ພຣະເຊີກອງຣິນໂປເຊ: ພຣະລາມະຂອງແທ້

ການເຂົ້າພົບອົງພຣະດາໄລລາມະກ່ອນຍ້າຍໄປເຢຍລະມັນ

ເດືອນເມສາປີ 1998, ຜູ້ຂ້າໄດ້ກັບຄືນບ້ານທີ່ທັມສາລາ (Dharamsala), ປະເທດອິນເດຍ, ຫຼັງຈາກການເດີນທາງສອນເປັນເວລາດົນນານ ແລະ ການຂຽນເປັນເວລາສຸມຫຼາຍໃນປະເທດມອງໂກເລຍ ແລະ ປະເທດທາງຕາເວັນຕົກ. ຜູ້ຂ້າໄດ້ອາໄສຢູ່ຕາມຕີນພູຫິມາໄລຕັ້ງແຕ່ປີ 1969, ສຶກສາ ແລະ ເຮັດວຽກກັບຊຸມຊົນຊາວອົບພະຍົບທິເບດທີ່ເຕົ້າໂຮມອ້ອມຮອບອົງພຣະດາໄລລາມະ. ບາດນີ້ ຜູ້ຂ້າໄດ້ມາຍ້າຍສິ່ງຂອງຂອງຜູ້ຂ້າໄປເມືອງມິວນິກ, ປະເທດເຢຍລະມັນ, ບ່ອນທີ່ຜູ້ຂ້າຈະສາມາດຂຽນປຶ້ມຂອງໄດ້ຢ່າງມີປະສິທິພາບ ແລະ ສອນພຣະພຸດທະສາສະໜາເປັນປະຈຳ. ຜູ້ຂ້າປາຖະໜາຢາກແຈ້ງໃຫ້ທ່ານສົມເດັດຊາບກ່ຽວກັບການຕັດສິນໃຈຂອງຜູ້ຂ້າ ແລະ ຂໍຄຳແນະນຳຈາກພຣະອົງ. ໃນຖານະທີ່ເປັນພຣະອາຈານທາງສາສະໜາຂອງຜູ້ຂ້າ, ທ່ານສົມເດັດເຄີຍໄດ້ແນະນຳໃຫ້ຜູ້ຂ້າຕັດສິນໃຈດ້ວຍຕົນເອງວ່າຈະໃຊ້ເວລາແນວໃດແລະຢູ່ໃສຢ່າງມີປະສິທິຜົນສູງສຸດສຳລັບການປະກອບສ່ວນທີ່ມີຄວາມໝາຍໃຫ້ກັບຜູ້ອື່ນ. ປະສົບການຈະເປັນຄູ່ມືທີ່ໜ້າເຊື່ອຖືທີ່ສຸດຂອງຜູ້ຂ້າ.

ເມື່ອຜູ້ຂ້າໄດ້ພົບກັບທ່ານສົມເດັດເກືອບ 29 ປີກ່ອນ, ຜູ້ຂ້າໄດ້ມາປະເທດອິນເດຍໃນຖານະນັກວິຊາການຟູລ໌ໄບຣທ໌ ເພື່ອຂຽນວິທະຍານິພົນປະລິນຍາເອກຂອງສຳລັບພາກວິຊາສຶກສາພາສາຕາເວັນອອກໄກ ແລະ ສັນສະກິດ ແລະ ອິນເດຍຢູ່ມະຫາວິທະຍາໄລຮາເວີດ (Harvard University). ໃນສະໄໝນັ້ນ, ພຣະພຸດທະສາສະໜາທິເບດໄດ້ຖືກສອນໃນທາງວິຊາການຄືເປັນຫົວຂໍ້ທີ່ຕາຍແລ້ວ, ຄ້າຍຄືກັບອີຢິບວິທະຍາ. ຜູ້ຂ້າບໍ່ສາມາດຍອມຮັບສົມມຸດຕິຖານນີ້ໄດ້ ແລະ ໄດ້ໃຊ້ເວລາຫຼາຍປີໃນການຄົ້ນຄິດວ່າມັນຈະເປັນແນວໃດຖ້າໄດ້ດຳລົງຊີວິດ ແລະ ຄິດແບບຊາວພຸດ. ເມື່ອພົບກັບທ່ານສົມເດັດ, ຜູ້ຂ້າຮູ້ສຶກປະທັບໃຈຫຼາຍທີ່ໄດ້ຮູ້ວ່າສາຍບູຮານນີ້ຍັງມີຊີວິດຢູ່ ແລະ ວ່ານີ້ແມ່ນພຣະອາຈານທີ່ເຂົ້າໃຈ ແລະ ປະຕິບັດຢູ່ຢ່າງສົມບູນ.

ສອງສາມເດືອນຕໍ່ມາ, ຜູ້ຂ້າໄດ້ສະເໜີຕົນເອງຕໍ່ທ່ານສົມເດັດດ້ວຍຄຳຮ້ອງຂໍໃຫ້ທ່ານໃຫ້ຜູ້ຂ້າມີໂອກາດຮຽນຮູ້ ແລະ ຝຶກຝົນຄຳສອນທີ່ແທ້ຈິງ. ຜູ້ຂ້າປາຖະໜາທີ່ຈະຮັບໃຊ້ທ່ານ ແລະ ຮູ້ວ່າມີແຕ່ການຝຶກຝົນຕົນເອງຢ່າງໜັກໜ່ວງເທົ່ານັ້ນທີ່ຈະຊ່ວຍຜູ້ຂ້າໃຫ້ເຮັດສິ່ງນີ້ໄດ້. ທ່ານສົມເດັດຍອມຮັບດ້ວຍຄວາມເມດຕາ. ໃນທີ່ສຸດ, ຜູ້ຂ້າກໍໄດ້ຮັບກຽດຮັບໃຊ້ເປັນນັກແປພາສາໃຫ້ທ່ານເປັນບາງຄັ້ງຄາວ ແລະ ຊ່ວຍສ້າງຄວາມສຳພັນໃຫ້ທ່ານກັບຜູ້ນຳທາງສາສະໜາ ແລະ ສະຖາບັນການສຶກສາຕ່າງໆ ໃນທົ່ວໂລກ.

ທ່ານສົມເດັດຍິນດີກັບການຕັດສິນໃຈຂອງຜູ້ຂ້າທີ່ຈະຍ້າຍພື້ນຖານຂອງຜູ້ຂ້າໄປຢູໂຣບ ແລະ ໄດ້ຖາມກ່ຽວກັບປຶ້ມເຫຼັ້ມຕໍ່ໄປທີ່ຜູ້ຂ້າຈະຂຽນ. ຜູ້ຂ້າໄດ້ແຈ້ງຕໍ່ທ່ານເຖິງຄວາມປາດຖະໜາຂອງຜູ້ຂ້າທີ່ຈະຂຽນກ່ຽວກັບຄວາມສຳພັນກັບພຣະອາຈານທາງສາສະໜາ. ໂດຍການໄດ້ເຂົ້າຮ່ວມກອງປະຊຸມສາມຄັ້ງຂອງເຄືອຂ່າຍອາຈານສອນພຣະພຸດທະສາສະໜາຝ່າຍຕາເວັນຕົກກັບທ່ານສົມເດັດຢູ່ທັມສາລາ, ຜູ້ຂ້າຮູ້ດີກ່ຽວກັບທັດສະນະຂອງທ່ານສົມເດັດກ່ຽວກັບບັນຫາທີ່ຊາວຕາເວັນຕົກຜະເຊີນໜ້າກັບຫົວຂໍ້ນີ້. ຄຳເຫັນອັນດຽວທີ່ທ່ານສົມເດັດໄດ້ປະກອບຕື່ມໃນຕອນນີ້ແມ່ນວ່າສາເຫດຕົ້ນຕໍ່ຂອງຄວາມຍາກລຳບາກແມ່ນວ່າມີຄູຈຳນວນໜ້ອຍທີ່ມີວຸທິແທ້.

ການສະທ້ອນເຖິງຄຳແນະນຳຂອງພຣະເຊີກອງຣິນໂປເຊກ່ຽວກັບການກາຍເປັນອາຈານສອນພຣະພຸດທະສາສະໜາ 

ໃນຂະນະທີ່ຂ້ອຍອອກຈາກຫ້ອງເຂົ້າພົບ, ປະຕິກິລິຍາອັນທຳອິດຂອງຜູ້ຂ້າແມ່ນການຕັ້ງຄຳຖາມກ່ຽວກັບຫຼັກຖານອ້າງອີງຂອງຜູ້ຂ້າເອງໃນການເປັນອາຈານສອນພຣະພຸດທະສາສະໜາ. ໃນໄລຍະປີທີ່ຜ່ານມາ, ຜູ້ຂ້າໄດ້ມີໂອກາດພິເສດທີ່ໄດ້ຝຶກຝົນກັບພຣະອາຈານທິເບດທີ່ໂດດເດັ່ນທີ່ສຸດບາງອົງທີ່ລີ້ໄພຢູ່ປະເທດອິນເດຍ, ເຊິ່ງລວມມີທັງທ່ານສົມເດັດພຣະດາໄລລາມະ, ພຣະອາຈານທັງສາມອົງຂອງທ່ານ ແລະ ຜູ້ນຳຂອງຫຼາຍນິກາຍສາຍທິເບດອີກດ້ວຍ. ເມື່ອທຽບກັບພວກທ່ານແລ້ວ, ຜູ້ຂ້າບໍ່ຄ່ອຍມີວຸທິຫຍັງເລີຍ. ແຕ່, ຜູ້ຂ້າຈື່ໄດ້ຄຳແນະນຳຂໍ້ໜຶ່ງທີ່ພຣະອາຈານຫຼັກຂອງຜູ້ຂ້າ, ພຣະເຊັນຊັບ ເຊີກອງ ຣິນໂປເຊ, ພຣະອາຈານຄູ່ຮ່ວມໂຕ້ວາທີຂອງທ່ານສົມເດັດ, ໄດ້ມອບໃຫ້ຜູ້ຂ້າແຕ່ປີ 1983.

ຜູ້ຂ້າໄດ້ເດີນທາງກັບພຣະຣິນໂປເຊໃນຖານະເປັນນາຍແປພາສາ ແລະ ເລຂາຂອງເພິ່ນໃນການເດີນທາງທົ່ວໂລກຄັ້ງທີສອງຂອງເພິ່ນ ແລະ ຫາກໍ່ກັບມາຈາກການເດີນທາງຂອງຜູ້ຂ້າເອງທີ່ຄາຣາຄັດສ໌, ປະເທດເວເນຊູເອລາ. ໂດຍການໃຫ້ກຳລັງໃຈຂອງພຣະຣິນໂປເຊ, ຜູ້ຂ້າໄດ້ຮັບເອົາຄຳເຊີນທີ່ຈະສອນກຸ່ມພຸດທະສາສະໜາທີ່ສ້າງຕັ້ງຂຶ້ນໃໝ່ຢູ່ທີ່ນັ້ນ - ຄັ້ງທຳອິດຂອງຜູ້ຂ້າ. ພຣະຣິນໂປເຊໄດ້ພັກຢູ່ທີ່ວັດເກເຊວັງຍັລ (Geshe Wangyal) ໃນລັດນິວເຈີຊີເພື່ອພັກຜ່ອນສອງສາມມື້. ພຣະເກເຊວັງຍັລ, ຊາວຄາລ໌ມິກມົງໂກລ໌ຈາກປະເທດຣັດເຊຍ, ເປັນພຣະອາຈານອົງທຳອິດຂອງສາຍທິເບດທີ່ຜູ້ຂ້າໄດ້ພົບ, ແຕ່ປີ 1967, ແຕ່ຜູ້ຂ້າບໍ່ເຄີຍມີໂອກາດຮຽນຮູ້ຈາກເພິ່ນຢ່າງເລິກເຊິ່ງ.

ເມື່ອຜູ້ຂ້ອຍກັບມາ, ພຣະຣິນໂປເຊບໍ່ຖາມຫຍັງເລີຍວ່າການສອນເປັນແນວໃດ. ນີ້ແມ່ນແບບສະບັບຂອງເພິ່ນ ແລະ ຜູ້ຂ້າກໍບໍ່ແປກໃຈເລີຍ. ແຕ່, ອາທິດຕໍ່ມາ, ຢູ່ກຸງລອນດອນ, ຕອນນັ່ງອ້ອມໂຕະເຮືອນຄົວຫຼັງອາຫານຄ່ຳ, ພຣະຣິນໂປເຊກ່າວວ່າ: "ໃນອະນາຄົດ, ເມື່ອເຈົ້າກາຍເປັນອາຈານທີ່ມີຊື່ສຽງ ແລະ ນັກຮຽນຂອງເຈົ້າເຫັນເຈົ້າເປັນຄືພຣະພຸດທະເຈົ້າ ແລະ ເຈົ້າຮູ້ຕົນເອງດີວ່າເຈົ້າບໍ່ແມ່ນຜູ້ຕັດສະຮູ້, ຢ່າໃຫ້ສິ່ງນີ້ສັ່ນສະເທືອນຄວາມເຊື່ອທີ່ວ່າພຣະອາຈານຂອງເຈົ້າເອງແມ່ນພຣະພຸດທະເຈົ້າ. " ນີ້ແມ່ນທັງໝົດທີ່ເພິ່ນໄດ້ເວົ້າ ແລະ ຫຼັງຈາກນັ້ນເຮົາທັງສອງກໍ່ມິດງຽບໄປ. ມັນຕ້ອງໃຊ້ເວລາຫຼາຍປີເພື່ອຈະເຂົ້າໃຈຄວາມເລິກເຊິ່ງໃນຄຳເວົ້າຂອງເພິ່ນ.

ປະຈັກພະຍານຂອງພຣະລາມະໂຊປະກ່ຽວກັບພຣະຣິນໂປເຊວ່າເປັນ"ສິ່ງທີ່ແທ້ຈິງ"

ຄັ້ງໜຶ່ງພຣະລາມະໂຊປະຣິນໂປເຊ, ອາຈານໃຫຍ່ພຣະພຸດທະສາສະໜາສາຍທິເບດເປັນທີ່ນິຍົມໃນຕາເວັນຕົກ, ໃຫ້ຂໍ້ສັງເກດວ່າຖ້າເຮົາຢາກພົບພຣະລາມະທີ່ແທ້ຈິງ, ຕົວຢ່າງທີ່ດີທີ່ສຸດແມ່ນພຣະເຊັນຊັບເຊີກອງຣິນໂປເຊ. ພຣະລາມະໂຊປະບໍ່ໄດ້ໃຊ້ຄຳວ່າ ພຣະລາມະ ໃນພາສາທິເບດໃນຄວາມໝາຍທົ່ວໄປຄືວ່າເປັນພຽງພຣະສົງ ຫຼື ພຽງນັກດຳເນີນພິທີກຳທີ່ໄດ້ສຳເລັດການຝຶກສະມາທິທີ່ໜັກໜ່ວງເປັນເວລາສາມປີ. ແລະທ່ານກໍບໍ່ໄດ້ໃຊ້ແຕ່ໃນຄວາມໝາຍຂອງ "ພຣະລາມະກັບຊາດມາເກີດ" - ຜູ້ທີ່ສາມາດຊີ້ນຳການເກີດໃໝ່ຂອງຕົນໄດ້ ແລະ ຜູ້ທີ່ໄດ້ຊື່ວ່າເປັນ ພຣະຣິນໂປເຊ, "ຜູ້ມີຄ່າ." ເພິ່ນໝາຍເຖິງລາມະໃນຄວາມໝາຍ ດັ້ງເດີມຂອງຄຳ, ເປັນພຣະອາຈານທາງສາສະໜາທີ່ມີວຸທິຢ່າງເຕັມທີ່. ສະນັ້ນ, ບາງເທື່ອ ວິທີທີ່ຈະເປັນປະໂຫຍດໃນການເລີ່ມຕົ້ນການອະທິບາຍເຖິງຄວາມໝາຍຂອງການເປັນອາຈານດັ່ງກ່າວ ແລະ ການສຳພັນໃນຖານະເປັນສິດຂອງເພິ່ນ ກໍ່ຄືການພັນລະນາພຣະເຊີກອງຣິນໂປເຊ ແລະ ຄວາມສຳພັນຂອງຜູ້ຂ້າກັບເພິ່ນ. ຜູ້ຂ້າຂໍເຮັດດັ່ງນີ້ໂດຍການປະກອບພາບ ແລະ ຄວາມຊົງຈຳຕ່າງໆ.

Top