ສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ການທຳສະມາທິ
ການຈະທຳສະມາທິຢ່າງແທ້ຈິງນັ້ນ, ເຮົາຕ້ອງການສະພາບທີ່ເອື້ອອຳນວຍໃຫ້ກັບມັນ. ມີຫຼາຍ ລາຍການຂອງປັດໄຈທີ່ຈະເອື້ອອຳນວຍໃຫ້ກັບການທຳສະມາທິ, ແຕ່ເຫຼົ່ານີ້ໂດຍທົ່ວໄປຈະຖືກສົນທະນາ ຫຼື ຍົກຂຶ້ນໃນບໍລິບົດຂອງການເຂົ້າວິເວກທຳສະມາທິ, ໃນຂະນະທີ່ຄົນສ່ວນຫຼາຍຈະທຳສະມາທິຢູ່ເຮືອນ.
ແມ່ນແຕ່ຢູ່ເຮືອນ ສິ່ງທີ່ຈະເປັນປະໂຫຍດທີ່ສຸດແມ່ນການທີ່ບໍ່ມີສິ່ງລົບກວນ. ສະພາບແວດລ້ອມຕ້ອງງຽບທີ່ສຸດເທົ່າທີ່ຈະເປັນໄປໄດ້. ຫຼາຍຄົນອາໄສຢູ່ໃກ້ຫົນທາງທີ່ມີສຽງເນືອງນັນຈາກການຈະລາຈອນ, ແລະ ສະນັ້ນ ການທຳສະມາທິໃນຕອນເດິກເຊົ້າ ຫຼື ຄ່ຳ, ເມື່ອເວລາທີ່ການຈະລາຈອນຫຼຸດຜ່ອນລົງ, ຈະດີກວ່າ. ພ້ອມກັນນັ້ນ, ສະພາບແວດລ້ອມກໍຄວນບໍ່ມີເພງ ແລະ ບໍ່ມີໂທລະທັດຢູ່ໃນຫ້ອງຖັດໄປນຳ. ສິ່ງເຫຼົ່ານີ້ອ່າວສຳຄັນ. ຖ້າເປັນໄປບໍ່ໄດ້ທີ່ຈະມີສະພາບແວດລ້ອມທີ່ງຽບ, ກໍລອງໃສ່ແນວອັດຫູເບິ່ງ. ມັນອາດບໍ່ກັນສຽງທັງໝົດອອກໄປ, ແຕ່ມັນກໍຊ່ວຍໃຫ້ສຽງບໍ່ດັງເກີນໄປ.
ຫຼາຍຄົນບໍ່ໂຊກດີພໍທີ່ຈະສາມາດມີຫ້ອງສະມາທິສະເພາະຕ່າງຫາກ. ເຮົາສາມາດໃຊ້ພື້ນທີ່ໃດກໍໄດ້ທີ່ເຮົາມີ. ທຳສະມາທິໃນຕຽງຖ້າຈຳເປັນ, ບໍ່ມີບັນຫາ. ຄົນທິເບດສ່ວນຫຼາຍທີ່ອາໄສໃນອິນເດຍຈະທຳສະມາທິທີ່ບ່ອນນອນ.
ອີກປັດໄຈໜຶ່ງທີ່ອ່າວສຳຄັນແມ່ນການມີຫ້ອງທີ່ສະອາດ, ເປັນລະບຽບ. ຖ້າສະພາບແວດລ້ອມສະອາດ ແລະ ເປັນລະບຽບ, ນັ້ນຈະມີອິທິພົນຕໍ່ຈິດໃຈໃຫ້ສະອາດ ແລະ ເປັນລະບຽບນຳ. ຖ້າຫ້ອງຮົກເຮື້ອ, ຫຍຸ້ງເຫຍີງ, ຫຼື ເປິເປື້ອນ, ຈິດໃຈກໍມັກຈະເປັນໄປໃນທາງດຽວກັນ. ຍ້ອນແນວນັ້ນ, ໜຶ່ງໃນສິ່ງຕົ້ນໆ ທີ່ຖືກໃສ່ໃນລາຍການຂອງສິ່ງຈຳເປັນກ່ອນການທຳສະມາທິຈິ່ງແມ່ນຄວາມສະອາດຂອງຫ້ອງທຳສະມາທິ, ແລະ ມີການບູຊາ, ເຖິງວ່າຈະມີແຕ່ນ້ຳຈອກໜຶ່ງກໍຕາມ. ເຮົາຢາກສະແດງຄວາມເຄົາຣົບຕໍ່ສິ່ງທີ່ເຮົາກຳລັງເຮັດ, ແລະ ຖ້າເຮົາຄິດໃນແງ່ຂອງການເຊີນພຣະພຸທະເຈົ້າ ແລະ ພຣະໂພທິສັດ ລົງມາຢູ່ນຳເຮົາ, ເຮົາອາດຢາກເຊີນເພິ່ນລົງມາໃນຫ້ອງທີ່ສະອາດ, ບໍ່ແມ່ນຫ້ອງທີ່ຮົກເຮື້ອ, ເປິເປື້ອນ. ແມ່ນແຕ່ໃນລະດັບທຳມະດາທາງຈິດຕະສາດ, ມັນກໍສຳຄັນທີ່ຈະມີການນັບຖືຕໍ່ສິ່ງທີ່ເຮົາເຮັດ, ແລະ ຖືມັນເປັນສິ່ງພິເສດ. “ພິເສດ” ບໍ່ໄດ້ໝາຍເຖິງການສ້າງສະພາບແວດລ້ອມທີ່ປານີດ, ຄືກັບສາກໜັງຮໍລີວູດດ້ວຍທູບ ແລະ ທຽນ, ພຽງແຕ່ງ່າຍໆ, ພື້ນໆ, ເປັນລະບຽບ, ສະອາດ, ແລະ ມີຄວາມເຄົາຣົບ.
ທ່າທາງ
ທົ່ວທັງວັດທະນະທຳຕ່າງໆ ຂອງເອເຊຍ, ທ່າທີ່ຄົນໃຊ້ສຳລັບການທຳສະມາທິຈະຕ່າງກັນ. ທ່າການທຳສະມາທິຂອງອິນເດຍ/ທິເບດ, ຈີນ/ຍີປຸ່ນ, ແລະ ໄທ ແມ່ນຕ່າງກັນໝົດ, ສະນັ້ນ ເຮົາຈິ່ງເວົ້າບໍ່ໄດ້ວ່າທ່າໃດເປັນອັນທີ່ຖືກ. ຄົນອິນເດຍ ແລະ ທິເບດ ນັ່ງຂັດຕະໝາດ. ສ່ວນຫຼາຍ, ຄົນຍີປຸ່ນ ແລະ ຄົນຈີນ ບາງຄົນນັ່ງພັບຂາໄວ້ກ້ອງກົ້ນ. ຄົນໄທນັ່ງພັບພຽບ. ສຳລັບການຝຶກຕັນຕຣະ, ທີ່ເຮົາຝຶກກັບພະລັງຂອງຮ່າງກາຍ, ທ່ານັ່ງຂັດຕະໝາດດອກບົວເປັນສິ່ງທີ່ຈຳເປັນ, ແຕ່ຄົນສ່ວນຫຼາຍຍັງບໍ່ເຖິງຂັ້ນນັ້ນ. ແຕ່ຖ້າເຮົາຢາກຝຶກປະເພດນີ້ໄດ້, ເພິ່ນແນະນຳວ່າເຮົາຄວນເລີ່ມແຕ່ນ້ອຍ ເພື່ອທີ່ຈະນັ່ງຂັດຕະໝາດດອກບົວໄດ້, ເພາະມັນຍາກຫຼາຍທີ່ຈະເລີ່ມໃຊ້ທ່ານີ້ເມື່ອອາຍຸຫຼາຍແລ້ວ. ສຳລັບຄົນຕາເວັນຕົກ, ຖ້າທ່ານສາມາດນັ່ງໃນທ່າໃດໜຶ່ງແບບວັດທະນະທຳເອເຊຍ, ທ່າໃດກໍໄດ້; ຖ້າບໍ່ໄດ້, ການນັ່ງຢູ່ເທິງຕັ່ງກໍໄດ້. ຈຸດທີ່ສຳຄັນທີ່ສຸດແມ່ນວ່າຫຼັງຕ້ອງຊື່.
ການວາງສາຍຕາ
ກ່ຽວກັບສາຍຕາ, ການທຳສະມາທິບາງແບບແມ່ນຕ້ອງຫຼັບຕາ, ບາງແບບມືນຕາ, ບາງແບບແນມລົງລຸ່ມ, ບາງແບບແນມຂຶ້ນເທິງ; ຂຶ້ນກັບແບບຂອງການທຳສະມາທິ. ໂດຍທົ່ວໄປ, ແບບທິເບດຈະບໍ່ສົ່ງເສີມການທຳສະມາທິພ້ອມກັບຫຼັບຕາ. ນອກຈາກຄວາມຈິງທີ່ວ່າມັນງ່າຍທີ່ຈະມ້ອຍຫຼັບໄປເມື່ອເຮົາຫຼັບຕາ, ມັນຍັງມັກຈະສ້າງສິ່ງກິດຂວາງທາງຈິດໃຈທີ່ເຮັດໃຫ້ເຮົາຮູ້ສຶກວ່າການທີ່ຈະທຳສະມາທິໄດ້ນັ້ນ, ເຮົາຕ້ອງຫຼັບຕາ. ຖ້າເຮົາຮູ້ສຶກແນວນັ້ນ, ມັນຈະຍາກກວ່າທີ່ຈະປະສົມປະສານສິ່ງທີ່ເຮົາກຳລັງສ້າງໃນການນັ່ງສະມາທິເຂົ້າໃນຊີວິດຈິງ. ຕົວຢ່າງເຊັ່ນ, ຖ້າຂ້າພະເຈົ້າລົມກັບຄົນໜຶ່ງ, ແລະ ເພື່ອທີ່ຈະສ້າງຄວາມຮູ້ສຶກເມດຕາ ຂ້າພະເຈົ້າຕ້ອງຫຼັບຕາ, ນັ້ນມັນອາດເບິ່ງແປກໆ. ສະນັ້ນ, ໃນສາຍທິເບດ, ສຳລັບການທຳສະມາທິສ່ວນຫຼາຍ, ເຮົາຈະມືນຕາເຄິ່ງໜຶ່ງ, ສຸມໃສ່ກາຍໆ, ແນມລົງລຸ່ມຢູ່ທີ່ພື້ນ.
ເບາະຮອງນັ່ງ
ຖ້າທ່ານນັ່ງຂັດຕະໝາດ, ສິ່ງສຳຄັນແມ່ນການເລືອກເບາະຮອງນັ່ງທີ່ເໝາະສົມ. ບາງຄົນສາມາດນັ່ງພື້ນໄດ້ຢ່າງສະບາຍໆ, ແລະ ຂາເຂົາກໍບໍ່ມຶນ. ອົງພຣະດາໄລ ລາມະ, ຍົກຕົວຢ່າງ, ນັ່ງແນວນັ້ນເທິງແທ່ນໃນເວລາທ່ານສອນ. ແຕ່ສຳລັບຄົນສ່ວນຫຼາຍ, ຖ້າເຮົານັ່ງໂດຍບໍ່ມີເບາະຮອງ, ຂາເຮົາກໍຈະມຶນໄວກວ່າ. ສະນັ້ນ ຖ້າທ່ານມີບັນຫານັ້ນ, ລອງນັ່ງໂດຍເອົາເບາະຮອງກົ້ນເບິ່ງ, ເພື່ອທີ່ວ່າສະໂພກຈະສູງກວ່າຫົວເຂົ່າ. ເລືອກເບາະແບບທີ່ເໝາະກັບຕົວທ່ານເອງທີ່ສຸດ: ໜາ ຫຼື ບາງ, ແຂງ ຫຼື ອ່ອນ, ແລະ ອື່ນໆ. ແຕ່ລະຄົນມັກແນວຕ່າງ. ຈຸດທີ່ສຳຄັນທີ່ສຸດແມ່ນວ່າທ່ານສະບາຍ, ແລະ ເບາະນັ້ນປ້ອງກັນການມຶນຂາ, ເພາະມັນອາດບໍ່ມ່ວນປານໃດ. ສູນປະຕິບັດທັມຫຼາຍບ່ອນມີເບາະຊາຟູມົນ ຫຼື ສີ່ຫຼ່ຽມ, ໜາ, ແຕ່ເບາະຊາຟູເຫຼົ່ານັ້ນແມ່ນໄວ້ສຳລັບການນັ່ງໃນທ່າຍີປຸ່ນ, ແບບຂາຢູ່ກ້ອງ. ບາງເທື່ອ ບາງຄົນສາມາດນັ່ງຂັດຕະໝາດເທິງເບາະນັ້ນໄດ້ສະບາຍ. ແຕ່ສຳລັບຄົນສ່ວນຫຼາຍ ມັນຈະສູງ ແລະ ແຂງໂພດ. ຖ້າສູນຂອງທ່ານສະໜອງແຕ່ເບາະຊາຟູ, ແລະ ທ່ານນັ່ງຂັດຕະໝາດ, ທ່ານອາດຢາກເອົາເບາະຂອງທ່ານໄປເອງ.
ການເລືອກເວລານັ່ງສະມາທິ
ສຳລັບຄົນສ່ວນຫຼາຍ, ເວລາທີ່ດີທີ່ສຸດໃນການນັ່ງສະມາທິແມ່ນສິ່ງທຳອິດໃນຕອນເຊົ້າ ຫຼື ສິ່ງສຸດທ້າຍໃນຕອນຄ່ຳ, ເພື່ອວ່າຈະມີສິ່ງລົບກວນໜ້ອຍທີ່ສຸດໃນແງ່ຂອງກິດຈະກຳປະຈຳວັນ. ບາງຄົນຈະຕື່ນຕົວຫຼາຍກວ່າໃນຕອນເຊົ້າ, ແລະ ອີກຄົນຈະຕື່ນຕົວກວ່າໃນຕອນຄ່ຳ - ອັນທີ່ເອີ້ນວ່າ “ຄົນຕອນເຊົ້າ” ແລະ “ນົກເຄົ້າກາງຄືນ.” ທ່ານຮູ້ຕົວເອງ ແລະ ຮູບແບບຊີວິດຕົນເອງດີກວ່າໝູ່, ສະນັ້ນ ທ່ານສາມາດເລືອກເວລາທີ່ເໝາະສົມທີ່ສຸດໄດ້.
ສິ່ງທີ່ບໍ່ແນະນຳເລີຍແມ່ນການນັ່ງສະມາທິເວລາງ່ວງນອນ. ຖ້າເຮົາຮູ້ສຶກຢາກນອນໃນຕອນຄ່ຳ, ແຕ່ພະຍາຍາມທຳສະມາທິກ່ອນເຂົ້ານອນ, ເຮົາອາດເລີ່ມມ້ອຍຫຼັບໄປໃນລະຫວ່າງການທຳສະມາທິ, ເຊິ່ງຈະບໍ່ຊ່ວຍຫຍັງເລີຍ. ແລະເຊັ່ນກັນ, ແຕ່ເດິກໃນຕອນເຊົ້າ: ຖ້າເຮົາຍັງເຄິ່ງຫຼັບເຄິ່ງຕື່ນຢູ່, ການທຳສະມາທິຂອງເຮົາກໍຈະບໍ່ມີປະສິທິຜົນປານໃດ. ເລືອກໃຫ້ຕົນເອງວ່າອັນໃດໄດ້ຜົນທີ່ສຸດ. ບໍ່ມີບັນຫາທີ່ຈະດື່ມກາເຟ ຫຼື ຊາກ່ອນທຳສະມາທິໃນຕອນເຊົ້າ, ເຖິງແມ່ນວ່າຄົນທິເບດສ່ວນຫຼາຍຈະບໍ່ມີນິໄສເຮັດແນວນັ້ນ.
ພຣະອາຈານຂອງຂ້າພະເຈົ້າ, ພຣະເຊັນຊັບ ເຊີກອງ ຣິນໂປເຊ, ເປັນພຣະອາຈານອົງໜຶ່ງຂອງອົງ ພຣະດາໄລ ລາມະ. ທ່ານເຄີຍອະທິບາຍວິທີທີ່ທ່ານທຳສະມາທິໃນວິທະຍາໄລສົງຕັນຕຣະ ໃນທິເບດທີ່ທ່ານເຄີຍຮຽນ. ພຣະສົງທັງໝົດຈະນັ່ງໃນຫໍປະຕິບັດສະມາທິ, ແລະ ພວກທ່ານຈະນອນຢູ່ນັ້ນ, ນັ່ງໃນບ່ອນຂອງແຕ່ລະອົງ, ຄ້າຍໆ ງ່ຽງຫົວໄປນອນເທິງຕັກຂອງຜູ້ຢູ່ທາງຂ້າງ. ຄົນທິເບດບໍ່ມີບັນຫາກັບການສຳຜັດທາງຮ່າງກາຍ. ກະລິ່ງຈະດັງເພື່ອປຸກພວກທ່ານໃນຕອນເຊົ້າແຕ່ເດິກໆ, ແລະ ພວກທ່ານກໍຕ້ອງນັ່ງຂຶ້ນ ແລະ ເລີ່ມທຳສະມາທິ, ສູດມົນ ແລະ ອື່ນໆ. ແຕ່ຖ້າເຮົາບໍ່ແມ່ນໝໍທີ່ລຶ້ງເຄີຍກັບການຖືກປຸກໃຫ້ຕື່ນກາງຄືນ ແລະ ລຸກໄດ້ທັນທີເພື່ອໄປຜ່າຕັດ, ມັນກໍຢາກຍາກທີ່ຈະເລີ່ມທຳສະມາທິໄດ້ທັນທີທີ່ຕື່ນ.
ທຳສະມາທິດົນປານໃດ
ເມື່ອເຮົາຫາກໍເລີ່ມຝຶກສະມາທິ, ສິ່ງທີ່ສຳຄັນແມ່ນການນັ່ງສະມາທິນັ້ນຄວນສັ້ນ, ແຕ່ເລື້ອຍ. ໃນຖານະມືໃໝ່, ການພະຍາຍາມນັ່ງ ແລະ ທຳສະມາທິຫຼາຍຊົ່ວໂມງໃນເທື່ອໜຶ່ງອາດກາຍເປັນຄວາມທໍລະມານ. ໃນບາງບ່ອນເຂົາເຈົ້າປະຕິບັດຕາມລະບົບແບບນັ້ນ, ແຕ່ໂດຍທົ່ວໄປຄົນທິເບດຈະບໍ່ແນະນຳ, ເພາະຖ້າການທຳສະມາທິເປັນຄວາມທໍລະມານ, ເຮົາຈະບໍ່ຢາກເຮັດ! ເຮົາຈະລໍຖ້າໃຫ້ມັນຈົບຢ່າງກະວົນກະວາຍ. ສະນັ້ນ ໃນຕອນຕົ້ນ, ທຳສະມາທິພຽງຫ້ານາທີ ຫຼື ປະມານນັ້ນພໍແລ້ວ. ໃນວັດສາຍເຖຣະວາດ, ເພິ່ນສະຫຼັບການນັ່ງສະມາທິກັບການຍ່າງສະມາທິ, ເພື່ອທີ່ວ່າເພິ່ນຈະບໍ່ຕ້ອງຝຶກແຕ່ແນວດຽວເປັນເວລາດົນໆ.
ການປຽບທຽບທີ່ຄົນທິເບດໃຊ້ແມ່ນວ່າ ຖ້າໝູ່ມາຢາມແລ້ວລາວຢູ່ດົນໂພດ, ເຮົາຈະຢາກໃຫ້ລາວໜີ. ແລະຫຼັງຈາກທີ່ໝູ່ເຮົາໜີແລ້ວ, ເຮົາຈະບໍ່ກະວົນກະວາຍທີ່ຈະເຫັນລາວອີກ. ແຕ່ຖ້າໝູ່ຜູ້ນັ້ນກັບໃນເວລາທີ່ເຮົາຍັງຢາກໃຊ້ເວລານຳລາວຢູ່, ແລ້ວເຮົາກໍຈະດີໃຈຫຼາຍທີ່ເຫັນລາວອີກ. ເຊັ່ນດຽວກັນ, ທ່າທຳສະມາທິ, ເບາະນັ່ງສະມາທິ, ແລະ ເວລາໃນການທຳສະມາທິຂອງເຮົາຄວນສະບາຍ, ເພື່ອທີ່ວ່າເຮົາຈະກະຕືລືລົ້ນຕໍ່ການຝຶກຂອງເຮົາ.
ການຕັ້ງຈິດຕັ້ງໃຈ
ກ່ອນທຳສະມາທິ, ສິ່ງສຳຄັນແມ່ນການຕັ້ງຈິດຕັ້ງໃຈ. ຄວາມຈິງ, ການວາງຄວາມຕັ້ງໃຈຂອງເຮົາແມ່ນສິ່ງທີ່ແນະນຳທັນທີທີ່ເຮົາມືນຕາ, ສິ່ງທຳອິດໃນຕອນເຊົ້າ. ທັນທີທີ່ເຮົາຕື່ນ, ໃນຂະນະທີ່ຍັງຢູ່ໃນຕຽງ, ເຮົາສາມາດຕັ້ງຈິດໃຈຂອງເຮົາສຳລັບໝົດມື້ໄດ້ເລີຍ. ເຮົາຄິດໄດ້ວ່າ: “ມື້ນີ້ເຮົາຈະພະຍາຍາມບໍ່ໂມໂຫ. ເຮົາຈະພະຍາຍາມອົດທົນ. ເຮົາຈະພະຍາຍາມສ້າງຄວາມຮູ້ສຶກບວກຕໍ່ຄົນອື່ນ. ເຮົາຈະພະຍາຍາມເຮັດມື້ນີ້ໃຫ້ເປັນມື້ທີ່ມີຄວາມໝາຍ, ແລະ ຈະບໍ່ເສຍໄປລ້າໆ.”
ມີບົດພິຈາລະນາໜຶ່ງໃນນິກາຍເຊັນ (koan) ອັນໜຶ່ງທີ່ຂ້າພະເຈົ້າມັກຫຼາຍທີ່ສຸດ: “ຄວາມຕາຍເກີດຂຶ້ນໄດ້ທຸກເວລາ: ຜ່ອນຄາຍ!” ຖ້າເຮົາຄິດເບິ່ງ, ມັນເປັນຄວາມຄິດທີ່ເລິກແລບຫຼາຍ. ຖ້າເຮົາເຄັ່ງຕຶງຫຼາຍ, ຖ້າເຮົາວິຕົກ ແລະ ກັງວົນຫຼາຍວ່າຄວາມຕາຍຈະມາເມື່ອໃດກໍໄດ້, ເຮົາຈະບໍ່ສາມາດບັນລຸຫຍັງໄດ້ເລີຍ. ເຮົາອາດມີຄວາມຄິດເຊັ່ນວ່າ: “ເຮົາຍັງເຮັດບໍ່ພໍ; ເຮົາຍັງດີບໍ່ພໍ.” ແຕ່ຖ້າເຮົາຮູ້ວ່າຄວາມຕາຍສາມາດເກີດຂຶ້ນເມື່ອໃດກໍໄດ້, ແລ້ວເຮົາຈະຜ່ອນຄາຍກັບມັນ, ແລ້ວເຮົາຈະເຮັດຫຍັງທີ່ເຮົາເຮັດໄດ້, ໃນທາງທີ່ມີຄວາມໝາຍ, ຄວາມເປັນຈິງ, ໂດຍປາສະຈາກຄວາມວິຕົກ, ກັງວົນ, ຫຼື ຕຶງຄຽດ. ສະນັ້ນ ໃຫ້ພະຍາຍາມຈື່ໄວ້ວ່າຄວາມຕາຍນັ້ນເກີດຂຶ້ນໄດ້ທຸກເມື່ອ, ແລະ ຜ່ອນຄາຍ!
ກ່ອນທຳສະມາທິ, ເຮົາຕັ້ງຈິດໃຈໄວ້ວ່າ “ເຮົາຈະພະຍາຍາມທຳສະມາທິເປັນເວລາເທົ່ານັ້ນ ເທົ່ານີ້ ນາທີ. ເຮົາຈະພະຍາຍາມສຸມຈິດໃຈ. ຖ້າເຮົາເຫັນວ່າຕົນເອງເລີ່ມເຫງົານອນ, ເຮົາຈະປຸກຕົນເອງໃຫ້ຕື່ນ. ຖ້າຈິດໃຈຂອງເຮົາລ່ອງລອຍໄປ, ເຮົາຈະພະຍາຍາມດຶງມັນກັບມາ.” ໃຫ້ຖືອັນນີ້ຈິງຈັງ, ບໍ່ພຽງແຕ່ເວົ້າຊື່ໆ - ພະຍາຍາມຮັກສາຄວາມຕັ້ງໃຈຂອງເຮົາໄວ້ແທ້ໆ, ແລະ ປະຕິບັດຕາມຈົນສຸດ. ການຮັກສາ ຄວາມຕັ້ງໃຈຂອງຕົນໄວ້ອາດເປັນເລື່ອງທີ່ຍາກຫຼາຍ. ຖ້າເຮົາຕິດນິໄສບໍ່ດີທີ່ໃຊ້ເວລາໃນການທຳສະມາທິໄປຄິດແນວອື່ນ, ເຖິງຈະເປັນແນວຄວາມຄິດທາງທັມອັນອື່ນ, ນັ້ນກໍຈະເປັນນິໄສທີ່ຍາກທີ່ຈະແກ້. ຂ້າພະເຈົ້າເວົ້າຈາກປະສົບການຈິງ: ມັນເປັນນິໄສທີ່ແກ້ຍາກຫຼາຍ, ສະນັ້ນໃຫ້ພະຍາຍາມຕັ້ງ, ແລະ ປະຕິບັດ, ຕາມຄວາມຕັ້ງໃຈທີ່ຖືກກ່ອນຊ່ວງການທຳສະມາທິຂອງເຮົາ.
ແຮງຈູງໃຈ
ອັນຕໍ່ມາແມ່ນແຮງຈູງໃຈ. ໃນບໍລິບົດພຣະພຸທະສາສະໜາທິເບດ, ແຮງຈູງໃຈປະກອບດ້ວຍສອງສ່ວນ. ອັນທີໜຶ່ງແມ່ນຈຸດມຸ່ງໝາຍ: ເຮົາກຳລັງພະຍາຍາມບັນລຸຫຍັງ? ເປົ້າໝາຍມາດຖານແມ່ນໄດ້ບັນຍາຍໄວ້ໃນ “ຂັ້ນຕອນທີ່ຈັດລຳດັບຂອງເສັ້ນທາງປະຕິບັດ” (ລຳ-ຣິມ). ດັ່ງທີ່ໄດ້ບັນຍາຍໄວ້ໃນລຳ-ຣິມ, ຈຸດມຸ່ງໝາຍແມ່ນ: (ກ) ປັບປຸງຊີວິດໃນຊາດໜ້າ, (ຂ) ຫຼຸດພົ້ນຈາກວົງວຽນການກັບມາເກີດ, ແລະ (ຄ) ບັນລຸການຕັດສະຮູ້ເພື່ອທີ່ວ່າເຮົາຈະສາມາດຊ່ວຍຄົນອື່ນໃຫ້ພົ້ນຈາກການກັບມາເກີດໄດ້. ສ່ວນທີສອງແມ່ນອາລົມທີ່ຊຸກຍູ້ໃຫ້ເຮົາບັນລຸເປົ້າໝາຍນັ້ນ.
ໃນການຄິດກ່ຽວກັບແຮງຈູງໃຈຂອງເຮົາ, ສິ່ງສຳຄັນແມ່ນການຊື່ສັດກັບຕົນເອງ. ເຮົາເຊື່ອເລື່ອງການກັບມາເກີດແທ້ບໍ? ຄົນສ່ວນຫຼາຍບໍ່ເຊື່ອ, ສະນັ້ນ ການທີ່ຈະເວົ້າວ່າ, “ຂ້ອຍເຮັດອັນນີ້ເພື່ອຮັບປະກັນວ່າຂ້ອຍຈະໄດ້ກັບມາເກີດເປັນຄົນທີ່ມີຄຸນຄ່າອີກໃນຊາດໜ້າ,” ຫຼື “ຂ້ອຍເຮັດແນວນີ້ເພື່ອພົ້ນຈາກການກັບມາເກີດໃໝ່ໂດຍສິ້ນເຊີງ,” ຫຼື “ຂ້ອຍເຮັດສິ່ງນີ້ເພື່ອຕັດສະຮູ້ເພື່ອທີ່ຂ້ອຍຈະສາມາດຊ່ວຍຄົນອື່ນທຸກຄົນໃຫ້ພົ້ນຈາກການກັບມາເກີດໃໝ່” - ສິ່ງເຫຼົ່ານັ້ນເປັນພຽງຄຳເວົ້າທີ່ວ່າງເປົ່າຖ້າເຮົາບໍ່ເຊື່ອໃນການກັບຊາດມາເກີດ.
ສະນັ້ນ, ຖ້າທ່ານຝຶກສະມາທິທີ່ເປັນສ່ວນໜຶ່ງຂອງສິ່ງທີ່ຂ້າພະເຈົ້າເອີ້ນວ່າ “ພຣະທັມ-ເບົາ,” ເຊິ່ງເປັນພຣະພຸທະສາສະໜາທີ່ປາສະຈາກການກັບຊາດມາເກີດ, ນັ້ນກໍໄດ້. ທ່ານບໍ່ຕ້ອງບອກໃຜກໍໄດ້, ແຕ່ຈົ່ງຊື່ສັດກັບຕົວເອງກ່ຽວກັບແຮງຈູງໃຈຂອງທ່ານ: “ເຮົາເຮັດອັນນີ້ເພື່ອຍົກລະດັບສະພາບຂອງເຮົາໃນຊາດນີ້.” ນັ້ນກໍເປັນແຮງຈູງໃຈທີ່ຖືກແລ້ວ, ຕາບໃດທີ່ເຮົາຊື່ສັດກັບມັນ. ອີກດ້ານໜຶ່ງ, ສິ່ງສຳຄັນແມ່ນການເຄົາຣົບຕໍ່ເປົ້າໝາຍທີ່ແທ້ຈິງຂອງສິ່ງທີ່ຂ້າພະເຈົ້າເອີ້ນວ່າ “ພຣະທັມ ອັນແທ້ຈິງ,” ແລະ ບໍ່ຄິດວ່າການປະຕິບັດຂອງພຣະພຸທະສາສະໜາແມ່ນພຽງແຕ່ສຳລັບການຍົກລະດັບສິ່ງຕ່າງໆ ໃນຊາດນີ້ເທົ່ານັ້ນ.
ສຳລັບສ່ວນທີສອງຂອງແຮງຈູງໃຈຂອງເຮົາ - ອາລົມທີ່ຂັບເຄື່ອນເຮົາໄປສູ່ເປົ້າໝາຍຂອງເຮົາ - ລະດັບທຳອິດຂອງແຮງຈູງໃຈອັນແທ້ຈິງແມ່ນ “ເຮົາມຸ່ງໝາຍໃສ່ການເກີດໃໝ່ເປັນມະນຸດທີ່ມີຄ່າໃນຊາດໜ້າ (ເປົ້າໝາຍ), ເພາະເຮົາຢ້ານຄວາມເປັນຕາຢ້ານທີ່ຈະມາກັບການເກີດເປັນແມງວັນ, ຫຼື ແມງສາບ, ຫຼື ສັດເດລະສານອື່ນໆ (ອາລົມ). ເຮົາຢາກຫຼີກລ່ຽງອະນາຄົດແບບນັ້ນແທ້ໆ, ແລະ ເຮົາໝັ້ນໃຈວ່າມີທາງທີ່ຈະຫຼີກລ່ຽງມັນໄດ້.” ຮູບແບບພຣະທັມ-ເບົາ ຂອງອັນນີ້ແມ່ນ “ເຮົາມຸ່ງໝາຍໃຫ້ສິ່ງຕ່າງໆ ດຳເນີນໄປດ້ວຍດີໃນຊີວິດທີ່ເຫຼືອ ແລະ ດີຂຶ້ນ (ເປົ້າໝາຍ), ຍ້ອນເຮົາຢ້ານຄວາມໂຫດຮ້າຍທີ່ຈະຕາມມາຖ້າສິ່ງຕ່າງໆ ເຮວຮ້າຍລົງ (ອາລົມ) ແລະ ເຮົາຮູ້ວ່າມີສິ່ງທີ່ສ້າງສັນທີ່ເຮົາສາມາດເຮັດໄດ້ເພື່ອຫຼີກລ່ຽງອັນນັ້ນ.” ໃນທັງສອງກໍລະນີ, ອັນນີ້ບໍ່ແມ່ນຄວາມຢ້ານກົວແບບອຳມະພາດ, ເຊັ່ນ “ສະພາບການໜ້າສິ້ນຫວັງແທ້ໆ. ເຮົາຈົນຕາແຈແລ້ວ,” ແຕ່ມັນແມ່ນຄວາມຮູ້ສຶກທີ່ດີເຊັ່ນ “ເຮົາບໍ່ຢາກໄດ້ແນວນັ້ນແທ້ໆ, ແລະ ເຮົາເຫັນວ່າມີວິທີທີ່ຈະຫຼີກລ່ຽງມັນໄດ້.” ຄ້າຍຄືກັບຄວາມຢ້ານກົວຂອງຂ້າພະເຈົ້າຕໍ່ການເກີດອຸບັດຕິເຫດເວລາຂັບຂີ່ລົດ - ຂ້າພະເຈົ້າຈະລະມັດລະວັງ, ແຕ່ຂ້າພະເຈົ້າບໍ່ໄດ້ຢ້ານແບບອຳມະພາດຈົນວ່າເຊົາຂັບລົດເລີຍ.
ລະດັບສິ່ງແທ້ຈິງອັນທີສອງແມ່ນ “ເຮົາກຽດຊັງ, ເບື່ອ, ແລະ ໜ່າຍສຸດໆ ກັບຄວາມທໍລະມານທັງໝົດທີ່ກ່ຽວກັບການກັບຊາດມາເກີດ (ອາລົມ) ແລະ ເຮົາຢາກອອກຈາກມັນ (ເປົ້າໝາຍ).” ເນື້ອແທ້ຂອງອາລົມທີ່ຢູ່ເບື່ອງຫຼັງຄວາມຢາກປົດປ່ອຍນີ້ແມ່ນ “ມັນເປັນຕາເບື່ອທີ່ສຸດທີ່ຈະຕ້ອງເປັນແອນ້ອຍຄືນອີກ, ຮຽນທຸກຢ່າງໃໝ່ອີກ, ຕ້ອງສຶກສາ ແລະ ຫາລ້ຽງຊີບອີກ. ມັນໜ້າເບື່ອທີ່ຕ້ອງປ່ວຍ ແລະ ເຖົ້າແກ່ຢູ່ເລື້ອຍໆ. ມັນຄືກັບການເບິ່ງໜັງຂີ້ຮ້າຍໆ ຄືນໃໝ່ອີກຫຼາຍຮອບ. ເບິ່ງແມະ, ມັນໜ້າເບື່ອປານໃດ. ຂ້ອຍພໍແລ້ວ!”
ແຮງຈູງໃຈທີ່ກ້າວໜ້າທີ່ສຸດຈະແນໃສ່ພຣະໂພທິຈິດເພື່ອການຕັດສະຮູ້ (ເປົ້າໝາຍ) ແລະ ຂັບເຄື່ອນດ້ວຍຄວາມເຫັນໃຈ (ອາລົມ): “ເຮົາຮັບບໍ່ໄດ້ທີ່ທຸກຄົນຕ້ອງທຸກທໍລະມານຫຼາຍປານນີ້. ເຮົາຕ້ອງໄປໃຫ້ເຖິງພາວະທີ່ເຮົາຈະສາມາດຊ່ວຍທຸກຄົນໃຫ້ພົ້ນທຸກໄດ້.”
ແຮງຈູງໃຈຍັງປະກອບດ້ວຍສິ່ງທີ່ເຮົາຈະເຮັດເມື່ອເຮົາບັນລຸເປົ້າໝາຍແລ້ວ. ເວລາເຮົາຝຶກໃນສາຍມະຫາຍານ, ແຮງຈູງໃຈໃນແຕ່ລະລະດັບແມ່ນຢູ່ໃນບໍລິບົດຂອງການພະຍາຍາມສູ່ການຕັດສະຮູ້ໃນທີ່ສຸດ. ດັ່ງນັ້ນ, ການບັນລຸການຕັດສະຮູ້ຈະບົ່ງບອກສິ່ງທີ່ເຮົາຈະເຮັດເມື່ອເຮົາບັນລຸເປົ້າໝາຍຂອງເຮົາແລ້ວ.
ໃນລະດັບພຣະທັມ-ເບົາ, ເຮົາອາດຢາກຫຍັບເຂົ້າໃກ້ການຕັດສະຮູ້ທີ່ສຸດເທົ່າທີ່ຈະເປັນໄປໄດ້ໃນຊາດນີ້, ໂດຍປາສະຈາກຄວາມໄຮ້ດຽງສາຈົນເຮົາຄິດວ່າມັນຈະງ່າຍ ແລ້ວກໍຜິດຫວັງ ແລະ ຊຶມເສົ້າເມື່ອເຮົາໃກ້ຄວາມຕາຍ ແລະ ຍັງບໍ່ຕັດສະຮູ້ເທື່ອ.
- ຈາກແຮງຈູງໃຈທັງສາມລະດັບອັນແທ້ຈິງ, ອັນທຳອິດແມ່ນ “ເຮົາຢາກກັບມາເກີດໃໝ່ເປັນມະນຸດທີ່ມີຄ່າເພື່ອທີ່ຈະສືບຕໍ່ບົນເສັ້ນທາງສູ່ການຕັດສະຮູ້, ເພາະມັນຈະໃຊ້ເວລາຫຼາຍຊາດເພື່ອບັນລຸເປົ້າໝາຍຂອງເຮົາ.”
- ອັນທີສອງແມ່ນ “ເຮົາຢາກພົ້ນຈາກກັມ ແລະ ອາລົມລົບກວນ, ເພາະເຮົາຈະບໍ່ສາມາດຊ່ວຍຄົນອື່ນໄດ້ຖ້າເຮົາໂມໂຫເຂົາ, ຖ້າເຮົາຍຶດຕິດກັບເຂົາ, ຫຼື ຖ້າເຮົາມີພຶຕິກຳຕາມໃຈ. ເຮົາຈະບໍ່ສາມາດຊ່ວຍຄົນອື່ນໄດ້ຢ່າງແທ້ຈິງຖ້າເຮົາຮູ້ສຶກພາກພູມ ແລະ ທະນົງຕົນຢູ່. ສະນັ້ນ ເຮົາຕ້ອງປົດປ່ອຍຕົນເອງ.
- ແຮງຈູງໃຈທີ່ສູງສົ່ງທີ່ສຸດແມ່ນ “ເຮົາຢາກບັນລຸການຕັດສະຮູ້ເພື່ອທີ່ວ່າເຮົາຈະມີຄວາມຮູ້ຄົບຖ້ວນກ່ຽວກັບວິທີທີ່ຈະຊ່ວຍແຕ່ລະຄົນໄດ້.”
ແຮງຈູງໃຈແມ່ນສຳຄັນຫຼາຍ. ພຣະສົງຂະປະ ໄດ້ເນັ້ນວ່າ ແຮງຈູງໃຈແມ່ນສິ່ງທີ່ເຮົາຕ້ອງມີຢູ່ຕະຫຼອດວັນ, ບໍ່ພຽງແຕ່ໃນຕອນຕົ້ນຂອງຊ່ວງການທຳສະມາທິເທົ່ານັ້ນ. ແລະແຮງຮູງໃຈກໍບໍ່ຄວນຈະເປັນພຽງຄຳເວົ້າມ່ວນໆ; ມັນຄວນມີຄວາມໝາຍແທ້ໆ. ແລະ “ຄວາມໝາຍ” ຂອງມັນໝາຍເຖິງຫຍັງ? ມັນໝາຍວ່າເຮົາໄດ້ຊຶມຊັບເອົາແຮງຈູງໃຈນັ້ນຢ່າງເລິກເຊິ່ງ, ຈາກການຝຶກທຳສະມາທິ, ຈົນວ່າແຮງຈູງໃຈນັ້ນກາຍເປັນອາລົມທຳມະຊາດ ອັນແທ້ຈິງ, ແລະ ມັນໄດ້ກາຍເປັນສ່ວນໜຶ່ງຂອງການໃຊ້ຊີວິດຂອງເຮົາໃນທຸກວັນ.
ການສະຫງົບຈິດໃຈກ່ອນທຳສະມາທິ
ເມື່ອເຮົາໄດ້ສ້າງສະພາບແວດລ້ອມທາງວັດຖຸທີ່ຖືກຕ້ອງ ແລະ ຕັ້ງຈິດໃຈ ແລະ ແຮງຈູງໃຈຂອງເຮົາແລ້ວ, ເຮົາຕ້ອງສະຫງົບຕົນເອງລົງ. ສ່ວນຫຼາຍຈະເຮັດດ້ວຍການກຳນົດຫາຍໃຈເຂົ້າຫາຍໃຈອອກ, ເປັນຕົ້ນແມ່ນການນັບລົມຫັນໃຈ. ມີການຝຶກຫັດທີ່ລະອຽດກວ່ານີ້ອີກຫຼາຍອັນທີ່ເຮົາສາມາດເຮັດໄດ້ກັບການຫັນໃຈ, ແຕ່ພຽງການຫັນໃຈທຳມະດາຜ່ານດັງ ແລະ ນັບຮອບສິບເອັດຫັນໃຈເຂົ້າ ແລະ ອອກ ໂດຍທົ່ວໄປກໍພໍແລ້ວ. ການສະຫງົບຈິດໃຈເຮົາດ້ວຍວິທີນີ້ຈະສ້າງພື້ນທີ່ງຽບໆ ຈາກສິ່ງທີ່ເຮົາຫາກໍ່ເຮັດຫວ່າງໜຶ່ງນີ້ກັບການທຳສະມາທິທີ່ເຮົາກຳລັງຈະເຮັດຕໍ່ໄປ. ການສ້າງພື້ນທີ່ແນວນີ້ຈະຊ່ວຍເຮົາໃຫ້ກ້າວຈາກຊີວິດອັນຫຍຸ້ງເຫຍີງຂອງເຮົາເຂົ້າສູ່ການທຳສະມາທິໄດ້.
ການຝຶກເຈັດປະການ
ສ່ວນຫຼາຍເພິ່ນແນະນຳໃຫ້ເຮົາສ້າງພະລັງທາງບວກໃນຕອນຕົ້ນຂອງຊ່ວງການທຳສະມາທິ, ແລະ ເພື່ອເຮັດແນວນັ້ນເຮົາຈະໃຊ້ອັນທີ່ເອີ້ນວ່າ “ບົດສວດເຈັດປະການ” ຫຼື “ການປະຕິບັດເຈັດປະການ.” ໃນບໍລິບົດນີ້, “ປະການ” ໝາຍເຖິງ “ບາດກ້າວ.”
(1) ການກາບ, ກັບທີ່ເພິ່ງ ແລະ ພຣະໂພທິຈິດ
ປະການທຳອິດແມ່ນການກາບ, ເຊິ່ງໝາຍເຖິງການສະແດງຄວາມເຄົາຣົບຕໍ່ຜູ້ທີ່ໄດ້ຕັດສະຮູ້ແລ້ວ; ການສະແດງຄວາມເຄົາຣົບຕໍ່ການຕັດສະຮູ້ໃນອະນາຄົດຂອງເຮົາ, ເຊິ່ງເຮົາມຸ່ງຫວັງຈະບັນລູດ້ວຍພຣະໂພທິຈິດ; ແລະ ການສະແດງຄວາມເຄົາຣົບຕໍ່ທຳມະຊາດ-ພຣະພຸທະເຈົ້າຂອງເຮົາ, ເຊິ່ງຈະຊ່ວຍເຮົາໃຫ້ບັນລຸເປົ້າໝາຍນັ້ນ. ສະນັ້ນ, ການກາບແມ່ນເຮັດໃຫ້ບໍລິບົດຂອງການວາງທິດທາງທີ່ເພິ່ງທີ່ປອດໄພ ແລະ ເປົ້າໝາຍພຣະໂພທິຈິດໃນຊີວິດເຮົາ. ທິດທາງທີ່ປອດໄພທີ່ເຮົາຫວັງຈະມຸ່ງໄປແມ່ນຊີ້ບອກໂດຍພຣະພຸທະເຈົ້າ, ພຣະທັມຄຳສັ່ງສອນຂອງພຣະອົງ ແລະ ການບັນລຸຂອງພຣະສົງ, ແລະ ຊຸມຊົນພຣະສົງຂອງຜູ້ທີ່ກຳລັງເດີນທາງສູ່ການຫຼຸດພົ້ນ ແລະ ການຕັດສະຮູ້ໃຫ້ຕົນເອງ. ດ້ວຍເປົ້າໝາຍພຣະໂພທິຈິດ, ເຮົາຕັ້ງຈິດຕັ້ງໃຈຕໍ່ການກາຍເປັນພຣະພຸທະເຈົ້າເຊັ່ນກັນ.
(2) ການບູຊາ
ບາດກ້າວທີສອງແມ່ນການບູຊາ, ເຊິ່ງກໍແມ່ນການສະແດງຄວາມເຄົາຣົບເຊັ່ນກັນ.
(3) ການຍອມຮັບຂໍ້ບົກພ່ອງ
ຕໍ່ໄປແມ່ນການຍອມຮັບຄວາມຜິດພາດ ແລະ ຂໍ້ບົກພ່ອງຂອງຕົນເອງຢ່າງເປີດເຜີຍ. ນັ້ນບໍ່ໄດ້ໝາຍເຖິງການຮູ້ສຶກຜິດກ່ຽວກັບຄວາມຜິດພາດຂອງເຮົາ; ຄວາມຮູ້ສຶກຜິດແມ່ນສິ່ງບໍ່ສົມຄວນ. ຄວາມຮູ້ສຶກຜິດແມ່ນການຍຶດຢູ່ກັບສິ່ງທີ່ເຮົາໄດ້ເຮັດ ແລະ ກັບຕົນເອງທີ່ໄດ້ເຮັດສິ່ງນັ້ນ, ຖືວ່າທັງສອງນັ້ນບໍ່ດີ, ແລະ ບໍ່ປ່ອຍວາງຈັກເທື່ອ. ມັນຄືກັບການບໍ່ເອົາຂີ້ເຫຍື້ອອອກຖິ້ມ, ແຕ່ຮັກສາໄວ້ໃນເຮືອນ ແລ້ວ ຄິດວ່າ: “ຂີ້ເຫຍື້ອນີ້ຂີ້ເຮິແທ້. ມັນເໝັນຂະໜາດ.” ແທນຄວາມຮູ້ສຶກຜິດ, ປະການທີສາມແມ່ນຄວາມກິນແໜງຕໍ່ຄວາມຜິດຜາດຂອງຕົນ: “ເຮົາກິນແໜງຕໍ່ສິ່ງທີ່ກະທຳແລ້ວຂອງເຮົາ, ແລະ ເຮົາຈະພະຍາຍາມສຸດຄວາມສາມາດທີ່ຈະບໍ່ເຮັດອີກ. ເຮົາຈະພະຍາຍາມສຸດຄວາມສາມາດທີ່ຈະແກ້ໄຂຂໍ້ບົກພ່ອງຂອງເຮົາ.”
(4) ການປີຕິຍິນດີ
ບາດກ້າວທີສີ່ແມ່ນການປີຕິຍິນດີໃນສິ່ງທີ່ເປັນບວກທີ່ເຮົາ ແລະ ຄົນອື່ນໄດ້ເຮັດ, ເພື່ອທີ່ເຮົາຈະໄດ້ມີທັດສະນະດ້ານບວກຕໍ່ຕົນເອງ ແລະ ຕໍ່ຄົນອື່ນ.
(5) ການຂໍຄຳສອນ
ແລ້ວເຮົາຂໍໃຫ້ພຣະອາຈານ ແລະ ພຣະພຸທະເຈົ້າສອນ: “ກະລຸນາສອນຕະຫຼອດໄປ. ຜູ້ຂ້າພ້ອມເປີດຮັບແລ້ວ.”
(6) ການວິງວອນພຣະອາຈານບໍ່ໃຫ້ມໍລະນະພາບໄປ
ປະການຕໍ່ໄປແມ່ນ: “ຢ່າຈາກໄປ; ຢ່າມໍລະນະພາບໄປ. ຜູ້ຂ້າຈິງຈັງກັບການຮ່ຳຮຽນ; ແລະ ຜູ້ຂ້າຂໍໃຫ້ພຣະອົງຢູ່ກັບເຮົາກ່ອນ.”
(7) ການອຸທິດ
ສຸດທ້າຍແມ່ນການອຸທິດ. ການອຸທິດ, ເບິ່ງແນວໜຶ່ງ, ແມ່ນການມຸ່ງພະລັງໄປໃນທິດທາງໃດໜຶ່ງ. ເຮົາຄິດວ່າ: “ພະລັງທາງບວກອັນໃດ, ຄວາມເຂົ້າໃຈອັນໃດທີ່ໄດ້ສ້າງໄວ້, ຂໍໃຫ້ມີຜົນຕໍ່ການບັນລຸຄວາມຕັ້ງໃຈຂອງຜູ້ຂ້າດ້ວຍເທີນ.” ຂໍ້ສົມທຽບທີ່ຂ້າພະເຈົ້າມັກໃຊ້ແມ່ນການບັນທຶກວຽກຂອງເຮົາໄວ້ໃນຄອມພິວເຕີ. ຖ້າເຮົາບໍ່ບັນທຶກໄວ້ໃນໂຟລ໌ເດີສະເພາະ, ໂຟລ໌ເດີສຳລັບ “ການຫຼຸດພົ້ນ” ຫຼື “ການຕັດສະຮູ້,” ແລ້ວການຕັ້ງຄ່າເລີ່ມຕົ້ນກໍຈະເປັນວ່າວຽກຂອງເຮົາຈະຖືກບັນທຶກໄວ້ໃນໂຟລ໌ເດີ “ການ ພັດທະນາວັດຕະສົງສານ” ໂດຍອັດຕະໂນມັດ. ການຈະບັນທຶກວຽກຂອງເຮົາໄວ້ໃນໂຟລ໌ເດີ “ການຍົກລະດັບວັດຕະສົງສານ” ກໍໄດ້, ແຕ່ຖ້ານັ້ນບໍ່ແມ່ນເປົ້າໝາຍຂອງເຮົາ, ຖ້າເຮົາຢາກໃຫ້ວຽກຂອງເຮົາປະກອບໃສ່ການບັນລຸການຫຼຸດພົ້ນ ຫຼື ການບັນລຸການຕັດສະຮູ້, ແລ້ວເຮົາຕ້ອງຕັ້ງໃຈບັນທຶກໄວ້ໃນໂຟລ໌ເດີ “ການຫຼຸດພົ້ນ” ຫຼື “ການຕັດສະຮູ້.” ນັ້ນແມ່ນການອຸທິດ. ແລະເຮົາໝາຍຄວາມຕາມນັ້ນແທ້; ເຮົາບໍ່ພຽງແຕ່ເວົ້າຊື່ໆ. ເຮົາອຸທິດພະລັງດ້ານບວກກັບອາລົມທີ່ຢູ່ເບື້ອງຫຼັງ, ກັບຄວາມເຫັນໃຈ, ແລະ ອື່ນໆ.
ຫຼັງຈາກການພາວະນາເຈັດປະການແລ້ວ ຈິ່ງແມ່ນການທຳສະມາທິ, ແລະ ໃນຕອນທ້າຍຂອງການທຳສະມາທິ, ເຮົາຈະອຸທິດອີກເທື່ອໜຶ່ງ.
ສະຫຼຸບ
ການທຳສະມາທິເປັນຂະບວນການທີ່ຊັບຊ້ອນ ແລະ ຂໍ້ແນະນຳໃນການປະຕິບັດກໍລະອຽດຊັດເຈນ. ໃນທີ່ນີ້ ເຮົາໄດ້ສະເໜີຂໍ້ແນະນຳທົ່ວໄປ; ການທຳສະມາທິແຕ່ລະແບບຈະມີຂໍ້ແນະນຳສະເພາະຕ່າງຫາກ. ແຕ່ໃນທຸກກໍລະນີ, ສິ່ງສຳຄັນແມ່ນການຮູ້ວ່າເຮົາກຳລັງເຮັດຫຍັງ, ເຮັດແນວໃດ, ແລະ ເປັນຫຍັງເຮົາຈິ່ງເຮັດ.
ມີສາຍພຣະພຸທະສາສະໜາບາງສາຍ, ເຊັ່ນສາຍເຊນ, ທີ່ກ່າວພຽງວ່າ, “ນັ່ງ, ທຳສະມາທິ, ແລະ ເຈົ້າຈະຮູ້ເອງຕໍ່ໄປ.” ເຖິງວ່າອັນນີ້ອາດໃຊ້ໄດ້ກັບບາງຄົນ, ມັນກໍອາດຍາກສຳລັບບາງຄົນ. ຫຼາຍຄົນພົບວ່າ ວິທີແບບນັ້ນຍາກຫຼາຍ, ສະນັ້ນ ສິ່ງທີ່ໄດ້ນຳສະເໜີໃນທີ່ນີ້ແມ່ນສາຍອິນໂດ-ທິເບດ.