ການທຳສະມາທິ: ຈຸດຫຼັກ

ມີການທຳສະມາທິແບບທົ່ວໄປຫຼາຍປະເພດ. ເພື່ອເປັນການເຂົ້າເຖິງແຕ່ລະອັນຢ່າງມີປະສິທິຜົນ, ເຮົາຕ້ອງຮູ້ ແລະ ຕັດສິນໃຈຢ່າງຄັກແນ່ກ່ຽວກັບພາວະຂອງຈິດໃຈທີ່ເຮົາຢາກກໍ່ສ້າງ. ລາຍລະອຽດຈະລວມມີສິ່ງທີ່ຕ້ອງສຸມໃສ່, ລາຍລະອຽດກ່ຽວກັບສິ່ງທີ່ຈະເປັນຈຸດສຸມນີ້, ຈິດໃຈເຮົາຄວນກ່ຽວເຖິງມັນແນວໃດ, ແມ່ນຫຍັງຈະຊ່ວຍສ້າງພາວະນີ້, ແມ່ນຫຍັງຈະຂັດຂວາງມັນ, ຈະນຳໃຊ້ມັນແນວໃດເມື່ອໄດ້ຈິດໃຈໃນພາວະນີ້ແລ້ວ ແລະ ແມ່ນຫຍັງຈະມາລຶບລ້າງມັນ. ເຮົາຍັງຕ້ອງກະກຽມສະພາບແວດລ້ອມທີ່ສົມຄວນແກ່ການທຳສະມາທິ, ທ່າທາງ ແລະ ການນັ່ງທີ່ເໝາະສົມ, ແລະ ວິທີເລີ່ມ ແລະ ຈົບການທຳສະມາທິຂອງເຮົາ.

Top