ວິທີໃຊ້ການທຳສະມາທິຕາມຄຳແນະນຳ

ໂດຍການສຸມໃສ່ລົມຫັນໃຈ, ແລະ ໂດຍການນັບຮອບຂອງມັນ, ເຮົາຈະເຮັດໃຫ້ຕົນເອງສະຫງົບລົງເພື່ອທີ່ເຮົາຈະສາມາດສ້າງພາວະທາງບວກຂອງຈິດໃຈໄດ້.
Meditatation how to use the guided meditations

ເປົ້າໝາຍ - ຄົ້ນພົບວ່າການທຳສະມາທິແມ່ນຫຍັງໃນສາຍພຣະພຸດທະສາສະໜາທິເບດ; ຮຽນວິທີປະຕິບັດ; ແລະ ຮັບຄຳແນະນຳໃນການຝຶກ

ຜູ້ຟັງ - ທຸກລະດັບ, ອາຍຸ

ໂຄງຮ່າງ

  • ຄຳອະທິບາຍ (ບັນຫາ, ສາເຫດ, ຕົວຢ່າງ, ວິທີການ) 
  • ການທຳສະມາທິ (ໃຫ້ແນວທາງດ້ວຍຄຳຫຼັກ) 
  • ສະຫຼຸບ

ປະຕິບັດຢູ່ໃສ - ບ່ອນໃດທີ່ງຽບ, ສະອາດ, ແລະ ບໍ່ຮົກ

ປະຕິບັດເມື່ອໃດ - ໃນຕອນເຊົ້າກ່ອນເຮັດກິດຈະກຳປະຈຳວັນ. ຖ້າເປັນໄປບໍ່ໄດ້, ແມ່ນຕອນທ້າຍວັນ, ກ່ອນເຂົ້ານອນ. 

ວິທີນັ່ງ - ຂັດຕະໝາດ ນັ່ງຢູ່ເທິງເບາະທີ່ບໍ່ສູງ, ບໍ່ຕ່ຳ, ບໍ່ອ່ອນ ຫຼື ບໍ່ແຂງເກີນໄປ. ຖ້າເປັນໄປບໍ່ໄດ້, ແມ່ນນັ່ງຢູ່ຕັ້ງທີ່ມີພະນັກຫຼັງຊື່. ໃນທັງສອງກໍລະນີ, ຮັກສາໃຫ້ຫຼັງຊື່ ແລະ ມືພັບໄວ້ຢູ່ເທິງຕັກ. ດີທີ່ສຸດແມ່ນມືນຕາເຄິ່ງກາງໄວ້, ສຸມໃສ່ເບົາໆ, ເບິ່ງຢູ່ທີ່ພື້ນ. 

ທຳສະມາທິເລື້ອຍປານໃດ - ຢ່າງໜ້ອຍມື້ລະເທື່ອ, ສອງເທື່ອຖ້າເປັນໄປໄດ້ (ຕອນເຊົ້າກ່ອນເຮັດວຽກ ແລະ ຕອນຄ່ຳກ່ອນເຂົ້ານອນ), ທຸກວັນເປັນເວລາຢ່າງໜ້ອຍໜຶ່ງອາທິດຕໍ່ກັບການທຳສະມາທິຕາມຄຳແນະນຳ, ໂດຍໄປຕາມລຳດັບໃນລາຍການໃນເວັບໄຊທ໌. ໃນເວລາໃດກໍຕາມ, ເຈົ້າສາມາດລຶ້ມຄືນການເຂົ້າສະມາທິອັນໃດກໍຕາມທີ່ເຈົ້າຮູ້ສຶກວ່າຈຳເປັນ. 

ສຳລັບຄຳແນະນຳເພີ່ມເຕີມ

[ເບິ່ງ: ວິທີທຳສະມາທິ]

Top