ປະຫວັດສາດ ແລະ ວັດທະນະທຳ

ພຣະພຸດທະສາສະໜາສອນວ່າທຸກສິ່ງເກີດຈາກສາເຫດ ແລະ ເງື່ອນໄຂ, ແລະ ພຣະທັມກໍ່ເຊັ່ນດຽວກັນ. ປະຫວັດສາດ ແລະ ວັດທະນະທຳຂອງແຕ່ລະປະເທດທີ່ພຣະພຸດທະສາສະໜາໄດ້ແຜ່ໄປເຖິງ ຈະມີຜົນຕໍ່ການພັດທະນາພຣະພຸດທະສາສະໜາໄປນຳ, ແລະ ເມື່ອເວລາຜ່ານໄປ, ຊາວພຸດກໍ່ແລກປ່ຽນແນວຄິດກັບຄົນທີ່ຖືສາສະໜາອື່ນ ເພື່ອເພີ່ມຄວາມອຸດົມສົມບູນໃຫ້ທຸກຝ່າຍ. ປະຈຸບັນ, ເມື່ອແນວຄິດ ແລະ ວິທີການພຣະພຸດທະສາສະໜາແຜ່ຂະຫຍາຍໄປທົ່ວໂລກ, ຫຼາຍຄົນກໍ່ເລີ່ມຮັບເອົາຫຼັກປະຕິບັດພຣະພຸດທະສາສະໜາເຂົ້າໃສ່ວິຖີຊີວິດໃນຮູບແບບໃໝ່ຫຼາຍອັນ.
Top