ຂໍ້ຄວາມຈາກອົງພຣະດາໄລ ລາມະ

ໃນຂະນະທີ່ສັດຕະວັດທີ 21 ກ້າວໄປຂ້າງໜ້າ, ອິນເຕີເນັດກໍກຳລັງແຜ່ຂະຫຍາຍຫຼາຍຂຶ້ນ ແລະ ກາຍເປັນຕົວກາງສຳລັບການແບ່ງປັນຂໍ້ມູນທົ່ວໂລກ. ແລະນັ້ນກໍລວມເຖິງຂໍ້ມູນກ່ຽວກັບຄຳສອນພຣະພຸດທະສາສະໜາ, ປະຫວັດ, ແລະ ຫົວຂໍ້ອື່ນໆ ອີກຫຼາຍທີ່ກ່ຽວກັບວັດທະນະທຳທິເບດ. ໂດຍສະເພາະໃນບ່ອນທີ່ປຶ້ມ ແລະ ອາຈານທີ່ມີຄຸນວຸທິແມ່ນຫາຍາກ, ອິນເຕີເນັດໄດ້ກາຍເປັນແຫຼ່ງຂໍ້ມູນຫຼັກສຳລັບຄົນນັບບໍ່ຖ້ວນ.

ໃນໂລກທີ່ຄວາມເຂົ້າໃຈຜິດ ແລະ ການແບ່ງແຍກລັດທິເປັນສິ່ງທີ່ພົບເລື້ອຍ, ການສຶກສາເປັນເຄື່ອງທີ່ມີອຳນາດທີ່ສຸດທີ່ຈະລົບລ້າງຄວາມອະວິຊາ (ບໍ່ມີຄວາມຮູ້) ທີ່ເປັນເຊື້ອໄຟໃຫ້ແກ່ການຜິດຖຽງກັນ. ສະນັ້ນ ອາຕະມາຈິ່ງຕ້ອນຮັບເວັບໄຊທ໌ berzinarchives.com ທີ່ເປັນຫຼາຍພາສາຂອງ ດຣ ອາເລັກຊານເດີ ເບີຊີນ ດ້ວຍຄວາມຍິນດີ, ເຊິ່ງເປັນເຄື່ອງມືສຶກສາຮ່ຳຮຽນອັນລ້ຳຄ່າທີ່ເຮັດໃຫ້ບົດຄວາມຫຼາກຫຼາຍຈາກຫຼາຍສຳນັກ ແລະ ຫຼາຍແງ່ມຸມຂອງພຣະພຸດທະສາສະໜາ ແລະ ວັດທະນະທຳທິເບດສາມາດເຂົ້າເຖິງໄດ້ທາງອອນລາຍທົ່ວໂລກ.

26 ມັງກອນ 2007
ອົງພຣະດາໄລ ລາມະ


Top