Study buddhism tsenzhab serkong tulku 400

ເຊນຊັບ ເຊີກອງ ຣິນໂປເຊ ທີ 2

ເມື່ອອາຍຸໄດ້ 2 ປີ, ເຊນຊັບ ເຊີກອງ ຣິນໂປເຊ ທີ 2 (1984-ປະຈຸບັນ) ໄດ້ຊີ້ໃສ່ຮູບຂອງ ອາຈານຜູ້ຊ່ວຍຂອງອົງດາໄລ ລາມະ ທີ 14 ທີ່ຫາກໍ່ມໍລະນະພາບໄປ ແລະ ກ່າວວ່າ “ນັ້ນແມ່ນເຮົາ!” ເພິ່ນເປັນທີ່ຍອມຮັບວ່າເປັນພຣະອາຈານເຊນຊັບ ເຊີກອງ ຣິນໂປເຊ ທີ່ກັບຊາດມາເກີດ, ຕຸລ໌ກູ ໜຸ່ມອົງນີ້ໄດ້ຝຶກພຸດທະທຳມະ ໃນຊ່ວງທຳອິດທີ່ວັດການເດັນ ຈັງເສ ໃນອິນເດຍໃຕ້. ພາຍຫຼັງຕັດສິນໃຈສືບຕໍ່ວຽກສິນທັມໃນຖານະຄະຣາວາດ (ຄົນທຳມະດາ), ເພິ່ນໄດ້ສຳເລັດການສຶກສາທີ່ສະຖາບັນການສຶກສາພຸດທະຕັກກະ ວິທະຍາ (ການວິໄຈເຫດຜົນ) ທີ່ເມືອງດາຣຳສາລາ. ໂດຍໄດ້ຮັບການແນະນຳຈາກອົງ ດາໄລ ລາມະ, ໃນປະຈຸບັນ ເພິ່ນໄດ້ສຳເລັດການສຶກສາຫຼັກສູດ 2 ປີ ພາສາອັງກິດ ແບບ ເລັ່ງລັດ ໃນປະເທດແຄນາດາ ແລະ ກຳລັງສືບຕໍ່ຝຶກພຸດທະທຳມະຂັ້ນສູງ.

Top