ມີສອງສາຍສຳລັບວິທີສ້າງພຣະໂພທິຈິດ: ຈິດໃຈອຸທິດຕົນໃຫ້ຜູ້ອື່ນຢ່າງເຕັມທີ່ ແລະ ບັນລຸການຕັດສະຮູ້ເພື່ອປະໂຫຍດຕໍ່ຜູ້ອື່ນເທົ່າທີ່ຈະເປັນໄປໄດ້ - ສາຍເຫດ ແລະ ຜົນ ເຈັດສ່ວນ ແລະ ສາຍຂອງການເຮັດໃຫ້ທຽບເທົ່າ ແລະ ແລກປ່ຽນທັດສະນະຄະຕິຂອງເຮົາຕໍ່ຕົນເອງ ແລະ ຜູ້ອື່ນ. ແຕ່ລະສາຍມີວິທີການທີ່ແຕກຕ່າງ ຫຼື ສະເພາະຕົວຂອງການສ້າງຄວາມມີໃຈເປັນກາງກ່ອນເພື່ອເປັນການເລີ່ມຕົ້ນ. ເຖິງວ່າແຕ່ລະວິທີການຈະມີຊື່ອັນດຽວກັນ, ຄື ຄວາມມີໃຈເປັນກາງ, ປະເພດຂອງຄວາມມີໃຈເປັນກາງທີ່ສ້າງຂຶ້ນນັ້ນຕ່າງກັນ.
- ຄວາມມີໃຈເປັນກາງທີ່ເກີດຂຶ້ນກ່ອນການຮັບຮູ້ວ່າທຸກຄົນເຄີຍເປັນແມ່ຂອງເຮົາໃນການທຳສະມາທິເຈັດພາກຂອງເຫດ ແລະ ຜົນນັ້ນປະກອບດ້ວຍການນຶກພາບມິດ, ສັດຕູ, ຄົນແປກໜ້າ ແລະ ເປັນຄວາມມີໃຈເປັນກາງທີ່ເຮົາຈະຢຸດຮູ້ສຶກເຖິງຄວາມຍຶດຕິດ ແລະ ຄວາມລັງກຽດ. ອັນທີ່ຈິງ, ອີກຊື່ໜຶ່ງຂອງມັນແມ່ນ "ພຽງແຕ່ຄວາມມີໃຈເປັນກາງທີ່ເຮົາເຊົາຍຶດຕິດ ແລະ ລັງກຽດມິດ, ສັດຕູ, ແລະ ຄົນແປກໜ້າ." ຄໍາວ່າ ພຽງແຕ່ ໃນທີ່ນີ້ໝາຍຄວາມວ່າວິທີການທີສອງນັ້ນມີຢູ່ ເຊິ່ງຊີ້ບອກວ່າຍັງມີບາງຢ່າງເພີ່ມເຕີມ.
ອີກຊື່ໜຶ່ງຂອງຄວາມມີໃຈເປັນກາງປະເພດທຳອິດນີ້ແມ່ນ “ພຽງແຕ່ຄວາມມີໃຈເປັນກາງທີ່ເປັນທາງແຫ່ງການສ້າງຄວາມມີໃຈເປັນກາງຮ່ວມກັນກັບສາວົກ ແລະ ປັດເຈກະພຸດທະເຈົ້າ.” ສາວົກ (ຜູ້ຟັງ) ແລະ ປັດເຈກະພຸດທະເຈົ້າ (ຜູ້ພັດທະນາຕົນເອງ) ແມ່ນສອງປະເພດຂອງຜູ້ປັຕິບັດຫີນະຍານ (ຍານທີ່ຖ່ອມຕົວ) ຂອງຄໍາສອນຂອງພຣະພຸດທະເຈົ້າ. ໃນທີ່ນີ້, ພຽງແຕ່ ໝາຍຄວາມວ່າ ດ້ວຍຄວາມມີໃຈເປັນກາງປະເພດນີ້, ເຮົາບໍ່ມີ ແລະ ບໍ່ກ່ຽວຂ້ອງກັບຫົວໃຈທີ່ອຸທິດຕົນຂອງພຣະໂພທິຈິດ. - ຄວາມມີໃຈເປັນກາງທີ່ເຮົາສ້າງເປັນເບື້ອງຕົ້ນເພື່ອເຮັດໃຫ້ທຽບເທົ່າ ແລະ ແລກປ່ຽນທັດສະນະ ຄະຕິຂອງເຮົາຕໍ່ຕົນເອງ ແລະ ຜູ້ອື່ນນັ້ນບໍ່ແມ່ນພຽງແຕ່ປະເພດຂອງຄວາມມີໃຈເປັນກາງຂ້າງເທິງເທົ່ານັ້ນ. ມັນເປັນຄວາມມີໃຈເປັນກາງທີ່ເຮົາບໍ່ມີຄວາມຮູ້ສຶກໃກ້ ຫຼື ໄກໃນຄວາມຄິດ ຫຼື ການກະທໍາທີ່ເປັນສ່ວນໜຶ່ງຂອງການທີ່ເຮົາຈະເປັນປະໂຫຍດ ແລະ ຊ່ວຍເຫຼືອສິ່ງຈຳກັດທີ່ມີຊີວິດທັງໝົດ ແລະ ຊ່ວຍກໍາຈັດບັນຫາຂອງເຂົາເຈົ້າ. ນີ້ແມ່ນວິທີການສ້າງຄວາມມີໃຈເປັນກາງທີ່ແຕກຕ່າງ, ວິທີທີ່ບໍ່ພົບເລື້ອຍຄື ມະຫາຍານ (ຍານໃຫຍ່ຫຼວງ).
ພຽງແຕ່ຄວາມມີໃຈເປັນກາງ
ຖ້າເຮົາຖາມວ່າ ແມ່ນຫຍັງຄືວິທີການສ້າງຄວາມມີໃຈເປັນກາງທີ່ມາກ່ອນຈະຮັບຮູ້ທຸກຄົນວ່າເຄີຍເປັນແມ່ຂອງເຮົາດ້ວຍເຫດ ແລະ ຜົນເຈັດພາກນັ້ນ ມັນປະກອບດ້ວຍຂັ້ນຕອນຕໍ່ໄປນີ້.
ການນຶກພາບສາມຄົນ
ກ່ອນອື່ນ, ເຮົານຶກພາບເຫັນຄົນສາມຄົນ: ຄົນທີ່ໃຈບໍ່ດີ ແລະ ບໍ່ເປັນມິດ ທີ່ເຮົາບໍ່ມັກ ຫຼື ທີ່ເຮົາຖືວ່າເປັນສັດຕູຂອງເຮົາ, ຄົນທີ່ຮັກແພງຫຼາຍ ຫຼື ເພື່ອນທີ່ຮັກແພງ, ແລະ ຄົນແປກໜ້າ ຫຼື ຄົນທີ່ເຮົາບໍ່ມີຄວາມຮູ້ສຶກເຫຼົ່ານີ້ນຳ. ເຮົານຶກພາບເຂົາເຈົ້າທັງສາມຄົນນຳກັນ.
ທັດສະນະຄະຕິປະເພດໃດທີ່ເກີດຂຶ້ນໂດຍປົກກະຕິເມື່ອເຮົາສຸມໃສ່ແຕ່ລະຄົນເທື່ອລະຄົນ? ຄວາມຮູ້ສຶກບໍ່ພໍໃຈ, ຄວາມບໍ່ສະບາຍໃຈ, ແລະ ຄວາມຄຽດແຄ້ນເກີດຂຶ້ນກັບຄົນທີ່ເຮົາບໍ່ມັກ. ຄວາມຮູ້ສຶກດຶງດູດ ແລະ ຕິດໃຈເກີດຂຶ້ນຕໍ່ເພື່ອນທີ່ຮັກແພງ. ຄວາມຮູ້ສຶກບໍ່ສົນໃຈ, ບໍ່ປາຖະໜາທີ່ຈະຊ່ວຍ ຫຼື ເຮັດອັນຕະລາຍ, ເກີດຂຶ້ນກັບຜູ້ທີ່ບໍ່ແມ່ນທັງມິດ ແລະ ສັດຕູ, ເພາະເຮົາເຫັນຄົນແປກໜ້ານັ້ນທັງບໍ່ໜ້າສົນໃຈ ຫຼື ໜ້າລັງກຽດ.
ການຢຸດຄວາມລັງກຽດຄົນທີ່ເຮົາບໍ່ມັກ
ເພື່ອຄວາມງ່າຍໃນການສົນທະນາ, ໃຫ້ສົມມຸດວ່າຄົນທັງສາມທີ່ເຮົານຶກພາບເຫັນນັ້ນເປັນຜູ້ຍິງ. ທຳອິດ, ເຮົາມາເບິ່ງຄົນທີ່ເຮົາບໍ່ມັກກ່ອນ, ຜູ້ທີ່ເຮົາອາດຖືວ່າເປັນສັດຕູຊ້ຳ.
- ເຮົາປ່ອຍໃຫ້ຄວາມຮູ້ສຶກຂອງການເຫັນວ່າລາວເປັນຄົນທີ່ບໍ່ເປັນຕາຮັກ ແລະ ໜ້າກຽດຊັງເກີດຂຶ້ນ. ເມື່ອມັນເກີດຂຶ້ນຢ່າງຈະແຈ້ງ,
- ເຮົາສັງເກດເຫັນວ່າມີຄວາມຮູ້ສຶກຕື່ມອີກ, ຄືມັນຄົງຈະເປັນການດີຖ້າມີບາງຢ່າງທີ່ບໍ່ດີເກີດຂຶ້ນກັບນາງ, ຫຼື ຖ້ານາງປະສົບກັບບາງຢ່າງທີ່ບໍ່ຢາກໃຫ້ເກີດຂຶ້ນ.
- ຈາກນັ້ນ, ເຮົາວິເຄາະເບິ່ງເຫດຜົນທີ່ຄວາມຮູ້ສຶກ ແລະ ຄວາມປາຖະໜາຮ້າຍເຫຼົ່ານີ້ເກີດຂຶ້ນ. ຕາມທຳມະດາ ເຮົາຈະພົບວ່າມັນເປັນຍ້ອນນາງທຳຮ້າຍເຮົາ, ເຮັດອັນຕະລາຍຕໍ່ເຮົາ, ຫຼື ເວົ້າອັນບໍ່ດີຕໍ່ເຮົາ ຫຼື ຕໍ່ມິດຂອງເຮົາ. ນັ້ນແມ່ນເຫດຜົນທີ່ເຮົາຢາກໃຫ້ບາງຢ່າງທີ່ບໍ່ດີເກີດຂຶ້ນກັບນາງ ຫຼື ໃຫ້ລາວບໍ່ໄດ້ຮັບສິ່ງທີ່ຕ້ອງການ.
- ບາດນີ້, ເຮົາມາຄິດເບິ່ງກ່ຽວກັບເຫດຜົນທີ່ຢາກໃຫ້ມີບາງຢ່າງທີ່ບໍ່ດີເກີດຂຶ້ນກັບຜູ້ຍິງຄົນນີ້ທີ່ເຮົາບໍ່ມັກຫຼາຍເບິ່ງ ແລະ ເຮົາລອງວິເຄາະເບິ່ງວ່າມັນເປັນເຫດຜົນທີ່ດີແທ້ບໍ. ເຮົາພິຈາລະນາດັ່ງຕໍ່ໄປນີ້:
- ໃນຊາດກ່ອນ, ຄົນທີ່ເອີ້ນວ່າສັດຕູນີ້ເຄີຍເປັນແມ່ ແລະ ພໍ່ຂອງເຮົາຫຼາຍຄັ້ງ, ແລະ ເຄີຍເປັນຍາດພີ່ນ້ອງ ແລະ ມິດຂອງເຮົານຳ. ນາງໄດ້ເຄີຍຊ່ວຍເຮົາຫຼາຍ, ນັບຄັ້ງບໍ່ຖ້ວນ.
- ໃນຊາດນີ້, ມັນບໍ່ແນ່ວ່າຈະເກີດຫຍັງຂຶ້ນ. ນາງອາດກາຍເປັນຜູ້ຊ່ວຍເຫຼືອທີ່ຍິ່ງໃຫຍ່ ແລະ ເປັນມິດທີ່ດີຕໍ່ເວລາຕໍ່ມາໃນຊາດນີ້. ສິ່ງດັ່ງກ່າວເປັນໄປໄດ້ຫຼາຍ.
- ແນວໃດກໍຕາມ, ນາງ ແລະ ເຮົາຈະມີຊີວິດອີກຫຼາຍຊາດນັບບໍ່ຖ້ວນ ແລະ ມັນແນ່ນອນວ່ານາງຈະເປັນແມ່ ຫຼື ພໍ່ຂອງເຮົາໃນບາງເວລາ. ຍ້ອນແນວນັ້ນ, ນາງຈະຊ່ວຍເຮົາຢ່າງຫຼວງຫຼາຍ, ແລະ ເຮົາຈະຕ້ອງວາງຄວາມຫວັງທັງໝົດຂອງເຮົາໄວ້ກັບນາງ. ສະນັ້ນ, ໃນອາດີດ, ປະຈຸບັນ, ແລະ ອະນາຄົດ, ເນື່ອງຈາກວ່ານາງເຄີຍ, ກຳລັງ, ແລະ ຈະ ຊ່ວຍເຮົາໃນທາງທີ່ນັບບໍ່ຖ້ວນ, ໃນທີ່ສຸດແລ້ວນາງກໍເປັນມິດທີ່ດີ. ສິ່ງນີ້ໄດ້ຖືກ ຕັດສິນແລ້ວແນ່ນອນ. ດ້ວຍເຫດນັ້ນ ຖ້າ, ດ້ວຍເຫດຜົນເລັກນ້ອຍ ເຊັ່ນວ່າ ນາງເຮັດໃຫ້ເຮົາເຈັບປວດເລັກໜ້ອຍໃນຊາດນີ້, ເຮົາຖືວ່ານາງເປັນສັດຕູ ແລະ ປາຖະໜາໃຫ້ນາງເຈັບເປັນ, ມັນຈະບໍ່ດີເລີຍ.
- ເຮົາລອງຄິດເຖິງບາງຕົວຢ່າງເບິ່ງ. ຕົວຢ່າງ, ສົມມຸດມີນາຍທະນາຄານ ຫຼື ຄົນຮັ່ງບາງຄົນທີ່ມີອໍານາດທີ່ຈະເອົາເງິນໃຫ້ເຮົາຫຼາຍໆ ແລະ ຕ້ອງການ ແລະ ຕັ້ງໃຈຈະເຮັດແນວນັ້ນແທ້, ແລະ ເຄີຍເຮັດແລ້ວໜ້ອຍໜຶ່ງໃນອະດີດ, ຈະເສຍອາລົມ ແລະ ໂມໂຫຂຶ້ນມາໃນມື້ໜຶ່ງ ແລະ ຕົບໜ້າເຮົາ. ຖ້າເຮົາຈະໃຈຮ້າຍ ແລະ ຍຶດຕິດກັບຄວາມໂກດເຄືອງຂອງເຮົາ, ມັນອາດເຮັດໃຫ້ລາວເສຍຄວາມຕັ້ງໃຈທີ່ຈະໃຫ້ເງິນອີກ. ມັນອາດເປັນຄວາມສ່ຽງເຮັດໃຫ້ລາວປ່ຽນໃຈ ແລະ ຕັດສິນໃຈເອົາເງິນໃຫ້ຄົນອື່ນຊ້ຳ. ໃນທາງກົງກັນຂ້າມ, ຖ້າເຮົາຮັບການຕົບໜ້ານັ້ນໄວ້, ກົ້ມໜ້າລົງ, ແລະ ປິດປາກໃຫ້ມິດ, ລາວອາດຍິ່ງພໍໃຈກັບເຮົາຫຼາຍຂຶ້ນໃນພາຍຫຼັງວ່າເຮົາບໍ່ໄດ້ໃຈຮ້າຍ. ບາງທີ, ລາວອາດຢາກໃຫ້ເຮົາຫຼາຍກວ່າທີ່ລາວຕັ້ງໃຈໄວ້ໃນເບື້ອງຕົ້ນຊ້ຳ. ແຕ່, ຖ້າເຮົາຄຽດ ແລະ ສ້າງສະຖານະການຂຶ້ນ, ມັນອາດເປັນຄືກັບທີ່ຊາວທິເບດເວົ້າວ່າ: "ໂຕມີອາຫານຢູ່ໃນປາກ ແຕ່ລີ້ນໂຕພັດເຂ່ຍມັນອອກ."
- ສະນັ້ນ, ເຮົາຕ້ອງພິຈາລະນາໄລຍະຍາວກັບຄົນນີ້ທີ່ເຮົາບໍ່ມັກ, ແລະ ເຊັ່ນດຽວກັນຕໍ່ກັບສິ່ງຂີດຈຳກັດທີ່ມີຊີວິດທຸກຕົນ. ການຊ່ວຍເຫຼືອຂອງເຂົາເຈົ້າຕໍ່ເຮົາໃນໄລຍະຍາວແມ່ນແນ່ນອນ 100%. ສະນັ້ນ, ມັນບໍ່ເໝາະສົມເລີຍທີ່ເຮົາຈະຍຶດຕິດກັບຄວາມໂກດເຄືອງຂອງເຮົາຕໍ່ຄວາມເສຍຫາຍເລັກໜ້ອຍທີ່ຜູ້ໃດຜູ້ໜຶ່ງອາດເຮັດ.
- ຕໍ່ໄປ, ເຮົາພິຈາລະນາເບິ່ງວ່າແມງງອດ, ສັດປ່າ, ຫຼື ຜີ, ທີ່ພຽງແຕ່ຖືກກະຕຸ້ນໜ້ອຍດຽວກໍຈະໂຈມຕີຄືນທັນທີ. ຈາກນັ້ນ, ລອງພິຈາລະນາຕົນເອງ, ເຮົາຈະເຫັນວ່າການກະທຳຄືກັບສິ່ງມີຊີວິດເຫຼົ່ານີ້ ນັ້ນບໍ່ເໝາະສົມເລີຍ. ດ້ວຍວິທີນີ້, ເຮົາຈະກຳຈັດຄວາມເປັນອັນຕະລາຍຂອງຄວາມໂມໂຫຂອງເຮົາ. ເຮົາຕ້ອງຄິດວ່າ ບໍ່ວ່າຄົນນີ້ຈະເຮັດອັນຕະລາຍຫຍັງກັບເຮົາ, ເຮົາກໍຈະບໍ່ເສຍອາລົມ ແລະ ໃຈຮ້າຍ, ບໍ່ດັ່ງນັ້ນ ເຮົາກໍບໍ່ໄດ້ດີໄປກວ່າສັດປ່າ ຫຼື ແມງງອດ.
- ສະຫຼຸບລວມແລ້ວ, ເຮົາວາງທັງໝົດນີ້ລົງເປັນຮູບແບບຂອງການອ້າງເຫດຜົນໃນຕັກກະສາດປະກອບ. ເຮົາຈະຢຸດໂມໂຫຜູ້ອື່ນດ້ວຍເຫດຜົນທີ່ເຂົາເຈົ້າເຮັດໃຫ້ເຮົາເສຍຫາຍ, ເພາະວ່າ:
- ໃນຊາດກ່ອນ, ເຂົາເຈົ້າເຄີຍເປັນພໍ່ແມ່ຂອງເຮົາ.
- ຕໍ່ໄປໃນຊາດນີ້, ບໍ່ມີຄວາມແນ່ນອນວ່າເຂົາເຈົ້າຈະບໍ່ກາຍເປັນມິດທີ່ຮັກທີ່ສຸດຂອງເຮົາ.
- ໃນອະນາຄົດ, ໃນຈຸດໃດໜຶ່ງເຂົາເຈົ້າຈະເກີດໃໝ່ເປັນພໍ່ແມ່ຂອງເຮົາ ແລະ ຊ່ວຍເຫຼືອເຮົາຢ່າງຫຼວງຫຼາຍອີກ, ສະນັ້ນ ເຂົາເຈົ້າຊ່ວຍເຫຼືອເຮົາໄດ້ໃນສາມເວລາ.
- ຖ້າເຮົາໃຈຮ້າຍກັບ, ເຮົາກໍບໍ່ດີໄປກວ່າສັດປ່າ. ສະນັ້ນ, ເຮົາຈະເຊົາໂມໂຫຕໍ່ໄພເລັກນ້ອຍທີ່ເຂົາເຈົ້າອາດເຮັດກັບເຮົາໃນຊາດນີ້.
ການເຊົາຍຶດຕິດກັບຄົນທີ່ເຮົາມັກ
- ເຮົາສຸມໃສ່ມິດ ຫຼື ຄົນຮັກຂອງເຮົາໃນກຸ່ມຂອງສັດຕູ, ມິດ, ແລະ ຄົນແປກໜ້າທີ່ເຮົາໄດ້ນຶກພາບໃນເບື້ອງຕົ້ນ.
- ເຮົາປ່ອຍໃຫ້ຄວາມຮູ້ສຶກຂອງຄວາມດຶງດູດ ແລະ ຄວາມຍຶດຕິດຂອງເຮົາເກີດຂຶ້ນກັບນາງ.
- ປ່ອຍໃຫ້ຕົວເຮົາຮູ້ສຶກຍິ່ງຂຶ້ນວ່າເຮົາຢາກຢູ່ກັບຄົນຜູ້ນີ້ຫຼາຍປານໃດ, ແລ້ວເຮົາ
- ກວດເບິ່ງເຫດຜົນທີ່ເຮົາມີຄວາມຫຼົງໄຫຼ ແລະ ຍຶດຕິດດັ່ງກ່າວ. ມັນເປັນຍ້ອນວ່ານາງໄດ້ໃຫ້ການຊ່ວຍເຫຼືອເລັກໜ້ອຍກັບເຮົາໃນຊາດນີ້, ເຮັດສິ່ງດີໆ ໃຫ້ເຮົາ, ເຮັດໃຫ້ເຮົາຮູ້ສຶກດີ, ຫຼື ບາງຢ່າງແບບນັ້ນ, ແລະ ສະນັ້ນ ເຮົາຈິ່ງຮູ້ສຶກດຶງດູດຕໍ່ນາງ ແລະ ຍຶດຕິດກັບນາງ.
- ສໍາລັບການມີຄວາມຮູ້ສຶກດັ່ງກ່າວບໍ່. ນີ້ກໍບໍ່ແມ່ນເຫດຜົນທີ່ດີ, ເພາະ:
- ແນ່ນອນວ່າໃນຊາດກ່ອນ, ນາງເຄີຍເປັນສັດຕູຂອງເຮົາ, ເຮັດໃຫ້ເຮົາເຈັບປວດ, ແລະ ແມ່ນແຕ່ກິນເນື້ອໜັງ ແລະ ດື່ມເລືອດຂອງເຮົາ.
- ຕໍ່ໄປໃນຊາດນີ້, ບໍ່ມີຄວາມແນ່ນອນວ່ານາງຈະບໍ່ກາຍເປັນສັດຕູທີ່ຮ້າຍກາດທີ່ສຸດຂອງເຮົາ.
- ໃນຊາດໜ້າ, ມັນໄດ້ຖືກຕັດສິນແລ້ວວ່ານາງຈະເຮັດໃຫ້ເຮົາເຈັບປວດ ຫຼື ຈະເຮັດບາງຢ່າງທີ່ໜ້າກຽດຊັງກັບເຮົາໃນເວລາໃດໜຶ່ງແນ່ນອນ.
- ຖ້າວ່າ, ດ້ວຍເຫດຜົນເລັກນ້ອຍທີ່ນາງເຮັດບາງຢ່າງດີໆ, ແຕ່ບໍ່ສຳຄັນ, ສໍາລັບເຮົາໃນຊາດນີ້, ແລ້ວເຮົາໄປຫຼົງໄຫຼ ແລະ ຍຶດຕິດກັບລາວ, ແລ້ວເຮົາກໍບໍ່ໄດ້ດີໄປກວ່າຜູ້ຊາຍທີ່ຖືກລໍ້ລວງດ້ວຍບົດເພງຂອງນາງໄຊເຣນ (siren) ທີ່ກິນຄົນ. ນາງໄຊເຣນເຫຼົ່ານີ້ປາກົດກາຍໃນຮູບລັກທີ່ສວຍງາມ, ລໍ້ລວງຜູ້ຊາຍດ້ວຍວິທີການຂອງເຂົາເຈົ້າ, ແລ້ວຈາກນັ້ນກໍກືນກິນເຂົາເຈົ້າ.
- ດ້ວຍວິທີນີ້, ເຮົາຕັດສິນໃຈວ່າ ຈະບໍ່ຍຶດຕິດກັບໃຜດ້ວຍສິ່ງດີໆ ເລັກນ້ອຍໆ ທີ່ລາວເຮັດເພື່ອເຮົາໃນຊາດນີ້.
ການເຊົາໄຮ້ຄວາມຮູ້ສຶກກັບຄົນທີ່ເຮົາບໍ່ຮູ້ສຶກນຳ
ອັນທີສາມ, ເຮົາປະຕິບັດຕາມຂັ້ນຕອນດຽວກັນກັບຜູ້ທີ່ຢູ່ລະຫວ່າງກາງ: ຄົນແປກໜ້າທີ່ບໍ່ແມ່ນມິດ ຫຼື ສັດຕູ.
- ເຮົາສຸມໃສ່ບຸກຄົນດັ່ງກ່າວຈາກການນຶກພາບຂອງເຮົາ,
- ປ່ອຍໃຫ້ຕົນເອງບໍ່ຮູ້ສຶກຫຍັງ, ບໍ່ປາຖະໜາທຳຮ້າຍ ຫຼື ຊ່ວຍ, ບໍ່ຢາກກຳຈັດ ຫຼື ຢາກຢູ່ກັບຄົນຜູ້ນີ້,
- ແລະຮູ້ສຶກຕື່ມອີກເຖິງຄວາມຕັ້ງໃຈທີ່ຈະລະເລີຍນາງ.
- ເຮົາກວດເບິ່ງເຫດຜົນຂອງເຮົາສໍາລັບຄວາມຮູ້ສຶກແບບນີ້. ເປັນຍ້ອນວ່ານາງບໍ່ໄດ້ເຮັດອັນໃດເພື່ອຊ່ວຍ ຫຼື ທຳຮ້າຍເຮົາ, ແລະ ເຮົາຈິ່ງບໍ່ມີຄວາມສຳພັນກັບນາງ.
- ເມື່ອເຮົາກວດເບິ່ງຕື່ມອີກວ່ານີ້ແມ່ນເຫດຜົນທີ່ຖືກຕ້ອງບໍທີ່ຈະຮູ້ສຶກແບບນີ້, ເຮົາຈະເຫັນວ່າໃນທີ່ສຸດນາງບໍ່ແມ່ນຄົນແປກໜ້າ, ເພາະໃນຊາດກ່ອນນັບບໍ່ຖ້ວນ, ຕໍ່ມາໃນຊາດນີ້, ແລະ ໃນຊາດໜ້າ ນາງຈະໃກ້ຊິດ, ນາງຈະເປັນມິດ, ແລະ ອື່ນໆ.
ດ້ວຍວິທີນີ້, ເຮົາຈະສາມາດຢຸດທຸກຄວາມຮູ້ສຶກຂອງຄວາມໃຈຮ້າຍ, ຄວາມຍຶດຕິດ, ຫຼື ຄວາມໄຮ້ຄວາມຮູ້ສຶກຕໍ່ສັດຕູ, ໝູ່ເພື່ອນ, ແລະ ຄົນແປກໜ້າ. ນີ້ເປັນວິທີທີ່ຈະພັດທະນາຄວາມພຽງແຕ່ຄວາມມີໃຈເປັນກາງທີ່ເປັນຮ່ວມກັນກັບສາວົກ ແລະ ປັດເຈກະພຸດທະເຈົ້າ ແລະ ພັດທະນາເປັນຂັ້ນຕົ້ນເພື່ອຮັບຮູ້ທຸກຄົນວ່າເຄີຍເປັນແມ່ຂອງເຮົາດ້ວຍເຫດ ແລະ ຜົນ ເຈັດ ປະການເພື່ອພັດທະນາຈິດໃຈໂພທິຈິດທີ່ອຸທິດຕົນ.
ຄວາມມີໃຈເປັນກາງຂອງມະຫາຍານທີ່ບໍ່ຄ່ອຍພົບ ເປັນພື້ນຖານໃຫ້ການເຮັດໃຫ້ທຽບເທົ່າ ແລະ ແລກປ່ຽນທັດສະນະຄະຕິຂອງເຮົາ
ວິທີການສ້າງຄວາມມີໃຈເປັນກາງແບບມະຫາຍານທີ່ບໍ່ຄ່ອຍພົບ ເປັນພື້ນຖານເພື່ອການເຮັດໃຫ້ທຽບເທົ່າ ແລະ ແລກປ່ຽນທັດສະນະຄະຕິຂອງເຮົາກ່ຽວກັບຕົນເອງ ແລະ ຜູ້ອື່ນນັ້ນແບ່ງອອກເປັນ:
- ວິທີສ້າງຄວາມມີໃຈເປັນກາງທີ່ຂຶ້ນກັບມຸມມອງສໍາພັນ
- ວິທີສ້າງຄວາມມີໃຈເປັນກາງທີ່ຂຶ້ນກັບມຸມມອງອັນເລິກເຊິ່ງທີ່ສຸດ.
ວິທີການທີ່ຂຶ້ນກັບມຸມມອງສໍາພັນແບ່ງອອກເປັນ:
- ວິທີສ້າງຄວາມມີໃຈເປັນກາງທີ່ຂຶ້ນກັບມຸມມອງຂອງເຮົາເອງ
- ວິທີສ້າງຄວາມມີໃຈເປັນກາງທີ່ຂຶ້ນກັບມຸມມອງຂອງຜູ້ອື່ນ.
ວິທີສ້າງຄວາມມີໃຈເປັນກາງທີ່ຂຶ້ນກັບມຸມມອງຂອງເຮົາເອງ
ສິ່ງນີ້ປະກອບມີສາມຈຸດ:
- ເພາະສິ່ງຈຳກັດທີ່ມີຊີວິດທັງໝົດເຄີຍເປັນພໍ່ແມ່, ພີ່ນ້ອງ, ແລະ ໝູ່ເພື່ອນຂອງເຮົາໃນຊາດກ່ອນນັບບໍ່ຖ້ວນ, ມັນຈິ່ງບໍ່ເໝາະສົມທີ່ຈະເລືອກຄິດວ່າບາງຄົນໃກ້ຊິດ ແລະ ອີກບາງຄົນໄກຫ່າງ, ວ່າຄົນນີ້ເປັນມິດ ແລະ ຄົນນັ້ນເປັນສັດຕູ, ຕ້ອນຮັບບາງຄົນ ແລະ ປະຕິເສດອີກບາງຄົນ. ເຮົາຕ້ອງຄິດວ່າ, ໃນທີ່ສຸດແລ້ວ, ເຖິງເຮົາຈະບໍ່ໄດ້ເຫັນແມ່ຂອງເຮົາເປັນເວລາສິບນາທີ, ສິບປີ, ຫຼື ສິບຊາດ, ເພິ່ນກໍຍັງເປັນແມ່ຂອງເຮົາ.
- ແຕ່, ມັນເປັນໄປໄດ້ວ່າເຊັ່ນດຽວກັບສິ່ງທີ່ມີຊີວິດເຫຼົ່ານີ້ໄດ້ເຄີຍຊ່ວຍເຮົາ, ບາງຄັ້ງເຂົາເຈົ້າອາດເຄີຍທຳຮ້າຍເຮົາ. ແຕ່, ເມື່ອປຽບທຽບກັບຈໍານວນຄັ້ງທີ່ເຂົາເຈົ້າໄດ້ເຄີຍຊ່ວຍເຮົາ ແລະ ປະລິມານທີ່ດ້ຊ່ວຍເຮົາ, ການທຳຮ້າຍທີ່ເຂົາເຈົ້າໄດ້ເຮັດນັ້ນກໍເປັນເລື່ອງເລັກນ້ອຍ. ສະນັ້ນ, ມັນຈິ່ງບໍ່ເໝາະສົມທີ່ຈະເລືອກຕ້ອນຮັບຄົນໜຶ່ງຄືໃກ້ຊິດ ແລະ ປະຕິເສດອີກຄົນຄືຫ່າງໄກ.
- ເຮົາຈະຕາຍຢ່າງແນ່ນອນ, ແຕ່ເວລາຕາຍຂອງເຮົານັ້ນບໍ່ແນ່ນອນ. ຕົວຢ່າງ, ສົມມຸດວ່າເຮົາຖືກຕັດສິນລົງໂທດປະຫານຊີວິດໃນມື້ອື່ນ. ມັນຄົງຈະເປັນເລື່ອງໂງ່ທີ່ຈະໃຊ້ວັນສຸດທ້າຍຂອງເຮົາໄປກັບການໃຈຮ້າຍ ແລະ ທຳຮ້າຍຜູ້ອື່ນ. ໂດຍການເລືອກເຮັດສິ່ງທີ່ບໍ່ສໍາຄັນ, ເຮົາຈະພາດໂອກາດທີ່ຈະເຮັດຫຍັງໃນທາງບວກ ແລະ ມີຄວາມໝາຍກັບມື້ສຸດທ້າຍຂອງເຮົາ. ຕົວຢ່າງ: ມີຄັ້ງໜຶ່ງມີເຈົ້າໜ້າທີ່ລະດັບສູງຄົນໜຶ່ງທີ່ຄຽດແຄ້ນຄົນຜູ້ໜຶ່ງ ແລະ ຄິດວ່າຈະລົງໂທດລາວຢ່າງໜັກໃນມື້ຕໍ່ມາ. ລາວໃຊ້ເວລາທັງໝົດໃນມື້ນັ້ນວາງແຜນ ແລະ ເຊົ້າມື້ຕໍ່ມາ, ກ່ອນທີ່ລາວຈະໄດ້ເຮັດຫຍັງ, ລາວເອງພັດຕາຍຢ່າງກະທັນຫັນ. ຄວາມໂກດແຄ້ນຂອງລາວນັ້ນແມ່ນໂງ່ງ່າວທັງນັ້ນ. ຄືກັນກັບຖ້າຄົນໜຶ່ງຈະຖືກໂທດຕາຍໃນມື້ຕໍ່ໄປ. ມັນກໍບໍ່ມີເຫດຜົນທີ່ຈະທຳຮ້າຍລາວໃນມື້ນີ້.
ວິທີການສ້າງຄວາມມີໃຈເປັນກາງທີ່ຂຶ້ນກັບມຸມມອງຂອງຄົນອື່ນ
ສິ່ງນີ້ຍັງແບ່ງອອກເປັນສາມຈຸດ.
- ເຮົາຕ້ອງພິຈາລະນາວ່າ: ສໍາລັບຕົວເຮົາເອງ, ເຮົາບໍ່ຢາກເປັນທຸກ, ແມ່ນແຕ່ໃນຄວາມຝັນຂອງເຮົາ, ແລະ ເຖິງວ່າເຮົາຈະມີຄວາມສຸກຫຼາຍປານໃດ, ເຮົາກໍຮູ້ສຶກວ່າມັນບໍ່ພໍ. ຄົນອື່ນກໍເຊັ່ນດຽວກັນເລີຍ. ສິ່ງຈຳກັດທີ່ມີຊີວິດທັງໝົດ, ນັບແຕ່ແມງໄມ້ໂຕນ້ອຍໆ ຂຶ້ນໄປ, ປາຖະໜາທີ່ຈະເປັນສຸກ ແລະ ບໍ່ຢາກເປັນທຸກ ຫຼື ມີບັນຫາໃດໆ ເລີຍ. ສະນັ້ນ, ຈິ່ງບໍ່ເໝາະສົມທີ່ຈະເລືອກປະຕິເສດບາງຄົນ ແລະ ຕ້ອນຮັບບາງຄົນ.
- ສົມມຸດວ່າຄົນຂໍທານສິບຄົນມາໜ້າປະຕູຂອງຜູ້ຂ້າ. ມັນຈະບໍ່ສົມຄວນ ແລະ ບໍ່ຍຸຕິທຳທີ່ຈະເອົາອາຫານໃຫ້ບາງຄົນ ແລະ ບໍ່ໃຫ້ບາງຄົນ. ເຂົາເຈົ້າທັງໝົດຫິວ ແລະ ຕ້ອງການອາຫານເທົ່າກັນ. ເຊັ່ນດຽວກັນ, ສໍາລັບຄວາມສຸກທີ່ບໍ່ຖືກເຈືອປົນດ້ວຍຄວາມສັບສົນ - ເອີ, ມີໃຜມີແດ່? ແຕ່ ແມ່ນແຕ່ຄວາມສຸກທີ່ຖືກເຈືອປົນດ້ວຍຄວາມສັບສົນ - ສິ່ງຈຳກັດທີ່ມີຊີວິດທັງໝົດກໍບໍ່ມີພໍ. ມັນເປັນສິ່ງທີ່ທຸກຄົນມີຄວາມສົນໃຈທີ່ຈະຄົ້ນຫາ. ສະນັ້ນ, ມັນຈິ່ງບໍ່ເໝາະສົມທີ່ຈະເລືອກປະຕິເສດບາງຄົນຄືຫ່າງໄກ ແລະ ຕ້ອນຮັບບາງຄົນຄືໃກ້ຊິດ.
- ອີກຕົວຢ່າງໜຶ່ງ, ສົມມຸດວ່າມີຄົນເຈັບປ່ວຍສິບຄົນ. ເຂົາເຈົ້າມີຄວາມຂີ້ທຸກ ແລະ ໜ້າເສົ້າເທົ່າກັນໝົດ. ສະນັ້ນ, ຈິ່ງບໍ່ຍຸຕິທຳທີ່ຈະເລືອກປະຕິບັດກັບບາງຄົນ, ປົວແຕ່ເຂົາເຈົ້າ, ແລ້ວລືມຄົນທີ່ເຫຼືອ. ເຊັ່ນດຽວກັນ, ສິ່ງຈຳກັດທີ່ມີຊີວິດທັງໝົດແມ່ນມີຄວາມທຸກເທົ່າກັນດ້ວຍບັນຫາສະເພາະຂອງເຂົາເຈົ້າເອງ ແລະ ກັບບັນຫາທົ່ວໄປຂອງການດຳຣົງຢູ່ທີ່ຊ້ຳໄປຊ້ຳມາຢ່າງຄວບຄຸມບໍ່ໄດ້ ຫຼື ສັງສາຣະວັດ. ດ້ວຍເຫດນັ້ນ, ມັນຈິ່ງບໍ່ຍຸຕິທຳ ແລະ ບໍ່ເໝາະສົມທີ່ຈະເລືອກປະຕິເສດບາງຄົນຄືໄກ ແລະ ຕ້ອນຮັບບາງຄົນຄືໃກ້ຊິດ.
ວິທີສ້າງຄວາມມີໃຈເປັນກາງທີ່ຂຶ້ນກັບມຸມມອງທີ່ເລິກແລບທີ່ສຸດ
ສິ່ງນີ້ກໍປະກອບມີສາມຮອບຂອງຄວາມຄິດຄືກັນ.
- ເຮົາຄິດກ່ຽວກັບວ່າ, ຍ້ອນຄວາມສັບສົນຂອງເຮົາ, ເຮົາໝາຍເອົາຜູ້ທີ່ຊ່ວຍເຮົາ ຫຼື ດີກັບເຮົາວ່າເປັນເພື່ອນແທ້ ແລະ ຜູ້ທີ່ທໍາຮ້າຍເຮົາວ່າເປັນສັດຕູແທ້. ແຕ່, ຖ້າເຂົາເຈົ້າຕັ້ງເປັນແນວນັ້ນດັ່ງທີ່ເຮົາໝາຍໄວ້ໃຫ້ເປັນ, ແລ້ວພຣະຕະຖາຄົດພຸດທະເຈົ້າ ເອງກໍ່ຄົງຈະເຫັນເຂົາເຈົ້າເປັນເຊັ່ນນັ້ນຄືກັນ. ແຕ່, ພຣະອົງບໍ່ເຄີຍເຫັນແນວນັ້ນ. ດັ່ງທີ່ພຣະທັມມະກີຣ໌ຕິ (Dharmakirti) ໄດ້ກ່າວໄວ້ໃນ A Commentary on (Dignaga's "Compendium of) Validly Cognizing Minds" (ໃນພາສາສັນສະກຣິດ ແມ່ນ ປຣະມານະວາຣຕຕິກະ ຫຼື Pramanavarttika) ວ່າ: "ພຣະພຸດທະເຈົ້າປະຕິບັດກັບຄົນທີ່ເອົານນ້ຳຫອມສົງຂ້າງໜຶ່ງຂອງພຣະອົງຄືກັບຄົນທີ່ເອົາມີດປາດອີກຂ້າງໜຶ່ງຂອງພຣະອົງ.”
ເຮົາຍັງສາມາດເຫັນຄວາມບໍ່ລໍາອຽງນີ້ໃນຕົວຢ່າງຂອງວິທີທີ່ພຣະພຸດທະເຈົ້າປະຕິບັດຕໍ່ພີ່ນ້ອງຂອງພຣະອົງ, ພຣະເທວະທັດ (Devadatta), ຜູ້ທີ່ພະຍາຍາມທໍາຮ້າຍພຣະອົງຢູ່ສະເໝີຍ້ອນຄວາມອິດສາ. ສະນັ້ນ, ເຮົາກໍຕ້ອງຫຼີກລ່ຽງການເປັນແບ່ງຝ່າຍ ແລະ ເຂົ້າຂ້າງຄົນຍ້ອນຄວາມຄິດທີ່ສັບສົນວ່າເຂົາເຈົ້າເປັນຄົນທີ່ດຳຣົງຢູ່ແທ້ໃນປະເພດທີ່ເຮົາຄິດໄວ້. ບໍ່ມີໃຜທີ່ກຳຣົງຢູ່ແບບນັ້ນ. ເຮົາຕ້ອງພະຍາຍາມຢຸດເຊົາການຍຶດຖືຂອງເຮົາຕໍ່ກັບການກຳຣົງຢູ່ຕັ້ງໄວ້ຢູ່ຈິງ. ຄວາມຍຶດຖືນີ້ມາຈາກຈິດໃຈທີ່ສັບສົນຂອງເຮົາເຮັດໃຫ້ສິ່ງທີ່ປາກົດຕໍ່ເຮົານັ້ນເປັນໄປໃນທາງທີ່ບໍ່ເປັນຄວາມຈິງ. - ນອກນັ້ນ, ຖ້າສິ່ງຈຳກັດທີ່ມີຊີວິດຖືກຕັ້ງໄວ້ໃຫ້ດຳຣົງຢູ່ໃນປະເພດຂອງມິດ ແລະ ສັດຕູແລ້ວ, ຄືດັ່ງທີ່ເຮົາຍຶດຖືໃຫ້ເຂົາເຈົ້າເປັນ, ເຂົາເຈົ້າຄົງຈະຕ້ອງເປັນແບບນັ້ນສະເໝີໄປ. ຕົວຢ່າງ, ລອງຄິດເບິ່ງໂມງທີ່ເຮົາຮູ້ສຶກວ່າເປັນເວລາທີ່ຖືກສະເໝີ. ຄືດັ່ງທີ່ມັນເປັນໄປໄດ້ທີ່ສະພາບຂອງມັນຈະປ່ຽນແປງໃນບາງຄັ້ງ ແລະ ເຮັດໃຫ້ມັນເດີນຊ້າ, ເຊັ່ນດຽວກັນສະຖານະຂອງຄົນອື່ນກໍບໍ່ຄົງທີ່, ແຕ່ສາມາດປ່ຽນໄດ້ຄືກັນ.
ຖ້າເຮົາຄິດກ່ຽວກັບຄໍາສອນກ່ຽວກັບຄວາມຈິງທີ່ວ່າບໍ່ມີຄວາມແນ່ນອນໃນສະຖານະການທີ່ຊ້ຳໄປຊ້ຳມາຢ່າງຄວບຄຸມບໍ່ໄດ້ຂອງສັງສາຣະວັດ, ມັນຈະຊ່ວຍໄດ້, ຄືດັ່ງຕົວຢ່າງຂອງລູກຊາຍທີ່ກິນພໍ່, ຕີແມ່, ແລະ ອູ້ມໄກວສັດຕູຂອງລາວ. ຕົວຢ່າງນີ້ຢູ່ໃນຄໍາແນະນໍາສໍາລັບການສ້າງແຮງຈູງໃຈລະດັບກາງໃນລຳດັບຂັ້ນຂອງເສັ້ນທາງທີ່ນຳໄປສູ່ການຕັດສະຮູ້ (ລຳ-ຣິມ). ຄັ້ງໜຶ່ງ, ພຣະອາຣິຍະກັດຈາຍະນະ (Arya Katyayana) ຜູ້ມີຄວາມບັນລຸສູງ ໄດ້ມາຮອດເຮືອນທີ່ພໍ່ໄດ້ເກີດເປັນປາຢູ່ໃນໜອງ ແລະ ລູກຊາຍຂອງລາວກຳລັງກິນມັນ. ຈາກນັ້ນ, ລູກຊາຍໄດ້ຕີໝາ, ເຊິ່ງເຄີຍເປັນແມ່ຂອງລາວ, ດ້ວຍກະດູກປາຂອງພໍ່ລາວ ແລະ ໄດ້ອູ້ມໄກວເດັກໃນອ້ອມແຂນຂອງລາວ ເຊິ່ງເຄີຍໄດ້ເປັນສັດຕູຂອງລາວມາກ່ອນ. ພຣະກັຈຈາຍະນະໄດ້ຫົວເຍາະເຍີ້ຍກັບຄວາມໂງ່ງ່າວຂອງການປ່ຽນແປງນັ້ນໃນສະຖານະພາບຂອງສິ່ງມີຊີວິດທີ່ວົນວຽນຢູ່ໃນສັງສາຣະວັດ. ສະນັ້ນ, ເຮົາຕ້ອງຢຸດການຖື ຫຼື ຍຶດຖືຄົນວ່າດຳຣົງຢູ່ໃນໝວດໝູ່ຄົງທີ່ ແລະ ຖາວອນຂອງການເປັນມິດ ຫຼື ສັດຕູ, ແລະ ບົນພື້ນຖານນັ້ນ, ກໍຕ້ອນຮັບຜູ້ໜຶ່ງ ແລະ ປະຕິເສດຜູ້ອື່ນ. - ໃນ ບົດສະຫຼຸບການຝຶກອົບຮົມ A Compendium of Trainings (ສັນສກຣິດ: ສິກຊາສະມຸດຈະຍະ Shikshasamuccaya), ພຣະສານຕິເທວະໄດ້ອະທິບາຍວ່າຕົນ ແລະ ຜູ້ອື່ນຂຶ້ນກັບກັນ ແລະ ກັນ. ຄືດັ່ງຕົວຢ່າງຂອງພູເຂົາທີ່ໄກ ແລະ ໃກ້, ມັນຂຶ້ນກັບ ຫຼື ເປັນຕົວກໍານົດໃຫ້ກັນ ແລະ ກັນ. ເມື່ອເຮົາຢູ່ເທິງພູທີ່ໃກ້, ອີກໜ່ວຍໜຶ່ງເບິ່ງຄືວ່າໄກ ແລະ ໜ່ວຍນີ້ຢູ່ໃກ້. ເມື່ອເຮົາໄປຫາອີກຟາກໜຶ່ງ, ໜ່ວຍນີ້ກາຍເປັນພູທີ່ໄກ ແລະ ບ່ອນນັ້ນຢູ່ໃກ້. ເຊັ່ນດຽວກັນ, ເຮົາບໍ່ໄດ້ຖືກສ້າງຂຶ້ນເປັນ "ຕົນ" ຈາກຝ່າຍຂອງຕົນເອງ, ເພາະເມື່ອເຮົາເບິ່ງຕົນຈາກມຸມມອງຂອງຄົນອື່ນ, ເຮົາຈະກາຍເປັນ "ຄົນອື່ນ." ເຊັ່ນດຽວກັນ, ມິດ ແລະ ສັດຕູ ກໍເປັນພຽງແຕ່ວິທີທີ່ແຕກຕ່າງຂອງການເບິ່ງ ຫຼື ຖືບຸກຄົນນັ້ນໆ. ຄົນຜູ້ໜຶ່ງສາມາດເປັນໄດ້ທັງມິດຂອງຄົນໜຶ່ງ ແລະ ສັດຕູຂອງອີກຄົນໜຶ່ງ. ຄືກັບພູເຂົາທີ່ຢູ່ໃກ້ ແລະ ໄກ, ມັນຕ່າງກໍຂຶ້ນກັບມຸມມອງຂອງເຮົາ.
ການຕັດສິນໃຈຫ້າຂໍ້
ຈາກການຄິດແບບນີ້ກ່ຽວກັບຈຸດທີ່ກ່າວມາຂ້າງເທິງນີ້ ເຮົາຕ້ອງຕັດສິນໃຈຫ້າຢ່າງ.
ຂ້ອຍຈະເຊົາເຂົ້າຝ່າຍ
ບໍ່ວ່າເຮົາຈະເບິ່ງຈາກມຸມມອງສໍາພັນ ຫຼື ເລິກແລບທີ່ສຸດ, ກໍບໍ່ມີເຫດຜົນສໍາລັບການເລືອກຖືເອົາບາງຄົນ ຫຼື ສິ່ງມີຊີວິດ ເປັນຄົນໃກ້ຄຽງ ແລະ ອີກບາງຄົນເປັນຄົນໄກ. ສະນັ້ນ, ເຮົາຕ້ອງຕັດສິນໃຈຢ່າງໜັກແໜ້ນວ່າເຮົາຈະເຊົາເຂົ້າຝ່າຍ. ເຮົາຈະປົດຄວາມຮູ້ສຶກເຂົ້າຝ່າຍອອກຈາກຕົວເຮົາ ອັນທີ່ເຮົາໃຊ້ປະຕິເສດບາງຄົນ ແລະ ຕ້ອນຮັບບາງຄົນ. ເພາະຄວາມເປັນປໍລະປັກ ແລະ ຄວາມຍຶດຕິດເປັນຜົນຮ້າຍຕໍ່ເຮົາທັງໃນຊາດນີ້ ແລະ ຊາດໜ້າ, ທັງຊົ່ວຄາວ ແລະ ໃນທີ່ສຸດ, ທັງໄລຍະສັ້ນ ແລະ ໄລຍະຍາວ, ມັນບໍ່ມີປະໂຫຍດຫຍັງ. ມັນເປັນຮາກເຫງົ້າຂອງຄວາມທຸກຫຼາຍຮ້ອຍຊະນິດ. ມັນເປັນຄືກັບຜູ້ຄຸມທີ່ບັງຄັບເຮົາໃຫ້ວົນວຽນຢູ່ໃນຄຸກຂອງບັນຫາຂອງສັງສາຣະວັດທີ່ຊ້ຳໄປຊ້ຳມາຢ່າງຄວບຄຸມບໍ່ໄດ້.
ລອງຄິດເບິ່ງຕົວຢ່າງຂອງຜູ້ທີ່ບໍ່ຍອມຫຼົບໜີຈາກທິເບດພາຍຫຼັງການລຸກຮືໃນປີ 1959. ຜູ້ທີ່ຍຶດຕິດຢູ່ກັບວັດວາອາຮາມ, ຄວາມຮັ່ງມີ, ຊັບສິນ, ເຮືອນຊານ, ຍາດພີ່ນ້ອງ, ໝູ່ເພື່ອນ, ແລະ ອື່ນໆ, ບໍ່ສາມາດທີ່ຈະປ່ອຍສິ່ງເຫລົ່ານີ້ ຫຼື ພວກເຂົາເຈົ້າໄວ້ຢູ່ເບື້ອງຫຼັງໄດ້. ດັ່ງນັ້ນ, ເລີຍຖືກຈັບກັກຂັງຄຸກ ຫຼື ສູນກັກຂັງເປັນເວລາ 20 ປີ ຫຼື ຫຼາຍກວ່ານັ້ນ, ຍ້ອນຄວາມຍຶດຕິດຂອງເຂົາເຈົ້າ. ຄວາມຮູ້ສຶກເຂົ້າຝ່າຍແບບນີ້ເປັນການຂ້າທີ່ພາເຮົາເຂົ້າໄປໃນໄຟແຫ່ງນະລົກທີ່ບໍ່ມີຄວາມສຸກ. ມັນເປັນຜີສາດທີ່ເປັນພິດຢູ່ໃນຕົວເຮົາທີ່ກີດກັນເຮົາຈາກການຫຼັບໄຫຼໃນຍາມກາງຄືນ. ເຮົາຕ້ອງຖອນຮາກມັນອອກດ້ວຍທຸກວິທີ.
ໃນທາງກົງກັນຂ້າມ, ທັດສະນະຄະຕິສະເໝີພາບຕໍ່ທຸກຄົນ, ທີ່ເຮົາປາຖະໜາໃຫ້ສິ່ງຈຳກັດທີ່ມີຊີວິດທຸກຕົນເປັນສຸກ ແລະ ພົ້ນຈາກບັນຫາ ແລະ ຄວາມທຸກຂອງເຂົາເຈົ້າ, ນັ້ນເປັນສິ່ງສໍາຄັນບໍ່ວ່າຈາກມຸມມອງໃດກໍຕາມ, ທັງຊົ່ວຄາວ ແລະ ໃນທີ່ສຸດ. ມັນເປັນເສັ້ນທາງຫຼັກທີ່ພຣະພຸດທະເຈົ້າ ແລະ ພຣະໂພທິສັດທັງປວງໄດ້ເດີນສູ່ການບັນລຸໄດ້. ມັນເປັນຄວາມເຈຕະນາ ແລະ ຄວາມປາຖະໜາອັນເລິກແລບທີ່ສຸດຂອງພຣະພຸດທະເຈົ້າຂອງທັງສາມເວລາ. ສະນັ້ນ, ເຮົາຕ້ອງຄິດວ່າບໍ່ວ່າອັນຕະລາຍ ຫຼື ການຊ່ວຍເຫຼືອໃດທີ່ສິ່ງຈຳກັດທີ່ມີຊີວິດຕ່າງໆ ໄດ້ເຮັດກັບເຮົາຈາກເບື້ອງຂອງເຂົາເຈົ້າ, ໃນເບື້ອງຂ້ອຍ ຂ້ອຍບໍ່ມີທາງເລືອກ. ຂ້ອຍຈະບໍ່ໂກດແຄ້ນ ຫຼື ຍຶດຕິດ. ຂ້ອຍຈະບໍ່ຖືບາງຄົນເປັນຄົນໄກ ແລະ ບາງຄົນເປັນຄົນໃກ້ຊິດ. ບໍ່ມີທາງ ຫຼື ວິທີການໃດທີ່ຈະຮັບມືກັບສະຖານະການຕ່າງໆ ນອກຈາກນີ້ອີກແລ້ວ. ຂ້ອຍຕັດສິນໃຈແນ່ນອນແລ້ວ. ຂ້ອຍຈະມີທັດສະນະຄະຕິສະເໝີພາບໃນວິທີທີ່ຂ້ອຍຄິດ ແລະ ປະຕິບັດຕໍ່ທຸກຕົນ, ເພາະທຸກຕົນຢາກເປັນສຸກ ແລະ ບໍ່ຢາກມີທຸກ. ນີ້ແມ່ນສິ່ງທີ່ຂ້ອຍຈະພະຍາຍາມໃຫ້ຫຼາຍເທົ່າທີ່ຈະເຮັດໄດ້. ໂອ, ພຣະອາຈານ, ກະລຸນາດົນໃຈຜູ້ຂ້າເຮັດສິ່ງນີ້ໃຫ້ດີທີ່ສຸດເທົ່າທີ່ເປັນໄປໄດ້. ເຫຼົ່ານີ້ແມ່ນຄວາມຄິດທີ່ເຮົາຕ້ອງມີໃນເວລາທີ່ເຮົາເລົ່າໂຄງທຳອິດຂອງຫ້າໂຄງໃນ ຄຸຣຸບູຊາ - ລາມະ ໂຊປະ (Guru Puja - Lama Chopa) ທີ່ກ່ຽວກັບການປະຕິບັດນີ້:
ດົນໃຈເຮົາໃຫ້ເພີ່ມຄວາມປອບໂຍນ ແລະ ຄວາມສຸກຂອງຕົນອື່ນ, ໂດຍການຄິດວ່າຕົນອື່ນ ແລະ ເຮົາບໍ່ມີຫຍັງຕ່າງ: ບໍ່ມີໃຜປາຖະໜາແມ່ນແຕ່ຄວາມທຸກພຽງເລັກໜ້ອຍ, ແລະ ບໍ່ເຄີຍມີໃຜພໍໃຈກັບຄວາມສຸກທີ່ມີ.
ສະນັ້ນ, ດ້ວຍບົດທໍາອິດນີ້, ເຮົາພາວະນາຂໍສ້າງທັດສະນະຄະຕິເທົ່າທຽມຂອງການບໍ່ມີຄວາມຮູ້ສຶກໃກ້ຊິດ ຫຼື ຫ່າງໄກໃນຄວາມຄິດ ຫຼື ການກະທໍາຂອງເຮົາກ່ຽວກັບການນໍາເອົາຄວາມສຸກ ແລະ ການກໍາຈັດຄວາມທຸກໃຫ້ທຸກຕົນເທົ່າກັນ. ທັດສະນະຄະຕິຂອງຄວາມສະເໝີພາບນີ້ເຮັດໃຫ້ຄໍານິຍາມຂອງປະເພດຂອງຄວາມມີໃຈເປັນກາງ ຫຼື ທັດສະນະຄະຕິສະເໝີພາບທີ່ເຮົາຄຳນຶງໃນທີ່ນີ້. ເຮົາຕັດສິນໃຈຢ່າງໜັກແໜ້ນທີ່ຈະສ້າງ ແລະ ບັນລຸທັດສະນະຄະຕິນັ້ນ, ຄືກັນກັບເວລາທີ່ເຮົາເຫັນສິ່ງຂອງງາມໆ ຢູ່ໃນຮ້ານ ແລະ ຕັດສິນໃຈຊື້ມັນ.
ຂ້ອຍຈະປົດປ່ອຍຕົນຈາກການຮັກແພງຕົນເອງ
ຕໍ່ໄປ, ເຮົາຄິດກ່ຽວກັບຄວາມຜິດຂອງການມີທັດສະນະຄະຕິຮັກແພງຕົນເອງ. ຍ້ອນຄວາມເຫັນແກ່ຕົວຂອງທັດສະນະຄະຕິຮັກແພງຕົນເອງ, ເຮົາຈິ່ງກະທຳແບບທຳລາຍ, ປະຕິບັດສິ່ງທຳລາຍສິບປະການ, ແລະ ສຸດທ້າຍ ກໍເຮັດໃຫ້ຕົນເອງກັບຊາດມາເກີດດັ່ງໃນນະລົກ. ຈາກຈຸດນັ້ນ, ຕະຫຼອດຈົນການທີ່ພຣະອໍຣະຫັນ (ຜູ້ພົ້ນທຸກ) ບໍ່ໄດ້ບັນລຸການຕັດສະຮູ້ - ຄວາມເຫັນແກ່ຕົວນັ້ນພາໃຫ້ເສຍຄວາມສະຫງົບສຸກທັງປວງ. ເຖິງວ່າພຣະໂພທິສັດຈະໃກ້ການຕັດສະຮູ້, ບາງອົງກໍໃກ້ກວ່າອົງອື່ນ. ຄວາມແຕກຕ່າງລະຫວ່າງພວກພຣະອົງແມ່ນຢູ່ບ່ອນຄວາມຮັກແພງຕົນເອງທີ່ພຣະອົງຍັງມີຢູ່. ນັບແຕ່ການຂັດແຍ່ງກັນໃນປະເທດໄປຈົນເຖິງຄວາມຂັດແຍ່ງລະຫວ່າງພຣະອາຈານ ແລະ ສານຸສິດ, ພາຍໃນຄອບຄົວ, ຫຼື ໃນບັນດາມິດສະຫາຍ - ທັງໝົດແມ່ນຍ້ອນຄວາມຮັກແພງຕົນເອງ. ສະນັ້ນ, ເຮົາຕ້ອງຄິດວ່າຖ້າຂ້ອຍບໍ່ຕັດຄວາມວຸ່ນວາຍຂອງຄວາມເຫັນແກ່ຕົວ ແລະ ຄວາມຮັກແພງຕົນເອງນີ້, ກໍບໍ່ມີທາງທີ່ຈະມ່ວນກັບຄວາມເປັນສຸກໃດໆ. ສະນັ້ນ, ຂ້ອຍຈະບໍ່ປ່ອຍໃຫ້ຕົນເອງຢູ່ພາຍໃຕ້ການດຶງດູດຂອງຄວາມຮັກແພງຕົນເອງ. ໂອ ພຣະອາຈານ, ກະລຸນາດົນໃຈຜູ້ຂ້າໃຫ້ຕັດຄວາມເຫັນແກ່ຕົວທັງໝົດແດ່ທ້ອນ. ນີ້ແມ່ນຄວາມຄິດຂອງບົດທີສອງ:
ດົນໃຈພວກເຮົາໃຫ້ເຫັນວ່າພະຍາດຊໍາເຮື້ອຂອງການຮັກແພງຕົນເອງນີ້ເປັນເຫດໃຫ້ເກີດຄວາມທຸກ, ແລະ ສະນັ້ນ, ຈິ່ງໄປຕໍານິເອົາມັນ, ເພື່ອທໍາລາຍຜີຮ້າຍຂອງຄວາມເຫັນແກ່ຕົວ.
ສະນັ້ນ, ດ້ວຍບົດທີສອງ, ເຮົາຕັດສິນໃຈຢ່າງໜັກແໜ້ນທີ່ຈະຕັດທັດສະນະຄະຕິຮັກແພງຕົນເອງຂອງການເຫັນແກ່ຕົວອອກ.
ຂ້ອຍຈະເອົາການຮັກແພງຜູ້ອື່ນເປັນການປະຕິບັດຫຼັກ
ຕໍ່ໄປ, ເຮົາມາຄິດກ່ຽວກັບປະໂຫຍດ ແລະ ຜົນດີທີ່ຕາມມາຈາກການຮັກແພງຄົນອື່ນ. ໃນຊາດນີ້, ຄວາມສຸກທັງປວງ ແລະ ທຸກສິ່ງທີ່ໄປໄດ້ດີ; ໃນຊາດໜ້າ, ການເກີດເປັນມະນຸດ ຫຼື ພຣະເຈົ້າ; ແລະ ໂດຍທົ່ວໄປ, ຄວາມສຸກທັງປວງຈົນເຖິງການຕັດສະຮູ້ລ້ວນແຕ່ມາຈາກການຮັກແພງຄົນອື່ນທັງນັ້ນ. ເຮົາຕ້ອງຄິດຫຼາຍໆ ກ່ຽວກັບເລື່ອງນີ້ໃນແງ່ຂອງຫຼາຍຕົວຢ່າງ. ເຊັ່ນ, ຄວາມເປັນທີ່ນິຍົມຂອງເຈົ້າໜ້າທີ່ຜູ້ໜຶ່ງ ແມ່ນຍ້ອນຄວາມທີ່ລາວຮັກແພງ ແລະ ເປັນຫ່ວງຄົນອື່ນ. ວິໄນຈັນຍາທຳໃນຕົນເອງໃນການຫຼີກເວັ້ນການເອົາຊີວິດຄົນອື່ນ ຫຼື ການລັກ ແມ່ນມາຈາກການຮັກແພງເຂົາເຈົ້າ, ແລະ ນີ້ແມ່ນສິ່ງທີ່ສາມາດນຳໃຫ້ເຮົາມາເກີດໃໝ່ເປັນມະນຸດໄດ້.
ຕົວຢ່າງ, ສົມເດັດພຣະດາໄລລາມະ, ຄິດສະເໝີກ່ຽວກັບສະຫວັດດີການຂອງທຸກຄົນຢູ່ທົ່ວທຸກແຫ່ງ, ແລະ ຄຸນງາມຄວາມດີຂອງພຣະອົງທັງໝົດແມ່ນມາຈາກການຮັກແພງຄົນອື່ນ. ພຣະໂພທິສັດຕອກເມ-ຊາງໂປ (Togmey-zangpo) ບໍ່ສາມາດຖືກທໍາຮ້າຍໂດຍກາມະ (Kama), ພຣະເຈົ້າຂອງຄວາມຕ້ອງການ, ຜູ້ທີ່ຕັ້ງໃຈແຊກແຊງພຣະອົງ. ນັກປະຕິບັດຊາວທິເບດຜູ້ຍິ່ງໃຫຍ່ນີ້ແມ່ນຄົນປະເພດທີ່, ຖ້າແມງໄມ້ບິນເຂົ້າແປວໄຟ, ຈະຫຼັ່ງນ້ຳຕາ. ພຣະອົງເປັນຫ່ວງເປັນໄຍຢ່າງຈິງໃຈຕໍ່ຜູ້ອື່ນທັງໝົດ ແລະ ແມ່ນແຕ່ຜີ ແລະ ຜູ້ແຊກແຊງດັ່ງກ່າວກໍບໍ່ສາມາດເອົາຕົວເອງມາທຳຮ້າຍພຣະອົງໄດ້. ນີ້ແມ່ນຍ້ອນວ່າ, ດັ່ງທີ່ພູດຜີເຫຼົ່ານັ້ນເວົ້າເອງ, ພຣະອົງມີແຕ່ຄວາມຄິດເຖິງປະໂຫຍດ ແລະ ການຮັກແພງເຮົາເທົ່ານັ້ນ.
ໜຶ່ງໃນຊີວິດຊາດກ່ອນຂອງພຣະພຸດທະເຈົ້າ ເມື່ອພຣະອົງໄດ້ເກີດເປັນພະຍາອິນ, ກຣະສັດຂອງພຣະເຈົ້າ, ໄດ້ເກີດສົງຄາມຂຶ້ນລະຫວ່າງພຣະເຈົ້າ ແລະ ມະນຸດເຄິ່ງພຣະເຈົ້າ (demi-gods). ມະນຸດເຄິ່ງພຣະເຈົ້າກຳລັງຈະມີໄຊ ແລະ ສະນັ້ນ ພະຍາອິນຈິ່ງໄດ້ຫຼົບໜີໄປຂຶ້ນຣາຊຣົດຂອງພຣະອົງ. ພຣະອົງໄດ້ມາເຖິງບ່ອນໜຶ່ງຢູ່ກາງທາງທີ່ມີນົກກາງແກຫຼາຍໂຕຈຸ້ມຢູ່ ແລະ ພຣະອົງຢ້ານວ່າຈະຢຽບບາງໂຕຈຶ່ງໄດ້ຢຸດຣາຊຣົດ. ເມື່ອເຫັນດັ່ງນີ້, ຝ່າຍມະນຸດເຄິ່ງພຣະເຈົ້າຄິດວ່າພຣະອົງໄດ້ຢຸດຣາຊຣົດເພື່ອຫັນກັບຄືນໄປໂຈມຕີ, ແລ້ວ ຈິ່ງໜີໄປ. ຖ້າເຮົາວິເຄາະເລື່ອງນີ້, ເຮົາຈະເຫັນວ່າການປົບໜີຂອງພວກມະນຸດເຄິ່ງພຣະເຈົ້າແມ່ນຍ້ອນທັດສະນະຄະຕິຂອງພະຍາອິນທີ່ຮັກແພງຜູ້ອື່ນ. ໃນລັກສະນະເຫຼົ່ານີ້, ເຮົາຕ້ອງຄິດກ່ຽວກັບຜົນປະໂຍດຂອງການຮັກແພງຜູ້ອື່ນຈາກຫຼາຍມຸມມອງ.
ເມື່ອຜູ້ພິພາກສາ ຫຼື ເຈົ້າໜ້າທີ່ໃດໜຶ່ງນັ່ງຢ່າງສະຫງ່າຢູ່ໃນຫ້ອງການ, ຕຳແໜ່ງຂອງລາວ ແລະ ທຸກຢ່າງແມ່ນເນື່ອງມາຈາກການດຳຣົງຢູ່ຂອງຄົນອື່ນ. ໃນຕົວຢ່າງນີ້, ຄວາມນ້ຳໃຈຂອງຄົນອື່ນປະກອບດ້ວຍພຽງແຕ່ຄວາມຈິງທີ່ວ່າເຂົາເຈົ້າດຳຣົງຢູ່. ຖ້າບໍ່ມີໃຜດຳຣົງຢູ່ເລີຍນອກຈາກລາວ, ລາວກໍບໍ່ສາມາດເປັນຜູ້ພິພາກສາໄດ້. ລາວຄືຈະບໍ່ມີຫຍັງເຮັດ. ຍິ່ງໄປກວ່ານັ້ນ, ເຖິງແມ່ນວ່າຄົນຈະດຳຣົງຢູ່, ຖ້າບໍ່ມີໃຜມາຫາລາວ, ຜູ້ພິພາກສາຜູ້ນີ້ກໍຄືຈະມີແຕ່ນັ່ງຢູ່ລ້າໆ ບໍ່ໄດ້ເຮັດຫຍັງ. ອີກດ້ານໜຶ່ງ, ຖ້າມີຫຼາຍຄົນມາຫາລາວ, ເພື່ອໃຫ້ລາວຕັດສິນບັນຫາຂອງເຂົາເຈົ້າ, ແລ້ວດ້ວຍການຂຶ້ນກັບຄົນເຫຼົ່ານີ້, ລາວຈະນັ່ງຂຶ້ນຢ່າງສະຫງ່າ ແລະ ຮັບໃຊ້ເຂົາເຈົ້າ. ຄືກັນກັບພຣະລາມະ. ໃນການຂຶ້ນກັບຜູ້ອື່ນ, ເພິ່ນຈະນັ່ງສອນຢ່າງດີ. ຕໍາແຫນ່ງຂອງເພິ່ນທັງໝົດແມ່ນຍ້ອນມີຜູ້ອື່ນໃຫ້ເພິ່ນຊ່ວຍ. ເພິ່ນສອນພຣະທັມເພື່ອເປັນປະໂຫຍດໃຫ້ເຂົາເຈົ້າ ແລະ ສະນັ້ນ ການຊ່ວຍເຫຼືອຂອງເພິ່ນແມ່ນມາຈາກການທີ່ລາວຂຶ້ນກັບຜູ້ອື່ນ, ເຊັ່ນຈາກການຈື່ຈໍາຄວາມນ້ຳໃຈຂອງເຂົາເຈົ້າ.
ເຊັ່ນດຽວກັນ, ມັນແມ່ນຍ້ອນຄວາມຮັກ ແລະ ຄວາມເຫັນໃຈ, ຈາກການຮັກແພງຜູ້ອື່ນ, ທີ່ເຮົາຈະສາມາດບັນລຸການຕັດສະຮູ້ໄດ້ໄວ. ຕົວຢ່າງ, ຖ້າສັດຕູທຳຮ້າຍເຮົາ ແລະ ເຮົາພັດທະນາຄວາມອົດທົນ, ແລະ ດ້ວຍເຫດນີ້ ເຮົາເຂົ້າໃກ້ການຕັດສະຮູ້, ສິ່ງນີ້ເກີດຂຶ້ນຍ້ອນເຮົາຮັກແພງຄົນອື່ນ. ສະນັ້ນ, ຍ້ອນວ່າສິ່ງຈຳກັດທີ່ມີຊີວິດເປັນພື້ນຖານ ແລະ ສາເຫດຂອງຄວາມສຸກ ແລະ ສະຫວັດດີການທັງປວງ, ບໍ່ມີຍົກເວັ້ນ, ເຮົາຕ້ອງຕັດສິນໃຈວ່າບໍ່ວ່າເຂົາເຈົ້າຈະເຮັດຫຍັງ ຫຼື ທຳຮ້າຍເຮົາແນວໃດ, ເຮົາກໍຍັງຈະຮັກແພງຄົນອື່ນສະເໝີ. ສິ່ງມີຊີວິດອື່ນເປັນຄືກັບພຣະອາຈານຂອງເຮົາ, ພຣະພຸດທະເຈົ້າ, ຫຼື ແກ້ວປະເສີດ ໃນຖານະທີ່ເຮົາຈະຮັກແພງ, ຮູ້ສຶກສູນເສຍຖ້າມີສິ່ງໃດຜິດພາດເກີດຂຶ້ນກັບເພິ່ນ, ແລະ ບໍ່ປະຕິເສດເພິ່ນຈັກເທື່ອ, ບໍ່ວ່າຈະເກີດຫຍັງຂຶ້ນ. ຂ້ອຍຈະມີຄວາມນ້ຳໃຈ ແລະ ຈິດໃຈອົບອຸ່ນຕໍ່ເຂົາເຈົ້າສະເໝີ. ຂໍໃຫ້ດົນໃຈຜູ້ຂ້າ, ໂອ ພຣະອາຈານເອີຍ, ຢ່າໃຫ້ຈິດໃຈ ແລະ ຄວາມຮູ້ສຶກຕໍ່ຜູ້ອື່ນແບບນີ້ຖືກຕັດອອກຈາກຜູ້ຂ້າເຖີນ. ນີ້ແມ່ນຄວາມໝາຍຂອງບົດທີສາມ:
ດົນໃຈໃຫ້ເຮົາເຫັນວ່າຈິດໃຈທີ່ຮັກແພງແມ່ຂອງເຮົາ ແລະ ຈະຮັບປະກັນໃຫ້ເພິ່ນຢູ່ໃນຄວາມສຸກ ເປັນປະຕູທີ່ນໍາໄປສູ່ຄຸນງາມຄວາມດີທີ່ໄຮ້ຂອບເຂດ, ແລະ ສະນັ້ນ ກໍຈະຮັກແພງສິ່ງມີຊີວິດທີ່ວົນວຽນເຫຼົ່ານີ້ ຫຼາຍກວ່າຊີວິດຂອງເຮົາເອງ, ເຖິງວ່າເຂົາເຈົ້າຈະຫັນເປັນສັດຕູເຮົາກໍຕາມ.
ດ້ວຍວິທີນີ້, ເຮົາຈຶ່ງຕັດສິນໃຈທີ່ຈະເອົາການປະຕິບັດຄວາມຮັກແພງຜູ້ອື່ນເປັນຈຸດສຸມຂອງເຮົາ.
ເຮົາມີຄວາມສາມາດແນ່ນອນໃນການແລກປ່ຽນທັດສະນະກ່ຽວກັບຕົນເອງ ແລະ ຜູ້ອື່ນ
ໂດຍອີງໃສ່ປະຕູຂອງການຄິດກ່ຽວກັບຄວາມຜິດພາດຈໍານວນຫຼາຍຂອງການຮັກແພງຕົນເອງ ແລະ ກ່ຽວກັບຄຸນລັກສະນະຫຼາຍປະການຂອງການຮັກແພງຜູ້ອື່ນ, ເມື່ອເຮົາຮູ້ສຶກວ່າເຮົາຕ້ອງປ່ຽນຄ່ານິຍົມຂອງເຮົາໃນສິ່ງທີ່ເຮົາຮັກແພງ, ແລ້ວເຮົາສົງໄສວ່າເຮົາສາມາດປ່ຽນມັນໄດ້ແທ້ບໍ່, ເຮົາປ່ຽນໄດ້ແນ່ນອນ. ເຮົາສາມາດປ່ຽນທັດສະນະຄະຕິຂອງເຮົາໄດ້ເພາະກ່ອນທີ່ພຣະອົງຈະຕັດສະຮູ້, ພຣະພຸດທະເຈົ້າກໍຄືກັນກັບເຮົາ. ພຣະອົງກໍວົນວຽນຢູ່ໃນການເກີດໃໝ່ທີ່ບໍ່ສິ້ນສຸດສະຖານະການທີ່ຊ້ຳໄປຊ້ຳມາຢ່າງຄວບຄຸມບໍ່ໄດ້ ແລະ ບັນຫາຂອງສັງສາຣະວັດ. ແຕ່, ພຣະພຸດທະອົງທີ່ມີຄວາມສາມາດກໍໄດ້ປ່ຽນທັດສະນະຄະຕິກ່ຽວກັບຜູ້ທີ່ພຣະອົງຮັກແພງ. ໂດຍການຍຶດໝັ້ນໃນການຮັກແພງຜູ້ອື່ນ, ພຣະອົງໄດ້ບັນລຸຈຸດສູງສຸດຂອງຄວາມສາມາດໃນການບັນລຸຈຸດປະສົງຂອງພຣະອົງເອງ ແລະ ຂອງຜູ້ອື່ນ.
ໃນທາງກົງກັນຂ້າມ, ເຮົາໄດ້ຮັກແພງແຕ່ຕົນເອງ ແລະ ບໍ່ສົນໃຈຄົນອື່ນທັງປວງ. ການປະຖິ້ມການສ້າງປະໂຫຍດໃດໜຶ່ງຕໍ່ຜູ້ອື່ນ, ເຮົາກໍຈະບໍ່ບັນລຸປະໂຫຍດແມ່ນແຕ່ເລັກໜ້ອຍສຳລັບຕົນເອງ. ການຮັກແພງຕົນເອງ ແລະ ການເພີກເສີຍຕໍ່ຜູ້ອື່ນໄດ້ເຮັດໃຫ້ເຮົາໝົດຫວັງ, ບໍ່ສາມາດເຮັດສິ່ງທີ່ສຳຄັນທີ່ແທ້ຈິງໄດ້. ເຮົາບໍ່ສາມາດພັດທະນາເປັນການສະຫຼະທີ່ແທ້ຈິງ ຫຼື ຄວາມຕັ້ງໃຈທີ່ຈະພົ້ນຈາກບັນຫາຂອງເຮົາໄດ້. ເຮົາບໍ່ສາມາດແມ່ນແຕ່ປ້ອງກັນຕົນເອງຈາກການຕົກຢູ່ໃນສະພາບທີ່ຮ້າຍແຮງທີ່ສຸດຂອງການເກີດໃໝ່. ໃນວິທີການເຫຼົ່ານີ້, ເຮົາຄິດກ່ຽວກັບຄວາມຜິດຂອງການຮັກແພງຕົນເອງ ແລະ ປະໂຫຍດຂອງການຮັກແພງຄົນອື່ນ. ຖ້າພຣະພຸດທະອົງສາມາດປ່ຽນທັດສະນະຄະຕິໄດ້ ແລະ ພຣະອົງກໍເຄີຍເປັນຄືເຮົາ, ເຮົາກໍສາມາດປ່ຽນທັດສະນະຄະຕິຂອງເຮົາໄດ້ເຊັ່ນກັນ.
ບໍ່ພຽງເທົ່ານັ້ນ, ແຕ່ຖ້າມີຄວາມຄຸ້ນເຄີຍພຽງພໍ, ມັນກໍເປັນໄປໄດ້ທີ່ຈະຮັກແພງຮ່າງກາຍຄົນອື່ນຄືກັນກັບທີ່ເຮົາດູແລຄີງຕົນເອງ. ໃນທີ່ສຸດແລ້ວ, ເຮົາກໍໄດ້ເອົານ້ຳອະສຸຈິ ແລະ ໄຂ່ຈາກຄີງຄົນອື່ນ, ກໍຄືພໍ່ແມ່ຂອງເຮົານັ້ນເອງ, ແລ້ວດຽວນີ້ເຮົາກໍຮັກແພງນັບເປັນຄີງຂອງເຮົາເອງ. ໃນເບື້ອງຕົ້ນ, ມັນບໍ່ໄດ້ແມ່ນຂອງເຮົາ. ສະນັ້ນ, ເຮົາຕ້ອງຄິດວ່າມັນບໍ່ແມ່ນເປັນໄປບໍ່ໄດ້ທີ່ຈະປ່ຽນທັດສະນະຄະຕິຂອງເຮົາ. ຂ້ອຍສາມາດປ່ຽນທັດສະນະຄະຕິທີ່ເຮົາມີຕໍ່ຕົນເອງ ແລະ ຜູ້ອື່ນໄດ້. ເພາະສະນັ້ນ, ບໍ່ວ່າຂ້ອຍຈະຄິດແນວໃດກັບມັນ, ມັນກໍຈະບໍ່ແລ້ວນອກຈາກຂ້ອຍຈະປ່ຽນທັດສະນະຄະຕິທີ່ມີຕໍ່ຕົນເອງ ແລະ ຜູ້ອື່ນ. ມັນເປັນສິ່ງທີ່ຂ້ອຍສາມາດເຮັດໄດ້, ບໍ່ແມ່ນສິ່ງທີ່ຂ້ອຍເຮັດບໍ່ໄດ້. ສະນັ້ນ, ຊ່ວຍດົນໃຈຜູ້ຂ້າແດ່, ໂອ ພຣະອາຈານເອີຍ, ໃຫ້ຜູ້ຂ້າໄດ້ເຮັດ. ນີ້ແມ່ນໃຈຄວາມຂອງບົດທີສີ່.
ສະຫຼຸບແລ້ວ, ຊ່ວຍດົນໃຈໃຫ້ເຮົາສ້າງຈິດໃຈທີ່ເຂົ້າໃຈຄວາມແຕກຕ່າງລະຫວ່າງຄວາມຜິດຂອງສິ່ງທີ່ມີຊີວິດທີ່ເປັນຄືເດັກທີ່ສຸມເຫື່ອແຮງໃສ່ຄວາມເຫັນແກ່ຕົວຂອງເຂົາເຈົ້າຢ່າງດຽວ ແລະ ຄຸນງາມຄວາມດີຂອງກຣະສັດແຫ່ງຜູ້ມີປັນຍາທີ່ພະຍາຍາມພຽງແຕ່ເພື່ອປະໂຫຍດຂອງຄົນອື່ນ, ແລະ ສະນັ້ນ, ເພື່ອໃຫ້ສາມາດເຮັດໃຫ້ທຽບເທົ່າ ແລະ ປ່ຽນທັດສະນະຄະຕິຂອງເຮົາກ່ຽວກັບຄົນອື່ນ ແລະ ຕົວເຮົາເອງ.
ສະນັ້ນ, ການຕັດສິນໃຈທີ່ເຮົາເຮັດຢູ່ທີ່ນີ້ແມ່ນວ່າເຮົາຈະສາມາດປ່ຽນທັດສະນະຄະຕິຂອງເຮົາກ່ຽວກັບການຮັກແພງຕົນເອງ ແລະ ຜູ້ອື່ນໄດ້ແນ່ນອນ.
ຂ້ອຍຈະປ່ຽນທັດສະນະຄະຕິກ່ຽວກັບຕົນເອງ ແລະ ຜູ້ອື່ນແນ່ນອນ
ອີກເທື່ອໜຶ່ງ, ເຮົາຄິດກ່ຽວກັບຄວາມຜິດຂອງການຮັກແພງຕົນເອງ ແລະ ປະໂຫຍດຂອງການຮັກແພງຜູ້ອື່ນ, ແຕ່ເທື່ອນີ້ເຮົາເຮັດແບບສະຫຼັບກັນ, ປະສົມທັງສອງຢ່າງເຂົ້າກັນ. ເວົ້າອີກແນວໜຶ່ງ, ເຮົາຈະຜ່ານພຶຕິກຳທຳລາຍສິບປະກັນ ແລະ ພຶຕິກຳສ້າງສັນສິບປະການ, ເທື່ອລະອັນຕາມລຳດັບຈາກແຕ່ລະລາຍການສະຫຼັບກັນໄປ, ແລະ ເບິ່ງຜົນໄດ້ຮັບໃນແງ່ຂອງການຮັກແພງຕົນເອງ ແລະ ຮັກແພງຄົນອື່ນ. ຕົວຢ່າງ, ຖ້າເຮົາຮັກແພງຕົນເອງ, ເຮົາຈະບໍ່ລັງເລທີ່ຈະເອົາຊີວິດຄົນອື່ນ. ດ້ວຍເຫດນີ້, ເຮົາຈະໄປເກີດໃໝ່ຢູ່ນະຣົກທີ່ບໍ່ມີສຸກ ແລະ ເຖິງວ່າຈະເກີດເປັນມະນຸດໃນເວລາຕໍ່ມາ, ເຮົາກໍຈະມີຊີວິດອັນສັ້ນທີ່ເຕັມໄປດ້ວຍຄວາມເຈັບປ່ວຍ. ອີກດ້ານໜຶ່ງ, ຖ້າເຮົາຮັກແພງຄົນອື່ນ, ເຮົາຈະຢຸດການເອົາຊີວິດຄົນອື່ນ, ສະນັ້ນ, ເຮົາຈະເກີດໃໝ່ໃນສະພາບທີ່ດີກວ່າ, ມີອາຍຸຍືນ, ແລະ ອື່ນໆ. ຈາກນັ້ນ, ກໍເຮັດຊ້ຳຄືນອີກຄືການລັກ ແລະ ການລະເວັ້ນຈາກການລັກ, ການປະພຶດທາງເພດທີ່ບໍ່ເໝາະສົມ ແລະ ການລະເວັ້ນຈາກການກະທຳດັ່ງກ່າວ ແລະ ອື່ນໆ. ເວົ້າສັ້ນໆ, ດັ່ງທີ່ບົດທີຫ້າກ່າວວ່າ:
ຍ້ອນວ່າການຮັກແພງຕົນເອງເປັນປະຕູສູ່ຄວາມທຸກ, ໃນຂະນະທີ່ການຮັກແພງແມ່ຂອງເຮົາແມ່ນພື້ນຖານຂອງທຸກສິ່ງທີ່ດີ, ຂໍໃຫ້ດົນໃຈໃຫ້ເອົາໂຍຄະແລກປ່ຽນຄົນອື່ນກັບຕົວເຮົາເອງເປັນການປະຕິບັດຫຼັກຂອງເຮົາ.
ສະນັ້ນ, ການຕັດສິນໃຈທີຫ້າແມ່ນວ່າແນ່ນອນເຮົາຈະແລກປ່ຽນທັດສະນະຄະຕິຕໍ່ຕົນເອງ ແລະ ຄົນອື່ນ. ແນ່ນອນ, ນີ້ບໍ່ໄດ້ໝາຍເຖິງການຕັດສິນໃຈວ່າຕອນນີ້ຂ້ອຍເປັນເຈົ້າ ແລະ ເຈົ້າເປັນຂ້ອຍ. ແຕ່, ມັນໝາຍຄວາມວ່າຈະແລກປ່ຽນມຸມມອງກ່ຽວກັບຜູ້ທີ່ເຮົາຮັກແພງ. ແທນທີ່ຈະຮັກແພງຕົນເອງ ແລະ ລະເລີຍຄົນອື່ນ, ບາດນີ້ເຮົາຈະບໍ່ສົນໃຈຄວາມເຫັນແກ່ຕົວຂອງເຮົາ ແລະ ຮັກແພງຄົນອື່ນແທນ. ຖ້າເຮົາເຮັດສິ່ງນີ້ບໍ່ໄດ້, ມັນກໍບໍ່ມີທາງໃດທີ່ເຮົາຈະບັນລຸຫຍັງໄດ້. ແຕ່ຖ້າເຮົາປ່ຽນທັດສະນະຄະຕິຂອງເຮົາ, ແລ້ວບົນພື້ນຖານອັນນັ້ນເຮົາກໍຈະສາມາດສືບຕໍ່ຝຶກດ້ວຍການນຶກພາບການມອບຄວາມສຸກຂອງເຮົາໃຫ້ຜູ້ອື່ນ ແລະ ຮັບເອົາຄວາມທຸກຂອງເຂົາເຈົ້າມາແທນ, ເພື່ອເປັນທາງໃນການສ້າງຄວາມຮັກທີ່ເອັາໃຈໃສ່ ແລະ ຄວາມເຫັນໃຈທີ່ຈິງໃຈ. ບົນພື້ນຖານອັນນັ້ນ, ເຮົາຈະສາມາດສ້າງຄວາມຕັ້ງໃຈວິເສດເພື່ອບັນເທົາບັນຫາ ແລະ ຄວາມທຸກຂອງທຸກຄົນ ແລະ ເຮັດໃຫ້ເຂົາເຈົ້າມີຄວາມສຸກ, ແລະ ຫົວໃຈທີ່ອຸທິດຕົນຂອງ ພຣະໂພທິຈິດທີ່ເຮົາພະຍາຍາມສູ່ການຕັດສະຮູ້ເພື່ອຈະເຮັດໃຫ້ໄດ້ແນວນັ້ນຫຼາຍເທົ່າທີ່ຈະເປັນໄປໄດ້.
ສະຫຼຸບ
ແຫຼ່ງຂອງຄໍາສອນເຫຼົ່ານີ້ແມ່ນ ການຖືການປະພຶດຂອງພຣະໂພທິສັດ (ພາສາສັນສກຣິດ: ໂພທິຈາຣິຍະວະຕະຣະ) ໂດຍພຣະສານຕິເທວະ, ຄໍາສອນຂອງພຣະອາຈານກາດຳປະ (Kadampa), ແລະ ແນ່ນອນ ຄຸຣຸບູຊາ - ລາມະ ໂຊປະ (Guru Puja - Lama Chopa) ໂດຍພຣະປານເຈັນລາມະ ທີສີ່ (Fourth Panchen Lama). ມັນປາກົດຢູ່ໃນຮູບແບບນີ້ກັບແຕ່ລະພາກທີ່ໝາຍດ້ວຍຕົວເລກຢ່າງດີໃນລວມຜົນງານຂອງພຣະກຽບເຈ ຕຣີຈັງ ດໍເຈະຊັງ (The Collected Works of Kyabje Trijang Dorjechang), ອາຕີດພຣະອາຈານນ້ອຍຂອງສົມເດັດພຣະດາໄລລາມະ. ຢ່າງໃດກໍຕາມ, ການສົນໃຈເກີນໄປກ່ຽວກັບໂຄງຮ່າງ ແລະ ຕົວເລກພາຍໃນນັ້ນກໍຄືກັນກັບທີ່ເຮົາມີຈານກ້ຽວໂມໂມເຈັດອັນຢູ່ຕໍ່ໜ້າ ແລະ ແທນທີ່ຈະກິນມັນ, ເຮົາພັດຢາກໃຫ້ມີຄົນຢັ້ງຢືນວ່າມີຈໍານວນເທົ່າໃດ, ແຫຼ່ງທີ່ມາຂອງຮູບຊົງມັນແມ່ນຫຍັງ ແລະ ອື່ນໆ. ນັ່ງລົງ ແລະ ກໍກິນມັນລະກໍແລ້ວ!