ການປະຕິບັດທັມພື້ນຖານກວມເອົາການຝຶກຕົນເອງໃນສາມດ້ານ. ເຮົາສາມາດຝຶກເພື່ອແກ້ບັນຫາ ແລະ ຄວາມທຸກທໍລະມານຂອງເຮົາເອງ, ຍ້ອນຄວາມຫ່ວງໄຍຕໍ່ສະຫວັດດີການຂອງເຮົາເອງ. ຫຼື ເຮົາສາມາດຝຶກດ້ວຍຄວາມເມດຕາ ແລະ ຄວາມເຫັນໃຈເພື່ອເປັນປະໂຫຍດສຳລັບຜູ້ອື່ນ.
ການຝຶກທັງສາມຢ່າງມີຫຍັງແດ່?
- ວິໄນຈັນຍາທັມ - ຄວາມສາມາດໃນການລະເວັ້ນຈາກພຶດຕິກຳມ້າງເພ. ວິທີທີ່ເຮົາຈະພັດທະນາສິ່ງນີ້ໄດ້ແມ່ນການມີພຶດຕິກຳກໍ່ສ້າງ. ການຝຶກອັນທີໜຶ່ງນີ້ແມ່ນກ່ຽວກັບວິໄນຕົນເອງ - ເຮົາບໍ່ໄດ້ກຳລັງພະຍາຍາມສ້າງວິໄນໃຫ້ຄົນອື່ນ.
- ສະມາທິ - ຄວາມສາມາດໃນການສຸມຈິດໃຈຂອງເຮົາເພື່ອທີ່ວ່າເຮົາຈະບໍ່ປະສົບກັບຈິດໃຈທີ່ລ່ອງລອຍໄປກັບຄວາມຄິດພາຍນອກຕ່າງໆ. ເຮົາເຮັດໃຫ້ຈິດໃຈຂອງເຮົາແຫຼມຄົມ ແລະ ມີຈຸດສຸມ, ບໍ່ປັນຍາທຶບໄດ້. ນອກຈາກຄວາມໝັ້ນຄົງທາງຈິດໃຈແລ້ວ, ຍັງຈຳເປັນທີ່ຈະຕ້ອງພັດທະນາຄວາມໝັ້ນຄົງທາງອາລົມ, ເພື່ອທີ່ວ່າຈິດໃຈຂອງເຮົາຈະບໍ່ຖືກຄອບງຳໂດຍຄວາມໂມໂຫ, ຄວາມຍຶດຕິດ, ຄວາມອິດສາ ແລະ ອື່ນໆ.
- ການຈຳແນກຈິດສຳນຶກ - ຄວາມສາມາດຈຳແນກ ຫຼື ແຍກແຍະລະຫວ່າງສິ່ງທີ່ຄວນຮັບເອົາ ແລະ ສິ່ງທີ່ຄວນຖິ້ມ. ດັ່ງເວລາເຮົາໄປຊື້ຜັກ, ເຮົາເລືອກ, “ອັນນີ້ຄືບໍ່ງາມ, ແຕ່ອັນນັ້ນງາມກວ່າ.” ໃນທີ່ນີ້, ເຮົາເລືອກໃນແບບພຶດຕິກຳ - ສິ່ງທີ່ບໍ່ເໝາະ ແລະ ສິ່ງທີ່ເໝາະ, ຂຶ້ນກັບສະຖານະການທີ່ເຮົາຢູ່, ແລະ ຄົນທີ່ເຮົາຢູ່ນຳ. ໃນລະດັບເລິກກວ່ານັ້ນ, ເຮົາຈຳແນກລະຫວ່າງສິ່ງທີ່ເປັນຈິງແທ້ ແລະ ສິ່ງທີ່ເປັນພຽງມະໂນພາບຂອງເຮົາເອງ.
ພຣະພຸດທະວິທະຍາສາດ, ພຣະພຸດທະປັດຊະຍາ ແລະ ພຣະພຸດທະສາສະໜາ
ບໍ່ວ່າເຮົາຈະຝຶກທັງສາມຢ່າງນີ້ສຳລັບປະໂຫຍດຂອງຕົນເອງ ຫຼື ປະໂຫຍດຂອງຜູ້ອື່ນ, ເຮົາກໍສາມາດເຂົ້າຫາທັງສາມໄດ້ຈາກສອງມຸມມອງ. ທັງສອງມຸມມອງນີ້ເກີດຈາກການແຍກແຍະທີ່ອົງພຣະດາໄລ ລາມະ ໄດ້ກ່າວໄວ້ໃຫ້ຜູ້ມາຟັງ. ຢູ່ທີ່ນັ້ນ, ພຣະອົງໄດ້ອະທິບາຍກ່ຽວກັບພຣະພຸດທະສາສະໜາວ່າມີສາມສ່ວນ: ພຣະພຸດທະວິທະຍາສາດ, ພຣະພຸດທະປັດຊະຍາ ແລະ ພຣະພຸດທະສາສະໜາ.
ພຣະພຸດທະວິທະຍາສາດ ສ່ວນໃຫຍ່ໝາຍເຖິງວິທະຍາສາດຂອງຈິດ - ມັນເຮັດວຽກແນວໃດ, ອາລົມຂອງເຮົາ, ແລະ ສິ່ງທີ່ອົງພຣະດາໄລ ລາມະ ມັກເອີ້ນວ່າສຸຂະຈິດໃຈ ແລະ ສຸຂະອາລົມ. ພຣະພຸດທະສາສະໜາມີການວິເຄາະລະອຽດກ່ຽວກັບພາວະອາລົມຕ່າງໆ ແລະ ວິທີທີ່ມັນເຮັດວຽກ ແລະ ໄປນຳກັນ.
ກວມລວມຢູ່ໃນພຣະພຸດທະວິທະຍາສາດຍັງມີ:
- ວິທະຍາສາດສະໝອງ - ຄວາມເຂົ້າໃຈຂອງເຮົາເຮັດວຽກແນວໃດ, ທຳມະຊາດຂອງສະຕິ, ແລະ ວິທີຝຶກຕ່າງໆ ທີ່ຈະຊ່ວຍເຮົາພັດທະນາສະມາທິ
- ການກຳເນີດຈັກກະວານ - ການວິເຄາະລະອຽດກ່ຽວກັບຈຸດເລີ່ມຕົ້ນ, ການດຳລົງ, ແລະ ຈຸດຈົບຂອງຈັກກະວານ
- ວັດຖຸ - ການວິເຄາະລະອຽດກ່ຽວກັບການເຮັດວຽກຂອງວັດຖຸ, ພະລັງງານ, ອະນຸພາກອາຕອມ, ແລະ ອື່ນໆ
- ການແພດ - ວິທີເຮັດວຽກຂອງພະລັງງານໃນຮ່າງກາຍ.
ໃຜກໍສາມາດສຶກສາ, ຮ່ຳຮຽນ ແລະ ດຶງເອົາປະໂຫຍດຈາກຫົວຂໍ້ຂ້າງເທິງໄດ້, ແລະ ອົງພຣະດາໄລ ລາມະ ກໍມັກສົນທະນາກັບນັກວິທະຍາສາດກ່ຽວກັບບັນຫາເຫຼົ່ານີ້ເລື້ອຍໆ.
ພະແນກທີສອງ, ພຣະພຸດທະປັດຊະຍາ, ກວມເອົາສິ່ງຕ່າງໆ ເຊັ່ນ:
- ຈັນຍາທັມ - ການສົນທະນາກ່ຽວກັບຄຸນຄ່າພື້ນຖານຂອງມະນຸດເປັນຕົ້ນແມ່ນຄວາມເມດຕາ ແລະ ຄວາມເອື້ອເຟື້ອເຜື່ອແຜ່ ທີ່ບໍ່ຈຳເປັນຕ້ອງກ່ຽວກັບສາສະໜາ, ແລະ ທີ່ໃຜກໍສາມາດຮັບປະໂຫຍດນຳໄດ້.
- ຕັກກະວິທະຍາ ແລະ ອະພິປັດຊະຍາ - ການນຳສະເໜີລະອຽດກ່ຽວກັບຊຸດທິດສະດີ, ສາກົນ, ລາຍລະອຽດ, ຄຸນສົມບັດ, ລັກສະນະສະເພາະ ແລະ ອື່ນໆ, ການພົວພັນກັນຂອງສິ່ງເຫຼົ່ານີ້ ແລະ ເຮົາຮູ້ມັນໄດ້ແນວໃດ.
- ເຫດ ແລະ ຜົນ - ການວິເຄາະລະອຽດກ່ຽວກັບສາເຫດ, ຄວາມເປັນຈິງແມ່ນຫຍັງ, ແລະ ວິທີທີ່ມະໂນພາບຂອງເຮົາບິດເບືອນຄວາມເປັນຈິງ.
ອີກເທື່ອໜຶ່ງ, ພຣະພຸດທະປັດຊະຍາບໍ່ຈຳເປັນວ່າຈະຈຳກັດຢູ່ກັບຊາວພຸດ, ແຕ່ເປັນສິ່ງທີ່ທຸກຄົນສາມາດຮັບປະໂຫຍດນຳໄດ້.
ພະແນກທີສາມ, ພຣະພຸດທະສາສະໜາ, ກວມເອົາຂອບເຂດຕົວຈິງຂອງການປະຕິບັດທັມ ແລະ ຈິ່ງປະກອບດ້ວຍສິ່ງຕ່າງໆ ເຊັ່ນ ກັມ, ການກັບຊາດມາເກີດ, ການປະຕິບັດພິທິກັມ, ມົນ ແລະ ອື່ນໆ. ສະນັ້ນ ມັນຈິ່ງສະເພາະເຈາະຈົງຕໍ່ຜູ້ທີ່ປະຕິບັດຕາມເສັ້ນທາງພຣະພຸດທະສາສະໜາ.
ກັນຝຶກສາມປະການນີ້ສາມາດນຳສະເໜີງ່າຍໆ ໃນແງ່ຂອງພຣະພຸດທະວິທະຍາສາດ ແລະ ປັດຊະຍາ, ເຮັດໃຫ້ສາມາດນຳໃຊ້ໄດ້ ແລະ ເໝາະສົມກັບທຸກຄົນ, ຫຼື ສາມາດນຳສະເໜີທັງໃນແງ່ນັ້ນ ແລະ ແງ່ຂອງພຣະພຸດທະສາສະໜາ. ສິ່ງນີ້ສອດຄ່ອງກັບພະແນກທີ່ເຮົາເອີ້ນວ່າ “ພຣະທັມທີ່ເຂົ້າໃຈງ່າຍ” ແລະ “ພຣະທັມອັນແທ້ຈິງ.”
- ພຣະທັມທີ່ເຂົ້າໃຈງ່າຍ - ວິທີການປະຕິບັດຈາກພຣະພຸດທະວິທະຍາສາດ ແລະ ປັດຊະຍາພຽງເພື່ອການຍົກລະດັບຊີວິດໃນຊາດນີ້.
- ພຣະທັມອັນແທ້ຈິງ - ການຮັບເອົາ ການຝຶກສາມປະການເພື່ອສາມເປົ້າໝາຍພຣະພຸດທະສາສະໜາ: ການກັບມາເກີດໃໝ່ທີ່ດີກວ່າ, ການຫຼຸດພົ້ນຈາກການກັບມາເກີດ, ແລະ ການຕັດສະຮູ້.
ເມື່ອເຮົາເວົ້າເຖິງພຣະທັມທີ່ເຂົ້າໃຈງ່າຍ, ໂດຍທົ່ວໄປຈະເປັນໃນແງ່ຂອງການເປັນບາດກ້າວທຳອິດສຳລັບພຣະທັມອັນແທ້ຈິງ, ເພາະເຮົາຕ້ອງຮັບຮູ້ເຖິງຄວາມຈຳເປັນທີ່ຈະຍົກລະດັບຊີວິດທຳມະດາຂອງເຮົາກ່ອນທີ່ເຮົາຈະສາມາດຄິດກ້າວໄປເຖິງເປົ້າໝາຍຈິດວິນຍານ. ແຕ່ພຣະພຸດທະວິທະຍາສາດ ແລະ ປັດຊະຍາ ບໍ່ຈຳເປັນວ່າຈະແມ່ນພື້ນຖານຂອງພຣະພຸດທະສາສະໜາ, ສະນັ້ນ ເຮົາສາມາດເບິ່ງວິທີທີ່ຈະໃຊ້ການຝຶກສາມປະການເພື່ອຍົກລະດັບຊີວິດເຮົາ, ບໍ່ວ່າເຮົາຈະຄິດໃນແງ່ຂອງພື້ນຖານເສັ້ນທາງພຣະພຸດທະສາສະໜາ, ຫຼື ໃນແງ່ທົ່ວໄປ.
ອະລິຍະສັດສີ່ປະການ
ຈາກພຣະພຸດທະປັດຊະຍາ, ເຮົາມີການນຳສະເໜີລວມກ່ຽວກັບວິທີການເຮັດວຽກຂອງແນວຄວາມຄິດພຣະພຸດທະສາສະໜາ, ເຊິ່ງໂດຍທົ່ວໄປເອີ້ນວ່າ ອະລິຍະສັດສີ່ປະການ. ເຮົາສາມາດຄິດວ່າມັນເປັນຄວາມຈິງສີ່ປະການຂອງຊີວິດກໍໄດ້, ຄືດັ່ງນີ້:
- ເມື່ອເບິ່ງຈາກຄວາມທຸກທໍລະມານ ແລະ ບັນຫາທີ່ເຮົາທັງໝົດພົບ, ຄວາມຈິງອັນທຳອິດແມ່ນວ່າ ຊີວິດນີ້ຍາກ.
- ຄວາມຈິງອັນທີສອງແມ່ນວ່າ ບັນຫາຂອງເຮົາໃນຊີວິດນີ້ມາຈາກສາເຫດ.
- ຄວາມຈິງອັນທີສາມແມ່ນວ່າ ເຮົາສາມາດຢຸດບັນຫາເຫຼົ່ານີ້ໄດ້; ເຮົາບໍ່ຕ້ອງປິດປາກ ແລະ ຮັບບັນຫາຂອງເຮົາ, ເຮົາສາມາດແກ້ມັນໄດ້.
- ຄວາມຈິງອັນທີສີ່ແມ່ນວ່າ ເຮົາຕັດບັນຫາຂອງເຮົາໂດຍການລົບລ້າງສາເຫດ. ເຮົາເຮັດສິ່ງນີ້ໄດ້ໂດຍການປະຕິບັດຕາມເສັ້ນທາງຂອງຄວາມເຂົ້າໃຈທີ່ໃຫ້ຄຳແນະນຳກ່ຽວກັບວິທີປະພຶດ, ເວົ້າ ແລະ ອື່ນໆ.
ສະນັ້ນ, ຖ້າວິທີທີ່ເຮົາປະພຶດ ຫຼື ເວົ້າ ເປັນສາເຫດຂອງບັນຫາຂອງເຮົາ, ເຮົາຕ້ອງປ່ຽນສິ່ງນັ້ນ. ການຝຶກສາມປະການນີ້ເປັນສ່ວນໜຶ່ງຂອງສິ່ງທີ່ເຮົາຕ້ອງການເພື່ອຕັດສາເຫດຂອງບັນຫາຂອງເຮົາ. ສິ່ງນີ້ເປັນວິທີທີ່ມີປະໂຫຍດຫຼາຍໃນການເຂົ້າໃຈສາມການຝຶກ, ເພາະມັນຊີ້ບອກວ່າເປັນຫຍັງເຮົາຈິ່ງຝຶກມັນ. ສະນັ້ນ, ຖ້າເຮົາມີບັນຫາໃນຊີວິດ, ເຮົາຈະເບິ່ງວ່າ:
- ມີບັນຫາໃນວິໄນຈັນຍາທັມຂອງເຮົາບໍ່, ວິທີທີ່ເຮົາປະພຶດ ແລະ ເວົ້າບໍ່?
- ມີບັນຫາໃນການທຳສະມາທິຂອງເຮົາບໍ - ເຮົາໃຈລອຍບໍ, ເຮົາມີອາລົມວຸ່ນວາຍບໍ?
- ໂດຍສະເພາະແລ້ວ, ເຮົາມີບັນຫາໃນວິທີທີ່ເຮົາແຍກລະຫວ່າງຄວາມເປັນຈິງກັບມະໂນພາບຝັ່ນເຟືອນຂອງເຮົາບໍ່?
ເຮົາສາມາດປະຍຸກໃຊ້ສິ່ງນີ້ແຕ່ໃນຊີວິດທົ່ວໄປຂອງເຮົາໃນຊາດນີ້, ຫຼື ສາມາດຢືດຕໍ່ໄປໃຊ້ກັບບັນຫາທີ່ເຮົາອາດພົບພໍ້ໃນຊາດໜ້າກໍໄດ້. ໃນລະດັບມືໃໝ່, ເຮົາຄວນພິຈາລະນາການຝຶກເຫຼົ່ານີ້ແຕ່ໃນແງ່ຂອງຊີວິດປະຈຳວັນຂອງເຮົາ: ມັນຈະຊ່ວຍເຮົາແນວໃດ? ເຮົາກຳລັງເຮັດຫຍັງແດ່ທີ່ພາໃຫ້ເກີດບັນຫາຂອງເຮົາ? ເຮົາເຮັດຫຍັງໄດ້ແດ່ເພື່ອຫຼຸດຜ່ອນບັນຫາ?
ສາເຫດຂອງຄວາມທຸກທໍລະມານ
ຈາກມຸມມອງຂອງພຣະພຸດທະປັດຊະຍາ, ສາເຫດຂອງຄວາມທຸກທໍລະມານຂອງເຮົາແມ່ນຄວາມບໍ່ຮູ້. ເຮົາບໍ່ຮູ້, ຫຼື ສັບສົນກັບສອງສິ່ງໂດຍສະເພາະ.
ສິ່ງທຳອິດທີ່ເຮົາບໍ່ຮູ້ແມ່ນ ເຫດ ແລະ ຜົນ, ໂດຍສະເພາະໃນແງ່ຂອງພຶດຕິກຳຂອງເຮົາ. ຖ້າເຮົາມີອາລົມລົບກວນ, ເປັນຕົ້ນແມ່ນຄວາມໂມໂຫ, ຄວາມໂລບ, ຄວາມຍຶດຕິດ, ຄວາມຖືຕົວ, ຄວາມອິດສາ ແລະ ອື່ນໆ, ເຮົາຈະປະພຶດໃນທາງມ້າງເພ. ເຮົາໂມໂຫ ແລະ ຮ້ອງດ່າຄົນ, ເຮົາອິດສາ ແລະ ພະຍາຍາມທຳຮ້າຍຄົນ, ເຮົາຍຶດຕິດ ແລະ ເກາະຫ້ອຍຄົນ - ທັງໝົດນີ້ພາໃຫ້ເກີດບັນຫາຂອງເຮົາ. ຍ້ອນອາລົມເຫຼົ່ານີ້ພາໃຫ້ເຮົາປະພຶດແບບມ້າງເພ, ຫຼື ໃນທາງມ້າງເພຕົນເອງ, ຜົນສຸດທ້າຍກໍຈະແມ່ນຄວາມບໍ່ເປັນສຸກ.
ມັນມີປະໂຫຍດທີ່ຈະເບິ່ງນິຍາມຂອງອາລົມລົບກວນ. ມັນເປັນພາວະຈິດໃຈທີ່, ເມື່ອມັນເກີດຂຶ້ນ, ຈະພາໃຫ້ເຮົາສູນເສຍຄວາມສະຫງົບຂອງຈິດໃຈ ແລະ ການຄວບຄຸມຕົນເອງ. ເມື່ອເຮົາຮ້ອງດ່າໃຜດ້ວຍຄວາມໂມໂຫ, ມັນອາດສ້າງຄວາມເສຍໃຈໃຫ້ເຂົາ ຫຼື ອາດບໍ່ສ້າງ. ເຂົາອາດບໍ່ໄດ້ຍິນໃນສິ່ງທີ່ເຮົາເວົ້າຊ້ຳ, ຫຼື ເຂົາອາດພຽງແຕ່ຫົວ ແລະ ຄິດວ່າເຮົາໂງ່. ແຕ່ເຮົາພັດສູນເສຍຄວາມສະຫງົບຂອງຈິດໃຈ, ແລະ ເຮົາກໍອາລົມເສຍ, ເຊິ່ງສ່ວນຫຼາຍຈະຄົງຢູ່ຫຼັງຈາກຮ້ອງດ່າເຂົາໄປແລ້ວ. ມັນເປັນປະສົບການທີ່ບໍ່ເປັນສຸກ. ແລະຍ້ອນວ່າເຮົາໄດ້ເສຍການຄວບຄຸມຕົນເອງ, ເຮົາຈິ່ງໄດ້ເວົ້າໃນສິ່ງທີ່ເຮົາອາດກິນແໜງພາຍຫຼັງ.
ເຮົາປະພຶດແນວນີ້ຍ້ອນ:
- ເຮົາບໍ່ເຂົ້າໃຈເຫດ ແລະ ຜົນແທ້ໆ. ເຮົາມັກຈະບໍ່ເຂົ້າໃຈວ່າຖ້າເຮົາປະພຶດໃນທາງໃດໜຶ່ງ, ພາຍໃຕ້ອິດທິພົນຂອງອາລົມລົບກວນໃດໜຶ່ງ, ມັນຈະນຳຄວາມບໍ່ເປັນສຸກມາໃຫ້ເຮົາ.
- ຫຼື, ເຮົາສັບສົນກ່ຽວກັບເຫດ ແລະ ຜົນ ແລະ ເຂົ້າໃຈມັນໃນທາງກົງກັນຂ້າມ. ເຮົາມັກຄິດວ່າ, “ເອີ, ຖ້າເຮົາຮ້ອງດ່າຄົນຜູ້ນີ້ແລ້ວ ມັນຈະເຮັດໃຫ້ເຮົາຮູ້ສຶກດີຂຶ້ນ,” ເຊິ່ງແນ່ນອນ, ມັນບໍ່ເປັນແນວນັ້ນແທ້. ຫຼື, ເມື່ອເຮົາຍຶດຕິດກັບບາງຄົນເຮົາອາດເວົ້າວ່າ, “ເປັນຫຍັງເຈົ້າບໍ່ໂທຫາ, ຫຼື ມາຫາຂ້ອຍເລື້ອຍຂຶ້ນ?” ເຊິ່ງສ່ວນຫຼາຍຈະຜັກດັນເຂົາໃຫ້ຫ່າງອອກ, ບໍ່ແມ່ນບໍ? ເຮົາບໍ່ບັນລຸສິ່ງທີ່ເຮົາຢາກໄດ້, ຍ້ອນເຮົາສັບສົນກ່ຽວກັບວິທີການເຮັດວຽກຂອງເຫດ ແລະ ຜົນ.
ຄວາມບໍ່ຮູ້ປະເພດທີສອງທີ່ເຮົາມີແມ່ນ ໃນແງ່ຂອງຄວາມເປັນຈິງ. ຍ້ອນເຮົາສັບສົນກ່ຽວກັບຄວາມເປັນຈິງ, ເຮົາຈິ່ງມີທັດສະນະຄະຕິລົບກວນ. ຕົວຢ່າງຂອງສິ່ງນີ້ອາດແມ່ນຄວາມກັງວົນຢູ່ແຕ່ກັບຕົນເອງ, ຄືເຮົາຈະຄິດຫາຕົນເອງຕະຫຼອດເວລາ. ມັນອາດເປັນການຕັດສິນຕົນເອງ, ເພາະມັນສາມາດກ້ຽວວຽນໄປເປັນພະຍາດແນວໜຶ່ງທີ່ເຮົາຮູ້ສຶກວ່າເຮົາຕ້ອງສົມບູນແບບ. ເຖິງແມ່ນວ່າເຮົາຈະປະພຶດໃນທາງກໍ່ສ້າງ, ພະຍາຍາມສົມບູນແບບ, ຈັດລະບຽບໃຫ້ທຸກຢ່າງ - ມັນຈະກາຍເປັນການກະທຳທີ່ບັງຄັບຕົນເອງບໍ່ໄດ້. ເຖິງວ່າເຮົາອາດມີຄວາມສຸກຊົ່ວເວລາໜຶ່ງ, ມັນຈະປ່ຽນໄວໃຫ້ເປັນຄວາມບໍ່ພໍໃຈ, ຍ້ອນເຮົາຈະຍັງຄິດວ່າ “ເຮົາບໍ່ດີພໍ,” ແລະ ຈະຜັກດັນຕົນເອງໃຫ້ດີຂຶ້ນ.
ລອງເບິ່ງຕົວຢ່າງຂອງຄົນທີ່ບ້າຄວາມສະອາດ - ຄົນທີ່ສົມບູນແບບເມື່ອເວົ້າເລື່ອງການທຳຄວາມສະອາດເຮືອນຂອງເຂົາ. ເຂົາມີຄວາມເຂົ້າໃຈທີ່ຜິດວ່າເຂົາສາມາດຄວບຄຸມທຸກສິ່ງໄດ້ ແລະ ຮັກສາໃຫ້ມັນສະອາດ ແລະ ເປັນລະບຽບຕະຫຼອດ. ມັນເປັນໄປບໍ່ໄດ້! ເຮົາເຮັດໃຫ້ທຸກຢ່າງສະອາດ, ເຮົາເຮັດໃຫ້ມັນສົມບູນແບບ, ເຮົາຮູ້ສຶກດີ, ແລະແລ້ວເດັກນ້ອຍມາເຮືອນ ແລະ ເຮັດໃຫ້ທຸກຢ່າງຫຍຸ້ງເຫຍີງ; ເຮົາຮູ້ສຶກບໍ່ພໍໃຈ ແລະ ຕ້ອງທຳຄວາມສະອາດອີກ. ໃນທາງນີ້ມັນກາຍເປັນການບັງຄັບຕົນເອງບໍ່ໄດ້. ແລະທຸກຄັ້ງທີ່ເຮົາຮູ້ສຶກເປັນສຸກໜ້ອຍໜຶ່ງ, “ອາ, ບາດນີ້ທຸກຢ່າງເປັນລະບຽບແລ້ວ” - ຄວາມຮູ້ສຶກນີ້ຈະຈາກໄປຢ່າງໄວວາ. ມັນຈະມີຈຸດໃດໜຶ່ງທີ່ເຮົາລືມເຊັດ!
ໂດຍການລຶ້ມພາວາຈິດໃຈອັນນີ້ໄປມາ, ບໍ່ວ່າຈະເປັນອາລົມລົບກວນ ຫຼື ທັດສະນະຄະຕິລົບກວນ, ແລະ ຈາກການລຶ້ມພຶດຕິກຳແບບບັງຄັບບໍ່ໄດ້ປະເພດນີ້, ເຮົາຈະໄດ້ສິ່ງທີ່ເອີ້ນວ່າ “ຄວາມທຸກທໍລະມານທີ່ແຜ່ຂະຫຍາຍໄປທົ່ວ.” ມັນເປັນວິທີທີ່ເຮົາສ້າງນິໄສເພື່ອທີ່ວ່າມັນຈະເຮັດໃຫ້ບັນຫາຂອງເຮົາຄົງຢູ່ຕະຫຼອດໄປ.
ມັນບໍ່ພຽງແຕ່ກະທົບເຮົາທາງຈິດໃຈເທົ່ານັ້ນ, ແຕ່ທາງຮ່າງກາຍເຊັ່ນກັນ. ຕົວຢ່າງ: ຖ້າເຮົາໂມໂຫຢູ່ຕະຫຼອດ, ເຮົາຍັງຈະເປັນຄວາມດັນສູງ, ແລ້ວເຮົາຈະບໍ່ສະບາຍຍ້ອນຄວາມກັງວົນ, ແລະ ອື່ນໆ. ຫຼື, ຖ້າເຮົາບ້າເຮັດຄວາມສະອາດ, ເຮົາຈະຜ່ອນຄາຍຍາກ. ເຮົາຈະເຄັ່ງຕຶງຢູ່ຕະຫຼອດ ເພາະທຸກຢ່າງຈະຕ້ອງສົມບູນແບບ, ແຕ່ບໍ່ມີສິ່ງໃດເປັນແນວນັ້ນຢູ່ຕະຫຼອດ.
ການຝຶກສາມປະການຊ່ວຍກຳຈັດສາເຫດຂອງບັນຫາຂອງເຮົາແນວໃດ
ສິ່ງທີ່ເຮົາຕ້ອງການແທ້ໆ ແມ່ນການຝຶກສາມປະການ:
- ເຮົາຕ້ອງການ ຈິດສຳນຶກມີການຈຳແນກ ເພື່ອຕັດຄວາມສັບສົນຂອງເຮົາ. ຕົວຢ່າງ, ເມື່ອເວົ້າເຖິງການເປັນຄົນບ້າເຮັດຄວາມສະອາດ, ຄືເຮົາມີຈິນຕະນາການວ່າ “ທຸກຢ່າງຕ້ອງສົມບູນແບບ ແລະ ສະອາດສະເໝີ ແລະ ເຮົາຕ້ອງຄວບຄຸມທຸກຢ່າງ,” ເຮົາປ່ຽນເປັນ “ແນ່ນອນວ່າເຮືອນເຮົາຈະເປື້ອນ, ບໍ່ມີໃຜສາມາດຄວບຄຸມໄດ້.” ເຮົາຈະຜ່ອນຄາຍຫຼາຍຂຶ້ນເພາະແມ່ນ, ເຮົາຈະຍັງຕ້ອງທຳຄວາມສະອາດເຮືອນເຮົາ, ແຕ່ເຮົາຮູ້ວ່າເຮົາບໍ່ຈຳເປັນຕ້ອງໝົກໝຸ້ນຢູ່ກັບມັນ. ຄຳສອນບູຮານເພິ່ນຍົກຕົວຢ່າງຂອງການຕັດໄມ້ດ້ວຍຂວານຄົມ.
- ເພື່ອຈະຕັດໄມ້ດ້ວຍຂວານເຫຼັ້ມນີ້ໄດ້, ເຮົາຕ້ອງຟັນໃສ່ຈຸດດຽວກັນສະເໝີ, ເຊິ່ງຕ້ອງມີ ສະມາທິ. ຖ້າຈິດໃຈເຮົາວ໋ອກແວ໋ກຢູ່ຕະຫຼອດ, ແລ້ວເຮົາຈະເສຍຈິດສຳນຶກມີການຈຳແນກໄປ. ສະນັ້ນ ເຮົາຕ້ອງມີສະມາທິເພື່ອທີ່ວ່າເຮົາຈະສາມາດຟັນຈຸດເກົ່າດ້ວຍຂວານນັ້ນສະເໝີ.
- ການໃຊ້ຂວານອັນນີ້ ຄວາມຈິງຕ້ອງການກຳລັງແຮງ. ຖ້າເຮົາບໍ່ມີກຳລັງແຮງ, ເຮົາຈະບໍ່ສາມາດແມ່ນແຕ່ຍົກຂວານຂຶ້ນມາ, ແລະ ກຳລັງແຮງອັນນີ້ມາຈາກ ລະບຽບວິໄນຈັນຍາທັມ.
ໃນທາງນີ້, ເຮົາໄດ້ເຂົ້າໃຈກ່ຽວກັບການຝຶກສາມປະການທີ່ສາມາດຊ່ວຍເຮົາໃຫ້ຂ້າມຜ່ານແຫຼ່ງຂອງບັນຫາຂອງເຮົາໄດ້. ເຮົາສາມາດນຳໃຊ້ທັງໝົດທີ່ກ່າວມາຂ້າງເທິງໂດຍບໍ່ຕ້ອງກ່າວເຖິງພຣະພຸດທະສາສະໜາເລີຍ, ສະນັ້ນ ມັນຈິ່ງເໝາະກັບທຸກຄົນ. ກ່ອນທີ່ເຮົາຈະຍ້າຍໄປຫົວຂໍ້ອື່ນ, ເຮົາມາຈຳແນກສິ່ງທີ່ເຮົາໄດ້ຮຽນມາໜ້ອຍໜຶ່ງກ່ອນ:
- ເຮົາໃຊ້ ຈິດສຳນຶກມີການຈຳແນກ ເພື່ອເບິ່ງຄວາມແຕກຕ່າງລະຫວ່າງຈິນຕະນາການ ແລະ ຄວາມເປັນຈິງ, ເພື່ອວ່າເຮົາຈະສາມາດເຫັນເຫດ ແລະ ຜົນຈາກພຶດຕິກຳຂອງເຮົາໄດ້. ເມື່ອເຮົາບໍ່ມີຈິດສຳນຶກມີການຈຳແນກ, ພຶດຕິກຳ ແລະ ທັດສະນະຄະຕິຂອງເຮົາຈະກໍ່ໃຫ້ເກີດຄວາມບໍ່ເປັນສຸກ, ຫຼື ຄວາມເປັນສຸກປະເພດທີ່ບໍ່ເຄີຍເຮັດໃຫ້ເຮົາພໍໃຈ.
- ເພື່ອທຳຄວາມເຂົ້າໃຈຂ້າງເທິງຢ່າງຖືກຕ້ອງ, ເຮົາຕ້ອງມີ ສະມາທິ ທີ່ດີ, ເພື່ອທີ່ວ່າເຮົາຈະສາມາດຮັກສາຈຸດສຸມໄດ້.
- ເພື່ອສ້າງສະມາທິທີ່ດີ, ເຮົາຕ້ອງການ ວິໄນ, ເພື່ອທີ່ວ່າເມື່ອຈິດໃຈຂອງເຮົາເລື່ອນລອຍ, ເຮົາຈະສາມາດນຳມັນກັບມາໄດ້.
- ເຮົາຢາກນຳໃຊ້ການຝຶກສາມປະການນີ້, ເພື່ອຊ່ວຍເຮົາຮັບມືກັບບັນຫາ ແລະ ຍົກລະດັບຄຸນະພາບຊີວິດຂອງເຮົາ.
ຄວາມເຂົ້າໃຈສຳຄັນຈາກທັງໝົດນີ້, ແມ່ນວ່າຄວາມສຸກ ແລະ ຄວາມບໍ່ພໍໃຈທີ່ເຮົາປະສົບໃນຊີວິດຂອງເຮົາມາຈາກຄວາມສັບສົນຂອງເຮົາເອງ. ແທນທີ່ຈະໂທດບັນຫາຂອງເຮົາໃສ່ຜູ້ອື່ນ, ຫຼື ໃສ່ສັງຄົມ, ເສດຖະກິດ ແລະ ອື່ນໆ, ເຮົາຄວນສຸມໃສ່ໃນລະດັບເລິກກວ່ານັ້ນ. ເຮົາເບິ່ງທີ່ພາວະຈິດໃຈຂອງເຮົາໃນການຮັບມືກັບສະຖານະການເຫຼົ່ານີ້. ເຮົາອາດພົບກັບສະຖານະການຫຍຸ້ງຍາກຫຼາຍອັນ, ແຕ່ໃນທີ່ນີ້ເຮົາກຳລັງເວົ້າເຖິງຄວາມຮູ້ສຶກທົ່ວໄປຂອງຄວາມບໍ່ເປັນສຸກຂອງເຮົາ, ແລະ ປະເພດຂອງຄວາມສຸກຊົ່ວຄາວ. ເຮົາຄວນແນໃສ່ຫຼາຍກວ່ານີ້, ໃສ່ປະເພດຂອງຄວາມສຸກທີ່ມາຈາກຈິດໃຈທີ່ສະຫງົບ, ແລະ ຍາວນານ ແລະ ຄົງທີ່ກວ່າ.
ເມື່ອເຮົາພົບກັບຄວາມຫຍຸ້ງຍາກ, ເຮົາສາມາດຊຶມເສົ້າ ແລະ ທຸກໃຈຢ່າງແທ້ຈິງ. ຫຼື ເຮົາສາມາດປະເຊີນໜ້າກັບມັນດ້ວຍຈິດໃຈທີ່ສະຫງົບ, ເພາະເຮົາເບິ່ງສະຖານະການໄດ້ຈະແຈ້ງກວ່າ, ເຮົາເຫັນວ່າມີຫຍັງກ່ຽວຂ້ອງແດ່ ແລະ ມັນມີວິທີຈັດການກັບມັນ, ແທນທີ່ຈະຮູ້ສຶກເສຍໃຈແຕ່ກັບຕົນເອງ.
ລອງຄິດເບິ່ງກໍລະນີທີ່ລູກຂອງເຮົາອອກໄປຫຼິ້ນກາງຄືນ ແລະ ເຮົາກັງວົນແທ້ໆ, “ເຂົາຊິມາເຮືອນຢ່າງປອດໄພບໍ່?” ອີກເທື່ອໜຶ່ງ, ແຫຼ່ງຂອງຄວາມກັງວົນ ແລະ ຄວາມບໍ່ເປັນສຸກຂອງເຮົາແມ່ນທັດສະນະຄະຕິອັນນີ້ທີ່ວ່າ “ເຮົາສາມາດຄວບຄຸມຄວາມປອດໄພຂອງລູກເຮົາໄດ້,” ເຊິ່ງແນ່ນອນວ່າເປັນພຽງຈິນຕະນາການ. ເມື່ອເຂົາມາເຮືອນຢ່າງປອດໄພ ແລະ ເຮົາຮູ້ສຶກດີໃຈ, ເຮົາຮູ້ສຶກໂລ່ງ, ແຕ່ເທື່ອໜ້າທີ່ເຂົາອອກໄປອີກ, ເຮົາຈະກັງວົນອີກ. ສະນັ້ນ ຄວາມຮູ້ສຶກສະບາຍໆ ແບບນັ້ນຄົງຢູ່ບໍ່ດົນ, ແມ່ນບໍ? ແລ້ວເຮົາກໍຈະກັງວົນ, ສະນັ້ນ ມັນຈະສືບຕໍ່ຢ່າງບໍ່ສິ້ນສຸດ - ເຮົາໄດ້ເຮັດໃຫ້ມັນເປັນນິໄສທີ່ເຮົາກັງວົນກັບທຸກສິ່ງ - ແລະ ມັນກໍກະທົບກັບສຸຂະພາບຂອງເຮົາ. ນັ້ນເປັນພາວະທີ່ບໍ່ໜ້າພໍໃຈຫຼາຍ.
ກຸນແຈທີ່ແທ້ຈິງແມ່ນການເຂົ້າໃຈວ່າສາເຫດຂອງທັງໝົດນີ້ແມ່ນຄວາມສັບສົນຂອງເຮົາເອງ. ເຮົາຄິດວ່າວິທີປະພຶດໃດໜຶ່ງຈະນຳມາເຊິ່ງຄວາມສຸກ, ຫຼື ທັດສະນະຄະຕິທີ່ວ່າເຮົາສາມາດຄວບຄຸມທຸກຢ່າງໄດ້ ເປັນສິ່ງທີ່ຖືກ, ແຕ່ມັນບໍ່ແມ່ນ. ເຮົາຈະຕັດຜ່ານຄວາມຄິດນີ້ - “ມັນບ້າອີ່ຫຼີ!” - ແລະ ສຸມໃສ່ສິ່ງນີ້.
ສະຫຼຸບ
ເມື່ອເຮົາສະທ້ອນເບິ່ງຄວາມຈິງສີ່ປະການຂອງຊີວິດ, ເຮົາຈະຖືກຊຸກຍູ້ໂດຍການເຫັນວ່າບັນຫາ ແລະ ອາລົມດ້ານລົບຂອງເຮົານັ້ນບໍ່ຄົງທີ່ ແຕ່ສາມາດດີຂຶ້ນໄດ້, ແລະ ນອກຈາກນີ້, ມັນຍັງສາມາດແຍກອອກໄດ້ໂດຍສິ້ນເຊີງ. ເມື່ອເຮົາຈັດການກັບສາເຫດຂອງຄວາມທຸກທໍລະມານໄດ້, ຄວາມທຸກທໍລະມານກໍຈະຫາຍໄປ, ແຕ່ສາເຫດເຫຼົ່ານີ້ຈະບໍ່ຫາຍໄປດ້ວຍຕົວມັນເອງ.
ວິທີທີ່ໜ້າອັດສະຈັນຂອງການໃຊ້ຊີວິດຂອງເຮົາແມ່ນຢູ່ໃນບໍລິບົດຂອງການຝຶກສາມປະການຈັນຍາທັມ, ສະມາທິ, ແລະ ຈິດສຳນຶກມີການຈຳແນກນີ້. ມັນເຮັດວຽກໄປພ້ອມໆກັນ ເພື່ອພາເຮົາເຂົ້າໃກ້ກັບສິ່ງທີ່ເຮົາຄົ້ນຫາຢູ່ສະເໝີ, ນັ້ນຄືຄວາມສຸກ.