ຈຸດປະສົງຂອງການສຶກສາພຣະພຸດທະສາສະໜາແມ່ນຫຍັງ?

ເມື່ອເຮົາເວົ້າເຖິງການທຳສະມາທິໃນບໍລິບົດຂອງພຣະພຸດທະສາສະໜາ, ເຮົາກຳລັງເວົ້າເຖິງສິ່ງທີ່ສະເພາະເຈາະຈົງ. ທຸກມື້ນີ້, ເຮົາມັກໄດ້ຍິນຄຳວ່າ “ການທຳສະມາທິ” ຢູ່ທຸກບ່ອນ, ເພາະມັນມີຊື່ສຽງທີ່ດີ ແລະ ຫຼາຍຄົນກໍໃຊ້ມັນເປັນຕົວຊ່ວຍໃນການຜ່ອນຄາຍ ແລະ ອື່ນໆ. ແຕ່, ເມື່ອມາເຖິງການປະຕິບັດສະມາທິແທ້ໆ, ຄົນສ່ວນຫຼາຍມັກຈະບໍ່ຮູ້ວ່າຕ້ອງເຮັດແນວໃດ. ມີແນວຄວາມຄິດທີ່ວ່າເຮົາຕ້ອງນັ່ງມິດໆ: ແຕ່ແລ້ວແມ່ນຫຍັງ? ມີຫຍັງຫຼາຍກວ່າການສຸມໃສ່ລົມຫັນໃຈ ແລະ ການມີຄວາມຄິດດີໆບໍ? 

ຄໍາສັບສຳລັບການທຳສະມາທິໃນພາສາສັນສະກຣິດມີຄວາມໝາຍກ່ຽວກັບການເຮັດໃຫ້ສິ່ງໜຶ່ງກາຍເປັນຄວາມຈິງ. ຄົນທິເບດແປດ້ວຍຄຳທີ່ມີຄວາມໝາຍວ່າການສ້າງນິໄສໃດໜຶ່ງ. ເມື່ອເຮົາສ້າງນິໄສອັນໜຶ່ງ, ເຮົາກຳລັງເຮັດໃຫ້ບາງຢ່າງກາຍເປັນສ່ວນໜຶ່ງຂອງຕົວເຮົາ, ແລະ ອັນນີ້ແມ່ນສິ່ງທີ່ເຮົາກຳລັງພະຍາຍາມເຮັດແທ້ໆໃນການທຳສະມາທິ. ເຮົາຢາກສ້າງການປ່ຽນແປງທີ່ເປັນປະໂຫຍດໃນຕົວເຮົາ. ຄຳຖາມທີ່ເຮົາຕ້ອງຖາມກ່ອນອື່ນໝົດແມ່ນ ເປັນຫຍັງເຮົາຈິ່ງຢາກປ່ຽນ? ຕາມທຳມະດາມັນຈະແມ່ນຍ້ອນເຮົາບໍ່ດີໃຈກັບວິທີທີ່ເຮົາດຳເນີນຊີວິດຂອງເຮົາ, ຫຼື ສິ່ງທີ່ເຮົາຮູ້ສຶກ, ຫຼື ວິທີທີ່ເຮົາສຳພັນກັບຄົນອື່ນ ຫຼື ວຽກຂອງເຮົາ. ລາຍການນັ້ນຈະຍາວ, ແຕ່ເປົ້າໝາຍທີ່ເຮົາສ່ວນຫຼາຍມີກໍແມ່ນການພັດທະນາຊີວິດຕົນເອງ. 

ການຮັບມືກັບບັນຫາແທນທີ່ຈະແລ່ນໜີມັນ

ອັນນີ້ແມ່ນຈຸດສຳຄັນ ວ່າເຮົາຢາກປ່ຽນ ແລະ ພັດທະນາ. ມັນບໍ່ແມ່ນວ່າເຮົາຢາກໜີໄປດິນແດນເພີ້ຝັນດ້ວຍການທຳສະມາທິ; ມັນມີອັນອື່ນອີກຫຼາຍວິທີ, ເຊັ່ນ ເຫຼົ້າ ແລະ ຢາ, ທີ່ເຮົາສາມາດໃຊ້ເພື່ອຈຸດປະສົງນັ້ນໄດ້. ເຮົາສາມາດຟັງເພງໄດ້ໝົດມື້ເພື່ອທີ່ວ່າເຮົາຈະບໍ່ຕ້ອງຄິດນຳຫຍັງ. ສ່ວນຫຼາຍ, ເວລາເຮົາຢູ່ພາຍໃຕ້ອິທິພົນຂອງສິ່ງເຫຼົ່ານີ້, ບັນຫາຂອງເຮົາເບິ່ງຄືບໍ່ໜັກ ຫຼື ຈິງຈັງປານໃດ. ແຕ່ບັນຫານັ້ນຈະກັບມາອີກສະເໝີ, ເພາະເຮົາບໍ່ໄດ້ຮຽນວິທີຮັບມືກັບມັນແທ້ໆ. ຫຼາຍຄົນໃຊ້ການທຳສະມາທິຄືຢາ, ແຕ່ມັນຈະບໍ່ມີຜົນປະໂຫຍດໄລຍະຍາວຫຍັງຫຼາຍ. ເຮົາອາດຕີຄ້ອງຕີກອງ - ຄືໃນດິສນີແລນພຸດ (Buddhist Disneyland) - ແຕ່ມັນຈະບໍ່ກະຕຸ້ນການປ່ຽນແປງຫຍັງໃນຕົວເຮົາ: ມັນເປັນພຽງການຫຼີກໜີ. 

ແຕ່, ຖ້າເຮົາປະຕິບັດການທຳສະມາທິໃນທາງທີ່ວາງໄວ້ໃນພຣະພຸດທະສາສະໜາ, ເຮົາຈະບໍ່ພະຍາຍາມໜີຈາກບັນຫາຂອງເຮົາ, ແຕ່ຈະຈັດການ ແລະ ເອົາຊະນະມັນແທນ. ຄວາມຈິງມັນເປັນສິ່ງທີ່ກ້າຫານ ຫຼາຍ ແລະ ຕ້ອງອາໄສຄວາມພະຍາຍາມຢ່າງຍິ່ງ ເພາະມັນບໍ່ງ່າຍ. ເຮົາຍັງຕ້ອງກຽມພ້ອມອີກວ່າມັນອາດຈະບໍ່ມ່ວນ. ເຮົາອາດສົມທຽບໄດ້ກັບການຝຶກຮ່າງກາຍ, ເວລາທີ່ມັນຍາກ ແລະ ກ້າມເນື້ອຂອງເຮົາປວດເມື່ອຍ, ແຕ່ເຮົາພ້ອມທີ່ຈະທົນຄວາມຫຍຸ້ງຍາກອັນນີ້ເພື່ອທີ່ຈະແຂງແຮງ ແລະ ມີສຸຂະພາບດີຂຶ້ນ. 

ເຊັ່ນດຽວກັນກັບເວລາເຮົາທຳສະມາທິ, ຕ່າງແຕ່ວ່າເຮົາຝຶກຈິດໃຈ ບໍ່ແມ່ນຮ່າງກາຍ. ມີພຣະພຸດທະສາສະໜາບາງຮູບແບບທີ່ມີການປະສົມປະສານການທຳສະມາທິກັບການຝຶກຮ່າງກາຍ, ເຊັ່ນ ສີລະປະການຕໍ່ສູ້, ແຕ່ບໍ່ແມ່ນໃນສາຍທິເບດ. ບໍ່ມີຫຍັງຜີດໃນການຝຶກຮ່າງກາຍ, ອັນທີ່ຈິງມັນເປັນປະໂຫຍດຫຼາຍ ແຕ່, ໃນທີ່ນີ້ ຈຸດສຸມຫຼັກແມ່ນຈິດໃຈ, ບໍ່ພຽງແຕ່ສະຕິປັນຍາຂອງເຮົາ ແຕ່ລວມເຖິງອາລົມ ແລະ ຫົວໃຈຂອງເຮົານຳ. ພຣະອາຈານໃຫຍ່ຂອງພຣະພຸດທະສາສະໜາ ໄດ້ເນັ້ນໜັກວ່າເມື່ອເລີ່ມປະຕິບັດພຣະພຸດທະສາສະໜາໃໝ່ໆ, ສິ່ງທີ່ເປັນພື້ນຖານທີ່ສຸດແມ່ນການເຮັດໃຫ້ຈິດໃຈອ່ອນນ້ອມ, ເພາະວິທີທີ່ເຮົາກະທຳ, ທີ່ເຮົາປະພຶດ ແລະ ສື່ສານກັບຄົນອື່ນຕ່າງກໍຖືກບັງຄັບດ້ວຍພາວະຈິດໃຈຂອງເຮົາທັງນັ້ນ. 

ການເບິ່ງຕົນເອງຢ່າງຊື່ກົງ

ເຮົາສັງເກດເຫັນວ່າເຮົາມີຄວາມຫຍຸ້ງຍາກໃນຊີວິດຂອງເຮົາ, ແລະ ເຮົາເຫັນວ່າທີ່ມາຂອງສິ່ງນີ້ແມ່ນຈາກສິ່ງທີ່ບໍ່ໜ້າເພິ່ງພໍໃຈພາຍໃນຈິດໃຈຂອງເຮົາເອງ. ຖ້າເຮົາວິເຄາະຕົນເອງຢ່າງຊື່ກົງແທ້ໆ, ເຮົາຈະພົບວ່າເຮົາມີອາລົມລົບກວນຫຼາຍອັນ, ຕັ້ງແຕ່ຄວາມໂມໂຫໄປຈົນເຖິງຄວາມໂລບ, ຄວາມເຫັນແກ່ຕົວ, ຄວາມອິດສາ, ຄວາມຍຶດຕິດ, ຄວາມທະນົງຕົນ, ຄວາມໄຮ້ດຽງສາ, ແລະ ອື່ນໆ. ຖ້າເຮົາລົງເລິກໄປກວ່ານັ້ນ, ເຮົາຈະເຫັນວ່າມີຄວາມບໍ່ໝັ້ນໃຈ ແລະ ຄວາມສັບສົນກ່ຽວກັບຄວາມໝາຍຂອງຊີວິດຢູ່. ມັນມັກເບິ່ງຄືວ່າອາລົມລົບກວນເຫຼົ່ານີ້ຄອບງຳພາວະຈິດໃຈຂອງເຮົາ ແລະ ພາໃຫ້ເຮົາປະພຶດ, ເວົ້າ ແລະ ສຳພັນນຳຄົນອື່ນໃນທາງທີ່ສ້າງບັນຫາໃຫ້ທັງເຮົາ ແລະ ພວກເຂົາ. ແມ່ນແຕ່ເວລາທີ່ເຮົາຢູ່ຄົນດຽວ, ຈິດໃຈຂອງເຮົາກໍມັກຈະຢູ່ບໍ່ສະບາຍ, ແລ່ນໄປທຸກທິດທາງກັບຄວາມຄິດລົບກວນ. ເວົ້າງ່າຍໆ ແມ່ນເຮົາບໍ່ເປັນສຸກປານໃດ. 

ການທຳສະມາທິແມ່ນຕັ້ງໃຈທີ່ຈະຊ່ວຍນຳເອົາການປ່ຽນແປງມາສູ່ສະຖານະການນີ້. ມັນບໍ່ແມ່ນໃນແງ່ຂອງການໃຊ້ຢາພຽງເພື່ອໃຫ້ເຮົາບໍ່ຄິດກ່ຽວກັບຫຍັງທັງນັ້ນ. ນັ້ນບໍ່ແມ່ນທາງແກ້, ເຖິງວ່າບາງຄົນຈະເບິ່ງການທຳສະມາທິວ່າເປັນແນວນັ້ນກໍຕາມ. ພວກເຂົາຄິດວ່າຖ້າເຮົານັ່ງ, ຫຼັບຕາ ແລະ ຕັດທຸກຢ່າງອອກຈາກໃຈເທົ່ານັ້ນ, ບັນຫາຂອງພວກເຂົາຫາກຈະຫາຍໄປເອງ. ອັນນີ້ເປັນໄປບໍ່ໄດ້. ເຮົາຕ້ອງບຸກເຂົ້າຫາບັນຫາຂອງເຮົາຢ່າງຕັ້ງໜ້າຕ່າງຫາກ. 

ການຫາສັດຕູທີ່ແທ້ຈິງ

ເຮົາມັກພົບໃນວັນນະຄະດີພຣະພຸດທະສາສະໜາ ພາສາທີ່ເຂັ້ມແຂງຫຼາຍທີ່ໃຊ້ອະທິບາຍອາລົມລົບກວນຂອງເຮົາຄືດັ່ງສັດຕູທີ່ແທ້ຈິງ. ອັນນີ້ບໍ່ແມ່ນການເຮັດໃຫ້ມັນກາຍເປັນສັດປະຫຼາດ, ທີ່ເຮົາຈະຢ້ານ ຫຼື ຫວາດກົວ. ເຮົາຄວນສັງເກດເຫັນວ່າອັນນີ້ແມ່ນສິ່ງທີ່ເຮົາຕ້ອງແກ້ໄຂແທນ. ເຮົາມີຕຳລາຂອງພຣະພຸດທະສາສະໜາທີ່ງົດງາມທີ່ເວົ້າເຖິງພວກກໍ່ບັນຫາເຫຼົ່ານີ້ວ່າ: “ຂ້ອຍພໍແລ້ວກັບເຈົ້າ, ຊອກແຕ່ບັນຫາເຫຼົ່ານີ້ມາໃຫ້ຂ້ອຍ. ບາດນີ້ ເວລາຂອງເຈົ້າໝົດແລ້ວ.” ແລ້ວເຮົາກໍຈ້ອນແຂນເສື້ອ, ນັ່ງລົງ ແລະ ພະຍາຍາມປ່ຽນຈິດໃຈຂອງເຮົາ. ອັນນີ້ແມ່ນການທຳສະມາທິທີ່ແທ້ຈິງ. 

ການທຳສະມາທິ, ເວົ້າງ່າຍໆ, ແມ່ນວິທີການທີ່ເຮົາຝຶກຕົນເອງໃນການສ້າງນິໄສທີ່ເປັນປະໂຫຍດ, ແລະ ປ່ຽນນິໄສທີ່ເສຍ. ເຫຼົ່ານີ້ແມ່ນນິໄສຂອງຮູບແບບທີ່ເຮົາຄິດ, ຮູ້ສຶກ, ແລະ ຕອບໂຕ້ທາງອາລົມກັບສິ່ງຕ່າງໆ. ສິ່ງນີ້ຕ້ອງອາໄສການຝຶກ, ແລະ ເຮັດຊ້ຳໄປຊ້ຳ - ມັນເປັນວິທີທາງວິທະຍາສາດ. ຄືດັ່ງເມື່ອເຮົາຝຶກຕົນເອງໃນດ້ານກິລາ, ຫຼື ການຫຼິ້ນເຄື່ອງດົນຕີ, ຫຼື ການເຕັ້ນລຳ, ໃນຕອນທຳອິດມັນຈະຮູ້ສຶກແປກໆ. ແຕ່ຫຼັງຈາກທີ່ເຮົາລຶ້ງເຄີຍກັບບາງສິ່ງແລ້ວ, ມັນຈະກາຍເປັນເລື່ອງທຳມະຊາດສຳລັບເຮົາ. ອັນດຽວກັບສິ່ງທີ່ເຮົາເຮັດກັບຈິດໃຈ ແລະ ອາລົມ ແລະ ຄວາມຮູ້ສຶກຂອງເຮົາ. 

ການປ່ຽນແປງເປັນໄປໄດ້ບໍ່? 

ບາດນີ້, ຄຳຖາມໃຫຍ່ໆ ຈະບັງເກີດຂຶ້ນ. ເຮົາປ່ຽນແປງໄດ້ ແທ້ ບໍ? ອັນທີ່ຈິງ, ການພະຍາຍາມປ່ຽນແປງຕົນເອງ, ກ່ອນອື່ນເຮົາຕ້ອງເຊື່ອວ່າມັນເປັນໄປໄດ້ແທ້. ເຮົາມັກເຫັນຄົນທີ່ເວົ້າວ່າ: “ຂ້ອຍເປັນຢ່າງນີ້ ແລະມັນກໍທໍ່ນີ້; ຂ້ອຍປ່ຽນຫຍັງມັນບໍ່ໄດ້ ສະນັ້ນ ຂ້ອຍກໍມີແຕ່ຕ້ອງຢູ່ກັບມັນ,” ຫຼື “ຂ້ອຍເປັນຄົນອາລົມຮ້າຍ, ຂ້ອຍເປັນຄົນໃຈຮ້າຍ ແລະ ນີ້ແມ່ນສິ່ງທີ່ຂ້ອຍເປັນ.” ຖ້າເຮົາລະບຸກັບບາງຢ່າງ ຢ່າງຮຸນແຮງ, ແລ້ວມັນກໍຍາກທີ່ຈະປ່ຽນ. 

ເຮົາຕ້ອງເບິ່ງຕົນເອງຢ່າງຊື່ສັດ. ຍ້ອນຫຍັງເຮົາຈິ່ງລະບຸກັບບາງຢ່າງ? ຖ້າເຮົາເປັນຄົນອາລົມຮ້າຍແທ້, ແລ້ວເຮົາກໍຄວນຈະໂມໂຫຢູ່ຕະຫຼອດເວລາບໍ່ແມ່ນບໍ? ເຮົາຍັງອາດໂທດຄົນອື່ນ: ຂ້ອຍໂມໂຫເພາະແມ່ ແລະ ພໍ່ເຮັດແນວນີ້ ຫຼື ແນວນັ້ນ. ອັນນີ້ບໍ່ມີປະໂຫຍດປານໃດ. ຖ້າເຮົາເບິ່ງລົງເລິກກວ່ານັ້ນ, ເຮົາຈະສາມາດພະຍາຍາມຊອກວ່າອາລົມນັ້ນມາຈາກໃສແທ້. ເຖິງວ່າເຮົາຈະບອກຕົນເອງທຸກມື້ວ່າ, “ຢ່າໂມໂຫ, ຢ່າໂລບ, ຢ່າເຫັນແກ່ຕົວ,” ມັນກໍຍັງເປັນເລື່ອງຍາກທີ່ຈະຢຸດ, ບໍ່ແມ່ນບໍ? ສະນັ້ນ ເຮົາຕ້ອງຊອກຫາວິທີການທີ່ຈະໃຫ້ເຮົາປ່ຽນວິທີທີ່ເຮົາຮູ້ສຶກທາງອາລົມ. 

ທັດສະນະຄະຕິຂອງເຮົາກະທົບຕໍ່ທຸກສິ່ງ

ພຣະພຸດທະສາສະໜາກ່າວວ່າສິ່ງທີ່ຢູ່ພາຍໃຕ້ພາວະອາລົມຂອງເຮົາແມ່ນສິ່ງທີ່ເຮົາສາມາດເອີ້ນວ່າ “ທັດສະນະຄະຕິ” ຂອງເຮົາ. ນີ້ໝາຍເຖິງວິທີທີ່ເຮົາເບິ່ງສິ່ງຕ່າງໆ. ລອງຈິນຕະນາການຖ້າເຮົາຕົກວຽກ. ເຮົາອາດເບິ່ງວ່າມັນເປັນຫາຍະນະ, ແລະແລ້ວ ເຮົາກໍຈະຮູ້ສຶກໂມໂຫ ແລະ ໂສກເສົ້າ. ຍ້ອນຫຍັງ? ຍ້ອນໃນເວລານັ້ນ ເຮົາຄິດວ່າມັນເປັນສິ່ງທີ່ເຮວຮ້າຍທີ່ສຸດທີ່ສາມາດເກີດຂຶ້ນໄດ້ໃນໂລກນີ້. 

ເຮົາຕົກວຽກ - ນັ້ນເປັນຄວາມຈິງ. ເຮົາບໍ່ສາມາດປ່ຽນມັນໄດ້. ສິ່ງທີ່ເຮົາປ່ຽນໄດ້ແມ່ນວິທີທີ່ເຮົາເບິ່ງການສູນເສຍວຽກນັ້ນ, ແລະ ອັນນີ້ແມ່ນຄວາມໝາຍຂອງທັດສະນະຄະຕິ. ສະນັ້ນ ເຮົາສາມາດພະຍາຍາມເບິ່ງມັນໃນທາງທີ່ແຕກຕ່າງກັນ - ບາດນີ້ເຮົາສາມາດໃຊ້ເວລາກັບລູກຂອງເຮົາຫຼາຍຂຶ້ນ, ຫຼື ຄິດກ່ຽວກັບການປ່ຽນວຽກ. ແມ່ນ, ມັນອາດບໍ່ຊ່ວຍເຮົາດ້ານເສດຖະກິດ, ແຕ່ຢ່າງໜ້ອຍເຮົາກໍບໍ່ຮູ້ສຶກບໍ່ດີປານໃດກັບມັນອີກ. ສະນັ້ນ ອັນນີ້ແມ່ນສິ່ງທີ່ເຮົາສາມາດສຸມໃສ່ໃນການທຳສະມາທິ - ຕໍ່ວິທີທີ່ເຮົາເບິ່ງສິ່ງຕ່າງໆ, ເພາະນີ້ແມ່ນສິ່ງທີ່ມີອິທິພົນຕໍ່ຄວາມຮູ້ສຶກຂອງເຮົາ. 

ໝູ່ທີ່ໃກ້ສິດຜູ້ຂ້າທີ່ສຸດໄດ້ເສຍຊີວິດໄປອາທິດແລ້ວນີ້. ມັນເປັນຕາເສົ້າໃຈ. ຜູ້ຂ້າຮູ້ສຶກເສົ້າ - ອັນນັ້ນເປັນສິ່ງທີ່ດີ; ບໍ່ມີຫຍັງຜິດກ່ຽວກັບອັນນັ້ນ. ແນ່ນອນ, ຜູ້ຂ້າບໍ່ດີໃຈທີ່ລາວເສຍ! ແຕ່ຜູ້ຂ້າຈະເຮັດແນວໃດກັບພາວະຈິດໃຈຂອງຕົນໃນທີ່ນີ້? ອາທິດໜຶ່ງກ່ອນລາວເສຍ, ຜູ້ຂ້າຮູ້ສຶກວ່າຄວນໂທຫາລາວ, ແຕ່ພັດບໍ່ມີເວລາຊ້ຳ. ລາວບໍ່ໄດ້ເປັນຫຍັງ, ໄປອາບນ້ຳ, ຫົວໃຈວາຍ ແລະ ລົ້ມລົງເສຍຊີວິດໃນຫ້ອງນ້ຳ. ມັນເປັນສິ່ງທີ່ບໍ່ຄາດຄິດ, ແລະ ກະທັນຫັນຫຼາຍ. ແນ່ນອນ, ຜູ້ຂ້າສາມາດຮູ້ສຶກກິນແໜງຢ່າງໃຫຍ່ທີ່ບໍ່ໄດ້ລົມກັບລາວຕອນທີ່ຄິດຫາລາວອາທິດກ່ອນ, ຫຼື ຜູ້ຂ້າສາມາດໂມໂຫກັບໂຕເອງ, ຄິດຫາທຸກຢ່າງທີ່ຢາກເວົ້າກັບລາວຖ້າຮູ້ວ່າລາວຈະເສຍ. ການຄິດແນວນັ້ນອາດເຮັດໃຫ້ຄວາມຮູ້ສຶກຂອງຜູ້ຂ້າເຮວຮ້າຍລົງຫຼາຍ. 

ແຕ່, ຜູ້ຂ້າຈົດຈຳຊ່ວງເວລາທີ່ມີຄວາມສຸກທີ່ເຮົາມີນຳກັນ, ແລະ ສິ່ງດີໆ ຕ່າງໆ ທີ່ເຮົາແບ່ງປັນກັນ - ເຮົາໄດ້ເປັນໝູ່ກັນ 35 ປີ - ແລະ ຄວາມຮູ້ສຶກພິເສດທີ່ຜູ້ຂ້າໄດ້ຮູ້ຈັກໃກ້ຊິດກັບຄົນທີ່ພິເສດປານນີ້. ຖືວ່າລາວຄົງຈະເປັນຜູ້ປະຕິບັດທັມທີ່ຈິງໃຈ ແລະ ແທ້ຈິງທີ່ສຸດຜູ້ໜຶ່ງໃນກຸ່ມຄົນຕາເວັນຕົກທີ່ຜູ້ຂ້າໄດ້ຮູ້ຈັກ. ຜູ້ຂ້າຖືລາວເປັນແຮງບັນດານໃຈສຳລັບຕົນເອງທີ່ຈະສືບຕໍ່ຢ່າງແຮງກ້າຂຶ້ນອີກໃນການປະຕິບັດຂອງຕົນ. ຄືດັ່ງທີ່ລາວດູແລເມຍຂອງລາວ, ຜູ້ຂ້າຮູ້ວ່າລາວຈະຮູ້ສຶກສະບາຍໃຈຖ້າລາວຮູ້ວ່າຜູ້ຂ້າຈະເປັນຜູ້ດູແລຕໍ່, ແລະ ຜູ້ຂ້າກໍໄດ້ເຮັດແນວນັ້ນ. 

ອັນນີ້ແມ່ນຜົນຂອງການທຳສະມາທິ. ເຮົາບໍ່ໄດ້ພະລັງເໜືອທຳມະຊາດ ຫຼື ສິ່ງອື່ນທີ່ແປກໃໝ່. ສິ່ງທີ່ເຮົາໄດ້ແມ່ນເວລາທີ່ເຮົາພົບສະຖານະການຫຍຸ້ງຍາກ, ແລະ ເຮົາພົບວ່າຕົນເອງກຳລັງກ້າວເຂົ້າໃນພາວະຈິດໃຈດ້ານລົບ, ບໍ່ເປັນສຸກ, ກ່ອນອື່ນໝົດ ເຮົາຕ້ອງມີຄວາມເຂົ້າໃຈພຽງພໍທີ່ຈະຮູ້ວ່າຖ້າເຮົາສືບຕໍ່ເປັນແນວນັ້ນ, ມັນມີແຕ່ຈະເຮວຮ້າຍລົງ. ເຮົາໄດ້ເຂົ້າໃຈວິທີທີ່ດີກວ່າຂອງການເຂົ້າໃຈສະຖານະການຫຍຸ້ງຍາກເຫຼົ່ານີ້, ແລະ ດ້ວຍການຝຶກພຽງພໍ, ເຮົາສາມາດປ່ຽນວິທີທີ່ເຮົາເບິ່ງສິ່ງຕ່າງໆ ໄດ້ທັງໝົດ. ເຮົາອາດຍັງຮູ້ສຶກເຖິງຄວາມເສົ້າ, ຄືທີ່ຜູ້ຂ້າຮູ້ສຶກເວລາທີ່ເສຍໝູ່ໄປ, ແຕ່ເຮົາຈະສາມາດປະກອບສ່ວນແນວຄິດທີ່ເສີມຄວາມສຸກບາງອັນໃສ່ໄດ້, ເພື່ອຫຼຸດຜ່ອນຄວາມເສົ້ານັ້ນ. 

ການເຊື່ອໃນສັກກະຍະພາບຂອງຕົນເອງ

ສະນັ້ນ ເຮົາຖາມ, ເຮົາມີຄວາມສາມາດປ່ຽນວິທີທີ່ເຮົາເບິ່ງສິ່ງຕ່າງໆ ບໍ? ແລະຄຳຕອບແມ່ນ ມີ. ຖ້າເຮົາເບິ່ງສິ່ງທີ່ເຮົາພົບວ່າເປັນຕາສົນໃຈ ແລະ ມະຫັດສະຈັນຕອນຍັງນ້ອຍ, ຕອນນີ້ມັນເບິ່ງຄືບ້າໆ, ໂງ່ໆ ແລະ ເປັນຕາເບື່ອ. ທັດສະນະຄະຕິຂອງເຮົາປ່ຽນໄປຫຼາຍເມື່ອເຮົາໃຫຍ່ຂຶ້ນ. ເມື່ອເຮົາເຊື່ອວ່າມັນຍັງເປັນໄປໄດ້ທີ່ຈະປ່ຽນຕື່ມອີກ, ແລ້ວເຮົາກໍຕ້ອງຮຽນວິທີທີ່ຈະປ່ຽນ. ສິ່ງນີ້ມີສາມບາດກ້າວ: 

  • ການໄດ້ຂໍ້ມູນທີ່ຖືກຕ້ອງ - ເຮົາຕ້ອງຮຽນກ່ຽວກັບສິ່ງທີ່ຈະເປັນນິໄສທີ່ເປັນປະໂຫຍດກວ່າ, ເຊິ່ງມາຈາກການຟັງ, ການອ່ານ ຫຼື ການຮຽນກ່ຽວກັບມັນ. ບາດກ້າວນີ້ບໍ່ໝາຍວ່າເຮົາຈໍາເປັນຕ້ອງເຂົ້າໃຈມັນ, ແຕ່ວ່າເຮົາສາມາດໄຈ້ແຍກໄດ້ວ່າມັນເປັນວິທີການທາງພຣະພຸດທະສາສະໜາ. 
  • ການຕຶກຕອງຄວາມໝາຍຂອງມັນ - ເຮົາຕ້ອງພິຈາລະນາຂໍ້ມູນທີ່ເຮົາໄດ້ມາ, ຄິດກ່ຽວກັບມັນ ແລະ ວິເຄາະມັນຈາກຫຼາຍມຸມ, ເພື່ອວ່າເຮົາຈະສາມາດເຂົ້າໃຈມັນ. ເຮົາຕ້ອງສຳນຶກໃຫ້ໄດ້ວ່າສິ່ງທີ່ເຮົາກຳລັງເບິ່ງຢູ່ນັ້ນແມ່ນຄວາມຈິງ, ບໍ່ແມ່ນຂີ້ເຫຍື້ອ. ເຮົາຍັງຕ້ອງເຊື່ອອີກວ່າມັນເປັນປະໂຫຍດສຳລັບເຮົາ, ແລະ ເຮົາຈະສາມາດປະກອບມັນເຂົ້າໃນຊີວິດເຮົາໄດ້. 
  • ການທຳສະມາທິ - ບາດນີ້ເຮົາພ້ອມແລ້ວທີ່ຈະທຳສະມາທິເພື່ອທີ່ຈະສ້າງສິ່ງທີ່ເຮົາໄດ້ຮຽນມາ ແລະ ທີ່ເຮົາໄດ້ເຂົ້າໃຈໃຫ້ເປັນນິໄສທີ່ມີປະໂຫຍດກວ່າ. 

ຂໍ້ມູນ ແລະ ການຕຶກຕອງທີ່ຖືກຕ້ອງ

ການທີ່ຈະໄດ້ຂໍ້ມູນທີ່ຖືກຕ້ອງນັ້ນບໍ່ງ່າຍຄືທີ່ເຮົາຄິດ. ມີຫຼາຍຄົນທີ່ອ້າງວ່າສອນວິທີການທາງພຣະພຸດທະສາສະໜາແທ້; ແຕ່ພຽງເພາະຄົນບາງຄົນຂຽນປຶ້ມຂຶ້ນມາ ແລະ ຕີພິມຈຳໜ່າຍ, ບໍ່ໄດ້ໝາຍຄວາມວ່າເນື້ອຫາຂອງປຶ້ມນັ້ນຈະຖືກ. ແລະພຽງເພາະພຣະອາຈານອົງນັ້ນຈະນິຍົມ ຫຼື ຈະມີຄຸນສົມບັດພິເສດຫຼາຍ, ບໍ່ໄດ້ໝາຍຄວາມວ່າສິ່ງທີ່ເພິ່ນສອນຈະຖືກ. ຮິດເລີເປັນຄົນມີຄຸນສົມບັດພິເສດຫຼາຍ ແລະ ນິຍົມຫຼາຍ, ແຕ່ສິ່ງທີ່ລາວສອນແມ່ນເຫັນໄດ້ແຈ້ງວ່າບໍ່ຖືກ. ສະນັ້ນ, ໃນພຣະພຸດທະສາສະໜາຈິ່ງເນັ້ນໜັກວ່າເຮົາຕ້ອງໃຊ້ສະຕິປັນຍາຂອງເຮົາ. ແມ່ນຫຍັງທີ່ເຮັດໃຫ້ເຮົາຕ່າງຈາກສັດ? ສັດໜຶ່ງສາມາດຖືກຝຶກໃຫ້ເຮັດໄດ້ຫຼາຍຢ່າງ, ແຕ່ສິ່ງທີ່ເຮົາມີເໜືອພວກມັນແມ່ນສະຕິປັນຍາ. ເຮົາສາມາດແຍກລະຫວ່າງສິ່ງທີ່ເປັນປະໂຫຍດ ແລະ ສິ່ງທີ່ບໍ່ເປັນ. ເຖິງວ່າເຮົາຈະບໍ່ເຂົ້າໃຈບາງຢ່າງໃນຕອນຕົ້ນ, ເຮົາສາມາດໃຊ້ສະຕິປັນຍາຂອງເຮົາເພື່ອທຳຄວາມເຂົ້າໃຈໄດ້, ເຊິ່ງແມ່ນສິ່ງທີ່ເຮົາຕ້ອງເຮັດເວລາເຮົາຟັງ ຫຼື ອ່ານຄຳສອນ. 

ທຸກສິ່ງທີ່ພຣະພຸດທະເຈົ້າສອນແມ່ນມີເຈຕະນາທີ່ຈະເປັນປະໂຫຍດຕໍ່ຜູ້ອື່ນ. ແຕ່ເຮົາຍັງສາມາດກວດເບິ່ງຄືນດ້ວຍຕົວເອງ, ວ່າສິ່ງທີ່ພຣະອົງສອນນັ້ນເປັນປະໂຫຍດແທ້ບໍ່. ຕໍ່ສິ່ງນີ້, ເຮົາຍັງຕ້ອງເບິ່ງທີ່ຜົນກະທົບໄລຍະຍາວ, ເພາະໄລຍະສັ້ນອາດບໍ່ມ່ວນປານໃດ. ມັນຄ້າຍກັບການປິ່ນປົວ, ເຊິ່ງອາດບໍ່ມ່ວນປານໃດທີ່ຈະຕ້ອງຜ່ານ, ແຕ່ຜົນປະໂຫຍດໄລຍະຍາວນັ້ນມີ, ເຊັ່ນການປິ່ນປົວທາງເຄມີສໍາລັບມະເຣັງ. 

ຖ້າເຮົາບໍ່ໄດ້ເຮັດດັ່ງຂ້າງເທິງ, ຄືການກວດສອບຄຳສອນ ແລະ ເຊື່ອມໂຍງເຂົ້າໃນຊີວິດຂອງເຮົາ ແລະ ປະສົບການຂອງເຮົາເອງ, ແລ້ວເຮົາຈະສາມາດທຳສະມາທິກ່ຽວກັບມັນໄດ້ແນວໃດ? ມັນຄ້າຍກັບການຊື້ບາງຢ່າງໂດຍບໍ່ຄິດວ່າເຮົາຈະຕ້ອງມີ ຫຼື ຢາກໄດ້ຫຍັງບໍ່, ຫຼື ວ່າມັນຈະດີບໍ່. 

ການທຳສະມາທິແບບເປັນທາງການ

ແນ່ນອນ, ຂະບວນການຂອງການຄິດກ່ຽວກັບຄຳສອນແມ່ນມີປະໂຫຍດຫຼາຍ, ແລະ ບາງຄົນອາດເອີ້ນສິ່ງນີ້ວ່າເປັນຮູບແບບຂອງການທຳສະມາທິຢ່າງໜຶ່ງ. ແຕ່ສິ່ງທີ່ເຮົາສາມາດເອີ້ນວ່າ “ການທຳສະມາທິ” ຢ່າງເປັນທາງການໄດ້ນັ້ນແມ່ນຂະບວນການທີ່ເຮົາຮ່ວມພາວະຈິດໃຈທີ່ມີປະໂຫຍດຫຼາຍຂຶ້ນນີ້ເຂົ້າໃນວິຖີຊີວິດຂອງເຮົາ, ຊີວິດປົກກະຕິຂອງເຮົາ. ອັນນີ້ມັນປະກອບດ້ວຍສອງບາດກ້າວ: 

  • ການທຳສະມາທິການສັງເກດຈຳແນກ - ຂັ້ນຕອນທຳອິດນີ້ສ່ວນຫຼາຍເອີ້ນວ່າ “ການທຳສະມາທິແບບວິເຄາະ” ແລະ ເຮົາຈະສຸມໃສ່ບາງຢ່າງດ້ວຍທັດສະນະຄະຕິທີ່ດີຂຶ້ນ, ສັງເກດທຸກລາຍລະອຽດ ແລະ ປັດໄຈສະໜັບສະໜຸນຢ່າງລະອຽດ. 
  • ການທຳສະມາທິສ້າງຄວາມໝັ້ນຄົງ - ຂັ້ນຕອນທີສອງແມ່ນເຮົາບໍ່ສັງເກດທຸກລາຍລະອຽດອີກແລ້ວ, ແຕ່ພຽງສຸມໃສ່ໃນລັກສະນະເນັ້ນຫຼາຍຂຶ້ນຕໍ່ວັດຖຸຂອງເຮົາ ດ້ວຍພຽງບົດສະຫຼຸບຫຼັກຂອງການວິເຄາະຂອງເຮົາເປັນທັດສະນະຄະຕິຂອງເຮົາຕໍ່ສິ່ງນັ້ນ. 

ຫຼາຍຄົນ, ເວລາເລີ່ມທຳສະມາທິໃໝ່ໆ, ຈະຮຽນສຸມໃສ່ລົມຫັນໃຈ. ເຮົາຈະສະຫງົບຈິດໃຈລົງ, ແລະ ສຸມໃສ່ລົມຫັນໃຈທີ່ເຂົ້າ ແລະ ອອກ. ມັນຟັງຄືງ່າຍ ແຕ່ຄວາມຈິງເຮັດຍາກຫຼາຍ. ເຮົາກຳລັງພະຍາຍາມເຮັດຫຍັງເມື່ອເຮົາສຸມໃສ່ລົມຫັນໃຈ? ກ່ອນອື່ນໝົດ, ເຮົາພະຍາຍາມສະຫງົບສຽງໃນຫົວຂອງເຮົາທີ່ຫຼິ້ນອາລົມ ແລະ ຄວາມຮູ້ສຶກລົບກວນທຸກອັນກັບເຮົາ. ສິ່ງນີ້ຄ້າຍກັບການຕັດສະຖິດໃນເບື້ອງຫຼັງອອກ. ແຕ່ໃນເວລາດຽວກັນ, ເຮົາກໍສາມາດສຸມໃສ່ລົມຫັນໃຈດ້ວຍຄວາມເຂົ້າໃຈບາງຢ່າງກັບມັນທີ່ເຮົາເຄີຍໄດ້ຍິນ, ໄດ້ຕຶກຕອງ ແລະ ເຂົ້າໃຈມາກ່ອນ. ໃນທີ່ນີ້ແມ່ນບ່ອນທີ່ການທຳສະມາທິການສັງເກດຈຳແນກ ແລະ ສ້າງຄວາມໝັ້ນຄົງ ຈະເຂົ້າມາກ່ຽວ. ຕົວຢ່າງເຊັ່ນ, ເຮົາອາດຖືລົມຫັນໃຈເປັນດັ່ງຕົວຢ່າງຂອງຄວາມບໍ່ທ່ຽງ: ມັນປ່ຽນແປງຕະຫຼອດເວລາ. ຫຼືເຮົາອາດເບິ່ງທີ່ຄວາມຈິງທີ່ວ່າມັນບໍ່ໄດ້ມີຕົວ “ເຮົາ” ທີ່ ແຍກອອກຈາກລົມຫັນໃຈ - ຜົນທີ່ສຸດແລ້ວ, ແມ່ນໃຜທີ່ຫັນໃຈ? ແຕ່ການວິເຄາະນັ້ນອາດເຮັດໃຫ້ມັນສັບຊ້ອນໂພດສຳລັບຄົນທີ່ເລີ່ມໃໝ່. 

ບ່ອນເລີ່ມທີ່ດີກວ່າແມ່ນ, ອີກເທື່ອໜຶ່ງ, ການເບິ່ງທີ່ຕົນເອງ. ເຮົາຢູ່ພາຍໃຕ້ຄວາມກົດດັນອັນໃຫຍ່ຫຼວງຢູ່ຕະຫຼອດ, ຈາກວຽກງານ, ຄອບຄົວ, ສັງຄົມຂອງເຮົາໂດຍລວມ - ແລະ ສະນັ້ນ ຈິດໃຈຂອງເຮົາຈິ່ງແລ່ນນຳຄວາມຄິດວິຕົກ ແລະ ກັງວົນຢູ່ຕະຫຼອດ. ມັນຍາກທີ່ຈະຜ່ອນຄາຍ! ສະນັ້ນ ສຳລັບເຮົາ, ມັນຈະຊ່ວຍໄດ້ຫຼາຍທີ່ຈະສາມາດຜ່ອນຄາຍ ແລະ ຢູ່ຕິດດິນ. ເຖິງວ່າສິ່ງນີ້ຈະບໍ່ແກ້ບັນຫາຂອງເຮົາໃນທີ່ສຸດ, ແຕ່ມັນກໍເປັນບາດກ້າວໄປທາງໜ້າ. ໂດຍການສຸມໃສ່ລົມຫັນໃຈຂອງເຮົາ, ເຮົາສາມາດສຳຜັດກັບຄວາມເປັນຈິງຂອງຮ່າງກາຍເຮົາ - “ເຮົາມີຊີວິດ!” ລົມຫັນໃຈເປັນຕົວຊີ້ວັດຂອງສິ່ງນັ້ນ, ເພາະມັນຈະດຳເນີນໄປຈົນເຮົາຕາຍ. ບໍ່ວ່າຊີວິດຈະຍາກພຽງໃດ, ລົມຫັນໃຈກໍຈະຍັງຢູ່ສະເໝີ. ຖ້າເຮົາສາມາດຮັບຮູ້ສິ່ງນັ້ນໄດ້ຫຼາຍຂຶ້ນ, ມັນຈະຊ່ວຍເຮົາໃຫ້ເຂົ້າໃຈວ່າຊີວິດກຳລັງສືບຕໍ່ໄປ; ບໍ່ວ່າຫຍັງ, ຊີວິດຈະດຳເນີນໄປ. ແມ່ນແຕ່ອັນນີ້ກໍຊ່ວຍໄດ້, ຄືເວລາໝູ່ຂອງຜູ້ຂ້າເສຍ, ເພາະຜູ້ຂ້າເຂົ້າໃຈວ່າ, ເອີ, ຊີວິດຍັງດຳເນີນຕໍ່ໄປ. 

ສະນັ້ນ ເຮົາມີຂໍ້ມູນນີ້, ເຮົາໄດ້ຄິດກ່ຽວກັບມັນ ແລະ ເຂົ້າໃຈມັນ, ແລະ ເຊື່ອວ່າມັນໄດ້ຄວາມໝາຍ. ມັນຈະຊ່ວຍບໍທີ່ຈະໄດ້ເຫັນວ່າຊີວິດດຳເນີນໄປ, ແລະ ຈະໄດ້ເຊື່ອມຕິດກັບຮ່າງກາຍຂອງເຮົາ ແລະ ບໍ່ຫຼົງທາງໄປໃນຄວາມຄິດຢ້ານກົວ ແລະ ຊຶມເສົ້າຂອງເຮົາ? ແມ່ນ, ມັນຈະຊ່ວຍແທ້. ເຮົາຈະສາມາດຕັ້ງຈຸດສຸມ ແລະ ສຳນຶກເຖິງລົມຫັນໃຈຂອງເຮົາໄດ້ບໍ? ໄດ້, ເຖິງວ່າເຮົາຈະຢຸດກິຈະກຳອັນອື່ນຂອງເຮົາໄປພຽງໜຶ່ງ ຫຼື ສອງວິນາທີກໍຕາມ, ເຮົາຈະສາມາດສັງເກດລົມຫັນໃຈຂອງເຮົາໄດ້: ມັນຢູ່ນັ້ນຕະຫຼອດ. ສະນັ້ນ, ເຮົາບໍ່ຕ້ອງມີລະດັບຄວາມເຂົ້າໃຈທີ່ເລິກແລບ ຫຼື ລະອຽດກໍໄດ້. ແນ່ນອນ, ຍິ່ງເລິກເທົ່າໃດຍິ່ງດີ, ແຕ່ພຽງເທົ່ານີ້ສຳລັບຈຸດເລີ່ມຕົ້ນກໍພຽງພໍແລ້ວ. 

ຂະບວນການທຳສະມາທິ

ເຮົາມາເຖິງຄວາມເຂົ້າໃຈຕໍ່ການສຸມໃສ່ລົມຫັນໃຈເມື່ອເຮົາມີປັດໄຈທາງຈິດໃຈສອງອັນ, ເຊິ່ງເປັນພາວະຈິດໃຈທີ່ຕິດພັນກັບການສຸມໃສ່ຂອງເຮົາ: 

  • ການຊອກຄົ້ນຫາໂດຍລວມ - ການສັງເກດບາງຢ່າງໃນລະດັບລວກໆ 
  • ການສັງເກດຈຳແນກລະອຽດ - ການເຂົ້າໃຈບາງຢ່າງໃນລະດັບທີ່ລະອຽດຫຼາຍ. 

ຕົວຢ່າງແບບດັ້ງເດີມທີ່ໃຊ້ອະທິບາຍຄວາມຕ່າງລະຫວ່າງພາວະຈິດໃຈສອງອັນນີ້ແມ່ນການເບິ່ງຮູບແຕ້ມອັນໜຶ່ງ. ກັບການຊອກຄົ້ນຫາໂດຍລວມ, ເຮົາຈະສັງເກດວ່າມັນເປັນຮູບແຕ້ມ, ບາງເທື່ອອາດເປັນຮູບແຕ້ມຄົນ. ໃນການຮູ້ແນວນີ້, ໃນໃຈເບິ່ງຄືຈະບໍ່ເວົ້າອັນນີ້, ແຕ່ມັນຮູ້ຈາກການເບິ່ງ. ອັນນີ້ແມ່ນສິ່ງທີ່ເຮົາອາດເອີ້ນວ່າ “ຄວາມເຂົ້າໃຈ” ໃນພາສາທົ່ວໄປ. ກັບການສັງເກດຈຳແນກລະອຽດ, ເຮົາຈະເບິ່ງຮູບພາບແບບລະອຽດກວ່າ ແລະ ເຂົ້າໃຈວ່າມັນເປັນຮູບຂອງຄົນນີ້ ຫຼື ຄົນນັ້ນ ພ້ອມກັບລັກສະນະສະເພາະອື່ນໆ. 

ອັນນີ້ແມ່ນສິ່ງທີ່ເຮົາເຮັດໃນຂະນະທີ່ສຸມໃສ່ລົມຫັນໃຈ. ເຮົາຊອກຄົ້ນຫາ ແລະ ເຂົ້າໃຈວ່າລົມຫັນໃຈເປັນສິ່ງທີ່ດຳເນີນຢູ່ຕະຫຼອດເວລາ, ແລະ ເຮົາສັງເກດຈຳແນກລາຍລະອຽດໄດ້ວ່າມັນເຂົ້າ ແລະ ອອກທາງດັງ. ບໍ່ວ່າຈະເກີດຫຍັງຂຶ້ນ, ມັນຈະດຳເນີນຕໍ່ໄປຕາມທີ່ເຮົາຍັງມີຊີວິດ, ສະນັ້ນ ໃນຄວາມໝາຍນີ້ ມັນຄົງທີ່, ໝັ້ນຄົງ ແລະ ເພິ່ງພາໄດ້. ອັນນີ້ແມ່ນເຫດຜົນທີ່ເຮົາເອີ້ນມັນວ່າ “ການທຳສະມາທິສັງເກດຈຳແນກ” ເພາະມັນເປັນສິ່ງທີ່ເຮົາຕັ້ງໃຈສັງເກດ. ເຮົາບໍ່ໄດ້ວິເຄາະມັນ, ພຽງແແຕ່ເບິ່ງ ແລະ ເຂົ້າໃຈມັນຈາກມຸມມອງໃດໜຶ່ງ ໃນທາງໃດໜຶ່ງເທົ່ານັ້ນ. 

ບາດກ້າວທີສອງ, ການທຳສະມາທິສ້າງຄວາມໝັ້ນຄົງ, ແມ່ນບ່ອນທີ່ເຮົາບໍ່ຕ້ອງຕັ້ງໃຈສັງເກດ ຈຳແນກແບບນີ້ອີກ, ເຮົາຈະຮູ້ເລີຍ. ອັນນີ້ເປັນພາວະຈິດໃຈທີ່ອ່າວຕ່າງລະຫວ່າງການເຂົ້າໃຈບາງຢ່າງ ຢ່າງຕັ້ງໃຈ ກັບການຮູ້ເອງ. ເຮົາທຳສະມາທິ, ແລະ ຜົນໄດ້ຮັບຈະແມ່ນວ່າເຮົາຕິດດິນຫຼາຍຂຶ້ນ ແລະ ຮູ້ສຶກຄົງທີ່ ແລະ ໝັ້ນຄົງຫຼາຍຂຶ້ນ. ສິ່ງນີ້ຈະເກີດໄດ້ຖ້າເຮົາຝຶກ - ເລື້ອຍໆ, ແລະ ດີແທ້ແມ່ນທຸກວັນ. 

ການໝູນໃຊ້ການປະຕິບັດຂອງເຮົາເຂົ້າໃນຊີວິດປະຈຳວັນ

ໂດຍສະເພາະແລ້ວ, ເຮົາຈະພະຍາຍາມຈື່ວ່າຕ້ອງປະຕິບັດເມື່ອເຮົາຮູ້ສຶກເສຍອາລົມຢ່າງຜິດປົກກະຕິ. ແນ່ນອນວ່າມັນຍາກ, ແລະ ເຮົາກໍເຄີຍປຽບທຽບໃສ່ການຝຶກຮ່າງກາຍມາແລ້ວ, ແຕ່ໃນທີ່ສຸດ ຄວາມເຂົ້າໃຈຈະຝັງເລິກລົງໃນຕົວເຮົາຈົນວ່າເຮົາຮູ້ດີຢູ່ຕະຫຼອດເວລາ. ເຮົາຈະຮູ້ວ່າຊີວິດຈະດຳເນີນໄປ, ແລະ ໃນລະດັບເລິກໆ ແລ້ວ, ບໍ່ວ່າຈະເກີດຫຍັງຂຶ້ນ, ມັນຈະບໍ່ມີບັນຫາ. ເຮົາຮູ້ອັນນີ້ເປັນຢ່າງດີຈົນວ່າ ມັນກາຍເປັນນິໄສທີ່ປ່ຽນວິທີທີ່ເຮົາເບິ່ງຊີວິດ. ອັນນີ້ແມ່ນຜົນຂອງການທຳສະມາທິ. ຖ້າເຮົາລືມ, ເຮົາຈະສາມາດສຸມໃສ່ລົມຫັນໃຈຂອງເຮົາໄດ້ອີກ ແລ້ວເຕືອນ ແລະ ເຕີມພະລັງໃຫ້ຕົນເອງຄືນໃໝ່ໄດ້ສະເໝີ. ສິ່ງທີ່ເຮົາເຮັດແມ່ນສ້າງການປ່ຽນແປງອັນແທ້ຈິງໃນພາວະຈິດໃຈຂອງເຮົາ, ໃນແງ່ຂອງວິທີທີ່ເຮົາຈັດການກັບຊີວິດປະຈຳວັນ. ມັນບໍ່ແມ່ນການຫຼີກໜີຈາກບັນຫາຂອງເຮົາໂດຍການທ່ອງໄປໃນໂລກເພີ້ຝັນ, ແຕ່ຫາກເປັນຂະບວນການທີ່ເຮົາຕັ້ງໃຈປະຕິບັດເພື່ອທີ່ຈະສາມາດຍົກລະດັບພາວະຈິດໃຈ ແລະ ອາລົມຂອງເຮົາ, ແລະ ທ້າຍທີ່ສຸດ, ສະຖານະການຂອງເຮົາເອງ. 

ສິ່ງທີ່ເຮົາໄດ້ເບິ່ງໄປນັ້ນ ຍັງສາມາດເບິ່ງເປັນວິທີການທີ່ມີຄວາມຊັບຊ້ອນຂອງຈິຕະວິທະຍາ. ຈະເບິ່ງແນວນີ້ກໍໄດ້, ແຕ່ເຮົາຄວນລະວັງຢ່າຄິດວ່າອັນນີ້ແມ່ນພຣະພຸດທະສາສະໜາທັງໝົດ - ວ່າເປັນພຽງຮູບແບບໜຶ່ງຂອງຈິຕະວິທະຍາ. ພຣະພຸດທະສາສະໜາເປັນຫຼາຍກວ່ານີ້ຫຼາຍ. ໃນພຣະພຸດທະສາສະໜາ ເຮົາມຸ່ງຫວັງສູງກວ່ານີ້ຫຼາຍ - ການຕັດສະຮູ້, ການຊ່ວຍເຫຼືອທຸກຄົນ, ແຕ່ເຮົາຕ້ອງໄດ້ຜ່ານບາດກ້າວທີ່ສຳຄັນອັນນີ້ກ່ອນ. 

ສະຫຼຸບ

ມັນງ່າຍຫຼາຍທີ່ພຽງແຕ່ຈະພະຍາຍາມໜີບັນຫາຂອງເຮົາ, ໂດຍການຟັງເພງຕະຫຼອດວັນ ຫຼື ຫາວຽກເຮັດຢູ່ຕະຫຼອດ, ໄປຈົນເຖິງການດື່ມເຫຼົ້າມຶນເມົາ ຫຼື ດື່ມເພື່ອໃຫ້ລືມທຸກຢ່າງ. ມາຕະການຊົ່ວຄາວເຫຼົ່ານີ້ຈະບໍ່ຊ່ວຍຫຼາຍ, ແລະ ບັນຫານັ້ນກໍຈະກັບມາຄືເກົ່າ. ດ້ວຍການຄິດຕຶກຕອງຢ່າງແທ້ຈິງ ແລ້ວທຳສະມາກຳນົດພຣະທັມ, ເຮົາຈະສາມາດຫັນປ່ຽນວິທີທີ່ເຮົາເບິ່ງຕົນເອງ, ຄົນອື່ນ, ແລະ ປະສົບການທີ່ເຮົາພົບພໍ້. ເຖິງວ່າສິ່ງນີ້ຈະບໍ່ເຮັດໃຫ້ບັນຫາທັງໝົດຂອງເຮົາຫາຍໄປທັນທີ, ແຕ່ມັນຈະຊ່ວຍເຮົາປະເຊີນໜ້າກັບມັນໄດ້ຢ່າງຕັ້ງໜ້າ ດ້ວຍຄວາມຮູ້ທີ່ວ່າເຮົາເຂັ້ມແຂງພໍທີ່ຈະຈັດການກັບມັນ. 

Top