ພຣະອາຈານ

ຄຳສອນພຣະພຸດທະສາສະໜາຖືເປັນທຳມະທີ່ແທ້ຈິງ ເພາະມີກົກເຄົ້າມາຈາກພຣະພຸດທະເຈົ້າ, ໂດຍຜ່ານເຊື້ອສາຍສືບທອດຂອງພຣະອາຈານທີ່ມີຄວາມເຂົ້າໃຈເລິກເຊິ່ງ. ເມື່ອເຮົາມີຄວາມໝັ້ນໃຈໃນສິ່ງນີ້, ເຮົາຈະພະຍາຍາມປະຕິບັດຄຳສອນເຫຼົ່ານີ້, ໂດຍຮູ້ວ່າເມື່ອເຮົາເຂົ້າໃຈ ແລະ ນຳໄປປະຕິບັດຢ່າງຖືກຕ້ອງ, ເຮົາຈະໄດ້ຜົນລັບຕາມທີ່ເຮົາປາຖະໜາ.

ພຣະສຳມາສຳພຸດທະເຈົ້າ ສາກຍະມຸນີ

ພຣະສຳມາ ສຳພຸດທະເຈົ້າ ເປັນ ພຣະບໍຣົມສາສະດາທີ່ມີ ຊີວິດຢູ່ໃນອິນເດຍ ເມື່ອ 2500 ປີທີ່ຜ່ານມາ ແລະ ພາຍຫຼັງທີ່ໄດ້ຕັດສະຮູ້ ກໍ່ໄດ້ຊີ້ທາງໃຫ້ເຫັນວ່າ ທຸກຄົນກໍ່ສາມາດເຮັດຄື ພຣະອົງໄດ້.

ພຣະນາຄາຣ໌ຊຸນ

ພຣະນາຄາຣ໌ຊຸນ ເປັນ ພຣະປະຣະມາຈານຄົນ ອິນເດຍອົງທຳອິດທີ່ ໄດ້ອະທິບາຍຄຳສອນ ຂອງພຣະພຸດທະເຈົ້າ ກ່ຽວກັບຄວາມວ່າງເປົ່າ.

ພຣະອາຣະຍະເທວາ

ພຣະອາຣະຍະເທວາ (ກາງສັດຕະວັດທີ 2 - ກາງສັດຕະວັດທີ 3) ເປັນສິດເອກຂອງພຣະ ນາຄາຣ໌ຊຸນ. ເພິ່ນໄດ້ ອະທິບາຍ ແລະ ຂະຫຍາຍຄຳສອນຂອງ ພຣະນາຄາຣ໌ຊຸນ ກ່ຽວກັບຄວາມວ່າງເປົ່າ.

ພຣະສານຕິເທວະ

ພຣະສານຕິເທວະ ເປັນພຣະເຖຣາຈານຄົນອິນເດຍທີ່ໄດ້ອະທິບາຍຫຼັກຄຳສອນ ແລະ ຫຼັກປະຕິບັດຂອງພຣະໂພທິສັດ.

ພຣະອະຕິສະ

ພຣະອະຕິສະ ເປັນຜູ້ ເຜີຍແຜ່ ພຸດທະສາສະໜາ ຈາກອິນເດຍ ສູ່ທິເບດ ອີກຄັ້ງຫຼັງຈາກທີ່ເຄີຍ ເຊື່ອມລົງໄລຍະໜຶ່ງ.

ອົງດາໄລ ລາມະ ທີ 14

ອົງດາໄລ ລາມະ ທີ 14 ເປັນປະມຸກ ພຸດທະສາສະໜາ ທິເບດ, ໄດ້ຮັບຣາງວັນໂນເບລ໌ ສາຂາສັນຕິພາບ ແລະ ທັງເປັນສັນຍາລັກຂອງ ໂລກໃນເລື່ອງອະຫິງສາ (ການປາສະຈາກຄວາມ ຮຸນແຮງ) ແລະ ຄວາມເຫັນໃຈ.

ຍົງຊີນ ລິ່ງ ຣິນໂປເຊ

ຍົງຊີນ ລິ່ງ ຣິນໂປເຊ ເປັນພຣະອາຈານ ອາວຸໂສຂອງອົງດາໄລ ລາມະ ທີ 14 ແລະ ເປັນ ການເດັນ ຕຣີປະ (ປະມຸກ) ອົງທີ 97 ຂອງ ນິກາຍເກລຸກປາ.

ເຊນຊັບ ເຊີກອງ ຣິນໂປເຊ

ເຊນຊັບ ເຊີກອງ ຣິນໂປເຊ ເປັນໜຶ່ງໃນ ຄະນາຈານ ແລະ ຄູ່ໂຕ້ ວາທີຂອງອົງ ດາໄລ ລາມະ ທີ 14 ແລະ ເປັນ ອາຈານຜູ້ມີຄວາມຮູ້ເຕັມ ໃນຄຳສອນ ພຸດທະສາສະໜາ ທິເບດ.

ເຊນຊັບ ເຊີກອງ ຣິນໂປເຊ ທີ 2

ເຊນຊັບ ເຊີກອງ ຣິນໂປເຊ ທີ 2 ເປັນ “ຕຸລ໌ກູ” ກັບຊາດມາເກີດ ຂອງເຊັນຊັບ ເຊີກອງ ຣິນໂປເຊ.

ເກເຊ ງາວັງ ດາກເຍ

ເກເຊ ງາວັງ ດາກເຍ ເປັນຄູບຸກເບີກ ພຸດທະສາສະໜາ ໃຫ້ແກ່ ຄົນຕາເວັນຕົກທີ່ ຫໍສະໝຸດເອກະສານ ພຸດທະສາສະໜາ ທີ່ ເມືອງດາຣຳສາລາ, ປະເທດ ອິນເດຍ.
Top