ຊີວິດ ແລະ ບຸຄະລິກຂອງພຣະເຊີກອງຣິນໂປເຊ

ບົດບາດຂອງພຣະຣິນໂປເຊໃນຖານະພຣະອາຈານຜູ້ຊ່ວຍຂອງອົງພຣະດາໄລລາມະ

ພຣະເຊັນຊັບເຊີກອງຣິນໂປເຊເປັນຊາຍຮ່າງໃຫຍ່ - ພຣະສົງທີ່ໂກນຫົວ, ນຸ່ງຜ້າແດງ, ແລະ ມີໃບໜ້າທີ່ເລິກເຊິ່ງທີ່ເຮັດໃຫ້ເພິ່ນເບິ່ງຄືມີອາຍຸຫຼາຍກວ່າຄວາມເປັນຈິງ. ບຸຄະລິກຖ່ອມຕົວ, ທີ່ມີປັນຍາ ແລະ ຄວາມຕາຫຼົກທີ່ອ່ອນໂຍນຂອງເພິ່ນໄດ້ເຮັດໃຫ້ເບິ່ງຄືນັກປາດຕາມແບບສະບັບຂອງນິທານໃນບູຮານຄະດີ. ຄຸນລັກສະນະນີ້ບໍ່ໄດ້ພົ້ນຈາກການສັງເກດຂອງຊາວຕາເວັນຕົກທີ່ໄດ້ພົບກັບເພິ່ນ. ຕົວຢ່າງ, ເມື່ອໄດ້ເຫັນເພິ່ນຢູ່ທັມສາລາ (Dharamsala), ຜູ້ສ້າງຮູບເງົາເລື່ອງສຕາວໍ ກໍໄດ້ຕັດສິນໃຈເອົາເພິ່ນເປັນແບບຢ່າງຂອງໂຢດາ, ຜູ້ນຳທາງຈິດວິນຍານຂອງມະຫາກາບເລື່ອງນີ້. ພຣະຣິນໂປເຊບໍ່ເຄີຍໄດ້ເຫັນຮູບເງົາເລື່ອງນີ້, ແຕ່ຖ້າເຫັນເພິ່ນກໍຄືຈະໄດ້ຫົວຢູ່ກັບຮຽນແບບອັນນີ້ແນ່ນອນ. ແຕ່, ຄຸນລັກສະນະທີ່ໂດດເດັ່ນທີ່ສຸດຂອງພຣະຣິນໂປເຊ ແມ່ນຄວາມສຳພັນຂອງເພິ່ນກັບສົມເດັດພຣະດາໄລລາມະ. 

ອົງພຣະດາໄລລາມະເປັນຜູ້ນຳທາງສາສະໜາ ແລະ ທາງໂລກຂອງທິເບດ. ສາຍສືບທອດຂອງທ່ານແມ່ນສືບຕໍ່ຜ່ານການເກີດໃໝ່. ພາຍຫຼັງການເສຍຊີວິດຂອງພຣະດາໄລລາມະອົງໜຶ່ງ, ບັນດາສະມາຊິກຄົນໃກ້ຊິດທີ່ສຸດຂອງທ່ານຈະປະຕິບັດຕາມຂັ້ນຕອນທີ່ສະລັບຊັບຊ້ອນເພື່ອລະບຸຫາການເກີດໃໝ່ຂອງທ່ານໃນຮ່າງເດັກ. ຕໍ່ມາ, ພຣະດາໄລລາມະອົງໃໝ່ແຕ່ລະອົງຈະໄດ້ຮັບການສຶກສາທີ່ດີທີ່ສຸດຈາກພຣະອາຈານທີ່ມີວຸທິສູງສຸດ. ພຣະອາຈານເຫຼົ່ານີ້ປະກອບມີທັງອາຈານອາວຸໂສອົງໜຶ່ງ ແລະ ຮອງອາຈານອົງໜຶ່ງ, ແລະ ພຣະເຊັນຊັບ (tsenzhab) ເຈັດອົງ, ເຊິ່ງແປທົ່ວໄປວ່າເປັນ "ພຣະອາຈານຜູ້ຊ່ວຍ".

ພຣະພຸດທະສາສະໜາທິເບດມີສີ່ນິກາຍໃຫຍ່, ສືບຕໍ່ມາຈາກອິນເດຍໂດຍຜ່ານສາຍທີ່ແຕກຕ່າງກັນ, ແຕ່ບໍ່ມີການຂັດແຍ່ງກັນໃນເບື້ອງຄຳສອນພື້ນຖານ. ພຣະອາຈານຫຼັກເກົ້າອົງຂອງອົງພຣະດາໄລລາມະມາຈາກນິກາຍເກລຸກ, ເຊິ່ງເປັນນິກາຍໃຫຍ່ທີ່ສຸດໃນສີ່ນິກາຍ. ທ່ານສຶກສາກັບພຣະອາຈານຂອງອີກສາມນິກາຍ - ຍິງມາ, ກາກິວ, ແລະ ສັກຍະ - ເມື່ອການສຶກສາຂັ້ນພື້ນຖານຂອງທ່ານສຳເລັດແລ້ວ. ພຣະເຊັນຊັບເຈັດອົງ, ແຕ່ລະອົງ, ມາຈາກວັດເກລຸກເຈັດແຫ່ງໃຫຍ່ໃກ້ກັບລາຊາ (Lhasa), ນະຄອນຫຼວງຂອງທິເບດ. ພວກເພິ່ນຖືກເລືອກໂດຍອີງໃສ່ການຮຽນ, ຜົນສຳເລັດດ້ານສະມາທິ, ແລະ ສຳຄັນທີ່ສຸດແມ່ນການພັດທະນາບຸຄະລິກຂອງພວກເພິ່ນ. ພຣະເຊີກອງຣິນໂປເຊເປັນເຊັນຊັບທີ່ຖືກແຕ່ງຕັ້ງຈາກວັດກັນເດັນຈັງເຊ (Ganden Jangtsey), ວັດທີ່ຖືກສ້າງຕັ້ງຂຶ້ນໂດຍພຣະສົງຂະປະ, ຜູ້ກໍ່ຕັ້ງນິກາຍເກລຸກ. ເພິ່ນອາຍຸໄດ້ 34 ປີ ຕອນທີ່ເພິ່ນຮັບຕຳແໜ່ງນີ້ໃນປີ 1948; ອົງພຣະດາໄລລາມະມີອາຍຸ 13 ປີ. ເພິ່ນເປັນຜູ້ດຽວໃນພຣະເຊັນຊັບເຈັດອົງທີ່ໄດ້ຮ່ວມກັບທ່ານສົມເດັດໃນການລີ້ໄພຢູ່ອິນເດຍໃນປີ 1959.

ຂອບເຂດຄວາມຊ່ຽວຊານຂອງພຣະຣິນໂປເຊ

ຈົນເວລາທີ່ເພິ່ນເສຍຊີວິດໃນເດືອນສິງຫາ ປີ 1983, ພຣະຣິນໂປເຊໄດ້ຮັບໃຊ້ທ່ານສົມເດັດຢ່າງຈິງໃຈ, ທໍາອິດໃນລາຊາ ແລະ ຕໍ່ມາໃນທັມສາລາ. ໜ້າທີ່ຕົ້ນຕໍ່ຂອງເພິ່ນແມ່ນການເຂົ້າຮ່ວມທຸກບົດຮຽນທີ່ທ່ານສົມເດັດໄດ້ຮັບ ແລະ ຈາກນັ້ນຕ້ອງໄດ້ໂຕ້ກັບທ່ານເພື່ອຮັບປະກັນຄວາມເຂົ້າໃຈທີ່ຖືກຕ້ອງຂອງທ່ານສົມເດັດ. ໃນຄວາມເປັນຈິງ, ທ່ານສົມເດັດໄດ້ຮຽກຮ້ອງໃຫ້ພຣະຣິນໂປເຊເຂົ້າຮ່ວມກັບທ່ານໃນການຮຽນທຸກຢ່າງທີ່ທ່ານໄດ້ຮັບ, ເພື່ອວ່າຢ່າງໜ້ອຍກໍຈະມີລາມະ ອີກອົງໜຶ່ງທີ່ມີຄວາມຮູ້ກວ້າງຂວາງຈາກການສຶກສາ ແລະ ການຝຶກຄືທ່ານ. ສະນັ້ນ, ເຊັ່ນດຽວກັບທ່ານສົມເດັດ, ພຣະຣິນໂປເຊກໍເປັນພຣະອາຈານຂອງທັງລີ່ນຮກາາຍໃນສາຍທິເບດ. ຄວາມຊຳນານຂອງເພິ່ນກວມເອົາທັງສອງສ່ວນໃຫຍ່ຂອງການຝຶກພຣະພຸດທະສາສະໜາ, ສູຕຣະ ແລະ ຕັນຕຣະ. ພຣະສູດສືບຖອດຄຳສອນຂັ້ນພື້ນຖານ, ໃນຂະນະທີ່ພຣະຕັນຕຣະເປັນວິທີການທີ່ເລິກເຊິ່ງທີ່ສຸດສຳລັບການປ່ຽນແປງຕົນເອງ.

ພຣະຣິນໂປເຊຍັງປະສົບຜົນສຳເລັດດ້ານສີລະປະ ແລະ ວິທະຍາສາດພື້ນເມືອງຂອງພຣະພຸດທະສາສະໜານຳອີກ. ຕົວຢ່າງ, ເພິ່ນເປັນຜູ້ຊ່ຽວຊານດ້ານການວັດແທກ ແລະ ການກໍ່ສ້າງຂອງລະບົບສັນຍາລັກລະດັບສອງ ແລະ ສາມມິຕິລະດັບໂລກ (ມົນທົນ) ທີ່ຖືກນຳໃຊ້ໃນພິທີກຳ ແລະ ອານຸສາວະລີປະເພດຕ່າງໆ (ເຈດີ) ທີ່ໃຊ້ເປັນບ່ອນບັນຈຸພຣະທາດ. ຍິ່ງໄປກວ່ານັ້ນ, ເພິ່ນກໍເປັນຜູ້ຊຳນານດ້ານກະວີ, ການແຕ່ງ ແລະ ໄວຍາກອນທິເບດ. ສະນັ້ນ ຮູບແບບການສອນຂອງເພິ່ນຈິ່ງມີຄວາມສະຫງ່າງາມ ແລະ ຄວາມລະອຽດອ່ອນ ເຊິ່ງສ້າງຄວາມສົມດຸນໃຫ້ກັບຄວາມສົນໃຈຂອງເພິ່ນກ່ຽວກັບລາຍລະອຽດດ້ານເຕັກນິກ.

ພຣະເຊີກອງຣິນໂປເຊຍັງເປັນຜູ້ຊ່ຽວຊານດ້ານການທຳນາຍແບບທິເບດ (ໂມ). ໃນລະບົບນີ້, ເຮົາຈະເຂົ້າສະມາທິຢ່າງເຂັ້ມຂຸ້ນ, ໂຍນໝາກເຕົາສາມໜ່ວຍຫຼາຍຄັ້ງ, ແລະ ຕີຄວາມໝາຍຜົນໄດ້ຮັບເພື່ອຊ່ວຍໃນການຕັດສິນໃຈທີ່ຍາກໆ. ຍິ່ງໄປກວ່ານັ້ນ, ເພິ່ນຍັງຮູ້ກ່ຽວກັບໂຫລາສາດທິເບດ, ເຊິ່ງກ່ຽວຂ້ອງຄວາມຊຳນານດ້ານຄະນິດສາດທີ່ຊັບຊ້ອນໃນການຄິດໄລ່ຕຳແໜ່ງຂອງດາວເຄາະ. ແຕ່ແນວທາງຂອງເພິ່ນຕໍ່ກັບຫົວຂໍ້ວິຊາລຶກລັບເຫຼົ່ານີ້ແມ່ນຕິດແທດກັບຄວາມເປັນຈິງ ແລະ ຕິດດິນ. ການໃຊ້ວິທີເຫຼົ່ານີ້ແມ່ນເພື່ອເສີມ, ບໍ່ແມ່ນເພື່ອທົດແທນການໃຊ້ສາມັນສຳນຶກຕັດສິນໃຈ.

ຄວາມຖ່ອມຕົນຂອງພຣະຣິນໂປເຊໃນການເປັນພຣະອາຈານຂອງອົງພຣະດາໄລລາມະ

ເຖິງວ່າເພິ່ນຈະມີຄວາມສຳຄັນຂອງຕຳແໜ່ງທາງການ ແລະ ຄວາມກວ້າງຂວາງຂອງຄວາມຮູ້, ພຣະຣິນໂປເຊກໍຖ່ອມຕົວສະເໝີ. ເຖິງວ່າໃນຄວາມເປັນຈິງເພິ່ນຈະເປັນພຣະອາຈານທີ່ສຳຄັນຂອງທ່ານສົມເດັດ - ໂດຍສະເພາະແມ່ນໃນ ກາລະຈັກ (ຮອບວຽນຂອງເວລາ), ລະບົບຕັນຕຣະທີ່ສະລັບຊັບຊ້ອນທີ່ສຸດ - ແລະ ເຖິງວ່າເພິ່ນຈະໃຫ້ຄວາມສຳຄັນກັບສິດດີເດັ່ນຂອງເພິ່ນຫຼາຍຄັ້ງ, ເພິ່ນກໍບໍ່ມັກທີ່ຈະຖືກເອີ້ນວ່າ "ອາຈານຜູ້ຊ່ວຍ" ໃນພາສາອັງກິດ. ເພິ່ນປາຖະໜາໃຫ້ຕຳແໜ່ງ ເຊັນຊັບ ຂອງເພິ່ນຖືກແປຕາມຕົວເປັນ "ຜູ້ຮັບໃຊ້ການໂຕ້ວາທີ" ແທນ, ແຕ່ສຸດທ້າຍກໍໄດ້ຕົກລົງກັບການແປວ່າ "ພຣະອາຈານຄູ່ໂຕ້ວາທີ."

ພຣະເຊີກອງຣິນໂປເຊໄດ້ຮັບໃຊ້ທ່ານສົມເດັດທັງໃນທາງທີ່ເປັນທາງການ ແລະ ບໍ່ເປັນທາງການ. ຕົວຢ່າງ, ທ່ານສົມເດັດມັກຈະປະຕິບັດສະມາທິພິເສດ ແລະ ພິທີກຳພິທີຕ່າງໆ (ບູຊາ) ເພື່ອຄວາມຜາສຸກຂອງໂລກໂດຍທົ່ວໄປ ແລະ ຂອງປະຊາຊົນຂອງທ່ານໂດຍສະເພາະ. ບາງຢ່າງ ທ່ານຈະເຮັດເປັນການສ່ວນຕົວ, ບາງຢ່າງຈະເລືອກເອົາພຣະສົງຈຳນວນໜຶ່ງຮ່ວມນຳ, ແລະ ຢ່າງອື່ນຈະເຮັດເປັນການຊຸມນຸມໃຫຍ່. ຕາມປົກກະຕິ ທ່ານສົມເດັດຈະຮຽກຮ້ອງໃຫ້ພຣະຣິນໂປເຊເຂົ້າຮ່ວມກັບທ່ານໃນຂັ້ນຕອນເຫຼົ່ານີ້ ຫຼື ປະຕິບັດ ຫຼື ເປັນປະທານໃນນາມຂອງທ່ານ ຖ້າທ່ານຄາວຽກເກີນໄປກັບເລື່ອງອື່ນ. ຍິ່ງໄປກວ່ານັ້ນ, ໃນເວລາທີ່ທ່ານສົມເດັດຈະສອນ, ພຣະຣິນໂປເຊຈະນັ່ງຢູ່ເບື້ອງຂວາຂອງທ່ານ, ສະໜອງຄຳເວົ້າໃດໆ ທີ່ທ່ານສົມເດັດຕ້ອງການ, ຫຼື ຕອບຄຳຖາມ ຫຼື ຂໍ້ສົງໄສຖ້າທ່ານສົມເດັດຖາມ. ໃນເວລາທີ່ຜູ້ອື່ນອາຍເກີນໄປທີ່ຈະສືບຖອດຄໍາສອນ ຫຼື ເຊື້ອສາຍໂດຍກົງໃຫ້ກັບທ່ານສົມເດັດ, ພວກທ່ານຈະສົ່ງໃຫ້ພຣະຣິນໂປເຊ. ດັ່ງຊ່ອງທາງຈິດວິນຍານ, ແລ້ວພຣະຣິນໂປເຊກໍຈະສະເໜີຕໍ່ໃຫ້ທ່ານສົມເດັດ.

ທັກສະການທູດ

ທ່ານສົມເດັດມັກກ່າວເຖິງພຣະເຊີກອງຣິນໂປເຊ ວ່າເປັນທີ່ປຶກສາ ແລະ ເປັນຫົວໜ້າຜູ້ໝວດຂອງທ່ານໃນການນຳເອົານະໂຍບາຍຂອງທ່ານອອກສູ່ວັດວາອາຮາມ ແລະ ຕໍ່ສາທາລະນະຊົນ. ອັນນີ້ແມ່ນຍ້ອນພຣະຣິນໂປເຊເປັນນັກການທູດທີ່ຊຳນານທັງດ້ານສາສະໜາ ແລະ ທາງໂລກ. ເພິ່ນໄດ້ໄກ່ເກ່ຍຂໍ້ຂັດແຍ່ງໃນທ້ອງຖິ່ນ ແລະ ແນະນຳຫ້ອງການຂອງທ່ານສົມເດັດກ່ຽວກັບພິທີການທ້ອງຖິ່ນໃນຂອບເຂດທີ່ເພິ່ນຮູ້ຢູ່ເລື້ອຍໆ.

ອາລົມຕະຫລົກທີ່ອົບອຸ່ນໄດ້ເສີມໃຫ້ກັບທັກສະການທູດຂອງເພິ່ນຢ່າງຫຼວງຫຼາຍ. ຜູ້ຄົນມັກຈະມາເລົ່າເລື່ອງຕະຫລົກໃຫ້ເພິ່ນຟັງ, ບໍ່ພຽງແຕ່ຍ້ອນເພິ່ນຫົວ ແລະ ຊື່ນຊົມກັບມັນຫຼາຍເທົ່ານັ້ນ, ແຕ່ຍ້ອນເພິ່ນຈະເລົ່າເລື່ອງນັ້ນຕໍ່ໃຫ້ຜູ້ອື່ນຟັງໄດ້ດີ. ຕົນຕົວຂອງເພິ່ນຈະສັ່ນສະເທືອນດ້ວຍສຽງຫົວ, ເຊິ່ງຈະຕິດແປດສູ່ທຸກຄົນທີ່ຢູ່ອ້ອມຕົວເພິ່ນ. ການປະສົມປະສານລະຫວ່າງປັນຍາ ແລະ ຄວາມຕະຫລົກທີ່ອົບອຸ່ນໃຈນີ້ເຮັດໃຫ້ເພິ່ນເປັນທີ່ຮັກຂອງທຸກຄົນທີ່ໄດ້ພົບເພິ່ນ.

ການສ້າງວັດວາອາຮາມຄືນໃໝ່ ແລະ ກາຍຝຶກຄົນຊົງໃຫ້ກັບເທພະຍາກອນ

ພຣະຣິນໂປເຊເປັນເຄື່ອງມືສຳຄັນໃນການສ້າງຕັ້ງວັດວາອາຮາມຫຼາຍແຫ່ງຄືນໃໝ່ໃນອິນເດຍທີ່ການບຸກລຸກຂອງຈີນໄດ້ທຳລາຍໄປໃນທິເບດ. ເພິ່ນເຮັດສິ່ງນີ້ໂດຍການໃຫ້ອຳນາດ ແລະ ຄຳສອນ ເພື່ອໃຫ້ສາມາດເຮັດພິທີກຳຕາມປະເພນີໄດ້, ໂດຍສະເພາະກັບວັດຂອງເທພະຍາກອນແຫ່ງຊາດສອງອົງ, ເນຈຸງ (Nechung) ແລະ ກາດົງ (Gadong), ເຊິ່ງເພິ່ນໄດ້ຮັກສາຄວາມສະໜິດສະໜົມນຳຕະຫຼອດຊີວິດ. ເຊັ່ນດຽວກັບທີ່ພຣະຣິນໂປເຊຮັບໜ້າທີ່ເປັນທີ່ປຶກສາທີ່ເປັນມະນຸດຄົນສຳຄັນຂອງທ່ານສົມເດັດ, ເທພະຍາກອນແຫ່ງຊາດແມ່ນທີ່ປຶກສາເໜືອທຳມະຊາດດ້ານວັດທະນະທຳພື້ນເມືອງຂອງອົງພຣະດາໄລລາມະ. ພວກເພິ່ນເວົ້າກັບທ່ານໂດຍຜ່ານຄົນຊົງ. ພຣະຣິນໂປເຊໄດ້ຊີ້ນໍາການຝຶກທາງຈິດວິນຍານຂອງຄົນຊົງເຫຼົ່ານີ້ ເພື່ອໃຫ້ເຂົາເຈົ້າກາຍເປັນຊ່ອງທາງທີ່ບໍລິສຸດເພື່ອປັນຍາສູງ.

ພຣະຣິນໂປເຊບໍ່ເຄີຍຢ້ານກົວຄວາມລຳບາກເພື່ອການໄດ້ຮັບ ຫຼື ການສິດສອນຄຳສອນຂອງພຣະພຸດທະເຈົ້າ. ຕົວຢ່າງ, ລະດູຮ້ອນໜຶ່ງ ເພິ່ນໄດ້ອົດທົນກັບຄວາມຮ້ອນຂອງພຸດທະຄະຍາເພື່ອຈະໄດ້ຮັບຄຳສັ່ງສອນຢູ່ທີ່ນັ້ນຈາກຄຸນຸລາມະຣິນໂປເຊ (Kunu Lama Rinpoche) ໃນກາລະຈັກ. ອາຈານໃຫຍ່ທ່ານນີ້ຈາກກິນນໍ, ເຂດວັດທະນະທຳຂອງທິເບດທີ່ຢູ່ທາງເບື້ອງອິນເດຍຂອງພູຫິມາລັຍ, ແມ່ນພຣະອາຈານອົງດຽວທີ່ມີຊີວິດຢູ່ໃນສະໄໝປັດຈຸບັນເຊິ່ງຊາວທິເບດທັງໝົດໄດ້ຖືວ່າເປັນ ພຣະໂພທິສັດ. ພຣະໂພທິສັດແມ່ນຜູ້ທີ່ບໍ່ເຫັນແກ່ຕົວໂດຍສິ້ນເຊີງ ແລະ ອຸທິດຕົນຢ່າງເຕັມສ່ວນໃນການບັນລຸການຕັດສະຮູ້ເພື່ອປະໂຫຍດແກ່ຜູ້ອື່ນ. ພຸດທະຄະຍາ ແມ່ນສະຖານທີ່ສັກສິດທີ່ພຣະພຸດທະເຈົ້າໄດ້ຕັດສະຮູ້ໃຕ້ຕົ້ນໂພ, ເຊິ່ງຕັ້ງຢູ່ໃນຂົງເຂດທີ່ທຸກຍາກທີ່ສຸດ ແລະ ຮ້ອນທີ່ສຸດຂອງອິນເດຍ. ໃນລະດູຮ້ອນ, ອຸນຫະພູມມັກຈະສູງຂຶ້ນເກືອບເຖິງ 50 ອົງສາ. ດ້ວຍກະແສໄຟຟ້າທີ່ຖືກຕັດເລື້ອຍໆ, ການຂາດແຄນນໍ້າ, ແລະ ບໍ່ມີເຄື່ອງປັບອາກາດ, ການຢູ່ທີ່ນັ້ນເປັນສິ່ງທີ່ຕ້ອງອົດທົນສູງ. ຄຸນຸລາມະໄດ້ອາໄສຢູ່ທີ່ນັ້ນເປັນປົກກະຕິຢູ່ໃນຫ້ອງນ້ອຍໆ ທີ່ບໍ່ມີປ່ອງຢ້ຽມໂດຍບໍ່ມີແມ່ນແຕ່ພັດລົມ.

ການປະຕິຮູບພຣະພຸດທະສາສະໜາໃນຮ່ອມພູຫິມາລັຍຂອງສະປິຕິ

ພຣະຣິນໂປເຊໄດ້ເດີນທາງຢ່າງຫຼວງຫຼາຍໄປສອນຢູ່ອິນເດຍ, ເນປານ, ແລະ ສອງຄັ້ງໃນປະເທດຢູໂຣບຕາເວັນຕົກ ແລະ ອາເມຣິກາເໜືອ. ເຖິງວ່າເພິ່ນຈະໄດ້ໄປຢ້ຽມຢາມເມືອງໃຫຍ່ໆ, ເພິ່ນພັດມັກເມືອງນ້ອຍ, ຫ່າງໄກສອກຫຼີກທີ່ອາຈານຫາຍາກ ແລະ ຄົນອື່ນກໍບໍ່ຢາກໄປ. ຕົວຢ່າງ, ບາງຄັ້ງເພິ່ນຈະເດີນທາງດ້ວຍໂຕຢັກເພື່ອໄປສອນທະຫານໃນພະແນກທິເບດຂອງກອງທັບອິນເດຍຢູ່ຊາຍແດນອິນໂດ - ທິເບດ. ເພິ່ນຈະຕັ້ງເຕັນຢູ່ພູສູງ, ໂດຍບໍ່ເຄີຍຄິດເຖິງຄວາມບໍ່ສະບາຍເລີຍ.

ໃນບັນດາເຂດຊາຍແດນທີ່ຫ່າງໄກເຫຼົ່ານີ້, ພຣະຣິນໂປເຊມີສາຍພົວພັນທີ່ໃກ້ຊິດໂດຍສະເພາະກັບສະປີຕິ (Spiti), ຮ່ອມພູສູງຫິມາລັຍຂອງອິນເດຍທີ່ຕິດກັບກິນນໍ, ບ່ອນທີ່ເພິ່ນໄດ້ເສຍຊີວິດໄປ ແລະ ໄດ້ກັບມາເກີດໃໝ່. ໜຶ່ງພັນປີກ່ອນ, ເມືອງທີ່ແຫ້ງແລ້ງ ແລະ ປົກຄຸມໄປດ້ວຍຂີ້ຝຸ່ນນີ້ໄດ້ຖືກລວມເຂົ້າຢູ່ໃນທິເບດ ແລະ ເປັນສູນກາງແຫ່ງການຟື້ນຟູພຣະພຸດທະສາສະໜາ. ແຕ່, ໃນຊ່ວງຫຼັງນີ້, ມາຕະຖານໄດ້ຫຼຸດລົງ, ຄືກັບສັດຕະວັດກ່ອນໜ້ານີ້. ພຣະສົງລະເລີຍຄຳປະຕິຍານພົມມະຈັນ ແລະ ການລະເວັ້ນຈາກເຫຼົ້າ. ພວກເພິ່ນໄດ້ສຶກສາ ແລະ ປະຕິບັດຕາມຄຳສອນຕົວຈິງຂອງພຣະພຸດທະເຈົ້າພຽງໜ້ອຍດຽວ.

ຜ່ານການຢ້ຽມຢາມຮ່ອມພູຫ້າຄັ້ງຂອງເພິ່ນ, ພຣະຣິນໂປເຊຢາກສ້າງການຟື້ນຟູຄັ້ງທີສອງ. ເພິ່ນໄດ້ເຮັດສິ່ງນີ້ໂດຍການອຸທິດວັດເກົ່າແກ່ທີ່ສຸດໃນເມືອງສະປີຕິ, ວັດຕາໂບ ກົນປະ, ແລະ ໄດ້ມອບການເສີມອຳນາດ ແລະ ໃຫ້ການສືບທອດທາງປາກເປົ່າ ແກ່ພະສົງຂອງວັດແຫ່ງນັ້ນສຳລັບພິທີກຳຕາມປະເພນີດັ້ງເດີມ. ເພິ່ນໄດ້ນຳເອົາອາຈານທາງສາສະໜາເຂົ້າມາ ແລະ ສ້າງໂຮງຮຽນໃຫ້ເດັກໃນທ້ອງຖິ່ນ. ສຸດທ້າຍ, ໃນເດືອນກໍລະກົດ ປີ 1983, ພຣະຣິນໂປເຊໄດ້ຈັດຕັ້ງການເຊື້ອເຊີນສົມເດັດພຣະດາໄລລາມະມາເຮັດພິທີຮັບເຂົ້າຂອງກາລະຈັກຢູ່ຕາໂບ. ການນຳຄຳສອນຂອງກາລະຈັກຈາກປະເທດອິນເດຍສູ່ທິເບດໃນປີ 1027 ໄດ້ກາຍເປັນເຫດການສຳຄັນທີ່ໄດ້ຢືນຢັນການສ້າງສາພຣະພຸດທະສາສະໜາຢູ່ທີ່ນັ້ນຫຼັງຈາກມີຄວາມສັບສົນມາດົນ. ເພິ່ນຫວັງວ່າການເສີມອຳນາດໃນປະຈຸບັນຈະຮັບໃຊ້ຈຸດປະສົງດຽວກັນ.

ການຖວາຍປັດໄຈແກ່ພຣະສົງ

ພຣະເຊີກອງຣິນໂປເຊຍັງເປັນຜູ້ສະໜັບສະໜູນທີ່ຍິ່ງໃຫຍ່ຂອງຄຳສອນ. ຕົວຢ່າງ, ບໍ່ວ່າເພິ່ນຈະໄດ້ຮັບທານຫຍັງໃນສະປີຕິ, ເພິ່ນກໍໄດ້ບໍລິຈາກຄືນສູ່ວັດໝົດ. ດ້ວຍການບໍລິຈາກທີ່ເອື້ອເຟື້ອນີ້, ຕາໂບໂກນປະ ຈິ່ງສາມາດເລີ່ມເທສະການພາວະນາປະຈຳປີໄດ້ ເຊິ່ງເປັນຊ່ວງທີ່ປະຊາຊົນທ້ອງຖິ່ນເຕົ້າໂຮມກັນເປັນເວລາສາມວັນເພື່ອສູດມົນ ໂອມ ມະນີ ປັດເມ ຫຸມ. ພະຍາງສັກສິດ (ມົນ) ເຫຼົ່ານີ້ມີຄວາມກ່ຽວຂ້ອງກັບພຣະອະວະໂລກິເຕສະວອນ (Avalokiteshvara), ຮູບແບບພຣະພຸດທະເຈົ້າ (ຍິດຳ) ທີ່ປະກອບດ້ວຍຄວາມເຫັນໃຈ ແລະ ໂດຍສະເພາະແມ່ນໃກ້ຊິດກັບຜູ້ປະຕິບັດຕາມທັງໝົດຂອງພຣະພຸດທະສາສະໜາທິເບດ. ການສູດມົນນີ້ຊ່ວຍໃນການຮັກສາຈຸດສຸມຕໍ່ຄວາມຮັກຕໍ່ທຸກຕົນ.

ພຣະຣິນໂປເຊໄດ້ນຳໃຊ້ຂອງທານທີ່ເພິ່ນໄດ້ຮັບຈາກການເດີນທາງທົ່ວຕາເວັນຕົກຄັ້ງທຳອິດເພື່ອສ້າງມ້ວນເຈ້ຍຂະໜາດໃຫຍ່ທີ່ສະແດງພາບຮູບພຣະພຸດທະເຈົ້າແບບກາລະຈັກ. ແລ້ວເພິ່ນໄດ້ນຳຖວາຍຕໍ່ທ່ານສົມເດັດເພື່ອນຳໃຊ້ໃນເວລາເດີນທາງໄປແຕ່ລະເຂດເພື່ອມອບອຳນາດເຂົ້າສູ່ລະບົບການທຳສະມາທິນີ້. ເພິ່ນຍັງໄດ້ໃຊ້ເງິນຈຳນວນນີ້ຈ້າງຊ່າງແຕ້ມຮູບເຈ້ຍມ້ວນເຕັມຊຸດກ່ຽວກັບຊີວິດຂອງພຣະສົງຂະປະ, ເຊິ່ງເພິ່ນໄດ້ນຳຖວາຍແດ່ວັດຂອງເພິ່ນ, ວັດກັນເດັນຈັງເຊ. ຫຼາຍປີກ່ອນໜ້ານັ້ນ, ເພິ່ນໄດ້ຊ່ວຍກໍ່ຕັ້ງຄືນໃໝ່ຢູ່ມຸນກົດ, ທາງພາກໃຕ້ຂອງອິນເດຍ. ດ້ວຍການບໍລິຈາກທີ່ເພິ່ນໄດ້ຮັບໃນການເດີນທາງສອນທາງຕາເວັນຕົກຄັ້ງທີສອງ, ເພິ່ນໄດ້ຖວາຍເຄື່ອງປັດໄຈຢ່າງກວ້າງຂວາງແກ່ພຣະສົງທັງຊາຍ ແລະ ຍິງຫຼາຍກວ່າ 4,000 ອົງທີ່ເຕົ້າໂຮມກັນທີ່ວັດເດຣປຸງ, ເມືອງມຸນກົດ, ໃນເດືອນມີນາ ປີ 1983 ສຳລັບການສະເຫຼີມສະຫຼອງມອນລຳເຕັມຮູບແບບຄັ້ງທຳອິດໃນປະເທດອິນເດຍ. ມອນລຳ ເປັນງານບຸນສູດມົນພາວະນາຕາມປະເພນີທີ່ຈັດຂຶ້ນໃນເມືອງລາຊະ (Lhasa) ເຊິ່ງພຣະສົງທຸກອົງຈະເຕົ້າໂຮມກັນເປັນເວລາໜຶ່ງເດືອນຂອງການອຸທິດສ່ວນລວມຂອງຊຸມຊົນ.

ຄວາມບໍ່ມັກຄວາມເປັນທາງການ ແລະ ການປະຕິບັດແບບງ່າຍໆ

ເຖິງວ່າພຣະຣິນໂປເຊຈະເປັນແມ່ບົດຂອງພິທີກຳ ແລະ ພິທີການ, ເພິ່ນກໍບໍ່ໂອ້ອວດ ແລະ ບໍ່ມັກຄວາມເປັນທາງການ. ຕົວຢ່າງ, ເມື່ອເພິ່ນເດີນທາງໄປທາງຕາເວັນຕົກ, ເພິ່ນບໍ່ເຄີຍເອົາເຄື່ອງປະດັບພິທີກຳ ຫຼື ຮູບແຕ້ມອັນວິຈິດຕິດຕົວໄປນຳ. ເມື່ອໃດທີ່ເພິ່ນໄດ້ມອບອຳນາດໃຫ້ຢູ່ທີ່ນັ້ນ, ເພິ່ນຈະແຕ້ມຮູບທີ່ເພີ່ນຕ້ອງການໃຊ້ດ້ວຍຕົນເອງ, ຈະປ່ຽນເຂົ້າໜົມຄຸກກີ ຫຼື ເຄັກ ເປັນເຂົ້າໜົມແປ້ງທີ່ປັ້ນເປັນຮູບ (ທໍມະ), ແລະ ໃຊ້ໂຖດອກໄມ້ ຫຼື ແມ່ນແຕ່ຕຸກນົມ ແທນເຕົ້າສຳລັບພິທີກຳ. ເວລາທີ່ບໍ່ມີການກະກຽມຫຍັງພິເສດໃນລະຫວ່າງການເດີນທາງເພື່ອປະກອບພິທີ ຊົກ ທີ່ຈັດເດືອນລະສອງເທື່ອ - ເຊິ່ງເປັນພິທີທີ່ມີການຖວາຍເຫຼົ້າ, ຊີ້ນ, ທໍມະ, ໝາກໄມ້ ແລະ ເຂົ້າໜົມ - ເພິ່ນຈະຖວາຍອາຫານອັນທີ່ເພີ່ນໄດ້ຮັບຢ່າງງຽບໆ.

ນອກຈາກນັ້ນ, ພຣະຣິນໂປເຊຍັງມັກນຳສະເໜີຄໍາສອນຂອງພຣະພຸດທະເຈົ້າໃຫ້ສອດຄ່ອງກັບຜູ້ຟັງ. ຄັ້ງໜຶ່ງ ພຣະຣິນໂປເຊໄດ້ຮັບເຊີນໄປທີ່ສູນເຊັນພູເທຣັມເປີ (Mount Tremper Zen Center) ໃກ້ກັບເມືອງວູດສຕອກ, ຣັດນິວຢອກ. ສະມາຊິກໄດ້ຂໍໃຫ້ເພິ່ນເຮັດພິທີອະນຸຍາດ (ເຈນັງ) ສໍາລັບການປະຕິບັດຂອງມັນຈູສຣີ, ຮູບພຣະພຸດທະເຈົ້າທີ່ຮວບຮວມພູມປັນຍາ. ເພື່ອເປັນການຮັກສາຮີດຄອງປະເພນີເຊັນຂອງຄວາມລຽບງ່າຍ, ພຣະຣິນໂປເຊໄດ້ນັ່ງຢູ່ພື້ນ, ບໍ່ໄດ້ຢູ່ເທິງບັນລັງ, ແລະ ມອບເຈນັງໂດຍບໍ່ມີເຄື່ອງມືພິທີກຳ ຫຼື ພິທີອັນວິຈິດ.

ການເປັນຄົນບໍ່ໂອ້ອວດ ແລະ ຖ່ອມຕົວດ້ວຍຄວາມຈິງໃຈ

ທ່ານສົມເດັດມັກກ່າວເຖິງພຣະເຊນຊັບເຊີກົງຣິນໂປເຊວ່າເປັນພຣະເກຊະກາດຳປະທີ່ແທ້ຈິງ. ພຣະເກຊະກາດຳປະ ເປັນພຣະອາຈານທິເບດໃນສະຕະວັດທີສິບເອັດເຖິງສັດຕະວັດທີສິບສາມທີ່ຮູ້ຈັກສໍາລັບຄວາມຈິງໃຈ, ການປະຕິບັດທີ່ຊື່ກົງ ແລະ ຄວາມຖ່ອມຕົນ. ຕົວຢ່າງ, ໃນການເທດຄັ້ງໜຶ່ງ, ທ່ານສົມເດັດ, ໂດຍອ້າງອີງໃສ່ພຣະຣິນໂປເຊ, ໄດ້ກ່າວວ່າຜູ້ດຽວທີ່ນັ່ງຢູ່ທີ່ນີ້ດ້ວຍຄວາມຖ່ອມຕົວແມ່ນຜູ້ທີ່ບໍ່ຈຳເປັນຕ້ອງຖ່ອມຕົວເລີຍ, ໃນຂະນະທີ່ຜູ້ອື່ນນັ່ງອວດອ້າງຕົນຢູ່. ຄັ້ງໜຶ່ງ, ເມື່ອຂໍຄຳແນະນຳຫຼັກຈາກເພິ່ນ, ພຣະຣິນໂປເຊກ່າວວ່າຄວນຖ່ອມຕົວສະເໝີ, ບໍ່ໂອ້ອວດ, ມີຫົວໃຈທີ່ອົບອຸ່ນ, ແລະ ຖືທຸກຄົນຢ່າງຈິງຈັງ.

ພຣະຣິນໂປເຊດຳລົງຊີວິດຕາມຄຳແນະນຳນີ້ທັງໝົດ. ຄັ້ງໜຶ່ງ ພຣະຣິນໂປເຊໄດ້ພັກຢູ່ທີ່ອາພາດເມັນຂະໜາດໃຫຍ່ຂອງຄອບຄົວທີ່ດີໃນເມືອງມິລານ, ປະເທດອີຕາລີ. ພຣະລາມະຜູ້ສູງສົ່ງສ່ວນຫຼາຍທີ່ມາເມືອງນີ້ຈະພັກຢູ່ເຮືອນຫຼັງນີ້. ແມ່ເຖົ້າຂອງບ້ານບອກວ່າໃນບັນດາພຣະລາມະທັງໝົດ, ເພິ່ນມັກພຣະເຊີກົງຣິນໂປເຊຫຼາຍທີ່ສຸດ. ພຣະອົງອື່ນຈະນັ່ງຢູ່ໃນຫ້ອງຂອງຕົນຢ່າງເປັນທາງການ ແລະ ຮັບອາຫານຜູ້ດຽວ. ໃນທາງກົງກັນຂ້າມ, ພຣະເຊີກົງຣິນໂປເຊຈະເຂົ້າໄປໃນເຮືອນຄົວໃນເສື້ອໃນ ແລະ ຜ້າສະໂລ່ງຊ້ອນໃນຂອງເພິ່ນໃນຕອນເຊົ້າ. ເພິ່ນຈະດື່ມນ້ຳຊາຢ່າງບໍ່ໂອ້ອວດຢູ່ໂຕະເຮືອນຄົວ, ໂດຍຈົ່ມມົນກັບລູກປັດພາວະນາຂອງເພິ່ນ, ທັງຜ່ອນຄາຍ ແລະ ຍິ້ມ, ໃນຂະນະທີ່ແມ່ເຖົ້າກຽມອາຫານເຊົ້າ.

ທັກສະໃນການສອນຜູ້ອື່ນໃຫ້ມີຄວາມຖ່ອມຕົວ ແລະ ຖືທຸກຄົນຢ່າງຈິງຈັງ

ພຣະຣິນໂປເຊຍັງໄດ້ສອນຜູ້ອື່ນໃຫ້ປະຖິ້ມການມານຍາທັງໝົດ. ຄັ້ງໜຶ່ງ ພະສົງຊາວຕາເວັນຕົກຂອງອາຣາມນາລັນທາໃນລາວໍ, ປະເທດຝຣັ່ງ, ໄດ້ເຊື້ອເຊີນພຣະຣິນໂປເຊໄປສອນເປັນເວລາສາມວັນ. ພວກເພິ່ນໄດ້ຂໍຄຳອະທິບາຍກ່ຽວກັບບົດທີ່ຍາກທີ່ສຸດໃນບົດເລື່ອງປັນຍາຈາກ ການຮຽນປະພຶດຄືດັ່ງພຣະໂພທິສັດ (ໂພທິຈະຣະຍາວະຕາຣະ) ໂດຍພຣະສານຕິເທວະ, ພຣະອາຈານໃຫຍ່ຄົນອິນເດຍໃນສັດຕະວັດທີແປດ. ພຣະຣິນໂປເຊເລີ່ມບັນຍາຍໂດຍການອະທິບາຍສູນຍະຕາໃນລະດັບທີ່ຊັບຊ້ອນ ແລະ ສັບສົນຢ່າງຍິ່ງ, ຈົນບໍ່ມີໃຜສາມາດນຳທັນໄດ້. ແລ້ວ, ພຣະຣິນໂປເຊໄດ້ຢຸດ ແລະ ຮ້າຍພຣະສົງເລື່ອງການທີ່ພວກເພິ່ນໄດ້ມີການໂອ້ອວດໃນເວລາຜ່ານມາ. ເພິ່ນບອກພວກເພິ່ນວ່າຂະໜາດພຣະສອງຂະປະຍັງມີຄວາມລຳບາກໃນການເຂົ້າໃຈສູນຍະຕາປານນີ້ ແລະ ໃຊ້ຄວາມພະຍາຍາມຫຼາຍໃນການປະຕິບັດເບື້ອງຕົ້ນ, ແລ້ວພວກເພິ່ນຄິດວ່າມັນຈະງ່າຍ ແລະ ເຂົ້າໃຈຫົວຂໍ້ທັງໝົດໃນສາມວັນໄດ້ແນວໃດ. ຫຼັງຈາກນັ້ນພຣະຣິນໂປເຊກໍໄດ້ສືບຕໍ່ສອນເນື້ອໃນ ໃນລະດັບທີ່ງ່າຍກວ່າ, ທີ່ພຣະສົງສາມາດຕິດຕາມໄດ້.

ພຣະຣິນໂປເຊເຄີຍກ່າວວ່າບໍ່ມີຫຍັງປະທັບໃຈເພິ່ນກ່ຽວກັບຕາເວັນຕົກຍົກເວັ້ນຄວາມສົນໃຈທີ່ຈິງໃຈທີ່ຫຼາຍຄົນມີຕໍ່ຄຳສອນຂອງພຣະພຸດທະເຈົ້າ. ດັ່ງນັ້ນ, ບໍ່ວ່າຜູ້ໃດຈະຂໍຄຳແນະນຳ, ເພິ່ນກໍຈະເຄົາລົບຄວາມສົນໃຈຂອງລາວ. ເຖິງວ່າເພິ່ນຈະສອນເຂົາເຈົ້າໃນລະດັບທີ່ສາມາດເຂົ້າໃຈໄດ້, ເພິ່ນກໍມັກຈະດຶງຂຶ້ນເກີນກວ່າລະດັບທີ່ເຂົາເຈົ້າຄິດວ່າເປັນຄວາມສາມາດຢູ່ສະເໝີ. ພຣະຣິນໂປເຊ, ຜູ້ເຊິ່ງມັກການສະແດງລະຄອນສັດ, ເຄີຍເວົ້າວ່າຖ້າໝີສາມາດຖືກສອນໃຫ້ຂີ່ລົດຖີບໄດ້, ດ້ວຍວິທີທີ່ຊຳນິຊຳນານ ແລະ ຄວາມອົດທົນ, ມະນຸດກໍສາມາດຖືກສອນຫຍັງກໍໄດ້.

ຄັ້ງໜຶ່ງ ມີຊາວຕາເວັນຕົກທີ່ເບິ່ງຄືເປັນຮິບປີ, ທີ່ຍັງໃໝ່ກັບພຣະພຸດທະສາສະໜາ ແລະ ເມົາມວຍກັບຢາເສບຕິດ, ໄດ້ຂໍໃຫ້ພຣະຣິນໂປເຊສອນກ່ຽວກັບການປະຕິບັດຫົກຢ່າງຂອງນາໂຣປາ. ໂດຍທົ່ວໄປ, ເຮົາຈະສຶກສາຫົວຂໍ້ຂັ້ນສູງສູດນີ້ໄດ້ກໍຕໍ່ເມື່ອຫຼັງຈາກການຝຶກສະມາທິທີ່ເຂັ້ມຂຸ້ນມາເປັນເວລາຫຼາຍປີ. ແທນທີ່ຈະເພີກເສີຍຕໍ່ຊາຍໜຸ່ມຜູ້ນັ້ນວ່າເປັນຄົນຈອງຫອງ ແລະ ອວດອົ່ງ, ພຣະຣິນໂປເຊໄດ້ຕົກລົງ, ໂດຍບອກລາວວ່າຄວາມສົນໃຈຂອງລາວນັ້ນແມ່ນດີເລີດ. ແຕ່, ກ່ອນອື່ນ, ລາວຈະຕ້ອງກຽມຕົນເອງ, ແລະ ສະນັ້ນ ພຣະຣິນໂປເຊຈິ່ງໄດ້ສອນລາວກ່ຽວກັບການປະຕິບັດເບື້ອງຕົ້ນ. ໂດຍການຖືຄວາມສົນໃຈຂອງຄົນໃນການພັດທະນາຕົນເອງຢ່າງຈິງຈັງ, ພຣະຣິນໂປເຊໄດ້ບັນດານໃຈໃຫ້ຊາວຕາເວັນຕົກຫຼາຍຄົນຖືຕົນເອງຢ່າງຈິງຈັງ. ສິ່ງນີ້ໄດ້ຊ່ວຍເຂົາເຈົ້າໃຫ້ເດີນໄປໃນເສັ້ນທາງແຫ່ງສາສະໜາ.

ຄວາມນັບຖືທຸກຄົນເທົ່າທຽມກັນ

ບໍ່ວ່າຜູ້ໃດທີ່ເພິ່ນໄດ້ພົບ, ບໍ່ວ່າຈະເປັນພຣະສັນຕະປາປາ, ຄົນເມົາຢູ່ຕາມຖະໜົນ, ຫຼື ກຸ່ມເດັກນ້ອຍ, ພຣະຣິນໂປເຊຈະປະຕິບັດຕໍ່ເຂົາເຈົ້າທັງໝົດດ້ວຍຈິດເປັນກາງ ແລະ ຄວາມນັບຖືຢ່າງເທົ່າທຽມກັນ. ເພິ່ນບໍ່ເຄີຍດູໝິ່ນ, ສະແຫວງຫາຄວາມໂປດປານ, ຫຼື ພະຍາຍາມສ້າງຄວາມປະທັບໃຈກັບໃຜ. ຄັ້ງໜຶ່ງ, ສະມາຊິກຂອງສູນຄັນຄຳແຫ່ງປັນຍາ (Wisdom’s Golden Rod Center) ໃນເມືອງອີທາຄາ, ຣັດນິວຢອກ, ໄດ້ຂໍໃຫ້ພຣະຣິນໂປເຊເວົ້າກັບລູກຂອງເຂົາເຈົ້າ. ເພິ່ນໄດ້ບອກກັບເດັກໆ ວ່າເພິ່ນນັບຖືພວກເຂົາຫຼາຍປານໃດເພາະເປັນຄົນໜຸ່ມທີ່ເປີດໃຈ. ເຂົາເຈົ້າມີທ່າແຮງທີ່ຈະກ້າວເກີນພໍ່ແມ່. ດ້ວຍວິທີນີ້, ເພິ່ນໄດ້ກະຕຸ້ນໃຫ້ເດັກໆ ນັບຖືຕົນເອງ.

ຄວາມສາມາດໃນການຮັບຮູ້ການເຊື່ອມຕໍ່ກັມພິເສດ

ເຖິງວ່າພຣະເຊີກອງຣິນໂປເຊມັກຈະສາມາດເຫັນຄວາມສຳພັນທາງກັມກັບຄົນທີ່ເພິ່ນໄດ້ພົບ, ເພິ່ນກໍບໍ່ເຄີຍທຳທ່າວ່າຈະສາມາດຊ່ວຍໄດ້ຫຼາຍກວ່າທີ່ເພິ່ນສາມາດ. ຄັ້ງໜຶ່ງ ຊາຍຄົນສວິດສ໌ຜູ້ໜຶ່ງໄດ້ເຂົ້າຫາເພິ່ນທີ່ທັມສາລາ ແລະ ໄດ້ອະທິບາຍວ່າລາວກຳລັງປະສົບກັບບັນຫາຈາກຜີ. ພຣະຣິນໂປເຊໄດ້ຕອບວ່າເພິ່ນບໍ່ມີຄວາມສຳພັນທາງກັມທີ່ຈະຊ່ວຍລາວໃນບັນຫານີ້, ແລະ ຈາກນັ້ນເພິ່ນກໍໄດ້ຊີ້ນຳຊາຍຜູ້ນັ້ນໄປຫາລາມະຜູ້ອື່ນທີ່ມີ. ແຕ່, ກັບຜູ້ອື່ນ, ພຣະຣິນໂປເຊເບິ່ງຄືວ່າຈະຮັບຮູ້ທັນທີ ແລະ, ໃນຕອນພົບກັນຄັ້ງທຳອິດ, ຈະຂໍໃຫ້ຜູ້ຊ່ວຍຈົດເອົາທີ່ຢູ່ຂອງຄົນເຫຼົ່ານີ້ໄວ້. ໃນທີ່ສຸດ, ສາຍພົວພັນອັນເລິກກໍໄດ້ພັດທະນາຂຶ້ນ. ຜູ້ຂ້າກໍແມ່ນໜຶ່ງໃນຜູ້ທີ່ໂຊກດີນີ້, ເຖິງວ່າພຣະຣິນໂປເຊຈະບໍ່ເຫັນຄວາມຈຳເປັນທີ່ຈະຕ້ອງຈົດເອົາທີ່ຢູ່ຜູ້ຂ້າ. ຜູ້ຂ້າຈະກັບມາ.

Top