ຄວາມສຳພັນກັບພຣະອາຈານໃນສອງຊາດ

ຄວາມສຳພັນອັນເລິກເຊິ່ງກັບອາຈານທາງສາສະໜາສາມາດເປັນຄວາມຜູກພັນທີ່ຍົກສູງ ແລະ ສຳຄັນທີ່ສຸດໃນຊີວິດຂອງເຮົາ. ມັນຍັງສາມາດເປັນແຫຼ່ງຂອງການຕົວະຕົນເອງ, ຄວາມເຈັບປວດ, ແລະ ຄວາມສິ້ນຫວັງທາງສາສະໜາ. ທັງໝົດແມ່ນຂຶ້ນກັບການເຮັດໃຫ້ຄວາມສຳພັນມີສຸຂະພາບດີ. ສິ່ງນີ້, ໃນທາງກັບກັນ, ກໍຂຶ້ນກັບການມີທັດສະນະຄະຕິທີ່ເປັນຈິງກ່ຽວກັບຄຸນສົມບັດຂອງພຣະອາຈານຂອງເຮົາເອງ, ກ່ຽວກັບຈຸດປະສົງຂອງຄວາມສຳພັນ, ແລະ ກ່ຽວກັບການພົວພັນ ແລະ ຂອບເຂດຂອງຄວາມສຳພັນນັ້ນ.

ຜູ້ຂ້າໄດ້ຂຽນ ຄວາມສຳພັນກັບອາຈານທາງສາສະໜາ : ການສ້າງຄວາມສຳພັນມີສຸຂະພາບດີ (Relating to a Spiritual Teacher: Building a Healthy Relationship. Ithaca: Snow Lion, 2000; ຕີພິມຊ້ຳເປັນ ອາຈານມີປັນຍາ, ນັກສຶກສາມີປັນຍາ : ແນວທາງແບບທິເບດຕໍ່ຄວາມສຳພັນມີສຸຂະພາບດີ Wise Teacher, Wise Student: Tibetan Approaches to a Healthy Relationship. Ithaca: Snow Lion, 2010) ຕົ້ນຕໍແມ່ນຍ້ອນຜູ້ຂ້າໄດ້ປະໂຫຍດຢ່າງຫຼວງຫຼາຍຈາກຄວາມສໍາພັນກັບພຣະອາຈານຫຼັກຂອງຜູ້ຂ້າ - ພຣະເຊນຊັບເຊີກົງຣິນໂປເຊ, ສົມເດັດພຣະດາໄລລາມະ, ແລະ ພຣະເກເຊງາວັງດາກເຍ - ແລະ ຍ້ອນຜູ້ຂ້າເສຍໃຈທີ່ຜູ້ສະແຫວງຫາທາງສາສະໜາທີ່ຈິງໃຈຫຼາຍຄົນທີ່ຜູ້ຂ້າໄດ້ພົບຢູ່ໃນການທັດສະນະສອນທົ່ວໂລກຂອງຜູ້ຂ້າໄດ້ມີປະສົບການທີ່ດີໜ້ອຍກວ່າຫຼາຍ. ຫຼາຍຄົນ, ທີ່ໄດ້ພົບກັບການລ່ວງລະເມີດທາງເພດ, ທາງການເງິນ, ຫຼື ທາງອຳນາດ, ໄດ້ລະບຸຕົນເອງວ່າເປັນຜູ້ຖືກເຄາະຮ້າຍທີ່ບໍລິສຸດ. ໂດຍໄດ້ຕໍານິແຕ່ອາຈານທີ່ໂຫດຮ້າຍນັ້ນ, ພວກເຂົາໄດ້ຕີຕົວອອກຫ່າງຈາກຜູ້ຊີ້ທາງສາສະໜາທັງໝົດ ແລະ, ບາງຄັ້ງ, ກໍຈາກເສັ້ນທາງສາສະໜາເລີຍ. ຄົນອື່ນພັດຢູ່ກັບການປະຕິເສດວ່າມີຄວາມສໍາພັນທີ່ບໍ່ດີ ແລະ ຮູ້ສຶກວ່າ "ການອຸທິດຕົນຕົວຕໍ່ອາຈານ" (“Guru-devotion”) ເປັນສິ່ງທີ່ພໍພຽງແຕ່ເຫມາະສົມ, ແຕ່ຍັງຍຸຕິທໍາຊ້ຳ, ເຖິງວ່າຕາມມາດຖານທົ່ວໄປແລ້ວ ມັນຈະເປັນສິ່ງມ້າງເພປານໃດກໍຕາມ. ທັງສອງຢ່າງສຸດໂຕ່ງນີ້ໄດ້ກັນບໍ່ໃຫ້ນັກຮຽນໄດ້ຮັບປະໂຫຍດຢ່າງເຕັມທີ່ ຈາກຄວາມສໍາພັນທີ່ມີສຸຂະພາບດີ.

ໃນກໍລະນີທີ່ລູກສິດເປັນຊາວຕາເວັນຕົກ ແລະ ອາຈານເປັນຊາວທິເບດ, ແຫຼ່ງຂອງບັນຫາອັນໜຶ່ງແມ່ນຄວາມເຂົ້າໃຈຜິດທາງວັດທະນະທໍາ, ບວກກັບຄວາມຄາດຫວັງທີ່ບໍ່ຕິດພັນກັບຕົວຈິງວ່າອີກຝ່າຍຈະປະຕິບັດຕາມມາດຕະຖານທາງວັດທະນະທໍາຂອງຕົນເອງ. ແຫຼ່ງທີ່ມາຂອງຄວາມສັບສົນອີກອັນຕໍ່ມາແມ່ນການເອົາເນື້ອໃນມາດຕະຖານຕາມຕຳຣາຂອງຄວາມສໍາພັນຂອງລູກສິດກັບອາຈານອອກນອກບໍຣິບົດຂອງມັນ, ຕີຄວາມໝາຍຕາມຕົວໜັງສືໂພດ, ແລະ ຕີຄວາມໝາຍຂອງຄໍາສັບເຕັກນິກຜິດ, ສ່ວນຫຼາຍຍ້ອນການແປພາສາທີ່ຜິດ.

ຕຳຣາລຳ-ຣິມ (ເສັ້ນທາງປະຕິບັດຢ່າງເປັນລຳດັບຂັ້ນ), ເປັນຕົ້ນ, ນໍາສະເໜີຄວາມສໍາພັນທີ່ເປັນ "ຮາກຂອງເສັ້ນທາງ" ແລະ ກ່າວເຖິງມັນເປັນຫົວຂໍ້ຫຼັກອັນແຣກ. ແຕ່, ຈຸດຂອງການປຽບທຽບແມ່ນວ່າ ຕົ້ນໄມ້ໄດ້ອາຫານຈາກຮາກຂອງມັນ, ບໍ່ແມ່ນວ່າມັນເລີ່ມຕົ້ນຈາກຮາກ. ຕົ້ນໄມ້ເກີດຈາກແກ່ນ, ແລະ ພຣະສອງຂະປະ (Tsongkhapa) ບໍ່ໄດ້ເອີ້ນຄວາມສໍາພັນນີ້ວ່າ "ແກ່ນຂອງເສັ້ນທາງ." ເພາະຜູ້ຮັບລຳ-ຣິມຈະບໍ່ແມ່ນຜູ້ເລີ່ມຝຶກທັມໃໝ່. ແຕ່ຈະແມ່ນພຣະສົງຊາຍ ແລະ ຍິງ, ເຕົ້າໂຮມກັນເພື່ອຮັບເອົາການມອບພະລັງຕັນຕຣະ ແລະ ຜູ້ທີ່, ເພື່ອເປັນການກະກຽມ, ຕ້ອງການທວນຄືນຄໍາສອນພຣະສູດ. ສໍາລັບບຸກຄົນເຫຼົ່ານີ້, ທີ່ມຸ່ງມັ່ນໃນເສັ້ນທາງພຣະພຸດທະສາສະໜາຈາກການສຶກສາ ແລະ ການປະຕິບັດຜ່ານມາແລ້ວ, ຄວາມສໍາພັນທີ່ດີກັບອາຈານສອນສາສະໜາຈິ່ງເປັນຮາກທີ່ຊ່ວຍດົນໃຈເພື່ອສືບຕໍ່ເສັ້ນທາງທັງໝົດໄປສູ່ການຕັດສະຮູ້. ຄວາມຕັ້ງໃຈນັ້ນບໍ່ແມ່ນວ່າຜູ້ມາໃໝ່ໃນສູນພຣະທັມຕາເວັນຕົກຕ້ອງເລີ່ມໂດຍການເບິ່ງພຣະອາຈານສອນສາສະໜາຢູ່ທີ່ນັ້ນເປັນພຣະພຸທະເຈົ້າ.

ໃນກໍລະນີຂອງຜູ້ຂ້າເອງ, ຄວາມສໍາພັນທີ່ເລິກເຊິ່ງທີ່ສຸດທີ່ຜູ້ຂ້າມີກັບພຣະອາຈານສອນສາສະໜາກວມສອງຊາດຂອງພຣະອາຈານນັ້ນ. ຜູ້ຂ້າໄດ້ໃຊ້ເວລາ 9 ປີ ໃນຖານະເປັນສານຸສິດ, ນາຍແປ, ເລຂາອັງກິດ, ແລະ ຜູ້ບໍລິຫານການທັດສະນະຕ່າງປະເທດຂອງພຣະເຊນຊັບເຊີກົງຣິນໂປເຊ (Tsenzhab Serkong Rinpoche), ຄູ່ຮ່ວມການໂຕ້ວາທະ ແລະ ພຣະອາຈານຜູ້ຊ່ວຍຂອງທ່ານສົມເດັດພຣະດາໄລລາມະ. ພຣະຣິນໂປເຊໄດ້ມໍຣະນະພາບໃນປີ 1983, ໄດ້ກັບມາເກີດໃນອີກເກົ້າເດືອນຕໍ່ມາ, ແລະ ໄດ້ຖືກລະບຸ ແລະ ກັບຄືນສູ່ທັມສາລາເມື່ອອາຍຸສີ່ປີ. ທັງເພິ່ນ ແລະ ຜູ້ຂ້າຢືນຢັນຄວາມຜູກພັນອັນເລິກເຊິ່ງຂອງເຮົາຄືນໃຫມ່ໃນຂະນະທີ່ເຮົາໄດ້ພົບກັນສາມ-ສີ່ເດືອນຕໍ່ມາ. ເມື່ອຜູ້ຮັບໃຊ້ຖາມວ່າເພິ່ນຮູ້ວ່າຜູ້ຂ້າແມ່ນໃຜ, ຕຸລກຸໜຸ່ມຕອບວ່າ: "ຢ່າໂງ່ຫຼາຍ. ເຮົາຮູ້ແທ້ວ່າລາວແມ່ນໃຜ." ຕັ້ງແຕ່ນັ້ນມາ, ພຣະຣິນໂປເຊໄດ້ປະຕິບັດກັບຜູ້ຂ້າໃນຖານະເປັນສະມາຊິກທີ່ໃກ້ຊິດຂອງຄອບຄົວທາງສາສະໜາຂອງເພິ່ນ - ເຊິ່ງເປັນສິ່ງທີ່ເດັກອາຍຸສີ່ປີບໍ່ສາມາດຫຼອກໄດ້. ຜູ້ຂ້າ, ໃນທາງກັບກັນ, ບໍ່ມີຄວາມສົງໄສກ່ຽວກັບຄວາມສຳພັນອັນເລິກເຊິ່ງຂອງເຮົາເລີຍ.

ໃນຊ່ວງລະດູຮ້ອນຂອງປີ 2001, ຜູ້ຂ້າໄດ້ໃຊ້ເວລາໜຶ່ງເດືອນກັບພຣະຣິນໂປເຊໃນປະເທດອິນເດຍຕອນໃຕ້ ຢູ່ທີ່ວັດຂອງເພິ່ນ, ວັດການເດັນຈາງເຊະ (Ganden Jangtse), ບ່ອນທີ່, ໃນອາຍຸສິບເຈັດປີ, ເພິ່ນໄດ້ໂຕ້ວາທະຕໍ່ໜ້າພຣະສົງທີ່ຊຸມນຸມກັນໃນພິທີສະເຫຼີມສະຫຼອງການເຂົ້າຮຽນເປັນນັກວິຊາການຢ່າງເປັນທາງການຂອງເພິ່ນ. ໃນລະຫວ່າງເດືອນນັ້ນ, ຜູ້ຂ້າໄດ້ຮັບຄໍາສອນກ່ຽວກັບສິ່ງທີ່ເພິ່ນກໍາລັງສຶກສາຢູ່ໃນການຝຶກເກເຊຂອງເພິ່ນ, ແລະ ໄດ້ແປການຖ່າຍທອດປາກເປົ່າ ແລະ ການອະທິບາຍພຣະຕຳຣາຂອງເພິ່ນໃຫ້ກັບສານຸສິດຊາວຕາເວັນຕົກທີ່ໃກ້ຊິດຂອງເພິ່ນໃນຊາດກ່ອນ. ເມື່ອຜູ້ຂ້າໄດ້ໃຫ້ຂໍ້ສັງເກດກັບພຣະຣິນໂປເຊວ່າມັນເປັນສິ່ງທີ່ດີເລີດປານໃດທີ່ໄດ້ແປພາສາໃຫ້ເພິ່ນອີກຄັ້ງ, ເພິ່ນໄດ້ຕອບວ່າ, "ແນ່ນອນ, ນັ້ນແມ່ນກັມຂອງເຈົ້າ." ຜູ້ຂ້າຍັງໄດ້ສືບຕໍ່ຂະບວນການບໍ່ເປັນທາງການຂອງການມອບຄືນຄຳແນະນຳທາງທັມ ແລະ ທາງໂລກທີ່ເພິ່ນໄດ້ໃຫ້ຜູ້ຂ້າໃນຊາດກ່ອນ.

ຄວາມສຳພັນສ່ວນຕົວຂອງຜູ້ຂ້າກັບພຣະເຊີກົງຣິນໂປເຊຕະຫຼອດສອງຊາດໄດ້ເຮັດໃຫ້ຜູ້ຂ້າມີຄວາມໝັ້ນໃຈໃນພຣະທັມ ແລະ ການກັບຊາດມາເກີດຫຼາຍກວ່າທີ່ຜູ້ຂ້າຈະສາມາດໄດ້ຈາກການສຶກສາ ແລະ ການທຳສະມາທິແຕ່ຢ່າງດຽວ. ມັນເປັນແຫຼ່ງດົນໃຈໃຫ້ສືບຕໍ່ເດີນໄປຕາມເສັ້ນທາງແທ້ໆ. ທັງເພິ່ນ ແລະ ຜູ້ຂ້າບໍ່ໄດ້ຫຼອກຕົນເອງກ່ຽວກັບບົດບາດຂອງເຮົາຕໍ່ກັນໃນຊີວິດຂອງເພິ່ນແຕ່ລະຊາດ. ເຮົາບໍ່ໄດ້ຄືເກົ່າທັງໝົດ ຫຼື ປ່ຽນໄປທັງໝົດຈາກເຮົາໃນຕອນນັ້ນ. ເຮົາແຕ່ລະຄົນແມ່ນຄວາມຕໍ່ເນື່ອງ. ດ້ວຍຄວາມເຄົາຣົບເຊິ່ງກັນ ແລະ ກັນ, ບົນທັດສະນະຄະຕິທີ່ເປັນຈິງກ່ຽວກັບແຕ່ລະຂັ້ນໃນຊີວິດຂອງເຮົາໃນປະຈຸບັນ ແລະ ໃນຕອນນັ້ນ, ເຮົາແຕ່ລະຄົນສອນ ແລະ ຮຽນຮູ້ຢ່າງສະບາຍຈາກກັນ ແລະ ກັນໃນປະຈຸບັນ. ມັນມີຄວາມ ຮູ້ສຶກເປັນທໍາມະຊາດທັງໝົດ.

ໃນຖານະແຟນໜັງສຕາ ເທຣັກ (Star Trek), ຜູ້ຂ້າເບິ່ງປະສົບການນີ້ຄືກັບວ່າຜູ້ຂ້າເປັນສ່ວນໜຶ່ງຂອງລູກເຮືອທັງໃນຊຸດຕົ້ນສະບັບ ແລະ ໃນ ລຸ້ນຕໍ່ມາ (Next Generation), ພາຍໃຕ້ກັບຕັນເຄີກ (Captain Kirk) ໃນຕອນນັ້ນ ແລະ ໃນປະຈຸບັນພາຍໃຕ້ການກັບຊາດມາເກີດຂອງລາວເປັນກັບຕັນປີກາ (Captain Picard) ທີ່ຍັງຢູ່ໃນການຝຶກອົບຮົມເປັນທະຫານໜຸ່ມຢູ່. ສິ່ງທ້າທາຍຕົ້ນຕໍທີ່ຜູ້ຂ້າປະເຊີນນັ້ນແມ່ນການສືບຕໍ່ກໍ່ສ້າງຜົນກັມເພື່ອຮັບໃຊ້ໃຫ້ແກ່ລູກເຮືອຂອງບັ້ນ ການສ້າງສາ (Enterprise) ຕໍ່ໄປ.

Top