ການຝຶກກັບພຣະເຊີກົງຣິນໂປເຊ

ການພົບປະຄັ້ງທຳອິດຂອງຜູ້ຂ້າກັບພຣະເຊີກົງຣິນໂປເຊ ແລະ ຄຳແນະນຳໃນເບື້ອງຕົ້ນຂອງເພິ່ນ 

ຜູ້ຂ້າໄດ້ພົບກັບພຣະເຊີກົງຣິນໂປເຊຄັ້ງທຳອິດທີ່ພຸດທະຄະຍາໃນເດືອນມັງກອນ 1970. ພຣະຊາປະ (Sharpa) ແລະ ພຣະຂຳລຸງ (Khamlung) ຣິນໂປເຊ, ພຣະລາມະເກີດໃໝ່ຜູ້ໜຸ່ມນ້ອຍທີ່ໄດ້ຮຽນພາສາອັງກິດຢູ່ອາເມຣິກາພາຍໃຕ້ການຊີ້ນຳຂອງພຣະເກເຊວັງຍັນ (Geshe Wangyal), ໄດ້ແນະນຳເພິ່ນໃຫ້ຜູ້ຂ້າ. ພຣະເຊີກອງຣິນໂປເຊຈະສາມາດແນນໍາຜູ້ຂ້າໄປຫາຄູທີ່ເໝາະສົມທີ່ສຸດສຳລັບການສຶກສາຄຸຫຍະສະມາຊະ (guhyasamaja ການປະກອບຂອງປັດໄຈທີ່ເຊື່ອງຊ້ອນ). ຂ້ອຍໄດ້ເລືອກລະບົບຕັນຕຣະທີ່ຊັບຊ້ອນນີ້ເປັນຫົວຂໍ້ສຳລັບວິທະຍານິພົນປະລິນຍາເອກຂອງຜູ້ຂ້າພາຍຫຼັງທີ່ໄດ້ປຽບທຽບສະບັບພາສາສັນສະກິດ ແລະ ທິເບດຂອງສ່ວນນ້ອຍໆ ຂອງເນື້ອໃນຫຼັກທີ່ຄຸມເຄືອໃນການສຳມະນາລະດັບບັນດິດສຶກສາ. 

ເຖິງວ່າການສຶກສາດ້ານພາສາຂອງຜູ້ຂ້າໄດ້ເຮັດໃຫ້ຜູ້ຂ້າບໍ່ພ້ອມສຳລັບການສຶກສາຂັ້ນສູງນີ້, ແຕ່ພຣະເຊີກອງຣິນໂປເຊໄດ້ຖືຜູ້ຂ້າຢ່າງຈິງຈັງ. ເພິ່ນໄດ້ແນະນຳພຣະເຄນເຊິ ເຢເຊ ດົນດຮຸບ (Kenzur Yeshey Dondrub), ເຈົ້າອາວາດທີ່ກະສຽນແລ້ວແຫ່ງກຍຸໂຕ (Gyuto), ວິທະຍາໄລຕັນຕຣະຂັ້ນສູງ, ພຣະທີ່ຫຼາຍປີຕໍ່ມາໄດ້ກາຍເປັນຜູ້ນຳສາຍເກລຸກ. ຜູ້ຂ້າຮູ້ສຶກເປັນກຽດທີ່ພຣະຣິນໂປເຊໄດ້ເລືອກເອົາພຣະອາຈານທີ່ມີຊື່ສຽງນີ້.

ການສຶກສາທີ່ດັລເຮົາຊີກັບພຣະເກເຊງາວັງທາກເຍ

ຫຼາຍເດືອນຕໍ່ມາ, ຜູ້ຂ້າໄດ້ພົບກັບທ່ານເຈົ້າອາວາດໃນເຮືອນດິນໜຽວຫຼັງນ້ອຍຂອງເພິ່ນຢູ່ເໜືອດັລເຮົາຊີ (Dalhousie), ໝູ່ບ້ານພູທີ່ຢູ່ໃກ້ກັບທັມສາລາ ບ່ອນທີ່ອາຣາມກຍຸໂຕຕັ້ງຢູ່ ແລະ ບ່ອນທີ່ຜູ້ຂ້າພັກເຊົາ. ພຣະອາວຸໂສຜູ້ຖ່ອມຕົນນີ້ຫາກໍ່ໄດ້ສຳເລັດການເຂົ້າວິເວກທຳສະມາທິສາມປີຕິດຕໍ່ກັນສອງຄັ້ງ. ເມື່ອຜູ້ຂ້າຂໍໃຫ້ເພິ່ນສອນຜູ້ຂ້າ, ທ່ານເຈົ້າອາວາດວັດກໍຕົກລົງ. ເພິ່ນບອກຜູ້ຂ້າວ່າຜູ້ຂ້າມາຖືກເວລາພໍດີ. ເພິ່ນກຳລັງຈະເລີ່ມເຂົ້າວິເວກທຳສະມາທິທີ່ໜັກໜ່ວງເປັນເວລາສາມປີໃນລະບົບຄຸຫຍະສະມາຊະໃນມື້ຕໍ່ໄປ. ເພິ່ນຖາມວ່າຜູ້ຂ້າສົນໃຈທີ່ຈະເຂົ້າຮ່ວມນຳເພິ່ນບໍ? ແນ່ນອນ, ຜູ້ຂ້າຕ້ອງໄດ້ປະຕິເສດ, ແຕ່ໄດ້ຮຽນບົດຮຽນທີ່ພຣະຣິນໂປເຊໄດ້ນຳສະເໜີໄປໃນວິຖີທາງພຣະພຸດທະສາສະໜາແບບເກົ່າແກ່. ພຣະຣິນໂປເຊໄດ້ສ້າງສະຖານະການເພື່ອໃຫ້ຜູ້ຂ້າຮູ້ຄວາມຈິງດ້ວຍຕົນເອງ. ເພື່ອສຶກສາ ແລະ ປະຕິບັດຕັນຕຣະຂັ້ນສູງທີ່ສຸດນີ້, ຜູ້ຂ້າຈຳເປັນຕ້ອງເລີ່ມຕັ້ງແຕ່ຕົ້ນ.

ບໍ່ດົນຜູ້ຂ້າກໍໄດ້ປ່ຽນຫົວຂໍ້ບົດວິທະຍານິພົນຂອງຜູ້ຂ້າມາເປັນຫົວຂໍ້ທີ່ງ່າຍກວ່າ - ປະເພນີທາງປາກເວົ້າຂອງລຳ-ຣິມ, ເສັ້ນທາງປະຕິບັດທຳເປັນລຳດັບຂັ້ນ - ແລະ ຈັດແຈງຮຽນພື້ນຖານກັບພຣະອາຈານຂອງຊາປະ ແລະ ຂຳລຸງ ຣິນໂປເຊ, ພຣະເກເຊງາວັງ ທາກເຍ (Geshe Ngawang Dhargyey). ເກເຊ ແມ່ນປະລິນຍາສົງທຽບເທົ່າກັບປະລິນຍາເອກ, ແລະ ທັກສະຂອງພຣະເກເຊງາວັງທາກເຍໃນຖານະເປັນພຣະອາຈານທີ່ໄດ້ສຳເລັດການສຶກສາໄດ້ເຮັດໃຫ້ເພິ່ນມີຕຳແໜ່ງເປັນພຣະອາຈານໃຫ້ແກ່ພຣະລາມະ ໜຸ່ມທີ່ກັບຊາດມີເກີດເຖິງຫ້າອົງ. ໃນເວລານັ້ນ, ພຣະເກເຊທາກເຍດຳລົງຊີວິດຢູ່ໃນເຮືອນລ້ຽງງົວທີ່ປ່ຽນແປງໃໝ່, ທີ່ເຕັມໄປດ້ວຍແມງວັນ. ມັນນ້ອຍຫຼາຍຈົນມີພຽງແຕ່ຕຽງນອນຂອງເພິ່ນເທົ່ານັ້ນທີ່ວາງໄດ້, ແລະມີພື້ນທີ່ເຫຼືອພໍແຕ່ໃຫ້ສາມຄົນນັ່ງແອອັດກັນຢູ່ພື້ນ. ເຖິງວ່າສະພາບທີ່ເພິ່ນອາໄສຢູ່ນັ້ນຈະເປັນຕາລັງກຽດສຳລັບຜູ້ຂ້າ, ແຕ່ຜູ້ຂ້າກໍ່ຕັ້ງໃຈໃນການສຶກສາ. ຜູ້ຂ້າຍັງຕ້ອງຮຽນພາສາເວົ້າສະໄໝໃໝ່ຂອງທິເບດນຳອີກ. ທີ່ຮາວາດ (Harvard), ຜູ້ຂ້າໄດ້ຮຽນພຽງແຕ່ພາສາຂຽນແບບດັ້ງເດີມເທົ່ານັ້ນ.

ຄັ້ງຕໍ່ມາທີ່ຜູ້ຂ້າໄດ້ພົບກັບພຣະເຊີກົງຣິນໂປເຊແມ່ນໃນເດືອນມິຖຸນາຂອງປີນັ້ນ. ພະຍາດອະຫິວາ ແລະ ພະຍາດໄຂ້ທໍລະພິດໄດ້ລະບາດຢູ່ໃນພື້ນທີ່ຢ່າງຮຸນແຮງ ແລະ ທ່ານສົມເດັດໄດ້ຂໍໃຫ້ພຣະຣິນໂປເຊມາທີ່ດັລເຮົາຊີເພື່ອມອບອໍານາດພຣະສີໄຫຍະຄຣີບ (Hayagriva). ການປະຕິບັດຮູບພຣະພຸດທະເຈົ້າເຂັ້ມແຂງນີ້, ພ້ອມກັບການອະນາໄມ, ຊ່ວຍໃຫ້ຄົນຫຼີກລ່ຽງການຕິດເຊື້ອ. ເຖິງວ່າຜູ້ຂ້າຈະເປັນໜຶ່ງໃນກຸ່ມຄົນຕາເວັນຕົກຈຳນວນໜ້ອຍທີ່ໄດ້ຮັບພິທີຮັບເຂົ້ານັ້ນ, ແຕ່ກໍບໍ່ໄດ້ມີໂອກາດພົບພຣະຣິນໂປເຊເປັນການສ່ວນຕົວ. ເພິ່ນມີບ່ອນອື່ນທີ່ຕ້ອງໄປມອບອຳນາດນີ້ ແລະ ອອກຈາກດັລເຮົາຊີໂດຍໄວ.

ການລາອອກຈາກການກາຍເປັນສາດສະດາຈານມະຫາວິທະຍາໄລ ແລະ ການຍ້າຍໄປທັມສາລາ

ເມື່ອເຮົາໄດ້ພົບກັນຄັ້ງຕໍ່ໄປ, ກໍໄດ້ມີການປ່ຽນແປງຫຼາຍຢ່າງເກີດຂຶ້ນ. ໃນລະດູໃບໄມ້ຫຼົ່ນຂອງປີ 1971, ທ່ານສົມເດັດໄດ້ຂໍໃຫ້ພຣະເກເຊທາກເຍສອນພຣະພຸດທະສາສະໜາແກ່ຄົນຕ່າງປະເທດຢູ່ຫໍສະໝຸດວຽກງານ ແລະ ຈົດໝາຍເຫດຂອງທິເບດ (Library of Tibetan Works and Archives) ທີ່ຫາກໍ່ສ້າງໃໝ່ຢູ່ທີ່ທັມສາລາ. ພຣະຊາປະ ແລະ ພຣະຂຳລຸງຣິນໂປເຊເຂົ້າຮ່ວມເປັນນາຍພາສາຂອງເພິ່ນ. ຜູ້ຂ້າຖາມວ່າຜູ້ຂ້າສາມາດຮັບໃຊ້ຢູ່ຫ້ອງສະໝຸດ, ແປບົດເລື່ອງຕ່າງໆ ໄດ້ບໍ, ແລະ ທ່ານສົມເດັດເຫັນດີນໍາ. ທຳອິດ, ຜູ້ຂ້າຄວນຍື່ນວິທະຍານິພົນ, ຮັບປະລິນຍາເອກຂອງຕົນ, ແລະ ຈາກນັ້ນກັບຄືນມາ. ສົງຄາມຊາຍແດນທີ່ໄດ້ລະເບີດຂຶ້ນເມື່ອບໍ່ດົນມານີ້ກັບປາກິສຖານບໍ່ຮອດຮ້ອຍໄມລເຮັດໃຫ້ຜູ້ຂ້າແນ່ໃຈທີ່ຈະອອກໄປໂດຍບໍ່ໄດ້ຊັກຊ້າ. ຜູ້ຂ້າໄດ້ກັບຄືນໄປຮາວາດ ແລະ ເຮັດຕາມຄໍາແນະນໍາຂອງທ່ານສົມເດັດ. ເວົ້າບໍ່ຂອບໃຈກັບອາຊີບການສອນຂອງມະຫາວິທະຍາໄລ - ຫຼາຍຕໍ່ກັບຄວາມແປກໃຈຂອງອາຈານຂອງຜູ້ຂ້າ - ຜູ້ຂ້າໄດ້ຍ້າຍໄປທັມສາລາສອງສາມເດືອນຕໍ່ມາ, ໃນເດືອນກັນຍາ 1972.

ການໄດ້ເປັນລູກສິດຂອງພຣະຣິນໂປເຊ

ພຣະເຊີກົງຣິນໂປເຊໄດ້ເດີນທາງໄປເນປານເພື່ອໃຊ້ເວລາສອງປີໃນການມອບສິດອຳນາດ ແລະ ການສົ່ງຕໍ່ແບບປາກເປົ່າໃຫ້ກັບອາຮາມທີ່ສ້າງໃໝ່ຈຳນວນໜຶ່ງຢູ່ທີ່ນັ້ນ. ເມື່ອເພິ່ນກັບຄືນສູ່ທັມສາລາໃນລະດູໃບໄມ້ຫຼົ່ນຂອງປີ 1974, ຕອນນັ້ນຜູ້ຂ້າສາມາດເວົ້າພາສາທິເບດໄດ້ດີພໍທີ່ຈະສື່ສານກັບເພິ່ນໂດຍກົງແລ້ວ. ເຖິງວ່າໃນຕອນທຳອິດຜູ້ຂ້າບໍ່ໄດ້ຮັບຮູ້, ແຕ່ພຣະຣິນໂປເຊເບິ່ງຄືຮູ້ວ່າຜູ້ຂ້າມີຄວາມສໍາພັນທາງກັມທີ່ຈະເປັນຜູ້ແປພາສາໃຫ້ເພິ່ນ. ເພິ່ນຊີ້ໃຫ້ເຫັນຈຸດນີ້ໂດຍການຊຸກຍູ້ໃຫ້ຜູ້ຂ້າໄປຢາມເລື້ອຍໆ ແລະ ໃຫ້ນັ່ງຢູ່ທາງຂ້າງໃນຂະນະທີ່ເພິ່ນພົບກັບຄົນອື່ນ. ລະຫວ່າງການນັດໝາຍ, ພຣະຣິນໂປເຊຈະລົມກັບຜູ້ຂ້າ ແລະ ອະທິບາຍຄຳສັບຕ່າງໆ ໃນພາສາທິເບດເພື່ອໃຫ້ແນ່ໃຈວ່າຜູ້ຂ້າເຂົ້າໃຈການສົນທະນາ.

ຕໍ່ມາບໍ່ດົນ, ພຣະຣິນໂປເຊໄດ້ເອົາຊຸດຮູບແຕ້ມສາມອັນທີ່ງົດງາມຂອງພຣະມັນຊຸສີຂາວ, ພຣະສຸຣັດສະວະດີຂາວ, ແລະ ພຣະນາງຕາຣາຂາວ, ເຊິ່ງປະຊາຊົນຂອງສະປິຕິໄດ້ມອບໃຫ້ເພິ່ນເມື່ອບໍ່ດົນມານີ້ມາໃຫ້ຜູ້ຂ້າ. ພຣະພຸດທະຮູບເຫຼົ່ານີ້ໄດ້ເປັນສູນກາງຂອງການພັດທະນາຕົນເອງ ແລະ ການປະຕິບັດສະມາທິຂອງເພິ່ນຕັ້ງແຕ່ນ້ອຍ. ພຣະພຸດທະຮູບເຫຼົ່ານີ້ແຕ່ລະອົງເປັນຕົວແທນໃຫ້ຄວາມແຈ່ມແຈ້ງຂອງຈິດໃຈທີ່ຈະຊ່ວຍຜູ້ອື່ນ, ຄວາມຮູ້ແຈ້ງອັນສົດໃສຕໍ່ການສະແດງອອກດ້ານວັນນະຄະດີທີ່ຊັດເຈນ ແລະ ສ້າງສັນ, ແລະ ພະລັງອັນສໍາຄັນສໍາລັບຊີວິດທີ່ຍືນຍາວ ແລະ ມີປະສິທິພາບ. ຂອງຂວັນອັນເລິກເຊິ່ງນີ້ໄດ້ຢືນຢັນຄວາມສໍາພັນຂອງເຮົາ. ເມື່ອຜູ້ຂ້າຖາມພຣະຣິນໂປເຊວ່າຜູ້ຂ້າຂໍເປັນລູກສິດຂອງເພິ່ນໄດ້ບໍ, ເພິ່ນຍິ້ມດ້ວຍຄວາມອົດທົນຕໍ່ນິໄສແບບຊາວຕາເວັນຕົກຂອງຜູ້ຂ້າທີ່ຕ້ອງການເວົ້າອອກມາແມ່ນແຕ່ສິ່ງທີ່ຊັດເຈນຢູ່ແລ້ວ.

ການຝຶກໃຫ້ຜູ້ຂ້າເປັນນາຍແປ ແລະ ອາຈານສອນ

ແລ້ວພຣະຣິນໂປເຊກໍໄດ້ເລີ່ມການຝຶກຢ່າງເປັນລະບົບໃຫ້ຜູ້ຂ້າເປັນນາຍແປ, ໂດຍທີ່ບໍ່ເວົ້າອອກມາວ່ານີ້ແມ່ນສິ່ງທີ່ເພິ່ນກຳລັງເຮັດ. ທໍາອິດ, ເພິ່ນເຮັດວຽກກັບຄວາມຈໍາຂອງຜູ້ຂ້າ. ເມື່ອໃດທີ່ຜູ້ຂ້າໄປຢາມ, ພຣະຣິນໂປເຊໃນຍາມທີ່ບໍ່ຄາດຄິດຈະຂໍໃຫ້ຜູ້ຂ້າເວົ້າຄືນຄໍາເວົ້າທີ່ເພິ່ນຫາກໍ່ເວົ້າໄປ. ໃນລັກສະນະດຽວກັນ, ເພິ່ນຈະຂໍໃຫ້ຜູ້ຂ້າເວົ້າຄືນສິ່ງທີ່ຜູ້ຂ້າເອງໄດ້ເວົ້າໄປ. ເມື່ອຜູ້ຂ້າເລີ່ມແປພາສາໃຫ້ເພິ່ນໃນລະດູໃບໄມ້ຫຼົ່ນຂອງປີ 1975, ພຣະຣິນໂປເຊມັກຈະຂໍໃຫ້ຜູ້ຂ້າແປຄຳເວົ້າຂອງເພິ່ນເປັນພາສາທິເບດຄືນ, ເພື່ອໃຫ້ແນ່ໃຈວ່າບໍ່ມີຄວາມຜິດພາດ, ຕໍ່ເຕີມ, ຫຼື ລະເວັ້ນຫຍັງໄປ. ໃນຄວາມເປັນຈິງ, ຕະຫຼອດໄລຍະແປດປີທີ່ຜູ້ຂ້າຮັບໃຊ້ເປັນນາຍພາສາຂອງເພິ່ນ, ຜູ້ຂ້າຮູ້ສຶກວ່າແຕ່ລະຄັ້ງທີ່ພຣະຣິນໂປເຊຂໍໃຫ້ຜູ້ຂ້າແປຄືນນີ້, ຜູ້ຂ້າໄດ້ເຂົ້າໃຈຜິດກ່ຽວກັບສິ່ງທີ່ເພິ່ນໄດ້ເວົ້າໄປເລື້ອຍໆ. ພຣະຣິນໂປເຊເບິ່ງຄືວ່າຮູ້ໄດ້ສະເໝີເມື່ອຜູ້ຂ້າແປຜິດ.

ແລ້ວພຣະຣິນໂປເຊກໍເລີ່ມສະຫຼຸບຫຍໍ້ຫ້ານາທີກ່ຽວກັບຄໍາສອນຂອງເພິ່ນໃນຕອນທ້າຍຂອງບັ້ນການສອນ, ແລະ ຈາກນັ້ນຈະບອກຜູ້ຂ້າວ່າຕອນນີ້ມັນແມ່ນທີຂອງຜູ້ຂ້າທີ່ຕ້ອງສະຫຼຸບ. ດ້ວຍວິທີນີ້, ເພິ່ນໄດ້ເລີ່ມຝຶກສອນຜູ້ຂ້າບໍ່ພຽງແຕ່ໃຫ້ແປຄຳສອນຍາວໆ ເທົ່ານັ້ນ, ແຕ່ເປັນການຝຶກສອນນຳອີກ. ບາງຄັ້ງ, ເພິ່ນຍັງສົນທະນາກັບຜູ້ຮັບໃຊ້ຂອງເພິ່ນໃນຂະນະທີ່ຜູ້ຂ້າກໍາລັງສະຫຼຸບຢູ່, ເຊິ່ງເປັນການທ້າທາຍຄວາມສາມາດໃນການຈົດຈໍ່ຂອງຜູ້ຂ້າເອງ. ຄູສອນທີ່ດີຕ້ອງບໍ່ຖືກລົບກວນ ຫຼື ໂອນອຽງຈິດໃຈຈາກສຽງດັງຈາກພາຍນອກ.

ການຝຶກຄວາມຈຳຂອງຜູ້ຂ້າ

ເວລາພຣະຣິນໂປເຊສອນຜູ້ຂ້າເປັນການສ່ວນຕົວ, ເພິ່ນຈະບໍ່ໃຫ້ຜູ້ຂ້າຈົດບັນທຶກໃດໆ. ຜູ້ຂ້າຕ້ອງໄດ້ຈື່ທຸກຢ່າງເອົາ ແລ້ວໄປຈົດລົງພາຍຫຼັງ. ຕໍ່ມາ, ພຣະຣິນໂປເຊໄດ້ໃຫ້ຜູ້ຂ້າເຮັດວຽກຫຼາຍອັນຫຼັງຈາກທີ່ຮຽນແລ້ວ, ເພື່ອວ່າຜູ້ຂ້າຈະບໍ່ມີເວລາຈົດບັນທຶກບົດຮຽນຈົນຄ່ຳ. ສຸດທ້າຍ, ບາງຄັ້ງພຣະຣິນໂປເຊຈະຢຸດໃນລະຫວ່າງການສອນທີ່ຜູ້ຂ້າກໍາລັງແປ ແລະ, ດັ່ງເປັນການນອກເລື່ອງ, ອະທິບາຍບາງສິ່ງໃຫ້ຜູ້ຂ້າເປັນການສ່ວນຕົວກ່ຽວກັບບົດຮຽນຂອງຜູ້ຂ້າໃນຫົວຂໍ້ທີ່ແຕກກັນໂດຍສິ້ນເຊີງ. ແລ້ວ, ໂດຍທີ່ບໍ່ໃຫ້ເວລາຜູ້ຂ້າໄດ້ຄິດຄຳນຶງກ່ຽວກັບຄໍາເວົ້າຂອງເພິ່ນ ຫຼື ຈົດສິ່ງໃດໄວ້ເລີຍ, ເພິ່ນກໍຈະສືບຕໍ່ການສອນຂອງເພິ່ນ.

ຖ້າຜູ້ຂ້າຖາມພຣະຣິນໂປເຊກ່ຽວກັບບາງສິ່ງທີ່ເພິ່ນເຄີຍບອກຜູ້ຂ້າແລ້ວ, ເພິ່ນຈະຮ້າຍຜູ້ຂ້າຢ່າງແຮງກ່ຽວກັບການຂາດຄວາມຊົງຈໍາຂອງຜູ້ຂ້າ. ຜູ້ຂ້າຈື່ໄດ້ເທື່ອໜຶ່ງທີ່ຖາມເພິ່ນເຖິງຄວາມໝາຍຂອງຄຳສັບໜຶ່ງ ແລະ ພຣະຣິນໂປເຊຕອບຢ່າງໜັກແໜ້ນວ່າ: "ອາຕະມາໄດ້ອະທິບາຍຄຳສັບນັ້ນກັບເຈົ້າແລ້ວເມື່ອເຈັດປີກ່ອນ! ອາຕະມາຈື່ໄດ້ຢ່າງຈະແຈ້ງ. ເປັນຫຍັງເຈົ້າບໍ່ຈື່?" ທີ່ຈິງແລ້ວ, ເພິ່ນເຄີຍໃຫ້ຂໍ້ສັງເກດກັບຜູ້ຂ້າເທື່ອໜຶ່ງວ່າຍິ່ງເພິ່ນແກ່ຕົວຂຶ້ນ, ຈະດໃຈຂອງເພິ່ນກໍຍິ່ງແຈ້ງຂຶ້ນ.

ການຮ່ວມມືກັບຜູ້ຂ້າໃນການຊອກຫາຄຳສັບທີ່ເໝາະສົມໃນການແປ

ພຣະເຊີກອງຣິນໂປເຊມີຄວາມສົນໃຈບໍ່ພຽງແຕ່ໃນການພັດທະນາຄວາມຈໍາຂອງຜູ້ຂ້າເທົ່ານັ້ນ, ແຕ່ຍັງສົນໃຈໃນການແປທີ່ຖືກຕ້ອງຂອງຜູ້ຂ້ານຳ. ຈາກປະສົບການຂອງເພິ່ນໃນການສອນຊາວຕາເວັນຕົກ, ເພິ່ນຮັບຮູ້ວ່າຄວາມເຂົ້າໃຈຜິດຂອງເຂົາເຈົ້າສ່ວນໃຫຍ່ມາຈາກການແປຜິດພາດຂອງຄໍາສັບດ້ານວິຊາການບາງຢ່າງ. ດັ່ງນັ້ນ, ເພິ່ນຈິ່ງໄດ້ເຮັດວຽກກັບຜູ້ຂ້າເພື່ອພັດທະນາຄໍາສັບໃໝ່ໃນພາສາອັງກິດ. ເພິ່ນຈະອະທິບາຍຄວາມໝາຍຂອງພາສາທິເບດແຕ່ລະຄຳດ້ວຍຄວາມອົດທົນ ແລ້ວຈາກນັ້ນຈະຖາມເຖິງຄວາມໝາຍທຽບເທົ່າໃນພາສາອັງກິດເພື່ອພະຍາຍາມໃຫ້ກົງກັບຄວາມໝາຍ. ເພິ່ນໄດ້ຊຸກຍູ້ຜູ້ຂ້າໃຫ້ລອງໃຊ້ຄຳສັບໃໝ່ໆ ແລະ ບໍ່ໃຫ້ເປັນທາດຂອງຫຼັກການອັນເກົ່າທີ່ໃຊ້ບໍ່ໄດ້. ມາດຕະຖານຄໍາສັບພາສາທິເບດທີ່ໃຊ້ສໍາລັບການແປພຣະຕຳລາພຣະພຸດທະສາສະໜາຈາກພາສາສັນສະກຣິດໄດ້ພັດທະນາເປັນບາດກ້າວໃນຫຼາຍສະຕະວັດຜ່ານມາ. ມັນເປັນເລື່ອງທຳມະດາທີ່ຂະບວນການດັດແກ້ເຊັ່ນນີ້ຈະເກີດຂຶ້ນໃນເວລາແປເປັນພາສາຕາເວັນຕົກ.

ການສອນທັກສະທາງສັງຄົມ ແລະ ຄວາມຖ່ອມຕົວແກ່ຜູ້ຂ້າ

ຕອນທຳອິດທີ່ຜູ້ຂ້າໄດ້ຂໍໃຫ້ພຣະຣິນໂປເຊຮັບເອົາຜູ້ຂ້າເປັນສານຸສິດນັ້ນ, ຜູ້ຂ້າໄດ້ຂໍໃຫ້ເພິ່ນສອນຜູ້ຂ້າກ່ຽວກັບວິທີທີ່ຊໍານິຊໍານານໂດຍສະເພາະ — ເຊັ່ນວິທີການຊ່ວຍເຫຼືອຜູ້ອື່ນດ້ວຍຄວາມເຫັນໃຈ ແລະ ປັນຍາ. ການມາຈາກພື້ນຖານທາງວິຊາການຊັ້ນສູງທີ່ຜູ້ຂ້າເຄີຍດີເດັ່ນ, ການພັດທະນາສ່ວນຕົວຂອງຜູ້ຂ້ານັ້ນໄດ້ເນັ້ນໃສ່ດ້ານດຽວ. ຜູ້ຂ້າຈໍາເປັນຕ້ອງໄດ້ຮຽນທັກສະທາງສັງຄົມ ແລະ ຄວາມຖ່ອມຕົນ. ດັ່ງນັ້ນ, ພຣະຣິນໂປເຊເອີ້ນຜູ້ຂ້າດ້ວຍຊື່ພຽງອັນດຽວຄື: "ຄົນໂງ່," ແລະ ຊີ້ໃຫ້ເຫັນທຸກສິ່ງທີ່ໂງ່ຈ້າ ຫຼື ຜິດທີ່ຜູ້ຂ້າເວົ້າ ຫຼື ເຮັດ. ຕົວຢ່າງ, ເມື່ອໃຫ້ຜູ້ຂ້າແປ, ພຣະຣິນໂປເຊຈະຮຽກຮ້ອງໃຫ້ຜູ້ຂ້າເຂົ້າໃຈຢ່າງສົມບູນ. ເມື່ອຜູ້ຂ້າຄາ, ມັນຈະບໍ່ສຳຄັນວ່າຈະຜູ້ຂ້າຈະໃຊ້ເວລາດົນປານໃດ ຫຼື ອັບອາຍເທົ່າໃດທີ່ເພິ່ນເອີ້ນຜູ້ຂ້າວ່າເປັນຄົນໂງ່. ເພິ່ນຈະບໍ່ປ່ອຍໃຫ້ຄໍາສັບໃດຜ່ານໄປໂດຍທີ່ຜູ້ຂ້າບໍ່ເຂົ້າໃຈ ແລະ ແປມັນຢ່າງຖືກຕ້ອງ. ເຖິງວ່າວິທີການນີ້ຈະບໍ່ເໝາະກັບລູກສິດທີ່ມີຄວາມນັບຖືຕົນເອງຕໍ່າ, ແຕ່ວິທີການທີ່ບໍ່ປະນີປະນອມຂອງເພິ່ນເໝາະກັບຜູ້ຂ້າເປັນຢ່າງດີ.

ຄັ້ງໜຶ່ງ, ຢູ່ເມືອງລາວໍຣ໌, ປະເທດຝຣັ່ງ, ພຣະຣິນໂປເຊໄດ້ເທດກ່ຽວກັບບົດວິຈານຕໍ່ຕຳລາທີ່ຊັບຊ້ອນ. ເມື່ອຜູ້ຂ້ານັ່ງລົງແປ, ພຣະຣິນໂປເຊໄດ້ຂໍໃຫ້ຜູ້ຂ້າສົມທຽບບົດວິຈານຫຼາຍສະບັບ ແລະ ແກ້ໄຂເນື້ອໃນໄປນຳ. ຜູ້ຂ້າບໍ່ມີປາກກາ, ແຕ່ຢູ່ເຊິ່ງໜ້າຜູ້ຂ້າມີຍິງທີ່ຍ້ອມຜົມສີແດງສ່ອງແສງຈ້າ, ທາສົບສີແດງຢ່າງຟົດຟື້ນ, ແລະ ມີດອກກຸຫຼາບສີແດງທີ່ນາງຄາບໄວ້ຢູ່ຕະຫຼອດຊ່ວງການສອນ. ຜູ້ຂ້າໄດ້ຖາມວ່າໃຜມີປາກກາທີ່ຜູ້ຂ້າສາມາດຢືມໄດ້ບໍ່ ແລະ ນາງໄດ້ສະເຫນີໃຫ້ຜູ້ຂ້າຢືມຂອງນາງ. ໃນຕອນທ້າຍຂອງບັ້ນການສອນ, ຜູ້ຂ້າເມື່ອຍຈົນຫມົດແຮງ. ໃນຂະນະທີ່ຜູ້ຂ້າລຸກຢືນຂຶ້ນ, ຍິງຄົນນັ້ນໄດ້ຍື່ນມືຂອງນາງມາໂດຍທີ່ບໍ່ເວົ້າຫຍັງ. ຜູ້ຂ້າມົວແຕ່ຄິດກັບຕົນເອງຫຼາຍ ຜູ້ຂ້າຄິດວ່ານາງຢາກຈັບມືຊົມເຊີຍຜູ້ຂ້າທີ່ເຮັດວຽກໄດ້ດີ. ໃນຂະນະທີ່ຂ້າພະເຈົ້າກຳລັງຍື່ນມືໄປຈັບກັບລາວ, ພຣະຣິນໂປເຊກໍຮ້ອງຂຶ້ນໃສ່ວ່າ: "ຄົນໂງ່, ເອົາປາກາສົ່ງລາວທະແມ້!"

ການຝຶກຜູ້ຂ້າໃຫ້ສົນໃຈນຳແຕ່ການຊ່ວຍຜູ້ອື່ນ, ໂດຍບໍ່ປາຖະໜາຄຳຍ້ອງຍໍເປັນການຕອບແທນ

ເພື່ອຫຼຸດຜ່ອນຄວາມເຫັນແກ່ຕົວຂອງຜູ້ຂ້າ, ພຣະຣິນໂປເຊຍັງໄດ້ສອນໃຫ້ຜູ້ຂ້າເຮັດສິ່ງຕ່າງໆ ເພື່ອຜູ້ອື່ນເທົ່ານັ້ນ. ເພິ່ນເຮັດແນວນີ້ໂດຍການບໍ່ຕົກລົງສອນ ຫຼື ມອບອຳນາດໃນສິ່ງທີ່ຜູ້ຂ້າເປັນຄົນຂໍ. ເພິ່ນຈະຍອມສອນຖ້າຜູ້ອື່ນເປັນຄົນຂໍ ແລະ ຜູ້ຂ້າເປັນຄົນແປໃຫ້. ພຣະຣິນໂປເຊຈະສອນຜູ້ຂ້າເປັນການສ່ວນຕົວພຽງແຕ່ສິ່ງທີ່ເພິ່ນຮູ້ສຶກວ່າມີຄວາມສໍາຄັນສໍາລັບຜູ້ຂ້າທີ່ຈະຮຽນຮູ້.

ນອກຈາກນັ້ນ, ພຣະຣິນໂປເຊບໍ່ເຄີຍຍ້ອງຜູ້ຂ້າຕໍ່ໜ້າເລີຍ, ແຕ່ຈະຮ້າຍຜູ້ຂ້າສະເໝີ. ເພິ່ນເຮັດແບບນີ້ໂດຍສະເພາະເວລາຢູ່ຕໍ່ໜ້າຜູ້ອື່ນ, ເພື່ອທີ່ວ່າຜູ້ຂ້າຈະບໍ່ວິຕົກກັບການວິຈານ ແລະ ຄວາມກົດດັນອີກ. ໃນຄວາມເປັນຈິງ, ຜູ້ຂ້າຈື່ວ່າພຣະຣິນໂປເຊເຄີຍຂອບໃຈຜູ້ຂ້າພຽງແຕ່ຄັ້ງດຽວສໍາລັບການຊ່ວຍເຫຼືອຂອງຜູ້ຂ້າ, ໃນຕອນທ້າຍຂອງການເດີນສາຍຕາເວັນຕົກຄັ້ງທໍາອິດຂອງພວກເຮົາຮ່ວມກັນ. ໃນວິທີທີ່ມີພະລັງທາງອາລົມນີ້, ພຣະຣິນໂປເຊໄດ້ຝຶກຝົນຜູ້ຂ້າໃຫ້ຖືຄວາມປາດຖະໜາທີ່ຈະໃຫ້ປະໂຫຍດກັບຜູ້ອື່ນເປັນຫຼັກ, ແລະ ປະວາງຄວາມປາຖະໜາທີ່ຈະໄດ້ຮັບຄຳສັນລະເສີນ ຫຼື ເຮັດເອົາໃຈພຣະອາຈານ. ເມື່ອຜູ້ຂ້າໄດ້ເຫັນວ່າການລໍຖ້າຄວາມຂອບໃຈຈາກເພິ່ນແມ່ນຄ້າຍຄືກັບໝາທີ່ລໍຖ້າຖືກລູບຫົວ, ຕໍ່ມາບໍ່ດົນຜູ້ຂ້າກໍເຊົາຄາດຫວັງສັນຍານຂອງການຍອມຮັບໃດໆ. ເຖິງວ່າເພິ່ນຈະຍ້ອງຜູ້ຂ້າ, ຜູ້ຂ້າຈະເຮັດຫຍັງໄດ້ນອກຈາກແກວ່ງຫາງ!

ການຊຸກຍູ້ໃຫ້ຜູ້ຂ້າອ່ານເນື້ອໃນຕຳລາທິເບດທີ່ຍິ່ງໃຫຍ່ດ້ວຍຕົນເອງ

ພຣະຣິນໂປເຊມັກຈະຊຸກຍູ້ໃຫ້ຄົນຮຽນອ່ານເນື້ອໃນພຣະຄໍາພີຍິ່ງໃຫຍ່ດ້ວຍຕົນເອງ. ເມື່ອໃດທີ່ຜູ້ໃດມີຄວາມສົງໄສ ຫຼື ຄໍາຖາມ, ພຣະຣິນໂປເຊຈະໃຫ້ຜູ້ນັ້ນຄົ້ນຫາ ແລະ ກວດເບິ່ງ. ເພິ່ນໄດ້ອະທິບາຍວ່າເພິ່ນບໍ່ໄດ້ຂຽນຄໍາສອນເຫຼົ່ານີ້ຂຶ້ນເອງ, ແຕ່ຫາກມາຈາກແຫຼ່ງທີ່ຖືກຕ້ອງ. ພຣະຣິນໂປເຊຍັງໄດ້ເວົ້າອີກວ່າບໍ່ມີໃຜສາມາດຄາດຫວັງວ່າພຣະລາມະຈະສອນຕົນທຸກສິ່ງທຸກຢ່າງໄດ້. ຍິ່ງໄປກວ່ານັ້ນ, ສໍາລັບຊາວຕາເວັນຕົກ, ເພິ່ນໄດ້ເວົ້າຄືນຄໍາກ່າວຂອງທ່ານສົມເດັດວ່າໃນສອງຮ້ອຍປີຕໍ່ໜ້າ ຫຼື ກວ່ານັ້ນ, ຄວາມກວ້າງຂວາງຂອງຄໍາສອນພຣະພຸດທະເຈົ້າຈະມີຢູ່ໃນພາສາທິເບດເທົ່ານັ້ນ. ສະນັ້ນ, ເພິ່ນຈຶ່ງຊຸກຍູ້ລູກສິດຕາເວັນຕົກຂອງເພິ່ນຢ່າງແຂງຂັນໃຫ້ຮຽນພາສາທິເບດ. ເພິ່ນໄດ້ເວົ້າວ່າທຸກພະຍາງຂອງພາສາທິເບດນັ້ນເຕັມໄປດ້ວຍຄວາມຫມາຍ. ດັ່ງນັ້ນ, ໃນເວລາສອນ, ພຣະຣິນໂປເຊມັກຈະອະທິບາຍຢ່າງລະອຽດກ່ຽວກັບຄວາມຫມາຍຂອງຄໍາສັບວິຊາການຂອງພາສາທິເບດ.

ດ້ວຍວິທີການນີ້, ພຣະຣິນໂປເຊໄດ້ໃຫ້ຜູ້ຂ້າສືບຕໍ່ການສຶກສາໂດຍການອ່ານເນື້ອໃນຕຳລາ ແລະ ໃຫ້ຜູ້ຂ້າຖາມກ່ຽວກັບສິ່ງເຫຼົ່ານັ້ນຖ້າຕ້ອງການ. ເພິ່ນໄດ້ກ່າວວ່າການດໍາເນີນວິທີນີ້, ໃນທີ່ສຸດ, ລູກສິດຈະສາມາດສຶກສາຕຳລາພຣະພຸດທະສາສະໜາໄດ້ທຸກບ່ອນ, ຄືກັບການລອຍຢູ່ໃນມະຫາສະໝຸດ ຫຼື ບິນຢູ່ເທິງອາກາດ. ໂດຍການອະທິບາຍວ່າພຣະລາມະຈະສອນສານຸສິດໃຫ້ຢືນດ້ວຍລຳແຂ່ງຂອງຕົນເອງ ແລ້ວຈາກນັ້ນກໍບິນ, ເພິ່ນຈະໃຫ້ຄໍາແນະນໍາວ່າຄວນສຶກສາ ແລະ ອ່ານອັນໃດ. ຈາກນັ້ນ, ເພິ່ນຈະໄລ່ລູກສິດອອກຈາກຮັງ ແລະ ອອກສູ່ໂລກດ້ວຍຕົນເອງ.

ການສອນໃຫ້ຜູ້ຂ້າບໍ່ໃຫ້ອີງໃສ່ເພິ່ນ

ພຣະຣິນໂປເຊໄດ້ໃຊ້ຫຼາຍວິທີເພື່ອສອນຜູ້ຂ້າບໍ່ໃຫ້ອີງໃສ່ເພິ່ນໃນທາງໃດເລີຍ. ຕົວຢ່າງ, ເຖິງວ່າພຣະຣິນໂປເຊ ແລະ ຜູ້ຂ້າຈະມີຄວາມສໍາພັນໃກ້ຊິດຫຼາຍທີ່ສຸດ, ເພິ່ນກໍບໍ່ເຄີຍທໍາທ່າວ່າສາມາດຊ່ວຍຜູ້ຂ້າໄດ້ໃນທຸກສະຖານະການ. ຄັ້ງໜຶ່ງຜູ້ຂ້າປ່ວຍໜັກ ແລະ ຢາທີ່ຜູ້ຂ້າກິນກໍບໍ່ຊ່ວຍຫຍັງເລີຍ. ເມື່ອຜູ້ຂ້າຂໍໃຫ້ພຣະຣິນໂປເຊທໍານາຍວ່າລະບົບການແພດໃດ - ຕາເວັນຕົກ, ທິເບດ, ຫຼື ອິນເດຍ - ແລະ ໝໍທ່ານໃດທີ່ດີທີ່ສຸດທີ່ຈະເພິ່ງໄດ້, ພຣະຣິນໂປເຊໄດ້ເວົ້າວ່າໃນເວລານີ້ການທໍານາຍຂອງເພິ່ນບໍ່ຊັດເຈນ. ເພິ່ນໄດ້ສົ່ງຜູ້ຂ້າໄປຫາພຣະລາມະຍິ່ງໃຫຍ່ອີກອົງໜຶ່ງທີ່ໄດ້ຊ່ວຍຜູ້ຂ້າຊອກຫາວິທີປິ່ນປົວທີ່ມີປະສິທິພາບກວ່າແທນ. ຜູ້ຂ້າຟື້ນຕົວໄດ້ໃນເວລາບໍ່ດົນ.

ການກະກຽມຜູ້ຂ້າໃຫ້ແປພາສາໃຫ້ສົມເດັດພຣະດາໄລລາມະ

ຫັງຈາກຫຼາຍປີ, ຜູ້ຂ້າຈິ່ງໄດ້ເຂົ້າໃຈວ່າພຣະຣິນໂປເຊໄດ້ຝຶກຜູ້ຂ້າໃຫ້ແປພາສາໃຫ້ທ່ານສົມເດັດ. ທີ່ຈິງແລ້ວ, ບາງເທື່ອຜູ້ຂ້າກໍຮູ້ສຶກວ່າຜູ້ຂ້າເປັນຄືກັບຂອງຂວັນທີ່ພຣະຣິນໂປເຊກະກຽມເພື່ອມອບໃຫ້ທ່ານ. ແຕ່, ເພື່ອຮັບໃຊ້ຢ່າງຖືກຕ້ອງ, ຜູ້ຂ້າຕ້ອງບໍ່ຍຶດຕິດ ຫຼື ເອື່ອຍອີງທ່ານສົມເດັດເລີຍ. ຜູ້ຂ້າຈະເປັນພຽງແຕ່ໄມ້ກໍລຟ໌ອັນໜຶ່ງໃນຈໍານວນຫຼວງຫຼາຍທີ່ທ່ານສົມເດັດສາມາດເລືອກໃຊ້ໄດ້ຕາມຄວາມເຫມາະສົມກັບຄວາມຕ້ອງການທາງການແປຂອງທ່ານ. ຜູ້ຂ້າຍັງຈະຕ້ອງປະເຊີນກັບຄວາມກົດດັນອັນໜັກໜ່ວງ ແລະ ເອົາຊະນະຄວາມທະນົງຂອງຜູ້ຂ້າເອງອີກ.

ດັ່ງນັ້ນ, ພຣະຣິນໂປເຊຈິ່ງໄດ້ສອນຜູ້ຂ້າກ່ຽວກັບວິທີການປະຕິບັດຕົວຢ່າງຖືກຕ້ອງໃນເວລາຮັບໃຊ້ພຣະດາໄລລາມະອົງໜຶ່ງ. ຕົວຢ່າງ, ນາຍແປພາສາສໍາລັບທ່ານສົມເດັດນັ້ນຫ້າມແກວ່ງມືໄປມາຄືກັບວ່າກຳລັງເຕັ້ນຢູ່, ຫຼື ແນມເບິ່ງທ່ານຄືຢູ່ໃນສວນສັດ. ເຂົາເຈົ້າຕ້ອງກົ້ມຫົວລົງໃຫ້ຕ່ຳໄວ້, ຈົດຈໍ່ຢູ່ໃຫ້ເຕັມທີ່, ແລະ ຫ້າມເພີ່ມເຕີມສິ່ງທີ່ເປັນສ່ວນຂອງບຸກຄະລິກກະພາບຕົນເອງ. ເຂົາເຈົ້າຕ້ອງເລົ່າລາຍການຄົນ ແລະ ຈຸດຕ່າງໆ ຕາມລຳດັບທີ່ທ່ານສົມເດັດໄດ້ກ່າວເຖິງ, ຫ້າມປ່ຽນແປງ ຫຼື ຖືສິ່ງໃດທີ່ພຣະອົງກ່າວວ່າບໍ່ມີຄວາມໝາຍ ຫຼື ຈຸດປະສົງ.

ຕໍາແໜ່ງຂອງພຣະລາມະຕ້ອງແປຢ່າງຖືກຕ້ອງ, ຄືກັບທີ່ທ່ານສົມເດັດໃຊ້, ແລະ ບໍ່ແມ່ນໃນແບບທີ່ຄົນຕ່າງປະເທດເອີ້ນເກືອບທຸກລາມະວ່າ "ສົມເດັດ." ແທນທີ່ຈະເປັນການໃຫ້ກຽດແກ່ພຣະລາມະເຫຼົ່ານີ້, ຮີດຕາເວັນຕົກທີ່ບໍ່ຮູ້ຈັກຫຍັງນີ້ເຮັດໃຫ້ອົງພຣະດາໄລລາມະເສື່ອມເສຍ. ແທ້ຈິງແລ້ວ, ມັນຈະເຮັດໃຫ້ພຣະລາມະຕົກໃຈຖ້າເພິ່ນຮູ້ວ່າຄົນຕ່າງປະເທດກ່າວເຖິງເພິ່ນດ້ວຍກຽດສັກສີອັນດຽວກັບອົງພຣະດາໄລລາມະ. ເຊັ່ນດຽວກັບໂບດຄາທໍລິກ ແລະ ຄະນະການທູດ, ພິທີການຂອງທິເບດ ແລະ ການນໍາໃຊ້ລຳດັບຕຳແໜ່ງແມ່ນປະຕິບັດຕາມກົດລະບຽບທີ່ເຄັ່ງຄັດ.

ສ່ວນຫຼາຍເມື່ອຜູ້ຂ້າແປໃຫ້ທ່ານສົມເດັດ, ພຣະເຊີກົງຣິນໂປເຊຈະນັ່ງເຊິ່ງໜ້າກັບຜູ້ຂ້າ. ການໄດ້ເຫັນເພິ່ນນັ້ນຊ່ວຍໃຫ້ຜູ້ຂ້າມີສະຕິຕໍ່ການຝຶກຝົນທີ່ເພິ່ນໄດ້ໃຫ້ກັບຜູ້ຂ້າ. ຕົວຢ່າງ, ຄັ້ງໜຶ່ງເວລາໄປແປທີ່ທັມສາລາຕໍ່ໜ້າຜູ້ເຂົ້າຟັງຊາວຕາເວັນຕົກສາມ-ສີ່ຮ້ອຍຄົນ ແລະ ຊາວທິເບດຫຼາຍພັນຄົນ, ທ່ານສົມເດັດໄດ້ຢຸດຜູ້ຂ້າແລ້ວຮ້ອງອອກມາດ້ວຍສຽງຫົວວ່າ: "ລາວແປຜິດ!" ທ່ານສົມເດັດເຂົ້າໃຈພາສາອັງກິດເປັນຢ່າງດີ. ເຖິງວ່າຜູ້ຂ້າຈະຢາກຄານເຂົ້າໄປຢູ່ໃຕ້ຜ້າພົມຄືກັບມົດ, ການທີ່ພຣະຣິນໂປເຊນັ່ງຢູ່ໃນຂອບເຂດສາຍຕາຂອງຜູ້ຂ້ານັ້ນໄດ້ຊ່ວຍໃຫ້ຄົນໂງ່ນີ້ຮັກສາຄວາມສະຫງົບໄວ້ໄດ້.

ການໃຊ້ວິທີການແຂງໆ ເພື່ອດັດແກ້ພຶຕິກຳທີ່ໂງ່ຈ້າຂອງຜູ້ຂ້າ

ບາງຄັ້ງ, ແນວໃດກໍ່ຕາມ, ຂ້າພະເຈົ້າຈຳເປັນຕ້ອງຮັບການເຕືອນຢ່າງແຮງກ່ຽວກັບບົດຮຽນຂອງຂ້າພະເຈົ້າ. ຕົວຢ່າງ, ໜຶ່ງໃນຊ່ວງເວລາທໍາອິດທີ່ຜູ້ຂ້າແປໃຫ້ທ່ານສົມເດັດແມ່ນຕອນການເທດທີ່ພຣະອົງໄດ້ກ່າວກັບຄົນປະມານໝື່ນໃຕ້ຕົ້ນໂພທີ່ພຸດທະຄະຍາ. ໄມໂຄຣໂຟນຂອງຜູ້ຂ້າເພ ແລະ ສະນັ້ນທ່ານສົມເດັດຈິ່ງໄດ້ໃຫ້ຜູ້ຂ້າຂຶ້ນໄປເກືອບນັ່ງຕັກຂອງພຣະຜູ້ເພິ່ນສູດມົນເພື່ອໃຊ້ເຄື່ອງສຽງຮ່ວມກັບເພິ່ນ. ອັນນີ້ກໍເພຄືກັນ. ແລ້ວ ທ່ານສົມເດັດກໍໄດ້ໃຫ້ຜູ້ຂ້ານັ່ງຢູ່ພື້ນ ລະຫວ່າງບັນລັງຂອງພຣະອົງ ແລະ ພຣະເຊີກົງຣິນໂປເຊທີ່ນັ່ງຢູ່ແຖວໜ້າແລ້ວຍື່ນໄມໂຄຣໂຟນຂອງພຣະອົງໃຫ້ຜູ້ຂ້າແປແຕ່ລະປະໂຫຍກ. ຜູ້ຂ້າຕື່ນເຕັ້ນຫຼາຍຈົນບໍ່ຄ່ອຍສາມາດຄວບຄຸມຕົນເອງໄດ້. ຜູ້ຂ້າທັງຮັບເອົາ ແລະ ສົ່ງຄືນໄມໂຄຣໂຟນໃຫ້ທ່ານສົມເດັດໂດຍໃຊ້ພຽງມືດຽວ, ແທນທີ່ຈະເອົາມືທັງສອງຍື່ນອອກຮັບຕາມທຳນຽມປົກກະຕິດ້ວຍຄວາມເຄົາລົບ. ຫຼັງຈາກນັ້ນ, ພຣະຣິນໂປເຊໄດ້ເກືອບຕີຜູ້ຂ້າທີ່ຮັບເອົາໄມໂຄໂຟນຄືກັບລີງຈັບກ້ວຍ.

ມາລະຍາດທີ່ເໝາະສົມໃນໂອກາດການສອນໂດຍສົມເດັດພຣະດາໄລລາມະ

ພຣະຣິນໂປເຊຍັງໄດ້ເອົາໃຈໃສ່ອີກວ່າຊາວຕາເວັນຕົກໂດຍທົ່ວໄປນໍາສະເໜີຕົນເອງໃນແງ່ທີ່ດີທີ່ສຸດຕໍ່ໜ້າທ່ານສົມເດັດ. ການປະພຶດຂອງພວກເຂົາໃນເວລາທີ່ທ່ານສົມເດັດເທດຕໍ່ສາທາລະນະຊົນມັກຈະເຮັດໃຫ້ເພິ່ນຕົກໃຈ. ເພິ່ນໄດ້ກ່າວວ່າສິ່ງສໍາຄັນແມ່ນຕ້ອງຮູ້ວ່າທ່ານສົມເດັດແມ່ນໃຜ. ພຣະອົງບໍ່ແມ່ນພຣະລາມະທີ່ມາເກີດໃໝ່ທຳມະດາໆ. ການຢູ່ຕໍ່ໜ້າພຣະອົງນັ້ນຮຽກຮ້ອງໃຫ້ມີຄວາມເຄົາຣົບ ແລະ ຄວາມຖ່ອມຕົນເປັນພິເສດ. ຕົວຢ່າງ, ໃນລະຫວ່າງການພັກດື່ມຊາໃນພິທີຮັບເຂົ້າ ຫຼື ການເທດ, ການຢືນລົມກັນຢູ່ໃນລະແວກສາຍຕາຂອງທ່ານສົມເດັດຄືກັບພຣະອົງບໍ່ໄດ້ຢູ່ທີ່ນັ້ນຖືວ່າເປັນສິ່ງທີ່ບໍ່ສຸພາບທີ່ສຸດ. ມາລະຍາດທີ່ເໝາະສົມແມ່ນການຍ່າງອອກໄປຂ້າງນອກໃນເວລາທີ່ຢາກລົມກັນ.

ຄັ້ງໜຶ່ງອົງການພຸດທະສາສະໜາຕາເວັນຕົກໄດ້ສະໜັບສະໜຸນການເທດທີ່ຜູ້ຂ້າໄດ້ແປໃຫ້ທ່ານສົມເດັດໃນທັມສາລາ. ທ່ານສົມເດັດໄດ້ສະເໜີທີ່ຈະຕອບຄໍາຖາມທີ່ຜູ້ຟັງຂຽນສົ່ງມາ. ຫຼັງຈາກການເທດແຕ່ລະບັ້ນ, ພຣະຣິນໂປເຊໄດ້ຂໍໃຫ້ຜູ້ຂ້າອ່ານຄໍາຖາມທີ່ສົ່ງເຂົ້າມາສໍາລັບມື້ຕໍ່ໄປ ແລະ ປະຕິເສດຢ່າງເດັດຂາດທີ່ຈະເອົາຄຳຖາມໂງ່ຈ້າ ຫຼື ເລື່ອງເລັກນ້ອຍ. ສ່ວນຫຼາຍ, ພຣະຣິນໂປເຊໄດ້ໃຫ້ຜູ້ຂ້າຂຽນຄືນ ຫຼື ປັບປຸງຄໍາຖາມເພື່ອໃຫ້ມັນເລິກເຊິ່ງກວ່າ. ມັນບໍ່ຄວນເສຍເວລາຂອງທ່ານສົມເດັດ ຫຼື ເສຍໂອກາດໃຫ້ຫຼາຍຄົນໄດ້ປະໂຫຍດຈາກຄຳຕອບ. ຫຼາຍຄັ້ງ, ທ່ານສົມເດັດໄດ້ກ່າວວ່າຄຳຖາມນັ້ນເປັນອັນດີເລີດ ແລະ ເລິກເຊິ່ງຫຼາຍ. ຜູ້ຂ້າໄດ້ຮຽນປະຕິບັດຕາມຂະບວນການດັດແກ້ນີ້ດ້ວຍຕົນເອງທຸກຄັ້ງທີ່ຜູ້ຂ້າເດີນທາງໄປກັບທ່ານສົມເດັດ.

Top