ຂໍ້ເທັດຈິງແນວປະຈັກກ່ຽວກັບສາຍພົວພັນທາງສາສະໜາຂອງສິດກັບອາຈານ
ເພື່ອຫຼີກເວັ້ນຄວາມສັບສົນໃນສາຍພົວພັນລະຫວ່າງສານຸສິດ ແລະ ພຣະອາຈານທາງສາສະໜາ, ເຮົາຈໍາເປັນຕ້ອງຮັບຮູ້ຂໍ້ເທັດຈິງທີ່ເປັນປະຈັກບາງປະການ:
- ຜູ້ສະແຫວງຫາທາງສາສະໜາເກືອບທັງໝົດຈະກ້າວຜ່ານຂັ້ນຕອນຕ່າງໆ ຕາມເສັ້ນທາງສາສະໜາ.
- ຜູ້ປະຕິບັດທັມສ່ວນຫຼາຍຮຽນກັບພຣະອາຈານຫຼາຍຄົນໃນຊ່ວງຊີວິດຂອງເຂົາເຈົ້າ ແລະ ສ້າງສາຍພົວພັນທີ່ແຕກຕ່າງກັນກັບພຣະອາຈານແຕ່ລະອົງ.
- ບໍ່ແມ່ນພຣະອາຈານທຸກອົງຈະບັນລຸລະດັບດຽວກັນ.
- ປະເພດຂອງສາຍພົວພັນທີ່ເໝາະສົມລະຫວ່າງຜູ້ສະແຫວງຫາຜູ້ໜຶ່ງ ແລະ ພຣະອາຈານຜູ້ໜຶ່ງ ນັ້ນຂຶ້ນກັບລະດັບທາງສາສະໜາຂອງແຕ່ລະຝ່າຍ.
- ເຮົາມັກຈະພົວພັນກັບພຣະອາຈານຂອງຕົນໃນລັກສະນະທີ່ເລິກເຊິ່ງຂຶ້ນເລື້ອຍໆ ໃນຂະນະທີ່ກ້າວໄປໃນເສັ້ນທາງສາສະໜາ.
- ເນື່ອງຈາກວ່າພຣະອາຈານອົງໜຶ່ງອາດມີຫຼາຍບົດບາດໃນຊີວິດທາງສາສະໜາຂອງຜູ້ສະແຫວງຫາແຕ່ລະຄົນ, ສາຍພົວພັນທີ່ເໝາະສົມທີ່ສຸດທີ່ຜູ້ສະແຫວງຫາແຕ່ລະຄົນມີກັບພຣະອາຈານນັ້ນອາດແຕກຕ່າງກັນ.
ລະດັບຂອງພຣະອາຈານທາງສາສະໜາ ແລະ ຂອງຜູ້ສະແຫວງຫາທາງສາສະໜາ
ສະນັ້ນ, ຈິ່ງມີຫຼາຍລະດັບຂອງພຣະອາຈານທາງສາສະໜາ ແລະ ຂອງຜູ້ສະແຫວງຫາທາງສາສະໜາ, ຄື:
- ສາດສະດາຈານສອນພຣະພຸດທະສາສະໜາ ເພື່ອໃຫ້ຂໍ້ມູນ ເຊັ່ນ ໃນມະຫາວິທະຍາໄລ
- ຄູສອນພຣະທັມ ເພື່ອຊີ້ບອກວິທີນຳເອົາພຣະທັມເຂົ້າໃນຊີວິດ
- ຄູຝຶກການທຳສະມາທິ ເພື່ອສອນວິທີການທີ່ຄ້າຍຄືກັບການສອນໄທຈີ ຫຼື ໂຍຄະ
- ຄູຝຶກທາງທັມ ຈະຕ່າງກັນທາງດ້ານລະດັບຂອງຄໍາປະຕິຍານທີ່ເພິ່ນໃຫ້ກັບສານຸສິດ: ຄໍາປະຕິຍານຂອງຄົນທົ່ວໄປ ຫຼື ຂອງພຣະສົງ, ຄໍາປະຕິຍານຂອງພຣະໂພທິສັດ, ຫຼື ຄໍາປະຕິຍານຕັນຕຣະ.
ໃນລັກສະນະດຽວກັນກໍມີ:
- ນັກສຶກສາພຣະພຸດທະສາສະໜາ ທີ່ຢາກໄດ້ຂໍ້ມູນ
- ລູກສິດພຣະທັມ ທີ່ຢາກຮຽນວິທີນຳເອົາພຣະທັມເຂົ້າໃນຊີວິດ
- ນັກຝຶກສະມາທິ ທີ່ຫວັງຮຽນວິທີການຜ່ອນຄາຍ ຫຼື ຝຶກຈິດໃຈ
- ສານຸສິດ ທີ່ຢາກຍົກລະດັບຊີວິດໃນຊາດໜ້າ, ພົ້ນທຸກ, ຫຼື ບັນລຸການຕັດສະຮູ້, ແລະ ພ້ອມທີ່ຈະຖືຄໍາປະຕິຍານໃນລະດັບໜຶ່ງເພື່ອຊ່ວຍບັນລຸເປົ້າໝາຍເຫຼົ່ານັ້ນ. ເຖິງວ່າສານຸສິດຈະຢາກຍົກລະດັບຊີວິດໃນຊາດນີ້ກໍຕາມ, ເຂົາເຈົ້າກໍເຫັນວ່າອັນນີ້ແມ່ນຂັ້ນໄດໄປສູ່ເສັ້ນທາງແຫ່ງການພົ້ນທຸກ ແລະ ສູ່ການຕັດສະຮູ້.
ແຕ່ລະລະດັບມີວຸທິຂອງມັນ ແລະ, ໃນຖານະເປັນຜູ້ສະແຫວງຫາທາງສາສະໜາ, ເຮົາຕ້ອງຄຳນຶງເຖິງພູມຫຼັງຂອງຕົນເອງ ແລະ ຂອງພຣະອາຈານ ເຊັ່ນ ເປັນຄົນເອເຊຍ ຫຼື ຕາເວັນຕົກ, ພຣະສົງ, ແມ່ຊີ, ຫຼື ຄົນທົ່ວໄປ, ລະດັບການສຶກສາ, ລະດັບວຸທິພາວະທາງອາລົມ ແລະ ຈັນຍາທັມ, ລະດັບຄວາມມຸ່ງໝັ້ນ, ແລະ ອື່ນໆ. ສະນັ້ນ, ຈິ່ງເປັນສິ່ງສໍາຄັນທີ່ຈະດໍາເນີນການຢ່າງຊ້າໆ ແລະ ລະມັດລະວັງ.
ຄຸນສົມບັດຂອງຜູ້ທີ່ຈະເປັນສານຸສິດ ແລະ ຜູ້ທີ່ຈະເປັນພຣະອາຈານທາງສາສະໜາ
ໃນຖານະຜູ້ທີ່ຈະເປັນສານຸສິດ, ເຮົາຈໍາເປັນຕ້ອງກວດສອບລະດັບການພັດທະນາຂອງຕົນເອງ, ເພື່ອບໍ່ໃຫ້ເຮົາຜູກມັດຕົນເອງກັບສາຍພົວພັນທີ່ເຮົາບໍ່ພ້ອມ. ຄຸນສົມບັດຫຼັກທີ່ສານຸສິດຕ້ອງມີແມ່ນ:
- ການເປີດໃຈໂດຍບໍ່ຍຶດຕິດກັບຄວາມຄິດດັ້ງເດີມ ແລະ ຄວາມເຫັນຂອງຕົນເອງ
- ສາມັນສຳນຶກທີ່ຈຳແນກໄດ້ລະຫວ່າງສິ່ງທີ່ຄວນ ແລະ ສິ່ງທີ່ບໍ່ຄວນ
- ຄວາມສົນໃຈອັນແຮງກ້າໃນພຣະທັມ ແລະ ໃນການຄົ້ນຫາພຣະອາຈານທີ່ມີວຸທິທີ່ເໝາະສົມ
- ຄວາມຊື່ນຊົມ ແລະ ເຄົາລົບຕໍ່ພຣະທັມ ແລະ ອາຈານທີ່ມີວຸທິດີ
- ການໃສ່ໃຈ
- ລະດັບການພັດທະນາ ແລະ ຄວາມໝັ້ນຄົງທາງອາລົມ
- ສຳນຶກຮັບຜິດຊອບທາງຈັນຍາທັມຂັ້ນພື້ນຖານ.
ຂຶ້ນກັບລະດັບຂອງພຣະອາຈານແຕ່ລະອົງ, ເພິ່ນຍິ່ງຕ້ອງມີວຸທິຫຼາຍກວ່າ. ໂດຍທົ່ວໄປແລ້ວ, ອັນຕົ້ນຕໍແມ່ນ:
- ມີສາຍພົວພັນທີ່ດີກັບພຣະອາຈານທາງສາສະໜາຂອງເພິ່ນເອງ
- ມີຄວາມຮູ້ກ່ຽວກັບພຣະທັມຫຼາຍກວ່າລູກສິດ
- ປະສົບການ ແລະ ຄວາມສຳເລັດໃນລະດັບໜຶ່ງໃນການນຳໃຊ້ວິທີການນັ້ນເຂົ້າໃນການທຳສະມາທິ ແລະ ໃນຊີວິດປະຈຳວັນ
- ຄວາມສາມາດໃນການເປັນຕົວຢ່າງທີ່ດົນບັນດານໃຈກ່ຽວກັບປະໂຫຍດຂອງການນຳເອົາພຣະທັມເຂົ້າໃນຊີວິດ. ນັ້ນໝາຍເຖິງການມີ:
- ວິໄນທາງຈັນຍາທັມ
- ການພັດທະນາ ແລະ ຄວາມໝັ້ນຄົງດ້ານອາລົມ, ບົນພື້ນຖານຂອງການປາສະຈາກບັນຫາທາງອາລົມອັນໃຫຍ່ໆ
- ຄວາມເປັນຫ່ວງຢ່າງຈິງໃຈຕໍ່ປະໂຫຍດຂອງລູກສິດ ອັນເປັນແຮງຜັກດັນພື້ນຖານໃນການສິດສອນ
- ຄວາມອົດທົນໃນການສິດສອນ
- ປາສະຈາກມານຍາ (ບໍ່ຕົວະວ່າມີວຸທິທີ່ຕົນຂາດ) ແລະ ປາສະຈາກຄວາມໜ້າຊື່ໃຈຄົດ (ບໍ່ເຊື່ອງຄວາມຜິດທີ່ຕົນມີ, ເປັນຕົ້ນແມ່ນການຂາດຄວາມຮູ້ ແລະ ປະສົບການ).
ເຮົາຕ້ອງປັບສິ່ງຕ່າງໆ ໃຫ້ເໝາະສົມກັບຄວາມເປັນຈິງຂອງສະຖານະການ ເຊັ່ນວ່າ ລະດັບຄຸນວຸທິຂອງພຣະອາຈານໃນເຂດເມືອງຂອງເຮົາມີຊ່ຳໃດ, ເຮົາມີເວລາ ແລະ ຄວາມມຸ່ງໝັ້ນຫຼາຍປານໃດ, ເປົ້າໝາຍທາງສາສະໜາຂອງເຮົາແມ່ນຫຍັງ (ເອົາຕາມຄວາມຈິງ, ບໍ່ເອົາພຽງຕາມອຸດົມຄະຕິ ເຊັ່ນ "ເພື່ອປະໂຫຍດຕໍ່ສິ່ງມີຊີວິດທັງປວງ”), ແລະ ອື່ນໆ. ຖ້າເຮົາກວດເບິ່ງວຸທິຂອງພຣະອາຈານຜູ້ທີ່ຈະສອນ ກ່ອນຜູກມັດຕົນເອງໃນສາຍພົວພັນທາງສາສະໜາ, ເຮົາອາດສາມາດຫຼີກເວັ້ນການຍົກໃຫ້ພຣະອາຈານກາຍເປັນພຣະເຈົ້າ ຫຼື ເປັນມານ. ເມື່ອເຮົາຍົກໃຫ້ພຣະອາຈານກາຍເປັນພຣະເຈົ້າ, ຄວາມໄຮ້ດຽງສາຂອງເຮົາຈະເປີດໂອກາດໃຫ້ເຮົາຖືກລ່ວງລະເມີດໄດ້. ຖ້າເຮົາຍົກໃຫ້ເພິ່ນເປັນມານ, ຄວາມຫວາດລະແວງຂອງເຮົາຈະກີດຂວາງເຮົາຈາກການຮັບປະໂຫຍດ.
ຄວາມແຕກຕ່າງລະຫວ່າງການເປັນສານຸສິດຂອງພຣະອາຈານທາງສາສະໜາກັບການເປັນຜູ້ປ່ວຍຂອງນັກບຳບັດ
ທີ່ມາສໍາຄັນປະການໜຶ່ງຂອງຄວາມສັບສົນໃນສາຍພົວພັນທາງສາສະໜາຂອງສານຸສິດກັບພຣະອາຈານ ແມ່ນຄວາມທີ່ຢາກໃຫ້ພຣະອາຈານທາງສາສະໜານັ້ນເປັນດັ່ງນັກບຳບັດ. ຕົວຢ່າງເຊັ່ນ, ລອງພິຈາລະນາເບິ່ງຄົນທີ່ຢາກໄດ້ຄວາມສຸກທາງອສລົມ ແລະ ຄວາມສຳພັນທີ່ດີຕະຫຼອດຊີວິດ. ການເປັນສານຸສິດຂອງພຣະອາຈານທາງສາສະໜາເພື່ອບັນລຸເປົ້າໝາຍອັນນັ້ນໃນຫຼາຍແງ່ກໍຄ້າຍຄືກັບການເປັນຜູ້ປ່ວຍຂອງນັກບຳບັດ ເພື່ອຈຸດປະສົງດຽວກັນ.
ທັງພຣະພຸດທສາສະໜາ ແລະ ການບຳບັດ:
- ເກີດຈາກການຮັບຮູ້ ແລະ ເຫັນເຖິງຄວາມທຸກໃນຊີວິດຂອງເຮົາ ແລະ ປາຖະໜາທີ່ຈະບັນເທົາມັນ
- ຕ້ອງເຮັດວຽກຮ່ວມກັບຜູ້ອື່ນເພື່ອຮັບຮູ້ ແລະ ເຂົ້າໃຈບັນຫາຂອງເຮົາ ແລະ ສາເຫດຂອງມັນ. ອັນທີ່ຈິງ, ການບຳບັດຫຼາຍຮູບແບບກໍເຫັນດີກັບພຣະພຸດທະສາສະໜາວ່າຄວາມເຂົ້າໃຈເປັນກຸນແຈສຳລັບການປ່ຽນແປງຕົນເອງ.
- ໂອບຮັບເອົາແນວຄວາມຄິດທີ່ເນັ້ນໃສ່ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສາເຫດຂອງບັນຫາຂອງເຮົາ, ສາຍທີ່ເນັ້ນໜັກໃນວິທີການປະຕິບັດເພື່ອເອົາຊະນະປັດໄຈເຫຼົ່ານີ້, ແລະ ລະບົບທີ່ແນະນໍາການປະສົມປະສານທີ່ສົມດູນຂອງທັງສອງແນວທາງ
- ສະໜັບສະໜູນການສ້າງສາຍພົວພັນທາງອາລົມທີ່ດີກັບຜູ້ໃຫ້ຄໍາປຶກສາ ຫຼື ນັກບຳບັດ ໃຫ້ເປັນສ່ວນໜຶ່ງທີ່ສໍາຄັນຂອງຂະບວນການພັດທະນາຕົນເອງ
- ເຖິງວ່າຮູບແບບການປິ່ນປົວແບບດັ້ງເດີມສ່ວນຫຼາຍຈະຫຼີກລ່ຽງການໃຊ້ແນວປະຕິບັດທາງຈັນຍາທັມໃນການດັດແກ້ພຶຕິກໍາ ແລະ ວິທີການຄິດຂອງຜູ້ປ່ວຍ, ແນວຄວາມຄິດສະໄໝໃໝ່ບາງອັນກໍສະໜັບສະໜູນຫຼັກການດ້ານຈັນຍາທັມທີ່ຄ້າຍຄືກັບພຣະພຸດທະ ສາສະໜາ. ຫຼັກການດັ່ງກ່າວກວມເອົາການໃຫ້ຄວາມເປັນທຳຢ່າງເທົ່າທຽມກັບສະມາຊິກທຸກຄົນໃນຄອບຄົວທີ່ຜິດປົກກະຕິ ແລະ ຫຼີກເວັ້ນແຮງຜັກດັນແບບມ້າງເພ, ເຊັ່ນ ຄວາມໂມໂຫ.
ເຖິງຈະມີຄວາມຄ້າຍຄືກັນ, ກໍມີຢ່າງໜ້ອຍຫ້າຄວາມຕ່າງທີ່ສຳຄັນລະຫວ່າງການເປັນສານຸສິດຂອງພຣະອາຈານພຣະພຸດທະສາສະໜາກັບການເປັນຜູ້ປ່ວຍຂອງນັກບຳບັດ:
(1) ລະດັບທາງອາລົມທີ່ເຮົາໃຊ້ສ້າງສາຍພົວພັນ. ໂດຍທົ່ວໄປ ຜູ້ປ່ວຍມັກຈະໄປຫານັກບຳບັດເມື່ອມີແນວລົບກວນທາງອາລົມ. ເຂົາເຈົ້າອາດເປັນເຖິງໂຣກຈິດ ແລະ ອາດຕ້ອງໃຊ້ຢາເພື່ອເປັນສ່ວນໜຶ່ງຂອງການປິ່ນປົວ. ໃນທາງກົງກັນຂ້າມ, ຜູ້ທີ່ຈະເປັນສານຸສິດຈະບໍ່ສ້າງຄວາມສໍາພັນກັບພຣະອາຈານໃນຂັ້ນທໍາອິດບົນເສັ້ນທາງທາງສາສະໜາຂອງເຂົາເຈົ້າ. ກ່ອນນີ້, ເຂົາເຈົ້າໄດ້ສຶກສາຄຳສອນຂອງພຣະພຸດທະເຈົ້າແລ້ວ ແລະ ໄດ້ເລີ່ມຝຶກປະຕິບັດດ້ວຍຕົນເອງ. ດ້ວຍເຫດນັ້ນ, ເຂົາເຈົ້າຈິ່ງມີວຸທິພາວະທາງອາລົມ ແລະ ຄວາມໝັ້ນຄົງໃນລະດັບທີ່ພຽງພໍ ເພື່ອໃຫ້ສາຍສຳພັນຂອງສານຸສິດກັບພຣະອາຈານທີ່ເຂົາຈະສ້າງຂຶ້ນນັ້ນຈິ່ງມີຄວາມສ້າງສັນໃນຄວາມໝາຍຂອງພຣະພຸດທະສາສະໜາ. ເວົ້າອີກຢ່າງໜຶ່ງແມ່ນ ສານຸສິດທາງພຣະພຸດທະສາສະໜາຕ້ອງປາສະຈາກທັດສະນະຄະຕິ ແລະ ພຶດຕິກຳທີ່ເປັນປະສາດ.
(2) ການປະຕິສຳພັນທີ່ເຮົາຄາດຫວັງຈາກສາຍພົວພັນ. ຜູ້ປ່ວຍສ່ວນຫຼາຍມັກຈະສົນໃຈແຕ່ໃຫ້ມີຄົນຟັງເຂົາເຈົ້າ. ສະນັ້ນ, ຈິ່ງຄາດຫວັງໃຫ້ນັກບຳບັດສຸມຄວາມສົນໃຈໃສ່ເຂົາເຈົ້າ ແລະ ບັນຫາສ່ວນຕົວຂອງເຂົາເຈົ້າ, ເຖິງວ່າຈະຢູ່ໃນການບຳບັດກຸ່ມ. ໃນທາງກົງກັນຂ້າມ, ສານຸສິດມັກຈະບໍ່ເລົ່າບັນຫາສ່ວນຕົວກັບພຣະອາຈານ ແລະ ບໍ່ໄດ້ຄາດຫວັງ ຫຼື ຮຽກຮ້ອງຄວາມໃສ່ໃຈໃຫ້ຕົນຜູ້ດຽວ. ເຖິງວ່າເຂົາເຈົ້າຈະປຶກສາກັບພຣະອາຈານກ່ຽວກັບຄຳແນະນໍາສ່ວນຕົວ, ເຂົາເຈົ້າກໍບໍ່ເຮັດເປັນປົກກະຕິ. ຈຸດສຸມຂອງສາຍພົວພັນແມ່ນການຟັງຄໍາສອນ. ສານຸສິດພຣະພຸດທະສາສະໜານັ້ນ ຕົ້ນຕໍແມ່ນຮຽນຮູ້ວິທີການຈາກພຣະອາຈານຂອງເຂົາເຈົ້າເພື່ອແກ້ບັນຫາທົ່ວໄປທີ່ທຸກຄົນປະເຊີນ. ຈາກນັ້ນເຂົາເຈົ້າຈະເປັນຕົວຕັ້ງຕົວຕີໃນການນຳໃຊ້ວິທີການທີ່ຮຽນມາເຂົ້າໃນສະຖານະການສະເພາະຂອງເຂົາເຈົ້າເອງ.
(3) ຜົນທີ່ຄາດວ່າຈະໄດ້ຈາກສາຍພົວພັນ. ການບຳບັດມີຈຸດປະສົງເພື່ອການຮຽນຮູ້ທີ່ຈະຍອມຮັບ ແລະ ດໍາລົງຊີວິດຢູ່ກັບບັນຫາໃນຊີວິດຂອງເຮົາ, ຫຼື ເພື່ອຈຳກັດມັນເພື່ອໃຫ້ມັນຮັບໄດ້ງ່າຍຂຶ້ນ. ຖ້າເຮົາເຂົ້າຫາພຣະອາຈານທາງພຣະພຸດທະສາສະໜາໂດຍມີເປົ້າໝາຍເພື່ອຄວາມຜາສຸກທາງອາລົມຕະຫຼອດຊີວິດນີ້, ເຮົາຍັງອາດຄາດຫວັງອີກວ່າຈະເຮັດໃຫ້ບັນຫາຂອງເຮົາຈຳກັດລົງ. ເຖິງວ່າຊີວິດຈະລຳບາກ - ເຊິ່ງເປັນຄວາມຈິງທໍາອິດຂອງຊີວິດ (ອະຣິຍະສັດ) ທີ່ພຣະພຸດທະເຈົ້າໄດ້ສອນໄວ້ - ເຮົາກໍອາດສາມາດເຮັດໃຫ້ມັນຍາກໜ້ອຍລົງໄດ້.
ແຕ່, ການເຮັດໃຫ້ຊີວິດຂອງເຮົາຍາກຫນ້ອຍລົງນັ້ນເປັນພຽງແຕ່ຂັ້ນຕອນເບື້ອງຕົ້ນສໍາລັບການເຂົ້າ ໃກ້ເສັ້ນທາງພຣະພຸດທະສາສະໜາແບບດັ້ງເດີມ. ສານຸສິດຂອງພຣະອາຈານທາງສາສະໜາ ຢ່າງໜ້ອຍຕ້ອງໄດ້ມຸ່ງໄປສູ່ມຸ່ງໝາຍທີ່ໃຫຍ່ກວ່າ ເຊັ່ນການເກີດໃໝ່ທີ່ດີ, ການຫຼຸດພົ້ນ, ແລະ ການຕັດສະຮູ້. ຍິ່ງໄປກວ່ານັ້ນ, ສານຸສິດຂອງພຣະພຸດທະສາສະໜາຈະມີຄວາມເຂົ້າໃຈທາງສະຕິປັນຍາກ່ຽວກັບການເກີດໃໝ່ດັ່ງທີ່ໄດ້ອະທິບາຍໄວ້ໃນພຣະພຸດທະສາສະໜາ ຫຼື ຢ່າງໜ້ອຍກໍຍອມຮັບມັນ. ຜູ້ຮັບການບຳບັດບໍ່ຈໍາເປັນຕ້ອງຄິດກ່ຽວກັບການເກີດໃໝ່ ຫຼື ກ່ຽວກັບຈຸດມຸ່ງໝາຍອື່ນທີ່ນອກເໜືອຈາກການຍົກລະດັບສະຖານະການສະເພາະໜ້າຂອງເຂົາເຈົ້າ.
(4) ລະດັບຄວາມມຸ່ງໝັ້ນໃນການປ່ຽນແປງຕົນເອງ. ຜູ້ປ່ວຍໃນການບຳບັດຈະຈ່າຍຄ່າທໍານຽມເປັນຊົ່ວໂມງ, ແຕ່ບໍ່ໄດ້ຜູກມັດຕົນເອງກັບການປ່ຽນແປງທັດສະນະຄະຕິ ແລະ ພຶຕິກໍາຕະຫຼອດຊີວິດ. ໃນທາງກົງກັນຂ້າມ, ສານຸສິດທາງພຣະພຸດທະສາສະໜາອາດຈະຈ່າຍ ຫຼື ບໍ່ຈ່າຍຄ່າສອນ ແຕ່, ເຂົາເຈົ້າຈະປ່ຽນທິດທາງຊີວິດຢ່າງເປັນທາງການ. ໃນການເລືອກທາງທີ່ປອດໄພ (ທີ່ເພິ່ງ), ສານຸສິດມຸ່ງໝັ້ນໃນແນວທາງການພັດທະນາຕົນເອງທີ່ພຣະພຸດທະເຈົ້າໄດ້ຜ່ານຢ່າງຄົບຖ້ວນແລ້ວສັ່ງສອນໄວ້, ແລະ ຊຸມຊົນທາງສາສະໜາທີ່ມີການບັນລຸສູງກໍພະຍາຍາມປະຕິບັດຕາມ.
ນອກນັ້ນ, ສານຸສິດທາງພຣະງພຸດທະສາສະໜາມຸ່ງໝັ້ນໃນການກະທຳ, ການປາກເວົ້າ, ແລະ ການຄິດ ທີ່ມີຈັນຍາທັມ, ມີການສ້າງສັນໃນຊີວິດ. ເຂົາເຈົ້າພະຍາຍາມ, ເທົ່າທີ່ເປັນໄປໄດ້, ທີ່ຈະຫຼີກເວັ້ນຮູບແບບທີ່ມ້າງເພ ແລະ ມີສ່ວນຮ່ວມໃນສິ່ງທີ່ສ້າງສັນແທນ. ເມື່ອສານຸສິດປາຖະໜາຢ່າງຈິງໃຈທີ່ຈະຫຼຸດພົ້ນຈາກການກັບຊາດມາເກີດຊ້ຳແລ້ວຊ້ຳອີກທີ່ບໍ່ສາມາດຄວບຄຸມໄດ້, ເຂົາເຈົ້າຍິ່ງຈະມຸ່ງໝັ້ນແຮງກ້າຂຶ້ນອີກໂດຍການຮັບຄຳປະຕິຍານຢ່າງເປັນທາງການ ບໍ່ວ່າຈະຂອງຂະຣາວາດ ຫຼື ຂອງພຣະສົງ. ສານຸສິດໃນບາດກ້າວຂອງການພັດທະນາຕົນເອງນີ້ ຈະປະຕິຍານວ່າຊີວິດຈະຍັບຍັ້ງຕະຫຼອດເວລາຈາກການປະພຶດທີ່ມ້າງເພ ຫຼື ທີ່ພຣະພຸດທະເຈົ້າໄດ້ແນະນໍາວ່າຄວນຫຼີກລ່ຽງເພື່ອຈຸດປະສົງໃດໜຶ່ງ. ຕົວຢ່າງຂອງກໍລະນີນີ້ແມ່ນການທີ່ພຣະສົງລະຖິ້ມການນຸ່ງຫົ່ມແບບຂະຣາວາດ ແລະ ສວມໃສ່ຜ້າຊີວອນແທນ, ເພື່ອຫຼຸດຄວາມຍຶດຕິດ. ກ່ອນທີ່ຈະສ້າງຄວາມປາຖະໜາຕໍ່ການຫຼຸດພົ້ນຢ່າງສົມບູນ, ສານຸສິດກໍມັກຈະຮັບເອົາຄຳປະຕິຍານຂະຣາວາດ ຫຼື ພຣະສົງມາປະຕິບັດກ່ອນແລ້ວ.
ໃນທາງກົງກັນຂ້າມ, ຜູ້ປ່ວຍຂອງນັກບຳບັດຕົກລົງເຫັນດີທີ່ຈະປະຕິບັດຕາມລະບຽບຂັ້ນຕອນເຊິ່ງເປັນສ່ວນໜຶ່ງຂອງສັນຍາການບຳບັດ, ເຊັ່ນ ການຮັກສາເວລາຕາມກຳນົດຫ້າສິບນາທີ. ແຕ່, ລະບຽບເຫຼົ່ານີ້ມີຜົນສະເພາະແຕ່ໃນໄລຍະການປິ່ນປົວເທົ່ານັ້ນ. ມັນບໍ່ໄດ້ໃຊ້ຢູ່ນອກສະຖານທີ່ປິ່ນປົວ, ບໍ່ໄດ້ຫ້າມພຶຕິກຳມ້າງເພ, ແລະ ບໍ່ແກ່ຍາວຕະຫຼອດຊີວິດ.
(5) ທັດສະນະຄະຕິຕໍ່ອາຈານ ຫຼື ນັກບຳບັດ. ສານຸສິດເບິ່ງພຣະອາຈານທາງສາສະໜາຂອງເປັນຕົວຢ່າງຂອງສິ່ງທີ່ເຂົາເຈົ້າພະຍາຍາມບັນລຸ. ເຂົາເຈົ້າຖືພວກເພິ່ນໃນລັກສະນະນີ້ບົນພື້ນຖານຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບຄຸນສົມບັດທີ່ດີຂອງພຣະອາຈານ ແລະ ເຂົາເຈົ້າຈະຮັກສາ ແລະ ເສີມສ້າງທັດສະນະນີ້ຕະຫຼອດເສັ້ນທາງຢ່າງເປັນລຳດັບຂັ້ນໄປສູ່ການຕັດສະຮູ້. ໃນທາງກົງກັນຂ້າມ, ຜູ້ປ່ວຍອາດຄິດວ່ານັກບຳບັດຂອງເຂົາເຈົ້າເປັນແບບຢ່າງທາງສຸຂະພາບດ້ານອາລົມ, ແຕ່ ເຂົາເຈົ້າບໍ່ຈຳເປັນຕ້ອງມີຄວາມຮູ້ທີ່ຖືກຕ້ອງກ່ຽວກັບຄຸນສົມບັດທີ່ດີຂອງນັກປິ່ນປົວນັ້ນ. ການເປັນຄືນັກບຳບັດບໍ່ແມ່ນຈຸດປະສົງຂອງສາຍພົວພັນ. ໃນໄລຍະການປິ່ນປົວ, ນັກບຳບັດຈະນຳຜູ້ປ່ວຍຂອງຕົນໄປໄກກວ່າການຄາດການໃນອຸດົມການ.
ການໃຊ້ຄຳວ່າ “ສານຸສິດ” ທີ່ບໍ່ເໝາະສົມ
ບາງຄັ້ງ, ຄົນກໍເອີ້ນຕົນເອງວ່າເປັນສານຸສິດຂອງພຣະອາຈານທາງສາສະໜາ, ເຖິງວ່າເພິ່ນ, ຜູ້ສອນ, ຫຼື ທັງສອງ, ຈະບໍ່ຖືກຕາມນິຍາມຂອງຄໍາສັບເຫຼົ່ານີ້ແທ້. ຄວາມໄຮ້ດຽງສາຂອງເຂົາເຈົ້າມັກຈະພາໄປສູ່ຄວາມຄາດຫວັງທີ່ບໍ່ເປັນຈິງ, ຄວາມເຂົ້າໃຈຜິດ, ຄວາມຮູ້ສຶກເຈັບປວດ, ແລະ ແມ່ນແຕ່ການລະເມີດ. ການກາຍເປັນເປົ້າຂອງການລະເມີດ, ໃນບໍລິບົດນີ້, ໝາຍເຖິງການຖືກຫາປະໂຫຍດທາງເພດ, ທາງອາລົມ, ຫຼື ທາງການເງິນ, ຫຼື ການຖືກໃຊ້ບຸກຄົນທີ່ມີອໍານາດ. ເຮົາລອງມາເບິ່ງສານຸສິດປອມສາມປະເພດທີ່ມັກພົບໃນພາກຕາເວັນຕົກ, ຜູ້ທີ່ມີທ່າອ່ຽງທີ່ຈະມີບັນຫາກັບອາຈານທາງສາສະໜາ.
(1) ບາງຄົນມາສູນປະຕິບັດທັມເພື່ອເຕີມເຕັມຈິນຕະນາການຂອງຕົນ. ເຂົາເຈົ້າໄດ້ອ່ານ ຫຼື ໄດ້ຍິນບາງຢ່າງກ່ຽວກັບ "ພາກຕາເວັນອອກທີ່ລຶກລັບ" ຫຼື ກ່ຽວກັບປະຣະມາຈານຊຸບເປີສຕາຣ໌, ແລະ ປາຖະໜາຈະກ້າວຂ້າມຊີວິດທີ່ເບິ່ງຄືບໍ່ໜ້າຕື່ນເຕັ້ນຂອງເຂົາເຈົ້າໂດຍການມີປະສົບການທີ່ແປກໃໝ່ ຫຼື ລຶກລັບ. ເຂົາເຈົ້າພົບກັບພຣະອາຈານສອນສາສະໜາ ແລະ ປະກາດຕົນເອງວ່າເປັນສານຸສິດໃນທັນທີ, ໂດຍສະເພາະຖ້າວ່າພຣະອາຈານອົງນັ້ນເປັນຄົນເອເຊຍ, ຫົ່ມຜ້າຊີວອນ, ຫຼື ທັງສອງ. ເຂົາເຈົ້າມີທ່າອ່ຽງທີ່ຈະມີພຶຕິກຳຄ້າຍຄືກັນກັບອາຈານສອນຊາວຕາເວັນຕົກທີ່ມີຕຳແໜ່ງ ຫຼື ຊື່ແບບເອເຊຍ, ບໍ່ວ່າເພິ່ນຜູ້ນັ້ນຈະຫົ່ມຜ້າຊີວອນ ຫຼື ບໍ່.
ການສະແຫວງຫາສິ່ງລີ້ລັບ ມັກສ້າງຄວາມຄອນແຄນໃຫ້ກັບສາຍພົວພັນທີ່ຜູ້ສະແຫວງຫາສ້າງຂຶ້ນກັບພຣະອາຈານສອນສາສະໜາ. ເຖິງວ່າເຂົາເຈົ້າຈະປະກາດຕົນວ່າເປັນສານຸສິດຂອງພຣະອາຈານທີ່ມີວຸທິທີ່ຖືກຕ້ອງ, ເຂົາເຈົ້າກໍມັກຈະປະຖິ້ມພຣະອາຈານເຫຼົ່ານີ້ໄປເມື່ອເຫັນວ່າບໍ່ມີສິ່ງເໜືອທໍາມະຊາດເກີດຂຶ້ນ, ນອກຈາກໃນຈິນຕະນາການຂອງເຂົາເຈົ້າເອງ. ຍິ່ງໄປກວ່ານັ້ນ, ທັດສະນະຄະຕິທີ່ບໍ່ໄປຕາມຄວາມເປັນຈິງ ແລະ ຄວາມຄາດຫວັງທີ່ສູງຂອງ "ສານຸສິດທັນທີ" ນັ້ນມັກຈະບົດບັງຄວາມສາມາດໃນການວິເຄາະຂອງເຂົາເຈົ້າ. ບຸກຄົນເຫຼົ່ານີ້ມັກຈະຖືກຫຼອກລວງໂດຍນັກຕົ້ມຕຸ໋ນທາງສາສະໜາທີ່ສະຫຼາດໃນການຕົວະເຮັດດີ.
(2) ຄົນອີກປະເພດໜຶ່ງອາດມາສູນທັມພ້ອມກັບຄວາມຫວັງເພື່ອຄວາມຊ່ວຍເຫຼືອໃນການແກ້ໄຂຄວາມເຈັບປວດທາງອາລົມ ຫຼື ຮ່າງກາຍ. ເຂົາເຈົ້າອາດໄດ້ພະຍາຍາມຫຼາຍຮູບແບບການປິ່ນປົວແລ້ວ, ແຕ່ກໍບໍ່ໄດ້ຜົນ. ບາດນີ້, ເຂົາເຈົ້າຈິ່ງສະແຫວງຫາວິທີການປິ່ນປົວອັນມະຫັດສະຈັນຈາກໝໍຜີ ຫຼື ໝໍເຢົາ. ເຂົາເຈົ້າຈະປະກາດຕົນວ່າເປັນລູກສິດຂອງຜູ້ໃດກໍຕາມທີ່ສາມາດໃຫ້ຢາເມັດເປັນພອນ, ບອກຄຳພາວະນາ ຫຼື ມົນວິເສດໃຫ້ຈົ່ມຊ້ຳໄປຊ້ຳມາ, ຫຼື ບອກວິທີປະຕິບັດທີ່ມີພະລັງອໍານາດໃຫ້ເຮັດ, ເຊັ່ນ ການກາບແສນຄັ້ງ, ທີ່ຈະແກ້ບັນຫາຂອງເຂົາເຈົ້າໂດຍອັດຕະໂນມັດ. ເຂົາມັກຈະຫັນຫາອາຈານປະເພດດຽວກັບທີ່ດຶງດູດຄົນທີ່ສະແຫວງຫາຄວາມລຶກລັບ. ແງ່ຄິດແບບ "ແກ້ໃຫ້ແດ່" ຂອງຜູ້ສະແຫວງຫາປະຕິຫານນັ້ນມັກນຳໄປສູ່ຄວາມຜິດຫວັງ ແລະ ສິ້ນຫວັງ, ເມື່ອປະຕິບັດຕາມຄໍາແນະນໍາແມ່ນແຕ່ຂອງພຣະອາຈານທີ່ມີວຸທິແລ້ວ ກໍຍັງບໍ່ເຫັນປະຕິຫານ. ແງ່ຄິດແບບ "ແກ້ໃຫ້ແດ່" ຍັງມັກດຶງດູດການເອົາປຽບຈາກນັກຕົ້ມຕຸ໋ນທາງສາສະໜານຳອີກ.
(3) ຍັງມີຄົນປະເພດອື່ນ, ໂດຍສະເພາະໄວໜຸ່ມທີ່ຫຼົງທາງ, ວ່າງງານ, ມາຢູ່ສູນທັມຂອງນິກາຍລັດທິຕາງໆ ເພື່ອຫວັງໄດ້ຮັບພະລັງອຳນາດທີ່ພຣະອາຈານຜູ້ວາດຊົງດຶງເຂົາເຂົ້າມາໂດຍໃຊ້ວິທີການ "ຟາສຊິສທ໌ທາງສາສະໜາ" (“spiritual fascist”). ພວກເພິ່ນສັນຍາຕໍ່ບັນດາລູກສິດຂອງເພິ່ນວ່າຈະແຂງແກ່ນຂຶ້ນຖ້າເຂົາເຈົ້າພັກດີຕໍ່ນິກາຍຂອງເພິ່ນຢ່າງເຕັມທີ່. ເພິ່ນຍັງຊັກຈູງພວກສານຸສິດດ້ວຍຄຳອະທິບາຍແບບໜ້າງຶດງໍ້ກ່ຽວກັບຜູ້ພິທັກທີ່ດຸຮ້າຍທີ່ຈະມ້າງເພສັດຕູໃຫ້ເຂົາເຈົ້າ, ໂດຍສະເພາະຜູ້ຕິດຕາມຂອງສາຍພຣະພຸດທະສາສະໜາທີ່ຕໍ່າກວ່າ ແລະ ບໍ່ບໍລິສຸດ. ດ້ວຍເລື່ອງເລົ່າອັນຍິ່ງໃຫຍ່ກ່ຽວກັບພະລັງອຳນາດຂອງຜູ້ກໍ່ຕັ້ງສາຍຂອງພວກເພິ່ນ, ເພິ່ນຈະພະຍາຍາມເຕີມເຕັມຄວາມຝັນຂອງສານຸສິດຂອງອາຈານຜູ້ຍິ່ງໃຫຍ່ ຜູ້ທີ່ຈະຍົກເຂົາເຈົ້າຂຶ້ນສູ່ຖານະທາງສາສະໜາອັນສູງສົ່ງ. ເພື່ອຕອບຮັບເອົາຄຳໝັ້ນສັນຍາເຫຼົ່ານີ້, ກຸ່ມຄົນດັ່ງກ່າວຈະປະກາດຕົນເປັນສານຸສິດຢ່າງໄວວາ ແລະ ຫຼັບຫູຫຼັບຕາເຮັດຕາມຄຳແນະນຳ ຫຼື ຄຳສັ່ງຂອງອາຈານຜະເດັດການ. ຜົນລັບມັກຈະເປັນຄວາມໄພພິບັດ.
ສະຫຼຸບ
ເວົ້າສັ້ນໆ ຄື, ເຊັ່ນດຽວກັບທີ່ວ່າບໍ່ແມ່ນພຣະອາຈານສອນໃນສູນພຣະພຸດທະສາສະໜາທຸກອົງຈະເປັນຜູ້ແນະນຳທາງສາສະໜາທີ່ແທ້ຈິງ, ໃນລັກສະນະດຽວກັນ, ບໍ່ແມ່ນທຸກຄົນທີ່ຮຽນຢູ່ໃນສູນຈະເປັນສານຸສິດທາງສາສະໜາຢ່າງແທ້ຈິງ. ເຮົາຕ້ອງນໍາໃຊ້ໃຫ້ຊັດເຈນກ່ຽວກັບນິຍາມຂອງພຣະອາຈານ ແລະ ສານຸສິດ. ສິ່ງນີ້ຮຽກຮ້ອງໃຫ້ມີຄວາມຊື່ສັດທາງສາສະໜາ ແລະ ປາສະຈາກການຕົວະຍົວະ.