ເລື່ອງລາວຂອງຜູ້ຂ້າ

ການສຶກສາພຣະພຸດທະສາສະໜາໃນທາງວິຊາການ ກັບ ການປະຕິບັດຄຳສອນຕົວຈິງໃນຊີວິດປະຈໍາວັນແມ່ນຢູ່ຄົນລະໂລກກັນເລີຍ. ເພິ່ນມັກເວົ້າເລື້ອຍໆ ວ່າພຽງແຕ່ສຶກສາພຣະພຸດທະສາສະໜາດ້ວຍສະຕິປັນຍາຈະບໍ່ເປັນປະໂຫຍດຕໍ່ຊີວິດຂອງເຮົາແທ້. ດຣ ອາເລັກຊານເດີ ເບີຊີນ, ຜູ້ເປັນທັງເປັນນັກວິຊາການ ແລະ ນັກປະຕິບັດທັມ, ກ່າວກ່ຽວກັບປະສົບການຂອງເພິ່ນທີ່ໄດ້ລົງຕົວຈິງທັງໃນໂລກທາງວິຊາການ ແລະ ທາງສາສະໜາ.

ຍຸກສະປຸດນິກ

ຜູ້ຂ້າເກີດໃນອາເມຣິກາໃນປີ 1944, ໃນຄອບຄົວທໍາມະດາ. ຄອບຄົວຂອງຜູ້ຂ້າບໍ່ມີເງິນຫຼາຍ, ເພິ່ນເປັນພຽງຄົນເຮັດວຽກທຳມາະດາ, ແລະ ເພິ່ນກໍບໍ່ມີການສຶກສາຫຼາຍ. ແຕ່, ນັບແຕ່ອາຍຸຍັງນ້ອຍ, ຜູ້ຂ້າໄດ້ມີຄວາມສົນໃຈຫຼາຍໃນສິ່ງທີ່ກ່ຽວກັບເອເຊຍ. ອັນນີ້ບໍ່ໄດ້ຮັບການຊຸກຍູ້ຈາກຄອບຄົວຂອງຜູ້ຂ້າ, ແຕ່ກໍບໍ່ໄດ້ຖືກຫ້າມເຊັ່ນກັນ, ແລະ ຢ່າງໃດກໍຕາມ ໃນສະໄໝນັ້ນ, ກໍບໍ່ມີຂໍ້ມູນກ່ຽວກັບເອເຊຍຫຼາຍ. ຕອນຜູ້ຂ້າອາຍຸໄດ້ 13 ປີ, ຜູ້ຂ້າເລີ່ມເຮັດໂຍຄະກັບໝູ່, ແລະ ຜູ້ຂ້າອ່ານທຸກຢ່າງທີ່ຜູ້ຂ້າສາມາດອ່ານໄດ້ກ່ຽວກັບພຣະພຸດທະສາສະໜາ, ແນວຄິດອິນເດຍ, ແນວຄິດຈີນ ແລະ ອື່ນໆ.

ຜູ້ຂ້າເປັນສ່ວນໜຶ່ງຂອງຍຸກທີ່ອາເມຣິກາເອີ້ນວ່າ "ຍຸກສະປຸດນິກ." ເມື່ອຍານສະປຸດນິກຂຶ້ນສູ່ອາວະກາດ, ອາເມຣິກາຮູ້ສຶກເສຍໃຈຫຼາຍ ເພາະເຮົາຮູ້ສຶກວ່າເຮົາຢູ່ຫຼັງຣັດເຊຍ. ເດັກທຸກຄົນໃນໂຮງຮຽນ, ລວມທັງຕົວຜູ້ຂ້າເອງ, ໄດ້ຮັບການຊຸກຍູ້ໃຫ້ຮຽນວິທະຍາສາດ ເພື່ອໃຫ້ເຮົາທຽບທັນກັບຣັດເຊຍ. ສະນັ້ນ, ເມື່ອອາຍຸໄດ້ 16 ປີ, ຜູ້ຂ້າຈິ່ງໄດ້ໄປມະຫາວິທະຍາໄລຣັດເກີສ໌ (Rutgers University) ເພື່ອສຶກສາເຄມີ. ມະຫາວິທະຍາໄລຣັດເກີສ໌ ຢູ່ໃນລັດນິວເຈີຊີ (New Jersey), ບ່ອນທີ່ຜູ້ຂ້ອຍເຕີບໂຕຂຶ້ນ, ແລະ ເຖິງວ່າພຣະເກເຊະ ວັງຍັນ (Geshe Wangyal), ພຣະອາຈານສາຍຄາລມິກມົງໂກນ, ໄດ້ອາໄສຢູ່ພຽງ 50 ກິໂລແມັດຫ່າງອອກໄປເທົ່ານັ້ນ, ຜູ້ຂ້າກໍບໍ່ໄດ້ຮູ້ກ່ຽວກັບການມີຕົວຕົນຢູ່ຂອງເພິ່ນເລີຍ.

ສ່ວນໜຶ່ງຂອງການສຶກສາຂອງຜູ້ຂ້າ, ຜູ້ຂ້າໄດ້ລົງຮຽນເອເຊຍສຶກສາ, ເຊິ່ງໄດ້ກ່າວເຖິງການທີ່ພຣະພຸດທະສາສະໜາໄດ້ແຜ່ໄປສູ່ອາຣະຍະທໍາຕ່າງໆ, ແລະ ການທີ່ແຕ່ລະອາຣະຍະທໍານັ້ນໄດ້ເຂົ້າໃຈມັນໄປໃນທາງທີ່ແຕກຕ່າງກັນ. ເຖິງແມ່ນວ່າຜູ້ຂ້າຈະອາຍຸໄດ້ພຽງແຕ່ 17 ປີ, ມັນກໍໄດ້ສ້າງຄວາມປະທັບໃຈຢ່າງໜັກແໜ້ນຕໍ່ຜູ້ຂ້າຈົນຜູ້ຂ້າໄດ້ເວົ້າວ່າ, "ນີ້ແມ່ນສິ່ງທີ່ຜູ້ຂ້າຢາກມີສ່ວນຮ່ວມນຳ, ຂະບວນການທັງໝົດຂອງພຣະພຸດທະສາສະໜາຈາກອາຣະຍະທຳໜຶ່ງໄປສູ່ອາຣະຍະທໍາໜຶ່ງ."ແລະນີ້ແມ່ນສິ່ງທີ່ຜູ້ຂ້າໄດ້ປະຕິບັດຕາມຕະຫຼອດຊີວິດຂອງຜູ້ຂ້າໂດຍບໍ່ມີການຫັນທິດ ຫຼື ປ່ຽນແປງໃດໆ.

ພຣິນສ໌ຕັນ : ຈາກເຄມີສາດສູ່ພາສາຈີນ, ແນວຄິດ ແລະ ປັດຊະຍາ

ທີ່ມະຫາວິທະຍາໄລພຣິນສ໌ຕັນ (Princeton University), ໂຄງການໃໝ່ໄດ້ເລີ່ມຂຶ້ນເພື່ອດຶງດູດນັກສຶກສາເຂົ້າພາກວິຊາເອເຊຍສຶກສາ. ໃນຕອນນັ້ນ, ມີນັກຮຽນຈໍານວນໜ້ອຍຫຼາຍ; ມັນເປັນຍຸກຕົ້ນຂອງສົງຄາມຫວຽດນາມ, ແລະ ກໍມີຊາວອາເມຣິກັນຈໍານວນໜ້ອຍເທົ່ານັ້ນທີ່ຮູ້ພາສາເອເຊຍ. ຜູ້ຂ້າຮູ້ສຶກຕື່ນເຕັ້ນຫຼາຍ ເພາະມີໂອກາດໄດ້ຮຽນພາສາຈີນ, ສະນັ້ນ ຜູ້ຂ້າຈຶ່ງໄດ້ສະໝັກ ແລະ ກໍຖືກຮັບເຂົ້າ. ເມື່ອອາຍຸໄດ້ 18 ປີ, ຜູ້ຂ້າໄດ້ເລີ່ມຮຽນພາສາຈີນທີ່ພຣິນສ໌ຕັນ, ແລະ ໄດ້ສໍາເລັດສອງປີສຸດທ້າຍຂອງປະລິນຍາຕີຂອງຜູ້ຂ້າຢູ່ທີ່ນັ້ນ.

ຜູ້ຂ້າສົນໃຈຢູ່ສະເໝີວ່າປັດຊະຍາຈີນໄດ້ມີອິທິພົນຕໍ່ວິທີການເຂົ້າໃຈພຣະພຸດທະສາສະໜາເມື່ອເຂົ້າໄປໃນຈີນແນວໃດ, ແລະ ຕໍ່ມາ ພຣະພຸດທະສາສະໜາໄດ້ສົ່ງຜົນກະທົບຕໍ່ປັດຊະຍາຈີນແນວໃດ. ສະນັ້ນ ຜູ້ຂ້າໄດ້ສຶກສາແນວຄິດ, ປັດຊະຍາ, ປະຫວັດສາດ, ພຣະພຸດທະສາສະໜາຈີນ ແລະ ອື່ນໆ. ຜູ້ຂ້າໄດ້ຖືກສົ່ງໄປໂຮງຮຽນພາສາແບບເລັ່ງລັດໃນລະດູຮ້ອນ: ປີໜຶ່ງຢູ່ຮາເວີດ (Harvard), ປີໜຶ່ງໄປສະແຕນຝອດ (Stanford) ເພື່ອເລີ່ມຮຽນພາສາຈີນດັ້ງເດີມ, ແລະ ຫຼັງຈາກໄດ້ຮັບປະລິນຍາຂອງຜູ້ຂ້າແລ້ວ, ກໍໄປຮຽນລະດູຮ້ອນທີ່ໄຕ້ຫວັນ. ສໍາລັບການສຶກສາປະລິນຍາໂທຂອງຜູ້ຂ້າ, ຜູ້ຂ້າໄດ້ກັບຄືນໄປຮາເວີດ. ຜູ້ຂ້າໄດ້ເລີ່ມຮຽນພາສາຍີປຸ່ນ ເຊິ່ງເປັນສ່ວນໜຶ່ງຂອງຫຼັກສູດຈີນ, ແລະ ໃນເວລາທີ່ຜູ້ຂ້າໄດ້ຮັບປະລິນຍາໂທສາຂາພາສາຕາເວັນອອກໄກ, ຜູ້ຂ້າກໍໄດ້ສຶກສາພາສາຈີນຢ່າງກວ້າງຂວາງແລ້ວ.

ຈີນ, ສັນສະກຣິດ ແລະ ທິເບດ: ການສຶກສາສົມທຽບ

ຜູ້ຂ້າຢາກຮູ້ກ່ຽວກັບຝ່າຍອິນເດຍເຊັ່ນດຽວກັນກັບທີ່ຜູ້ຂ້າຮູ້ກ່ຽວກັບຝ່າຍຈີນ, ເພື່ອເບິ່ງວ່າມີອິທິພົນຫຍັງແດ່ໃນການພັດທະນາພຣະພຸດທະສາສະໜາ, ແລະ ສະນັ້ນ ຜູ້ຂ້າຈິ່ງເລີ່ມສຶກສາພາສາສັນສະກຣິດ. ຜູ້ຂ້າໄດ້ຮັບປະລິນຍາເອກຮ່ວມຈາກສອງຂະແໜງ: ສັນສະກຣິດສຶກສາ ແລະ ອິນເດຍສຶກສາ, ແລະ ພາກພາສາຕາເວັນອອກໄກ. ສັນສະກຣິດ ແລະ ອິນເດຍສຶກສາ ໄດ້ນໍາໄປສູ່ພາສາທິເບດ, ແລະ ຈຸດເນັ້ນໜັກແມ່ນຢູ່ທີ່ປັດຊະຍາ ແລະ ປະຫວັດສາດຂອງພຣະພຸດທະສາສະໜາ.

ຮູ້ບໍ່, ຜູ້ຂ້າມີຄວາມກະຫາຍຄວາມຮູ້ຫຼາຍ, ສະນັ້ນ ຜູ້ຂ້າຈິ່ງໄດ້ລົງຮຽນເພີ່ມອີກໃນວິຊາປັດຊະຍາ ແລະ ຈິຕະວິທະຍາ ແລະ ສືບຕໍ່ຄວາມສົນໃຈຂອງຜູ້ຂ້າໃນວິທະຍາສາດຕະຫຼອດເວລາເຫຼົ່ານີ້. ດ້ວຍວິທີນີ້ ຜູ້ຂ້າໄດ້ຈົບການສຶກສາ, ແລະ ກໍໄດ້ຮຽນຮູ້ວິທີທາງພຸດທະສາດ ຂອງການສົມທຽບການແປພາສາ. ພວກເຮົາໄດ້ເບິ່ງຄຳພີພຣະພຸດທະສາສະໜາ ໃນພາສາສັນສະກຣິດ ແລະ ຈາກນັ້ນກໍເບິ່ງວ່າມັນຖືກແປເປັນພາສາຈີນ ແລະ ທິເບດ ແນວໃດ, ພ້ອມທັງສຶກສາປະຫວັດສາດຂອງການພັດທະນາແນວຄວາມຄິດ ແລະ ເບິ່ງວ່າສິ່ງນີ້ກ່ຽວຂ້ອງກັບປະຫວັດສາດທົ່ວໄປແນວໃດ. ການຝຶກອົບຮົມແບບນີ້ມີປະໂຫຍດຫຼາຍສຳລັບຕະຫຼອດອາຊີບຂອງຜູ້ຂ້າ.

ຈາກຮາເວີດສູ່ສາຍທີ່ມີການດຳລົງຢູ່

ຕະຫຼອດເວລາຊ່ວງນີ້, ຜູ້ຂ້າມີຄວາມສົນໃຈສະເໝີວ່າມັນຈະເປັນແນວໃດທີ່ຈະຄິດໃນລັກສະນະນີ້, ຈາກປັດຊະຍາ ແລະ ສາສະໜາທັງໝົດຂອງເອເຊຍທີ່ຜູ້ຂ້າໄດ້ສຶກສາ - ຮູບແບບທີ່ແຕກຕ່າງກັນຂອງພຣະພຸດທະສາສະໜາ ແລະ ສາສະໜາຮິນດູ, ແລະ ລັດທິເຕົາ (Daoism) ກັບ ລັດທິຂົງຈື (Confucianism). ແຕ່, ບໍ່ມີໂອກາດໃຫ້ຜູ້ຂ້າໄດ້ສຳພັດກັບສາຍທີ່ມີການດຳລົງຢູ່ທີ່ແທ້ຈິງເລີຍ; ມັນຄືກັບວ່າຜູ້ຂ້າກຳລັງສຶກສາສາສະໜາຂອງອີຢິບບູຮານ. ຢ່າງໃດກໍຕາມ, ຄວາມສົນໃຈຂອງຜູ້ຂ້າແມ່ນສູງຫຼາຍ.

ແຕ່, ເມື່ອຜູ້ຂ້າເລີ່ມຮຽນພາສາທິເບດໃນປີ 1967, ໂຣເບີດ ເທີແມນ (Robert Thurman) ໄດ້ກັບມາຮາເວີດ ແລະ ເຮົາໄດ້ເປັນເພື່ອນຮ່ວມຫ້ອງຮຽນກັນ. ເທີແມນເຄີຍເປັນລູກສິດທີ່ໃກ້ຊິດຂອງພຣະເກເຊະ ວາງຍັນ ແລະ ໄດ້ອາໄສຢູ່ກັບເພິ່ນເປັນເວລາຫຼາຍປີ. ລາວຍັງເຄີຍເປັນພຣະສົງເປັນເວລາປະມານໜຶ່ງປີ ແລະ ໄດ້ໄປອິນເດຍເພື່ອສຶກສາທີ່ພຣະທັມສາລາ (Dharamsala). ລາວເປັນຄົນບອກຜູ້ຂ້າກ່ຽວກັບພຣະເກເຊະ ວາງຍັນ ແລະ ຄວາມເປັນໄປໄດ້ໃນການສຶກສາທີ່ພຣະທັມສາລາ, ບ່ອນທີ່ຊາວທິເບດ ແລະ ອົງພຣະດາໄລ ລາມະ ອາໄສຢູ່. ຜູ້ຂ້າໄດ້ເລີ່ມໄປຢາມພຣະເກເຊະ ວາງຍັນ ທີ່ວັດຂອງເພິ່ນໃນຣັດນິວເຈີຊີທຸກຄັ້ງທີ່ຜູ້ຂ້າກັບບ້ານໃນວັນພັກ, ແລະ ໄດ້ເລີ່ມເຂົ້າໃຈວ່າພຣະພຸດທະສາສະໜາໃນສາຍທີ່ມີການດຳລົງຢູ່ເປັນແນວໃດ. ເຖິງວ່າຜູ້ຂ້າຈະໄດ້ໄປຢາມພຣະເກເຊະ ວາງຍັນ ຫຼາຍຄັ້ງ, ຜູ້ຂ້າກໍບໍ່ເຄີຍມີໂອກາດທີ່ຈະຢູ່ ແລະ ຮຽນກັບເພິ່ນ. ແຕ່, ເພິ່ນໄດ້ດົນໃຈຜູ້ຂ້າໃຫ້ໄປອິນເດຍ ແລະ ສືບຕໍ່ການສຶກສາຂອງຜູ້ຂ້າຢູ່ທີ່ນັ້ນ, ສະນັ້ນ ຜູ້ຂ້າຈິ່ງໄດ້ສະໝັກທຶນການສຶກສາຟູລໄບຣທ໌ (Fullbright Fellowship) ເພື່ອໃຫ້ສາມາດເຮັດການຄົ້ນຄວ້າບົດວິທະຍານິພົນຂອງຜູ້ຂ້າໃນປະເທດອິນເດຍກັບຊາວທິເບດ.

ຜູ້ຂ້າໄດ້ໄປເຖິງອິນເດຍໃນປີ 1969 ຕອນອາຍຸໄດ້ 24 ປີ, ແລະ ທີ່ນັ້ນຜູ້ຂ້າໄດ້ພົບກັບອົງພຣະດາໄລ ລາມະ ແລະ ໄດ້ຊຶມຊັບເຂົ້າໃນສັງຄົມທິເບດຢ່າງສົມບູນ. ມັນຮູ້ສຶກຄືກັບວ່າຕະຫຼອດຊີວິດຂອງຜູ້ຂ້າຈົນເຖິງຕອນນັ້ນ ຄືກັບວ່າຢູ່ໃນສາຍພານລໍາລຽງທີ່ນໍາຜູ້ຂ້າໄປທີ່ນັ້ນ - ຈາກຄອບຄົວທໍາມະດາໃນຣັດນິວເຈີຊີ, ສູ່ທຶນການສຶກສາພຣິນສ໌ຕັນ ແລະ ຮາເວີດ, ແລະ ບາດນີ້ກໍສູ່ອົງພຣະດາໄລ ລາມະ ແລະ ພຣະອາຈານໃຫຍ່ຂອງທິເບດອ້ອມໆ ພຣະອົງ. ຜູ້ຂ້າໄດ້ເຫັນວ່າທຸກສິ່ງທີ່ຜູ້ຂ້າໄດ້ສຶກສາກ່ຽວກັບພຣະພຸດທະສາສະໜາທິເບດ ແມ່ນມີຕົວຕົນຢູ່ຈິງ ແລະ ຢູ່ທີ່ນີ້ແມ່ນຜູ້ຄົນທີ່ຮູ້ຄວາມໝາຍຂອງທຸກສິ່ງໃນຄຳສອນຂອງພຣະພຸດທະສາສະໜາ. ນີ້ແມ່ນໂອກາດທອງທີ່ຈະຮຽນຮູ້ຈາກເຂົາເຈົ້າ.

ການຮຽນເວົ້າພາສາທິເບດໃນດັລເຮົາຊີ

ເມື່ອຜູ້ຂ້າໄປອິນເດຍ, ຜູ້ຂ້າບໍ່ໄດ້ຮູ້ພາສາເວົ້າຂອງທິເບດ. ອາຈານຂອງຜູ້ຂ້າຢູ່ຮາເວີດ, ສາດສະດາຈານ ນາກາໂຕມິ (Professor Nagatomi), ຄວາມຈິງແລ້ວບໍ່ຮູ້ວ່າຈະອອກສຽງພາສານັ້ນແນວໃດ. ລາວເປັນຄົນຍີປຸ່ນ ແລະ ເຮົາໄດ້ຮຽນພາສາທິເບດໃນແງ່ຂອງໄວຍະກອນຍີປຸ່ນ, ເພາະໃນເວລານັ້ນປື້ມຮຽນດຽວທີ່ມີຢູ່ໄດ້ອະທິບາຍໄວຍະກອນທິເບດໂດຍທຽບໃສ່ພາສາລະຕິນ (Latin)! ພາສາລະຕິນກັບທິເບດບໍ່ມີຫຍັງຄ້າຍຄືກັນເລີຍ, ໃນຂະນະທີ່ໄວຍະກອນຍີປຸ່ນແມ່ນອ່າວໃກ້ກັບທິເບດແດ່.

ຜູ້ຂ້າຕ້ອງໄດ້ຮຽນພາສາເວົ້າ, ແຕ່ບໍ່ມີປື້ມແບບຮຽນ ຫຼື ອຸປະກອນຊ່ວຍເລີຍ. ຈາກການຮູ້ຈັກກັບພຣະເກເຊະ ວາງຍັນ, ຜູ້ຂ້າຈິ່ງໄດ້ຮູ້ຈັກກັບຕູນກຸ (Tulku, ພຣະລາມະ ກັບຊາດມາເກີດ) ໜຸ່ມສອງອົງ, ພຣະຊາປະ (Sharpa) ແລະ ພຣະຄາມລຸງ (Khamlung) ຣິນໂປເຊະ, ເຊິ່ງໄດ້ອາໄສຢູ່ໃນວັດຂອງເພິ່ນເປັນເວລາສາມ-ສີ່ປີ ແລະ ຮູ້ພາສາອັງກິດເປັນຢ່າງດີ. ພວກເພິ່ນໄດ້ອາໄສຢູ່ດັລເຮົາຊີ (Dalhousie), ບ່ອນທີ່ຊາວທິເບດອົບພະຍົບຈໍານວນຫຼາຍໄດ້ຕັ້ງຖິ່ນຖານ. ຢູ່ທີ່ນັ້ນ, ພວກເພິ່ນໄດ້ຈັດແຈງໃຫ້ຜູ້ຂ້າອາໄສຢູ່ກັບພຣະສົງຊາວທິເບດ, ພຣະໂຊນຳນໍບຸ (Sonam Norbu), ໃນເຮືອນນ້ອຍໆ ຂ້າງພູ. ເພິ່ນບໍ່ໄດ້ຮູ້ພາສາອັງກິດ, ຜູ້ຂ້າເວົ້າທິເບດບໍ່ໄດ້, ແຕ່ການດໍາລົງຊີວິດຮ່ວມກັນ, ພວກເຮົາຕ້ອງໄດ້ສື່ສານກັນວາດໃດວາດໜຶ່ງ. ໃນນີ້, ພຸດທະສາດ ແລະ ການຝຶກອື່ນໆ ຂອງຜູ້ຂ້າຊ່ວຍໄດ້ຫຼາຍ. ຜູ້ຂ້າຮູ້ສຶກຄືກັບນັກມະນຸດວິທະຍາໃນບໍນຽວ ຫຼື ອາຟຣິກາ, ພະຍາຍາມເຂົ້າໃຈພາສາຕ່າງ.

ພາສາເອເຊຍທັງໝົດທີ່ຜູ້ຂ້າໄດ້ສຶກສາ ໄດ້ຊ່ວຍຫຼາຍໃນການຟັງສຳນຽງໃນພາສາທິເບດ ແລະ ຊ່ວຍໃຫ້ມີຄວາມກ້າວໜ້າໃນການຮຽນ. ເມື່ອຜູ້ຂ້າຢາກສື່ສານກັບໂຊນຳ, ຜູ້ຂ້າຈະຂຽນລົງໄວ້ (ເພາະຜູ້ຂ້າຮູ້ຂຽນພາສາທິເບດ), ແລ້ວເພິ່ນຈະບອກວິທີການອອກສຽງໃຫ້ກັບຜູ້ຂ້າ. ເຮົາໄດ້ເຮັດວຽກຮ່ວມກັນເຊັ່ນນີ້, ແລະ ຜູ້ຂ້າກໍຍັງໄດ້ຮຽນພາສາກັບຜູ້ອື່ນອີກ. ໃນທີ່ສຸດ, ພຣະຣິນໂປເຊໜຸ່ມທັງສອງອົງກໍໄດ້ແນະນໍາໃຫ້ຜູ້ຂ້າສຶກສາກັບພຣະອາຈານຂອງເພິ່ນ, ພຣະເກເຊະງາວັງດາກເຍະ (Geshe Ngawang Dhargyey).

ຮຽນລຳ-ຣິມໃນຄອກງົວ

ຜູ້ຂ້າໄດ້ມາອິນເດຍເພື່ອຂຽນບົດນິພົນຂອງຜູ້ຂ້າ, ແລະ ເຖິງວ່າຜູ້ຂ້າຈະໄດ້ວາງແຜນເຮັດການຄົ້ນຄວ້າໃນຫົວຂໍ້ຕັນຕຣະ ທີ່ກວ້າງຂວາງຂອງຄຸຫຍະສະມາຊະ (Guhyasamaja), ພຣະເຊີກົງຣິນໂປເຊ (Serkong Rinpoche), ໜຶ່ງໃນພຣະອາຈານຂອງສົມເດັດພຣະດາໄລ ລາມະ ທີ່ຜູ້ຂ້າໄດ້ໄປຂໍຄໍາແນະນໍານຳ, ໄດ້ເຮັດໃຫ້ຜູ້ຂ້າເຂົ້າໃຈວ່າມັນເປັນເລື່ອງທີ່ໂງ່ຈ້າຢ່າງສິ້ນເຊີງ, ແລະ ວ່າຜູ້ຂ້າບໍ່ພ້ອມສໍາລັບສິ່ງນັ້ນເລີຍ. ພຣະຕຣີຈັງຣິນໂປເຊ (Trijang Rinpoche), ພຣະອາຈານນ້ອຍຂອງທ່ານສົມເດັດ, ໄດ້ແນະນໍາໃຫ້ຜູ້ຂ້າສຶກສາລຳ-ຣິມ (lam-rim), ເສັ້ນທາງປະຕິບັດທັມຢ່າງເປັນລຳດັບຂັ້ນ, ແທນກ່ອນ. ໃນເວລານັ້ນ ບໍ່ໄດ້ມີບົດແປຫຍັງກ່ຽວກັບມັນເລີຍ, ສະນັ້ນ ມັນຈິ່ງເປັນສິ່ງໃໝ່ສໍາລັບຜູ້ຂ້າໂດຍສິ້ນເຊີງ. ໃນເວລານັ້ນ ປຶ້ມທີ່ຫາໄດ້ກ່ຽວກັບພຣະພຸດທະສາສະໜາທິເບດມີແຕ່ຂອງອາເລັກຊານດຣາ ເດວິດ-ນີລ໌ (Alexandra David-Neel), ເອເວັນສ໌-ເວັນທສ໌ (Evans-Wentz), ລາມະ ໂຄວິນທະ (Lama Govinda) ແລະ ອີກ ສາມ-ສີ່ທ່ານ. ຜູ້ຂ້າໄດ້ສຶກສາປະເພນີປາກເປົ່າຂອງລຳ-ຣິມ ກັບພຣະເກເຊະ ງາວັງ ດາກເຍະ ແລະ ຈາກນັ້ນກໍອີງບົດນິພົນຂອງຜູ້ຂ້າໃສ່ສິ່ງນັ້ນ.

ຜູ້ຂ້າໄດ້ອາໄສຢູ່ຢ່າງປະຖົມປະຖານໃນດັລເຮົາຊີ, ໃນເຮືອນຂອງຜູ້ຂ້າບໍ່ມີນ້ຳ ແລະ ບໍ່ມີຫ້ອງນ້ຳ. ແຕ່, ພຣະເກເຊະ ດາກເຍະ ຍິ່ງຢູ່ຢ່າງປະຖົມປະານກວ່າອີກ, ໃນຄອກທີ່ເຄີຍໃຊ້ເປັນບ່ອນງົວນອນ. ມີພື້ນທີ່ພໍແຕ່ສຳລັບຕຽງນອນຂອງເພິ່ນ, ແລະ ບ່ອນວ່າງໜ້ອຍໜຶ່ງຢູ່ໜ້າຕຽງໃຫ້ສານຸສິດຣິນໂປເຊໜຸ່ມສາມຕົນຂອງເພິ່ນ ກັບຜູ້ຂ້ານັ່ງພື້ນຕົມເພື່ອຮັບຟັງຄຳສອນຂອງເພິ່ນ. ພຣະຊາໂດະຣິນໂປເຊ ໄດ້ເຂົ້າຮ່ວມພຣະຊາປະ ແລະ ພຣະຄຳລຸງຣິນໂປເຊ ແລະ ຜູ້ຂ້າເອງ; ຕໍ່ມາເພິ່ນໄດ້ໄປເປັນເຈົ້າອາວາດຂອງວັດຂອງອົງພຣະດາໄລ ລາມະ, ວັດນາມກຍັລ (Namgyal). ຄອກງົວນີ້, ເຕັມໄປດ້ວຍແມງວັນ ແລະ ແມງໄມ້ອື່ນໆ, ແມ່ນບ່ອນທີ່ພວກເຮົາສຶກສາຮ່ຳຮຽນ.

ນີ້ແມ່ນຊ່ວງເວລາທີ່ໜ້າຕື່ນເຕັ້ນແທ້ໆ ເພາະມີສິ່ງໃໝ່ຫຼາຍຢ່າງກຳລັງເລີ່ມຕົ້ນ. ທ່ານສົມເດັດພຣະດາໄລລາມະໄດ້ມີຄວາມສົນໃຈໃນສິ່ງທີ່ພວກເຮົາເຮັດ, ການສຶກສາຂອງພວກເຮົາ, ແລະ ຈາກນັ້ນໄດ້ເອົາບົດຂຽນສັ້ນໆ ໃຫ້ພວກເຮົາແປໃຫ້ພຣະອົງ. ເມື່ອທ່ານສົມເດັດໄດ້ສ້າງຫໍສະໝຸດຜົນງານ ແລະ ຈົດໝາຍເຫດທິເບດໃນທັມສາລາ, ທ່ານໄດ້ຂໍໃຫ້ພຣະເກເຊະດາກເຍະເປັນພຣະອາຈານຢູ່ທີ່ນັ້ນສໍາລັບຊາວຕາເວັນຕົກ ແລະ ພຣະຊາປະ ແລະ ພຣະຄຳລຸງຣິນໂປເຊ, ຜູ້ທີ່ໄດ້ຊ່ວຍຜູ້ຂ້າ, ເປັນຜູ້ແປ. ຜູ້ຂ້າໄດ້ຖາມວ່າຜູ້ຂ້າສາມາດຊ່ວຍຫຍັງໄດ້ບໍ່ ແລະ ທ່ານສົມເດັດກໍໄດ້ເວົ້າວ່າ, "ໄດ້, ແຕ່ກ່ອນອື່ນກັບໄປອາເມຣິກາກ່ອນ, ສົ່ງບົດນິພົນຂອງເຈົ້າ, ຮັບເອົາປະລິນຍາ, ແລ້ວຈາກນັ້ນຈິ່ງກັບຄືນມາ."

ການປັບຕົວເຂົ້າກັບສັງຄົມທິເບດ: ການເປັນຜູ້ແປ

ໃນຊ່ວງຕົ້ນໃນອິນເດຍ, ຜູ້ຂ້າໄດ້ພະຍາຍາມປັບຕົວໃຫ້ເຂົ້າກັບສັງຄົມທິເບດໂດຍການສວມບົດບາດທີ່ເຂົາເຈົ້າຄຸ້ນເຄີຍ; ສະນັ້ນຜູ້ຂ້າຈຶ່ງໄດ້ກາຍເປັນນັກແປ. ຜູ້ຂ້າມີຄວາມສົນໃຈຫຼາຍໃນການເລີ່ມປະຕິບັດທັມຂອງຕົນ ແລະ ສະນັ້ນໃນຕົ້ນປີ 1970, ຜູ້ຂ້າຈິ່ງໄດ້ກາຍເປັນຊາວພຸດຢ່າງເປັນທາງການ ແລະ ເລີ່ມປະຕິບັດທຳສະມາທິ. ຕັ້ງແຕ່ນັ້ນມາຜູ້ຂ້າກໍໄດ້ສືບຕໍ່ທຳສະມາທິທຸກມື້.

ໃນບົດບາດຂອງນັກແປ, ເຮົາບໍ່ພຽງແຕ່ຕ້ອງການທັກສະທາງພາສາເທົ່ານັ້ນ, ແຕ່ຍັງຕ້ອງມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບພຣະພຸດທະສາສະໜາ, ເຊິ່ງໝາຍເຖິງການທຳສະມາທິ ແລະ ການນຳເອົາຄໍາສອນໄປສູ່ການປະຕິບັດໃນຊີວິດຈິງ. ບໍ່ມີທາງທີ່ຈະແປຄໍາສັບສະເພາະທີ່ກ່ຽວກັບພາວະຈິດໃຈຕ່າງໆ ຫຼື ປະສົບການໃນການທຳສະມາທິຕ່າງໆ, ໂດຍທີ່ເຮົາບໍ່ເຄີຍປະສົບຕົວຈິງກັບຕົນເອງມາກ່ອນ. ຄໍາສັບທີ່ໃຊ້ໃນການແປສ່ວນຫຼາຍໄດ້ຖືກເລືອກໂດຍຜູ້ເຜີຍແຜ່ສາສະໜາທີ່ມີຄວາມສົນໃຈຕົ້ນຕໍໃນການແປພຣະຄໍາພີໄບເບິນເປັນພາສາທິເບດ, ແລະ ບໍ່ຄ່ອຍກ່ຽວກັບຄວາມໝາຍທີ່ແທ້ຈິງຂອງຄໍາສັບໃນພຣະພຸດທະສາສະໜາ. ສະນັ້ນ, ຕັ້ງແຕ່ຊ່ວງເວລາຕອນຕົ້ນນີ້, ຜູ້ຂ້າຈິ່ງໄດ້ຮວມເອົາການປະຕິບັດທັມເຂົ້າກັບການຝຶກທາງພຣະພຸດທະສາດຂອງຜູ້ຂ້າເລີຍ.

ຜູ້ຂ້າໄດ້ກັບຄືນໄປຮາເວີດໃນທ້າຍປີ 1971 ແລະ, ຫຼັງຈາກນັ້ນສາມ-ສີ່ເດືອນ, ກໍໄດ້ສົ່ງບົດນິພົນຂອງຜູ້ຂ້າ ແລະ ໄດ້ຮັບປະລິນຍາເອກໃນລະດູໃບໄມ້ປົ່ງຂອງປີ 1972. ສາດສະດາຈານຂອງຜູ້ຂ້າໄດ້ຈັດຫາວຽກສອນທີ່ດີຫຼາຍໃຫ້ຜູ້ຂ້າຢູ່ມະຫາວິທະຍາໄລທີ່ມີຊື່ສຽງອີກແຫ່ງໜຶ່ງ, ເພາະຜູ້ຂ້າເຄີຍຢາກເປັນອາຈານມະຫາວິທະຍາໄລຢູ່ສະເໝີ, ແຕ່ຜູ້ຂ້າປະຕິເສດ. ຜູ້ຂ້າບໍ່ຢາກໃຊ້ຊີວິດທີ່ເຫຼືອກັບຄົນທີ່ໄດ້ແຕ່ເດົາວ່າພຣະພຸດທະສາສະໜາໝາຍເຖິງຫຍັງ. ຜູ້ຂ້າຢາກຢູ່ກັບຄົນທີ່ຮູ້ແທ້ໆ ວ່າມັນໝາຍຄວາມວ່າແນວໃດ, ແລະ ສຶກສາ ແລະ ຮຽນຮູ້ຈາກສາຍທີ່ແທ້ຈິງ, ໃນຂະນະທີ່ຮັກສາທັດສະນະເປັນຈິງຂອງຜູ້ຂ້າທີ່ໄດ້ຈາກການຝຶກອົບຮົມພຣະພຸດທະສາດ. ແນ່ນອນ, ສາດສະດາຈານຂອງຜູ້ຂ້າຄິດວ່າຜູ້ຂ້າບ້າ, ແຕ່ຢ່າງໃດກໍຕາມ ຜູ້ຂ້າໄດ້ກັບຄືນໄປອິນເດຍ. ຄ່າຄອງຊີບຢູ່ທີ່ນັ້ນຖືກຫຼາຍ, ສະນັ້ນມັນເປັນໄປໄດ້.

ຊີວິດອິນເດຍອັນໃໝ່ຂອງຜູ້ຂ້າ

ຜູ້ຂ້າໄດ້ຍ້າຍໄປທີ່ທັມສາລາ ແລະ ໄດ້ເລີ່ມເຮັດວຽກກັບພຣະເກເຊະງາວັງດາກເຍະ ແລະ ພຣະຊາປະ ແລະ ພຣະຄຳລຸງ ຣິນໂປເຊ, ຜູ້ທີ່ເຮັດວຽກຢູ່ຫໍສະໝຸດກ່ອນແລ້ວ. ຜູ້ຂ້າໄດ້ອາໄສຢູ່ໃນຕູບນ້ອຍກວ່າບ່ອນຢູ່ເມືອງດັລເຮົາຊີອີກ, ໂດຍຍັງບໍ່ມີນ້ຳ ຫຼື ຫ້ອງນ້ຳຄືເກົ່າ ແລະ ບໍ່ມີແມ່ນກະຈົກຢູ່ປ່ອງຢ້ຽມປ່ອງດຽວທີ່ມີ. ພຣະໂຊນຳນໍບຸ, ພະສົງທິເບດທີ່ຜູ້ຂ້າເຄີຍຢູ່ນຳກໍມາຢູ່ກັບຜູ້ຂ້າຄືກັນ. ໂດຍລວມແລ້ວ, ຜູ້ຂ້າໄດ້ອາໄສຢູ່ໃນອິນເດຍໃນຕູບທຳມະດາທີ່ສຸດເປັນເຮືອນຂອງຜູ້ຂ້າເປັນເວລາ 29 ປີ.

ໃນເວລານັ້ນ, ຜູ້ຂ້າໄດ້ຊ່ວຍສ້າງຕັ້ງສໍານັກງານການແປຢູ່ຫໍສະໝຸດໃຫ້ກັບທ່ານສົມເດັດ, ແລະ ສືບຕໍ່ການສຶກສາຂອງຜູ້ຂ້າ. ຜູ້ຂ້າເຫັນວ່າ ພື້ນຖານພຣະພຸດທະສາດຂອງຜູ້ຂ້າໄດ້ເປັນເຄື່ອງມືໃຫ້ຜູ້ຂ້າໃນການສຶກສາຄຳສອນຕື່ມອີກ. ຜູ້ຂ້າຮູ້ປະຫວັດສາດ ແລະ ຊື່ພຣະຄຳພີຕ່າງໆ, ແລະ ຜູ້ຂ້າກໍໄດ້ມີຄົນສອນໃຫ້ຜູ້ຂ້າຮູ້ເນື້ອໃນຕົວຈິງ, ເພື່ອທີ່ວ່າຜູ້ຂ້າຈະສາມາດເອົາຈຸດຕ່າງໆ ມາຮວມເຂົ້າກັນໄດ້ຢ່າງງ່າຍດາຍ. ທ່ານສົມເດັດພຣະດາໄລລາມະໄດ້ຊຸກຍູ້ໃຫ້ຜູ້ຂ້າສຶກສາທັງ 4 ສາຍຂອງທິເບດ, ແຕ່ຜູ້ຂ້າໄດ້ສຶກສາສາຍເກລຸກປະ (Gelugpa) ເປັນຕົ້ນຕໍ, ເພື່ອທີ່ວ່າຜູ້ຂ້າຈະໄດ້ເຫັນພາບລວມຂອງຂອບເຂດອັນເຕັມທີ່ຂອງພຣະພຸດທະສາສະໜາທິເບດ. ມັນເປັນເວລາທີ່ໜ້າຕື່ນເຕັ້ນຫຼາຍເພາະວ່າ, ໃນສະໄຫມນັ້ນ, ຍັງບໍ່ມີໃຜເຂົ້າໃຈເຖິງຂອບເຂດອັນເຕັມທີ່ຂອງສິ່ງທີ່ມີຢູ່ໃນຄໍາສອນພຣະທັມຂອງທິເບດ.

ຄວາມຊົງຈຳ ແລະ ການຝຶກຄວາມຖ່ອມຕົວກັບພຣະເຊີກົງ ຣິນໂປເຊ

ໃນປີ 1974, ຜູ້ຂ້າໄດ້ເລີ່ມຮຽນກັບພຣະອາຈານອົງໜຶ່ງຂອງສົມເດັດພຣະດາໄລ ລາມະ, ພຣະເຊີກົງຣິນໂປເຊ (Serkong Rinpoche), ເຊິ່ງຜູ້ຂ້າໄດ້ພົບຄັ້ງທຳອິດໃນປີ 1969. ຕັ້ງແຕ່ເຮົາເລີ່ມຕິດຕໍ່ພົວພັນກັນທີ່ທັມສາລາ, ເພິ່ນກໍໄດ້ເຫັນແລ້ວວ່າຜູ້ຂ້າມີຄວາມຜູກພັນທາງກັມທີ່ຈະເປັນຜູ້ແປໃຫ້ເພິ່ນ, ແລະ ຕໍ່ມາກໍໃຫ້ທ່ານສົມເດັດພຣະດາໄລລາມະນຳ, ແລະ ສະນັ້ນ ເພິ່ນຈິ່ງໄດ້ຝຶກຜູ້ຂ້າໃນເລື່ອງນີ້. ເຖິງວ່າຜູ້ຂ້າໄດ້ແປປຶ້ມຢູ່ແລ້ວ, ສິ່ງທີ່ເພິ່ນຝຶກໃຫ້ນັ້ນແມ່ນການແປປາກເປົ່າ ແລະ ການສອນ. ເພິ່ນຈະໃຫ້ຜູ້ຂ້ານັ່ງໃກ້ເພິ່ນເພື່ອເບິ່ງວິທີທີ່ເພິ່ນປະຕິບັດກັບຄົນຕ່າງໆ. ເພິ່ນຍັງໄດ້ຝຶກຄວາມຈໍາຂອງຜູ້ຂ້ານຳ: ເວລາໃດທີ່ຜູ້ຂ້າຢູ່ກັບເພິ່ນ ເພິ່ນຈະຢຸດທັນໃດ ແລະ ເວົ້າວ່າ: "ເວົ້າຄືນທຸກຄໍາເວົ້າທີ່ເຮົາຫາກໍ່ເວົ້າໄປດູ," ຫຼື, "ເວົ້າຄືນສິ່ງທີ່ເຈົ້າຫາກໍ່ເວົ້າດູ, ທຸກຄໍາ."

ຜູ້ຂ້າໄດ້ເລີ່ມແປໃຫ້ເພິ່ນໃນປີຕໍ່ມາ ຕອນເພິ່ນສອນຄົນຕາເວັນຕົກຄົນອື່ນໆ. ເພິ່ນບໍ່ເຄີຍສອນຫຍັງຜູ້ຂ້າໂດຍກົງ, ການຮຽນແມ່ນຜ່ານການແປໃຫ້ຄົນອື່ນສະເໝີ - ຍົກເວັ້ນກາລະຈັກ (Kalachakra). ກາລະຈັກ, ແມ່ນເພິ່ນໄດ້ສອນຜູ້ຂ້າເປັນການສ່ວນຕົວ; ເພິ່ນເຫັນວ່າຜູ້ຂ້າມີຄວາມສໍາພັນເລິກເຊິ່ງ. ຜູ້ຂ້າບໍ່ເຄີຍໄດ້ຮັບອະນຸຍາດໃຫ້ຈົດບັນທຶກໃນລະຫວ່າງການສິດສອນໃດໆ, ມີແຕ່ຕ້ອງຈື່ທຸກຢ່າງເອົາ ແລ້ວໄປຈົດລົງຕາມຫຼັງ. ຫຼັງຈາກນັ້ນບໍ່ດົນ, ເພິ່ນບໍ່ອະນຸຍາດໃຫ້ຜູ້ຂ້າຮອດຈົດບັນທຶກຫຼັງຈາກການຮຽນ. ເພິ່ນຈະເອົາອັນອື່ນໃຫ້ຜູ້ຂ້າເຮັດ, ແລະ ຫຼັງຈາກນັ້ນຜູ້ຂ້າຈິ່ງສາມາດຈົດທຸກສິ່ງລົງໄດ້ໃນຕອນເດິກ.

ເຊັ່ນດຽວກັບທີ່ພຣະເກເຊະວັງຍັລ ໄດ້ເຮັດກັບສານຸສິດຜູ້ໃກ້ຊິດຂອງເພິ່ນ, ພຣະເຊີກົງຣິນໂປເຊກໍໄດ້ຮ້າຍຜູ້ຂ້າຕະຫຼອດເວລາ. ຜູ້ຂ້າຈື່ໄດ້ເທື່ອໜຶ່ງໃນເວລາທີ່ຜູ້ຂ້າກໍາລັງແປໃຫ້ເພິ່ນ, ຜູ້ຂ້າໄດ້ຖາມເພິ່ນກ່ຽວກັບຄໍາສັບທີ່ເພິ່ນຫາກໍ່ເວົ້າທີ່ຜູ້ຂ້າບໍ່ເຂົ້າໃຈ. ເພິ່ນໄດ້ເຮັດໜ້າຕາໃສ່ຜູ້ຂ້າ ແລະ ເວົ້າວ່າ, “ເຮົາໄດ້ອະທິບາຍຄຳນັ້ນໃຫ້ເຈົ້າເມື່ອເຈັດປີກ່ອນແລ້ວເດ. ເປັນຫຍັງເຈົ້າບໍ່ຈື່ໄດ້? ເຮົາຍັງຈື່!"

ຊື່ທີ່ເພິ່ນມັກທີ່ສຸດສໍາລັບຜູ້ຂ້າແມ່ນ "ເຫງີກ" ແລະ ເພິ່ນບໍ່ເຄີຍພາດທີ່ຈະຊີ້ໃຫ້ເຫັນໃນເວລາທີ່ຜູ້ຂ້າປະຕິບັດຕົວແບບນັ້ນ, ໂດຍສະເພາະຕໍ່ໜ້າຄົນອື່ນ. ນີ້ແມ່ນການຝຶກທີ່ດີເລີດ. ຜູ້ຂ້າຈື່ໄດ້ເທື່ອໜຶ່ງ, ຕອນຜູ້ຂ້າແປພາສາໃຫ້ທ່ານສົມເດັດພຣະດາໄລລາມະ, ມີຜູ້ຟັງປະມານ 10,000 ຄົນ, ແລະ ທ່ານສົມເດັດໄດ້ຢຸດຜູ້ຂ້າ, ຫົວຂຶ້ນ, ແລະ ກ່າວວ່າ, “ລາວແປຜິດ.” ຈາກການຝຶກໃນການຖືກເອີ້ນວ່າເຫງີກຢູ່ຕະຫຼອດ, ຜູ້ຂ້າສາມາດສືບຕໍ່ການແປໄດ້ ແລະ ບໍ່ຢາກມຸດໄປລີ້ຢູ່ກ້ອງຜ້າພົມ. ການແປພາສາຕ້ອງການການໃສ່ໃຈຢ່າງຍິ່ງ ແລະ ຄວາມຊົງຈໍາອັນດີເລີດ, ສະນັ້ນ ຜູ້ຂ້າໂຊກດີຫຼາຍທີ່ບໍ່ພຽງແຕ່ໄດ້ຮັບການຝຶກອົບຮົມທາງພຸດທະສາດ, ແຕ່ຍັງມີການຝຶກແບບດັ້ງເດີມຂອງທິເບດອີກ.

ຜູ້ຂ້າໄດ້ຝຶກຢ່າງເຂັ້ມງວດກັບພຣະເຊີກົງຣິນໂປເຊ ເປັນເວລາ 9 ປີ. ຜູ້ຂ້າໄດ້ແປໃຫ້ເພິ່ນ, ຊ່ວຍເພິ່ນໃນດ້ານຈົດໝາຍ ແລະ ການເດີນທາງຂອງເພິ່ນ, ແລະ ໃນຊ່ວງເວລານັ້ນ, ເພິ່ນກ່າວ "ຂອບໃຈ" ກັບຜູ້ຂ້າພຽງແຕ່ສອງຄັ້ງເທົ່ານັ້ນ. ນີ້ກໍເປັນປະໂຫຍດຫຼາຍສໍາລັບຜູ້ຂ້າເພາະວ່າ, ດັ່ງທີ່ເພິ່ນເຄີຍເວົ້າ, ຜູ້ຂ້າຄາດຫວັງຫຍັງ? ຜູ້ຂ້າຢາກຖືກລູບຫົວແລ້ວເຊັ່ນດຽວກັບໝາແກວ່ງຫາງໄປມາບໍ? ແຮງຈູງໃຈຂອງຜູ້ແປຕ້ອງແມ່ນການເປັນປະໂຫຍດຕໍ່ຜູ້ອື່ນ, ບໍ່ແມ່ນເພື່ອໄດ້ຮັບການຍ້ອງຍໍດ້ວຍຄຳຂອບໃຈ. ແນ່ນອນ, ການທຳສະມາທິທາງພຣະພຸດທະສາສະໜາ ແລະ ການປະຕິບັດທັມທັງໝົດຂອງຜູ້ຂ້າແມ່ນມີຄວາມຈໍາເປັນຢ່າງແທ້ຈິງຕໍ່ການຜ່ານຂະບວນການຂອງການຝຶກແບບດັ້ງເດີມນີ້ໂດຍບໍ່ເຄີຍມີຄວາມໃຈຮ້າຍ ຫຼື ຍອມແພ້.

ການຊ່ວຍສ້າງຂົວຕໍ່ລະຫວ່າງວັດທະນະທຳ

ພຣະເຊີກົງຣິນໂປເຊ ໄດ້ມໍລະນະພາບໄປໃນປີ 1983. ຫຼັງຈາກນັ້ນ, ຜູ້ຂ້າໄດ້ເລີ່ມຖືກເຊີນໃຫ້ເດີນທາງໄປທົ່ວໂລກເພື່ອບັນຍາຍ, ເພາະຜູ້ຂ້າເຄີຍໄປສະຖານທີ່ເຫຼົ່ານີ້ແລ້ວໃນຖານະເປັນຜູ້ແປຂອງພຣະຣິນໂປເຊ. ນະເວລານັ້ນ, ບາງຄັ້ງ ຜູ້ຂ້າກໍໄດ້ແປໃຫ້ທ່ານສົມເດັດພຣະດາໄລລາມະນຳ. ແຕ່ການແປພາສາບໍ່ພຽງແຕ່ກ່ຽວກັບຄໍາສັບເທົ່ານັ້ນ, ແຕ່ກ່ຽວກັບການອະທິບາຍ ແລະ ການແປແນວຄວາມຄິດນຳ. ໃນການພົບປະຊ່ວງຕົ້ນໆ ຂອງທ່ານສົມເດັດກັບນັກຈິຕະວິທະຍາ, ນັກວິທະຍາສາດ ແລະ ຜູ້ນໍາທາງສາສະໜາຕາເວັນຕົກ, ໜ້າວຽກຂອງຜູ້ຂ້າໂດຍພື້ນຖານແມ່ນອະທິບາຍແນວຄວາມຄິດຂອງພວກເພິ່ນ, ບໍ່ແມ່ນແຕ່ຄໍາເວົ້າຂອງເພິ່ນ (ເພາະບໍ່ມີຄໍາໃຫ້ໃຊ້ຫຼາຍໃນພາສາທິເບດ), ແລະ ສ້າງຂົວຕໍ່ທາງວັດທະນະທໍາ. ແລະນີ້ແມ່ນສິ່ງທີ່ຜູ້ຂ້າສົນໃຈສະເໝີ, ຕັ້ງແຕ່ອາຍຸຍັງນ້ອຍ: ວິທີການສ້າງຂົວຕໍ່ລະຫວ່າງວັດທະນະທໍາທີ່ແຕກຕ່າງກັນໃນແງ່ຂອງຄໍາສອນຂອງພຣະພຸດທະສາສະໜາ. ເພື່ອສ້າງຂົວຕໍ່ດັ່ງກ່າວ, ເຮົາຕ້ອງຮູ້ວັດທະນະທໍາທັງສອງເປັນຢ່າງດີ, ຮູ້ວ່າຄົນຄິດແນວໃດ ແລະ ຊີວິດຂອງເຂົາເຈົ້າເປັນແນວໃດ. ສະນັ້ນ ຜູ້ຂ້າໄດ້ມີສິທິພິເສດອັນຍິ່ງໃຫຍ່ ແລະ ຫາຍາກທີ່ສຸດທີ່ຈະສາມາດຢູ່ຮ່ວມກັບຊາວທິເບດໄດ້ດົນນານ, ມີຄວາມຄຸ້ນເຄີຍກັບວິທີການຄິດ, ວິທີການດໍາລົງຊີວິດ ແລະ ອື່ນໆ. ນີ້ເປັນສິ່ງຈໍາເປັນຢ່າງແທ້ຈິງໃນການເຜີຍແຜ່ພຣະພຸດທະສາສະໜາ.

ຜູ້ຂ້າໄດ້ລິເລີ່ມ ແລະ ຍັງໄດ້ຖືກຂໍໃຫ້ດຳເນີນໂຄງການສາກົນຕ່າງໆ ສໍາລັບທ່ານສົມເດັດພຣະດາໄລລາມະ. ໜຶ່ງໃນສິ່ງທີ່ສໍາຄັນແມ່ນການພະຍາຍາມເປີດໂລກໃຫ້ກັບທ່ານສົມເດັດ ແລະ ຊາວທິເບດ. ເພິ່ນບໍ່ມີໜັງສືຜ່ານແດນ, ມີແຕ່ເອກະສານຊາວອົບພະຍົບ, ແລະ ສະນັ້ນ ເພິ່ນຈິ່ງບໍ່ສາມາດຂໍວີຊາໄປປະເທດໃດໄດ້ ນອກຈາກຈະຖືກເຊີນ. ແຕ່ເພິ່ນມີສາຍພົວພັນຢູ່ພຽງແຕ່ສາມ-ສີ່ບ່ອນເທົ່ານັ້ນ. ບາດນີ້, ປະລິນຍາເອກຈາກຮາເວີດຂອງຜູ້ຂ້າໄດ້ກາຍມາເປັນປະໂຫຍດຫຼາຍ, ເພາະຜູ້ຂ້າສາມາດຖືກເຊີນໄປທົ່ວໂລກເພື່ອບັນຍາຍໃນມະຫາວິທະຍາໄລຕ່າງໆ. ດ້ວຍວິທີນີ້, ຜູ້ຂ້າໄດ້ສ້າງສາຍພົວພັນທີ່ໃນອະນາຄົດຈະນຳໄປສູ່ການເຊີນຊາວທິເບດ, ແລະ ໃນທີ່ສຸດກໍທ່ານສົມເດັດໄປຕ່າງປະເທດ, ແລະ ການເປີດສຳນັກງານຂອງທ່ານສົມເດັດໃນພາກພື້ນຕ່າງໆ ຂອງໂລກ. ໃນປີ 1985, ຜູ້ຂ້າໄດ້ເລີ່ມເດີນທາງໄປທຸກປະເທດຄອມມິວນິດເກົ່າ, ເກືອບທຸກປະເທດໃນອາເມຣິກາໃຕ້, ແລະ ພາກສ່ວນໃຫຍ່ຂອງທະວີບອະຟຣິກາ. ຈາກນັ້ນ ຜູ້ຂ້າໄດ້ເລີ່ມໄປຕາເວັນອອກກາງເພື່ອເປີດການສົນທະນາລະຫວ່າງຊາວພຸດ ແລະ ຊາວມຸສະລິມ.

ຕະຫຼອດໄລຍະທັງໝົດນີ້, ຜູ້ຂ້າໄດ້ສຸມໃສ່ການຂຽນບົດລາຍງານເພື່ອສົ່ງກັບຫາທ່ານສົມເດັດ, ເພື່ອໃຫ້ ທ່ານຮູ້ກ່ຽວກັບວັດທະນະທໍາ ແລະ ປະຫວັດສາດຂອງແຕ່ລະປະເທດທີ່ຜູ້ຂ້າໄປຢາມ. ອີກເທື່ອໜຶ່ງ, ພື້ນຖານຮາເວີດຂອງຜູ້ຂ້າໄດ້ຊ່ວຍໃຫ້ຜູ້ຂ້າໄດ້ພົບກັບຜູ້ນໍາທາງສາສະໜາຕ່າງໆ ຂອງປະເທດເຫຼົ່ານີ້ ແລະ ຮຽນຮູ້ເພີ່ມເຕີມກ່ຽວກັບສາສະໜາຂອງເຂົາເຈົ້າ, ເພື່ອວ່າເວລາທີ່ທ່ານສົມເດັດໄປຢ້ຽມຢາມປະເທດເຫຼົ່ານີ້, ທ່ານຈະມີຄວາມເຂົ້າໃຈເປັນອັນດີກ່ຽວກັບຄວາມເຊື່ອຂອງເຂົາເຈົ້າ. ການຝຶກພຣະພຸດທະສາດ ແລະ ວິທະຍາສາດທັງໝົດທີ່ຜູ້ຂ້າໄດ້ຮັບ ໄດ້ຊ່ວຍຜູ້ຂ້າໃຫ້ເຫັນວ່າອັນໃດສຳຄັນ, ຮວບຮວມມັນ ແລະ ນຳສະເໜີມັນໃນທາງທີ່ມີປະໂຫຍດ.

ຜູ້ຂ້າໄດ້ມີສ່ວນຮ່ວມໃນຫຼາຍໆ ໂຄງການ. ໜຶ່ງໃນນັ້ນທີ່ໜ້າສົນໃຈຫຼາຍທີ່ສຸດແມ່ນໂຄງການນໍາໃຊ້ຢາປົວພະຍາດທິເບດເພື່ອຊ່ວຍຜູ້ເຄາະຮ້າຍເຊີໂນບິລ (Chernobyl), ຈັດຕັ້ງໂດຍກະຊວງສາທາລະນະສຸກຂອງສະຫະພາບໂຊວຽດ. ເຖິງວ່າຢາປົວພະຍາດຂອງທິເບດໄດ້ພິສູດໃຫ້ເຫັນວ່າມີປະສິທິພາບທີ່ສຸດ, ເມື່ອສະຫະພາບໂຊວຽດແຕກແຍກ, ຣັດເຊຍ, ເບລາຣູສ ແລະ ຢູເຄຣນ ໄດ້ປະຕິເສດການຮ່ວມມືໃນໂຄງການ, ແລະ ຮຽກຮ້ອງໃຫ້ພວກເຮົາຕິດຕັ້ງສາມໂຄງການແຍກຕ່າງຫາກ, ເຊິ່ງເປັນໄປບໍ່ໄດ້ທາງດ້ານການປະຕິບັດ ແລະ ການເງິນ. ໜ້າເສຍດາຍທີ່ນັ້ນແມ່ນຈຸດຈົບຂອງໂຄງການ.

ໂຄງການທີ່ໜ້າຕື່ນເຕັ້ນອີກອັນໜຶ່ງແມ່ນການຈັດຕັ້ງການແປ ແລະ ຈັດພິມປຶ້ມໂດຍພຣະບາກຸລະຣິນໂປເຊ (Bakula Rinpoche) ເປັນພາສາມົງໂກລີສະໄໝໃໝ່, ເພື່ອຊ່ວຍໃນການຟື້ນຟູພຣະພຸດທະສາສະໜາຢູ່ທີ່ນັ້ນ. ພຣະບາກຸລະຣິນໂປເຊເຄີຍເປັນເອກອັກຄະລັດຖະທູດອິນເດຍປະຈໍາມົງໂກເລຍໃນເວລານັ້ນ.

ການກັບຄືນສູ່ຕາເວັນຕົກ

ໂດຍລວມ, ຜູ້ຂ້າໄດ້ເດີນທາງໄປ, ແລະ ສອນຢູ່ຫຼາຍກວ່າ 70 ປະເທດທົ່ວໂລກ. ຕະຫຼອດໄລຍະທັງໝົດນີ້, ຜູ້ຂ້າຮັກສາການທຳສະມາທິປະຈຳວັນຂອງຜູ້ຂ້າ, ເຊິ່ງເປັນປະໂຫຍດຫຼາຍໃນການຊ່ວຍໃຫ້ຜູ້ຂ້າສືບຕໍ່. ເມື່ອເວລາຜ່ານໄປ, ຜູ້ຂ້າສືບຕໍ່ຖືກເຊີນໄປບ່ອນອື່ນເພື່ອສອນ ແລະ ບັນຍາຍຕື່ມອີກ. ການທັດສະນະບັນຍາຍໄດ້ແກ່ຍາວອອກ ແລະ ຍາວອອກ; ໄລຍະເວລາທີ່ຍາວທີ່ສຸດແມ່ນສິບຫ້າເດືອນ - ສອງ ຫຼື ສາມເມືອງໃນແຕ່ລະອາທິດ, ເດີນທາງໄປທົ່ວ. ດ້ວຍການເດີນທາງທັງໝົດນີ້, ການທຳສະມາທິທາງພຣະພຸດທະສາສະໜາໄດ້ຊ່ວຍໃຫ້ຜູ້ຂ້າມີຄວາມໝັ້ນຄົງໃນການເຮັດທັງໝົດນີ້, ໂດຍສະເພາະເມື່ອຜູ້ຂ້າເດີນທາງຄົນດຽວສະເໝີ.

ໃນຊຸມປີເຫຼົ່ານີ້, ຜູ້ຂ້າໄດ້ຂຽນປຶ້ມຫຼາຍເຫຼັ້ມ ແລະ, ຮອດຈຸດໜຶ່ງ, ຜູ້ຂ້າພົບວ່າມັນບໍ່ແມ່ນເລື່ອງງ່າຍທີ່ສຸດ, ກັບການຢູ່ໃນອິນເດຍ, ໃນການເຮັດວຽກກັບຜູ້ຈັດພິມຂອງຜູ້ຂ້າ, ເຊິ່ງແມ່ນບໍລິສັດ Snow Lion. ແລະຜູ້ຂ້າກໍຢາກເຂົ້າໄປໃນທິດທາງຂອງອິນເຕີເນັດ ແລະ ນີ້ແມ່ນມີຄວາມຫຍຸ້ງຍາກເກີນໄປທີ່ຈະເຮັດໃນອິນເດຍ. ສະນັ້ນ, ໃນປີ 1998 ຜູ້ຂ້າໄດ້ຍ້າຍຈາກອິນເດຍໄປຕາເວັນຕົກ. ຫຼັງຈາກໜຶ່ງປີຂອງການລອງຢູ່ບ່ອນຕ່າງໆ ທີ່ໄດ້ເຊື້ອເຊີນຜູ້ຂ້າ, ຜູ້ຂ້າໄດ້ຕັດສິນໃຈລົງຫຼັກປັກຖານຢູ່ເບີລິນ (Berlin), ປະເທດເຢຍລະມັນ. ຜູ້ຂ້າຮູ້ພາສາເຢຍລະມັນຢູ່ແລ້ວ, ສະນັ້ນ ຈິ່ງບໍ່ມີບັນຫາ, ແລະ ຢູ່ທີ່ນັ້ນຜູ້ຂ້າໄດ້ຮັບເອກະລາດທີ່ສຸດ. ອັນນີ້ສຳຄັນຫຼາຍສຳລັບຜູ້ຂ້າ; ຜູ້ຂ້າບໍ່ຢາກຖືກຜູກມັດກັບອົງການຈັດຕັ້ງໃດໜຶ່ງ. ເບີລິນຍັງເປັນບ່ອນທີ່ສະດວກສໍາລັບການສືບຕໍ່ເດີນທາງໄດ້ງ່າຍໄປສູ່ປະເທດຢູໂຣບຕາເວັນອອກ, ລັດເຊຍ ແລະ ອາດີດສາທາລະນະລັດໂຊວຽດ ທີ່ຜູ້ຂ້າເຄີຍສອນເລື້ອຍໆ ແລະ ຜູ້ຂ້າຮູ້ສຶກມີຄວາມໃກ້ຊິດສະເພາະ.

ຜູ້ຂ້າໄດ້ມາຮອດຕາເວັນຕົກພ້ອມກັບຕົ້ນສະບັບທີ່ຍັງບໍ່ໄດ້ຈັດພິມຫຼາຍກວ່າ 30,000 ໜ້າ - ປຶ້ມທີ່ຍັງບໍ່ສົມບູນທີ່ຜູ້ຂ້າໄດ້ຂຽນ, ບັນທຶກທີ່ກ່ຽວຂ້ອງ, ບົດແປເລື່ອງທີ່ຜູ້ຂ້າໄດ້ສຶກສາ, ແລະ ບັນທຶກການບັນຍາຍຂອງຜູ້ຂ້າເອງ ແລະ ການບັນຍາຍໂດຍພຣະອາຈານທີ່ຜູ້ຂ້າໄດ້ແປ. ແລະຍັງມີບັນທຶກຫຼາຍອັນທີ່ຜູ້ຂ້າໄດ້ເອົາມາຈາກຄໍາສອນຂອງທ່ານສົມເດັດ, ພຣະອາຈານຫຼັກສາມອົງຂອງທ່ານ, ແລະ ພຣະເກເຊະດາກເຍະ. ຜູ້ຂ້າກັງວົນຫຼາຍວ່າສິ່ງເຫຼົ່ານີ້ຈະບໍ່ຈົບລົງໃນຖັງຂີ້ເຫຍື້ອເວລາທີ່ຜູ້ຂ້າຕາຍ.

ຖານຮວບຮວມເບີຊີນ

ຜູ້ຂ້າໄດ້ຢູ່ໃນຈຸດທີ່ພິເສດຢ່າງບໍ່ໜ້າເຊື່ອ, ແລະ ເປັນເອກະລັກ, ທີ່ໄດ້ສຶກສາເປັນເວລາດົນນານກັບພຣະລາມະທີ່ຍິ່ງໃຫຍ່ທີ່ສຸດຂອງລຸ້ນທີ່ຜ່ານມາ. ສິ່ງທີ່ຜູ້ຂ້າໄດ້ຮຽນຮູ້ ແລະ ບັນທຶກໄວ້ນັ້ນມີຄ່າເກີນໄປ ແລະ ຕ້ອງໄດ້ແບ່ງປັນກັບໂລກ. ປື້ມ, ເຖິງຈະເໝາະທີ່ຈະຖືໄວ້ໃນມື ແລະ ເບິ່ງງາມຫຼາຍ, ກໍເຂົ້າບໍ່ເຖິງຜູ້ອ່ານຫຼາຍ ນອກຈາກວ່າເຮົາຈະຂຽນຂາຍດີ, ເຊິ່ງບໍ່ແມ່ນປຶ້ມຂອງຜູ້ຂ້າ. ໂດຍທົ່ວໄປ, ການຜະລິດປຶ້ມນັ້ນມີລາຄາສູງ; ຊື້ກໍແພງ; ໃຊ້ເວລາຢ່າງຫຼວງຫຼາຍໃນການຜະລິດ ແລະ ເຮົາກໍບໍ່ສາມາດແກ້ໄຂມັນໄດ້ຈົນສະບັບຕໍ່ໄປ. ເຖິງວ່າຜູ້ຂ້າຈະມັກການສຶກສາປະຫວັດສາດ, ຜູ້ຂ້າກໍມັກການເບິ່ງອະນາຄົດເຊັ່ນກັນ, ແລະ ອະນາຄົດແມ່ນອິນເຕີເນັດ. ອັນທີ່ຈິງ, ປະຈຸບັນກໍແມ່ນອິນເຕີເນັດເຊັ່ນກັນ. ດ້ວຍຄວາມຄິດອັນນັ້ນ, ຜູ້ຂ້າໄດ້ຕັດສິນໃຈເອົາວຽກທັງໝົດຂອງຜູ້ຂ້າຂຶ້ນໃນເວັບໄຊທ໌, ແລະ ສະນັ້ນ ຜູ້ຂ້າຈິ່ງໄດ້ເລີ່ມ berzinarchives.com ໃນເດືອນພະຈິກປີ 2001.

ຫຼັກການຕົ້ນຕໍທີ່ຜູ້ຂ້າປະຕິບັດຕາມສະເໝີແມ່ນວ່າທຸກຢ່າງທີ່ຢູ່ໃນເວັບໄຊທ໌ຄວນຈະຟຣີ, ບໍ່ມີການໂຄສະນາ ແລະ ບໍ່ມີການຂາຍໃດໆ. ເນື້ອຫາຢູ່ໃນເວັບໄຊທ໌ປະກອບມີທຸກດ້ານຂອງພຣະພຸດທະສາສະໜາທິເບດ, ທັງສີ່ນິກາຍຂອງທິເບດ, ແຕ່ຕົ້ນຕໍແມ່ນນິກາຍເກລຸກ. ຍັງມີເນື້ອຫາການປຽບທຽບ, ເນື້ອຫາກ່ຽວກັບຢາປົວພະຍາດຂອງທິເບດ, ໂຫລາສາດ, ປະຫວັດພຣະພຸດທະສາສະໜາ, ປະຫວັດສາດເອເຊຍ, ປະຫວັດສາດທິເບດ, ແລະ ເນື້ອຫາຫຼາຍຢ່າງກ່ຽວກັບຄວາມສໍາພັນລະຫວ່າງພຣະພຸດທະສາສະໜາ ແລະ ອິສະລາມ. ຜູ້ຂ້າຍັງມີຄວາມເຊື່ອຢ່າງແຮງກ້າໃນການແປເນື້ອຫາເປັນພາສາອື່ນຈໍານວນຫຼາຍ.

ການເຮັດວຽກກັບພາກມຸສະລິມແມ່ນມີຄວາມສໍາຄັນຫຼາຍ, ຜູ້ຂ້າຮູ້ສຶກ, ແລະ ທ່ານສົມເດັດພຣະດາໄລລາມະກໍສະໜັບສະໜູນເລື່ອງນີ້ຢ່າງເຂັ້ມແຂງ. ຈາກການເດີນທາງຂອງຜູ້ຂ້າຢູ່ໃນໂລກອິສະລາມ ແລະ ການບັນຍາຍຢູ່ມະຫາວິທະຍາໄລຢູ່ທີ່ນັ້ນ, ມັນເປັນທີ່ຊັດເຈນສໍາລັບຜູ້ຂ້າວ່າຄົນຢູ່ທີ່ນັ້ນກະຫາຍຄວາມຮູ້ກ່ຽວກັບໂລກ. ມັນເປັນສິ່ງສຳຄັນທີ່ສຸດສຳລັບຄວາມສາມັກຄີຂອງໂລກທີ່ຈະບໍ່ແບ່ງແຍກພວກເຂົາເຈົ້າ, ແຕ່ເຮັດໃຫ້ຂໍ້ມູນເຂົ້າເຖິງເຂົາເຈົ້າໄດ້ ລວມເຖິງຄຳສອນຂອງທິເບດ, ໂດຍບໍ່ມີການສະແດງວ່າເຮົາພະຍາຍາມຈະປ່ຽນເຂົາເຈົ້າໃຫ້ເປັນຊາວພຸດ.

ບົດສົ່ງທ້າຍ

ເຖິງປີ 2015, ເວັບໄຊທ໌ Berzin Archives ແມ່ນມີຢູ່ 21 ພາສາ ແລະ ໄດ້ຮັບການເຂົ້າເບິ່ງປະມານ 2 ລ້ານເທື່ອຕໍ່ປີ. ນີ້ແມ່ນຜົນມາຈາກການເຮັດວຽກໜັກຂອງພະນັກງານ ແລະ ອາສາສະໝັກກວ່າ 100 ຄົນ. ໃນຊຸມປີມໍ່ໆ ມານີ້, ທ່ານສົມເດັດພຣະດາໄລລາມະໄດ້ກ່າວຢ້ຳເຖິງຄວາມສຳຄັນຂອງພຣະພຸດທະສາສະໜາແຫ່ງສັດຕະວັດທີ 21. ດ້ວຍແຮງບັນດານໃຈອັນນີ້, ຜູ້ຂ້າໄດ້ຕັດສິນໃຈຮັບສະໝັກຄົນຮຸ່ນສະຫະສະວັດຈຳນວນໜຶ່ງທີ່ສາມາດຊ່ວຍຜູ້ຂ້າປັບປຸງເວັບໄຊທ໌ຄືນໃໝ່ເພື່ອໃຫ້ເຂົ້າເຖິງຜູ້ຊົມໃຊ້ທີ່ກວ້າງຂຶ້ນໃນອະນາຄົດ. ສິ່ງນີ້ໄດ້ກໍ່ໃຫ້ເກີດ studybuddhism.com.

ເວັບໄຊທ໌ໃໝ່ມີການອອກແບບທີ່ຕອບສະໜອງທັງໝົດ, ສະນັ້ນ ຈິ່ງສະແດງຂຶ້ນດີໃນໜ້າຄອມ ແລະ ອຸປະກອນມືຖືທັງໝົດ. ອີງຕາມການທົດສອບຂອງຜູ້ໃຊ້ ແລະ ການວິເຄາະ, ເຮົາໄດ້ສ້າງເວັບໄຊທ໌ທີ່ຖືກອອກແບບມາເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ໃຊ້. ເຮົາຍັງໄດ້ຂະຫຍາຍການມີສື່ສັງຄົມອອນລາຍນ໌ຂອງເຮົາຢ່າງຫຼວງຫຼາຍ, ແລະ ເພີ່ມເນື້ອຫາສຽງ ແລະ ພາບທີ່ອຸດົມສົມບູນ. ຈຸດປະສົງແມ່ນເພື່ອສ້າງເປັນສູນກາງສໍາລັບຜູ້ທີ່ມີຄວາມສົນໃຈໃນພຣະພຸດທະສາດສະໜາທິເບດ ໂດຍການສະໜອງຄວາມຮູ້ທີ່ສາມາດເຂົ້າເຖິງໄດ້ງ່າຍ, ເຂົ້າໃຈງ່າຍຕັ້ງແຕ່ລະດັບເລີ່ມຕົ້ນຈົນເຖິງລະດັບສູງ. ພວກເຮົາຢາກສ້າງຊຸມຊົນຂອງຜູ້ໃຊ້ທີ່ສາມາດສຶກສາຮ່ວມກັນ, ແລະ ເປັນເວທີເປີດສໍາລັບການສອນທີ່ດີທີ່ສຸດ.

ນະຈຸດນີ້, ພວກເຮົາກໍາລັງເລີ່ມດ້ວຍພາສາຈໍານວນໜ້ອຍ ແລະ ເນື້ອຫາເກົ່າໃນຈຳນວນຈຳກັດ. ບົດຄວາມໃໝ່ຈໍານວນຫຼາຍໄດ້ຖືກເພີ່ມໃສ່, ໂດຍແນໃສ່ຜູ້ເລີ່ມຕົ້ນ. ເວັບໄຊທ໌ເກົ່າຈະສືບຕໍ່ມີຢູ່ຜ່ານເວັບໄຊທ໌ໃໝ່, ຈົນກວ່າພວກເຮົາຈະໄດ້ໂອນເນື້ອຫາທັງໝົດມາໃສ່ເວັບໃໝ່.

ສະຫຼຸບສັງລວມ

ສະນັ້ນ, ນີ້ແມ່ນເລື່ອງເລັກນ້ອຍຂອງຜູ້ຂ້າ. ຕະຫຼອດໄລຍະນີ້, ຜູ້ຂ້າໄດ້ຮັກສາການປະຕິບັດທັມຢ່າງເຂັ້ມງວດທີ່ສຸດ. ຕົວຢ່າງ, ສ່ວນໃຫຍ່ຂອງຫຼາຍປີນີ້, ຜູ້ຂ້າໄດ້ທຳສະມາທິປະມານສອງຊົ່ວໂມງທຸກມື້. ຜູ້ຂ້າຍັງໄດ້ເຂົ້າວິເວກທຳສະມາທິໄລຍະຍາວຫຼາຍຄັ້ງ. ດຽວນີ້ ຜູ້ຂ້າໄດ້ຫຼຸດເວລາສະມາທິລົງ, ແຕ່ ຜູ້ຂ້າກໍຍັງເຮັດຢ່າງໜ້ອຍ 30 ນາທີໃນແຕ່ລະມື້. ແລະມັນເປັນການເນັ້ນໜັກໃນຄໍາສອນກ່ຽວກັບຄວາມເຫັນໃຈ, ແຮງຈູງໃຈທີ່ເໝາະສົມ, ການເອົາຊະນະຄວາມຫຼົງຕົວເອງ ແລະ ອື່ນໆ, ນັ້ນແມ່ນອັນຕົ້ນຕໍທີ່ຜູ້ຂ້າເນັ້ນໜັກສະເໝີ. ດ້ວຍແຮງບັນດານໃຈຂອງພຣະອາຈານຂອງຜູ້ຂ້າ, ເລີ່ມຈາກພຣະເກເຊະວັງຍັລ ຜູ້ທີ່ນໍາພາຜູ້ຂ້າໄປຫາທ່ານສົມເດັດພຣະດາໄລລາມະ, ແລະ ຈາກນັ້ນໄປຫາພຣະອາຈານຂອງທ່ານສົມເດັດ, ຜູ້ຂ້າໄດ້ນໍາໃຊ້ຊີວິດທີ່ມີຄວາມໝາຍທີ່ຜູ້ຂ້າຫວັງວ່າຈະເປັນປະໂຫຍດຕໍ່ຜູ້ອື່ນ, ໂດຍການເອົາການປະຕິບັດທັມ ແລະ ພຣະພຸດທະສາດຮ່ວມໃສ່ກັນ, ທັງດ້ານປະສົບການ ແລະ ອັດຕະວິໄສຂອງພຣະພຸດທະສາສະໜາ. ບາງເທື່ອເລື່ອງລາວຂອງຜູ້ຂ້າຈະສາມາດດົນໃຈບາງຄົນໃຫ້ເຮັດເຊັ່ນດຽວກັນ.

Top