ສັງສາຣະວັດນຳມາເຊິ່ງຄວາມເປັນທຸກ, ພຣະທັມນຳມາເຊິ່ງຄວາມເປັນສຸກ

ສັບພະສັດຍ່ອມປາຖະໜາເປັນສຸກ, ບໍ່ມີຕົນໃດປາຖະໜາເປັນທຸກ. ພຣະທັມສອນວິທີດັບທຸກ ແລະ ບັນລຸຄວາມສຸກ. ພຣະທັມທີ່ເຮົາປະຕິບັດນັ້ນແທ້ຈິງແລ້ວເປັນສິ່ງທີ່ຍຶດເຮົາໄວ້. ສິ່ງນີ້ສາມາດອະທິບາຍໄດ້ຫຼາຍວິທີ. ມັນຍຶດໄວ້ປ້ອງກັນໃຫ້ເຮົາບໍ່ເປັນທຸກ ແລະ ຍຶດຖືແຫຼ່ງທີ່ມາຂອງຄວາມສຸກທີ່ແທ້ຈິງທັງໝົດ.

ຄວາມສຸກສາມາດເປັນໄດ້ທັງທາງຮ່າງກາຍ ຫຼື ຈິດໃຈ. ຄວາມທຸກມີສອງປະເພດຄືກັນ: ທາງກາຍ ແລະ ທາງໃຈ. ເຮົາຫຼາຍຄົນ, ເຖິງວ່າເຮົາປາຖະໜາຈະບັນລຸຄວາມສຸກ, ແຕ່ເຮົາບໍ່ຮູ້ວິທີການບັນລຸສິ່ງນີ້. ວິທີການທີ່ເຮົາໃຊ້ນຳເຮົາໄປສູ່ຄວາມທຸກ.

ບາງຄົນປົ້ນ ແລະ ຂ້າເພື່ອຫາລ້ຽງຊີບ. ເຂົາເຈົ້າຄິດວ່າສິ່ງນີ້ຈະເຮັດໃຫ້ມີຄວາມສຸກ. ອັນນີ້ບໍ່ແມ່ນ. ມີອີກຫຼາຍຄົນທີ່ພະຍາຍາມບັນລຸຄວາມເປັນສຸກດ້ວຍການເປັນພໍ່ຄ້າ, ຊາວນາ, ແລະ ອື່ນໆ, ພາຍໃນຂອບເຂດຂອງກົດໝາຍ. ຫຼາຍຄົນຮັ່ງມີ ແລະ ມີຊື່ສຽງຫຼາຍດ້ວຍວິທີການດັ່ງກ່າວ. ຄວາມສຸກປະເພດນີ້ບໍ່ແມ່ນສິ່ງທີ່ຄົງຢູ່ຕະຫຼອດໄປ; ມັນບໍ່ແມ່ນຄວາມສຸກສູງສຸດ. ບໍ່ວ່າຈະມີສຸກ ຫຼື ຊັບສົມບັດຫຼາຍປານໃດ, ເຮົາກໍບໍ່ເຄີຍພໍໃຈວ່າເຮົາມີພຽງພໍແລ້ວ. ເຖິງວ່າເຮົາຈະເປັນເຈົ້າຂອງທັງປະເທດ, ເຮົາກໍຍັງຢາກໄດ້ຫຼາຍກວ່ານີ້ອີກ.

ສິ່ງທີ່ເຮົາເຮັດເພື່ອບັນລຸຄວາມສຸກນັ້ນບໍ່ມີສິ້ນສຸດ. ເຮົາພະຍາຍາມເດີນໃຫ້ໄວທີ່ສຸດເທົ່າທີ່ຈະເຮັດໄດ້, ດ້ວຍລົດ, ໆລໆ. - ການໄລ່ຕາມແບບນີ້ບໍ່ມີບ່ອນສິ້ນສຸດ. ນັ້ນເປັນເຫດຜົນທີ່ເພິ່ນວ່າການດຳລົງຢູ່ໃນສັງສາຣະວັດບໍ່ມີຈຸດຈົບ, ມັນມີແຕ່ວົນໄປວຽນມາ. ເຮົາທັງໝົດສາມາດເຂົ້າໃຈສິ່ງນີ້ໄດ້: ການສະແຫວງຫາທາງໂລກບໍ່ມີສິ້ນສຸດ.

ດອກໄມ້ຈະສົດເມື່ອຍັງໃໝ່, ຈາງຫາຍໄປເມື່ອເກົ່າລົງ. ບໍ່ວ່າເຮົາຈະປະສົບຄວາມສຳເລັດຫຍັງໃນຊາດນີ້, ມັນຈະສິ້ນສຸດລົງ. ມັນສິ້ນສຸດລົງເມື່ອເວລາຜ່ານໄປຈົນເຖິງຈຸດຈົບຂອງຊີວິດທີ່ເຮົາມີຄວາມທຸກຫຼາຍທີ່ສຸດ. ຕົວຢ່າງເຊັ່ນລົດ. ເຮົາຜ່ານເດີ່ນຖິ້ມຂີ້ເຫຍື້ອທີ່ມີລົດເກົ່າຖືກຖິ້ມ. ນີ້ແມ່ນຈຸດຈົບສຸດທ້າຍ, ໃນພາວະທີ່ທຸກຢ່າງກາຍເປັນຂີ້ເຫຍື້ອ. ເຖິງວ່າລົດນັ້ນຈະຢູ່ໃນສະພາບທີ່ດີຢູ່, ເຮົາກໍຍັງຫ່ວງກັບມັນ. ເຮົາຫ່ວງວ່າຊິ້ນສ່ວນຕ່າງໆ ຈະເພລົງ, ຕ້ອງຈ່າຍພາສີ ແລະ ປະກັນໄພ, ໆລໆ. ເຮົາສາມາດຂະຫຍາຍຕົວຢ່າງນີ້ໄປເຖິງຊັບສິນທັງວັດຖຸທັງໝົດຂອງເຮົາໄດ້. ຍິ່ງເຮົາມີຫຼາຍ, ຄວາມກັງວົນທີ່ເຮົາມີຕໍ່ກັບມັນກໍຍິ່ງຫຼາຍຂຶ້ນ.

ພຣະທັມເປັນສິ່ງທີ່ສອນວິທີການເຮັດໃຫ້ເກີດຄວາມສຸກທາງໃຈ. ເພື່ອໃຫ້ບັນລຸຄວາມສຸກທາງໃຈບາງປະເພດ, ເຮົາບໍ່ຕ້ອງເຫັດວຽກທາງກາຍ: ເຮົາຕ້ອງເຫັດວຽກດ້ວຍຈິດໃຈຂອງເຮົາ. ແຕ່, ຈິດໃຈມີຄວາມຕໍ່ເນື່ອງຍາວນານ, ສືບໄປຮອດຊາດໜ້າຕໍ່ໆ ໄປ, ແລະ ຈາກຊາດກ່ອນໆ. ໃນແຕ່ລະຊາດ, ເຮົາມີຮ່າງກາຍ ແລະ ພະຍາຍາມຫາຄວາມສຸກໃຫ້ກັບຮ່າງກາຍນັ້ນ, ແຕ່ເມື່ອຕາຍໄປ, ຈິດໃຈຈະດຳເນີນຕໍ່. ສະນັ້ນ, ຄວາມສຸກທີ່ເຮົາຈຳເປັນຕ້ອງປາຖະໜາບໍ່ໄດ້ເປັນພຽງຄວາມສຸກທີ່ຍິ່ງໃຫຍ່ ແລະ ໝັ້ນຄົງເທົ່ານັ້ນ, ແຕ່ຍັງເປັນຄວາມສຸກທີ່ຄົງຢູ່ຕະຫຼອດໄປໃນຊີວິດໃນຊາດໜ້າຂອງເຮົາ ແລະ ບໍ່ມີການຢຸດສະງັກໃນຄວາມຕໍ່ເນື່ອງ.

ບໍ່ວ່າກິດຈະກຳປະເພດໃດທີ່ເຮົາເຮັດ, ສ້າງສັນ ຫຼື ບໍ່, ນັ້ນບໍ່ແມ່ນພຣະທັມ, ແຕ່ການກະທຳດ້ານບວກທີ່ເຮັດເພື່ອຈຸດປະສົງຂອງຊີວິດໃນຊາດໜ້າຂອງເຮົາ, ນັ້ນແມ່ນພຣະທັມ.

ຄວາມສຸກ ຫຼື ຄວາມບໍ່ເປັນສຸກແມ່ນມາຈາກການກະທຳຂອງເຮົາ. ກ່ຽວກັບການກະທຳທາງກັມເຫຼົ່ານີ້, ການກະທຳດ້ານລົບຈະນຳມາເຊິ່ງຜົນໃນທາງລົບ ແລະ ການກະທຳດ້ານບວກຈະນຳມາເຊິ່ງຜົນໃນທາງບວກ. ສິ່ງໃດກໍຕາມທີ່ເຮົາສາມາດເຮັດໄດ້ດີໃນຊາດນີ້, ປູກຝັງໄຮ່ນາ, ແລະ ອື່ນໆ, ນີ້ແມ່ນໝາກຜົນຂອງການກະທຳດ້ານບວກທີ່ເຮົາໄດ້ເຮັດໃນຊາດກ່ອນ. ຖ້າເຮົາປ່ວຍໜັກ, ຫຼື ຖ້າເຮົາບໍ່ເປັນສຸກ ຫຼື ມີອາຍຸສັ້ນ, ນີ້ແມ່ນຜົນມາຈາກການກະທຳດ້ານລົບທີ່ເຮົາໄດ້ເຮັດໃນອາດີດ.

ຕົວຢ່າງເຊັ່ນ, ມີພໍ່ຄ້າສອງຄົນ, ຄົນໜຶ່ງປະສົບຜົນສຳເລັດ ແລະ ຄົນໜຶ່ງບໍ່. ນີ້ແມ່ນຍ້ອນກັມທີ່ຜ່ານມາ. ເຮົາສາມາດເບິ່ງນັກທຸລະກິດສອງຄົນ, ຄົນໜຶ່ງເຮັດວຽກໜັກ ແລະ ບໍ່ປະສົບຜົນສຳເລັດ ໃນຂະນະທີ່ອີກຄົນໜຶ່ງບໍ່ຕ້ອງເຮັດວຽກໜັກແຕ່ປະສົບຜົນສຳເລັດ. ອີກຕົວຢ່າງໜຶ່ງ, ຖ້າເຮົາຂ້າສັດທີ່ມີຊີວິດ, ເຮົາຈະມີອາຍຸສັ້ນ ແລະ ຈະເຈັບເປັນ. ທ່ານສາມາດສອບຖາມພຣະເກເຊຂອງທ່ານໄດ້ກ່ຽວກັບສິ່ງນີ້.

ຖ້າເຮົາເວັ້ນຈາກການກະທຳດ້ານລົບເຫຼົ່ານີ້, ເຮົາຈະບໍ່ໄດ້ເກີດມາຢູ່ໃນສະພາວະຕ່ຳ, ແຕ່ເປັນມະນຸດ ຫຼື ໃນສະພາວະພຣະເຈົ້າ. ແຕ່ເຖິງແມ່ນວ່າເຮົາຈະເກີດມາເປັນມະນຸດ ຫຼື ເປັນເທບພະເຈົ້າ, ນີ້ບໍ່ໄດ້ນຳຄວາມສຸກມາໃຫ້ເຮົາໃນທີ່ສຸດ - ທັງໝົດມັນຢູ່ໃນທຳມະຊາດຂອງຄວາມທຸກ. ເປັນຫຍັງຈຶ່ງເປັນແນວນັ້ນ? ຖ້າເຮົາບັນລຸຕຳແໜ່ງສູງ, ເຮົາຈະຕົກລົງສູ່ຕຳແໜ່ງຕ່ຳ; ຖ້າເຮົາຢູ່ໃນຕຳແໜ່ງຕ່ຳ, ເຮົາຈະຂຶ້ນຕຳແໜ່ງທີ່ສູງກວ່າ. ຈາກຈຸດນີ້, ມັນມີຄວາມທຸກຫຼາຍ. ຕົວຢ່າງຖ້າເຮົາຫິວ, ເຮົາຈະກິນອາຫານ; ແຕ່ຖ້າເຮົາກິນຫຼາຍເກີນໄປ, ແລ້ວເຮົາກໍຈະເຈັບປ່ວຍ. ຖ້າເຮົາໜາວ, ເຮົາຈະເປີດເຄື່ອງເຮັດຄວາມຮ້ອນ ແລະ ກໍຮ້ອນເກີນໄປ; ຫຼັງຈາກນັ້ນເຮົາຈະຕ້ອງເຮັດໃຫ້ເຢັນລົງ. ມີຄວາມທຸກຫຼາຍປະເພດເຫຼົ່ານີ້.

ສັງສາຣະວັດ (ການດຳລົງຢູ່ຊ້ຳໆ ທີ່ບໍ່ສາມາດຄວບຄຸມໄດ້) ປະກອບດ້ວຍຄວາມທຸກເຫຼົ່ານີ້. ມັນແມ່ນຜົນຂອງກັມ ແລະ ອາລົມ ແລະ ທັດສະນະຄະຕິລົບກວນຕ່າງໆ. ເຮົາຕ້ອງພັດທະນາປັນຍາ (ຈິດສຳນຶກທີ່ມີການຈຳແນກ) ກ່ຽວກັບຄວາມສູນຍະຕາ ຫຼື ຄວາມບໍ່ມີອັດຕະລັກ.

ເຮົາສາມາດເຫັນໄດ້, ດັ່ງຕົວຢ່າງຂອງຜູ້ທີ່ໄດ້ບັນລຸຈຸດສຸດທ້າຍຂອງສັງສາຣະວັດຂອງເພິ່ນແລ້ວ, ສິບຫົກພຣະອໍຣະຫັນ ແລະ ພຣະອະຣິຍະອື່ນໆ ທີ່ໄດ້ບັນລຸພາວະນີ້. ເຖິງແມ່ນວ່າເຮົາຈະສາມາດຢຸດການດຳລົງຢູ່ສັງສາຣະວັດຂອງເຮົາເອງໄດ້, ມັນກໍບໍ່ພຽງພໍທີ່ຈະເຮັດສິ່ງນີ້, ເພາະບໍ່ມີໃຜໃຈດີຕໍ່ເຮົາຫຼາຍກວ່າສິ່ງຂີດຈຳກັດທີ່ມີຊີວິດທັງໝົດ (ສິ່ງທີ່ມີຄວາມຮູ້ສຶກ). ຜະລິດຕະພັນນົມແມ່ນມາຈາກຄວາມໃຈດີຂອງສັດ. ຖ້າເຮົາມັກຊີ້ນສັດ, ສິ່ງນີ້ແມ່ນມາຈາກສັດທີ່ຖືກຂ້າໃນຂະນະທີ່ຍັງມີສຸຂະພາບແຂງແຮງ. ໃນລະດູໜາວ, ເຮົາໃສ່ເສື້ອໜັງ ແລະ ຂົນສັດ, ເຊິ່ງມາຈາກສັດ. ພວກມັນໃຈດີຫຼາຍທີ່ໃຫ້ສິ່ງນີ້ແກ່ເຮົາ. ເຮົາຈຳເປັນຕ້ອງຕອບແທນຄວາມໃຈດີຂອງສິ່ງມີຊີວິດທຸກຕົນໂດຍການບັນລຸພາວະຂອງພຣະພຸດທະເຈົ້າເອງ - ຈາກນັ້ນເຮົາຈະສາມາດເຕີມເຕັມເປົ້າໝາຍຂອງສິ່ງຂີດຈຳກັດທີ່ມີຊີວິດທຸກຕົນ.

ສາວົກ ແລະ ພຣະອໍຣະຫັນ ບໍ່ສາມາດສຳເລັດເປົ້າໝາຍທັງຫມົດຂອງສິ່ງຈຳກັດທີ່ມີຊີວິດໄດ້. ຜູ້ດຽວທີ່ສາມາດເຮັດສິ່ງນີ້ແມ່ນພຣະພຸດທະເຈົ້າ, ແລະ ນີ້ແມ່ນສິ່ງທີ່ເຮົາຕ້ອງເຮັດເພື່ອຊ່ວຍເຂົາເຈົ້າແທ້ໆ. ພວກເຮົາຕ້ອງກາຍເປັນພຣະພຸດທະເຈົ້າເອງ.

ເຮົາຈະເຮັດສິ່ງນີ້ແນວໃດ? ໂດຍການປະຕິບັດຕາມພຣະທັມ. ໃນອິນເດຍ, ມີມະຫາສິດທະທີ່ປະສົບຜົນສຳເລັດສູງ, ເຮົາມີເລື່ອງລາວກ່ຽວກັບຊີວິດຂອງແປດສິບອົງ, ແຕ່ວ່າຕົວຈິງແລ້ວມັນມີຈຳນວນນັບບໍ່ຖ້ວນ. ພວກເພິ່ນບັນລຸການຕັດສະຮູ້ໃນຊີວິດຂອງພວກເພິ່ນ. ໃນທິເບດ, ມີຕົວຢ່າງຂອງມິລະເຣປະ, ແລະ ພຣະອາຈານທີ່ຍິ່ງໃຫຍ່ອື່ນໆ ຈາກນິກາຍກາກິວ, ຍິງມາ, ສັກຍະ, ແລະ ເກລຸກ.

ເມື່ອເຮົາບັນລຸພາວະຂອງພຣະພຸດທະເຈົ້າແລ້ວ, ຄວາມພະຍາຍາມທາງພຣະທັມຂອງເຮົາແມ່ນສິ້ນສຸດລົງ. ວຽກທີ່ເຮົາເຮັດໃນພຣະທັມແມ່ນຍາກຫຼາຍໃນຕອນຕົ້ນ, ແຕ່ມັນຈະງ່າຍຂຶ້ນເລື້ອຍໆ, ແລະ ເຮົາຈະເປັນສຸກຂຶ້ນເລື້ອຍໆ ເວລາເຮົາກ້າວໜ້າໄປ. ເຮົາສຳເລັດວຽກພຣະທັມຂອງເຮົາໃນພາວະຄວາມສຸກສົມບູນ. ວຽກທາງໂລກມີແຕ່ນຳມາເຊິ່ງຄວາມທຸກໃຫ້ເຮົາເທົ່ານັ້ນ.

ຍົກຕົວຢ່າງ, ເມື່ອຄົນເຮົາຕາຍ, ຊີວິດຂອງເຂົາເຖິງຂັ້ນສູງສຸດ ຫຼື ຈຸດສິ້ນສຸດໃນຄວາມຕາຍເຮັດໃຫ້ເກີດແຕ່ຄວາມໂສກເສົ້າ ແລະ ຄວາມທຸກ, ບໍ່ພຽງແຕ່ຕໍ່ຕົນເອງ, ແຕ່ຕໍ່ຜູ້ທີ່ຍັງມີຊີວິດຢູ່ອີກ, ເຊັ່ນວ່າໃນງານສົບຂອງລາວ. ເຮົາຕ້ອງຄິດກ່ຽວກັບເລື່ອງນີ້ ແລະ ເຮັດວຽກພຣະທັມປະເພດໜຶ່ງ. ການກ້າວເຖິງຂັ້ນສຸດຍອດ ຫຼື ຈຸດຈົບຂອງພຣະທັມດ້ວຍການບັນລຸການຕັດສະຮູ້ຈະນຳມາແຕ່ຄວາມສຸກ, ບໍ່ພຽງແຕ່ໃຫ້ເຮົາເທົ່ານັ້ນ, ແຕ່ ສຳລັບຕົນອື່ນທັງໝົດ.

ເຮົາຕ້ອງຫຼີກເວັ້ນການກະທຳດ້ານລົບສິບຢ່າງ. ຖ້າເຮົາກະທຳທາງບວກ, ເຮົາຈະປະສົບຄວາມສຸກ, ແລະ ຖ້າເຮົາກະທຳທາງລົບ, ເຮົາຈະປະສົບຄວາມບໍ່ເປັນສຸກ. ເຮົາຕ້ອງກວດກາຜົນຂອງການກະທຳຂອງເຮົາ ແລະ ເຮົາຕ້ອງກວດກາຈິດໃຈຂອງເຮົາເອງໃນຖານະເປັນສາເຫດຂອງການກະທຳຂອງເຮົາ. ເມື່ອເຮົາກວດເບິ່ງ, ເຮົາຈະເຫັນວ່າເຮົາມີສາມອາລົມ ແລະ ທັດສະນະຄະຕິທີ່ເປັນພິດ: ຄວາມຢາກໄດ້, ຄວາມເປັນສັດຕູ ແລະ ຄວາມບໍ່ຮູ້ແບບປິດໃຈ (ຄວາມໄຮ້ດຽງສາ).

ຈາກສິ່ງເຫຼົ່ານີ້, ເຮົາໄດ້ອາລົມ ແລະ ທັດສະນະຄະຕິລົບກວນ 84,000 ປະເພດ. ຄວາມຫຼົງໄຫຼ 84,000 ອັນນີ້ແມ່ນສັດຕູຕົ້ນຕໍຂອງເຮົາ, ສະນັ້ນເຮົາຕ້ອງເບິ່ງໄປທາງໃນ, ບໍ່ແມ່ນອ້ອມຕົວເຮົາ, ເພື່ອຊອກຫາສັດຕູຂອງເຮົາ. ໃນຈຳນວນທັງໝົດ 84,000, ອັນຫຼັກແມ່ນຢາພິດສາມຢ່າງນີ້, ແລະ ສິ່ງທີ່ຮ້າຍທີ່ສຸດແມ່ນຄວາມບໍ່ຮູ້ແບບປິດໃຈ ຫຼື ຄວາມໄຮ້ດຽງສາ, ໃນກະແສຈິດໃຈຂອງເຮົາເອງ.

ໂດຍຫຍໍ້, ເຮົາຕ້ອງເບິ່ງພາຍໃນຕົนເອງ ແລະ ພະຍາຍາມກຳຈັດສັດຕູພາຍໃນເຫຼົ່ານີ້. ນັ້ນແມ່ນເຫດຜົນທີ່ວ່າສານຸສິດພຣະພຸດທະທັມແມ່ນເອີ້ນວ່າ "ຜູ້ຢູ່ພາຍໃນ" (ນັງ-ປາ), ເພາະເພິ່ນຈະເບິ່ງເຂົ້າໄປທາງໃນຢູ່ສະເໝີ. ຖ້າເຮົາຢຸດອາລົມ ແລະ ທັດສະນະຄະຕິລົບກວນເຫຼົ່ານີ້ໃນຄວາມຕໍ່ເນື່ອງຈິດໃຈຂອງເຮົາ, ແລ້ວເຮົາກໍຈະກຳຈັດຄວາມທຸກຂອງເຮົາໃຫ້ໝົດໄປ. ຄົນທີ່ປະຕິບັດເຮັດສິ່ງນີ້ແມ່ນເປັນທີ່ຮູ້ກັນວ່າເປັນຜູ້ປະຕິບັດທັມ.

ກິດຈະກຳທາງທັມຂອງຜູ້ທີ່ພະຍາຍາມລຶບລ້າງແຕ່ອາລົມ ແລະ ທັດສະນະຄະຕິລົບກວນພາຍໃນຕົນເອງແມ່ນກິດຈະກຳທັມຂອງສາຍຫີນະຍານ. ຖ້າເຮົາພະຍາຍາມລຶບລ້າງຄວາມຫຼົງໄຫຼຂອງເຮົາບໍ່ພຽງແຕ່ເພື່ອກຳຈັດຄວາມທຸກຂອງເຮົາເອງເທົ່ານັ້ນ, ແຕ່ເຫັນວ່າຜູ້ອື່ນສຳຄັນກວ່າ ແລະ ພະຍາຍາມເອົາຊະນະຄວາມຫຼົງໄຫຼຂອງເຮົາເພື່ອໃຫ້ເຮົາສາມາດຊ່ວຍເຂົາເຈົ້າຕັດອາລົມ ແລະ ທັດສະນະຄະຕິລົບກວນໃນຈິດໃຈຂອງເຂົາເຈົ້າເຊັ່ນກັນ, ແລ້ວເຮົາກໍຈະເປັນຜູ້ປະຕິບັດທັມມະຫາຍານ. ບົນພື້ນຖານການເຮັດວຽກຂອງຮ່າງກາຍນີ້, ເຮົາຕ້ອງພະຍາຍາມເປັນທາງສາຍມະຫາຍານ, ແລະ ຜົນໄດ້ຮັບກໍຄືວ່າເຮົາສາມາດບັນລຸ ພາວະຕັດສະຮູ້ຂອງພຣະພຸດທະເຈົ້າ.

ປະເດັນຫຼັກແມ່ນຕ້ອງພະຍາຍາມໃຫ້ເກີດປະໂຫຍດແກ່ທຸກຄົນ ແລະ ບໍ່ສ້າງຄວາມເສຍຫາຍຕໍ່ໃຜເລີຍ. ຖ້າເຮົາທ່ອງຂຶ້ນໃຈ "ໂອມ ມະນີ ປັດເມ ຫຸມ," ເຮົາຕ້ອງຄິດວ່າ "ຂໍໃຫ້ພະລັງບວກຂອງການເຮັດສິ່ງນີ້ເປັນປະໂຫຍດແກ່ທຸກຊີວິດທີ່ມີຂີດຈຳກັດ."

ຮ່າງກາຍເຫຼົ່ານີ້ທີ່ເຮົາມີເປັນພື້ນຖານການເຮັດວຽກຂອງເຮົາແມ່ນຍາກທີ່ຈະໄດ້ຮັບ: ການເກີດມາເປັນມະນຸດບໍ່ໄດ້ມາງ່າຍໆ. ຍົກຕົວຢ່າງ, ເບິ່ງທີ່ໂລກໜ່ວຍນີ້. ສ່ວນໃຫຍ່ແມ່ນມະຫາສະໝຸດ, ແລະ ຄິດເບິ່ງວ່າມີປາຫຼາຍປານໃດທີ່ຢູ່ໃນມະຫາສະໝຸດທັງໝົດເຫຼົ່ານີ້. ສິ່ງມີຊີວິດທີ່ມີຈຳນວນຫຼາຍທີ່ສຸດແມ່ນສັດ ແລະ ແມງໄມ້. ຖ້າເຮົາຄິດເຖິງໂລກທັງໝົດ ແລະ ຈຳນວນສັດ ແລະ ແມງໄມ້ທີ່ມີຢູ່, ເຮົາຈະເຫັນຄວາມຫາຍາກຂອງການເກີດມາເປັນມະນຸດ.

ສະຫຼຸບ

ໃນພຣະທັມ, ການບັນລຸ ແລະ ການຮູ້ແຈ້ງຈະເກີດຂຶ້ນຊ້າຫຼາຍ. ບໍ່ພຽງແຕ່ໃນສອງສາມມື້, ອາທິດ ຫຼື ເດືອນເທົ່ານັ້ນ. ມີພຽງມະນຸດຈຳນວນໜ້ອຍໜຶ່ງເທົ່ານັ້ນທີ່ຈະຄິດກ່ຽວກັບພຣະທັມ, ຢ່າເວົ້າຮອດການບັນລຸເລີຍ. ເຮົາຕ້ອງພະຍາຍາມຢ່າງສະໝ່ຳາສະເໝີເປັນເວລາດົນ. ເຮົາມີພຣະເກເຊທີ່ມີຄຸນວຸທິຢູ່ທີ່ນີ້ທີ່ສາມາດຕອບຄຳຖາມທັງໝົດຂອງເຮົາ. ໃນໄລຍະຍາວ, ພຣະພຸດທະທັມຈະສືບຕໍ່ຂະຫຍາຍຕົວ ແລະ ແຜ່ຫຼາຍ. ຕອນນີ້ຍັງເພີ່ມຂື້ນ ແລະ ມີຊີວິດຊີວາຢູ່ຫຼາຍ. ຕອນທີ່ພຣະພຸດທະເຈົ້າເລີ່ມສິດສອນໃໝ່ໆ, ພຣະອົງມີສາວົກຫ້າອົງເທົ່ານັ້ນ. ແລ້ວແຜ່ລາມອອກມາຈາກບຸກຄົນເຫຼົ່ານີ້, ແລະ ດຽວນີ້ມີຢູ່ໃນຂອບເຂດທີ່ກວ້າງຂວາງແລ້ວ.

ດຽວນີ້ເຮົາມີຜູ້ທີ່ທຽບເທົ່າກັບພຣະສາກະຍະມຸນີພຸດທະເຈົ້າ, ຄືອົງພຣະດາໄລລາມະ, ຜູ້ທີ່ຈະມາຢູ່ນີ້ໃນເດືອນຕຸລາ. ສິ່ງໃດກໍ່ຕາມທີ່ພຣະອົງຈະສອນໃຫ້ແກ່ທ່ານ, ຈົ່ງເອົາໃຈໃສ່ ແລະ ປະຕິບັດຢ່າງຈິງໃຈ. ສິ່ງສຳຄັນຂອງຄຳສອນແມ່ນການບໍ່ທຳຮ້າຍສິ່ງມີຊີວິດໃດໆ ແລະ ບໍ່ມີຄວາມຄິດທີ່ເປັນທາງທຳຮ້າຍ - ພະຍາຍາມເປັນແຕ່ປະໂຫຍດຕໍ່ພວກມັນເທົ່ານັ້ນ. ນີ້ແມ່ນປະເດັນຫຼັກ. ຖ້າເຮົາປະຕິບັດໄດ້ແບບນີ້, ມັນຈະນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫຼວງໃນອະນາຄົດ.

Top