນັ້ນ ເຮົາຈະສາມາດເຫັນວິທີທີ່ຈະຊ່ວຍເຂົາເຈົ້າໄດ້ດີກວ່າ.

6. ຈິດສຳນຶກມີການຈຳແນກ (ປັນຍາ)

ຈິດສຳນຶກມີການຈຳແນກ (ປັນຍາ) ແມ່ນພາວະຈິດໃຈທີ່ແຍກຄວາມແຕກຕ່າງຢ່າງຖືກຕ້ອງ ແລະ ຢ່າງແນ່ນອນວ່າອັນໃດເໝາະສົມກັບອັນໃດບໍ່ເໝາະສົມ ແລະ ອັນໃດຖືກຕ້ອງ ແລະ ບໍ່ຖືກຕ້ອງ. ປະໂຫຍດ ຂອງມັນແມ່ນ:

  • ມັນຊ່ວຍໃຫ້ເຮົາເຫັນໄດ້ຊັດເຈນ ແລະ ຖືກຕ້ອງວ່າສິ່ງໃດທີ່ຕ້ອງເຮັດ ແລະ ວິທີການປະພຶດໃນສະຖານະການໃດໜຶ່ງ, ຢຸດເຮົາຈາກການເຮັດບາງສິ່ງທີ່ເຮົາຈະເສຍໃຈພາຍຫຼັງ.
  • ມັນຊ່ວຍໃຫ້ເຮົາເອົາຊະນະຄວາມບໍ່ສາມາດຕັດສິນໃຈ ແລະ ຄວາມສັບສົນ.
  • ມັນຊ່ວຍໃຫ້ເຮົາສາມາດປະເມີນສະຖານະການຂອງຄົນອື່ນໄດ້ຢ່າງຖືກຕ້ອງ, ສະນັ້ນ ເຮົາຈະຮູ້ວ່າສິ່ງໃດທີ່ຄວນເວົ້າ ແລະ ເຮັດຈິ່ງຈະເປັນປະໂຫຍດທີ່ສຸດ.

Top