ທົ່ວໂລກຄວນສາມັກຄີກັນເພື່ອການປະສານງານຕອບໂຕ້ສາກົນຕໍ່ໂຄວິດ-19

World in hands

ໃນເວລາຂອງວິກິດການຮ້າຍແຮງນີ້, ເຮົາພົບກັບໄພຂົ່ມຂູ່ຕໍ່ສຸຂະພາບຂອງເຮົາ ແລະ ຄວາມໂສກເສົ້າຕໍ່ຄອບຄົວ ແລະ ໝູ່ເພື່ອນທີ່ເຮົາເສຍໄປ. ການຢຸດຊະງັກເສດຖະກິດ ກຳລັງສ້າງຄວາມທ້າທາຍອັນໃຫຍ່ຫຼວງຕໍ່ລັດຖະບານ ແລະ ທຳລາຍຄວາມສາມາດຂອງຫຼາຍຄົນໃນການທຳມາຫາກິນ.

ມັນແມ່ນຊ່ວງເວລາຄືແນວນີ້ທີ່ເຮົາຕ້ອງສຸມໃສ່ສິ່ງທີ່ເຮັດໃຫ້ເຮົາສາມັກຄີກັນໃນຖານະສະມາຊິກຂອງຄອບຄົວມະນຸດຊາດອັນດຽວກັນ. ຍ້ອນແນວນັ້ນ, ເຮົາຕ້ອງຍື່ນມືຫາກັນດ້ວຍຄວາມເຫັນໃຈ. ໃນຖານະມະນຸດ, ເຮົາທຸກຄົນເປັນຄືກັນ. ເຮົາປະສົບກັບຄວາມຢ້ານກົວອັນດຽວກັນ, ຄວາມຫວັງອັນດຽວກັນ, ຄວາມບໍ່ແນ່ນອນອັນດຽວກັນ, ແຕ່ເຮົາກໍຍັງສາມັກຄີກັນດ້ວຍຄວາມປາຖະໜາຕໍ່ຄວາມສຸກ. ຄວາມສາມາດຂອງເຮົາໃນຖານະມະນຸດທີ່ຈະຫາເຫດຜົນ ແລະ ເບິ່ງສິ່ງຕ່າງໆ ດ້ວຍຄວາມເປັນຈິງ ຈະຊ່ວຍໃຫ້ເຮົາສາມາດຫັນປ່ຽນຄວາມລຳບາກໃຫ້ເປັນໂອກາດໄດ້.

ວິກິດການນີ້ ແລະ ຜົນສະທ້ອນຂອງມັນຈະເປັນດັ່ງຄຳເຕືອນວ່າ ມີພຽງການຮ່ວມມືປະສານການຕອບໂຕ້ສາກົນເທົ່ານັ້ນ ທີ່ເຮົາຈະສາມາດຮັບມືກັບຄວາມທ້າທາຍໃນຂະໜາດທີ່ບໍ່ເຄີຍມີມາກ່ອນທີ່ເຮົາກຳລັງປະເຊີນຢູ່ນີ້ໄດ້. ອາຕະມາພາວະນາໃຫ້ເຮົາທັງໝົດເອົາໃຈໃສ່ຕໍ່ “ການຮຽກຮ້ອງຂໍຄວາມສາມັກຄີ.”

ອົງພຣະດາໄລ ລາມະ 1 ພຶດສະພາ 2020

Top