ການຮຽນຮູ້ SEE: ໂຄງຮ່າງຂອງຈຸດສຳຄັນ

ການຮຽນຮູ້ສັງຄົມ, ອາລົມ, ແລະ ຈາຣິຍະທັມ, ມະຫາວິທະຍາໄລເອໂມຣີ, ກອບໂດຍຫຍໍ້

ກອບສ່ວນຕົວ

ຄວາມເອົາໃຈໃສ່ ແລະ ການຮັບຮູ້ຕົນເອງ

ການເອົາໃຈໃສ່ຕໍ່ຮ່າງກາຍຂອງເຮົາ ແລະ ຄວາມຮູ້ສຶກຂອງມັນ

  • ການເອົາໃຈໃສ່ກັບສິ່ງທີ່ເກີດຂຶ້ນຢູ່ໃນຮ່າງກາຍຂອງເຮົາ
  • ການສັງເກດພາວະຂອງຄວາມຕື່ນຕົວຫຼາຍໂພດ ແລະ ໜ້ອຍໂພດ (ຄວາມກັງວົນ, ຄວາມໃຈຮ້າຍ, ງ່ວງຊຶມ, ຊຶມເສົ້າ, ແລະ ອື່ນໆ).
  • ການເຂົ້າໃຈວ່າຮ່າງກາຍທີ່ດຸ່ນດ່ຽງມີຄວາມຮູ້ສຶກແນວໃດ 

ການເອົາໃຈໃສ່ຕໍ່ອາລົມ ແລະ ຄວາມຮູ້ສຶກຂອງເຮົາ

  • ການເອົາໃຈໃສ່ກັບຈິດໃຈຂອງເຮົາດ້ວຍການປະຕິບັດເຊັ່ນການມີສະຕິ

ຕິດຕາມແຜນທີ່ຂອງຈິດໃຈ

  • ຄວາມສາມາດໃນການລະບຸອາລົມ, ລັກສະນະຂອງມັນ, ແລະ ສິ່ງທີ່ເຮັດໃຫ້ມັນເກີດ ແລະ ຜັກດັນມັນ
  • ການຮຽນຮູ້ວິທີການຮັບຮູ້ ແລະ ຈັດການກັບຄວາມຮູ້ສຶກມ້າງເພກ່ອນທີ່ມັນຈະປ່ຽນໄປສູ່ພາວະອາລົມທີ່ບໍ່ສາມາດຈັດການໄດ້

ຄວາມເຫັນໃຈຕົນເອງ

ການເຂົ້າໃຈອາລົມໃນບໍລິບົດ

  • ການໃຊ້ຄວາມຄິດວິພາກໃນການເບິ່ງວ່າອາລົມຂອງເຮົາກ່ຽວກັບຄ່ານິຍົມ, ຄວາມຕ້ອງການ, ແລະ ຄວາມຄາດຫວັງຂອງເຮົາແນວໃດ 
  • ການຊາບຊຶມເຖິງຄຸນຄ່າຂອງເຮົາເອງ ແລະ ການປູກຝັງຄວາມຮູ້ສຶກເຫັນຄຸນຄ່າຕົນເອງ ແລະ ຄວາມໝັ້ນໃຈພາຍໃນ 

ການຍອມຮັບຕົນເອງ 

  • ການມີທັດສະນະທີ່ເປັນຈິງກ່ຽວກັບຂໍ້ຈໍາກັດ ແລະ ທ່າແຮງຂອງຕົນເອງ
  • ການປູກຝັງຄວາມແຂງແກ່ນພາຍໃນ, ຄວາມຢືດຢຸ່ນ, ຄວາມຖ່ອມຕົນ ແລະ ຄວາມກ້າຫານ
  • ການເຂົ້າໃຈວ່າຄວາມຜິດຫວັງ ແລະ ຄວາມທຸກ ເປັນທໍາມະຊາດຂອງຊີວິດ

ການຄວບຄຸມຕົນເອງ 

ດຸ່ນດ່ຽງຮ່າງກາຍ (ການພາເອົາຮ່າງກາຍຂອງເຮົາໄປສູ່ພາວະຫ້າວຫັນ, ຢືດຢຸ່ນ ແລະ ສົມດູນ) ໂດຍ:

  • ການຊົມໃຊ້ຊັບພະຍາກອນ, ທີ່ເຮົາເຂົ້າເຖິງຊັບພະຍາກອນເຊັ່ນ ໝູ່ເພື່ອນ, ສະຖານທີ່ທີ່ມັກ ຫຼື ຄວາມຊົງຈໍາທີ່ມີຄວາມສຸກ
  • ການຢູ່ຕິດດິນ, ທີ່ເຮົາຍຶດຖືວັດຖຸທີ່ເຮັດໃຫ້ເຮົາມີຄວາມຮູ້ສຶກໄດ້ຮັບການເກື້ອກູນ ຫຼື ມີພື້ນຖານ
  • ກິດຈະກໍາຕ່າງໆເຊັ່ນ ໂຍຄະ, ໄທຈີ, ການຟັງດົນຕີ, ການແຕ້ມຮູບ ຫຼື ການທຳສະມາທິ

ການຄວບຄຸມການຮັບຮູ້ ແລະ ແຮງກະຕຸ້ນ 

  • ການປັບປຸງທັກສະການເອົາໃຈໃສ່ຂອງເຮົາ, ເພື່ອທີ່ເຮົາຈະສາມາດຮັກສະລະດັບຄວາມສົນໃຈໄວ້ໄດ້ໂດຍບໍ່ມີການຕິດຢູ່ກັບສິ່ງລົບກວນ

ການນຳທາງອາລົມ

  • ການສ້າງຄວາມແຍກແຍະທາງອາລົມເພື່ອຮັບຮູ້ວ່າອາລົມອັນໃດມີປະໂຫຍດ ແລະ ອັນໃດເປັນອັນຕະລາຍ
  • ການໃຫ້ຄວາມແຍກແຍະຫັນເປັນຄວາມກ້າຫານ ແລະ ຄວາມໝັ້ນໃຈໃນຕົວເອງທີ່ເຮົາສາມາດຄວບຄຸມພາວະອາລົມຂອງເຮົາໄດ້ ແທນທີ່ຈະປ່ອຍໃຫ້ມັນຄຸມເຮົາ.

ກອບສັງຄົມ

ຄວາມສຳນຶກຮູ້ລະຫວ່າງບຸກຄົນ

ການເອົາໃຈໃສ່ຄວາມເປັນຈິງທາງສັງຄົມຂອງເຮົາ

  • ການເຂົ້າໃຈວ່າເຮົາເປັນສັດສັງຄົມ
  • ການສຶກສາເບິ່ງວ່າຄົນອື່ນມີບົດບາດສຳຄັນໃນຊີວິດເຮົາແນວໃດ

ການເອົາໃຈໃສ່ຄວາມເປັນຈິງຮ່ວມກັນຂອງເຮົາ ແລະ ຜູ້ອື່ນ

  • ການເຂົ້າໃຈວ່າຄົນອື່ນກໍມີຊີວິດທາງອາລົມຄືກັນກັບເຮົາ 
  • ການເບິ່ງເຫັນວ່າເຮົາທັງໝົດຄ້າຍກັນຄືເຮົາມີຄວາມຢາກ, ຄວາມຕ້ອງການ, ແລະ ຄວາມຢ້ານ 
  • ການເຄົາລົບຄວາມເປັນຈິງທີ່ວ່າຄວາມຢາກ, ຄວາມຕ້ອງການ, ແລະ ຄວາມຢ້ານນີ້ ແຕກຕ່າງກັນໄປໃນແຕ່ລະຄົນ 

ການຮັບຮູ້ເຂົ້າໃຈຄວາມຫຼາກຫຼາຍ ແລະ ຄວາມແຕກຕ່າງກັນ 

  • ການເບິ່ງວ່າເຮົາທັງໝົດມີປະສົບການຊີວິດສະເພາະທີ່ກໍ່ສ້າງເຮົາແນວໃດ 
  • ການເຂົ້າໃຈວ່າຄວາມຕ່າງສາມາດນຳເຮົາມາຮ່ວມກັນ ແທນທີ່ຈະຍູ້ເຮົາຈາກກັນໄດ້ 

ຄວາມເຫັນໃຈຕໍ່ຜູ້ອື່ນ

ການເຂົ້າໃຈຄວາມຮູ້ສຶກ ແລະ ອາລົມຂອງຜູ້ອື່ນໃນບໍລິບົດ

  • ການເຂົ້າໃຈວ່າການກະທຳຂອງຜູ້ອື່ນເກີດຈາກອາລົມ, ເຊິ່ງເກີດຈາກຄວາມຕ້ອງການພື້ນຖານ 
  • ການມີປະຕິກິລິຍາຕໍ່ການກະທຳຂອງຜູ້ອື່ນດ້ວຍຄວາມເຫັນໃຈ, ແທນຄວາມໂມໂຫ ແລະ ການຕັດສິນ 

ການຊາບຊືມເຂົ້າໃຈ ແລະ ການປູກຝັງຄວາມເມດຕາ ແລະ ຄວາມເຫັນໃຈ

  • ການຄົ້ນຄວ້າເບິ່ງວ່າຄວາມເຫັນໃຈແມ່ນ ແລະ ບໍ່ແມ່ນຫຍັງ 
  • ການໃຫ້ຄ່າຕໍ່ຄວາມເຫັນໃຈວ່າເປັນສິ່ງທີ່ມີປະໂຫຍດ ແລະ ຈິ່ງຫວັງທີ່ຈະປູກຝັງ 

ການຊາບຊືມເຂົ້າໃຈ ແລະ ການປູກຝັງທ່າທາງຈັນຍາທັມອື່ນໆ

  • ການເບິ່ງເຫັນວ່າການເປັນເຈົ້າຂອງວັດຖຸຢ່າງດຽວບໍ່ສາມາດສະໜອງຄວາມຕ້ອງການທັງໝົດຂອງເຮົາໄດ້ 
  • ການຄົ້ນເບິ່ງຄຸນລັກສະນະພາຍໃນອື່ນທີ່ນຳປະໂຫຍດສູ່ຊີວິດເຮົາ 
  • ການທົບທວນເບິ່ງຂໍ້ເສຍຂອງທັດສະນະຄະຕິເອົາຕົນເອງເປັນສູນກາງ 
  • ການກໍ່ສ້າງຄວາມເຂົ້າໃຈ ແລະ ການໃຫ້ອະໄພຕໍ່ຜູ້ອື່ນ 

ທັກສະຄວາມສຳພັນ 

ການຟັງຢ່າງເຫັນໃຈ

  • ການຟັງຜູ້ອື່ນດ້ວຍຈິດໃຈທີ່ເປີດຮັບ 
  • ການຝຶກ ‘ການຟັງຢ່າງເລິກໆ’ ທີ່ເຮົາຟັງຜູ້ອື່ນໂດຍບໍ່ມີການອອກຄວາມເຫັນ ຫຼື ການຕັດສິນ

ການສື່ສານຢ່າງມີທັກສະ

  • ການສ້າງຄວາມສາມາດໃນການສື່ສານໃນທາງທີ່ມີໝາກຜົນ ແລະ ເປັນພະລັງໃຫ້ທັງຕົນເອງ ແລະ ຜູ້ອື່ນ 
  • ການໂຕ້ກັບໝູ່ເພື່ອນໃນຫົວຂໍ້ຕ່າງໆ, ແລະ ເລືອກເຂົ້າຂ້າງທີ່ປົກກະຕິແລ້ວເຮົາບໍ່ເລືອກ 

ການຊ່ວຍຜູ້ອື່ນ

  • ການມີສ່ວນຮ່ວມໃນການບໍລິການສັງຄົມ, ວຽກອາສາສະໝັກ ແລະ ຄວາມໃຈດີໂດຍບໍ່ເລືອກ 

ການຫັນປ່ຽນຄວາມຂັດແຍ່ງ

  • ການຮຽນຮູ້ທີ່ຈະນຳທາງຄວາມຂັດແຍ່ງຢ່າງມີໝາກຜົນ 
  • ການກໍ່ສ້າງຄວາມສະຫງົບພາຍໃນ, ເຊິ່ງເປັນພື້ນຖານຂອງຄວາມສະຫງົບພາຍນອກ 

ກອບທົ່ວໂລກ

ການຮັບຮູ້ເຂົ້າໃຈເຖິງການເພິ່ງພາອາໄສກັນ 

ການເຂົ້າໃຈເຖິງລະບົບທີ່ເພິ່ງພາອາໄສກັນ

  • ການເຂົ້າໃຈວ່າການເພິ່ງພາອາໄສກັນແມ່ນກົດທຳມະຊາດ ແລະ ເປັນຄວາມຈິງອັນພື້ນຖານຂອງຊີວິດມະນຸດ 
  • ການເບິ່ງເຫັນວ່າເຮົາບໍ່ສາມາດຢູ່ລອດໄດ້ໂດຍປາສະຈາກຜູ້ອື່ນ 

ບຸກຄົນໃນບໍລິບົດຂອລະບົບ

  • ການສ້າງຄວາມຮູ້ສຶກກະຕັນຍູຕໍ່ຜູ້ອື່ນຢ່າງຈິງໃຈ 
  • ການສ້າງຄວາມເຂົ້າໃຈເລິກເຊິ່ງຕໍ່ທ່າແຮງຂອງເຮົາໃນການສ້າງຊີວິດຜູ້ອື່ນ 
  • ການສ້າງຄວາມມຸ່ງຫວັງທີ່ຈະກະທຳໃນສິ່ງທີ່ຈະຮັບປະກັນສະຫວັດດີພາບໃນວົງກວ້າງ 

ການເຫັນເຖິງຄວາມເປັນມະນຸດຮ່ວມກັນ

ການເຂົ້າໃຈເຖິງຄວາມເທົ່າທຽມກັນໂດຍພື້ນຖານຂອງທຸກຄົນ

  • ການຮັບຮູ້ວ່າມະນຸດທຸກບ່ອນເທົ່າທຽມກັນໂດຍພື້ນຖານໃນການຢາກໄດ້ຄວາມສຸກ ແລະ ຢາກທີ່ຈະບໍ່ເປັນທຸກ 
  • ການຂະຫຍາຍກອບຂອງຄວາມເຫັນໃຈຂອງເຮົາໄປກວມເອົາຄົນທີ່ຢູ່ນອກ ‘ກຸ່ມ’ ຂອງເຮົາ 

ການເຂົ້າໃຈວ່າລະບົບກະທົບຕໍ່ສະຫວັດດີພາບແນວໃດ

  • ການວິເຄາະລະບົບທາງວັດທະນະທຳ, ການເມືອງ, ແລະ ສັງຄົມ ທີ່ກະທົບເຮົາໂດຍການສົ່ງເສີມຄ່ານິຍົມດ້ານບວກ ຫຼື ໂດຍການສານຕໍ່ຄວາມເຊື່ອທີ່ເປັນບັນຫາ ແລະ ຄວາມບໍ່ເທົ່າທຽມ 

ການມີສ່ວນຮ່ວມໃນຊຸມຊົນ ແລະ ລະດັບໂລກ 

ທ່າແຮງຂອງເຮົາຕໍ່ການສ້າງການປ່ຽນແປງດ້ານບວກໃນຊຸມຊົນ ແລະ ໂລກ

  • ການເຂົ້າໃຈວ່າໃນຂະນະທີ່ເຮົາມີຂໍ້ຈຳກັດ, ເຮົາກໍມີຄວາມສາມາດຢູ່ຫຼາຍ 
  • ການເບິ່ງເຫັນວ່າການປ່ຽນແປງຂັ້ນບຸກຄົນນ້ອຍໆ ສາມາດປະກອບເປັນການເຄື່ອນໄຫວລະດັບໂລກໃຫຍ່ໆ ໄດ້ 

ການມີສ່ວນຮ່ວມໃນທາງແກ້ຂັ້ນຊຸມຊົນ ແລະ ລະດັບໂລກ

  • ການເຫັນໄດ້ເຖິງລະບົບທີ່ເຮົາອາໄສຢູ່, ແລະ ຄວາມຊັບຊ້ອນຂອງມັນ 
  • ກນປະເມີນຜົນໄລຍະສັ້ນ ແລະ ຍາວ ຂອງການກະທຳ
  • ການຫຼຸດຜ່ອນອິທິພົນຂອງອາລົມທາງລົມ ແລະ ຄວາມລຳອຽງ 
  • ການປູກຝັງທັດສະນະຄະຕິເປີດກວ້າງ, ຮ່ວມມື, ແລະ ມີຄວາມນອບນ້ອມຖ່ອມຕົນທາງສະຕິປັນຍາ 
  • ການພິຈາລະນາຂໍ້ດີ ແລະ ຂໍ້ເສຍຂອງການກະທຳໃດໜຶ່ງ 


ຖ້າທ່ານຢາກລົງເລິກ, ກະລຸນາອ່ານສະບັບເຕັມຂອງກອບການຮຽນຮູ້ SEE ແລະ ຮຽນຮູ້ກ່ຽວກັບໂຄງການອື່ນໆ ຂອງສູນວິທະຍາສາດການພິນິດ ແລະ ຈັນຍາທັມບົນຄວາມເຫັນໃຈໄດ້. 

Top