ການຟັງພຣະທັມຄຳສອນ

ສິ່ງທີການທຳສະມາທິເຮັດ

ການທຳສະມາທິແມ່ນວິທີການເພື່ອການຫັນປ່ຽນ ແລະ ຍົກລະດັບຊີວິດຂອງເຮົາ. ເຮັດແນວໃດ? ເອີ, ຊີວິດຂອງເຮົາຖືກກະທົບຈາກບຸຄະລິກ ແລະ ອາລົມຂອງເຮົາ, ເຊິ່ງຖືກກະທົບຈາກສະພາບການດຳລົງຊີວິດ ແລະ ເສຖະກິດຂອງເຮົາ, ຄົນທີ່ເຮົາໃຊ້ເວລາຢູ່ນຳ ແລະ ອື່ນໆ. ຖ້າເຮົາມີປະສົບການໃນຊີວິດ, ເຮົາຈະຮູ້ວ່າເຖິງຈະມີການປ່ຽນແປງທາງພາຍນອກ ເຊັ່ນ ວຽກ, ຄວາມຮັ່ງມີ ແລະ ໝູ່ເພື່ອນ, ແຕ່ຖ້າທັດສະນະຄະຕິ ແລະ ພາວະຈິດໃຈຂອງເຮົາຫາກຍັງຄົງເດີມ, ເຮົາກໍຈະມີບັນຫາອັນເກົ່າຢູ່ຕະຫຼອດ. ບໍ່ວ່າເຮົາຈະມີໝູ່ຫຼາຍປານໃດ, ເຮົາຍັງສາມາດຮູ້ສຶກບໍ່ໝັ້ນຄົງຢູ່. ບໍ່ສຳຄັນວ່າເຮົາຈະຮັ່ງມີປານໃດ, ເຮົາຍັງສາມາດໂມໂຫ ແລະ ຫງຸດຫງິດໄດ້ຢູ່. ສິ່ງເຫຼົ່ານີ້ຈະບໍ່ປ່ຽນພຽງເພາະເຮົາປ່ຽນສະຖານະການພາຍນອກຂອງເຮົາ. 

ໃນທີ່ນີ້ ການທຳສະມາທິຈະຊ່ວຍໄດ້, ເພາະຈະນຳເອົາການປ່ຽນແປງທີ່ແທ້ຈິງມາສູ່ຄຸນະພາບຊີວິດຂອງເຮົາ, ເຮົາຕ້ອງພັດທະນາຈິດໃຈຂອງເຮົາ. ອັນນີ້ບໍ່ໄດ້ໝາຍເຖິງແຕ່ຄຸນະພາບດ້ານສະຕິປັນຍາ ຫຼື ການພັດທະນາການຈົດຈໍ່ ແລະ ການເອົາຊະນະຄວາມຂີ້ຄ້ານເທົ່ານັ້ນ. ເຫຼົ່ານີ້ແມ່ນສິ່ງສຳຄັນທີ່ຕ້ອງເຮັດ, ແຕ່ເຮົາຕ້ອງລົງເລິກໃນແງ່ຂອງສະຖານະພາບທາງອາລົມຂອງເຮົານຳ ຄື ຄວາມບໍ່ໝັ້ນຄົງ ແລະ ຄວາມສັບສົນພື້ນຖານຂອງເຮົາກ່ຽວກັບຊີວິດເອງ. 

ການທຳສະມາທິໃນບໍລິບົດພຣະພຸດທະສາສະໜາ

ໃນປະຈຸບັນ, ເຮົາເຫັນການທຳສະມາທິ ບໍ່ພຽງແຕ່ໃນພຣະພຸດທະສາສະໜາ, ແຕ່ຍັງມີຢູ່ໃນຫຼາຍລະບົບອີກ. ໃນບໍລິບົດຂອງພຣະພຸດທະສາສະໜາ, ການທຳສະມາທິມີຄວາມໝາຍຂອງການບັນລຸພາວະຈິດໃຈທີ່ເປັນບວກ ຈາກວິທີການເຮັດຊ້ຳໄປຊ້ຳມາ. ມັນກໍພຽງຄ້າຍກັບການຝຶກນັກກິລາ ຫຼື ເຄື່ອງດົນຕຣີ ທີ່ເຮົາຕ້ອງເຮັດຊ້ຳໄປຊ້ຳມາ; ແຕ່ໃນການທຳສະມາທິເຮົາຈະສ້າງຄວາມລຶ້ງເຄີຍກັບພາວະຈິດໃຈດ້ານບວກໂດຍການສ້າງພາວະນັ້ນ. ໃນຕອນທຳອິດ ມັນຈະຮູ້ສຶກຄືບັງຄັບ ແລະ ບໍ່ເປັນທຳມະຊາດ, ແຕ່ຜ່ານໄປໄລຍະໜຶ່ງ ເຮົາຈະລຶ້ງກັບພາວະຈິດໃຈນັ້ນຈົນມັນກາຍເປັນສ່ວນໜຶ່ງຂອງເຮົາໂດຍທຳມະຊາດ. 

ພຽງເພາະບາງສິ່ງຖືກສ້າງຂຶ້ນແບບນີ້ ກໍບໍ່ໝາຍຄວາມວ່າມັນຈະເປັນສິ່ງບໍ່ສົມຄວນ. ຖ້າເຮົາພະຍາຍາມສ້າງພາວະຈິດໃຈອັນໃໝ່, ເຮົາບໍ່ຄວນຄິດວ່າມັນບໍ່ເປັນທຳມະຊາດ. ຫຼາຍຄົນຄິດວ່າຈະດີທີ່ສຸດທີ່ຈະເປັນເຮົາໃນແບບທຳມະຊາດ, ໂດຍບໍ່ພະຍາຍາມປ່ຽນຕົນເອງເລີຍ. ແຕ່ຖ້າເຮົາຍັງຄົງຢູ່ໃນພາວະທຳມະຊາດ, ເຮົາກໍຄືຊິຕ້ອງຂີ້ໃສ່ໂສ້ງລະ. ແຕ່ເຮົາຝຶກຕົນເອງໃນຫຼາຍວິທີເພື່ອທີ່ຈະພັດທະນາຊີວິດຂອງເຮົາ. ເຮົາສາມາດ ແລະ ຄວນເຮັດອັນດຽວກັນກັບຈິດໃຈຂອງເຮົານຳ. 

ເຮົາບໍ່ສາມາດໃຊ້ເຫດຜົນທີ່ວ່າເຮົາຄວນເປັນທຳມະຊາດແລ້ວທຸກຢ່າງຈະດີເອງ, ເພາະການເປັນທຳມະຊາດຈະບໍ່ຈົບລົງດ້ວຍຜົນລັບທີ່ດີສະເໝີໄປ. ເຊັ່ນຖ້າແອນ້ອຍຮ້ອງໄຫ້ ແລ້ວຜູ້ຂ້າໂມໂຫ ແລ້ວມັນຈະເປັນທຳມະຊາດທີ່ຈະຕີແອນ້ອຍເພື່ອໃຫ້ມັນເຊົາໄຫ້; ເອີ, ອັນນັ້ນກໍບໍ່ດີປານໃດ, ແມ່ນບໍ? ເຮົາຮູ້ວ່ານັ້ນບໍ່ແມ່ນວິທີປະພຶດທີ່ດີ, ເຖິງວ່າການຕີແອນ້ອຍອາດເປັນຄວາມຄິດອັນທຳອິດທີ່ມາຕາມທຳມະຊາດ ເມື່ອມັນເລີ່ມຮ້ອງໄຫ້ກາງເດິກ. 

ສະນັ້ນ ເຮົາມີການທຳສະມາທິ, ເຊິ່ງມີບົດບາດທີ່ສຳຄັນຫຼາຍໃນການສຶກສາ ແລະ ການປະຕິບັດພຣະພຸດທະສາສະໜາ. ຫຼາຍຄົນມັກຄິດຜິດໆ ວ່າການສຶກສາ ແລະ ການທຳສະມາທິແມ່ນແຍກອອກຈາກກັນ, ແຕ່ອັນນີ້ບໍ່ໄດ້ເປັນແນວນັ້ນເລີຍໃນຄຳສອນຂອງພຣະພຸດທະສາສະໜາ. 

ການສ້າງນິໄສທີ່ເປັນປະໂຫຍດ

ເພື່ອເປັນການສ້າງນິໄສທີ່ເປັນປະໂຫຍດ, ເຮົາຕ້ອງສຶກສາວ່ານິໄສນັ້ນແມ່ນຫຍັງ, ແຕ່ການຮ່ຳຮຽນອັນນີ້ບໍ່ໄດ້ຈົບຢູ່ທີ່ນີ້. ເຮົາຕ້ອງໃຫ້ມັນຮ່ວມກັນເປັນອັນໜຶ່ງອັນດຽວ ແລະ ເຮັດໃຫ້ມັນເປັນສ່ວນໜຶ່ງຂອງເຮົາ, ເຊິ່ງເປັນສິ່ງທີ່ການທຳສະມາທິເຮັດ. ຄືກັບທີ່ເຮົາບໍ່ສາມາດຍ່ອຍຫຍັງໄດ້ຖ້າເຮົາບໍ່ເອົາມັນເຂົ້າປາກເຮົາ ແລ້ວຫຍ້ຳກ່ອນ, ຖ້າເຮົາບໍ່ເອົາຄຳສອນເຂົ້າໃນຫົວ ແລ້ວຄິດກັບມັນ, ກໍຈະບໍ່ມີທາງທີ່ຈະສາມາດແຕກຍ່ອຍມັນຜ່ານການທຳສະມາທິໄດ້. ແລະເຊັ່ນດຽວກັບອາຫານ, ຈະບໍ່ມີປະໂຫຍດທີ່ຈະຫຍ້ຳ ແລະ ຄາຍ. ເຮົາຕ້ອງກືນ ແລະ ຍ່ອຍອາຫານນັ້ນຈິ່ງຈະໄດ້ປະໂຫຍດຈາກມັນ. 

ເຮົາຈະເລີ່ມທຳສະມາທິແນວໃດ? ດັ່ງທີ່ເຮົາໄດ້ເຫັນ, ການທຳສະມາທິເປັນບາດກ້າວທີສາມຂອງຂະບວນການສາມບາດກ້າວ. ໂຄງສ້າງແນວນີ້ແມ່ນພົບໄດ້ໃນທຸກລັດທິຂອງອິນເດຍ, ເຊັ່ນໃນ ອຸປະນິສັດ ໃນສາຍຮິນດູ. ຫຼາຍຄົນເບິ່ງຄືບໍ່ເຂົ້າໃຈວ່າວິທີການສ່ວນຫຼາຍທີ່ເຮົາໃຊ້ໃນພຣະພຸດທະສາສະໜາມີຮ່ວມກັນກັບຫຼາຍສາຍໃນລັດທິອິນເດຍ. ແຕ່ໃນຂະນະທີ່ວິທີການອາດມີຮ່ວມກັນ, ສິ່ງທີ່ເປັນເອກະລັກໃນພຣະພຸດທະສາສະໜາແມ່ນບໍລິບົດ: ເປົ້າໝາຍຂອງເຮົາແມ່ນຫຍັງ, ຄວາມເຂົ້າໃຈຂອງເຮົາຕໍ່ຄວາມຈິງແມ່ນຫຍັງ, ແລະ ຄວາມແຮງຈູງໃຈຂອງເຮົາແມ່ນຫຍັງ. 

ທັງສາມສ່ວນລວມມີການຟັງ, ການຄິດ ຫຼື ການຕຶກຕອງ, ແລ້ວຈິ່ງແມ່ນການທຳສະມາທິ. ຖ້າເຮົາປະຕິບັດສະມາທິໃນບໍລິບົດຂອງພຣະພຸດທະສາສະໜາ, ແລ້ວເຮົາຈະໃຊ້ມັນເພື່ອຍ່ອຍຄຳສອນ. 

ການຟັງຄຳສອນ

ເປັນຫຍັງເຮົາຈິ່ງເອີນພາກທຳອິດວ່າ “ການຟັງ?” ກ່ອນອື່ນໝົດ, ໃນຊ່ວງທີ່ພຣະພຸດທະເຈົ້າຍັງມີຊີວິດຢູ່, ຄຳສອນແຕ່ລະອັນບໍ່ໄດ້ຖືກຂີດຂຽນໄວ້, ສະນັ້ນ ທາງດຽວທີ່ເຮົາຈະຮ່ຳຮຽນໄດ້ແມ່ນການຟັງຜູ້ອື່ນເລົ່າໃຫ້ຟັງ ແລະ ອະທິບາຍຈາກສິ່ງທີ່ເພິ່ນຈື່ໄດ້. ໃນປະຈຸບັນ, ເຮົາສາມາດອ່ານຄຳສອນທັງໝົດໄດ້, ແລ້ວ ຍັງຈະມີປະໂຫຍດຈາກການຟັງຢູ່ບໍ? ເອີ, ປະໂຫຍດຂອງມັນແມ່ນມັນຈະໃຫ້ເຮົາເຂົ້າເຖິງຕົວຕົນຂອງອາຈານໄດ້, ເຊິ່ງເພິ່ນປາຖະໜາຈະໃຫ້ນັກຮຽນເຂົ້າໃຈ. ເພິ່ນສາມາດອະທິບາຍສິ່ງຕ່າງໆ ໃນຫຼາຍວິທີ, ຖ້າເຮົາມີຄຳຖາມ, ເຮົາກໍສາມາດຖາມໄດ້, ບໍ່ຄືການອ່ານປຶ້ມ. 

ຂໍ້ເສຍຂອງການຟັງແມ່ນວ່າຖ້າເຮົາເສຍຄວາມໃສ່ໃຈ, ເຮົາຈະບໍ່ສາມາດກັບໄປຄືນໜ້າໜຶ່ງ ຫຼື ໝຸນຄືນ. ມັນໜ້າອາຍທີ່ຈະຂໍ, ຖ້າເຮົາຢູ່ໃນກຸ່ມໃຫຍ່, ໃຫ້ອາຈານກັບຄືນໄປເວົ້າອັນເກົ່າພຽງເພາະເຮົາບໍ່ໄດ້ຕັ້ງໃຈຟັງ. ເຮົາອາດນັ່ງຢູ່ທາງຫຼັງ ແລະ ບໍ່ສາມາດໄດ້ຍິນດີປານໃດ. ຫ້ອງອາດຮ້ອນ ແລະ ເຮັດໃຫ້ເຮົາເຫງົານອນ. ຄືມີຂໍ້ເສຍ. ແຕ່ມັນໝາຍຄວາມວ່າເຮົາຕ້ອງອອກຄວາມພຽນ, ເຊິ່ງເປັນຄຸນສົມບັດທີ່ຕ້ອງໄດ້ສ້າງໃນຄຳສອນຂອງພຣະພຸດທະສາສະໜາ. ການຮຽນ ແລະ ການປະຕິບັດພຣະພຸດທະສາສະໜາຈະບໍ່ແມ່ນວິທີການແບບເສີຍໆ. 

ຄຳແນະນຳສຳລັບອາຈານສອນອັນທີ່ຈິງແລ້ວມແມ່ນວ່າເຮົາບໍ່ຄວນເຮັດໃຫ້ມັນງ່າຍເກີນໄປສຳລັບຜູ້ຮຽນ, ວ່າເຮົາບໍ່ຄວນອະທິບາຍສິ່ງຕ່າງໆ ຈະແຈ້ງຫຼາຍໃນຕອນທຳອິດ. ສຳລັບບາງຄົນ, ຄືຜູ້ຂ້າ, ມັນຍາກເພາະຜູ້ຂ້າມັກຄວາມຈະແຈ້ງ. ຖ້າຜູ້ຂ້າປະຕິບັດຕາມຄຳແນະນຳຂອງພຣະອາຈານເຊີກອງ ຣິນໂປເຊ ອາຈານຂອງຜູ້ຂ້າ, ຜູ້ທີ່ຕັ້ງໃຈສອນຜູ້ຂ້າກ່ຽວກັບວິທີສອນໃນເວລາທີ່ຜູ້ຂ້າເປັນນາຍແປພາສາໃຫ້ເພິ່ນ, ເພິ່ນວ່າ: “ຢ່າອະທິບາຍຈະແຈ້ງໃນຕອນທຳອິດ, ເພາະສິ່ງທີ່ເຮົາຕ້ອງການແມ່ນການເບິ່ງວ່າ ໃຜສົນໃຈແທ້ໆ ຫຼື ໃຜມາເພາະເຫດຜົນອື່ນ. ຄົນທີ່ສົນໃຈຈະຖາມຕື່ມ, ແລະ ມັນສຳຄັນທີ່ຜູ້ຮຽນຈະສ້າງຄວາມປາຖະໜາອັນແຮງກ້າຂອງຕົນທີ່ຈະຮຽນຕື່ມ.” 

ຖ້າ, ໃນຖານະນັກຮຽນ, ເຮົາຈົ່ມວ່າອາຈານບໍ່ຈະແຈ້ງ ເຮົາຈິ່ງບໍ່ຢາກກັບໄປອີກ, ເຮົາຕ້ອງພິນິດເບິ່ງຄຸນະພາບຂອງອາຈານ. ເພິ່ນບໍ່ມີວຸທິ ແລະບໍ່ຮູ້ວິທີອະທິບາຍຈະແຈ້ງບໍ? ມີຫຼາຍທ່ານທີ່ເປັນແນວນີ້. ຫຼື ອາຈານຫາກຕັ້ງໃຈທີ່ຈະບໍ່ໃຫ້ລາຍລະອຽດທັງໝົດກັບເຮົາ, ເພື່ອທີ່ຈະຊຸກຍູ້ໃຫ້ເຮົາສ້າງຄວາມພາກພຽນ ແລະ ຄວາມອົດທົນ? ຈຸດປະສົງທັງໝົດຂອງການຟັງແມ່ນສຳລັບບາດກ້າວທີສອງ, ເຊິ່ງແມ່ນການຄິດກ່ຽວກັບຄຳສອນ. ມັນຈະເປັນປະໂຫຍດຫຼາຍກວ່າຖ້າອາຈານຈະບໍ່ບອກຄຳຕອບທັນທີ ເພາະມັນຈະເຮັດໃຫ້ເຮົາຄິດກ່ອນ, ເຊິ່ງຈະສ້າງນິໄສຂອງການພິນິດຄຳສອນດ້ວຍຕົວເຮົາເອງ. 

ການພິນິດຄຳສອນ

ສິ່ງສຳຄັນແມ່ນການພິນິດຄຳສອນ ແລະ ເບິ່ງວ່າມັນມີເຫດຜົນສໍາລັບເຮົາບໍ່. ເບິ່ງວ່າເຮົາຄິດແນວໃດກັບມັນ, ແລ້ວຂໍຄຳເຫັນກ່ຽວກັບສິ່ງທີ່ເຮົາຄິດ. ຂໍ້ນີ້ຈະເຮັດຍາກໃນກຸ່ມໃຫຍ່ ແລະໂດຍສະເພາະຖ້າເຮົາພົບອາຈານແຕ່ປີລະຄັ້ງ. ໃນທີ່ນີ້ ຜູ້ຂ້າກຳລັງເວົ້າກ່ຽວກັບສິ່ງທີ່ຄວນຈະເປັນທີ່ສຸດ. ໃນສູນປະຕິບັດທັມຫຼາຍແຫ່ງທີ່ອາຈານຈະບໍ່ປະຈຳຢູ່ຕະຫຼອດ, ເຮົາຕ້ອງອາໄສການອ່ານ ແລະ ຟັງສຽງອັດ, ເຊິ່ງ ເຮົາສາມາດຮຽນຮູ້ໄດ້ຫຼາຍ. ເຮົາເຮັດແນວນີ້ບໍ່ແມ່ນຄືກັບນິຍາຍ ຫຼື ສິ່ງອື່ນໆ ທີ່ເຮົາອ່ານໃນຫ້ອງນ້ຳ; ເຮົາຕ້ອງອ່ານດ້ວຍພາວະຈິດໃຈທີ່ເຄົາຣົບນັບຖື. ເຮົາອ່ານຊ້າໆ ແລະ ຄິດເຖິງຈຸດຕ່າງໆ ໄປນຳ. ຖ້າເຮົາຢູ່ທີ່ສູນໂດຍບໍ່ມີອາຈານ, ເຮົາຍັງສາມາດອ່ານ ແລະ ສົນທະນາກັນໄດ້. ບາງຄົນອາດເຂົ້າໃຈຫຼາຍກວ່າ ແລະ ຊ່ວຍໃຫ້ຄວາມຮູ້ແຈ້ງໃຫ້ຜູ້ອື່ນໄດ້. ຖ້າເຮົາເປັນ “ຜູ້ປະຕິບັດທີ່ບໍ່ມີບ້ານ,” ຜູ້ທີ່ບໍ່ໄປສູນປະຕິບັດທັມ ຫຼື ບໍ່ຮູ້ສຶກຢູ່ເຮືອນໃນສູນທີ່ຢູ່ໃກ້ພວກເຮົາ, ການເຂົ້າຮ່ວມກຸ່ມສົນທະນາທັມອອນລາຍນ໌ອາດຊ່ວຍໄດ້ ຖ້າເຮົາເຫັນກຸ່ມທີ່ເໝາະກັບເຮົາ. 

ການປະຕິສຳພັນກັບຜູ້ອື່ນແບບນີ້ຈະເປັນປະໂຫຍດຫຼາຍ, ບໍ່ດັ່ງນັ້ນ ການຮຽນຄຳສອນຈະເປັນທາງທິດສະດີຫຼາຍ, ບໍ່ກ່ຽວເຖິງຊີວິດຈິງປານໃດ. ເຮົາຕ້ອງຈິງຈັງກັບສິ່ງນີ້. ນັ້ນບໍ່ໝາຍວ່າເຮົາຕ້ອງນັ່ງຫຼັງຄົດຫຼັງແຂງ ແລະ ບໍ່ຍິ້ມແຢ້ມ, ແຕ່ມັນໝາຍຄວາມວ່າເຮົາຕ້ອງລົງເລິກການສົນທະນາກ່ຽວກັບພຣະທັມ. ແລະເຮົາສາມາດຫົວໄດ້ເມື່ອມີຄົນເວົ້າຫຍັງຕາຫຼົກ ຫຼື ເຮັດຜິດພາດ. 

ສຳລັບຄົນຕາເວັນຕົກບາງຄົນ ສິ່ງນີ້ເຮັດອ່າວຍາກ, ທີ່ຈະຜ່ອນຄາຍ ແລະ ຂ້ອນຂ້າງຈິງຈັງໃນເວລາດຽວກັນ. ມັນເປັນຕົວຊີ້ວັດວ່າເຮົາເຊື່ອມສານຄຳສອນເຂົ້າໃນຊີວິດເຮົາແນວໃດ. ຜົນທີ່ສຸດແລ້ວ, ຈຸດປະສົງພື້ນຖານອັນໜຶ່ງຂອງມັນແມ່ນການເຮັດໃຫ້ເຮົາເປັນສຸກຂຶ້ນ. ຖ້າເຮົາຍັງເປັນທາງການຄືເຮົາຢູ່ໃນກອງທັບ, ນັ້ນກໍບໍ່ແມ່ນພາວະຈິດໃຈທີ່ເປັນສຸກ. ເຮົາຢ້ານວ່າເຮົາຈະບໍ່ສົມບູນແບບ ແລະ ເຮົາຈະເຮັດຜິດ ແລະ ຈະຖືກລົງໂທດ ຫຼື ຫຍັງຈັກຢ່າງ. ນັ້ນບໍ່ແມ່ນພຣະພຸດທະສາສະໜາ! 

ໂຖປີ້ນ, ໂຖເປື້ອນ, ໂຖແຫງ

ດັ່ງນັ້ນ, ເຮົາກັບມາທີ່ການຟັງເນາະ. ເຮົາຖືກແນະນຳກ່ຽວກັບວິທີຟັງຄຳສອນ, ບົນພື້ນຖານການຫຼີກລ່ຽງການເປັນຄືໂຖ. ກ່ອນອື່ນ, ເຮົາຕ້ອງບໍ່ເປັນຄືໂຖປີ້ນ, ເພາະຈະໃສ່ຫຍັງລົງໄປບໍ່ໄດ້; ເຮົາຕ້ອງມີຈິດໃຈທີ່ເປີດ. ເຮົາບໍ່ຄວນເປັນຄືໂຖແຫງ, ທີ່ທຸກຢ່າງທີ່ໃສ່ລົງໄປຈະຊຶມອອກໝົດ. ສຸດທ້າຍ, ເຮົາບໍ່ຄວນເປັນຄືໂຖເປື້ອນ, ຄືເຮົາມີຄວາມຄິດກ່ອນໜ້າຫຼາຍ ເຊິ່ງຄຳສອນຈະຖືກສັບປົນໄປໝົດ. 

ເມື່ອເຮົາຟັງຄຳສອນຂອງພຣະພຸດທະສາສະໜາ, ເຮົາຕ້ອງຫຼີກລ່ຽງການສົມທຽບກັບລະບົບອື່ນ. ເຮົາອາດຄິດວ່າ: “ໃນສາສະໜາຮິນດູ ເວົ້າແນວນີ້, ແລະ ໃນສາສະໜາເຕົາ ເວົ້າແນວນັ້ນ.” ພຣະອາຈານອົງໜຶ່ງຂອງຜູ້ຂ້າເຄີຍເວົ້າວ່າ: “ຖ້າເຮົາພະຍາຍາມສົມທຽບສອງສິ່ງ, ເຊິ່ງບໍ່ມີສິ່ງໃດທີ່ເຮົາເຂົ້າໃຈດີເລີຍ, ມັນຈະບໍ່ມີຄວາມໝາຍຫຍັງ. ເຮົາມີແຕ່ຄວາມສັບສົນເທົ່ານັ້ນ.” ຖ້າເຮົາມີຄວາມເຂົ້າໃຈຕໍ່ທັງສອງລະບົບຢ່າງຖ່ອງແທ້, ແລ້ວເຮົາກໍສາມາດສົມທຽບໄດ້ຢ່າງຄຸ້ມຄ່າ. ແຕ່, ຖ້າເຮົາບໍ່ເຂົ້າໃຈຄຳສອນຂອງພຣະພຸດທະສາສະໜາ, ແລ້ວກ່ອນອື່ນເຮົາຄວນປະຄວາມຄິດທີ່ວ່າ “ມັນຄືອັນນີ້ ຫຼື ມັນຄືອັນນັ້ນ” ແລ້ວຕັ້ງໃຈຟັງຄຳສອນໃນຕົວມັນເອງ. ບໍ່ດັ່ງນັ້ນ, ເຮົາຈະປະປົນຄວາມຄິດທີ່ມີຢູ່ກ່ອນໜ້າ, ເຊິ່ງບໍ່ພຽງແຕ່ອາດຜິດ, ແຕ່ຍັງບໍ່ກ່ຽວກັນອີກ. 

ເມື່ອຄຳແນະນຳບອກວ່າບໍ່ຕ້ອງເປັນດັ່ງໂຖທີ່ແຫງ, ນັ້ນໝາຍເຖິງການບໍ່ຈື່ສິ່ງທີ່ເຮົາໄດ້ຮຽນ. ຫຼາຍຄົນພົບວ່າເປັນປະໂຫຍດທີ່ຈະຈົດບັນທຶກ, ແຕ່ແລ້ວກໍຄວນເບິ່ງບົດບັນທຶກເຫຼົ່ານີ້ຄືນພາຍຫຼັງ ຖ້າເຮົາໄດ້ຈົດແຕ້ມໄປ. ແນວໃດກໍຕາມ, ຖ້າເຮົາບໍ່ມີຄວາມຈຳດີແທ້, ມັນຈະດີກວ່າທີ່ຈະຈົດເອົາຈຸດສຳຄັນໆ. 

ມັນເປັນຕາສົນໃຈທີ່ຈະເບິ່ງທີ່ຈິຕະວິທະຍາໃນຕາເວັນຕົກ, ທີ່ຖ້າເຮົາຈະບໍ່ເສັງ, ເຮົາກໍຈະບໍ່ພະຍາຍາມຮຽນ. ເຮົາຮຽນເພື່ອໃຫ້ເສັງຜ່ານ ແລະ ຖ້າເຮົາກ່າຍ, ກໍຊິເປັນຫຍັງ? ເອີ, ນັ້ນໃຊ້ບໍ່ໄດ້ໃນທີ່ນີ້. ບໍ່ມີການເສັງ ຫຼື ຄະແນນດີໆ ຫຼື ຄຳຍ້ອງຍໍຈາກອາຈານ. ຈຸດປະສົງທັງໝົດແມ່ນວ່າເຮົາພະຍາຍາມທີ່ຈະພັດທະນາຕົນເອງ, ແລະ ສິ່ງໃດທີ່ພຣະພຸດທະເຈົ້າໄດ້ສອນ - ຖ້າເຮົາເຊື່ອໃນພຣະອົງແທ້ໆ - ແມ່ນເພື່ອປະໂຫຍດຂອງຜູ້ອື່ນທັງມວນ. ບໍ່ມີການແຂ່ງຂັນກັບຜູ້ອື່ນ, ເຮົາພຽງແຕ່ຕ້ອງຄິດກ່ຽວກັບຄຳສອນໃນແງ່ຂອງຕົນເອງ. ເຮົາບໍ່ຕ້ອງຄິດວ່າ: “ຄົນຜູ້ນັ້ນມີຄວາມໂມໂຫ, ເຮົາບໍ່ມີ.” ແວ່ນແຍງຂອງພຣະທັມຄວນສະທ້ອນຕົວເຮົາ, ບໍ່ແມ່ນພາຍນອກ. 

ການປຽບທຽບກັບການແພດ

ອີກຄຳແນະນຳໜຶ່ງກ່ຽວກັບວິທີຟັງຄຳສອນແມ່ນໃຫ້ຖືຕົວເຮົາເອງເປັນດັ່ງຄົນປ່ວຍ, ພຣະພຸດທະເຈົ້າ ແລະ ພຣະອາຈານ ເປັນດັ່ງແພດໝໍ, ແລະ ຄຳສອນຂອງພຣະພຸດທະເຈົ້າເປັນດັ່ງຢາ. ເຮົາຍັງສາມາດເບິ່ງຜູ້ທີ່ບັນລຸຂັ້ນສູງເປັນດັ່ງພະຍາບານທີ່ຊ່ວຍເຮົາ. ເວົ້າໃຫ້ງ່າຍກວ່ານັ້ນ, ເຮົາກ້າວເຂົ້າການປະຕິບັດທັມດ້ວຍຄວາມເຫັນທີ່ວ່າ “ຂ້ອຍມີບັນຫາ.” ເຮົາມີພະຍາດ, ເຊິ່ງອາດເປັນຄວາມເຫັນແກ່ຕົວ ຫຼື ຄວາມໂມໂຫຂອງເຮົາເອງ, ຫຼື ແມ່ນຫຍັງກໍແລ້ວແຕ່, ແລະ ເຮົາຢາກປົວມັນ. ພຣະພຸດທະເຈົ້າເປັນແພດສູງສຸດ ແລະ ເຮົາຈະຂໍເອົາຢາວິເສດນີ້ ແລ້ວບໍ່ແມ່ນຈະເອົາໄປປະໄວ້ລ້າໆ, ແຕ່ເຮົາຈະກິນຕາມຄຳແນະນຳ. ເຮົາຈະພະຍາຍາມກິນບໍ່ໃຫ້ຂາດແມ່ນແຕ່ມື້ດຽວ, ແລະ ແນ່ນອນວ່າເຮົາຈະບໍ່ກິນໝົດຂວດບາດດຽວ. ການປະຕິບັດທັມກໍຄ້າຍຄືການກິນຢາຕ້ານເຊື້ອ! ເຮົາຕ້ອງກິນຕາມເວລາ, ແລະ ຖືກຕາມປະລິມານ. ມັນຈະບໍ່ຊ່ວຍປານໃດຖ້າເຮົາເຊົາກິນກາງທາງ ຫຼື ຖ້າເຮົາກິນຂ້າມວັນ. ອັນນີ້ແມ່ນຂໍ້ແນະນຳໜຶ່ງໃນການເບິ່ງພຣະພຸດທະສາສະໜາຄືດັ່ງສະຖານະການແພດ. 

ອີກຂໍ້ແນະນຳໜຶ່ງແມ່ນວ່າເມື່ອເຮົາໄດ້ຮັບຄຳສອນ, ເຮົາສາມາດຈິນຕະນາການວ່າເຮົາຢູ່ໃນດິນແດນບໍລິສຸດ ແລະ ອາຈານເປັນພຣະພຸດທະເຈົ້າອົງໜຶ່ງ ແລະ ເຮົາກຳລັງໄດ້ຮັບຄຳສອນທີ່ບໍລິສຸດ. ອັນນີ້ບໍ່ໝາຍວ່າ ເຮົາຈໍາເປັນຕ້ອງຄິດວ່າອາຈານເປັນພຣະພຸດທະເຈົ້າອົງໜຶ່ງແທ້, ແຕ່ຫາກວ່າເຮົາມີຄວາມເຄົາຣົບຕໍ່ເພິ່ນ ແລະ ຕົນເອງ ແລະ ຄຳສອນ. ເຮົາກຳລັງເຮັດສິ່ງທີ່ຈິງຈັງ, ເຊິ່ງບໍ່ໝາຍວ່າເຮົາຕ້ອງນັ່ງຢູ່ນັ້ນດ້ວຍໃບໜ້າໂສກເສົ້າ, ແຕ່ເຮົາສາມາດເພີກເສີຍຕໍ່ຫ້ອງທີ່ອົບອ້າວ ແລະ ພຽງແຕ່ສຸມໃສ່ສິ່ງທີ່ເຮົາກຳລັງຖືກສອນດ້ວຍຈິດໃຈເປີດຮັບ. 

ຮັກສາຈິດໃຈໃຫ້ເປີດ

ພຣະພຸດທະເຈົ້າໄດ້ກ່າວໄວ້ຢ່າງໜັກແໜ້ນວ່າເຮົາຄວນພິນິດຄຳສອນຄືດັ່ງເວລາເຮົາຈະຊື້ຄຳ. ເຮົາບໍ່ຄວນເຊື່ອທຸກຢ່າງພຽງເພາະເຮົາມີຄວາມສັດທາຕໍ່ພຣະອົງ. ເພື່ອຈະເຮັດໄດ້ແນວນີ້ເຮົາຕ້ອງມີຈິດໃຈທີ່ເປີດ, ລວມເຖິງຄວາມຄິດກ່ອນໜ້າທີ່ວ່າພຣະພຸດທະອົງຈະບໍ່ສອນຫຍັງໂງ່ໆ ເພື່ອຄວາມມ່ວນຊື່ໆ. ດ້ວຍຈິດໃຈດັ່ງກ່າວ, ແລ້ວເຮົາຈະສາມາດພິນິດຄຳສອນເພື່ອເຫັນໄດ້ເຖິງຄວາມໝາຍຂອງມັນ. ແລ້ວເຮົາຈະສາມາດນຳສິ່ງທີ່ເຮົາເປັນວ່າຈິງແທ້ ແລະ ເປັນປະໂຫຍດມາໃຊ້. ຜູ້ຂ້າຈະຍົກຕົວຢ່າງຂອງການສົມມຸດຕິຖານ, ກັບຊີວິດໃນຊາດກ່ອນ ແລະ ຊາດໜ້າ. 

ຜູ້ຂ້າເຕີບໂຕໃນຮູບແບບຕາເວັນຕົກທົ່ວໄປ ແລະ ແນ່ນອນວ່າບໍ່ໄດ້ມີຄວາມເຊື່ອໃນຊາດກ່ອນ ແລະ ຊາດໜ້າ ເມື່ອເວລາທີ່ຜູ້ຂ້າເລີ່ມສຶກສາພຣະພຸດທະສາສະໜາ. ມັນເປັນສິ່ງແປກສຳລັບວິທີຄິດຂອງຄົນສ່ວນຫຼາຍໃນຕາເວັນຕົກ; ຖ້າພວກເຂົາຄິດກ່ຽວກັບຊີວິດຫຼັງຈາກທີ່ຕາຍໄປແລ້ວ, ມັນມັກຈະເປັນໃນຮູບແບບຂອງສະຫວັນ ຫຼື ນະຣົກຂອງສາສະໜາຄຣິສ໌ຕຽນ. ແຕ່ແລ້ວ ການຄິດວ່າທຸກຄົນໄດ້ເຄີຍເປັນແມ່ຂອງຜູ້ຂ້າໃນຊາດກ່ອນກີ້ ແມ່ນຢູ່ໃນຄຳສອນທັງໝົດ, ສະນັ້ນ ເຮົາຈິ່ງບໍ່ສາມາດຖິ້ມຈຸດນີ້ໄປໄດ້. 

ວິທີທີ່ຜູ້ເຂົ້າເຂົ້າຫາຈຸດນີ້ໃນຕອນຕົ້ນແມ່ນການຄິດວ່າ: “ເອີ, ເຮົາຊິສົມມຸດເອົາວ່າແນວຄິດເລື່ອງການກັບຊາດມາເກີດນີ້ເປັນຄວາມຈິງ, ເຖິງວ່າເຮົາຈະບໍ່ເຂົ້າໃຈມັນໃນຕອນນີ້ເທື່ອ. ເຮົາຈະບໍ່ຫາຂໍ້ອ້າງມາ ຫຼື ປັດມັນໄປເທື່ອ, ແຕ່ຈະໃຫ້ເວລາຕົນເອງເພື່ອພະຍາຍາມເຂົ້າໃຈມັນ.” ເມື່ອເວລາຜ່ານໄປ, ຜູ້ຂ້າໄດ້ເຫັນວ່າທຸກສິ່ງທີ່ສ້າງຂຶ້ນບົນພື້ນຖານຂອງການກັບມາເກີດນັ້ນເປັນປະໂຫຍດ ແລະ ເປັນຄວາມຈິງ, ແລະ ສະນັ້ນ ແນວຄິດເລື່ອງການກັບຊາດມາເກີດເອງກໍອາດເປັນຈິງເຊັ່ນກັນ. 

ໃນພາຍຫຼັງ, ເຮົາຈະສຳນຶກໄດ້ວ່າເມື່ອເຮົາບໍ່ຮູ້ສິ່ງທີ່ພຣະພຸດທະເຈົ້າສອນກ່ຽວກັບວ່າມີຫຍັງແດ່ທີ່ກັບມາເກີດໃໝ່ໄດ້, ແລ້ວເຮົາຈະບໍ່ສາມາດເຂົ້າໃຈການກັບມາເກີດໄດ້. ເຮົາຈໍາເປັນຕ້ອງລົງໄປໃນລະດັບເລິກກວ່ານັ້ນ, ແລະ ຈາກນັ້ນ, ໂລກຂອງນະຣົກ ແລະ ແດນຜີ ແລະ ອື່ນໆ ກໍຈະພໍມີເຫດຜົນໄດ້. ແລະຖ້າເຮົາບໍ່ເຂົ້າໃຈທຳມະຊາດຂອງຈິດໃຈ, ແລ້ວຢ່າງອື່ນໆ ກໍຈະບໍ່ມີເຫດຜົໄດ້. ສະນັ້ນ ສິ່ງສຳຄັນແມ່ນການບໍ່ປະຕິເສດສ່ວນໃດໜຶ່ງຂອງຄຳສອນໃນທັນທີຍ້ອນເຮົາບໍ່ເຂົ້າໃຈ ຫຼື ມັນເບິ່ງຄືແປກໂພດ. ອັນນີ້ແມ່ນຄວາມໝາຍຂອງການເປີດໃຈ ແລະ ການມີຈິດສຳນຶກມີການຈຳແນກທີ່ວ່າ: “ແມ່ນ, ອັນນີ້ແມ່ນສິ່ງທີ່ພຣະພຸດທະເຈົ້າສອນ. ພຣະພຸດທະເຈົ້າສອນກ່ຽວກັບການກັບຊາດມາເກີດ. ຂໍໂທດ, ເຮົາອາດບໍ່ມັກ, ແຕ່ມັນເປັນແນວນັ້ນ, ແລະ ເຮົາຈະຕ້ອງຮັບກັບມັນຖ້າເຮົາຢາກລົງເລິກກວ່າໃນພຣະພຸດທະສາສະໜາ.” 

ສະຫຼຸບ

ຄຳແນະນຳທີ່ເຮົາພົບໃນຕຳລາພຣະທັມແມ່ນບໍ່ພຽງແຕ່ເປັນປະໂຫຍດສຳລັບເວລາເຮົາສຶກສາພຣະພຸດທະສາສະໜາ, ແຕ່ສຳລັບຊີວິດປະຈຳວັນຂອງເຮົານຳ. ມັນບໍ່ດີທີ່ຈະເປັນດັ່ງໂຖເປື້ອນ ຫຼື ໂຖແຫງ! ການນຳເອົາພຣະພຸດທະສາສະໜາເຂົ້າໃຊ້ໃນຊີວິດປະຈຳວັນຂອງເຮົານັ້ນເປັນຂະບວນການແບບຕັ້ງໃຈ, ເຊິ່ງເລີ່ມຈາກການຟັງ. ເມື່ອເຮົາໄດ້ເຮັດສິ່ງນີ້ແລ້ວເຮົາຈະສາມາດພິນິດຄຳສອນໄດ້ຢ່າງແທ້ຈິງ, ຄືດັ່ງເວລາເຮົາຈະຊື້ແຫວນເພັດ, ເປີດໃຈສູ່ຫົວຂໍ້ທີ່ເຮົາອາດຍັງບໍ່ເຂົ້າໃຈຢ່າງເຕັມທີ່. 

Top