ຄຳແນະນຳຂອງພຣະດາໄລລາມະສຳລັບການຈັດການກັບອາຈານສອນສາສະໜາທີ່ມັກເອົາປຽບ

ບັນດາທ່ານທີ່ມາຈາກຕີເບດ ແລະ ຊາວຈີນຈໍານວນຫຼາຍໃນທີ່ນີ້, ມີບາງສິ່ງທີ່ທ່ານຕ້ອງກໍານົດໃຫ້ຊັດເຈນ. ເມື່ອມີອາຈານສອນສາສະໜາທີ່ໜ້າຊື່ໃຈຄົດ, ຈອມປອມ, ທ່ານຕ້ອງເປີດເຜີຍຄຳຕົວະ ແລະ ການຫຼອກລວງຂອງເຂົາເຈົ້າ. ທ່ານຕ້ອງມີຄວາມແນ່ນອນກ່ຽວກັບເລື່ອງນີ້.

ສອງສາມປີກ່ອນ, ມີກອງປະຊຸມໃນທັມສາລາ (Dharamsala) ຂອງອາຈານທີ່ມາຈາກຕາເວັນຕົກທີ່ສອນພຣະພຸດທະສາສະໜາສາຍຕີເບດ, ພຣະພຸດທະສາສະໜາສາຍເຊັນ (Zen) ແລະ ອື່ນໆ. ໃນໂອກາດຂອງການປະຊຸມຄັ້ງນີ້, ອາຈານຊາວຕາເວັນຕົກຈຳນວນໜຶ່ງໃນນັ້ນໄດ້ລາຍງານເຊັ່ນນີ້: “ປະຈຸບັນ, ໃນບັນດາອາຈານໃຫຍ່ສາຍເຊັນ, ມີບາງອົງທີ່ສາມາດເອີ້ນໄດ້ວ່າມັກເອົາປຽບຫຼາຍ, ແລະ ໃນບັນດາລາມະຊາວຕີເບດ, ກໍຍັງມີບາງອົງທີ່ສາມາດເອີ້ນໄດ້ວ່າມັກເອົາປຽບຫຼາຍເຊັ່ນກັນ. ດ້ວຍເຫດນີ້, ເຮົາຈິ່ງຕ້ອງການວິທີທີ່ຊໍານານເພື່ອທີ່ຈະຢຸດເຂົາເຈົ້າ."

ໃນເວລານັ້ນ, ອາຕະມາໄດ້ບອກເພິ່ນວ່າ: “ບໍ່ມີຫຍັງທີ່ເຮົາເອງສາມາດເຮັດເພື່ອຢຸດເຂົາເຈົ້າໄດ້ດອກ. ພຣະພຸດທະເຈົ້າພະຄະວາໄດ້ຊົງປະກາດຢ່າງຊັດເຈນ ແລະ ເດັດຂາດ ວ່າອັນໃດຄວນລະຖິ້ມ ແລະ ອັນໃດຄວນຮັບເອົາ. ຕົວຢ່າງ, ພຣະອົງຊົງກ່າວຢ່າງຊັດເຈນ ແລະ ເດັດຂາດວ່າ: 'ຈົ່ງຊັກຈູງຜູ້ອື່ນໃຫ້ປະຕິບັດຕາມຈຸດມຸ່ງໝາຍຂອງຄຳສອນ ແລະ ຈົ່ງປະຕິບັດຕົນຢ່າງສະໝໍ່າສະເໝີດ້ວຍຈຸດມຸ່ງໝາຍເຫຼົ່ານີ້.' ແຕ່ເຂົາເຈົ້າກໍຍັງບໍ່ຟັງສິ່ງນັ້ນ; ເຂົາເຈົ້າບໍ່ໃຫ້ຄ່າກັບສິ່ງນັ້ນ. ຖ້າເຂົາເຈົ້າບໍ່ເຫັນຄ່າຂອງສິ່ງທີ່ພຣະພຸດທະເຈົ້າພະຄະວາໄດ້ກ່າວ, ແລ້ວມັນຈະຊ່ວຍຫຍັງໄດ້ຈາກການທີ່ເຮົາໄປເວົ້າກັບເຂົາເຈົ້າ? ມັນຈະບໍ່ຊ່ວຍຫຍັງເລີຍ.

"ທ່ານຕ້ອງປ່າວປະກາດເຫດການນັ້ນໃນທີ່ສາທາລະນະ. ພິມເຜີຍແຜ່ໃນໜັງສືພິມ, ກ່າວຊື່ຜູ້ກ່ຽວ, ວ່າມີກໍລະນີເຊັ່ນຄົນເຫຼົ່ານີ້ທີ່ສອນພຣະທັມ ແຕ່ມີພຶຕິກຳແບບເສຍຫາຍ. ເຜີຍແຜ່ສິ່ງນັ້ນແຫຼະ. ອັນນີ້ອາດຊ່ວຍໄດ້ເລັກໜ້ອຍ ແລະ ກໍ່ປະໂຫຍດບາງອັນ, ແຕ່ນອກນັ້ນ, ການອະທິບາຍຂອງເຮົາຈະບໍ່ຊ່ວຍຢຸດເຂົາເຈົ້າ." ອາຕະມາໄດ້ບອກເພິ່ນວ່າແນວນັ້ນ.

ທ່ານຕ້ອງຮູ້ວ່າມັນເປັນແບບນັ້ນ. ເມື່ອໃດທີ່ສະຖານະການເກີດຂຶ້ນທີ່ວ່າມີອາຈານທີ່ໜ້າຊື່ໃຈຄົດ, ປອມຕົວ, ໃຫ້ປະກາດຊື່ຂອງເຂົາເຈົ້າ ແລະ, ໃນທີ່ສຸດ, ຖ້າຈຳເປັນຕ້ອງຈັບເຂົາເຈົ້າ, ກໍໃຫ້ຈັບ. ໃນອາເມຣິກາ, ມີຄົນໄດ້ຖືກຈັບແລ້ວ, ແລະ ບາງທີໃນໄຕ້ຫວັນກໍອາດມີຈໍານວນໜຶ່ງທີ່ຈະຖືກຈັບ. ເຂົາເຈົ້າຕ້ອງໄດ້ຖືກຈັບກຸມຕາມກົດຫມາຍ.

ເມື່ອອາຈານສອນທັມຈຳນວນໜຶ່ງຄືແນວນັ້ນ, ທີ່ຖືນາມວ່າເປັນ “ລາມະ” ແລະ ຖືກເອີ້ນວ່າມີຄວາມເສື່ອມເສີຍ, ເປັນທີ່ໂດດເດັ່ນໃນສາຍຕາສາທາລະນະ, ທ່ານບໍ່ຕ້ອງກັງວົນກັບຄວາມຄິດທີ່ວ່າສິ່ງນີ້ຈະເຮັດໃຫ້ເກີດຄວາມເສຍຫາຍຕໍ່ພຣະພຸດທະທຳ. ຄັ້ງໜຶ່ງ, ເມື່ອສາມສີ່ປີກ່ອນ, ໃນເວລາທີ່ອາຕະມາຢູ່ອັງກິດ, ມີລາມະຢູ່ສູນທັມແຫ່ງໜຶ່ງຂອງອັງກິດທີ່ເຮັດໃຫ້ເກີດຂ່າວຄາວກ່ຽວກັບພຶຕິກໍາຂອງລາວກັບແມ່ຍິງ ແລະ ຖືກຈັບໂດຍກົດໝາຍໃນອາເມຣິກາ. ລູກສິດຂອງລາວໄດ້ບອກອາຕະມາວ່າເປັນຫ່ວງທີ່ສຸດ. ເຂົາເຈົ້າມີຄວາມເປັນຫ່ວງວ່າ, ຖ້າເປັນເຊັ່ນນີ້, ກໍມີຄວາມສ່ຽງທີ່ຈະເກີດຄວາມເສຍຫາຍຕໍ່ຄໍາສອນຂອງພຣະພຸດທະເຈົ້າເອງ. ອາຕະມາໄດ້ບອກເຂົາເຈົ້າວ່າບໍ່ຈໍາເປັນຕ້ອງກັງວົນກ່ຽວກັບເລື່ອງນັ້ນ. 2,500 ປີໄດ້ຜ່ານໄປນັບແຕ່ການສະເດັດມາຂອງພຣະພຸດທະເຈົ້າພະຄະວາ. ປະຈຸບັນ, ມີອາຈານສອນທັມບໍ່ເທົ່າໃດຄົນທີ່ຖືກເອີ້ນວ່າອັບປະຍົດ. ເຂົາເຈົ້າບໍ່ສາມາດສ້າງຄວາມເສຍຫາຍຕໍ່ຄໍາສອນຂອງພຣະພຸດທະເຈົ້າໄດ້ດອກ. ອາຈານເຫຼົ່ານີ້ທີ່ໄດ້ຖືກເອີ້ນໃນປັດຈຸບັນວ່າເປັນຄວາມອັບອາຍບໍ່ສາມາດເຮັດໃຫ້ເກີດຄວາມເສຍຫາຍຕໍ່ຄໍາສອນຂອງພຣະພຸດທະເຈົ້າດອກ. ອາຕະມາໄດ້ບອກເຂົາເຈົ້າວ່າແນວນັ້ນ. ອາຕະມາໝັ້ນໃຈໃນເລື່ອງນີ້.

Top