ການເກງໃຈຕໍ່ພຣະອາຈານຂອງເຮົາ
ພຣະເຊີກົງຣິນໂປເຊເນັ້ນໜັກສະເໝີວ່າໃຫ້ເກງໃຈພຣະລາມະທັງຫຼາຍ ແລະ ບໍ່ໃຫ້ກິນເວລາພວກເພິ່ນ. ເພິ່ນໄດ້ແນະນຳໃຫ້ຫຼີກລ່ຽງຕົວຢ່າງຂອງຜູ້ຖືສາສະໜາຈາກເມືອງສະປິຕິ. ໃນເວລາທີ່ລຽນແຖວຖ້າຖວາຍຜ້າພັນຄໍຕາມພິທີການ (ຂະຕະ) , ລູກສິດຊາວເມືອງສະປິຕິຈະລໍຖ້າຈົນກວ່າເຂົາເຈົ້າໄດ້ຢູ່ຕໍ່ໜ້າເພິ່ນກ່ອນທີ່ຈະນົບນ້ອມ, ເທື່ອລະຄົນ. ຂັ້ນຕອນດັ່ງກ່າວມັກຈະໃຊ້ເວລາຫຼາຍຊົ່ວໂມງ. ນອກຈາກນັ້ນ, ເມື່ອຖາມຄໍາຖາມກັບພຣະລາມະ, ພຣະຣິນໂປເຊບອກວ່າບໍ່ໃຫ້ເລົ່າເລື່ອງຍາວ ຫຼື ອະລັງການ. ທີ່ຈິງແລ້ວ, ເພິ່ນໄດ້ສັ່ງຜູ້ຂ້າວ່າຫ້າມແປຄຳຖາມແບບນັ້ນຈົນໝົດສ້ຽງ, ແຕ່ໃຫ້ເວົ້າແຕ່ຈຸດສຳຄັນພໍ.
ນອກນັ້ນ, ພຣະຣິນໂປເຊຍັງບໍ່ຢາກໃຫ້ຜູ້ເຂົ້າພົບເອົາແຕ່ຜ້າຂະຕະມາຖວາຍເພິ່ນ ຫຼື ສິ່ງອື່ນທີ່ເພິ່ນເອີ້ນວ່າກ່ອງຄຸກກີ "ຂີ້ຮ້າຍ." ເພິ່ນບອກວ່າຜູ້ທີ່ຢາກຖວາຍເຄື່ອງທານໃຫ້ແກ່ພຣະລາມະນັ້ນ ຄວນເອົາສິ່ງທີ່ງາມແທ້ໆ ທີ່ຄົນສາມາດໃຊ້ ຫຼື ມັກ. ຍິ່ງໄປກວ່ານັ້ນ, ຖ້າຜູ້ໃດທີ່ພົບເພິ່ນເລື້ອຍໆ, ດັ່ງທີ່ຜູ້ຂ້າໄດ້ພົບ, ເພິ່ນບອກວ່າໃຫ້ເຊົາເອົາເຄື່ອງມາຖວາຍເພິ່ນ. ເພິ່ນບໍ່ຢາກໄດ້ ຫຼື ຈຳເປັນຕ້ອງມີຫຍັງ.
ການໃຊ້ສາມັນສຳນຶກ ແລະ ການກຽມພ້ອມດ້ວຍແຜນສຳຮອງຖ້າມີຫຍັງຂັດຂ້ອງ
ພຣະຣິນໂປເຊຈະແນະນໍາໃຫ້ຄົນໃຊ້ສາມັນສຳນຶກສະເໝີ. ສະນັ້ນ, ເພິ່ນຈຶ່ງບໍ່ມັກໃຫ້ຄົນຂໍໃຫ້ເພິ່ນທຳນາຍກ່ຽວກັບເລື່ອງທາງໂລກ. ສະຖານະການດຽວທີ່ເໝາະສົມຕໍ່ການຂໍການທຳນາຍແມ່ນໃນເວລາທີ່ວິທີການທົ່ວໄປບໍ່ສາມາດແກ້ໄຂບັນຫາໄດ້, ໂດຍສະເພາະບັນຫາກ່ຽວກັບເລື່ອງທາງສາສະໜາ. ຄັ້ງໜຶ່ງຜູ້ຂ້າມີບັນຫາກ່ຽວກັບຄ່າເຊົ່າເຮືອນ ແລະ ຂໍໃຫ້ເພິ່ນທຳນາຍເບິ່ງວ່າຄວນເຮັດແນວໃດ. ພຣະຣິນໂປເຊໄດ້ໄລ່ຜູ້ຂ້າໜີ, ບອກວ່າໃຫ້ຜູ້ຂ້າໄປຫາທະນາຍຄວາມ.
ນອກນັ້ນ, ໃນການວາງແຜນກິຈະກໍາໃດກໍຕາມ, ພຣະຣິນໂປເຊຈະແນະນໍາໃຫ້ກະກຽມຢ່າງໜ້ອຍສາມວິທີປະຕິບັດທີ່ເປັນໄປໄດ້. ຄວາມຢືດຢຸ່ນຈາກຍຸທະສາດນີ້ຈະປ້ອງກັນຄວາມຕື່ນຕົກໃຈຖ້າແຜນໜຶ່ງລົ້ມເຫຼວ. ການມີຫຼາຍທາງເລືອກຈະໃຫ້ຄວາມຮູ້ສຶກຂອງຄວາມປອດໄພຈາກຄວາມໝັ້ນໃຈທີ່ວ່າຢ່າງໜ້ອຍແຜນໜຶ່ງຂອງເຮົາຈະໃຊ້ໄດ້.
ແຕ່, ບາງຄັ້ງ ສານຸສິດກໍມັກອາໄສການທໍານາຍຫຼາຍໂພດ, ແລ້ວກໍພາໃຫ້ຂາດຄວາມສາມາດທີ່ຈະຄິດໃຫ້ຕົນເອງ. ຍ້ອນຢາກຫຼີກລ່ຽງຄວາມຮັບຜິດຊອບຕໍ່ຊີວິດຂອງຕົນ, ບຸກຄົນດັ່ງກ່າວຈິ່ງຢາກໃຫ້ຜູ້ອື່ນຕັດສິນໃຈແທນ. ເຖິງວ່າການປຶກສາກັບພຣະອາຈານກ່ຽວກັບການຕັດສິນໃຈທີ່ສໍາຄັນນັ້ນຈະເປັນປະໂຫຍດ, ແຕ່ວິທີທີ່ໝັ້ນຄົງທີ່ສຸດແມ່ນການຮັບເອົາຄ່ານິຍົມຂອງພຣະອາຈານນັ້ນເຂົ້າໃສ່ຈິດໃຈຂອງຕົນ. ເຖິງວ່າພຣະລາມະຈະບໍ່ຢູ່, ຄ່ານິຍົມເຫຼົ່ານັ້ນກໍຍັງຈະຄົງຢູ່ໃນມືສະເໝີເພື່ອຊ່ວຍກໍານົດເສັ້ນທາງທີ່ເໝາະສົມທີ່ສຸດ.
ພຣະຣິນໂປເຊແນະນໍາໂດຍສະເພາະບໍ່ໃຫ້ພຣະລາມະຫຼາຍອົງທຳນາຍຄໍາຖາມອັນເກົ່າຈົນໄດ້ຮັບຄໍາຕອບທີ່ຕ້ອງການ. ການຂໍການທຳນາຍໝາຍເຖິງຄວາມໝັ້ນໃຈ ແລະ ໄວ້ວາງໃຈໃນພຣະລາມະອົງນັ້ນ. ນີ້ໝາຍເຖິງການເຮັດອັນໃດກໍແລ້ວແຕ່ທີ່ເພິ່ນແນະນໍາ. ນອກນັ້ນ, ພຣະຣິນໂປເຊຍັງໄດ້ເຕືອນວ່າບໍ່ໃຫ້ໄປຫາພຣະລາມະແລ້ວເວົ້າວ່າພຣະອາຈານອີກອົງໜຶ່ງບອກໃຫ້ເຮັດແນວນີ້ ຫຼື ແນວນັ້ນ, ທ່ານຄິດແນວໃດ? ຜູ້ຂ້າຄວນເຮັດບໍ? ການເຮັດໃຫ້ພຣະລາມະຕົກຢູ່ໃນທີ່ນັ່ງລຳບາກຂອງການເວົ້າວ່າພຣະອາຈານອົງອື່ນນັ້ນຜິດພາດສະແດງໃຫ້ເຫັນເຖິງການຂາດຄວາມລະອຽດອ່ອນຕໍ່ພຣະລາມະນັ້ນ.
ການຮຽນວິທີຖາມທີ່ເໝາະສົມ
ໃນຄວາມເປັນຈິງ, ຊາວຕາເວັນຕົກສ່ວນຫຼາຍບໍ່ຮູ້ວິທີການຖາມຄໍາຖາມທີ່ເໝາະສົມກັບພຣະລາມະ. ເມື່ອເຂົາເຈົ້າມາຖາມເພິ່ນຢ່າງໂງ່ຈ້າ, ພຣະຣິນໂປເຊມັກຈະດັດແກ້ໃຫ້. ຕົວຢ່າງ, ຖ້າຜູ້ໃດບໍ່ຮູ້ວ່າຈະເຂົ້າຮ່ວມການເສີມອຳນາດດີບໍ່, ມັນເປັນເລື່ອງຕາຫຼົກທີ່ຈະຖາມວ່າ: "ມັນດີບໍ່ທີ່ຈະເຂົ້າຮ່ວມພິທີຮັບເຂົ້ານີ້?" ແນ່ນອນມັນດີ; ບໍ່ມີໃຜຈະວ່າມັນບໍ່ດີດອກ. ແລະຖ້າມີຄົນຖາມວ່າ: "ຜູ້ຂ້າຄວນເຂົ້າຮ່ວມ ຫຼື ບໍ່?" ຄວາມຫມາຍແມ່ນ "ຜູ້ຂ້າມີພັນທະທີ່ຕ້ອງເຂົ້າຮ່ວມ ຫຼື ບໍ່?" ບໍ່ມີໃຜຖືກບັງຄັບໃຫ້ເຂົ້າຮ່ວມ. ໃນການຂໍຄໍາແນະນໍາຈາກພຣະອາຈານກ່ຽວກັບເລື່ອງດັ່ງກ່າວ, ດີທີ່ສຸດແມ່ນຄວນຖາມວ່າ: "ທ່ານແນະນໍາໃຫ້ຜູ້ຂ້າເຮັດແນວໃດ?"
ນອກຈາກນັ້ນ, ເມື່ອເຂົ້າຫາພຣະລາມະເພື່ອຂໍອະນຸຍາດຮັບການເສີມອຳນາດທີ່ເພິ່ນກໍາລັງມອບໃຫ້, ມັນເປັນເລື່ອງໂງ່ທີ່ຈະຖາມວ່າ: "ເຮົາສາມາດຮັບການພິທີຮັບເຂົ້າໄດ້ ຫຼື ບໍ່?" ນີ້ໝາຍຄວາມວ່າ, "ເຮົາມີຄວາມສາມາດ ຫຼື ບໍ່ມີ?" ເຊິ່ງມັນບ້າໂດຍສິ້ນເຊີງ. ວິທີຖາມທີ່ຖືກຕ້ອງແມ່ນ "ຜູ້ຂ້າຂໍອະນຸຍາດຮັບການເສີມອຳນາດໄດ້ບໍ?" ຄືກັບເວລາທີ່ຢາກຕໍ່ວີຊາຢູ່ຕ່າງປະເທດ, ມີແຕ່ຄົນໂງ່ທີ່ຈະຖາມວ່າ: "ຂ້ອຍສາມາດຢູ່ຕໍ່ໄດ້ ຫຼື ບໍ່?" ວິທີທີ່ເປັນຜູ້ໃຫຍ່ໃນການຂໍແມ່ນ "ຖ້າເຈົ້າອະນຸຍາດ, ຂ້ອຍກໍຢາກຢູ່ຕໍ່."
ເມື່ອເທີເນີ (Turner) ກວນພຣະຣິນໂປເຊຫຼາຍຄັ້ງເປັນເວລາຫຼາຍເດືອນໃຫ້ເພິ່ນມອບພິທີການອະນຸຍາດສໍາລັບການຮຽກເທບປົກຄອງມະຫາການ (Mahakala) ມີຫົກແຂນ. ສຸດທ້າຍ, ເມື່ອພຣະຣິນໂປເຊຕົກລົງ, ເທີເນີຖາມເພິ່ນວ່າ ຕ້ອງສູດຫຍັງແດ່ໃນແຕ່ລະວັນ. ພຣະຣິນໂປເຊເກືອບຕີລາວເລີຍ, ໂດຍຮ້າຍວ່າລາວຄວນເຕັມໃຈທີ່ຈະເຮັດໄດ້ທຸກຢ່າງ.
ການກວດເບິ່ງຄວາມໝັ້ນສັນຍາກ່ອນຕົກລົງເຮັດ
ພຣະຣິນໂປເຊບໍ່ພໍໃຈຫຼາຍເມື່ອຊາວຕາເວັນຕົກພະຍາຍາມຕໍ່ລອງກ່ຽວກັບຄວາມໝັ້ນສັນຍາສູດມົນຈາກພິທີຮັບເຂົ້າ. ເພິ່ນຈະເນັ້ນສະເໝີກ່ຽວກັບການມອບອຳນາດສໍາລັບຮູບພຣະພຸດທະເຈົ້າອົງໜຶ່ງຍ້ອນຄວາມປາຖະໜາອັນຈິງໃຈທີ່ຈະປະຕິບັດແບບນັ້ນເພື່ອບັນລຸຄວາມຕັດສະຮູ້ເພື່ອຜົນປະໂຍດຂອງທຸກຄົນເທົ່ານັ້ນ. ການເຂົ້າຮ່ວມພຽງແຕ່ສໍາລັບ "ການກະຕຸ້ນທີ່ດີ," ຫຼື ຍ້ອນຄົນອື່ນເຂົ້າ, ເພິ່ນຮູ້ສຶກວ່າມັນບ້າ. ອີກອັນໜຶ່ງທີ່ບໍ່ເໝາະສົມແມ່ນການໄປດ້ວຍເຈຕະນາວ່າຢາກເຮັດພຽງແຕ່ການເຂົ້າວິເວກ ສັ້ນໆ ເພື່ອຄຸ້ນເຄີຍເທົ່ານັ້ນ ແລ້ວລືມການປະຕິບັດສະມາທິໄປເລີຍ. ການໝັ້ນສັນຍາປະຕິບັດຕັນຕຣະໃດໜຶ່ງນັ້ນແມ່ນສໍາລັບຕະຫຼອດຊີວິດ.
ພຣະຣິນໂປເຊເນັ້ນໜັກການສືບສວນການປະຕິບັດທາງສາສະໜາ ແລະ ພຣະອາຈານຢ່າງລະອຽດກ່ອນທີ່ຈະເຂົ້າຮ່ວມ, ແລະ ບໍ່ໃຫ້ຖ້າຈົນພາຍຫຼັງ. ນີ້ແມ່ນຄວາມຜິດຕົ້ນຕໍທີ່ພຣະຣິນໂປເຊເຫັນໃນຊາວຕາເວັນຕົກ. ເຮົາມີທ່າອ່ຽງທີ່ຈະຟ້າວແລ່ນໃສ່ສິ່ງຕ່າງໆ ກ່ອນເວລາອັນຄວນ. ພຣະຣິນໂປເຊເຕືອນວ່າຢ່າເຮັດຄືກັບຄົນບ້າທີ່ແລ່ນໄປທະເລສາບແຂງແລ້ວເອົາໄມ້ເຄາະທົດສອບທາງຫຼັງເບິ່ງວ່ານ້ຳກ້ອນນັ້ນແຂງແຮງພໍທີ່ຈະຮັບນ້ຳໜັກຂອງຕົນ ຫຼື ບໍ່.
ພຣະຣິນໂປເຊ ຍັງກ່າວວ່າຄົນສາມາດເຂົ້າຮັບຄໍາສອນຂອງພຣະອາຈານຜູ້ໃດກໍໄດ້ ແລະ, ດ້ວຍຄວາມສຸພາບ, ແມ່ນແຕ່ກາບໄຫວ້ຜ້າຊີວອນຂອງພຣະອາຈານ ຫຼື ຮູບແຕ້ມພຣະພຸດທະເຈົ້າທີ່ຢູ່ໃນຫ້ອງກໍໄດ້. ແຕ່, ການເປັນສານຸສິດຂອງພຣະອາຈານນັ້ນເປັນອີກເລື່ອງໜຶ່ງ. ເພິ່ນແມ່ນແຕ່ບອກຜູ້ຂ້າວ່າຜູ້ຂ້າສາມາດແປພາສາໃຫ້ພຣະລາມະອົງໃດກໍໄດ້, ແຕ່ການເຮັດວຽກໃຫ້ອົງໜຶ່ງບໍ່ໄດ້ເຮັດໃຫ້ອົງນັ້ນເປັນພຣະອາຈານທາງສາສະໜາຂອງຜູ້ຂ້າ. ນີ້ແມ່ນຄວາມຈິງ, ເພິ່ນໄດ້ອະທິບາຍ, ເຖິງແມ່ນວ່າຜູ້ຂ້າຈະແປການມອບອຳນາດຕັນຕຣະ. ສິ່ງສຳຄັນແມ່ນທັດສະນະຄະຕິຂອງຄົນຕໍ່ພຣະອາຈານ.
ການຫຼີກລ່ຽງການບວດພຣະສົງຊາຍ ຫຼື ຍິງກ່ອນເວລາອັນຄວນ
ພຣະຣິນໂປເຊຍັງຮູ້ສຶກວ່າຊາວຕາເວັນຕົກຫຼາຍຄົນກ້າວເປັນພຣະສົງທັງຊາຍ ແລະ ຍິງໄວໂພດ, ໂດຍບໍ່ສຶກສາເບິ່ງວ່ານີ້ແມ່ນສິ່ງທີ່ເຂົາເຈົ້າຕ້ອງການຕະຫຼອດຊີວິດບໍ່. ສ່ວນຫຼາຍ, ເຂົາເຈົ້າຈະບໍ່ໄດ້ພິຈາລະນາວ່າການບວດນັ້ນຈະມີຜົນກະທົບແນວໃດກັບພໍ່ແມ່ຂອງ ຫຼື ວ່າເຂົາເຈົ້າຈະອູ້ມຊູຕົນເອງແນວໃດໃນອະນາຄົດ. ແນ່ນອນ, ຖ້າໃຜເປັນຄືກັບຜູ້ປະຕິບັດທີ່ຍິ່ງໃຫຍ່ທີ່ເສຍສະຫຼະໃນອາດີດ, ລາວກໍບໍ່ຈໍາເປັນຕ້ອງຄິດເຖິງປັດໄຈຕ່າງໆ ເຊັ່ນຄອບຄົວ ຫຼື ເງິນ. ແຕ່, ເຮົາຮູ້ຕົວເອງວ່າເຮົາເປັນພຣະມິລະເຣປະ ຫຼື ບໍ່.
ໃນບໍລິບົດນີ້, ພຣະຣິນໂປເຊໄດ້ອ້າງເຖິງຕົວຢ່າງຂອງພຣະດຣຸບກັງ ເກເລັກ-ກຍັດໂສ (Drubkang Geleg-gyatso) ເລື້ອຍໆ. ພຣະອາຈານໃຫຍ່ຊາວທິເບດອົງນີ້ຢາກເປັນພຣະສົງຕັ້ງແຕ່ໄວໜຸ່ມ, ແຕ່ຄອບຄົວຂອງເພິ່ນບໍ່ເຫັນດີ ແລະ ຮູ້ສຶກເສຍໃຈຫຼາຍ. ສະນັ້ນ ເພິ່ນຈຶ່ງຮັບໃຊ້ພໍ່ແມ່ຂອງເພິ່ນຢ່າງດີໃນຊ່ວງທີ່ເພິ່ນມີຊີວິດຢູ່ ແລະ ເມື່ອພວກເພິ່ນຕາຍໄປ ເພິ່ນກໍໄດ້ບໍລິຈາກມໍລະດົກຂອງເພິ່ນໃຫ້ບ່ອນທີ່ຄູ່ຄວນ. ແລ້ວຫຼັງຈາກນັ້ນເພິ່ນຈິ່ງໄດ້ບວດເປັນພຣະສົງ.
ພຣະຣິນໂປເຊເນັ້ນໜັກສະເໝີເຖິງການເຄົາຣົບ ແລະ ຮັບໃຊ້ພໍ່ແມ່ຂອງເຮົາ. ໃນຖານະທີ່ເປັນຊາວພຸດຕາເວັນຕົກ, ເຮົາເວົ້າຢ່າງໄວວາກ່ຽວກັບການຮັບຮູ້ວ່າທຸກຄົນເຄີຍເປັນແມ່ ແລະ ພໍ່ຂອງເຮົາໃນຊາດກ່ອນ ແລະ ການຕອບແທນຄວາມນ້ຳໃຈຂອງເພິ່ນ. ແຕ່, ໃນລະດັບສ່ວນຕົວ, ເຮົາຫຼາຍຄົນຍັງບໍ່ສາມາດເຂົ້າກັບພໍ່ແມ່ຂອງເຮົາໃນຊາດນີ້ຊ້ຳ. ພຣະຣິນໂປເຊໄດ້ສອນວ່າ: ການຮັບໃຊ້ ແລະ ມີນ້ຳໃຈຕໍ່ພໍ່ແມ່ຂອງເຮົາ, ແທ້ຈິງແລ້ວແມ່ນການປະຕິບັດທາງພຣະພຸດທະສາສະໜາອັນຍິ່ງໃຫຍ່.
ຖ້າໃຜສຶກສາຢ່າງລະອຽດກ່ອນແລ້ວຈິ່ງບວດເປັນພຣະສົງຊາຍ ຫຼື ຍິງ, ຫຼື ຖ້າໃຜໄດ້ບວດແລ້ວ, ພຣະຣິນໂປເຊອະທິບາຍວ່າບໍ່ໃຫ້ເຮັດແບບເຄິ່ງໆ ກາງໆ ຄືກັບເຈຍ. ເມື່ອເຈຍຢູ່ກັບນົກ ແລະ ບໍ່ຢາກເຮັດຕາມທີ່ນົກເຮົດ, ມັນຈະເວົ້າວ່າ: "ໂອ້, ຂ້ອຍເຮັດບໍ່ໄດ້. ຂ້ອຍມີແຂ້ວ." ໃນເວລາທີ່ຢູ່ກັບໜູ, ມັນຈະເວົ້າວ່າ, "ໂອ້, ຂ້ອຍເຮັດບໍ່ໄດ້. ຂ້ອຍມີປີກ." ການປະຕິບັດຄືຕົວຢ່າງນີ້ເປັນພຽງແຕ່ການໃຊ້ຜ້າເຫຼືອງເພື່ອຄວາມສະດວກ. ໃນເວລາທີ່ຄົນແບບນີ້ບໍ່ມັກກິດຈະກໍາທາງໂລກບາງອັນ ເຊັ່ນການຫາລ້ຽງຕົນເອງທາງດ້ານການເງິນ, ລາວຈະໃຊ້ຂໍ້ແກ້ຕົວຂອງຜ້າເຫຼືອງ. ເມື່ອລາວບໍ່ສົນໃຈໜ້າທີ່ຂອງວັດ ຫຼື ກິດຈະວັດຕ່າງໆ ເຊັ່ນ ການເຂົ້າຮ່ວມພິທີກຳດົນໆ ຫຼື ການເດີນທາງໃນຜ້າເຫຼືອງ, ລາວຈະໃຊ້ຂໍ້ອ້າງວ່າເປັນຊາວຕາເວັນຕົກ. ດັ່ງທີ່ພຣະຣິນໂປເຊມັກເວົ້າວ່າ "ເຈົ້າກຳລັງຕົວະໃຜ?"
ການເຂົ້າຝຶກປະຕິບັດທາງສາສະໜາບໍ່ແມ່ນຂໍ້ອ້າງໃນການບໍ່ເຮັດວຽກ
ພຣະຣິນໂປເຊອະທິບາຍວ່າ, ນີ້ບໍ່ໄດ້ຫມາຍຄວາມວ່ານັກປະຕິບັດທັມບໍ່ຄວນເຮັດວຽກ. ບໍ່ວ່າຈະເປັນຄະຣາວາດ ຫຼື ນັກບວດ, ທຸກຄົນຕ້ອງທາງປະຕິບັດ ແລະ ລົງຕົວຈິງ. ພຣະຣິນໂປເຊໄດ້ສອນວ່າວິທີທີ່ເຮົາຄອບຄອງຈິດໃຈ ແລະ ການປາກເວົ້າຂອງເຮົານັ້ນສໍາຄັນກວ່າວິທີທີ່ເຮົາຄອບຄອງຮ່າງກາຍ. ດັ່ງນັ້ນ, ເພິ່ນຈິ່ງໄດ້ແນະນໍາວຽກທີ່ໃຊ້ແຮງສໍາລັບນັກປະຕິບັດທີ່ເຂັ້ມງວດທີ່ຕ້ອງອູ້ມຊູຕົນເອງ. ໃນຂະນະທີ່ເຮັດວຽກ, ເຮົາສາມາດຈົ່ມມົນ ແລະ ເຜື່ອແຜ່ຄວາມຮູ້ສຶກອົບອຸ່ນ ແລະ ຄວາມຄິດທາງນ້ຳໃຈ. ຖ້າການຄິດເຖິງຄໍາສອນໃນເວລາເຮັດວຽກເປັນເລື່ອງຍາກເກີນໄປ ແລະ ເຮົາໄດ້ຮັບການເສີມອຳນາດຕັນຕຣະແລ້ວ, ຢ່າງໜ້ອຍເຮົາກໍສາມາດປະຕິຮູບພາບຂອງຕົນເອງໄດ້. ຕະຫຼອດວັນ, ເຮົາສາມາດພະຍາຍາມຈິນຕະນາການຕົວເຮົາເອງເປັນຮູບພຣະພຸດທະເຈົ້າ ແລະ ສະພາບແວດລ້ອມຂອງເຮົາເປັນດິນແດນບໍລິສຸດທີ່ເໝາະສໍາລັບການພັດທະນາທາງສາສະໜາຢ່າງສົມບູນແບບ. ຫຼັງຈາກນັ້ນ, ໃນຕອນເດິກເຊົ້າ ແລະ ຕອນກາງຄືນ, ເຮົາກໍສາມາດປະຕິບັດການນຶກພາບອັນເລິກແລບຂອງສາທະນາ. ພຣະຣິນໂປເຊເນັ້ນໜັກສະເໝີວ່າບໍ່ເຮັດໃຫ້ພຣະພຸດທະສາສະໜາແຍກອອກຈາກຊີວິດ.
ເປັນເວລາຫຼາຍປີ, ເທີເນີອາໄສຢູ່ປະເທດອັງກິດ, ຫວ່າງງານ, ອາໄສສະຫວັດດີການສັງຄົມ, ກັບເມຍ ແລະ ລູກສອງຄົນຂອງລາວ. ລາວໃຊ້ເວລາເກືອບທັງໝົດໃນການເຂົ້າວິເວກປະຕິບັດຢ່າງເຂັ້ມງວດ. ລາວຮູ້ສຶກວ່າເປັນຫຍັງຕ້ອງເສຍເວລາເຮັດວຽກເມື່ອຂ້ອຍສາມາດປະຕິບັດຄໍາສອນໄດ້? ກ່ອນໜ້ານີ້, ລາວໄດ້ຮັບພິທີກັມຈາກພຣະຣິນໂປເຊກ່ຽວກັບພຣະມະຫາການສີຂາວ (White Mahakala), ເຊິ່ງເປັນຮູບປົກຄອງແຫ່ງຄວາມຮັ່ງມີ, ແລະ ພາວະນາທຸກວັນຂໍໃຫ້ບັນຫາທາງດ້ານການເງິນຂອງລາວໄດ້ຮັບການແກ້ໄຂ. ພຣະຣິນໂປເຊບໍ່ພໍໃຈເລີຍ. ເພິ່ນບອກວ່າຄືກັບຄົນປ່ວຍມາພາວະນາຫາພຣະພຸດທະເຈົ້າແຫ່ງການປິ່ນປົວເພື່ອໃຫ້ຫາຍດີ, ແຕ່ບໍ່ຍອມກິນຢາຫຍັງເລີຍ. ເພິ່ນບອກເທີເນີໃຫ້ຫາວຽກເຮັດ ແລະ ປະຕິບັດເຂັ້ມຂຸ້ນຂອງລາວພຽງແຕ່ເວລາສັ້ນໆ ໃນຕອນເຊົ້າ ແລະ ຕອນກາງຄືນ. ຈາກນັ້ນ, ການຮຽກພຣະມະຫາການສີຂາວຈິ່ງຈະຊ່ວຍໃຫ້ວຽກງານຂອງລາວປະສົບຜົນສໍາເລັດທາງດ້ານການເງິນ.
ຕິດພັນກັບຕົວຈິງ ແລະ ມີປະສິທິພາບສະເໝີ
ພຣະຣິນໂປເຊມັກຄົນທີ່ຕິດພັນກັບຕົວຈິງ ແລະ ມີປະສິທິພາບ, ແລະ ບໍ່ລະເມີ. ດັ່ງນັ້ນ, ເພິ່ນຈິ່ງມັກໃຫ້ການປະຕິບັດ ແລະ ການສູດມົນສໍາເລັດໄວໆ. ຄັ້ງໜຶ່ງ, ລູກສິດຢູ່ສູນເກເຟລິງ (Gepheling Center) ໃນກຸງມິລານ, ປະເທດອີຕາລີ, ໄດ້ຂໍໃຫ້ພຣະຣິນໂປເຊນໍາພາການນັ່ງສະມາທິເພື່ອສະຫຼຸບການສອນຂອງເພິ່ນຢູ່ທີ່ນັ້ນກ່ຽວກັບເສັ້ນທາງປະຕິບັດທຳເປັນລຳດັບຂັ້ນ (ລຳ-ຣິມ) ແລະ ການປະຕິບັດຂອງພຣະອະວະໂລກິເຕສະວອນ (Avalokiteshvara). ພຣະຣິນໂປເຊຕົກລົງ ແລະ ບອກໃຫ້ພວກເຂົາສ້າງຕົວເອງເປັນຂອງພຣະອະວະໂລກິເຕສະວອນໂດຍຜ່ານຂະບວນການຫົກຊັ້ນ ແລະ ຫຼັງຈາກນັ້ນໃຫ້ນັ່ງສະມາທິກ່ຽວກັບຫຼາຍສິບຈຸດຂອງລຳ-ຣິມ, ແລະ ເຮັດທັງໝົດນີ້ໃນສອງນາທີ. ເມື່ອລູກສິດສະແດງຄວາມບໍ່ຢາກເຊື່ອ ແລະ ປະທ້ວງກ່ຽວກັບເວລາທີ່ສັ້ນເຫຼືອເກີນທີ່ເພິ່ນໄດ້ກຳນົດໃຫ້ເພື່ອເຮັດທັງຫມົດນີ້, ພຣະຣິນໂປເຊໄດ້ຜ່ອນຜັນ ແລະ ເວົ້າວ່າ: "ເອົາ, ຊັ້ນເຮັດສາມນາທີ." ຫຼັງຈາກນັ້ນເພິ່ນກໍໄດ້ອະທິບາຍວ່ານັກປະຕິບັດທີ່ດີສາມາດສຳເລັດລໍາ-ຣິມໄດ້ໃນເວລາດຽວກັບທີ່ເອົາຕີນເກາະໃສ່ອານມ້າ. ເມື່ອຄວາມຕາຍມາເຖິງ, ມັນບໍ່ມີເວລາທີ່ຈະມານັ່ງງາມໆ ແລະ ນຶກພາບໂດຍຜ່ານຂະບວນການເຊື່ອງຊ້າ, ຄ່ອຍໆ ໄດ້.
ການຕິດພັນກັບຄວາມຈິງໃນການປະຕິບັດທັມຂອງເຮົາ
ພຣະຣິນໂປເຊເນັ້ນໜັກເຖິງຄວາມຈໍາເປັນໃນການຕິດພັນກັບຕົວຈິງໃນທຸກດ້ານຂອງການປະຕິບັດພຣະພຸດທະສາສະໜາ. ອັນນີ້ຍິ່ງສໍາຄັນໂດຍສະເພາະຖ້າເຮົາປະນິທານເປັນພຣະໂພທິສັດທີ່ພະຍາຍາມໃຫ້ປະໂຫຍດແກ່ຜູ້ອື່ນ. ເຖິງວ່າຈາກເບື້ອງຕົນເອງເຮົາຕ້ອງເຕັມໃຈທີ່ຈະຊ່ວຍເຫຼືອສະເໝີ, ແຕ່ເຮົາຕ້ອງຈື່ໄວ້ວ່າການເປີດໃຈຂອງຜູ້ອື່ນໃນການຮັບການຊ່ວຍເຫຼືອຂອງເຮົານັ້ນ ແລະ ສຸດທ້າຍ, ຄວາມສໍາເລັດຂອງຄວາມພະຍາຍາມຂອງເຮົາກໍຂຶ້ນກັບຜົນກັມຂອງເຂົາເຈົ້າແດ່ - ຮູບແບບທີ່ຜ່ານມາທີ່ໄດ້ສ້າງເງື່ອນໄຂໃຫ້ຈິດໃຈຂອງເຂົາ. ດັ່ງນັ້ນ, ພຣະຣິນໂປເຊຈິ່ງເຕືອນບໍ່ໃຫ້ສະເໜີການຊ່ວຍເຫຼືອໃນເລື່ອງທີ່ບໍ່ກ່ຽວຂ້ອງກັບເຮົາ ຫຼື ໃນເວລາທີ່ຜູ້ອື່ນບໍ່ສົນໃຈທີ່ຈະໄດ້ຮັບການຊ່ວຍເຫຼືອຂອງເຮົາ. ການແຊກແຊງຂອງເຮົາພຽງແຕ່ຈະເຮັດໃຫ້ເກີດຄວາມຄຽດແຄ້ນ ແລະ, ຖ້າຫາກການຊ່ວຍເຫຼືອຂອງເຮົາລົ້ມເຫຼວ, ເຮົາກໍຈະໄດ້ຮັບການຕໍານິທັງໝົດຊ້ຳ.
ການບໍ່ສັນຍາເກີນກວ່າທີ່ເຮົາສາມາດເຮັດໄດ້
ດີທີ່ສຸດແມ່ນການຫຼີກລ້ຽງການດຶງດູດຄວາມສົນໃຈ. ເຮົາສາມາດແຈ້ງໃຫ້ຜູ້ອື່ນຮູ້ວ່າເຮົາເຕັມໃຈທີ່ຈະຊ່ວຍ ແລະ, ຖ້າເຂົາເຈົ້າຂໍ, ແນ່ນອນເຮົາອາດຈະເຂົ້າໄປກ່ຽວໃນເລື່ອງຂອງເຂົາ. ແຕ່, ເຮົາຈໍາເປັນຕ້ອງຫຼີກເວັ້ນການໂຄສະນາຕົນເອງເປັນ "ພຣະໂພທິສັດຮັບຈ້າງ." ດີທີ່ສຸດແມ່ນພຽງແຕ່ປະຕິບັດສະມາທິປະຈໍາວັນຂອງເຮົາ ແລະ ດໍາລົງຊີວິດຢ່າງຖ່ອມຕົນ. ພຣະຣິນໂປເຊໄດ້ເຕືອນໂດຍສະເພາະຕໍ່ການໃຫ້ຄຳໝັ້ນສັນຍາວ່າຈະເຮັດຫຼາຍກວ່າທີ່ເຮົາສາມາດເຮັດໄດ້ ຫຼື ປະກາດວ່າເຮົາຈະເຮັດ ຫຼື ສໍາເລັດບາງຢ່າງໃນອະນາຄົດ. ນີ້ມີແຕ່ຈະເຮັດໃຫ້ເກີດອຸປະສັກຫຼາຍຂຶ້ນ ແລະ, ໃນທີ່ສຸດ, ຖ້າເຮົາບໍ່ປະຕິບັດຕາມສິ່ງທີ່ເຮົາປະກາດໄວ້, ເຮົາຈະເຮັດໃຫ້ຕົນເອງເບິ່ງຄືໂງ່ ແລະ ສູນເສຍຄວາມເຊື່ອໝັ້ນທັງໝົດ.
ຈຸດນີ້ກ່ຽວກັບການບໍ່ໃຫ້ຄຳໝັ້ນສັນຍາທີ່ເກີນກວ່າທີ່ເຮົາສາມາດເຮັດໄດ້ ແມ່ນກ່ຽວຂ້ອງກັບຄວາມສຳພັນຂອງເຮົາກັບພຣະອາຈານ. ພຣະຣິນໂປເຊເວົ້າວ່າໃຫ້ປະຕິບັດຕາມຄໍາແນະນໍາຈາກ ບົດກອນຫ້າສິບຂໍ້ກ່ຽວກັບພຣະອາຈານທາງສາສະໜາ (Fifty Stanzas on the Spiritual Master)ຂອງພຮະອັດສະວະໂຄດ (Ashvaghosha) ສະເໝີ, ເຊິ່ງເພິ່ນໄດ້ສູດເປັນປະຈໍາທຸກວັນເປັນສ່ວນໜຶ່ງຂອງການປະຕິບັດສະມາທິຂອງເພິ່ນ. ຖ້າພຣະອາຈານຂອງເຮົາຂໍໃຫ້ເຮົາເຮັດບາງຢ່າງທີ່ເຮົາບໍ່ສາມາດເຮັດໄດ້, ເຮົາຈຳເປັນຕ້ອງອະທິບາຍຢ່າງຖ່ອມຕົວ ແລະ ສຸພາບວ່າເປັນຫຍັງເຮົາຈິ່ງບໍ່ສາມາດປະຕິບັດຕາມໄດ້. ພຣະຣິນໂປເຊໄດ້ເນັ້ນໜັກວ່າຈຸດຂອງຄວາມມຸ່ງໝັ້ນທີ່ເຕັມໃຈຕໍ່ພຣະອາຈານນັ້ນ ບໍ່ແມ່ນການເປັນທາດ ຫຼື ຫຸ່ນຍົນ, ແຕ່ເປັນການຮຽນຮູ້ທີ່ຈະຢືນດ້ວຍຂາຂອງຕົນເອງ, ຄິດເພື່ອຕົນເອງ, ແລະ ຕັດສະຮູ້. ຖ້າເຮົາບໍ່ສາມາດເຮັດຕາມທີ່ພຣະອາຈານແນະນຳ, ມັນກໍບໍ່ເຫມາະສົມໂດຍສິ້ນເຊີງທີ່ຈະຮູ້ສຶກຜິດເລີຍທີ່ເຮົາເຮັດໃຫ້ພຣະອາຈານຂອງເຮົາຜິດຫວັງ ແລະ ວ່າເຮົານັ້ນເປັນສານຸສິດທີ່ບໍ່ດີ. ພຣະອາຈານທີ່ດີຈະບໍ່ແມ່ນຄົນທີ່ຂົ່ມເຫັງໂດຍບໍ່ມີເຫດຜົນ.
ຖ້າເຮົາຕົກລົງທີ່ຈະເຮັດບາງຢ່າງສໍາລັບໃຜ, ບໍ່ວ່າຈະເປັນພຣະອາຈານຂອງເຮົາ ຫຼື ສໍາລັບຜູ້ອື່ນ, ພຣະຣິນໂປເຊແນະນໍາໃຫ້ເຮັດໃຫ້ທຸກຢ່າງຊັດເຈນຕັ້ງແຕ່ຕົ້ນ. ເຮົາຈະມີຄວາມສ່ຽງຕໍ່ໄພພິບັດຖ້າເຮົາຕົກລົງຄືກັບຄົນໂງ່ທີ່ເຮັດດີ ແລ້ວຫຼັງຈາກນັ້ນ, ໃນຂະນະທີ່ລົງມືຢູ່ ຫຼື ຫຼັງຈາກສໍາເລັດແລ້ວ, ປະກາດພາຍຫຼັງວ່າເຮົາຄາດຫວັງວ່າບາງຢ່າງຕອບແທນ. ພຣະຣິນໂປເຊໄດ້ສອນວ່າຖ້າເຮົາປະຕິບັດໄດ້ ແລະ ຕິດແທດກັບຄວາມເປັນຈິງ, ແລະ ຄິດສິ່ງຕ່າງໆ ກ່ອນລ່ວງໜ້າ, ແລ້ວເລື່ອງທາງໂລກ ແລະ ທາງສາສະໜາກໍຈະໄປດ້ວຍດີ. ຖ້າວ່າເຮົາບໍ່ປະຕິບັດ ແລະ ບໍ່ຕິດແທດກັບຄວາມເປັນຈິງ, ແລະ ຟ້າວແລ່ນເຂົ້າໃສ່ສິ່ງຕ່າງໆ ໂດຍບໍ່ມີຈິດສຳນຶກ, ກໍຈະບໍ່ສໍາເລັດທັງສອງ.
ຄຳແນະນຳສຳລັບສູນພຣະພຸດທະສາສະໜາ
ພຣະຣິນໂປເຊໄດ້ແນະນໍາວິທີການດຽວກັນໃຫ້ກັບສູນພຣະພຸດທະສາສະໜາທາງຕາເວັນຕົກ. ເພິ່ນບອກໃຫ້ຫຼີກລ່ຽງການເຮັດໃຫຍ່ຫຼາຍຈົນພາໃຫ້ຕົນເອງມີໜີ້ສິນ ແລະ ໃຫ້ສັນຍາວ່າຈະເຮັດໂຄງການທີ່ຕົນບໍ່ສາມາດປະຕິບັດໄດ້ ຫຼື ໄດ້ສໍາເລັດ. ເພິ່ນໄດ້ບອກວ່າໃຫ້ເລີ່ມນ້ອຍໆ ແລະ ບໍ່ໂອ້ອວດ, ແລະ ຕ້ານຄວາມຢາກທີ່ຈະຊອກຕັ້ງຢູ່ໃນເຂດຊົນນະບົດຫ່າງໄກສອກຫຼີກ. ສູນພຣະພຸດທະສາສະໜາຕ້ອງສ້າງຄວາມສະດວກໃຫ້ຊາວເມືອງສາມາດເຂົ້າໄປຫາໄດ້ ແລະ ໃຫ້ຜູ້ອາໄສຢູ່ນັ້ນໄປຊອກວຽກເຮັດງານທຳຢູ່ໃກ້ໆ ໄດ້. ທາງກຸ່ມສາມາດຂາຍທີ່ຕັ້ງສູນໄດ້ຕະຫຼອດເວລາ ແລະ ຊື້ບ່ອນທີ່ໃຫຍ່ກວ່າເກົ່າຖ້າຈຳເປັນ, ແຕ່ທັງໝົດທັງມວນກໍຕ້ອງແມ່ນໃນເວລາທີ່ເໝາະສົມ.
ຈຸດປະສົງຂອງສູນກາງພຣະພຸດທະສາສະໜາບໍ່ແມ່ນເພື່ອດຶງດູດຝູງຊົນຂະໜາດໃຫຍ່ດ້ວຍການໂຄສະນາເກີນຈິງຄືສໍາລັບໂຮງກາຍະສິນ. ພຣະຣິນໂປເຊມັກກຸ່ມນ້ອຍໆ ຂອງລູກສິດທີ່ຈິງໃຈ. ຍິ່ງໄປກວ່ານັ້ນ, ໃນການເລືອກພຣະອາຈານ, ຈຸດຕົ້ນຕໍບໍ່ແມ່ນຄວາມບັນເທີງຂອງເພິ່ນ ຫຼື ເລື່ອງຕາຫຼົກທີ່ເພິ່ນເລົ່າ. ຖ້າເຮົາຢາກໄດ້ຫົວ ຫຼື ເຫັນແນວແປກໆ, ເຮົາຄວນໄປເບິ່ງໂຕຕາຫຼົກໃນໂຮງກາຍະສິນ ຫຼື ໄປເບິ່ງການສະແດງອ້ອມແອ້ມເອົາກໍໄດ້.