ຂໍ້ຄວາມຈາກພຣະລິ່ງ ຣິນໂປເຊ

ເມື່ອຂໍ້ມູນກາຍເປັນສິ່ງທີ່ຫາໄດ້ງ່າຍ ແລະ ກວ້າງຂວາງຈາກອິນເຕີເນັດ, ຫຼາຍຕໍ່ຫຼາຍຄົນທົ່ວໂລກ, ທີ່ສົນໃຈສຶກສາພຣະພຸດທະສາສະໜາ ແລະ ວັດທະນະທຳດ້ານອື່ນຂອງທິເບດ, ຈິ່ງຫັນຫາອິນເຕີເນັດເພື່ອເປັນແຫຼ່ງຂໍ້ມູນອັນທຳອິດ. ຄົນທີ່ປາຖະໜາຈະລົງເລິກໃນການສຶກສາຈະຊອກຫາອາຈານທີ່ມີວຸທິ ແລະ, ເມື່ອມີໂອກາດ, ຈະເລີ່ມສຶກສານຳເພິ່ນ. ສຳລັບບຸກຄົນເຫຼົ່ານີ້, ອິນເຕີເນັດຖືເປັນແຫຼ່ງສຳຄັນທີ່ຊ່ວຍເສີມການສຶກສາຂອງເຂົາ. ບາງຄົນກໍບໍ່ໂຊກດີຄືແນວນັ້ນ ແລະ, ດ້ວຍຫຼາຍເຫດຜົນ, ອາດບໍ່ພົບອາຈານທີ່ມີວຸທິ. ເຖິງວ່າຈະຄົ້ນພົບອາຈານ, ເຂົາອາດເຂົ້າບໍ່ເຖິງເພິ່ນ, ບໍ່ວ່າຈະຍ້ອນເຫດຜົນທາງການເງິນ ຫຼື ທາງການຈັດຕັ້ງ. ສຳລັບເຂົາແລ້ວ, ອິນເຕີເນັດກາຍເປັນແຫຼ່ງຂໍ້ມູນທີ່ຍິ່ງມີຄວາມສຳຄັນສຳລັບການຮ່ຳຮຽນ.

ໃນອິນເຕີເນັດນັ້ນເຕັມໄປດ້ວຍເວັບໄຊທ໌ກ່ຽວກັບພຣະພຸດທະສາສະໜາ ແລະ ວັດທະນະທຳທິເບດ. ບາງອັນໃຫ້ຂໍ້ມູນທີ່ຖືກຕ້ອງ ແລະ ບາງອັນ, ໂຊກບໍ່ດີແດ່, ກໍເພິ່ງບໍ່ໄດ້ປານໃດ. ໃນສະຖານະການນີ້, ອາຕະມາດີໃຈຫຼາຍທີ່ອາເລັກຊ໌ ເບີຊີນ ໄດ້ຫ້າງຫາກະກຽມເວັບໄຊທ໌ Berzin Archives ແລະ ຮວບຮວມເນື້ອໃນທີ່ແທ້ຈິງໄວ້ໃນນີ້, ເປັນຫຼາຍພາສາ, ໂດຍບໍ່ຄິດ ຄ່າໃຊ້ຈ່າຍໃດໆ. ອາຕະມາຍັງຍິນດີທີ່ເພິ່ນພະຍາຍາມເຮັດໃຫ້ເນື້ອໃນນີ້ສາມາດເຂົ້າເຖິງໄດ້ໂດຍຄົນພິການນຳ - ເຊິ່ງເປັນກຸ່ມນັກອ່ານທີ່ກຳລັງຂະຫຍາຍຕົວທີ່ ໜ້າເສົ້າ ຖືກລະເລີຍເລື້ອຍໆ.

ອາເລັກຊ໌ ເຄີຍເປັນນັກສຶກສາ ແລະ ບາງເວລາເປັນນັກແປໃຫ້ກັບຜູ້ກ່ອນອາຕະມາ, ຄືພຣະຢົງຊິນ ລິ່ງ ຣິນໂປເຊ. ໃນຊາດນີ້ກໍເຊັ່ນກັນ, ເຮົາສືບຕໍ່ການພົວພັນນຳກັນ. ໂດຍການປະສົມປະສານວິທີການແບບດັ້ງເດີມ ແລະ ສະໄໝໃໝ່ດ້ວຍສະຕິປັນຍາ ແລະ ຄວາມເຫັນອົກເຫັນໃຈເພື່ອການແບ່ງປັນຂໍ້ມູນ ແລະ ການຝຶກຈິດໃຈ, ຂໍຄວາມສະຫງົບ ແລະ ຄວາມສຸກຈົ່ງເຕີບໃຫຍ່ໃນໂລກນີ້.

19 ພຶດສະພາ 2009
ລິ່ງ ຣິນໂປເຊ

Top