ການຮຽນກັບພຣະອາຈານທາງສາສະໜາ

ສານຸສິດ ແລະ ພຣະອາຈານທາງສາສະໜາມີຫຼາຍລະດັບ. ຄວາມສັບສົນຈິ່ງເກີດຂຶ້ນເມື່ອຜູ້ທີ່ຈະເປັນສານຸສິດຈິນຕະນາການວ່າຕົນເອງ ແລະ/ຫຼື ພຣະອາຈານນັ້ນມີວຸທິໃນລະດັບທີ່ສູງກວ່າຄວາມເປັນຈິງ, ຫຼື ເມື່ອຖືວ່າພຣະອາຈານເປັນນັກບຳບັດ. ເມື່ອຜ່ານການທົບທວນຢ່າງກົງໄປກົງມາ ແລະ ກວດສອບຕາມຄວາມເປັນຈິງແລ້ວ, ເຮົາຈະຊີ້ແຈ້ງລະດັບທີ່ແຕ່ລະຝ່າຍເປັນຢູ່, ແລ້ວເຮົາກໍສາມາດພັດທະນາສາຍພົວພັນຂອງສິດ ແລະ ອາຈານທີ່ດີໄດ້.

ຂໍ້ເທັດຈິງແນວປະຈັກກ່ຽວກັບສາຍພົວພັນທາງສາສະໜາຂອງສິດກັບອາຈານ

ເພື່ອຫຼີກເວັ້ນຄວາມສັບສົນໃນສາຍພົວພັນລະຫວ່າງສານຸສິດ ແລະ ພຣະອາຈານທາງສາສະໜາ, ເຮົາຈໍາເປັນຕ້ອງຮັບຮູ້ຂໍ້ເທັດຈິງທີ່ເປັນປະຈັກບາງປະການ:

  1. ຜູ້ສະແຫວງຫາທາງສາສະໜາເກືອບທັງໝົດຈະກ້າວຜ່ານຂັ້ນຕອນຕ່າງໆ ຕາມເສັ້ນທາງສາສະໜາ. 
  2. ຜູ້ປະຕິບັດທັມສ່ວນຫຼາຍຮຽນກັບພຣະອາຈານຫຼາຍຄົນໃນຊ່ວງຊີວິດຂອງເຂົາເຈົ້າ ແລະ ສ້າງສາຍພົວພັນທີ່ແຕກຕ່າງກັນກັບພຣະອາຈານແຕ່ລະອົງ. 
  3. ບໍ່ແມ່ນພຣະອາຈານທຸກອົງຈະບັນລຸລະດັບດຽວກັນ. 
  4. ປະເພດຂອງສາຍພົວພັນທີ່ເໝາະສົມລະຫວ່າງຜູ້ສະແຫວງຫາຜູ້ໜຶ່ງ ແລະ ພຣະອາຈານຜູ້ໜຶ່ງ ນັ້ນຂຶ້ນກັບລະດັບທາງສາສະໜາຂອງແຕ່ລະຝ່າຍ. 
  5. ເຮົາມັກຈະພົວພັນກັບພຣະອາຈານຂອງຕົນໃນລັກສະນະທີ່ເລິກເຊິ່ງຂຶ້ນເລື້ອຍໆ ໃນຂະນະທີ່ກ້າວໄປໃນເສັ້ນທາງສາສະໜາ.
  6. ເນື່ອງຈາກວ່າພຣະອາຈານອົງໜຶ່ງອາດມີຫຼາຍບົດບາດໃນຊີວິດທາງສາສະໜາຂອງຜູ້ສະແຫວງຫາແຕ່ລະຄົນ, ສາຍພົວພັນທີ່ເໝາະສົມທີ່ສຸດທີ່ຜູ້ສະແຫວງຫາແຕ່ລະຄົນມີກັບພຣະອາຈານນັ້ນອາດແຕກຕ່າງກັນ.
Top