ປະຫວັດຂອງການອຸປະສົມບົດສາຍມູລະສະຣະວາສະຕິວາດໃນຕີເບດ

ເຖິງວ່າສາຍການອຸປະສົມບົດພຣະພິກຂຸສາຍມູລສະຣະວາສະຕິວາດ (Mulasarvastivada) ຈະສະຖາປະນາຂຶ້ນໃນຕີເບດເຖິງສາມຄັ້ງ, ແຕ່ຄະນະສົງພຣະພິກຂຸນີມູລສະຣະວາສະຕິວາດກໍບໍ່ເຄີຍໄດ້ຮັບການສະຖາປະນາຢ່າງໝັ້ນຄົງ. ດ້ວຍເຫດນີ້, ແມ່ຍິງທີ່ປະຕິບັດພຣະພຸດທະສາສະໜາຂອງຕີເບດໃນສາຍວິໄນຂອງມູລສະຣະວາສະຕິວາດ ແລະ ຜູ້ທີ່ປະສົງຈະບວດຈິ່ງເປັນສາມະເນຣີ.

ຄັ້ງແຣກທີ່ມີການສະຖາປະນະການອຸປະສົມບົດພຣະພິກຂຸສາຍມູລສະຣະວາສະຕິວາດໃນຕີເບດແມ່ນການໄປຢ້ຽມຢາມຂອງປະຣະມາຈານຊາວອິນເດຍສານຕະຣັກສິຕະ (Shantarakshita), ພ້ອມດ້ວຍພຣະພິກຂຸສາມສິບອົງ, ແລະ ການກໍ່ຕັ້ງອາຣາມສັມເຍ (Samye) ໃນພາກກາງຂອງຕີເບດໃນປີ ຄ.ສ. 775, ພາຍໃຕ້ການອຸປະຖຳຂອງຈັກກະພັດຕີເບດ ຕຣີຊົງເດດເສນ (Tri Songdetsen). ແຕ່, ຍ້ອນບໍ່ມີພຣະພິກຂຸນີສິບສອງອົງສາຍມູລສະຣະວາສະຕິວາດຊາວອິນເດຍໄປຕີເບດເລີຍໃນເວລານັ້ນ, ແລະ ແມ່ຍິງຕີເບດເອງກໍບໍ່ໄດ້ເດີນທາງໄປອິນເດຍເພື່ອຮັບການອຸປະສົມບົດສູງ, ການສືບເຊື້ອສາຍການອຸປະສົມບົດພຣະພິກຂຸນີຂອງມູລສະຣະວາສະຕິວາດຈິ່ງບໍ່ໄດ້ຮັບການສະຖາປະນາໃນຕີເບດໃນໄລຍະແຣກນີ້.

ແຕ່, ອີງຕາມແຫຼ່ງຂອງຈີນທີ່ເກັບຮັກສາໄວ້ໃນທຸນຫວງ (Dunhuang) ລະບຸວ່າຣາຊີນີໂດຣຊາຈາງດຣອນ (Droza Jangdron) ມະເຫສີອົງຮອງຂອງຈັກກະພັດຕຣີຊົງເດດເສນ, ແລະ ແມ່ຍິງອີກ 30 ຄົນໄດ້ຮັບການອຸປະສົມບົດພຣະພິກຂຸນີທີ່ສັມເຍ. ການອຸປະສົມບົດຂອງເພິ່ນຄວນໄດ້ຮັບມອບໂດຍພິກຂຸຊາວຈີນທີ່ໄດ້ຮັບນິມົນໃຫ້ໄປທີ່ສໍານັກງານແປພາສາໃນເມືອງສັມເຍໃນປີ ຄ.ສ. 781. ຍ້ອນວ່າເຈົ້າຈັກກະພັດຖັງ ຈົງຈົງ (Zhong-zhong) ຂອງຈີນໄດ້ອອກຣາຊະດີກາໃນປີ ຄ.ສ. 709 ວ່າໃຫ້ນັບຖືແຕ່ເຊື້ອສາຍການອຸປະສົມບົດທັມມະຄຸບຕະກະ (Dharmaguptaka) ໃນປະເທດຈີນ, ການອຸປະສົມບົດພຣະພິກຂຸນີໃນຕີເບດກໍຄົງຈະໄດ້ມາຈາກສາຍທັມມະຄຸບຕະກະ. ສັນນິຖານວ່າການອຸປະສົມບົດໄດ້ເຮັດໂດຍວິທີພຣະສົງດ່ຽວ ແລະ ເຊື້ອສາຍກໍບໍ່ໄດ້ສືບຕໍ່ພາຍຫຼັງການພ່າຍແພ້ຂອງຝ່າຍຈີນໃນການອະພິປາຍສັມເຍ (ຄ.ສ. 792-794) ແລະ ການຂັບໄລ່ອອກຈາກຕີເບດ.

ໃນລະຫວ່າງການປົກຄອງຂອງຈັກກະພັດ ຕຣີເຣລປາເຊນ (Tri Relpachen) ຂອງຕີເບດ (ຄ.ສ. 815–836), ອົງຈັກກະພັດໄດ້ມີຣາຊະດີກາວ່າຫ້າມແປຕຳຣາຫິນະຍານໃດເປັນພາສາຕີເບດ ນອກຈາກທີ່ຢູ່ໃນວົງສະຣະວາສະຕິວາດ. ອັນນີ້ໄດ້ຈຳກັດຄວາມເປັນໄປໄດ້ທີ່ເຊື້ອສາຍການອຸປະສົມບົດອື່ນຈະຖືກນຳໄປສູ່ຕີເບດ ນອກເໜືອຈາກສາຍມູລສະຣະວາສະຕິວາດ.

ເຊື້ອສາຍການອຸປະສົມບົດພຣະພິກຂຸມູລສະຣະວາສະຕິວາດຈາກສານຕະຣັກສິຕະ ໄດ້ເກືອບສູນຫາຍໄປຍ້ອນການປາບປາມພຣະພຸດທະສາສະໜາຂອງກະສັດລັງທັມ (Langdarma) ໃນທ້າຍສະຕະວັດທີເກົ້າ ຫຼື ຕົ້ນສະຕະວັດທີ 10. ພຣະພິກຂຸມູລສະຣະວາສະຕິວາດສາມອົງທີ່ຍັງມີຢູ່, ຍ້ອນການຊ່ອຍເຫຼືອຂອງພິກຂຸທັມມະຄຸບຕະກະຊາວຈີນສອງອົງ, ໄດ້ຟື້ນຟູການອຸປະສົມບົດພຣະພິກຂຸສາຍນີ້ດ້ວຍການອຸປະສົມບົດຂອງຄົງປະຣັບເຊລ (Gongpa rabsel) ໃນພາກຕາເວັນອອກຂອງຕີເບດ. ແຕ່, ບໍ່ໄດ້ມີການດຳເນີນການໃດທີ່ຄ້າຍຄືກັນກ່ຽວກັບພຣະພິກຂຸນີທັມມະຄຸບຕະກະ ເພື່ອສະຖາປະນະການອຸປະສົມບົດພຣະພິກຂຸນີສາຍມູລສະຣະວາສະຕິວາດໃນເວລານັ້ນໂດຍອາໄສເຊື້ອສາຍປະສົມຂອງຄະນະສົງທັງສອງ.

ສາຍການອຸປະສົມບົດພຣະພິກຂຸມູລສະຣະວາສະຕິວາດຂອງຄົງປະຣັບເຊລໄດ້ຖືກນໍາກັບສູ່ຕີເບດຕອນກາງ ແລະ ກາຍເປັນທີ່ຮູ້ຈັກໃນນາມນິກາຍ "ວິໄນຕີເບດຕອນລຸ່ມ." ແຕ່, ໃນຕີເບດຕາເວັນຕົກ, ກະສັດເຍເຊໂວ (Yeshey-wo), ໃນຊ່ວງທ້າຍສະຕະວັດທີ 10, ໄດ້ຫັນໄປຫາອິນເດຍເພື່ອສະຖາປະນາ, ຫຼື ອາດເປັນການສະຖາປະນາຄືນ ການອຸປະສົມບົດພຣະພິກຂຸມູລສະຣະວາສະຕິວາດ ໃນອານາຈັກຂອງພຣະອົງ. ດັ່ງນັ້ນ, ພຣະອົງຈິ່ງໄດ້ນິມົນບັນດິດຊາວອິນເດຍຕາເວັນອອກ ທັມມະປາລະ (Dharmapala) ແລະ ລູກສິດອີກຫຼາຍອົງໄປຍັງຄູເຄະ (Guge) ທາງຕາເວັນຕົກຂອງຕີເບດ ເພື່ອສະຖາປະນາສາຍການອຸປະສົມບົດພຣະພິກຂຸມູລສະຣະວາສະຕິວາດສາຍທີສອງ. ສາຍນີ້ໄດ້ກາຍເປັນທີ່ຮູ້ຈັກໃນນາມນິກາຍ "ວິໄນຕີເບດຕອນເທິງ."

ຕາມພົງສາວະດານຄູເຄະ, ຄະນະສົງພິກຂຸນີມູລສະຣະວາສະຕິວາດກໍໄດ້ຖືກສະຖາປະນາໃນຄູເຄະໃນເວລານີ້, ແລະ ທິດາຂອງກະສັດເຍເຊໂວ, ພຣະນາງ ຫຼາຍເມຕັອກ (Lhai-metog), ກໍໄດ້ຮັບການອຸປະສົມບົດໃນນັ້ນ. ແຕ່, ຍັງບໍ່ແນ່ຊັດວ່າການອຸປະສົມບົດຄັ້ງນີ້ເປັນພຣະພິກຂຸນີ ຫຼື ສາມະເນຣີ. ໃນກໍລະນີໃດກໍຕາມ, ຍັງບໍ່ຊັດເຈນວ່າພຣະພິກຂຸນີມູລສະຣະວາສະຕິວາດໄດ້ຖືກນິມົນໄປທີ່ຄູເຄະເພື່ອມອບການອຸປະສົມບົດ ຫຼື ບໍ່, ແລະ ບໍ່ມີຫຼັກຖານວ່າພຣະສົງພິກຂຸນີມູລສະຣະວາສະຕິວາດໄດ້ສະຖາປະນາຂຶ້ນຢ່າງໝັ້ນຄົງໃນຕີເບດຕາເວັນຕົກໃນເວລານີ້.

ໃນປີ ຄ.ສ. 1204, ນັກແປຊາວຕີເບດ ໂຕຣປູ ລົດຊະວະ (Tropu Lotsawa) ໄດ້ນິມົນປະຣະມາຈານຊາວອິນເດຍ ສາກະຍະສິຣິພາທຣາ (Shakyashribhadra), ຜູ້ຄອງບັນລັງອົງສຸດທ້າຍຂອງອາຣາມນາລັນທາ, ໃຫ້ມາທີ່ຕີເບດເພື່ອຫຼົບໜີການທໍາລາຍລ້າງທີ່ເກີດຈາກການບຸກຮຸກຂອງເຕີກ ຄຸຊຊ (Guzz Turks) ແຫ່ງລາຊະວົງຄູຣິດ (Ghurid). ຂະນະທີ່ຢູ່ໃນຕີເບດ, ພຣະສາກະຍະສິຣິພາທຣາ ແລະ ພຣະສົງອິນເດຍທີ່ເດີນທາງໄດ້ຮ່ວມກັນໄດ້ມອບອຸປະສົມບົດພຣະພິກຂຸສາຍມູລສະຣະວາສະຕິວາດໃຫ້ກັບຜູ້ສະໝັກຕາມສາຍສາກະຍະ, ຈິ່ງເປັນການເລີ່ມຕົ້ນສາຍການອຸປະສົມບົດຄັ້ງທີສາມໃນຕີເບດ. ມີ 2 ນິກາຍຍ່ອຍ, ຕະກູນໜຶ່ງມາຈາກການອຸປະສົມບົດຂອງສາກະຍະບັນທິຕະ (Sakya Pandita) ໂດຍສາກະຍະສິຣິພາທຣາ ແລະ ອີກສາຍໜຶ່ງມາຈາກການອຸປະສົມບົດຂອງພຣະພິກຂຸສົງທີ່ພຣະອົງໄດ້ຊົງອົບຮົມໃນເວລາຕໍ່ມາ ແລະ ແບ່ງອອກເປັນຄະນະສົງສາກະຍະ 4 ຄະນະ. ເຖິງວ່າມີຫຼັກຖານວ່າຍັງມີພຣະພິກຂຸນີທາງພາກເໜືອຂອງອິນເດຍຈົນເຖິງຊ່ວງທ້າຍສະຕະວັດທີ 12 ຄ.ສ., ກໍບໍ່ມີພຣະພິກຂຸນີມູລສະຣະວາສະຕິວາດຄົນໃດຕິດຕາມສາກະຍະສິຣິພາທຣາກັບຕີເບດເລີຍ. ດັ່ງນັ້ນ, ສາຍການອຸປະສົມບົດພຣະພິກຂຸນີມູລສະຣະວາສະຕິວາດຈິ່ງບໍ່ເຄີຍຖືກຖ່າຍທອດຮ່ວມກັບສາມສາຍການອຸປະສົມບົດພຣະພິກຂຸມູລສະຣະວາສະຕິວາດທັງສາມສາຍໃນຕີເບດເລີຍ.

ຕະຫຼອດຫຼາຍສັດຕະວັດຫຼັງການຢ້ຽມຢາມຂອງສາກະຍະສິຣິພາທຣາ, ໄດ້ມີຄວາມພະຍາຍາມຢ່າງໜ້ອຍໜຶ່ງຄັ້ງໃນການສະຖາປະນາການອຸປະສົມບົດພຣະພິກຂຸນີມູລສະຣະວາສະຕິວາດໃນຕີເບດ, ແຕ່ກໍບໍ່ປະສົບຜົນສໍາເລັດ. ໃນຊ່ວງຕົ້ນສະຕະວັດທີ 15, ປະຣະມາຈານສາກະຍະນາມວ່າ ສາກະຍະໂຊກເດນ (Shakya-chogden) ໄດ້ຈັດການອຸປະສົມບົດພຣະພິກຂຸນີມູລສະຣະວາສະຕິວາດຄະນະສົງດ່ຽວໃຫ້ກັບມານດາຂອງພຣະອົງໂດຍສະເພາະ. ແຕ່, ໂກຣັມປະ (Gorampa), ປະຣະມາຈານສາກະຍະຮ່ວມສະໄໝອີກອົງໜຶ່ງ ໄດ້ວິພາກວິຈານຄວາມສົມບູນຂອງການອຸປະສົມບົດນີ້ຢ່າງຮຸນແຮງ ແລະ, ຕໍ່ມາ, ມັນກໍໄດ້ຖືກຢຸດເຊົາ.

Top