ຄຳແນະນຳຂອງພຣະເຊີກົງຣິນໂປເຊຕໍ່ນັກປະຕິບັດຕັນຕຣະ

ການເຂົ້າວິເວກທຳສະມາທິຕັນຕຣະ “ສ່ວນເວລາ”

ເຖິງວ່າການເຂົ້າວິເວກທຳສະມາທິຕັນຕຣະເຕັມເວລາເປັນເວລາຍາວຍັງສືບຕໍ່ເປັນສິ່ງທີ່ເປັນປະໂຫຍດ, ແຕ່ຄົນສ່ວນໃຫຍ່ບໍ່ມີຄວາມສະດວກທີ່ຈະເຮັດແນວນັ້ນ. ສະນັ້ນ, ພຣະຣິນໂປເຊຈິ່ງຮູ້ສຶກວ່າມັນແຄບທີ່ຈະຄິດວ່າເຮົາສາມາດເຂົ້າວິເວກແບບນີ້ໄດ້ກໍຕໍ່ເມື່ອເຮົາມີເວລາວ່າງສາມເດືອນຂຶ້ນໄປ. ການເຂົ້າວິເວກບໍ່ໄດ້ໝາຍເຖິງໄລຍະເວລາຂອງການຕັດຕົວເຮົາອອກຈາກຄົນອື່ນ, ແຕ່ເປັນໄລຍະເວລາຂອງການປະຕິບັດທີ່ເຂັ້ມງວດເພື່ອເຮັດໃຫ້ຈິດໃຈຂອງເຮົາມີຄວາມຢືດຢຸ່ນດ້ວຍການປະຕິບັດ. ການປະຕິບັດບັ້ນໜຶ່ງໃນແຕ່ລະເຊົ້າ-ແລງ, ໃນຂະນະທີ່ດຳລົງຊີວິດປົກກະຕິໃນສ່ວນທີ່ເຫຼືອຂອງວັນ, ກໍເປັນທີ່ຍອມຮັບໄດ້ເປັນຢ່າງດີ. ພຣະຣິນໂປເຊເອງກໍໄດ້ເຮັດການເຂົ້າວິເວກຂອງເພິ່ນຫຼາຍຄັ້ງໃນລັກສະນະນີ້, ໂດຍບໍ່ມີໃຜຮູ້ວ່າເພິ່ນກໍາລັງເຮັດຢູ່.

ຂໍ້ກຳນົດແຕ່ອັນດຽວຂອງວິທີການປະຕິບັດນີ້ແມ່ນການນອນຢູ່ໃນຕຽງອັນດຽວ ແລະ ນັ່ງສະມາທິຢູ່ບ່ອນດຽວໃນສະຖານທີ່ດຽວກັນຕະຫຼອດຊ່ວງເວລາເຂົ້າວິເວກ. ບໍ່ດັ່ງນັ້ນ, ຈັງຫວະຂອງການກໍ່ສ້າງພະລັງທາງສາສະໜາຈະແຕກ. ນອກຈາກນັ້ນ, ແຕ່ລະບັ້ນຕ້ອງປະກອບມີມົນ, ການໄຫວ້, ຫຼື ການປະຕິບັດຊ້ຳໆ ອັນອື່ນ ຢ່າງໜ້ອຍຈຳນວນນ້ອຍສຸດ, ຕາມທີ່ກໍານົດໄວ້ໃນບັ້ນຄັ້ງທໍາອິດຂອງການເຂົ້າວິເວກ. ດັ່ງນັ້ນ, ພຣະຣິນໂປເຊຈິ່ງແນະນໍາໃຫ້ທວນຊ້ຳແຕ່ສາມຄັ້ງໃນການປະຕິບັດທີ່ເລືອກໃນລະຫວ່າງບັ້ນທຳອິດ. ດ້ວຍວິທີນີ້, ການເຈັບປ່ວຍຈິ່ງຈະບໍ່ພາໃຫ້ຕ້ອງທຳລາຍຄວາມຕໍ່ເນື່ອງຂອງການເຂົ້າວິເວກ ແລະ ເຮັດໃຫ້ຕ້ອງເລີ່ມຕົ້ນໃໝ່.

ເມື່ອຄວາມຈຳເປັນບັງຄັບໃຫ້ຜິດລະບຽບຂອງການເຂົ້າວິເວກ

ແຕ່, ເຊັ່ນດຽວກັບທຸກຮູບແບບຂອງວິໄນທາງພຣະພຸດທະສາສະໜາ, "ຄວາມຈໍາເປັນບາງຄັ້ງກໍເໜືອຂໍ້ຫ້າມ," ແຕ່ສະເພາະໃນກໍລະນີພິເສດຫຼາຍເທົ່ານັ້ນ. ຄັ້ງໜຶ່ງ, ໃນທັມສາລາ, ໃນຊ່ວງກາງຂອງການເຂົ້າວິເວກປະຕິບັດສະມາທິ, ຜູ້ຂ້າໄດ້ຖືກຂໍໃຫ້ໄປແປການມອບອຳນາດ ແລະ ການສອນຂອງອົງສົມເດັດພຣະດາໄລລາມະຢູ່ເມືອງມະນະລີ (Manali), ອີກເມືອງໜຶ່ງຂອງພູຫິມາໄລໃນປະເທດອິນເດຍ. ຜູ້ຂ້າໄດ້ປຶກສາກັບພຣະຣິນໂປເຊ ເຊິ່ງບອກໃຫ້ຜູ້ຂ້າໄປໂດຍບໍ່ລັງເລ ຫຼື ສົງໄສໃດໆ. ການຊ່ວຍເຫຼືອທ່ານສົມເດັດຈະເປັນປະໂຫຍດຫຼາຍກວ່າສິ່ງອື່ນໃດທີ່ຜູ້ຂ້າສາມາດເຮັດໄດ້. ຜູ້ຂ້າຈະບໍ່ທໍາລາຍຈັງຫວະຂອງການປະຕິບັດຕາບໃດທີ່ຜູ້ຂ້າເຮັດການປະຕິບັດສະມາທິໜຶ່ງຄັ້ງໃນແຕ່ລະວັນ, ຈົ່ມມົນຄົບຕາມຈໍານວນຕ່ຳສຸດທີ່ຜູ້ຂ້າໄດ້ຕັ້ງໄວ້. ຜູ້ຂ້າໄດ້ປະຕິບັດຕາມວິທີການນີ້ ແລະ, ຫຼັງຈາກສິບວັນກັບທ່ານສົມເດັດ, ໄດ້ກັບຄືນໄປທັມສາລາ ແລະ ສໍາເລັດບັ້ນການເຂົ້າວິເວກຂອງຜູ້ຂ້າ.

ການປະຕິບັດຕາມຂັ້ນຕອນພິທີກຳຢ່າງຖືກຕ້ອງ

ພຣະຣິນໂປເຊເນັ້ນໜັກສະເໝີວ່າຂັ້ນຕອນພິທີກໍານັ້ນມີຈຸດປະສົງ ແລະ ຈິງຈັງ. ມັນຈໍາເປັນຕ້ອງໄດ້ປະຕິບັດຕາມຢ່າງຖືກຕ້ອງ. ຕົວຢ່າງ, ບັ້ນການເຂົ້າວິເວກຕັນຕຣະຮຽກຮ້ອງໃຫ້ມີການຈົ່ມມົນເປັນຈໍານວນຮອບທີ່ກຳນົດໄວ້ ແລ້ວຈິ່ງປະຕິບັດ "ບູຊາໄຟ” (fire puja) ໃນຂັ້ນຕໍ່ມາ. ບູຊາໄຟແມ່ນພິທີການທີ່ສັບຊ້ອນສໍາລັບຖວາຍເຄື່ອງພິເສດໃຫ້ທາດໄຟ. ຈຸດປະສົງຂອງພິທີດັ່ງກ່າວແມ່ນເພື່ອແກ້ໄຂຂໍ້ຂາດຕົກບົກພ່ອງໃນການປະຕິບັດ ແລະ ຊໍາລະລ້າງຄວາມຜິດພາດໃດໆ ທີ່ເຮົາໄດ້ເຮັດ.

ບັ້ນເຂົ້າວິເວກບາງອັນຈະມີຄວາມຍາກສະເພາະ. ຕົວຢ່າງທີ່ຜູ້ຂ້າໄດ້ເຮັດ, ຮຽກຮ້ອງໃຫ້ມີການຈົ່ມມົນລ້ານຮອບ ແລະ, ໃນລະຫວ່າງພິທີບູຊາໄຟອັນລະອຽດລະອໍ, ໃຫ້ຖວາຍກົກຫຍ້າຍາວໆ ໝື່ນຄູ່ໃນຂະນະທີ່ຈົ່ມມົນໄປນຳແຕ່ລະຄູ່. ທັງສິບພັນຄູ່ນັ້ນຕ້ອງຖືກໂຍນເຂົ້າໄປໃນກອງໄຟໃຫ້ໝົດໃນບັ້ນດຽວ, ໂດຍບໍ່ໃຫ້ພັກ. ຕອນທີ່ຜູ້ຂ້າປະຕິບັດພິທີບູຊາໄຟໃນຕອນທ້າຍຂອງບັ້ນເຂົ້າວິເວກນີ້, ກົກຫຍ້າຂອງຜູ້ຂ້າໝົດກ່ອນຈຳນວນທີ່ກຳນົດໄວ້. ຫຼັງຈາກສິ້ນສຸດພິທີກໍາທັງໝົດແລ້ວ, ຜູ້ຂ້າໄດ້ລາຍງານຕໍ່ພຣະຣິນໂປເຊ. ເພິ່ນໄດ້ໃຫ້ຜູ້ຂ້າເຮັດພິທີບູຊາໄຟຄືນໃໝ່ອີກໃນສາມ-ສີ່ວັນຕໍ່ມາ. ເທື່ອນີ້, ຜູ້ຂ້າໄດ້ເຮັດໃຫ້ແນ່ໃຈວ່າມີກົກຫຍ້າຄົບສິບພັນຄູ່!

ເພາະວ່າຜູ້ຊ່ຽວຊານດ້ານພິທີກໍາຈະບໍ່ໄດ້ຢູ່ນຳສະເໝີ, ພຣະຣິນໂປເຊຈິ່ງໄດ້ເນັ້ນໜັກເຖິງຄວາມຈໍາເປັນທີ່ຈະຕ້ອງເພິ່ງຕົນເອງ. ສະນັ້ນ, ເພິ່ນຈິ່ງໄດ້ສອນສານຸສິດຂັ້ນສູງຊາວຕາເວັນຕົກຂອງເພິ່ນກ່ຽວກັບວິທີເຮັດພິທີບູຊາໄຟດ້ວຍຕົວເອງ. ສິ່ງນີ້ປະກອບມີວິທີການກະກຽມກອງໄຟ ແລະ ວິທີການແຕ້ມແບບມົນທົນທີ່ຈໍາເປັນຕ້ອງໃຊ້ລົງເທິງພື້ນດ້ວຍຝຸ່ນສີ. ເຖິງວ່າຊາວຕາເວັນຕົກຕ້ອງອາໄສຜູ້ອື່ນໃຫ້ເລົ່າບົດພິທີກໍາຖ້າຍັງບໍ່ທັນມີໃນພາສາຂອງເຂົາເຈົ້າ, ພຣະຣິນໂປເຊໄດ້ອະທິບາຍວ່າພວກເຂົາຕ້ອງຖວາຍສິ່ງຂອງຕ່າງໆ ເຂົ້າໄປໃນກອງໄຟດ້ວຍຕົນເອງ. ອັນນີ້ແມ່ນເຮັດຄືກັນເຖິງວ່າຈະເຮັດບັ້ນເຂົ້າວິເວກເປັນກຸ່ມ.

ແຕ່, ການປະຕິບັດຕາມຂັ້ນຕອນຢ່າງຖືກຕ້ອງນັ້ນບໍ່ໄດ້ຂັດກັບວິທີການແບບຕົວຈິງ. ຕົວຢ່າງ, ບັ້ນການເຂົ້າວິເວກຕັນຕຣະຈະເລີ່ມຈາກການຈັດເຄື່ອງບູຊາພິເສດເທິງແທ່ນບູຊາຢູ່ເຮືອນ ແລະ ຈາກນັ້ນກໍຖວາຍໃນແຕ່ລະວັນຕໍ່ມາເພື່ອປ້ອງກັນອຸປະສັກຕ່າງໆ. ອຸປະສັກນັ້ນແມ່ນນຶກພາບເປັນຮູບແບບຂອງວິນຍານແຊກແຊງ ແລະ ອັນເຊີນໃນແຕ່ລະວັນໃຫ້ມາຮັບເຄື່ອງຖວາຍ. ພຣະຣິນໂປເຊແນະນໍາວ່າເຂົ້າໜົມກ່ອງກໍໃຊ້ທົດແທນໄດ້ເປັນຢ່າງດີ ເພື່ອແທນໃຫ້ເຄື່ອງບູຊາປະດັບແບບດັ້ງເດີມ (tormas) ທີ່ໃຊ້ສໍາລັບພິທີກັມນີ້.

ການຫຼີກເວັ້ນການພະຍາຍາມປະຕິບັດຂັ້ນສູງໃນເວລາທີ່ຍັງບໍ່ພ້ອມ

ພຣະຣິນໂປເຊຈະບໍ່ພໍໃຈກັບຄົນທີ່ພະຍາຍາມຝຶກປະຕິບັດຂັ້ນສູງໃນເວລາທີ່ບໍ່ມີເງື່ອນໄຂ. ຕົວຢ່າງ, ບາງຄົນພະຍາຍາມປະຕິບັດຂັ້ນສໍາເລັດໃນຂະນະທີ່ເຂົາເຈົ້າບໍ່ຮອດເຕັມໃຈ ຫຼື ແມ່ນແຕ່ສົນໃຈໃນການເຮັດສາທະນາຍາວໆ, ຢ່າເວົ້າຮອດການເຮັດຈົນສຳເລັດເລີຍ. ຕັນຕຣະຊັ້ນສູງທີ່ສຸດ, ຫຼື ອະນຸດຕະຣະໂຍຄະ, ນັ້ນມີຂັ້ນຕອນການສ້າງກ່ອນ ແລ້ວຈາກນັ້ນຈິ່ງເປັນການປະຕິບັດຂັ້ນຕອນຂອງການສໍາເລັດ. ຂັ້ນຕອນທຳອິດຈະຝຶກພະລັງການຈິນຕະນາການ ແລະ ການຈົດຈໍ່ໂດຍການປະຕິບັດສາທະນາ. ຂັ້ນຕອນຕໍ່ມາຈະໃຊ້ພະລັງຈິດທີ່ໄດ້ພັດທະນາຂຶ້ນນັ້ນເພື່ອຊ່ວຍລະບົບພະລັງລະອຽດອ່ອນຂອງຮ່າງກາຍເພື່ອນຳມາເຊິ່ງການຫັນປ່ຽນຕົວຈິງຂອງຕົນເອງ. ຖ້າບໍ່ມີທັກສະທີ່ໄດ້ຈາກການປະຕິບັດສາທະນາແລ້ວ, ການພັດທະນາຈັກຣະ (chakras), ຊ່ອງທາງ, ແລະ ພະລັງລົມຂອງລະບົບລະອຽດອ່ອນນີ້ກໍເປັນພຽງເລື່ອງຕາຫຼົກ.

ການປະຕິບັດຕັນຕຣະຂັ້ນສູງ, ພຣະຣິນໂປເຊເຕືອນວ່າ, ສາມາດເປັນອັນຕະລາຍຫຼາຍຖ້າເຮັດບໍ່ຖືກຕ້ອງ ໂດຍຜູ້ທີ່ບໍ່ມີວຸທິ. ຕົວຢ່າງ, ການໂອນສະຕິ (ໂພວາ), ເຊິ່ງປະກອບດ້ວຍການຈິນຕະນາການການສົ່ງສະຕິຂອງຕົນອອກທາງເທິງຫົວໃນການກຽມຕົວຕາຍນັ້ນ, ສາມາດເຮັດໃຫ້ຊີວິດຂອງເຮົາສັ້ນລົງໄດ້. ການກິນເນື້ອແທ້ຂອງຢາເມັດ (ຊູເລນ), ໃນໄລຍະທີ່ອົດອາຫານເປັນເວລາຫຼາຍອາທິດ ແລະ ອາໄສແຕ່ຢາເມັດອຸທິດນັ້ນ, ໂດຍສະເພາະຖ້າເຮັດເປັນກຸ່ມ, ສາມາດເຮັດໃຫ້ເກີດພາວະຂາດອາຫານໃນພື້ນທີ່ໄດ້. ນອກຈາກນັ້ນ, ຄົນທີ່ປະຕິບັດແບບນີ້ອາດປ່ວຍໜັກຍ້ອນຂາດອາຫານ ແລະ ນ້ຳ, ແລະ ເຖິງຕາຍໄດ້.

ການເຂົ້າວິເວກຕັນຕຣະໃນຕົວມັນເອງເປັນການປະຕິບັດຂັ້ນສູງ ແລະ ພຣະຣິນໂປເຊເຕືອນບໍ່ໃຫ້ກ້າວເຂົ້າກ່ອນເວລາອັນຄວນ. ຕົວຢ່າງ, ບາງຄັ້ງມີຄົນເຂົ້າວິເວກເພື່ອຈົ່ມມົນເປັນຮ້ອຍພັນບົດ, ແຕ່ບໍ່ລຶ້ງເຄີຍກັບການປະຕິບັດແບບນີ້ມາກ່ອນ. ເຂົາເຈົ້າຈິນຕະນາການວ່າໃນໄລຍະເຂົ້າວິເວກນັ້ນ, ຈະໄດ້ປະສົບການ. ເຖິງວ່າການໃຊ້ໄລຍະເວລາທີ່ໜັກໜ່ວງໃນການສຶກສາ ແລະ ສ້າງຄວາມລຶ້ງເຄີຍກັບການປະຕິບັດສະເພາະໃດໜຶ່ງແມ່ນເປັນປະໂຫຍດ, ແຕ່ນີ້ບໍ່ແມ່ນວຽກທີ່ຕ້ອງເຮັດໃນລະຫວ່າງການເຂົ້າວິເວກຕັນຕຣະຢ່າງເປັນທາງການ. ຄົນທີ່ບໍ່ຮູ້ວິທີລອຍນ້ຳກໍບໍ່ຄວນເລີ່ມການຝຶກໂດຍການຫັດລອຍໃນສະສິບສອງຊົ່ວໂມງຕໍ່ມື້. ຄວາມໂງ່ຈ້າດັ່ງກ່າວຈະນຳໄປສູ່ອາການປວດ ແລະ ເມື່ອຍລ້າເທົ່ານັ້ນ. ການຝຶກໜັກແບບໜັກໜ່ວງນີ້ແມ່ນຈຳກັດໃຫ້ສະເພາະນັກລອຍນ້ຳທີ່ມີປະສົບການທີ່ຈະກາຍເປັນນັກກິລາອັນດັບຕົ້ນໆ ເທົ່ານັ້ນ. ເຊັ່ນດຽວກັນກໍຄືກັບການເຂົ້າວິເວກທຳສະມາທິຕັນຕຣະ.

ການຫຼີກລ່ຽງຄວາມຈອງຫອງກ່ຽວກັບການປະຕິບັດຂອງເຮົາ

ນອກນັ້ນ, ການປະຕິບັດຕັນຕຣະຕ້ອງເປັນເລື່ອງສ່ວນຕົວ. ບໍ່ດັ່ງນັ້ນ, ອາດເກີດການແຊກແຊງຫຼາຍອັນ. ພຣະຣິນໂປເຊເຫັນວ່າຊາວຕາເວັນຕົກຈໍານວນຫຼາຍບໍ່ພຽງແຕ່ບໍ່ເກັບການປະຕິບັດ ແລະ ຄວາມສໍາເລັດໄວ້ແຕ່ກັບຕົນເອງ, ເຂົາເຈົ້າຍັງອວດອີກ. ເພິ່ນໄດ້ກ່າວວ່າມັນເປັນເລື່ອງໂງ່ຈ້າທີ່ຈະເວົ້າໂອ້ອວດກ່ຽວກັບການເປັນນັກປະຕິບັດໂຍຄີທີ່ຍິ່ງໃຫຍ່ຂອງຮູບພຣະພຸດທະເຈົ້າໃດໜຶ່ງໃນຂະນະທີ່ສິ່ງທີ່ຕົນເຮັດ ຫຼື ໄດ້ເຮັດແມ່ນພຽງແຕ່ການເຂົ້າວິເວກສັ້ນໆ ໂດຍການຈົ່ມມົນສອງ-ສາມແສນຄັ້ງ. ແລະ, ການໂອ້ອວດ ແລະ ຈອງຫອງແບບນັ້ນທັງທີ່ບໍ່ໄດ້ປະຕິບັດສາທະນາຍາວໆ ປະຈໍາວັນສຳລັບຮູບນັ້ນກໍຍິ່ງໜ້າເສົ້າໃຈ. ພຣະຣິນໂປເຊອະທິບາຍສະເໝີວ່າສາທະນາຍາວແມ່ນສໍາລັບຜູ້ເລີ່ມຕົ້ນ. ສາທະນາເຫຼົ່ານີ້ມັກຈະມີຫຼາຍກວ່າຮ້ອຍໜ້າ ແລະ ຄ້າຍຄືບົດໂອເປຣາຍາວໆ ຂອງການນຶກພາບ. ສາທະນາຫຍໍ້ສັ້ນແມ່ນສໍາລັບຜູ້ປະຕິບັດຂັ້ນສູງທີ່ມີຄວາມລຶ້ງເຄີຍກັບການປະຕິບັດທັງໝົດທີ່ເພິ່ນສາມາດເພີ່ມການນຶກພາບ ແລະ ຂັ້ນຕອນທັງໝົດໃສ່ເອງໄດ້ໃນຂະນະທີ່ພຽງແຕ່ຈົ່ມມົນສອງ-ສາມຄໍາ.

ການເຂົ້າໃຈວິທີການສອນຕັນຕຣະແບບຄວາມບໍ່ແນ່ນອນທີ່ມີຈຸດປະສົງ

ພຣະຣິນໂປເຊໄດ້ສອນວ່າຊາວຕາເວັນຕົກຍັງຕ້ອງຄວບຄຸມທ່າອ່ຽງທີ່ຢາກໃຫ້ຄໍາສອນ ແລະ ຄໍາແນະນໍາທັງໝົດຖືກນໍາສະເໜີຢ່າງເປັນລະບຽບຕັ້ງແຕ່ຕົ້ນ, ໂດຍສະເພາະກ່ຽວກັບຕັນຕຣະ. ພຣະອາຈານໃຫຍ່ຊາວອິນເດຍ ແລະ ທິເບດນັ້ນມີຄວາມສາມາດໃນການຂຽນຕຳຣາທີ່ຊັດເຈນໄດ້ຢ່າງສົມບູນ. ແຕ່, ພວກເພິ່ນຕັ້ງໃຈຂຽນໃນແບບທີ່ຄຸມເຄືອ. ການເຮັດໃຫ້ເນື້ອໃນບົດຕັນຕຣະຊັດເຈນເກີນໄປ ແລະ ສາມາດເຂົ້າເຖິງໄດ້ຢ່າງງ່າຍດາຍນັ້ນອາດຈະເຮັດໃຫ້ເກີດການແຊກແຊງ ແລະ ເຊື່ອມໂຊມຂອງການປະຕິບັດ. ຕົວຢ່າງເຊັ່ນ, ຄົນເຮົາອາດຖືເບົາ ແລະ ບໍ່ໃຊ້ຄວາມພະຍາຍາມຢ່າງຈິງຈັງໃນຄໍາສອນນັ້ນ.

ພາກສ່ວນໜຶ່ງທີ່ສຳຄັນຂອງເຕັກນິກການສອນພຣະພຸດທະສາສະໜາແມ່ນເພື່ອເຮັດໃຫ້ຄົນຕັ້ງຄຳຖາມກ່ຽວກັບຄວາມໝາຍ. ຖ້າລູກສິດຫາກສົນໃຈແທ້, ເຂົາເຈົ້າຈະຊອກຫາຄວາມກະຈ່າງແຈ້ງຕື່ມ. ສິ່ງນີ້ຈະຄັດຄົນທີ່ເປັນ "ນັກທ່ອງທ່ຽວທາງສາສະໜາ" ອອກໄປ ແລະ ຜູ້ທີ່ບໍ່ເຕັມໃຈທີ່ຈະເອົາໃຈໃສ່ໃນການເຮັດວຽກໜັກທີ່ຈໍາເປັນຕໍ່ການຕັດສະຮູ້. ແຕ່, ຖ້າຈຸດປະສົງຂອງການຊີ້ແຈງຄວາມກະຈ່າງແຈ້ງໃນຕັນຕຣະນັ້ນແມ່ນເພື່ອຂັບໄລ່ຄວາມເຂົ້າໃຈທີ່ບິດເບືອນ, ດ້ານລົບຂອງຄົນ, ສົມເດັດພຣະດາໄລລາມະກໍໄດ້ຮັບຮອງການເຜີຍແຜ່ຄໍາອະທິບາຍທີ່ຊັດເຈນແລ້ວ. ແຕ່, ເຫຼົ່ານີ້ກໍກ່ຽວຂ້ອງແຕ່ກັບທິດສະດີເທົ່ານັ້ນ, ແລະ ບໍ່ແມ່ນການປະຕິບັດສະເພາະຕໍ່ຮູບພຣະພຸດທະເຈົ້າອົງໃດໜຶ່ງ. ຄູ່ມື "ວິທີການປະຕິບັດ" ທີ່ຊັດເຈນອາດຊຸກຍູ້ໃຫ້ຄົນພະຍາຍາມປະຕິບັດຂັ້ນສູງໂດຍປາສະຈາກການການເບິ່ງແຍງຂອງພຣະອາຈານ, ເຊິ່ງອາດເປັນອັນຕະລາຍຫຼາຍ.

ການບໍ່ຖືເບົາຕໍ່ຜູ້ປົກປ້ອງພຣະທັມ

ພຣະຣິນໂປເຊໄດ້ເຕືອນວ່າສິ່ງທີ່ອັນຕະລາຍທີ່ສຸດແມ່ນການປະຕິບັດຕໍ່ຜູ້ປົກປ້ອງພຣະທັມແບບຖືເບົາ. ຜູ້ປົກປ້ອງພຣະທັມເປັນຜູ້ທີ່ມີພະລັງແຮງ, ສ່ວນຫຼາຍເປັນວິນຍານ, ຜູ້ທີ່ພຣະອາຈານໃຫຍ່ໄດ້ປາບແລ້ວ. ພວກເພິ່ນໄດ້ເຮັດໃຫ້ຕົວຮ້າຍເຫຼົ່ານີ້ສາບານທີ່ຈະປົກປ້ອງຄໍາສອນຂອງພຣະພຸດທະເຈົ້າ (ພຣະທັມ) ແລະ ຜູ້ປະຕິບັດທີ່ຈິງໃຈຈາກອັນຕະລາຍ ແລະ ອຸປະສັກຕ່າງໆ. ມີແຕ່ໂຍຄີໃຫຍ່ເທົ່ານັ້ນທີ່ສາມາດຄວບຄຸມພວກມັນໄດ້.

ພຣະຣິນໂປເຊມັກຈະເລົ່າເລື່ອງຂອງຜູ້ປົກປ້ອງອົງໜຶ່ງທີ່ໄດ້ໃຫ້ຄໍາປະຕິຍານຈະຮັກສາການປະຕິບັດຂອງວັດທີ່ອຸທິດໃຫ້ການໂຕ້ວາທະ. ເພິ່ນຕ້ອງແຊກແຊງ, ເຊັ່ນດ້ວຍການນຳຄວາມເຈັບປ່ວຍ ແລະ ອຸບັດຕິເຫດ, ມາສູ່ຜູ້ທີ່ພະຍາຍາມປະຕິບັດຕັນຕຣະພາຍໃນຂອບເຂດຂອງວັດໃນເວລາທີ່ລາວຄວນໂຕ້ວາທະ. ມີພຽງແຕ່ພຣະສົງອົງທີ່ໄດ້ສໍາເລັດການຝຶກການສົນທະນາໂດຍອີງໃສ່ເຫດຜົນ (dialectics) ຂອງເພິ່ນ ແລະ ຜູ້ທີ່ໄດ້ສຶກສາຕໍ່ໃນໜຶ່ງໃນສອງວິທະຍາໄລຕັນຕຣະທີ່ໄດ້ຮັບອະນຸຍາດໃຫ້ປະຕິບັດຕັນຕຣະໄດ້ - ແຕ່ເຖິງແນວນັ້ນ, ກໍບໍ່ຄວນຢູ່ພາຍໃນກໍາແພງວັດ.

ພຣະເກເຊອົງໜຶ່ງ, ໃນຂະນະທີ່ຍັງເປັນສານຸສິດ, ໄດ້ຈຸດເຄື່ອງຖວາຍທີ່ເປັນໃບຈູນິເປີ (juniper) ທີ່ກ່ຽວຂ້ອງກັບຕັນຕຣະພາຍໃນວັດ. ເພິ່ນໄດ້ຖືກຮຸກຮານດ້ວຍອຸປະສັກຢ່າງຕໍ່ເນື່ອງ. ແລ້ວເພິ່ນໄດ້ເຂົ້າວິທະຍາໄລຕັນຕຣະແຫ່ງໜຶ່ງ ແລະ, ຫຼັງຈາກຮຽນຈົບ, ໄດ້ສືບຕໍ່ຖວາຍເຄື່ອງບູຊານີ້, ແຕ່ຢູ່ພາຍນອກວັດເທິງພູໃກ້ຄຽງ. ຫຼາຍປີຕໍ່ມາ, ຫຼັງຈາກທີ່ພຣະເກເຊອົງນັ້ນມີຄວາມຮັບຮູ້ຢ່າງຊື່ກົງຂອງສູນຍະຕາທີ່ບໍ່ແມ່ນແນວຄວາມຄິດແລ້ວ, ຜູ້ປົກປ້ອງກໍໄດ້ປາກົດຕົວໃນນິມິດ. ວິນຍານທີ່ໂຫດຮ້າຍນີ້ໄດ້ຂໍໂທດ, ກ່າວວ່າ: “ຜູ້ຂ້າຂໍອະໄພທີ່ໄດ້ທຳຮ້າຍທ່ານກ່ອນໜ້ານີ້, ແຕ່ນັ້ນເປັນສ່ວນໜຶ່ງຂອງຄຳສາບານຕໍ່ຜູ້ກໍ່ຕັ້ງວັດຂອງທ່ານ. ບັດນີ້ ທ່ານໄດ້ບັນລຸຄວາມຮັບຮູ້ຢ່າງຊື່ກົງຂອງສູນຍະຕາແລ້ວ, ເຖິງວ່າຜູ້ຂ້າຈະຢາກທຳຮ້າຍທ່ານ, ຜູ້ຂ້າກໍບໍ່ສາມາດເຮັດໃຫ້ທ່ານເປັນອັນຕະລາຍໄດ້."

ພຣະຣິນໂປເຊເນັ້ນໜັກເຖິງຄວາມສໍາຄັນຂອງຕົວຢ່າງນີ້. ການຢອກຫຼິ້ນກັບພະລັງທີ່ເໜືອກວ່າຄວາມສາມາດຂອງເຮົາຈະຄວບຄຸມໄດ້ນັ້ນ ສາມາດນຳໄປສູ່ໄພພິບັດໄດ້. ເພິ່ນມັກອ້າງເຖິງທ່ານສົມເດັດທີ່ໄດ້ເວົ້າສະເໝີວ່າໃຫ້ຈື່ຈຳໄວ້ວ່າຜູ້ປົກປ້ອງພຣະທັມເປັນຜູ້ຮັບໃຊ້ຂອງຮູບພຣະພຸດທະເຈົ້ານັ້ນ. ມີແຕ່ຄົນທີ່ມີຄວາມສາມາດເຕັມທີ່ໃນຂັ້ນກໍ່ສ້າງຂອງອະນຸດຕະຣະໂຍຄະຕັນຕຣະ ແລະ ມີອໍານາດທີ່ຈະສັ່ງໃນຖານະເປັນຮູບພຣະພຸດທະເຈົ້າຈິ່ງຄວນໄປກ່ຽວຂ້ອງນຳ. ບໍ່ດັ່ງນັ້ນ, ການເຂົ້າໄປພົວພັນກ່ອນເວລາອັນຄວນຈະເປັນຄືກັບເດັກທີ່ເອີ້ນສິງໂຕໃຫຍ່ມາເພື່ອປົກປ້ອງມັນ. ສິງໂຕມີແຕ່ອາດກິນເດັກນັ້ນຊ້ຳ. ທ່ານສົມເດັດໄດ້ແນະນໍາວ່າກັມທີ່ສ້າງຈາກການກະທໍາຂອງເຮົານັ້ນຈະເປັນຜູ້ປົກປ້ອງທີ່ດີທີ່ສຸດຂອງເຮົາ. ຍິ່ງໄປກວ່ານັ້ນ, ເປັນຫຍັງບໍ່ໄດ້ຮັບເອົາພຣະຣັດຕະນະໄຕຣ - ພຣະພຸດ, ພຣະທັມ, ແລະ ຊຸມຊົນທາງສາສະໜາທີ່ມີການບັນລຸສູງເປັນທີ່ເພິ່ງ?

Top