ອົງພຣະດາໄລ ລາມະ ຕໍ່ກັບເຊື້ອໄວຣັດສ໌ໂຄໂຣນາ: ການພາວະນາຢ່າງດຽວບໍ່ພຽງພໍ

ເປັນຫຍັງເຮົາຈິ່ງຕ້ອງສູ້ເຊື້ອໄວຣັດສ໌ໂຄໂຣນາ ດ້ວຍຄວາມເຫັນໃຈ

Studybuddhism dalai lama oaa

ບາງຄັ້ງ ມິດສະຫາຍຂໍໃຫ້ອາຕະມາຊ່ວຍບັນຫາບາງຢ່າງໃນໂລກ, ໂດຍໃຊ້ “ພະລັງວິເສດ” ບາງຢ່າງ. ອາຕະມາຕອບເຂົາເຈົ້າສະເໝີວ່າດາໄລລາມະບໍ່ມີພະລັງວິເສດ. ຖ້າອາຕະມາມີ, ອາຕະມາຄົງບໍ່ຮູ້ສຶກເຈັບປວດໃນຂາ ຫຼື ເຈັບຄໍ. ເຮົາທັງໝົດເປັນມະນຸດຄືກັນ, ແລະ ເຮົາປະສົບກັບຄວາມຢ້ານກົວອັນດຽວກັນ, ຄວາມຫວັງອັນດຽວກັນ, ຄວາມບໍ່ແນ່ນອນອັນດຽວກັນ. 

ຈາກທັດສະນະພຣະພຸດທະສາສະໜາ, ທຸກສິ່ງມີຊີວິດທີ່ເຄື່ອນເໜັງໄດ້ແມ່ນຮູ້ຄວາມທຸກທໍລະມານ ແລະ ຄວາມເປັນຈິງຂອງການເຈັບປ່ວຍ, ຄວາມເຖົ້າແກ່ ແລະ ຄວາມຕາຍ. ແຕ່ໃນຖານະມະນຸດ, ເຮົາມີຄວາມສາມາດທີ່ຈະໃຊ້ຈິດໃຈຂອງເຮົາເພື່ອເອົາຊະນະຄວາມໂມໂຫ ແລະ ຄວາມຕື່ນຕົກໃຈ ແລະ ຄວາມໂລບໄດ້. ໃນຫຼາຍປີຜ່ານມານີ້ອາຕະມາໄດ້ເນັ້ນ “ການວາງອາວຸດທາງອາລົມ”: ເພື່ອພະຍາຍາມເບິ່ງສິ່ງຕ່າງໆ ຢ່າງເປັນຈິງ ແລະ ຈະແຈ້ງ, ປາສະຈາກຄວາມສັບສົນຈາກຄວາມຢ້ານກົວ ຫຼື ຄວາມໂກດແຄ້ນ. ຖ້າບັນຫາມີທາງອອກ, ເຮົາຕ້ອງລົງມືຊອກຫາທາງອອກນັ້ນ; ຖ້າບໍ່ມີ, ເຮົາກໍບໍ່ຈຳເປັນເສຍເວລາຄິດກັບມັນ. 

ເຮົາຊາວພຸດເຊື່ອວ່າໂລກທັງໂລກເພິ່ງພາອາໄສກັນ. ນັ້ນແມ່ນເຫດຜົນທີ່ອາຕະມາເວົ້າກ່ຽວກັບຄວາມຮັບຜິດຊອບສາກົນເລື້ອຍໆ. ການລະບາດຂອງເຊື້ອໄວຣັດສ໌ໂຄໂຣນາທີ່ເປັນຕາຢ້ານອັນນີ້ ໄດ້ສະແດງໃຫ້ເຫັນວ່າສິ່ງທີ່ເກີດຂຶ້ນກັບຄົນຜູ້ໜຶ່ງສາມາດກະທົບເຖິງທຸກຄົນໄດ້ໄວ. ແຕ່ມັນກໍຍັງເຕືອນເຮົາອີກວ່າການກະທຳທີ່ມີຄວາມເຫັນໃຈ ຫຼື ມີລັກສະນະກໍ່ສ້າງ - ບໍ່ວ່າຈະເປັນການເຮັດວຽກໃນໂຮງໝໍ ຫຼື ພຽງແຕ່ການເວັ້ນໄລຍະຫ່າງທາງສັງຄົມ - ຕ່າງກໍສາມາດຊ່ວຍຫຼາຍຄົນໄດ້. 

ຕັ້ງແຕ່ມີຂ່າວປາກົດອອກມາກ່ຽວກັບເຊື້ອໄວຣັດສ໌ໂຄໂຣນາໃນເມືອງວູຫານ, ອາຕະມາໄດ້ພາວະນາໃຫ້ອ້າຍເອື້ອຍນ້ອງຂອງອາຕະມາໃນປະເທດຈີນ ແລະ ທົ່ວທຸກບ່ອນ. ບາດນີ້ ເຮົາສາມາດເຫັນໄດ້ວ່າບໍ່ມີໃຜມີພູມຕ້ານທານຕໍ່ເຊື້ອໄວຣັດສ໌ນີ້. ເຮົາທັງໝົດຕ່າງກໍກັງວົນກ່ຽວກັບຄົນທີ່ຮັກ ແລະ ອະນາຄົດ, ທັງຂອງເສດຖະກິດໂລກ ແລະ ເຮືອນຂອງເຮົາເອງ. ແຕ່ການພາວະນາຢ່າງດຽວບໍ່ພໍ. 

ວິກິດນີ້ສະແດງໃຫ້ເຫັນວ່າເຮົາທັງໝົດຕ້ອງຖືຄວາມຮັບຜິດຊອບໃນບ່ອນທີ່ເຮົາເຮັດໄດ້. ເຮົາຕ້ອງປະສານຄວາມກ້າຫານທີ່ໝໍ ແລະ ພະຍາບານໄດ້ສະແດງໃຫ້ເຫັນເຂົ້າກັບວິທະຍາສາດປະຈັກເພື່ອເລີ່ມຫັນປ່ຽນສະຖານະການ ແລະ ປົກປ້ອງອະນາຄົດຂອງເຮົາຈາກໄພຄຸກຄາມແບບນີ້ອີກ. 

ໃນເວລາຂອງຄວາມຢ້ານກົວອັນຍິ່ງໃຫຍ່ນີ້, ສຳຄັນແມ່ນເຮົາຕ້ອງຄິດເຖິງສິ່ງທ້າທາຍ - ແລະ ໂອກາດ - ໄລຍະຍາວຂອງທັງໂລກ. ພາບຖ່າຍຂອງໂລກເຮົາຈາກຈັກກະວານສະແດງໃຫ້ເຫັນຈະແຈ້ງວ່າບໍ່ມີເຂດແດນທີ່ແທ້ຈິງບົນໂລກໜ່ວຍສີຟ້ານີ້. ສະນັ້ນ, ເຮົາທັງມົດຕ້ອງດູແລມັນ ແລະ ເຮັດວຽກເພື່ອປ້ອງກັນການປ່ຽນແປງສະພາບອາກາດ ແລະ ແຮງທຳລາຍອື່ນ. ການລະບາດໃຫຍ່ຄັ້ງນີ້ເປັນການເຕືອນວ່າມີພຽງການຮ່ວມມືກັນດ້ວຍການຕອບໂຕ້ສາກົນ, ທີ່ມີການປະສານງານເຮົາຈິ່ງຈະປະເຊີນໜ້າກັບສິ່ງທ້າທາຍຂະໜາດທີ່ບໍ່ເຄີຍພົບພໍ້ມາກ່ອນນີ້ໄດ້. 

ເຮົາຕ້ອງຈື່ອີກວ່າບໍ່ມີໃຜພົ້ນຈາກຄວາມທຸກທໍລະມານ, ແລະ ຍື່ນມືຊ່ວຍຜູ້ອື່ນທີ່ຂາດບ້ານ, ຊັບພະຍາກອນ ຫຼື ຄອບຄົວທີ່ປົກປ້ອງເຂົາ. ວິກິດນີ້ສະແດງໃຫ້ເຮົາເຫັນວ່າເຮົາບໍ່ໄດ້ແຍກຈາກຄົນອື່ນ - ແມ່ນແຕ່ເວລາທີ່ເຮົາຢູ່ຫ່າງກັນ. ສະນັ້ນ, ເຮົາທັງໝົດຈິ່ງມີໜ້າທີ່ຮັບຜິດຊອບທີ່ຈະຝຶກໃຊ້ຄວາມເຫັນໃຈ ແລະ ໃຫ້ການຊ່ວຍເຫຼືອ. 

ໃນຖານະຊາວພຸດ, ອາຕະມາເຊື່ອໃນຫຼັກອານິດຈັງ (ຄວາມບໍ່ແນ່ນອນ). ໃນທີ່ສຸດ, ໄວຣັດສ໌ນີ້ຈະຜ່ານໄປ, ດັ່ງທີ່ອາຕະມາໄດ້ເຫັນສົງຄາມ ແລະ ສິ່ງຄຸກຄາມອື່ນໄດ້ຜ່ານໄປແລ້ວໃນຊີວິດຂອງອາຕະມາ, ແລະ ເຮົາຈະມີໂອກາດສ້າງຊຸມຊົນສາກົນຂອງເຮົາໃໝ່ ດັ່ງທີ່ເຮົາໄດ້ເຮັດຜ່ານມາຫຼາຍຄັ້ງ. ອາຕະມາຫວັງຢ່າງຍິ່ງວ່າທຸກຄົນຈະສາມາດຮັກສາຄວາມປອດໄພ ແລະ ຄວາມສະຫງົບໄວ້ໄດ້. ໃນເວລາຂອງຄວາມບໍ່ແນ່ນອນນີ້, ສຳຄັນແມ່ນເຮົາບໍ່ສິ້ນຫວັງ ແລະ ເຊື່ອໝັ້ນໃນພະລັງກໍ່ສ້າງທີ່ຫຼາຍຄົນກຳລັງສຸມໃສ່. 

Top