ພຣະພຸດທະເຈົ້າເອງໄດ້ຊົງອຸປະສົມບົດພິກຂຸອົງທໍາອິດ ພຽງແຕ່ດ້ວຍການທ່ອງຄໍາວ່າ ເອຫິພິກຂຸ (ມານີ້ເຖີດ ພິກຂຸເອີຍ). ເມື່ອພິກຂຸໃນລັກສະນະນີ້ມີຈຳນວນພຽງພໍແລ້ວ, ພະອົງກໍຊົງຕັ້ງອຸປະສົມບົດ ໂດຍພຣະພິກຂຸເອງ.
ແຕ່, ຕາມຕຳນານຫຼາຍເລື່ອງ, ໃນຕອນແຣກ ພຣະພຸດທະເຈົ້າໄດ້ປະຕິເສດໃນເວລາທີ່ປ້າທາງມານດາຂອງພຣະອົງ, ພຣະນາງມະຫາປະຊາປະຕີ ໂຄຕະມີ, ໄດ້ຮ້ອງຂໍພຣະອົງໃຫ້ບວດເປັນພິກຂຸນີ. ແຕ່ແລ້ວ, ພຣະນາງມະຫາປະຊາປະຕີ, ພ້ອມດ້ວຍສາວົກສະຕຣີຫ້າຮ້ອຍຄົນ, ກໍໄດ້ໂກນຫົວ, ນຸ່ງຜ້າເຫຼືອງ, ແລະ ຕິດຕາມພຣະອົງໄປໃນຖານະຜູ້ສະຫຼະທີ່ໄຮ້ບ້ານ. ເມື່ອພຣະນາງຂໍອຸປະສົມບົດອີກເປັນຄັ້ງທີສອງ ແລະ ທີສາມ ແລະຖືກປະຕິເສດອີກ, ພຣະອານົນ ສາວົດຂອງພຣະພຸດທະເຈົ້າ ຈິ່ງຂໍຮ້ອງແທນນາງ.
ດ້ວຍການຮ້ອງຂໍຄັ້ງທີສີ່ນີ້, ພຣະພຸດທະເຈົ້າໄດ້ຕົກລົງໃນເງື່ອນໄຂທີ່ວ່ານາງ ແລະ ພຣະພິກຂຸນີໃນອະນາຄົດ ຕ້ອງປະຕິບັດຕາມຂໍ້ຈຳກັດແປດປະການ (ປາລີ: ຄະຣຸທັມ), ເຊິ່ງລວມມີຂໍ້ກຳນົດທີ່ວ່າ ລະດັບຄວາມອາວຸໂສຂອງພຣະພິກຂຸນີຈະຕ່ຳກວ່າຂອງພຣະພິກຂຸສົງສະເໝີ, ບໍ່ວ່າ ພິກຂຸ ຫຼື ພິກຂຸນີຈະຖືສິນໄດ້ດົນປານໃດກໍຕາມ. ພຣະພຸດທະເຈົ້າໄດ້ກຳນົດຂໍ້ຈຳກັດດັ່ງກ່າວເພື່ອໃຫ້ສອດຄ່ອງກັບວັດທະນະທໍາຂອງອິນເດຍໃນສະໄໝຂອງພຣະອົງ, ເພື່ອຫຼີກລ່ຽງການບໍ່ເຄົາຣົບຈາກສັງຄົມຕໍ່ຊຸມຊົນຂອງພຣະອົງ ແລະ ຕໍ່ຄໍາສອນຂອງພຣະອົງ. ພຣະອົງຍັງເຮັດເຊັ່ນນັ້ນເພື່ອປົກປ້ອງພຣະພິກຂຸນີໃຫ້ໄດ້ຮັບຄວາມເຄົາຣົບຈາກຄາຣະວາດ. ໃນອິນເດຍບູຮານ, ຜູ້ຍິງຢູ່ພາຍໃຕ້ການຄຸ້ມຄອງ/ດູແລຂອງພໍ່, ຫຼັງຈາກນັ້ນຂອງຜົວ, ແລະ ສຸດທ້າຍຂອງລູກຊາຍຂອງເຂົາເຈົ້າ. ຍິງໂສດຖືກເບິ່ງວ່າເປັນໂສເພນີ ແລະ ມີຫຼາຍກໍລະນີໃນພຣະວິໄນທີ່ພຣະພິກຂຸນີຖືກເອີ້ນວ່າໂສເພນີພຽງເພາະບໍ່ໄດ້ຮັບຄວາມຄຸ້ມຄອງຈາກພີ່ນ້ອງທີ່ເປັນເພດຊາຍ. ການຢູ່ຮ່ວມກັນລະຫວ່າງພຣະພິກຂຸນີສົງກັບພຣະພິກຂຸສົງເຮັດໃຫ້ສະຖານະພາບໂສດຂອງເຂົາເຈົ້າເປັນທີ່ນັບຖືໃນສາຍຕາຂອງສັງຄົມ.
ຕາມລາຍງານບາງອັນ, ການຮັບຄະຣຸທັມທັງແປດປະການຖືເປັນການອຸປະສົມບົດຄັ້ງແຣກນີ້. ຕາມລາຍງານອື່ນ, ພຣະພຸດທະເຈົ້າຊົງໄດ້ມອບໝາຍການບວດຂອງມະຫາປະຊາປະຕີ ແລະ ສະຕຣີອີກຫ້າຮ້ອຍຄົນໃຫ້ພຣະພິກຂຸ 10 ອົງ, ພາຍໃຕ້ການນໍາຂອງພຣະອານົນ. ໃນກໍລະນີໃດກໍຕາມ, ວິທີການອຸປະສົມບົດພຣະພິກຂຸນີມາດຖານໃນຕອນຕົ້ນແມ່ນເຮັດໂດຍກຸ່ມພຣະພິກຂຸມີ 10 ອົງ. ການອຸປະສົມບົດລັກສະນະນີ້ເປັນທີ່ຮູ້ຈັກກັນທົ່ວໄປວ່າ "ການອຸປະສົມບົດພິກຂຸສົງດຽວ". ຂັ້ນຕອນການອຸປະສົມບົດປະກອບດ້ວຍການຖາມຜູ້ຈະບວດຄໍາຖາມກ່ຽວກັບອຸປະສັກທີ່ອາດຂັດຂວາງນາງຈາກການຮັກສາຄໍາປະຕິຍານຄົບຊຸດ. ນອກຈາກຄຳຖາມທີ່ຖາມຄືກັນກັບຜູ້ທີ່ຈະອຸປະສົມບົດເປັນພິກຂຸແລ້ວ, ຍັງມີຄຳຖາມເພີ່ມເຕີມກ່ຽວກັບກາຍະວິພາກຂອງນາງໃນຖານະເພດຍິງອີກດ້ວຍ.
ເມື່ອຜູ້ທີ່ຢາກບວດພິກຂຸນີບາງຄົນສະແດງຄວາມບໍ່ສະບາຍຢ່າງຍິ່ງໃນການຕອບຄໍາຖາມສ່ວນຕົວດັ່ງກ່າວກັບພຣະພິກຂຸ, ພຣະພຸດທະເຈົ້າໄດ້ຈັດຕັ້ງ "ການອຸປະສົມບົດພຣະສົງທັງສອງ." ໃນທີ່ນີ້, ທຳອິດພຣະພິກຂຸນີສົງຈະຖາມຄໍາຖາມກ່ຽວກັບຄວາມເໝາະສົມຂອງຜູ້ຢາກບວດເປັນພິກຂຸນີກ່ອນ. ຕໍ່ມາໃນມື້ດຽວກັນ, ພຣະພິກຂຸນີສົງຈະເຂົ້າຮ່ວມກັບພຣະພິກຂຸສົງເພື່ອຈັດຕັ້ງການປະຊຸມຮ່ວມກັນ. ພຣະພິກຂຸສົງຈະໃຫ້ການອຸປະສົມບົດ, ໂດຍມີພຣະພິກຂຸນີສົງເປັນພະຍານ.
ໃນຕອນທໍາອິດ, ຄໍາປະຕິຍານສໍາລັບຄະນະສົງກວດເອົາສະເພາະແຕ່ "ການກະທໍາທີ່ບໍ່ຄວນຍົກຍ້ອງຕາມທໍາມະຊາດ" ຄືການກະທໍາທາງກາຍ ແລະ ວາຈາທີ່ເປັນໄພຕໍ່ທຸກຄົນ, ທັງຄາຣະວາດ ແລະ ພຣະສົງ. ແຕ່, ສໍາລັບຜູ້ທີ່ບວດແລ້ວ, ຄໍາປະຕິຍານເຫຼົ່ານີ້ກວມເອົາການເປັນພົມມະຈັນອີກດ້ວຍ. ເມື່ອເວລາຜ່ານໄປ, ພຣະພຸດທະເຈົ້າໄດ້ປະກາດເພີ່ມຄໍາປະຕິຍານກ່ຽວກັບ "ການກະທໍາທີ່ຕ້ອງຫ້າມ" ຄືການກະທໍາທາງກາຍ ແລະ ວາຈາທີ່ບໍ່ເປັນໄພຕາມທໍາມະຊາດ, ແຕ່ຫ້າມສະເພາະຜູ້ອຸປະສົມບົດແລ້ວ, ເພື່ອບໍ່ໃຫ້ສັງຄົມດູໝິ່ນພຣະສົງ ແລະ ຄຳສອນຂອງພຣະພຸດທະເຈົ້າ. ມີພຽງພຣະພຸດທະເຈົ້າເທົ່ານັ້ນທີ່ມີອຳນາດປະກາດຂໍ້ຫ້າມດັ່ງກ່າວ. ພຣະພິກຂຸນີໄດ້ຮັບຄໍາປະຕິຍານເພີ່ມຫຼາຍກວ່າພຣະສົງ, ເພາະຄໍາປະຕິຍານເພີ່ມເຕີມແຕ່ລະຂໍ້ໄດ້ຖືກສ້າງຕັ້ງຂຶ້ນຫຼັງຈາກມີເຫດການທີ່ກ່ຽວຂ້ອງກັບການປະພຶດທີ່ບໍ່ເໝາະສົມຂອງພຣະພິກຂຸ ຫຼື ພຣະພິກຂຸນີ. ຄຳປະຕິຍານຂອງພຣະພິກຂຸນີລວມມີຂໍ້ທີ່ຕັ້ງຂຶ້ນບົນພື້ນຖານພຶຕິກຳທີ່ບໍ່ເໝາະສົມຂອງພຣະພິກຂຸນີໃນການພົວພັນກັບພຣະພິກຂຸ, ໃນຂະນະທີ່ຄຳປະຕິຍານຂອງພຣະພິກຂຸບໍ່ໄດ້ກວມເອົາຂໍ້ບັງຄັບໃນລັກສະນະດຽວກັນ.