10 ຄວາມເຊື່ອພື້ນຖານທາງພຣະພຸດທະສາສະໜາ

10%20basic%20buddhist%20beliefs
  1. ທຸກຄົນຢາກດຳເນີນຊີວິດທີ່ເປັນສຸກກວ່າ, ແຕ່ໜ້ອຍຄົນທີ່ຮູ້ວ່າມັນໝາຍເຖິງຫຍັງ ຫຼື ຮູ້ວິທີເຮັດໃຫ້ໄດ້ແນວນັ້ນ. 
  2. ອາລົມ ແລະ ທັດສະນະຄະຕິຂອງເຮົາມີຜົນຕໍ່ຄວາມຮູ້ສຶກຂອງເຮົາ. ດ້ວຍການຝຶກ, ເຮົາສາມາດຕັດອາລົມດ້ານລົບອອກຈາກຕົນເອງ ແລະ ສ້າງອາລົມທີ່ດີກວ່າ ແລະ ເປັນບວກກວ່າ. ການເຮັດແນວນັ້ນຈະເຮັດໃຫ້ຊີວິດເຮົາເປັນສຸກ ແລະ ຖືກເຕີມເຕັມກວ່າ. 
  3. ອາລົມລົບກວນ ເປັນຕົ້ນແມ່ນຄວາມໂມໂຫ, ຄວາມຢ້ານກົວ, ຄວາມໂລບ ແລະ ຄວາມຍຶດຕິດ ເຮັດໃຫ້ເຮົາເສຍຄວາມສະຫງົບໃນຈິດໃຈ ແລະ ການຄວບຄຸມຕົນເອງ. ດ້ວຍການຝຶກ, ເຮົາຈະສາມາດປົດປ່ອຍຕົນເອງຈາກການຢູ່ພາຍໃຕ້ການຄວບຄຸມຂອງສິ່ງເຫຼົ່ານີ້. 
  4. ການກະທຳຕາມໃຈຍ້ອນຄວາມໂມໂຫ ຫຼື ຄວາມໂລບຈະສ້າງບັນຫາໃຫ້ເຮົາ ແລະ ນຳໄປສູ່ຄວາມບໍ່ເປັນສຸກ. ດ້ວຍການຝຶກ, ເຮົາຈະສາມາດຮຽນສະຫງົບຈິດໃຈ, ຄິດຢ່າງຈະແຈ້ງ ແລະ ປະພຶດຢ່າງຊານສະຫຼາດ. 
  5. ອາລົມດ້ານບວກ ເປັນຕົ້ນແມ່ນຄວາມຮັກ, ຄວາມເຫັນໃຈ, ຄວາມອົດທົນ ແລະ ຄວາມເຂົ້າໃຈຈະຊ່ວຍໃຫ້ເຮົາຄົງຄວາມສະຫງົບ, ເປີດກວ້າງ ແລະ ຈະແຈ້ງ, ແລະ ນຳເອົາຄວາມສຸກມາໃຫ້ເຮົາຕື່ມອີກ. ດ້ວຍການຝຶກ, ເຮົາຈະສາມາດຮຽນສ້າງອາລົມເຫຼົ່ານີ້. 
  6. ການເອົາຕົນເອງເປັນສູນກາງ, ພຶດຕິກຳ ແລະ ຄວາມຄິດເຫັນແກ່ຕົວຈະປິດກັ້ນເຮົາຈາກຄົນອື່ນ ແລະ ເຮັດໃຫ້ເຮົາບໍ່ເປັນສຸກ. ດ້ວຍການຝຶກ, ເຮົາຈະສາມາດເອົາຊະນະສິ່ງເຫຼົ່ານີ້ໄດ້. 
  7. ການເຂົ້າໃຈວ່າເຮົາທັງໝົດຕ່າງເຊື່ອມເຖິງກັນ ແລະ ການຢູ່ລອດຂອງເຮົາກໍຂຶ້ນກັບຄົນອື່ນຈະເປີດຈິດ ແລະ ໃຈຂອງເຮົາ, ຊ່ວຍໃຫ້ເຮົາສ້າງຄວາມຫ່ວງໄຍຕໍ່ຄົນອື່ນ, ແລະ ນຳເອົາຄວາມສຸກມາໃຫ້ເຮົາຕື່ມອີກ. 
  8. ສິ່ງທີ່ເຮົາຮັບຮູ້ເຂົ້າໃຈເກືອບທັງໝົດໃນຕົວເຮົາເອງ ແລະ ໃນຄົນອື່ນແມ່ນພາບຈິນຕະນາການ, ບົນພື້ນຖານຂອງຄວາມສັບສົນ. ເມື່ອເຮົາເຊື່ອວ່າພາບເຫຼົ່ານັ້ນສອດຄ່ອງກັບຄວາມເປັນຈິງ, ເຮົາກໍຈະສ້າງບັນຫາສຳລັບຕົນເອງ ແລະ ຜູ້ອື່ນ. 
  9. ດ້ວຍຄວາມເຂົ້າໃຈທີ່ຖືກຕ້ອງ, ເຮົາຈະສາມາດຕັດຄວາມສັບສົນອອກຈາກຕົນເອງ ແລະ ເຫັນຄວາມເປັນຈິງໄດ້. ສິ່ງນີ້ຈະຊ່ວຍເຮົາຈັດການກັບສິ່ງຕ່າງໆ ທີ່ເກີດຂຶ້ນໃນຊີວິດດ້ວຍຄວາມສະຫງົບ ແລະ ສະຫຼາດ.
  10. ການປັບປຸງຕົນເອງ ເພື່ອກາຍເປັນຄົນທີ່ດີຂຶ້ນເປັນຄວາມທ້າທາຍຕະຫຼອດຊີວິດ, ແຕ່ເປັນສິ່ງທີ່ມີຄວາມໝາຍທີ່ສຸດທີ່ເຮົາຈະສາມາດເຮັດໄດ້ໃນຊີວິດຂອງເຮົາ.
Top