Study buddhism dalai lama web

ອົງດາໄລ ລາມະ ທີ 14

ອົງດາໄລ ລາມະ ທີ 14 (1935 - ປະຈຸບັນ) ເປັນປະມຸກພຸດທະສາສະໜາທິເບດ. ເພິ່ນໄດ້ຮັບຣາງວັນໂນເບລ໌ ສາຂາສັນຕິພາບໃນປີ 1989, ອົງດາໄລ ລາມະ ເດີນທາງ ໄປທົ່ວໂລກຢ່າງບໍ່ອິດເມື່ອຍ, ເພື່ອເຜີຍແຜ່ຫຼັກໝັ້ນສຳຄັນສາມປະການຂອງເພິ່ນຄື: ໃນ ຖານະມະນຸດ ຈະມີ “ຄຸນນະທຳພື້ນຖານຂອງມະນຸດ” ໃນດ້ານຄວາມເຫັນໃຈ, ການໃຫ້ ອະໄພ, ຄວາມອົດທົນ, ແລະ ວິໄນໃນຕົນເອງ; ໃນຖານະຜູ້ປະຕິບັດທັມ ຈະມີຄວາມ ເຂົ້າໃຈ ແລະ “ຄວາມສາມັກຄີປອງດອງໃນແຕ່ລະສາສະໜາ”; ແລະ ໃນຖານະທີ່ເປັນ ຄົນທິເບດ ຈະມີ “ການຮັກສາວັດທະນະທຳພຸດທະສາສະໜາທິເບດ” ໃນແນວທາງສັນຕິ ແລະ ປາສະຈາກຄວາມຮຸນແຮງ. 

Top