Study buddhism aryadeva 400

ພຣະອາຣະຍະເທວາ

ພຣະອາຣະຍະເທວາ ຖືກຳເນີດໃນສີລັງກາ ໃນຄອບຄົວເຊື້ອພະວົງ, ແລະ ມີຊີວິດຢູ່ໃນ ຊ່ວງກາງສັດຕະວັດທີ 2 ເຖິງກາງສັດຕະວັດທີ 3. ຕາມຕຳນານເລື່ອງລາວກ່າວວ່າ ເພິ່ນ ເກີດຈາກດອກບົວ. ເມື່ອເຍົາໄວ ໄດ້ອອກບວດ ແລະ ສຶກສາຄຳພີພຣະໄຕປີດົກ ຈົນ ເຖິງຖອງ ກ່ອນຈະເດີນທາງໄປອິນເດຍໃຕ້ ເພື່ອສຶກສາກັບພຣະນາຄາຣ໌ຊຸນ ທີ່ ຣາຊະອານາຈັກຊາຕະວາຫານ ພາຍໃຕ້ການປົກຄອງຂອງພຣະເຈົ້າອຸໄທພັດຕຣາ. ພຣະເຈົ້າອຸໄທພັດຕຣາ ເປັນຜູ້ໄດ້ຮັບຄຳສອນຂອງພຣະນາຄາຣ໌ຊຸນ ຄື “ຈົດໝາຍ ເຖິງເພື່ອນ” ແລະ “ມະໄລລຳ້ຄ່າ”. ພຣະອາຣະຍະເທວາ ໄດ້ຕິດຕາມພຣະນາຄາຣ໌ຊຸນ ແລະ ໄດ້ສຶກສາຮຳ່ຮຽນນຳເພິ່ນທີ່ພູສັກສິດ ສີປາຣ໌ວາຕາ, ເຊິ່ງຢູ່ເໜືອຫຸບເຂົາ ນາຄາຣ໌ຊຸນໂກນທະ ໃນລັດອັນດຣາ ປຣະເດດ, ໃນຂອບເຂດຣາຊະອານາຈັກ ຊາຕະວາຫານ.

ໃນເວລານັ້ນ, ມີສາວົກນິກາຍຊີວະ ຊື່ມາຕ໌ຣ໌ເຊຕະ, ເຊິ່ງໄດ້ເອົາຊະນະທຸກຄົນໃນເມືອງ ນາລັນທາ ໃນການໂຕ້ວາທີ. ພຣະອາຣະຍະເທວາ ໄດ້ເດີນທາງເພື່ອໄປຮັບການທ້າ ປະລອງ. ລະຫວ່າງທາງ, ເພິ່ນໄດ້ພົບຍິງຊະລາທີ່ກຳລັງພະຍາຍາມສຳເລັດເວດມົນ, ແລະ ຕ້ອງການດວງຕາຂອງບັນດິດພິກຂຸ ເພື່ອຈຸດປະສົງນັ້ນ. ຍ້ອນຄວາມເຫັນໃຈ, ເພິ່ນ ຈິ່ງໄດ້ມອບດວງຕາຂ້າງໜຶ່ງໃຫ້, ແຕ່ເມື່ອຍິງຊະລານັ້ນຮັບໄປ, ພັດເອົາກ້ອນຫິນທຸບ ດວງຕາຂອງເພິ່ນຊຳ້. ແຕ່ນັ້ນເປັນຕົ້ນມາ, ພຣະອາຣະຍະເທວາ ຈິ່ງເປັນທີ່ຮູ້ຈັກກັນວ່າ ມີດວງຕາພຽງຂ້າງດຽວ. ພຣະອາຣະຍະເທວາ ໄດ້ເອົາຊະນະມາເຊຕະ ທັງໃນການໂຕ້ ວາທີ ແລະ ໃນດ້ານເວດມົນ, ແລະ ຈາກນັ້ນ, ມາຕ໌ຣ໌ເຊຕະ ກໍ່ໄດ້ກາຍເປັນລູກສິດຂອງ ເພິ່ນ.

ພຣະອາຣະຍະເທວາ ພຳນັກຢູ່ທີ່ເມືອງນາລັນທາ ເປັນເວລາຫຼາຍປີ. ແຕ່ໃນຊ່ວງຫຼັງ ຂອງຊີວິດ, ເພິ່ນໄດ້ກັບໄປຫາພຣະນາຄາຣ໌ຊຸນ, ເຊິ່ງໄດ້ມອບໝາຍວຽກການສິດສອນ ທັງໝົດໃຫ້ເພິ່ນ ກ່ອນຈະມໍລະນະພາບລົງ. ພຣະອາຣະຍະເທວາ ໄດ້ສ້າງວັດຂຶ້ນຫຼາຍ ແຫ່ງໃນອິນເດຍໃຕ້ ແລະ ໃຊ້ເວລາສັ່ງສອນທັມຢ່າງກວ້າງຂວາງ, ສະຖາປະນາທຳນຽມ ມະຫາຍານ, ໂດຍສະເພາະຄຳພີມະຫາຍານທີ່ເພິ່ນໄດ້ແຕ່ງຄື “ຕຳລາກະວີສີ່ຮ້ອຍບົດ ວ່າດ້ວຍເລື່ອງກຳໂຍຄະຂອງພຣະໂພທິສັດ”. ເຊັ່ນດຽວກັບພຣະນາຄາຣ໌ຊຸນ, ພຣະ ອາຣະຍະເທວາ ກໍ່ໄດ້ຂຽນບັນຍາຍຄຳພີຕັນຕຣະ ກຸຮ໌ຍາສາມາດ ດ້ວຍ.

Top