ການສະຫງົບຄວາມຄິດ

01:52
ຄວາມຄິດແງ່ແນວຄິດ (conceptual thought) ເປັນສິ່ງທີ່ຂາດບໍ່ໄດ້. ຖ້າບໍ່ມີມັນ, ເຮົາກໍຈະບໍ່ສາມາດແຍກຄວາມຕ່າງຂອງສິ່ງຕ່າງໆ ໃນຮ້ານວ່າອັນໃດເປັນໝາກແອັບເປິນ ຫຼື ໝາກແພ, ແລະ ເຮົາກໍຈະບໍ່ເຂົ້າໃຈເວລາຄົນເວົ້າວ່າ "ກະລຸນາເອົາປີ້ເຂົ້າຊົມການສະແດງໃຫ້ຂ້ອຍແດ່ສອງປີ້." ໃນຂະນະທີ່ເຮົາຕ້ອງມີຄວາມຄິດແງ່ແນວຄິດໃນຊີວິດປະຈໍາວັນ, ບາງຄັ້ງມັນກໍອາດເປັນອຸປະສັກ. ຕົວຢ່າງ, ເພື່ອຈົດຈໍ່ໃນການທຳສະມາທິ, ເຮົາຕ້ອງສະຫງົບສຽງການຝອຍທາງຈິດໃຈ ແລະ ຄວາມຄິດກ່ອນໜ້າຕໍ່ສິ່ງທີ່ເຮົາປະສົບ.

ການສະຫງົບຈິດໃຈ

ເພື່ອທີ່ຈະບັນລຸຄວາມຈົດຈໍ່ໄດ້, ເຮົາຕ້ອງເຮັດໃຫ້ໃຈຂອງເຮົາສະຫງົບກ່ອນ, ເພື່ອທີ່ວ່າ, ດັ່ງທີ່ຄຳແນະນຳກ່ຽວກັບການທຳສະມາທິໄດ້ບອກໄວ້, ເຮົາຈະໄດ້ເຂົ້າເຖິງພາວະຈິດໃຈທີ່ເປັນທຳມະຊາດກວ່າ. ໃນນີ້, ບໍ່ແມ່ນວ່າເຮົາມີຈຸດປະສົງທີ່ຈະມີຈິດທີ່ເປົ່າ, ຄືກັບຜີດິບ, ຄືກັບວິທະຍຸທີ່ປິດຢູ່. ຖ້າເປັນແນວນັ້ນ, ການເຂົ້ານອນອາດດີກວ່າ! ເປົ້າໝາຍແມ່ນເພື່ອສະຫງົບທຸກພາວະລົບກວນທັງໝົດຂອງຈິດໃຈເຮົາ. ອາລົມບາງຢ່າງຈະລົບກວນຫຼາຍ, ເຊັ່ນອາການຕື່ນເຕັ້ນ, ກັງວົນ, ຫຼື ຢ້ານ; ຈຸດປະສົງຂອງເຮົາແມ່ນເພື່ອເຮັດໃຫ້ສິ່ງເຫຼົ່ານີ້ສະຫງົບລົງ.

ເມື່ອເຮົາສະຫງົບຈິດໃຈ, ພາວະຈິດໃຈທີ່ເຮົາຈະບັນລຸແມ່ນຈະແຈ້ງ ແລະ ຕື່ນຕົວ, ທີ່ເຮົາຈະສາມາດສ້າງຄວາມເມດຕາ ແລະ ຄວາມເຂົ້າໃຈ, ຫຼື ສະແດງເຖິງຄວາມອົບອຸ່ນທີ່ເປັນທໍາມະຊາດຂອງມະນຸດທີ່ເຮົາທຸກຄົນມີ. ສິ່ງນີ້ຮຽກຮ້ອງໃຫ້ມີການຜ່ອນຄາຍຢ່າງເລິກເຊິ່ງ, ບໍ່ພຽງແຕ່ໃນກ້າມຊີ້ນຂອງຮ່າງກາຍເທົ່ານັ້ນ, ແຕ່ຍັງລວມເຖິງຄວາມເຄັ່ງຕຶງດ້ານຈິດໃຈ ແລະ ດ້ານອາລົມທີ່ສາມາດກັ້ນເຮົາຈາກການຮູ້ສຶກເຖິງຄວາມອົບອຸ່ນ ແລະ ຄວາມຊັດເຈນແບບທໍາມະຊາດຂອງຈິດໃຈ, ຫຼື ສິ່ງໃດກໍຕາມ.

ບາງຄົນເຂົ້າໃຈຜິດວ່າການທຳສະມາທິໝາຍຄວາມວ່າເຮົາຕ້ອງຢຸດຄິດ. ແທນທີ່ຈະຢຸດການຄິດ, ການທຳສະມາທິຄວນຢຸດການຄິດທີ່ບໍ່ກ່ຽວ, ຫຼື ບໍ່ຈໍາເປັນ, ເຊັ່ນການຄິດລົບກວນກ່ຽວກັບອະນາຄົດ ("ເຮົາຊິກິນຫຍັງແລງນີ້?"), ແລະ ການຄິດລົບ ("ເຈົ້າເຮັດຮ້າຍກັບຂ້ອຍໂພດມື້ວານນີ້. ເຈົ້າເປັນຄົນຂີ້ຮ້າຍຫຼາຍ!”). ທັງໝົດນີ້ຕົກໃນປະເພດຂອງຈິດໃຈທີ່ຫຼົງທາງ ແລະ ຄວາມຄິດລົບກວນ.

ແຕ່, ການມີຈິດໃຈທີ່ສະຫງົບເປັນພຽງເຄື່ອງມືໜຶ່ງເທົ່ານັ້ນ; ມັນບໍ່ແມ່ນເປົ້າໝາຍສຸດທ້າຍ. ເມື່ອເຮົາມີໃຈທີ່ສະຫງົບກວ່າ, ແຈ້ງກວ່າ ແລະ ເປີດກວ່າ, ເຮົາຈະສາມາດໃຊ້ມັນໃນທາງກໍ່ສ້າງໄດ້. ເຮົາສາມາດໃຊ້ມັນໃນຊີວິດປະຈໍາວັນ, ແລະ ເຮົາສາມາດໃຊ້ມັນໃນຂະນະທີ່ນັ່ງສະມາທິເພື່ອພະຍາຍາມ ເຂົ້າໃຈສະພາບການໃນຊີວິດຂອງເຮົາດີຂຶ້ນ. ດ້ວຍຈິດໃຈທີ່ປາສະຈາກອາລົມລົບກວນ ແລະ ຄວາມຄິດທີ່ບໍ່ກ່ຽວກັນ, ເຮົາຈະສາມາດຄິດໄດ້ຊັດເຈນຂຶ້ນກ່ຽວກັບຫົວຂໍ້ທີ່ສໍາຄັນເຊັ່ນ, “ເຮົາໄດ້ເຮັດຫຍັງແດ່ໃນຊີວິດ? ກຳລັງເກີດຫຍັງຂຶ້ນກັບຄວາມສໍາພັນທີ່ສໍາຄັນນີ້? ມັນດີ ຫຼື ບໍ່ດີ?” ເຮົາຈະສາມາດວິເຄາະ – ອັນນີ້ເອີ້ນວ່າການກວດກາພາຍໃນ. ເພື່ອເຂົ້າໃຈບັນຫາປະເພດເຫຼົ່ານີ້ ແລະ ກວດກາພາຍໃນໃນທາງຜົນຜະລິດ, ເຮົາຕ້ອງມີຄວາມຊັດເຈນ. ເຮົາຕ້ອງມີຈິດໃຈທີ່ສະຫງົບ, ງຽບ, ແລະ ການທຳສະມາທິເປັນເຄື່ອງມືທີ່ສາມາດນໍາເຮົາໄປສູ່ພາວະນີ້ໄດ້.

ພາວະຈິດໃຈທີ່ເປັນແນວຄິດ ແລະ ບໍ່ເປັນແນວຄິດ

ຕຳລາສະມາທິຫຼາຍສະບັບແນະນຳໃຫ້ເຮົາກຳຈັດຄວາມຄິດແງ່ແນວຄິດອອກ ແລະ ເຂົ້າສູ່ພາວະທີ່ບໍ່ແມ່ນແນວຄິດ. ກ່ອນອື່ນໝົດ, ຄຳແນະນຳນີ້ບໍ່ແມ່ນສຳລັບການທຳສະມາທິທຸກແບບ. ມັນໝາຍເຖິງສະເພາະແຕ່ສະມາທິແບບພິເສດສໍາລັບການສຸມໃສ່ຄວາມເປັນຈິງ. ແຕ່, ມີຮູບແບບຂອງແນວຄວາມຄິດອັນໜຶ່ງທີ່ທຸກປະເພດຂອງການທຳສະມາທິຕ້ອງໄດ້ກໍາຈັດ. ແຕ່ເພື່ອໃຫ້ເຂົ້າໃຈຮູບແບບຕ່າງໆ ຂອງແນວຄວາມຄິດທີ່ກ່າວເຖິງໃນຕຳລາສະມາທິ, ເຮົາຕ້ອງເຂົ້າໃຈວ່າພຣະພຸດທະສາສະໜາໝາຍເຖິງຫຍັງກ່ຽວກັບ "ແນວຄວາມຄິດ."

ຄວາມຄິດແງ່ແນວຄິດບໍ່ໄດ້ໝາຍເຖິງແຕ່ສຽງໃນຫົວຂອງເຮົາ

ບາງຄົນຄິດວ່າການມີແນວຄວາມຄິດໝາຍເຖິງຄວາມຄິດທາງປາກເວົ້າປະຈຳວັນທີ່ຜ່ານເຂົ້າມາໃນໃຈຂອງເຮົາ—ອັນທີ່ເອີ້ນວ່າ “ສຽງໃນຫົວຂອງເຮົາ” – ແລະ ການທີ່ຈະມີຄວາມຄິດທີ່ບໍ່ເປັນແນວຄິດນັ້ນໝາຍເຖິງການເຮັດໃຫ້ສຽງນັ້ນງຽບໄປເທົ່ານັ້ນ. ການງຽບສຽງຢູ່ໃນຫົວຂອງເຮົາແມ່ນພຽງແຕ່ການເລີ່ມຕົ້ນ - ເປັນການເລີ່ມຕົ້ນທີ່ສໍາຄັນ - ແຕ່ກໍພຽງແຕ່ບາດກ້າວທໍາອິດ. ມັນເປັນສ່ວນໜຶ່ງຂອງການເຮັດໃຫ້ຈິດໃຈຂອງເຮົາສະຫງົບຄວາມຄິດທີ່ລົບກວນທີ່ບໍ່ກ່ຽວຂ້ອງ ເພື່ອໃຫ້ມີຈິດໃຈທີ່ຈະແຈ້ງ ແລະ ສະຫງົບລົງ. ບາງຄົນຄິດວ່າເພື່ອໃຫ້ເຂົ້າໃຈບາງສິ່ງຢ່າງແທ້ຈິງ, ເຮົາຕ້ອງເຂົ້າໃຈມັນໃນແງ່ທີ່ບໍ່ແມ່ນແນວຄວາມຄິດ, ແລະ ວ່າຄວາມຄິດແງ່ແນວຄິດ ແລະ ຄວາມເຂົ້າໃຈທີ່ຖືກຕ້ອງນັ້ນຜູກພັນເຊິ່ງກັນ ແລະ ກັນບໍ່ໄດ້. ນີ້ບໍ່ຖືກຕ້ອງ.

ເພື່ອແກ້ຄວາມສັບຊ້ອນກ່ຽວກັບແນວຄວາມຄິດ, ກ່ອນອື່ນໝົດເຮົາຕ້ອງແຍກຄວາມຕ່າງລະຫວ່າງການເວົ້າບາງຢ່າງໃນຄວາມຄິດ ກັບການເຂົ້າໃຈບາງຢ່າງ. ເຮົາສາມາດເວົ້າບາງສິ່ງຢູ່ໃນຄວາມຄິດຂອງເຮົາ ບໍ່ວ່າຈະເຂົ້າໃຈມັນ ຫຼື ບໍ່. ຕົວຢ່າງ, ເຮົາສາມາດເລົ່າບົດພາວະນາເປັນພາສາຕ່າງປະເທດໃນໃຈໄດ້, ບໍ່ວ່າຈະເຂົ້າໃຈຄວາມໝາຍຂອງມັນ ຫຼື ບໍ່. ເຊັ່ນດຽວກັນ, ເຮົາສາມາດເຂົ້າໃຈບາງຢ່າງໄດ້ ບໍ່ວ່າເຮົາຈະອະທິບາຍມັນເປັນຄຳເວົ້າໄດ້ ຫຼື ບໍ່, ຕົວຢ່າງເຊັ່ນຄວາມຮູ້ສຶກເວລາມີຄວາມຮັກ.

ແຕ່, ບັນຫາຂອງພາວະແນວຄວາມຄິດທຽບກັບພາວະທີ່ບໍ່ແມ່ນແນວຄວາມຄິດໃນການທຳສະມາທິ ບໍ່ແມ່ນບັນຫາຂອງຄວາມເຂົ້າໃຈ ຫຼື ບໍ່ເຂົ້າໃຈບາງຢ່າງ. ໃນການທຳສະມາທິ, ເຊັ່ນດຽວກັບໃນຊີວິດປະຈໍາວັນ, ເຮົາຕ້ອງມີຄວາມເຂົ້າໃຈຢູ່ສະເໝີ, ບໍ່ວ່າຈະເປັນແນວຄວາມຄິດ ຫຼື ບໍ່ເປັນແນວຄວາມຄິດ, ແລະ ບໍ່ວ່າເຮົາຈະເວົ້າໃນຈິດ ຫຼື ບໍ່. ບາງຄັ້ງການເວົ້າກໍຊ່ວຍໄດ້; ບາງຄັ້ງມັນກໍບໍ່ເປັນປະໂຫຍດເລີຍ ຫຼື ບໍ່ຈໍາເປັນຊ້ຳ. ຍົກຕົວຢ່າງ, ການມັດເຊືອກເກີບຂອງເຮົາ: ເຮົາເຂົ້າໃຈວິທີມັດເກີບຂອງເຮົາ. ເຮົາຕ້ອງເວົ້າອອກມາບໍ່ວ່າເຮົາມັດເຊືອກເສັ້ນນີ້ໃສ່ກັບເສັ້ນນັ້ນແນວໃດ? ກໍບໍ່. ຄວາມຈິງແລ້ວ, ຜູ້ຂ້າຄິດວ່າຄົນສ່ວນຫຼາຍຈະອະທິບາຍເປັນຄຳເວົ້າກ່ຽວກັບວິທີມັດເກີບຂອງຕົນເອງຍາກໜ້ອຍໜຶ່ງ. ແຕ່, ເຮົາເຂົ້າໃຈ. ຖ້າບໍ່ມີຄວາມເຂົ້າໃຈ, ເຮົາກໍບໍ່ສາມາດເຮັດຫຍັງໄດ້ໃນຊີວິດ, ແມ່ນບໍ? ເຮົາຈະບໍ່ສາມາດຮອດເປີດປະຕູໄດ້ຊ້ຳ.

ຈາກຫຼາຍແງ່ມອງ, ອັນທີ່ຈິງການອອກເປັນຄວາມເວົ້າແມ່ນເປັນປະໂຫຍດ; ເຮົາຕ້ອງການການອອກເປັນຄວາມເວົ້າເພື່ອສາມາດສື່ສານກັບຄົນອື່ນ. ແຕ່, ການເວົ້າໃນຄວາມຄິດຂອງເຮົາແມ່ນບໍ່ຈໍາເປັນແທ້; ແຕ່ການອອກເປັນຄວາມເວົ້າໃນຕົວມັນເອງນັ້ນເປັນກາງ, ເຊິ່ງໝາຍຄວາມວ່າມັນສາມາດຖືກໃຊ້ໃນທາງທີ່ເປັນປະໂຫຍດ ຫຼື ແບບທໍາລາຍ. ອັນທີ່ຈິງ, ມີສະມາທິທີ່ເປັນປະໂຫຍດບາງອັນທີ່ກ່ຽວຂ້ອງກັບການອອກເປັນຄວາມເວົ້າ. ຕົວຢ່າງ, ການສູດມົນຊ້ຳໆ ໃນໃຈແມ່ນຮູບແບບຂອງການອອກເປັນຄຳເວົ້າທີ່ສ້າງ ແລະ ຮັກສາຈັງຫວະ ຫຼື ການສັ່ນສະເທືອນໃນໃຈບາງປະເພດ. ຈັງຫວະປົກກະຕິຂອງມົນນັ້ນເປັນປະໂຫຍດຫຼາຍ; ມັນຊ່ວຍໃຫ້ເຮົາສຸມໃສ່ຢູ່ກັບພາວະຈິດໃຈໂດຍສະເພາະ. ຕົວຢ່າງເຊັ່ນ, ເມື່ອສ້າງຄວາມເຫັນໃຈ ແລະ ຄວາມຮັກ, ຖ້າເຮົາຈົ່ມມົນເຊັ່ນ ໂອມ ມະນີ ປັດເມ ຫຸມ (OM MANI PADME HUM), ມັນຈະງ່າຍກວ່າທີ່ຈະສຸມໃສ່ພາວະທີ່ມີຄວາມເມດຕານັ້ນ, ເຖິງວ່າແນ່ນອນເຮົາສາມາດຕັ້ງຢູ່ໃນພາວະຂອງຄວາມເມດຕາໂດຍບໍ່ມີການເວົ້າຫຍັງກໍໄດ້. ສະນັ້ນການອອກເປັນຄວາມເວົ້າໃນຕົວມັນເອງບໍ່ແມ່ນບັນຫາ. ໃນທາງກົງກັນຂ້າມ, ແນ່ນອນ, ເຮົາຕ້ອງສະຫງົບຈິດໃຈຂອງເຮົາເວລາທີ່ມັນມີເວົ້າແຕ່ສິ່ງທີ່ບໍ່ມີປະໂຫຍດ.

ຄວາມຄິດແງ່ແນວຄວາມຄິດໝາຍເຖິງການຈັດໝວດສິ່ງຕ່າງໆ ລົງໃນກ່ອງທາງຈິດໃຈ

ຖ້າບັນຫາເລື່ອງແນວຄວາມຄິດບໍ່ແມ່ນບັນຫາກ່ຽວກັບການໃຊ້ຄຳເວົ້າ ຫຼື ຄວາມເຂົ້າໃຈ, ແລ້ວບັນຫາແມ່ນຫຍັງ? ຈິດໃຈຂອງແນວຄວາມຄິດແມ່ນຫຍັງ ແລະ ຄຳສອນກ່ຽວກັບສະມາທິໝາຍເຖິງຫຍັງເວລາທີ່ມັນບອກເຮົາວ່າເຮົາຕ້ອງກຳຈັດມັນອອກ? ຄໍາແນະນໍານີ້ກ່ຽວເຖິງທຸກຂັ້ນຕອນ ແລະ ລະດັບຂອງການທຳສະມາທິ, ແລະ ກັບຊີວິດປະຈໍາວັນບໍ? ມັນສໍາຄັນທີ່ຈະຊີ້ແຈງຈຸດເຫຼົ່ານີ້.

ຈິດໃຈແນວຄວາມຄິດໝາຍເຖິງການຄິດໃນແງ່ຂອງໝວດໝູ່, ໂດຍວິທີການເອົາໃສ່ເຂົ້າໄປໃນກ່ອງຕ່າງໆ, ເຊັ່ນ "ດີ" ຫຼື "ບໍ່ດີ", "ດໍາ" ຫຼື "ຂາວ", "ໝາ" ຫຼື "ແມວ."

ບາດນີ້, ແນ່ນອນ ເວລາທີ່ເຮົາໄປຊື້ເຄື່ອງ, ເຮົາຕ້ອງສາມາດຈໍາແນກລະຫວ່າງໝາກແອັບເປິນ ແລະ ໝາກກ້ຽງໃຫ້ໄດ້, ຫຼື ລະຫວ່າງໝາກດິບ ແລະ ໝາກສຸກ. ໃນກໍລະນີປະຈໍາວັນແນວນີ້, ການຄິດເປັນໝວດໝູ່ແມ່ນບໍ່ມີບັນຫາ. ແຕ່ມີໝວດໝູ່ປະເພດອື່ນທີ່ເປັນບັນຫາ. ອັນໜຶ່ງແມ່ນສິ່ງທີ່ເຮົາເອີ້ນວ່າ "ຄວາມຄິດກ່ອນໜ້າ."

ຕົວຢ່າງອັນໜຶ່ງຂອງຄວາມຄິດກ່ອນໜ້າແມ່ນ: “ຂ້ອຍຄາດວ່າເຈົ້າຈະໃຈຮ້າຍກັບຂ້ອຍຕະຫຼອດ. ເຈົ້າເປັນຄົນເປັນຕາຢ້ານ ເພາະໃນອາດີດເຈົ້າເຮັດອັນນີ້ ແລະ ອັນນັ້ນ, ແລະ ຕອນນີ້ຂ້ອຍເດົາວ່າ, ບໍ່ວ່າຈະເກີດຫຍັງຂຶ້ນ, ເຈົ້າຈະສືບຕໍ່ເປັນຄົນທີ່ເປັນຕາຢ້ານ." ເຮົາໄດ້ຕັດສິນລ່ວງໜ້າແລ້ວວ່າຄົນຜູ້ນີ້ເປັນຕາຢ້ານ ແລະ ຈະຮ້າຍກັບເຮົາຕໍ່ໄປ - ນັ້ນແມ່ນຄວາມຄິດກ່ອນໜ້າ. ໃນຄວາມຄິດຂອງເຮົາ, ເຮົາເອົາຄົນຜູ້ນັ້ນເຂົ້າໄປໃນໝວດ ຫຼື ກ່ອງ “ຄົນທີ່ເປັນຕາຢ້ານ.” ແລະ, ແນ່ນອນ, ຖ້າເຮົາຄິດແບບນັ້ນ, ແລະ ສ່ອງແນວຄິດໃສ່ລາວວ່າ "ລາວໃຈຮ້າຍ; ລາວຮ້າຍກັບຂ້ອຍສະເໝີ,” ກໍຈະມີສິ່ງກັ້ນອັນໃຫຍ່ລະຫວ່າງເຮົາກັບຄົນນັ້ນ. ຄວາມຄິດກ່ອນໜ້າຂອງເຮົາມີຜົນກະທົບຕໍ່ວິທີທີ່ເຮົາພົວພັນກັບລາວ. ສະນັ້ນ ຄວາມຄິດກ່ອນໜ້າຈິ່ງເປັນພາວະຂອງຈິດໃຈທີ່ເຮົາຈັດເປັນໝວດໝູ່; ເຮົາເອົາສິ່ງຕ່າງໆ ເຂົ້າໄປໃນກ່ອງທາງຈິດໃຈ.

ການບໍ່ເປັນແນວຄິດ

ມີຫຼາຍລະດັບຂອງຄວາມບໍ່ເປັນແນວຄວາມຄິດ, ແຕ່ລະດັບໜຶ່ງແມ່ນການເປີດຮັບກັບສະຖານະການເມື່ອມັນເກີດຂຶ້ນ. ບາດນີ້, ນັ້ນບໍ່ໄດ້ໝາຍຄວາມວ່າຈະປະແນວຄວາມຄິດທັງໝົດໄປເລີຍ. ຕົວຢ່າງ, ຖ້າມີໝາທີ່ກັດຫຼາຍຄົນ, ແລ້ວ ຍ້ອນການຄິດໃນແງ່ຂອງໝວດ "ໝາທີ່ກັດ," ເຮົາຈະລະມັດລະວັງເວລາຢູ່ໃກ້ໝານັ້ນ. ເຮົາມີຄວາມລະມັດລະວັງທີ່ສົມເຫດສົມຜົນເວລາຢູ່ໃກ້ສັດຕົວນັ້ນ, ແຕ່ເຮົາບໍ່ມີຄວາມຄິດກ່ອນໜ້າທີ່ວ່າ “ໝາໂຕນັ້ນຈະກັດເຮົາແນ່ນອນ, ສະນັ້ນ ເຮົາຈະບໍ່ພະຍາຍາມຮອດເຂົ້າໃກ້ມັນ.” ມີຄວາມດຸ່ນດ່ຽງຢູ່ຈຸດນີ້ລະຫວ່າງການຍອມຮັບສະຖານະການທີ່ເກີດຂຶ້ນ, ໂດຍບໍ່ມີຄວາມຄິດກ່ອນໜ້າທີ່ຈະປ້ອງກັນຕົນເອງຈາກການປະສົບກັບສະຖານະການນັ້ນໆ ຢ່າງເຕັມທີ່.

ລະດັບຂອງຄວາມບໍ່ເປັນແນວຄວາມຄິດທີ່ຈຳເປັນໃນການທຳສະມາທິທຸກອັນແມ່ນຈິດທີ່ປາສະຈາກຄວາມຄິດກ່ອນໜ້າ.

ໜຶ່ງໃນຄໍາແນະນໍາທີ່ກວມລວມທີ່ສຸດແມ່ນການທຳສະມາທິໂດຍໄຮ້ຄວາມຄິດກ່ອນໜ້າ ແລະ ຄວາມກັງວົນໃດໆ. ຄວາມຄິດກ່ອນໜ້າກ່ຽວກັບຊ່ວງທຳສະມາທິອາດເປັນຄວາມຄາດຫວັງທີ່ວ່າຊ່ວງທຳສະມາທິຂອງເຮົາຈະໄປໄດ້ດີຢ່າງໜ້າອັດສະຈັນ, ຫຼື ຄວາມກັງວົນວ່າຂາເຮົາຈະເຈັບ, ຫຼື ຄວາມຄິດທີ່ວ່າ "ເຮົາຈະບໍ່ປະສົບຜົນສໍາເລັດ." ຄວາມຄິດຄາດຫວັງ ແລະ ຄວາມກັງວົນເຫຼົ່ານັ້ນເປັນຄວາມຄິດກ່ອນໜ້າ, ບໍ່ວ່າເຮົາຈະເວົ້າມັນໃນໃຈ ຫຼື ບໍ່. ຄວາມຄິດນັ້ນຈະຈັດຊ່ວງການທຳສະມາທິທີ່ເຮົາກຳລັງຈະເຮັດເຂົ້າໄປໃນກ່ອງທາງຈິດໃຈ ຫຼື ໝວດຂອງ "ປະສົບການທີ່ດີເລີດ" ຫຼື "ປະສົບການທີ່ເຈັບປວດ." ວິທີການທີ່ບໍ່ເປັນແນວຄວາມຄິດຂອງການທຳສະມາທິແມ່ນພຽງແຕ່ຍອມຮັບສິ່ງທີ່ເກີດຂຶ້ນ ແລະ ຈັດການກັບມັນຕາມຄໍາແນະນໍາຂອງການທຳສະມາທິ, ໂດຍບໍ່ມີການຕັດສິນສະຖານະການນັ້ນ.

ສະຫຼຸບ

ຖ້າບໍ່ເຂົ້າໃຈປະເພດຂອງຄວາມຄິດແງ່ແນວຄິດຕ່າງໆ, ເຮົາຈະສາມາດເຂົ້າໃຈຜິດໄດ້ວ່າທຸກອັນເປັນອັນຕະລາຍຕໍ່ການທຳສະມາທິ ແລະ ແມ່ນແຕ່ຕໍ່ຊີວິດປະຈໍາວັນ. ໃນການທຳສະມາທິສ່ວນຫຼາຍ, ເຮົາຕ້ອງສະຫງົບສຽງໃນຫົວຂອງເຮົາ ແລະ ປົດຄວາມຄິດກ່ອນໜ້າທັງໝົດ. ແຕ່, ນອກຈາກຜູ້ປະຕິບັດທັມຂັ້ນສູງທີ່ສຸດແລ້ວ, ການເຂົ້າໃຈບາງຢ່າງນັ້ນ, ທັງພາຍໃນ ແລະ ພາຍນອກການທຳສະມາທິ, ຮຽກຮ້ອງໃຫ້ຈັດມັນຢູ່ໃນໝວດໝູ່ທາງຈິດໃຈ, ບໍ່ວ່າເຮົາຈະໃຊ້ຄໍາເວົ້າກັບມັນ ຫຼື ບໍ່ກໍຕາມ.

Top