ແມ່ຍິງໃນພຣະພຸດທະສາສະໜາ: ການປະຕິສັງຂອນການບວດພຣະພິກຂຸນີ

ໃນສະໄໝບູຮານ, ຄວາມແຕກຕ່າງທາງເພດອາດບໍ່ໄດ້ສຳຄັນຫຼາຍ. ແຕ່, ເມື່ອອະຣິຍະທັມພັດທະນາຂຶ້ນ, ຄວາມເຂັ້ມແຂງ ແລະ ພະລັງໄດ້ມີບົດບາດສໍາຄັນຫຼາຍຂຶ້ນເພື່ອປົກປ້ອງສັງຄົມຈາກສັດຕູ. ດັ່ງນັ້ນ, ຜູ້ຊາຍຈິ່ງໄດ້ມີອຳນາດເໜືອກວ່າຍ້ອນຄວາມແຂງແກ່ນທາງຮ່າງກາຍທີ່ຫຼາຍກວ່າ. ໃນເວລາຕໍ່ມາ, ການສຶກສາ ແລະ ສະຕິປັນຍາໄດ້ມີບົດບາດສໍາຄັນກວ່າ ແລະ ໃນເລື່ອງນີ້, ຜູ້ຊາຍ ແລະ ແມ່ຍິງບໍ່ມີຄວາມແຕກຕ່າງກັນ. ແຕ່ປະຈຸບັນ, ຄວາມຮັກແພງ ແລະ ຄວາມອົບອຸ່ນມີບົດບາດສຳຄັນທີ່ສຸດໃນການແກ້ໄຂຄວາມຂັດແຍ່ງກັນ ແລະ ບັນຫາອື່ນໆ. ຄຸນລັກສະນະສອງຢ່າງນີ້ແມ່ນຈຳເປັນເພື່ອຄວບຄຸມການນໍາໃຊ້ການສຶກສາ ແລະ ສະຕິປັນຍາ ແລະ ປ້ອງກັນບໍ່ການຫັນໄປສູ່ການທໍາລາຍ. ດັ່ງນັ້ນ, ປະຈຸບັນແມ່ຍິງຕ້ອງຖືບົດບາດເປັນໃຈກາງຫຼາຍກວ່າ, ບາງທີອາດແມ່ນຍ້ອນປັດໄຈທາງຊີວະພາບ, ເຂົາເຈົ້າສາມາດສ້າງຄວາມຮັກ ແລະ ຄວາມອົບອຸ່ນໃຈໂດຍທຳມະຊາດໄດ້ງ່າຍກວ່າຜູ້ຊາຍ. ສິ່ງນີ້ມາຈາກການຖືພາລູກຢູ່ໃນທ້ອງ ແລະ ຈາກການທີ່ປົກກະຕິຕ້ອງເປັນຜູ້ດູແລຫຼັກຂອງເດັກທີ່ເກີດໃໝ່.

ຕາມປະເພນີແລ້ວ ການເຮັດສົງຄາມມັກຈະດຳເນີນການໂດຍຜູ້ຊາຍເປັນຕົ້ນຕໍ, ຍ້ອນເຂົາເຈົ້າເບິ່ງຄືວ່າມີຄວາມພ້ອມທາງຮ່າງກາຍທີ່ດີກວ່າສໍາລັບພຶຕິກໍາຮຸກຮານ. ໃນທາງກົງກັນຂ້າມ, ແມ່ຍິງມັກມີຄວາມເປັນຫ່ວງເປັນໄຍ ແລະ ມີຄວາມອ່ອນໄຫວຕໍ່ກັບຄວາມຂັດສົນ ແລະ ຄວາມເຈັບປວດຂອງຜູ້ອື່ນຫຼາຍກວ່າ. ເຖິງວ່າຜູ້ຊາຍ ແລະ ແມ່ຍິງຈະສາມາດຮຸກຮານ ແລະ ມີຄວາມອົບອຸ່ນໄດ້ພໍກັນ, ແຕ່ເຂົາເຈົ້າຕ່າງກັນບ່ອນທີ່ວ່າຈະສະແດງອອກອັນໃດຫຼາຍກວ່າກັນໃນສອງຢ່າງນັ້ນ. ດັ່ງນັ້ນ, ຫາກຜູ້ນໍາໂລກສ່ວນຫຼາຍເປັນແມ່ຍິງ, ບາງທີອາດມີຄວາມສ່ຽງໃນການເກີດສົງຄາມໜ້ອຍລົງ ແລະ ມີການຮ່ວມມືຫຼາຍຂຶ້ນບົນພື້ນຖານຄວາມຫ່ວງໄຍຕໍ່ໂລກ - ແຕ່, ແນ່ນອນວ່າແມ່ຍິງບາງຄົນກໍບໍ່ງ່າຍ! ອາຕະມາເຫັນໃຈພວກສະຕຣີນິຍົມຢູ່, ແຕ່ເຂົາເຈົ້າກໍບໍ່ຄວນຮ້ອງໂຮແຕ່ຢ່າງດຽວ. ເຂົາເຈົ້າຕ້ອງພະຍາຍາມປະກອບສ່ວນທາງບວກໃຫ້ສັງຄົມແດ່.

ບາງຄັ້ງໃນສາສະໜາໄດ້ມີການເນັ້ນຄວາມສໍາຄັນຂອງຜູ້ຊາຍ. ແຕ່, ໃນພຣະພຸດທະສາສະໜາ ສິນຂັ້ນສູງສຸດ, ເຊັ່ນສຳລັບພິກຂຸ ແລະ ພິກຂຸນີ, ນັ້ນເທົ່າທຽມກັນ ແລະ ໃຫ້ສິດຢ່າງດຽວກັນ. ເປັນເຊັ່ນນີ້ເຖິງວ່າໃນບາງພິທີກໍາ, ຍ້ອນຮີດຄອງປະເພນີທາງສັງຄົມ, ພິກຂຸຈະອອກກ່ອນ. ແຕ່ພຣະພຸດທະເຈົ້າໄດ້ໃຫ້ສິດພື້ນຖານເທົ່າທຽມກັນກັບທັງສອງກຸ່ມພຣະສົງ. ບໍ່ມີຄວາມໝາຍທີ່ຈະຖົກຖຽງກັນວ່າຈະຟື້ນຟູການບວດພຣະພິກຂຸນີດີບໍ່; ຄໍາຖາມແມ່ນພຽງແຕ່ຈະເຮັດແນວໃດໃຫ້ຖືກຕ້ອງໃນບໍລິບົດຂອງພຣະວິໄນ.

ພຣະສານຕຣັກສິຕະ (Shantarakshita) ໄດ້ນຳເອົາການອຸປະສົມບົດພຣະພິກຂຸມູລສາຣະວາສະຕິວາດ (Mulasarvastivada) ເຂົ້າໄປໃນຕີເບດ. ແຕ່, ຊາວອິນເດຍທັງໝົດໃນຄະນະຂອງພຣະອົງເປັນຜູ້ຊາຍ ແລະ, ເນື່ອງຈາກວ່າການອຸປະສົມບົດພຣະພິກຂຸນີນັ້ນຈຳເປັນຕ້ອງມີພຣະສົງທັງສອງຝ່າຍ, ພຣະອົງຈິ່ງບໍ່ສາມາດກໍ່ຕັ້ງສາຍພຣະພິກຂຸນີໄດ້. ໃນເວລາຕໍ່ມາ, ພຣະລາມະຊາວຕີເບດບາງອົງໄດ້ບວດໃຫ້ມານດາຂອງຕົນເປັນພິກຂຸນີ, ແຕ່ຈາກມຸມມອງຂອງພຣະວິໄນ, ບໍ່ຖືວ່າເປັນການອຸປະສົມບົດທີ່ແທ້ຈິງ. ນັບແຕ່ປີ 1959, ອາຕະມາຮູ້ສຶກວ່າສູນແມ່ຊີສ່ວນຫຼາຍຄວນໄດ້ຮັບການຍົກມາດຖານການສຶກສາຂອງໃຫ້ທັດທຽບກັບວັດ. ອາຕະມາໄດ້ອອກບັນຍັດໄວ້ແລ້ວ ແລະ ໃນມື້ນີ້ເຮົາມີນັກວິຊາການໃນບັນດາແມ່ຊີແລ້ວ. ແຕ່ສໍາລັບການກໍ່ຕັ້ງການອຸປະສົມບົດພຣະພິກຂຸນີຄືນໃໝ່ນັ້ນ, ອາຕະມາບໍ່ໄດ້ສາມາດປະຕິບັດຜູ້ດຽວໄດ້. ຄໍາຖາມນີ້ຕ້ອງໄດ້ຮັບການຕັດສິນຕາມພຣະວິໄນ.

ຕອນນີ້ເຮົາມີໂອກາດສົນທະນາຄໍາຖາມນີ້ກັບພຣະພຸດທະສາສະໜາສາຍອື່ນ ເຊັ່ນ ສາຍຈີນ, ເກົາຫຼີ, ແລະ ຫວຽດ, ເຊິ່ງຍັງມີການອຸປະສົມບົດພຣະພິກຂຸນີຢູ່. ແມ່ຍິງຊາວຕີເບດ 20 ກວ່າຄົນໄດ້ບວດເປັນພິກຂຸນີຕາມສາຍທັມມະຄຸປຕະກະ (Dharmaguptaka) ແລ້ວ. ບໍ່ມີໃຜປະຕິເສດວ່າຕອນນີ້ພຣະອົງບໍ່ແມ່ນພິກຂຸນີ.

ໃນຊ່ວງ 30 ປີທີ່ຜ່ານມາ, ເຮົາໄດ້ດໍາເນີນການຄົ້ນຄ້ວາກ່ຽວກັບຄຳພີພຣະວິໄນຂອງມູລສາຣະວາສະຕິວາດ ແລະ ທັມມະຄຸປຕະກະ. ເນື່ອງຈາກພຣະວິໄນມີຢູ່ໃນສາຍສັນສກຣິດທັງສອງນີ້ ລວມເຖິງສາຍປາລີນຳ, ຈິ່ງເປັນປະໂຫຍດທີ່ພຣະສົງຜູ້ອາວຸໂສຈາກທັງສາມສາຍພຣະວິໄນຈະມາປຶກສາຫາລື ແລະ ແລກປ່ຽນປະສົບການກັນ. ການບວດພິກຂຸນີໄດ້ຮັບການກໍ່ຕັ້ງຄືນໃໝ່ໃນສີລັງກາແລ້ວ ແລະ ກໍມີຄວາມສົນໃຈທີ່ຈະເຮັດເຊັ່ນດຽວກັນໃນປະເທດໄທ. ການຄົ້ນຄວ້າເພີ່ມເຕີມຈະເປັນປະໂຫຍດເພື່ອວ່າມື້ໜຶ່ງເຮົາຈະສາມາດແກ້ໄຂຄວາມລົ້ມເຫຼວຂອງພຣະສານຕຣັກສິຕະໄດ້. ແຕ່, ໃນຖານະບຸກຄົນອົງດຽວ, ອາຕະມາຂາດອໍານາດທີ່ຈະຕັດສິນບັນຫານີ້. ມັນຈະບໍ່ສອດຄ່ອງກັບຂັ້ນຕອນຂອງວິໄນ. ອາຕະມາມີອໍານາດແຕ່ໃນການລິເລີ່ມການຄົ້ນຄວ້າເທົ່ານັ້ນ.

ເຮົາທຸກຄົນຮັບຮູ້ ແລະ ຍອມຮັບຄົນຕີເບດ ແລະ ຄົນຕາເວັນຕົກ ທີ່ໄດ້ຮັບການອຸປະສົມບົດໃຫ້ເປັນພຣະພິກຂຸນີສາຍທັມມະຄຸປຕະກະ ວ່າເປັນພຣະພິກຂຸນີສາຍທັມມະຄຸປຕະກະ. ນີ້ບໍ່ແມ່ນບັນຫາ. ບັນຫາແມ່ນການຫາທາງບວດພິກຂຸນີໃຫ້ກົງຕາມຄຳພີພຣະວິໄນສາຍມູລສາຣະວາສະຕິວາດ. ຄວາມຈິງຄວນມີພຣະພຸດທະເຈົ້າຜູ້ມີຊີວິດຢູ່ ແລະ ຢູ່ທີ່ນີ້ໃນຕອນນີ້ໃຫ້ເຮົາຖາມ. ຖ້າອາຕະມາເປັນພຣະພຸດທະເຈົ້າ, ອາຕະມາກໍຕັດສິນໄດ້; ແຕ່ບໍ່ເປັນເຊັ່ນນັ້ນ. ອາຕະມາບໍ່ແມ່ນພຣະພຸດທະເຈົ້າ. ອາຕະມາສາມາດເປັນຜະເດັດການໄດ້ບາງເລື່ອງ, ແຕ່ບໍ່ແມ່ນເລື່ອງທີ່ກ່ຽວກັບພຣະວິໄນ. ອາຕະມາສາມາດກຳນົດໃຫ້ພິກຂຸນີຊາວຕີເບດທີ່ບວດໃນສາຍທັມມະຄຸປຕະກະຕ້ອງປະຊຸມກັນເປັນກຸ່ມເພື່ອປະກອບພິທີກັມພຣະສົງທັງສາມປະການ ຄື: [ການຊໍາລະການລະເມີດເດືອນລະສອງເທື່ອ (sojong ໂຊຈອງ) (gso-sbyong, ສັນສກຣິດ poshadha, ພາສາປາລີ: uposatha), ການເລີ່ມຈຳສິນລະດູຝົນ (dbyar-sbyor, ສັນສກຣິດ varshopanayika, ພາສາປາລີ: vassopanayika), ແລະ ການແຍກຂໍ້ຈຳກັດຂອງການຈຳສິນລະດູຝົນ (dgag-dbye, ສັນສກຣິດ pravarana, ພາສາປາລີ: pavarana)]. ແຕ່ສຳລັບການກໍ່ຕັ້ງພິທີອຸປະສົບບົດຄືນໃໝ່ນັ້ນເປັນຄົນລະເລື່ອງກັນ. ເຖິງວ່າອາຕະມາຈະປາຖະໜາໃຫ້ເກີດຂຶ້ນ, ກໍຕ້ອງອາໄສຄວາມເຫັນພ້ອມຂອງພຣະເຖຣະຊັ້ນຜູ້ໃຫຍ່. ບາງສ່ວນກໍຕໍ່ຕ້ານຢ່າງແຂງຂັນ. ບໍ່ມີການຕົກລົງເປັນເອກະພາບ ແລະ ນັ້ນຄືບັນຫາ. ແຕ່, ອາຕະມາສາມາດຈັດຕັ້ງການແປພິທີກັມຂອງຄະນະສົງທັງສາມນີ້ເປັນແບບທັມມະຄຸປຕະກະຈາກພາສາ ຈີນ ເປັນພາສາຕີເບດ ໄດ້ທັນທີ. ບໍ່ມີໃຜສາມາດຄັດຄ້ານສິ່ງນີ້ໄດ້.

ສໍາລັບປະເດັນອື່ນ, ເຮົາຍັງຕ້ອງມີການສົນທະນາເພີ່ມຕື່ມ. ການສະໜັບສະໜູນຈາກຄະນະສົງຂອງພຣະພຸດທະສາສະໜາສາຍອື່ນແມ່ນມີຄວາມສຳຄັນ ແລະ ສະນັ້ນການປະຊຸມຄັ້ງນີ້ຈິ່ງເປັນເວທີທີ່ມີປະໂຫຍດໃນຂະບວນການນີ້. ໃນຂັ້ນຕໍ່ໄປ, ອາຕະມາຂໍເຊີນຄະນະສົງຜູ້ໃຫຍ່ຈາກນາໆ ປະເທດໃຫ້ມາທີ່ອິນເດຍ. ໃຫ້ເພິ່ນສົນທະນາເລື່ອງນີ້ກັບຜູ້ອາວຸໂສຊາວຕີເບດຜູ້ມີຈິດໃຈຄັບແຄບທີ່ຕໍ່ຕ້ານການສະຖາປະນາການອຸປະສົມບົດພຣະພິຂຸນີສາຍມູລສາຣະວາສະຕິວາດຂຶ້ນໃໝ່.

ຖ້າພຣະພຸດທະເຈົ້າຊົງຢູ່ທີ່ນີ້ໃນມື້ນີ້, ພຣະອົງຈະປະທານອະນຸຍາດຢ່າງບໍ່ຕ້ອງສົງໄສ. ແຕ່ອາຕະມາບໍ່ສາມາດປະຕິບັດແທນພຣະພຸດທະເຈົ້າໄດ້. ເຖິງວ່າລັດທິສົງຈະໄດ້ມີຢູ່ໃນຕີເບດຕັ້ງແຕ່ສັດຕະວັດທີ 8, ແຕ່ບໍ່ເຄີຍມີພິກຂຸນີໃນໝູ່ເຮົາເຮັດພິທີກໍາພຣະສົງສາມປະການ, ສະນັ້ນ ຕອນນີ້ສິ່ງນີ້ຈະເກີດຂຶ້ນ. ແຕ່ຍັງໄວເກີນໄປທີ່ຈະຕັດສິນກ່ຽວກັບການອຸປະສົມບົດ.

ອາດຍາກທີ່ຈະເລີ່ມພິທີກັມພຣະພິກຂຸນີສົງທັງສາມໃນປີນີ້, ແຕ່ໃນປີໜ້າເຮົາຄວນຈະສາມາດເລີ່ມໄດ້. ພິກຂຸນີປາຕິໂມກໄດ້ຖືກແປຈາກພາສາຈີນເປັນພາສາຕີເບດແລ້ວ. ມີຢູ່ປະມານສາມສິບເຖິງສີ່ສິບໜ້າ. ພິກຂຸນີສາຍທັມມະຄຸປຕະກະຂອງຕີເບດຈະຕ້ອງຮຽນຮູ້ໃຫ້ຂຶ້ນໃຈ. ແຕ່ຕຳຣາພິທິກັມສຳລັບພິທິສົງທັງສາມຍັງຕ້ອງໄດ້ແປ.

ເຖິງວ່າແມ່ຊີຊາວຕີເບດອາດປະສົງຈະອຸປະສົມບົດເປັນພິກຂຸນີສາຍມູລສາຣະວາສະຕິວາດ, ແຕ່ການອຸປະສົມບົດພຣະພິກຂຸນີສາຍທັມມະຄຸປຕະກະນັ້ນບໍ່ສາມາດຍອມຮັບວ່າເປັນການອຸປະສົມບົດມູລສາຣະວາສະຕິວາດໄດ້. ຖ້າທັງສອງສາມາດໃຊ້ແທນກັນໄດ້, ກໍຄົງບໍ່ມີເຫດຜົນທີ່ພຣະອະຕິຊະ (Atisha) ຈະຮ້ອງຂໍບໍ່ໃຫ້ບວດພຣະພິກຂຸນີມະຫາສັງຄິກະ (Mahasanghika) ໃນຕີເບດ. [ເມື່ອພຣະອາຈານໃຫຍ່ຊາວອິນເດຍພຣະອະຕິຊະໄດ້ຖືກນິມົນໄປຕີເບດໂດຍກະສັດຈາງຊັບໂອ (King Jangchub Ö, ພາສາຕີເບດ Byang-chub ‘od) ໃນຕົ້ນສະຕະວັດທີ 11, ປູ່ຂອງພຣະກະສັດ, ເຢເຊະໂອ (King Yeshe Ö), ໄດ້ອຸປະຖຳການສະຖາປະນາການອຸປະສົມບົດພຣະພິກຂຸສາຍມູລສາຣະວາສະຕິວາດຂຶ້ນໃໝ່ໃນອານາຈັກຂອງພຣະອົງໂດຍການນິມົນ ແລະ ການຢ້ຽມຢາມຂອງພຣະອາຈານທັມມະປາລະ (Dhammapala) ແຫ່ງອິນເດຍຕາເວັນອອກ. ພຣະອະຕິຊະໄດ້ຖືກຮ້ອງຂໍບໍ່ໃຫ້ບວດພຣະພິກຂຸສາຍມະຫາສັງຄິກະເນື່ອງຈາກຈະເປັນການນໍາເອົາພຣະວິໄນສອງສາຍເຂົ້າສູ່ຕີເບດ.]

ນອກນັ້ນ, ຖ້າການອຸປະສົມບົດແບບທັມມະຄຸປຕະກະເປັນການອຸປະສົມບົດແບບມູລສາຣະວາສະຕິວາດ, ການອຸປະສົມບົດແບບເຖຣະວາດກໍຈະເປັນການອຸປະສົມບົດແບບມູລສາຣະວາສະຕິວາດດ້ວຍ ແລະ ນີ້ຈະເປັນເລື່ອງໄຮ້ສາລະ. ເຮົາຕ້ອງໄດ້ຈັດຕັ້ງການອຸປະສົມບົດພິກຂຸນີມູລສາຣະວາສະຕິວາດແທ້ໆ ຄືນໃໝ່ຕາມພຣະວິໄນມູລສາຣະວາສະຕິວາດ.

ສະນັ້ນ ລະດູໜາວນີ້, ເຮົາມາຈັດກອງປະຊຸມຄ້າຍຄືກັນນີ້, ແຕ່ຢູ່ອິນເດຍ - ບໍ່ວ່າຈະເປັນທີ່ພຸດທະຄະຍາ, ສາຣະນາດ, ຫຼື ເດລີ. ນອກຈາກຜູ້ອາວຸໂສຂອງຄະນະສົງນານາຊາດທີ່ເຂົ້າຮ່ວມກອງປະຊຸມທີ່ຮຳເບີກ (Hamburg) ນີ້ແລ້ວ, ເຮົາຈະນິມົນຜູ້ນຳຄະນະສົງຕີເບດຊັ້ນນຳທັງໝົດ ແລະ ເຈົ້າອາວາດທັງໝົດຂອງອາຮາມໃຫຍ່ຕາມນິກາຍຕີເບດທັງສີ, ອາດຈະລວມທັງບອນໂປະ (Bonpo) ນຳ. ບອນໂປະຍັງມີພິກຂຸນີຢູ່. ເຮົາຈະນິມົນພຣະພິກຂຸອາວຸໂສທີ່ເປັນທີ່ເຄົາຮົບນັບຖືທີ່ສຸດ, ລວມປະມານໜຶ່ງຮ້ອຍຕົນ. ຈາກນັ້ນ, ອາຕະມາຈະຂໍໃຫ້ຜູ້ອາວຸໂສຂອງຄະນະສົງນານາຊາດກ່າວຕໍ່ໜ້າທ່ານ, ດ້ວຍຕົນເອງ, ເຖິງຂໍ້ໂຕ້ແຍ່ງທີ່ສົມເຫດສົມຜົນເພື່ອສະໜັບສະໜູນການສະຖາປະນາການອຸປະສົມບົດພິກຂຸນີຄືນໃໝ່. ສິ່ງນີ້ຈະເປັນປະໂຫຍດຫຼາຍ. ເຮົາຊາວຕີເບດຈະສະໜອງງົບປະມານໃຫ້ກອງປະຊຸມດັ່ງກ່າວ ແລະ ຕັດສິນໃຈວ່າໃຜຄົນຈະເປັນຜູ້ຈັດງານ.

ໃນຊ່ວງ 26 ສະຕະວັດທີ່ຜ່ານມາ, ຄວາມແຕກຕ່າງຫຼາຍຢ່າງໄດ້ກໍ່ຂຶ້ນລະຫວ່າງພຣະອະພິທັມ ສະບັບພາສາປາລີ ແລະ ສັນສະກຣິດ. ນາຄາຣ໌ຊຸນະ (Nagarjuna) ໄດ້ຊີ້ແຈງບາງຈຸດ; ຄວາມແຕກຕ່າງທີ່ຊັດເຈນອື່ນໆ ລະຫວ່າງສອງແບບສາມາດຊີ້ແຈງໄດ້ບົນພື້ນຖານການສຶກສາ. ເຮົາອາດກວດຄືນເບິ່ງພຣະພຸດທະວະຈະນະເຊັ່ນກ່ຽວກັບພູເຂົາພຣະສຸເມຣຸ, ໜ່ວຍໂລກຮາບພຽງ, ແລະ ດວງອາທິດ ແລະ ດວງຈັນມີຂະໜາດ ແລະ ໄລຍະຫ່າງຈາກໜ່ວຍໂລກເກືອບເທົ່າກັນ. ເຫຼົ່ານີ້ເປັນສິ່ງທີ່ຍອມຮັບບໍ່ໄດ້ໂດຍສິ້ນເຊີງ. ແມ່ນແຕ່ວ່າຄູສອນຂອງອາຕະມາເອງໃນເມືອງລາຊາ (Lhasa) ກໍໄດ້ເຫັນເງົາຈາກພູເຂົາເທິງດວງຈັນ ຜ່ານກ້ອງສ່ອງທາງໄກຂອງອາຕະມາ ແລະ ຕ້ອງຍອມຮັບວ່າດວງຈັນບໍ່ໄດ້ສ່ອງແສງຂອງຕົນເອງຢ່າງທີ່ພຣະອະພິທັມອ້າງ. ດັ່ງນັ້ນ, ສໍາລັບຄຳຊີ້ແຈງຂອງນາຄາຣ໌ຊຸນະ, ບໍ່ຈໍາເປັນຕ້ອງມີການອະພິປາຍໃນຄະນະສົງ. ເຊັ່ນດຽວກັບບັນຫາພຣະສູດ. ແຕ່ມັນແຕກຕ່າງຢ່າງສິ້ນເຊີງເມື່ອເວົ້າເຖິງພຣະວິໄນ.

ການແປພຣະວິໄນທັງໝົດເລີ່ມຕົ້ນດ້ວຍການສະແດງຄວາມເຄົາຣົບຕໍ່ພຣະສັບພັນຍູເຈົ້າ. ໝາຍຄວາມວ່າພຣະພຸດທະເຈົ້າເອງເປັນຜູ້ຮອງຮັບຂໍ້ຄວາມນີ້, ເພາະວ່າພຣະພຸດທະເຈົ້າຜູ້ຊົງສັບພັນຍູເທົ່ານັ້ນທີ່ຮູ້ວ່າການກະທຳອັນໃດຄວນປະຕິບັດ ແລະ ການກະທຳອັນໃດຄວນລະຖິ້ມ. ໃນຕຳຣາອະພິທັມ, ໃນທາງກົງກັນຂ້າມ, ການກາບໄຫວ້ແມ່ນເຮັດໃຫ້ມັນຊຸສຣີ (Manjushri). ພ້ອມນັ້ນ, ພາຍຫຼັງທີ່ພຣະພຸດທະເຈົ້າໄດ້ສະເດັດດັບຂັນປະຣິນິພພານແລ້ວ, ໄດ້ມີການປະຊຸມພຣະສົງ ແລະ ແກ້ໄຂພຣະວິໄນບາງຂໍ້. ພຣະພຸດທະເຈົ້າໄດ້ອະນຸຍາດໃຫ້ເຮັດໄດ້ ແລະ ສາມາດຂະຫຍາຍໄປສູ່ຈຸດອື່ນໄດ້. ຕົວຢ່າງ, ເຮົາຊາວຕີເບດປະຕິບັດພຣະໂພທິສັດຕະຍານະ (Bodhisattvayana) ແລະ ຕັນຕຣະຍານະ (Tantrayana), ໂດຍຕ່າງກໍມີຄໍາປະຕິຍານສະເພາະ. ຂໍ້ປະຕິບັດ ແລະ ສິນບາງຂໍ້ແມ່ນຂັດກັນເອງ ລວມທັງໃນພຣະວິໄນ. ໃນເລື່ອງນີ້, ຄຳປະຕິຍານທີ່ສູງກວ່າຈະຕ້ອງມີຜົນເໜືອກວ່າຄຳປະຕິຍານທີ່ຕ່ຳກວ່າ.

ໃນສະຕະວັດທີຊາວເອັດນີ້, ແນວຄິດເລື່ອງສົງຄາມນັ້ນລ້າສະໄໝແລ້ວ. ເຮົາຕ້ອງການການເຈລະຈາເພື່ອຍຸຕິຂໍ້ຂັດແຍ່ງແທນ ແລະ, ສໍາລັບສິ່ງນັ້ນ, ສະຕິປັນຍາຈິ່ງບໍ່ພຽງພໍ. ເຮົາຍັງຕ້ອງການຈິດໃຈທີ່ອົບອຸ່ນ ແລະ ຄວາມສົນໃຈຢ່າງຈິງຈັງຕໍ່ສະຫວັດດີພາບຂອງຜູ້ອື່ນ. ຄວາມເຫັນໃຈສໍາຄັນກວ່າສໍາລັບການປຶກສາຫາລືຢ່າງຈິງໃຈ. ແມ່ຍິງ, ຍ້ອນປັດໄຈທາງຊີວະພາບ, ມີຄວາມອ່ອນໄຫວຕໍ່ຄວາມທຸກຂອງຜູ້ອື່ນຫຼາຍກວ່າຜູ້ຊາຍ. ຕົວຢ່າງ, ບໍ່ຄ່ອຍມີແມ່ຍິງຫຼາຍຄົນທີ່ເປັນຕົນຂ້າສັດ ຫຼື ຄົນຂາຍຊີ້ນ. ສະນັ້ນ, ໃນການເຈລະຈາລະຫວ່າງປະເທດ, ແມ່ຍິງແມ່ນຈຳເປັນທີ່ສຸດ ແລະ ຕ້ອງຖືບົດບາດໃຫຍ່ກວ່າເກົ່າ.

ຄະນະທັງສີ່ຂອງສາວົກພຣະພຸດທະເຈົ້າປະກອບມີພິກຂຸ, ພິກຂຸນີ, ອຸບາສົກ, ແລະ ອຸບາສິກາ. ເຫັນໄດ້ວ່າຍິງ ແລະ ຊາຍມີບົດບາດເທົ່າທຽມກັນ. ແຕ່, ໃນໝູ່ຊາວຕີເບດປະຈຸບັນ, ຄະນະສາວົກທັງສີ່ແມ່ນບໍ່ສົມບູນ. ໃນບັນດາຄຸນສົມບັດແປດ ແລະ ສິບປະການຂອງການເກີດໃໝ່ຂອງມະນຸດອັນລ້ຳຄ່າ, ໜຶ່ງໃນນັ້ນແມ່ນການເກີດໃນດິນແດນສູນກາງ, ເຊິ່ງຖືກກໍານົດໂດຍທາງພູມສາດ ຫຼື ທາງສາສະໜາ. ຕີເບດບໍ່ແມ່ນດິນແດນສູນກາງຕາມທາງພູມສາດ. ສໍາລັບດິນແດນທີ່ຖືກກໍານົດທາງສາສະໜາ, ມັນແມ່ນໜຶ່ງດິນແດນທີ່ມີຄະນະສາວົກທັງສີ່ທີ່ສົມບູນ. ເຫັນໄດ້ວ່າ, ຖ້າບໍ່ມີພິກຂຸນີ, ກໍສົມບູນບໍ່ໄດ້. ຊາວຕີເບດຫຼາຍຄົນເວົ້າວ່າ ຖ້າມີພຣະພິກຂຸສົງຢູ່ບ່ອນໃດ, ບ່ອນນັ້ນກໍເປັນດິນແດນສູນກາງ, ເພາະວ່າພຣະພິກຂຸສົງເປັນກຸ່ມທີ່ສຳຄັນທີ່ສຸດໃນສີ່ກຸ່ມ. ແຕ່ນັ້ນກໍານົດພຽງແຕ່ພາບຈຳລອງຂອງດິນແດນສູນກາງ ແລະ ພາບຈຳລອງການເກີດໃໝ່ອັນລ້ຳຄ່າຂອງມະນຸດ. ປະຣະມາຈານຄົນກ່ອນໃນຕີເບດຄວນໃຫ້ຄວາມສົນໃຈກັບເລື່ອງນີ້.

ໂດຍບໍ່ຕ້ອງປຶກສາກັບກຸ່ມຄະນະສົງ, ອາຕະມາສາມາດເລີ່ມການປັບປຸງການສຶກສາໃນໝູ່ແມ່ຊີຕີເບດໄດ້. ອາຕະມາໄດ້ເຮັດແລ້ວ ແລະ ແມ່ຊີຫຼາຍອົງກໍໄດ້ບັນລຸການສຶກສາຊັ້ນສູງແລ້ວ. ໃນອາຮາມທີ່ເມືອງມຸນດ໌ກອດ (Mundgod), ອາຕະມາໄດ້ປະກາດວ່າເຮົາຕ້ອງກຽມການສອບເສັງເກເຊມາ (Geshema). ພຣະພິກຂຸອາວຸໂສບາງອົງຄັດຄ້ານ, ແຕ່ອາຕະມາບອກວ່າ ພຣະພຸດທະເຈົ້າໄດ້ໃຫ້ສິດເທົ່າທຽມກັນສຳລັບຍິງ ແລະ ຊາຍໃນການເປັນພຣະພິກຂຸ ແລະ ພິກຂຸນີ, ສະນັ້ນ ເປັນຫຍັງຈິ່ງບໍ່ມີສິດສະເໝີພາບໃນການເປັນເກຊະ (Geshe) ແລະ ເກຊະມາ ? ອາຕະມາຄິດວ່າບັນຫາຄືພຣະສົງອາວຸໂສເຫຼົ່ານີ້ພຽງແຕ່ບໍ່ຊິນກັບຄວາມຄິດແບບນີ້ຊື່ໆ.

ໃນຕົ້ນຊຸມປີ 60, ອາຕະມາໄດ້ຮຽກທັງພຣະພິກຂຸສົງ, ແລະ ແມ່ຊີ, ແລະ ບອກວ່າທ່ານສາມາດເຂົ້າຮ່ວມໃນພິທີໂຊຈົງທີ່ຈັດຂຶ້ນເດືອນລະສອງເທື່ອໄດ້. ໃນຊຸມປີນັ້ນ ບໍ່ມີພິກຂຸນີ, ສະນັ້ນ ເຖິງວ່າປົກກະຕິແລ້ວ ສາມະເນຣີຈະບໍ່ໄດ້ຖືກອະນຸຍາດໃຫ້ເຂົ້າຮ່ວມໃນພິທີໂຊຈົງຂອງພຣະສົງ, ແຕ່ອາຈານຂອງອາຕະມາໄດ້ໃຫ້ການອະນຸມັດ. ສະນັ້ນ, ເຮົາຈິ່ງເລີ່ມເຮັດແນວນັ້ນ. ມີຫາງສຽງຄັດຄ້ານຫຼາຍຄັ້ງຈາກວັດຕ່າງໆ ໃນພາກໃຕ້ຂອງອິນເດຍ, ເພາະບໍ່ເຄີຍມີກໍລະນີທີ່ພຣະພິກຂຸສົງ ແລະ ແມ່ຊີເຂົ້າຮ່ວມໂຊຈົງນຳກັນ. ແຕ່ກໍບໍ່ມີພຣະອົງໃດສິກຍ້ອນ. 

ຈາກຊຸມປີ 70, ຊາວຕີເບດບາງຄົນໄດ້ຮັບການບວດພິກຂຸນີຈາກສາຍຈີນ. ໜຶ່ງໃນເຫດຜົນຫຼັກຂອງການໄປຢ້ຽມຢາມໄຕ້ຫວັນຂອງອາຕະມາ ແມ່ນເພື່ອໄປເບິ່ງສາຍພິກຂຸນີຢູ່ທີ່ນັ້ນ ແລະ ກວດເບິ່ງສະຖານະການດ້ວຍຕົນເອງ. ອາຕະມາໄດ້ແຕ່ງໃຫ້ໂລສັງ ເຊີຣິງ (Losang Tsering) ເຮັດການຄົ້ນຄວ້າກ່ຽວກັບຄໍາປະຕິຍານຂອງພິກຂຸນີ ແລະ ເພິ່ນໄດ້ເຮັດສິ່ງນີ້ມາເປັນເວລາຊາວປີແລ້ວ. ເຮົາໄດ້ໃຊ້ຄວາມພະຍາຍາມສູງສຸດ. ອາຕະມາໄດ້ຂໍພຣະພິກຂຸຫຼັກໃນຈີນທີ່ໃຫ້ອຸປະສົມບົດ ໃຫ້ຈັດການປະຊຸມນານາຊາດຂອງພຣະສົງ, ແຕ່ທ່ານບໍ່ສາມາດເຮັດໄດ້. ອາຕະມາເອງບໍ່ສາມາດຈັດການປະຊຸມດັ່ງກ່າວໄດ້, ຍ້ອນຄວາມຫຍຸ້ງຍາກ ແລະ ຄວາມສັບສົນທີ່ຈະເກີດຂຶ້ນຈາກສາທາລະນະລັດປະຊາຊົນຈີນ. ອາຕະມາຮູ້ສຶກວ່າຈະດີກວ່າຖ້າວ່າໜ່ວຍງານອື່ນຈັດການປະຊຸມເຊັ່ນນີ້, ແລະ ສະນັ້ນ ອາຕະມາຈິ່ງໄດ້ຂໍໃຫ້ຈັມປາ ໂຊດເຣີນ (Jampa Chodroen) ເປັນຜູ້ດຳເນີນການດັ່ງກ່າວ. ທຸກສິ່ງທີ່ພຣະອົງດຽວສາມາດເຮັດໄດ້ ແມ່ນໄດ້ເຮັດໄປແລ້ວ. ຕອນນີ້ເຮົາຕ້ອງການສັນທາມະຕິຂອງພຣະສົງໃນວົງກວ້າງຈາກພຣະຜູ້ອາວຸໂສຊາວຕີເບດ.

ໃນການບັບພະຊາເປັນສາມະເນນ ແລະ ສາມະເນຣີ, ໄດ້ມີບັນຍັດໄວ້ວ່າຄວນຮູ້ວັດຖຸທີ່ຄວນເຄົາລົບບູຊາ. ກ່າວໄວ້ວ່າ ເຖິງວ່າ, ໃນແງ່ຂອງຄໍາປະຕິຍານແລ້ວ, ພິກຂຸນີນັ້ນເໜືອກວ່າ; ແຕ່ທັງນີ້ທັງນັ້ນ, ກໍບໍ່ຄວນເປັນວັດຖຸບູຊາສໍາລັບສາມະເນນ. ບາງທີ ອັນນີ້ກໍອາດຕ້ອງໄດ້ປ່ຽນຄຳໃໝ່, ໂດຍຄຳນຶງເຖິງຄຳປະຕິຍານພຣະໂພທິສັດ ແລະ ຕັນຕຣະ, ໂດຍສະເພາະຄໍາປະຕິຍານຕັນຕຣະທີ່ຈະບໍ່ດູໝິ່ນແມ່ຍິງ. ຈາກມຸມມອງນັ້ນ, ການຮັກສາພຣະວິໄນຂໍ້ນີ້ຈິ່ງບໍ່ສະດວກ. ດັ່ງນັ້ນ, ເພື່ອຮັກສາຄໍາປະຕິຍານທັງສາມຊຸດ, ປະເດັນເລັກນ້ອຍບາງຂໍ້ກໍຕ້ອງໄດ້ຮັບການແກ້ໄຂນຳ. ສ່ວນການສຶກສາປະຕິຍານພິກຂຸນີສາຍມູລສາຣະວາສະຕິວາດກ່ອນຮັບຄຳປະຕິຍານນັ້ນ, ຜູ້ທີ່ໄດ້ເປັນພິກຂຸນີໃນສາຍທັມມະຄຸປຕະກະສາມາດອ່ານ ແລະ ສຶກສາໄດ້, ເຖິງວ່າຈະຕ້ອງປະກອບພິທີກັມຕາມທັມມະຄຸປຕະກະກໍຕາມ. ຢ່າງໃດກໍຕາມ, ຍັງຄົງມີບັນຫາກັບຜູ້ທີ່ບໍ່ແມ່ນພິກຂຸນີທີ່ສຶກສາຄໍາປະຕິຍານເຫຼົ່ານີ້.

ໃນການປັບປ່ຽນທັງໝົດເຫຼົ່ານີ້ ແລະ, ໂດຍສະເພາະໃນແງ່ຂອງການສ້າງການອຸປະສົມບົດພຣະພິກຂຸນີສາຍມູລສາຣະວາສະຕິວາດຄືນໃໝ່, ເປັນສິ່ງສຳຄັນຢ່າງຍິ່ງທີ່ສິ່ງນີ້ຈະບໍ່ເຮັດໂດຍຄະນະສົງຕີເບດພຽງບາງສ່ວນເທົ່ານັ້ນ. ເຮົາຕ້ອງຫຼີກລ່ຽງການແຕກແຍກໃນພຣະສົງ. ເຮົາຕ້ອງການຄວາມເຫັນດີເຫັນພ້ອມຢ່າງກວ້າງຂວາງພາຍໃນຄະນະສົງຕີເບດໂດຍລວມ ແລະ ສະນັ້ນ ເຮົາຈິ່ງດຳເນີນການຂັ້ນຕໍ່ໄປໃນທິດທາງນັ້ນ. ອາຕະມາຂໍຂອບໃຈທຸກຜູ້ທຸກຄົນສໍາລັບຄວາມພະຍາຍາມຂອງທ່ານ.

Top