ການທຳສະມາທິເປັນສິ່ງທີ່ພົບໄດ້ໃນຫຼາຍສາສະໜາ, ບໍ່ພຽງແຕ່ໃນພຣະພຸດທະສາສະໜາ; ແຕ່ໃນຂະນະທີ່ຫຼາຍຮູບການຂອງການທຳສະມາທິຈະສາມາດພົບໄດ້ໃນທຸກສາສະໜາຂອງອິນເດຍ, ໃນທີ່ນີ້ເຮົາຈະຈຳກັດການສົນທະນາຂອງເຮົາຢູ່ທີ່ວິທີການທຳສະມາທິທີ່ນຳສະເໜີໃນພຣະພຸດທະສາສະໜາ.
ການທຳສະມາທິແມ່ນຫຍັງ?
ຄຳວ່າ “ການທຳສະມາທິ” ໝາຍເຖິງການສ້າງຄວາມເຄີຍຊິນໃນຕົວເຮົາເອງ. ສຳນວນທິເບດຂອງຄຳນີ້ແມ່ນ “ກົມ (ສກົມ),” ເຊິ່ງສະແດງເຖິງການສ້າງນິໄສທີ່ເປັນປະໂຫຍດ. ຄຳສັບເດີມໃນພາສາສັນສະກຣິດ ແມ່ນ “ພາວະນາ,” ເຊິ່ງມີຄວາມໝາຍໄປທາງການເຮັດໃຫ້ເກີດຂຶ້ນຫຼາຍກວ່າ. ເຮົາມີພາວະຈິດໃຈ ຫຼື ທັດສະນະຄະຕິທີ່ເປັນປະໂຫຍດຢູ່ແລ້ວ, ແລະ ເຮົາຢາກເຮັດໃຫ້ມັນເກີດຂຶ້ນ, ເວົ້າແນວໜຶ່ງແມ່ນເຮັດໃຫ້ພາວະຈິດໃຈເຮັດວຽກພາຍໃນວິທີການຄິດ ແລະ ການດຳລົງຊີວິດຂອງເຮົາ. ຂຶ້ນກັບນິກາຍທີ່ໃຊ້ການທຳສະມາທິ, ຄຳແນະນຳຈະລະບຸວ່ານິໄສທີ່ເປັນປະໂຫຍດແມ່ນຫຍັງ, ແລະ ເຫດຜົນກັບເປົ້າໝາຍຂອງການປະຕິບັດແມ່ນຫຍັງ. ແຕ່ໃນສາສະໜາອິນເດຍທັງໝົດ, ຂະບວນການນີ້ຈະມີສາມທົບ ຄື: ອັນທຳອິດ, ການໄດ້ຍິນ ຫຼື ການຟັງ, ແລ້ວຈິ່ງແມ່ນການຄິດ, ແລະ ຕໍ່ມາຈິ່ງແມ່ນການທຳສະມາທິແທ້.
ການຟັງຄຳສອນ
ສົມມຸດວ່າເຮົາຢາກສ້າງນິໄສທີ່ເປັນປະໂຫຍດຂອງການເປັນຄົນເຫັນໃຈຜູ້ອື່ນ. ເພື່ອສ້າງຄວາມເຫັນໃຈ, ຫຼື ເພີ່ມຄວາມຮູ້ສຶກເຫັນໃຈທີ່ມີຢູ່ແລ້ວ, ກ່ອນອື່ນໝົດເຮົາຕ້ອງຟັງຄຳສອນໃນຫົວຂໍ້ນີ້. ໃນອິນເດຍບູຮານ, ຄຳສອນແມ່ນບໍ່ໄດ້ຂຽນໄວ້, ແຕ່ສົ່ງຕໍ່ກັນແບບປາກເປົ່າ. ຍ້ອນແນວນັ້ນ, ຄົນທີ່ຮຽນການທຳສະມາທິ ຕ້ອງໄດ້ຍິນຄຳສອນກ່ອນ. ນີ້ແມ່ນເຫດຜົນທີ່ວ່າ “ການຟັງ” ແມ່ນບາດກ້າວທຳອິດ.
ໃນສະໄໝນີ້, ແນ່ນອນວ່າເຮົາສາມາດອ່ານກ່ຽວກັບຄຳສອນຕ່າງໆ ໄດ້ - ເຮົາບໍ່ຈຳເປັນຕ້ອງໄດ້ຍິນຄົນອື່ນບອກເຮົາໂດຍກົງ - ແຕ່ຫຼັກການນີ້ກໍຍັງແທດເໝາະຢູ່. ໃນສະໄໝບູຮານ, ທຸກຢ່າງຕ້ອງໄດ້ຖືກຈື່ຈຳເອົາ ແລະ ຄົນຟັງຕ້ອງໄດ້ແນ່ໃຈວ່າຄຳສອນທີ່ຄົນອື່ນເລົ່າຈາກຄວາມຈຳນັ້ນແມ່ນເລົ່າຢ່າງຖືກຕ້ອງ. ຄົນທີ່ເລົ່າຄຳສອນຈາກຄວາມຈຳອາດບໍ່ໄດ້ຈື່ຢ່າງຖືກຕ້ອງ. ຄວາມຜິດພາດອາດເກີດຂຶ້ນໄດ້ ແລະ ນີ້ອາດເປັນບັນຫາຢ່າງແທ້ຈິງ.
ຈິດສຳນຶກມີການຈຳແນກ
ແລ້ວ, ເວລາຟັງຄຳສອນ, ເຮົາຕ້ອງພັດທະນາສິ່ງທີ່ເອີ້ນວ່າ “ຈິດສຳນຶກມີການຈຳແນກທີ່ເກີດຈາກການຟັງ.” ສຳນວນພາສາທິເບດແມ່ນ “ເຊຣັບ” (ເຊສ-ຣັບ) ເຊິ່ງມັກແປເປັນ “ປັນຍາ,” ແຕ່ການໃຊ້ຄຳວ່າ “ປັນຍາ” ແມ່ນໃຫ້ຄວາມໝາຍກວ້າງໂພດ; ມັນບໍ່ມີຄວາມໝາຍທີ່ຊັດເຈນ. ຖ້າຄົນກຸ່ມໜຶ່ງໄດ້ຍິນຄຳວ່າ “ປັນຍາ,” ແຕ່ລະຄົນຈະມີຄວາມຄິດຕ່າງກັນໄປກ່ຽວກັບຄວາມໝາຍຂອງມັນ, ແລະ ສະນັ້ນຄຳວ່າ “ປັນຍາ” ຈິ່ງບໍ່ຊ່ວຍເຮົາໃນການເຂົ້າໃຈຄຳວ່າ “ເຊຣັບ” ທີ່ຊັດເຈນຢ່າງແທ້ຈິງ. ນັ້ນແມ່ນເຫດຜົນທີ່ຂ້າພະເຈົ້າມັກແປ “ເຊຣັບ” ເປັນ “ຈິດສຳນຶກມີການຈຳແນກ.”
ຈິດສຳນຶກມີການຈຳແນກແມ່ນຢູ່ບົນພື້ນຖານປັດໄຈທາງຈິດໃຈ, ເຊິ່ງຂ້າພະເຈົ້າແປວ່າ “ການແຍກອອກ.” ຄົນສ່ວນຫຼາຍແປຄຳນີ້ເປັນ “ການນຶກອອກ,” ແຕ່ “ການນຶກອອກ” ກໍຍັງບໍ່ຊັດເຈນ. “ການນຶກອອກ” ໝາຍຄວາມວ່າເຮົາໄດ້ຮູ້ສິ່ງໜຶ່ງແລ້ວກ່ອນນີ້, ແລ້ວເຮົານຶກອອກອີກ; ອັນນີ້ບໍ່ຄ່ອຍຖືກ. “ການແຍກອອກ” ໝາຍຈະລະບຸສິ່ງໜຶ່ງວ່າແມ່ນ “ອັນນີ້” ໂດຍການແຍກມັນອອກຈາກທຸກອັນທີ່ “ບໍ່ແມ່ນອັນນີ້.” ເຮົາສາມາດແຍກອອກ “ອັນນີ້” ຈາກ “ບໍ່ແມ່ນອັນນີ້,” ຫຼື “ອັນນີ້” ຈາກ “ອັນນັ້ນ,” ເພາະ ທຸກຢ່າງມີລັກສະນະພິເສດສະເພາະ ຫຼື ສັນຍາລັກທີ່ເຮົາຮັບຮູ້ເມື່ອເຮົາສຳຜັດໄດ້ເຖິງສິ່ງໃດໜຶ່ງ. ຕົວຢ່າງງ່າຍໆ ອັນໜຶ່ງແມ່ນວ່າ ເດັກສາມາດແຍກໄດ້ລະຫວ່າງ “ຫິວ” ແລະ “ບໍ່ຫິວ.” ເດັກບໍ່ຕ້ອງມີຄຳເວົ້າສຳລັບຄວາມຮູ້ສຶກທາງກາຍສອງອັນນັ້ນ ແລະ ເຂົາກໍບໍ່ຈຳເປັນຕ້ອງເຂົ້າໃຈແນວຄວາມຄິດຂອງ “ຫິວ” ແລະ “ບໍ່ຫິວ” ຢ່າງເລິກແລບປານໃດກໍໄດ້. ເຖິງຢ່າງໃດກໍຕາມ, ເຂົາສາມາດແຍກແຍະຄວາມແຕກຕ່າງລະຫວ່າງຄວາມຮູ້ສຶກທັງສອງອັນເພາະຄວາມຮູ້ສຶກແຕ່ລະອັນນັ້ນມີລັກສະນະພິເສດສະເພາະຂອງມັນ, ຄື ປະເພດຂອງຄວາມຮູ້ສຶກທາງກາຍສະເພາະ.
ຈິດສຳນຶກມີການຈຳແນກ ເພີ່ມປັດໄຈດ້ານຄວາມແນ່ນອນໃຫ້ກັບການໄຈ້ແຍກນັ້ນ ຄື: “ມັນແມ່ນອັນນີ້ ແນ່ນອນ ແລະ ບໍ່ແມ່ນອັນນັ້ນ.” ຄວາມແນ່ນອນອັນນີ້ແມ່ນສິ່ງທີ່ເຮົາຕ້ອງການເມື່ອເຮົາຟັງ ຫຼື ອ່ານ ຄຳສອນ. ເຮົາຕ້ອງການຄວາມໝັ້ນໃຈໃນການຮູ້ວ່າ: “ນີ້ແມ່ນຄຳສອນອັນແທ້ຈິງ; ມັນບໍ່ແມ່ນຄຳສອນເທັດ.” ຄວາມຈິງມັນຍາກຫຼາຍທີ່ຈະຮູ້ວ່າ “ອັນນີ້ແມ່ນຄຳສອນແທ້,” ເພາະພຣະຄຳພີເປັນສິ່ງທີ່ເຂົ້າໃຈບໍ່ງ່າຍ. ຕາມທຳມະດາ, ເຮົາຕ້ອງອາໄສປຶ້ມ ຫຼື ອາຈານອະທິບາຍໃຫ້. ແຕ່, ເຮົາຈະຮູ້ແນວໃດວ່າອາຈານຜູ້ໜຶ່ງເປັນອາຈານທີ່ເຊື່ອຖືໄດ້? ບາງຄົນອາດສອນກ່ຽວກັບພຣະພຸທະສາສະໜາ, ຫຼື ສອນກ່ຽວກັບຄວາມເມດຕາ ແລະ ຄວາມເຫັນໃຈ, ແລະ ບາງທີເຂົາອາດໃຫ້ຂໍ້ມູນທີ່ຂັດກັບສິ່ງທີ່ພຣະພຸດທະສາສະໜາສອນຊ້ຳ. ເຮົາຕ້ອງແນ່ໃຈຢ່າງຍິ່ງ, ໂດຍການນຳໃຊ້ຈິດສຳນຶກມີການຈຳແນກ, ວ່າຄຳສອນທີ່ເຮົາໄດ້ຍິນ ຫຼື ອ່ານນັ້ນແມ່ນອັນທີ່ມັນຄວນຈະເປັນ; ເຮົາຕ້ອງແນ່ໃຈວ່າມັນເປັນຄຳສອນທີ່ແທ້ຈິງ.
ມີປັດໄຈບາງອັນທີ່ຕ້ອງປາກົດ ຖ້າຄຳສອນໜຶ່ງຈະຖືວ່າເປັນພຣະພຸທະສາສະໜາຢ່າງແທ້ຈິງ. ຜູ້ຂຽນ ຫຼື ຜູ້ສັ່ງສອນຕ້ອງເປັນຄົນທີ່ເຮົາສາມາດກຳນົດ, ຈາກການກວດສອບ, ໄດ້ວ່າມີວຸທິເປັນອາຈານຄັກແນ່. ເພື່ອກຳນົດໄດ້ແນວນີ້, ເຮົາຕ້ອງຖາມຄົນອື່ນ, ຕົວຢ່າງເຊັ່ນ: “ຄົນຜູ້ນີ້ມີພຣະອາຈານທີ່ຖືກຕ້ອງຂອງຕົນເອງບໍ ແລະ ຄວາມສຳພັນລະຫວ່າງທັງສອງເປັນແນວໃດ? ພຣະອາຈານຂອງຄົນຜູ້ນີ້ ມາຈາກເຊື້ອສາຍພຣະອາຈານອັນເກົ່າແກ່ຢ່າງແທ້ຈິງບໍ?” ເຫຼົ່ານີ້ເປັນຄຳຖາມສຳຄັນທີ່ຕ້ອງກວດສອບ. ເຮົາບໍ່ຄວນເລືອກປຶ້ມທົ່ວໄປ ແລະ ຄິດວ່າມັນເປັນແຫຼ່ງຂໍ້ມູນທີ່ເຊື່ອຖືໄດ້, ພຽງເພາະຄົນມີຊື່ສຽງເປັນຄົນຂຽນ. ຫຼັກການອັນດຽວກັນນີ້ ໃຊ້ໄດ້ໃນເວລາຟັງຄຳສອນຂອງຄົນຜູ້ໜຶ່ງ.
ການນຳໃຊ້ການຈຳແນກເພື່ອກຳນົດບໍລິບົດຂອງຄຳສອນ
ນອກຈາກນັ້ນ, ຄຳສອນພຣະພຸດທະສາສະໜາ ແຕ່ລະຂໍ້ກໍມີບໍຣິບົດຂອງມັນ, ເຊິ່ງເປັນແນວຄິດປັດຊະຍາທີ່ເປັນຕົ້ນກຳເນີດຂອງຄຳສອນຕ່າງໆ. ສຳຄັນແມ່ນຕ້ອງຮູ້ວ່າບໍຣິບົດຂອງຄຳສອນນັ້ນໆ ແມ່ນຫຍັງ, ດ້ວຍເຫດຜົນທີ່ວ່າ ລັດທິຕ່າງໆ ຂອງພຣະພຸດທະສາສະໜາຈະມີຄຳອະທິບາຍທີ່ຕ່າງກັນຕໍ່ກັບຄຳສັບສະເພາະໃດໜຶ່ງ, ເປັນຕົ້ນແມ່ນ “ກັມ”. ພ້ອມກັນນັ້ນ, ຄຳສອນກ່ຽວກັບກັມເຫຼົ່ານີ້ໃນລັດທິໃດໜຶ່ງ ຈະສອດຄ່ອງກັບຄຳອະທິບາຍທີ່ລັດທິນັ້ນໃຫ້ກ່ຽວກັບຫົວຂໍ້ທີ່ກ່ຽວຂ້ອງອື່ນໆ ໃນພຣະທັມ, ເປັນຕົ້ນແມ່ນທິດສະດີກ່ຽວກັບຮັບຮູ້. ເຮົາຕ້ອງແນ່ໃຈວ່າຄຳສອນໜຶ່ງໆ ມາຈາກລັດທິໃດ, ເພື່ອທີ່ວ່າເຮົາຈະສາມາດໃຫ້ມັນສອດຄ່ອງກັບຄຳສອນອື່ນທີ່ເຮົາໄດ້ຍິນມາໄດ້.
ການຮູ້ບໍຣິບົດທີ່ສຳນວນຖືກໃຊ້ແມ່ນສິ່ງສຳຄັນແມ່ນແຕ່ໃນການສົນທະນາທົ່ວໄປ. ຕົວຢ່າງເຊັ່ນ, ເຮົາໄດ້ຍິນຄຳວ່າ “ບົນ.” ອັນນີ້ແມ່ນຊື່ຂອງສາຍເກົ່າແກ່ໃນທິເບດ ກ່ອນພຣະພຸດທະສາສະໜາ. ແຕ່ໃນພາສາຝຣັ່ງ, “ບົນ” ແປວ່າ “ດີ.” ສະນັ້ນ ຖ້າເຮົາບໍ່ຮູ້ບໍຣິບົດຂອງພາສາ, ເຮົາອາດສັບສົນຖ້າເຮົາໄດ້ຍິນຄຳວ່າ “ບົນ.” ແມ່ນເພິ່ນເວົ້າກ່ຽວກັບ ບົນ ໃນພາສາຝຣັ່ງບໍ ຫຼື ໃນບໍຣິບົດຂອງທິເບດ? ຈະອາໄສແຕ່ສຽງຂອງຄຳສັບ, ໂດຍບໍ່ຮູ້ວ່າໃຊ້ໃນພາສາຫຍັງ, ອາດພາໃຫ້ເຮົາເຂົ້າໃຈຜິດໄດ້.
ການຮູ້ບໍຣິບົດແມ່ນສຳຄັນຍິ່ງຂຶ້ນໃນເວລາປະເຊີນກັບສຳນວນພຸດ. ຕົວຢ່າງເຊັ່ນ, ເຮົາອາດກຳລັງຮຽນກ່ຽວກັບຄວາມຫວ່າງເປົ່າ, ເຊິ່ງໃນພຣະພຸທະສາສະໜາອິນເດຍນິກາຍໜຶ່ງ ອະທິບາຍໄວ້ແນວໜຶ່ງ ແລະ ອີກນິກາຍຈະອະທິບາຍໄວ້ອີກແນວໜຶ່ງຕ່າງກັນ. ແມ່ນແຕ່ໃນປັດຊະຍາພຣະພຸດທະສາສະໜາອິນເດຍນິກາຍດຽວ, ຄວາມຫວ່າງເປົ່າກໍຖືກຕີຄວາມໝາຍໄປຫຼາຍທາງ ໂດຍນິກາຍພຣະພຸດທະສາສະໜາທິເບດຫຼາຍອັນ.
ການທີ່ມີຫຼາຍຄຳອະທິບາຍກ່ຽວກັບຫົວຂໍ້ອັນດຽວໃນພຣະພຸດທະສາສະໜາ ເປັນສິ່ງໜຶ່ງທີ່ສັບສົນທີ່ສຸດສຳລັບຄົນຕາເວັນຕົກທີ່ສຶກສາພຣະພຸດທະສາສະໜາ. ໃນຍຸກສະໄໝໃໝ່ນີ້, ມັນກໍສັບສົນພໍແລ້ວທີ່ເຮົາສາມາດເຂົ້າເຖິງຂໍ້ມູນກ່ຽວກັບພຣະພຸດທະສາສະໜາທຸກສາຍໃນເອເຊຍ, ໂດຍສະເພາະຜ່ານອິນເຕີເນັດ. ແຕ່, ແມ່ນແຕ່ໃນພຣະພຸດທະສາສະໜາສາຍດຽວກັນໃນປະເທດໜຶ່ງ - ເຊັ່ນໃນທິເບດ - ກໍມີການຕີຄວາມໝາຍຫຼາຍແບບແຕກຕ່າງກັນໄປ.
ໃຫ້ຂ້າພະເຈົ້າອະທິບາຍຈຸດນີ້ໃຫ້ຟັງ. ສົມມຸດເຮົາກຳລັງສຶກສາຄຳອະທິບາຍລະອຽດກ່ຽວກັບກັມ ກັບພຣະອາຈານທ່ານໜຶ່ງ. ເພື່ອບໍ່ເປັນການສັບສົນກ່ຽວກັບສິ່ງທີ່ເຮົາກຳລັງສຶກສາ, ເຮົາຕ້ອງແຍກແຍະ ຄຳອະທິບາຍທີ່ມາຈາກນິກາຍອື່ນຈາກອັນທີ່ພຣະອາຈານກຳລັງອະທິບາຍຢູ່. ຕົວຢ່າງ, ເຮົາຕ້ອງຮູ້ວ່າເຮົາກຳລັງສຶກສາກ່ຽວກັບການຕີຄວາມໝາຍໃນພຣະພຸດທະສາສະໜາ, ບໍ່ແມ່ນສາສະໜາຮິນດູ. ຈາກບັນດາຄຳອະທິບາຍໃນພຣະພຸດທະສາສະໜາ, ອັນທີ່ເຮົາສຶກສາແມ່ນຈາກນິກາຍອິນເດຍສັນສະກຣິດ, ບໍ່ແມ່ນຈາກນິກາຍປາລີສາຍເຖຣະວາດ. ຈາກບັນດານິກາຍອິນເດຍສັນສະກຣິດ, ອັນທີ່ເຮົາສຶກສາແມ່ນທັດສະນະໄຫວພະສິກ (Vaibhashika), ບໍ່ແມ່ນທັດສະນະຈິດຕະມາດ (Chittamatra). ພ້ອມກັນນັ້ນ, ເຮົາສຶກສາກ່ຽວກັບຄຳອະທິບາຍເກລຸກ (Gelug)ຂອງທັດສະນະໄຫວພະສິກ, ບໍ່ແມ່ນທັດສະນະກາກິວ. ເຮົາຕ້ອງຮູ້ບໍຣິບົດຄັກແນ່, ເພາະຄຳອະທິບາຍຕ່າງໆ ກ່ຽວກັບກັມ ຈະແຕກຕ່າງກັນໄປຂຶ້ນກັບບໍຣິບົດປັດຊະຍາ. ຖ້າເຮົາຈະເອົາຄຳອະທິບາຍເກລຸກຕໍ່ຫົວຂໍ້ພຣະທັມ ໄປໃຊ້ໃນລັດທິກາກິວ (Kagyu), ເຮົາຈະສັບສົນຫຼາຍ. ແລະຖ້າເຮົາພະຍາຍາມປະສົມປະສານທຸກຄຳອະທິບາຍເຂົ້າໃສ່ກັນ, ເຮົາຍິ່ງຈະສັບສົນຂຶ້ນອີກ. ພຣະອາຈານຂອງຂ້າພະເຈົ້າອົງໜຶ່ງ, ພຣະເກເຊ ງາວັງ ດາເຍ (Geshe Ngawang Dhargyey), ໄດ້ຊີ້ໃຫ້ເຫັນບາງຢ່າງທີ່ເລິກແລບກ່ຽວກັບຄົນຕາເວັນຕົກ. ທ່ານກ່າວວ່າ: “ພວກເຈົ້າ ຄົນຕາເວັນຕົກ ມັກພະຍາຍາມສົມທຽບສິ່ງຕ່າງໆ, ເຊິ່ງບໍ່ມີອັນໃດທີ່ເຈົ້າເຂົ້າໃຈດີເລີຍ. ໃນທີ່ສຸດ, ເຈົ້າແຮງສັບສົນຂຶ້ນອີກຊ້ຳ.” ບົດຮຽນທີ່ເຮົາຄວນເອົາຈາກສິ່ງນີ້ແມ່ນວ່າ ເຮົາປຽບທຽບລັດທິຕ່າງໆ ໄດ້, ແຕ່ບົນພື້ນຖານຂອງການຮູ້ລັດທິໃດໜຶ່ງເປັນຢ່າງດີ. ເມື່ອເຮົາຮູ້ລັດທິໜຶ່ງເປັນຢ່າງດີ, ແລ້ວເຮົາຈະສາມາດເບິ່ງລັດທິອື່ນໆ ແລະ ເຂົ້າໃຈວ່າຄວາມແຕກຕ່າງມີຫຍັງແດ່, ຖ້າບໍ່ຊັ້ນເຮົາຈະເຮັດບໍ່ໄດ້.
ສະນັ້ນ ຖ້າເຮົາຢາກທຳສະມາທິກ່ຽວກັບກັມ, ຫຼື ຄວາມຫວ່າງເປົ່າ, ຫຼື ກ່ຽວກັບຫົວຂໍ້ອື່ນໆ ອັນໃດກໍຕາມໃນພຣະພຸດທະສາສະໜາ, ເຮົາຕ້ອງສ້າງຈິດສຳນຶກມີການຈຳແນກຈາກການໄດ້ຍິນ. ນີ້ໝາຍເຖິງການຮູ້ຢ່າງຖ່ອງແທ້ ແລະ ດ້ວຍຄວາມໝັ້ນໃຈ:
- ເຫຼົ່ານີ້ແມ່ນຄຳທີ່ຖືກກ່າວ, ບໍ່ແມ່ນຄຳອື່ນ.
- ຄົນທີ່ກ່າວຄຳເຫຼົ່ານີ້ແມ່ນແຫຼ່ງຂໍ້ມູນທີ່ແນ່ນອນກ່ຽວກັບຫົວຂໍ້, ບໍ່ແມ່ນຄົນທີ່ເຊື່ອບໍ່ໄດ້.
- ອັນນີ້ແມ່ນປັດຊະຍາລັດທິທີ່ຄຳອະທິບາຍໄດ້ຖືກຳເນີດຂຶ້ນ, ບໍ່ແມ່ນລັດທິອື່ນ.
ເມື່ອເຮົາມີຈິດສຳນຶກມີການຈຳແນກທີ່ເກີດຈາກການໄດ້ຍິນ, ເຮົາກໍພ້ອມແລ້ວທີ່ຈະເຂົ້າຫາບາດກ້າວຕໍ່ໄປ.
ການຄິດກ່ຽວກັບສິ່ງທີ່ເຮົາໄດ້ຍິນ
ບາດກ້າວຕໍ່ໄປແມ່ນການບັນລຸຈິດສຳນຶກມີການຈຳແນກທີ່ເກີດຈາກການຄິດ. “ການຄິດ” ໝາຍຄວາມວ່າແນວໃດ? ການຄິດ, ໃນທີ່ນີ້, ໝາຍເຖິງການພະຍາຍາມເຂົ້າໃຈຄວາມໝາຍຂອງບາງສິ່ງ. ແຕ່ແລ້ວ, ການ “ເຂົ້າໃຈ” ບາງສິ່ງໝາຍຄວາມວ່າແນວໃດ? ນິຍາມຂອງສຳນວນທິເບດ ໃນຄວາມໝາຍຂອງ “ເຂົ້າໃຈ” ຫຼື “ຈັບຈຸດໄດ້” ແມ່ນ: “ການຮູ້ຢ່າງທ່ອງແທ້ ແລະ ເດັດຂາດ ກ່ຽວກັບບາງສິ່ງ.”
ໂດຍບັງເອີນ, ຄຳສັບສັນສະກຣິດ ແລະ ທິເບດ ຫຼາຍອັນທີ່ໃຊ້ອະທິບາຍການເຄື່ອນໄຫວຂອງຈິດໃຈ ແລະ ຈິດໃຈເອງ ມັກມີຄວາມໝາຍທີ່ແຕກຕ່າງໃນພາສາເຄົ້າ, ທຽບກັບຄຳສັບທີ່ເຮົາໃຊ້ໃນພາສາຕາເວັນຕົກ. ສິ່ງນີ້ເປັນເຫດຜົນທີ່ວ່າການຮຽນພາສາເອເຊຍ ທີ່ເປັນພາສາເຄົ້າ ແລະ ຮຽນຄວາມໝາຍຂອງຄຳສັບໃນບໍລິບົດຂອງພາສາເອເຊຍນັ້ນ ຈະເປັນປະໂຫຍດຫຼາຍ. ນີ້ບໍ່ໝາຍວ່າພຽງແຕ່ອ່ານຄຳແປຈາກວັດຈະນານຸກົມເທົ່ານັ້ນ, ແຕ່ຕ້ອງໃຊ້ງານໃນພາສານັ້ນ, ຮຽນນິຍາມ, ແລະ ອື່ນໆ. ຖ້າເຮົາເຮັດໄດ້ແນວນັ້ນ, ແລ້ວເຮົາຈະໄດ້ເຄື່ອງມືການວິເຄາະທີ່ມີອະນຸພາບຫຼາຍຕໍ່ການເຂົ້າໃຈຄຳສອນພຣະພຸດທະສາສະໜາ.
ການເຂົ້າໃຈຄຳກ່າວ
ຄຳວ່າ “ເຂົ້າໃຈ” ນີ້ ຍັງສາມາດໃຊ້ໃນການເຊື່ອມໂຍງກັບການຟັງຄຳສອນນຳອີກ. ໃນບໍລິບົດນັ້ນ, ມັນອາດປາກົດຂຶ້ນໃນປະໂຫຍກຕ່າງໆ ເຊັ່ນ: “ຂ້ອຍເຂົ້າໃຈວ່າເຈົ້າເວົ້າຄຳເຫຼົ່ານັ້ນ.” ຖ້າຈຸດເນັ້ນໜັກໃນປະໂຫຍກນັ້ນແມ່ນຢູ່ທີ່ຄຳວ່າ “ເຈົ້າ,” ແລ້ວມັນກໍຈະບໍ່ໜ້າສົງໄສເລີຍວ່າເຈົ້າໄດ້ເວົ້າຄຳເຫຼົ່ານັ້ນແທ້. ເຮົາບໍ່ໄດ້ຄິດວ່າເຈົ້າບໍ່ໄດ້ເວົ້າມັນອອກມາ ຫຼື ວ່າແມ່ນຄົນອື່ນເວົ້າ. ເຮົາໄດ້ຍິນເຈົ້າເວົ້າ ແລະ ເຮົາໝັ້ນໃຈເຕັມປ່ຽມວ່າບໍ່ມີຫຍັງຜິດປົກກະຕິກັບຄວາມສາມາດໃນການໄດ້ຍິນຂອງເຮົາ.
ຖ້າຈຸດເນັ້ນໜັກແມ່ນຢູ່ກັບ “ຄຳເຫຼົ່ານັ້ນ,” ແລ້ວ “ຂ້ອຍເຂົ້າໃຈວ່າເຈົ້າໄດ້ກ່າວຄຳເຫຼົ່ານັ້ນ” ອາດມີຄວາມໝາຍຕ່າງ: “ຂ້ອຍເຂົ້າໃຈແຕ່ລະຄຳທີ່ເຈົ້າໄດ້ເວົ້າອອກມາ. ຂ້ອຍອາດບໍ່ເຂົ້າໃຈຄວາມໝາຍຂອງສິ່ງ ແລະ ສຳນວນທີ່ກ່າວອອກມາທັງໝົດ - ນັ້ນເປັນອີກຂະບວນການໜຶ່ງ; ແຕ່ຂ້ອຍເຂົ້າໃຈຢ່າງຖືກຕ້ອງວ່າເຈົ້າໄດ້ເວົ້າຄຳນີ້ ແລະ ວະລີນີ້ ແລະ ປະໂຫຍກນີ້.” ເຮົາຕ້ອງແນ່ໃຈວ່າເຮົາໄດ້ຍິນຄຳທີ່ເວົ້າອອກມາຢ່າງຖືກຕ້ອງ. ເຮົາສາມາດກວດຄືນກັບຄົນອື່ນເພື່ອໃຫ້ແນ່ໃຈວ່າຄົນອື່ນກໍໄດ້ຍິນຄຳດຽວກັນກັບເຮົາ. ຖ້າມີການບັນທຶກສຽງ, ເຮົາກໍສາມາດຟັງຄືນໄດ້. ຖ້າສຽງຂອງຜູ້ເວົ້າ ແລະ ການບັນທຶກນັ້ນ ຈະແຈ້ງ, ເຮົາຈະມີຄວາມໝັ້ນໃຈວ່າເຮົາໄດ້ຍິນຄຳເຫຼົ່ານັ້ນຢ່າງຖືກຕ້ອງ. ຖ້າບໍ່ແຈ້ງປານໃດ, ເຮົາສາມາດກວດຄືນກັບຄົນອື່ນເພື່ອຂໍຄວາມຊ່ວຍເຫຼືອໄດ້, ເບິ່ງວ່າຄົນອື່ນໄດ້ຍິນຫຍັງ, ແລະ ສົມທຽບກັບສິ່ງທີ່ເຮົາໄດ້ຍິນ. ອັນນີ້ ອັນທີ່ຈິງແມ່ນສຳຄັນຫຼາຍເມື່ອເຮົາຕ້ອງອາໄສການບັນທຶກສຽງຄຳສອນ. ສະນັ້ນ, ການນຳໃຊ້ຈິດສຳນຶກມີການຈຳແນກທີ່ມາຈາກການໄດ້ຍິນ, ເຮົາຈະກຳນົດໄດ້ວ່າເຮົາໄດ້ເຂົ້າໃຈວ່າຄຳເຫຼົ່ານັ້ນແມ່ນຫຍັງ, ຢ່າງຖືກຕ້ອງ ແລະ ເດັດຂາດ.
ການເຂົ້າໃຈຄວາມໝາຍຂອງຄຳ
ບາດນີ້, ການຄິດ - ບາດກ້າວທີສອງໃນຂະບວນການສາມບາດກ້າວຂອງການບັນລຸການເຂົ້າໃຈ - ໝາຍເຖິງການເຂົ້າໃຈຄວາມໝາຍຂອງຄຳ, ເຊິ່ງແນ່ນອນແມ່ນຈຳເປັນທີ່ສຸດ. ຖ້າເຮົາຈະສ້າງນິໄສທີ່ເປັນປະໂຫຍດ, ເຮົາຕ້ອງຮູ້ຫຼາຍກວ່າການຄຳເວົ້າ, ຮູ້ຄວາມໝາຍຂອງຄຳນັ້ນໆນຳ. ຕົວຢ່າງເຊັ່ນ, ບາງຄົນທ່ອງບົດສູດເປັນພາສາທິເບດໂດຍບໍ່ຮູ້ເລີຍວ່າມັນໝາຍຄວາມເຖິງຫຍັງ. ເຮົາຈະສ້າງນິໄສທີ່ເປັນປະໂຫຍດໄດ້ແນວໃດຖ້າເຮົາບໍ່ຮູ້ແມ່ນແຕ່ຄວາມໝາຍຂອງຄຳ?
ເຮົາຈະພົບວ່າອາຈານພຣະພຸດທະສາສະໜາສາຍທິເບດ ຫຼາຍອົງແນະນຳໃຫ້ທ່ອງມົນ ແລະ ການປະຕິບັດອື່ນໆ ໃນພາສາທິເບດ. ແນ່ນອນວ່າມັນມີປະໂຫຍດໃນການມີສ່ວນຮ່ວມໃນພິທີກຳເກົ່າແກ່ຫຼາຍຮ້ອຍປີ: ເຮົາຮູ້ສຶກວ່າເຮົາເປັນສ່ວນໜຶ່ງຂອງນິກາຍໜຶ່ງ, ແລະ ມັນອຸ່ນໃຈທີ່ຮູ້ວ່າຄົນຈາກຫຼາຍພື້ນເພປະເທດ ແລະ ພາສາຕ່າງ ກໍສູດ ແລະ ທ່ອງອັນດຽວກັນ. ແຕ່ການທ່ອງເປັນພາສາທິເບດບໍ່ໄດ້ຊ່ວຍເຮົາໃຫ້ສ້າງນິໄສທີ່ເປັນປະໂຫຍດຈາກຄຳທີ່ກ່າວອອກມາ, ຖ້າເຮົາບໍ່ເຂົ້າໃຈຄວາມໝາຍໃນພາສາທິເບດ. ສະນັ້ນ ເຮົາຕ້ອງເຂົ້າໃຈຄວາມໝາຍ, ແລະ ຄວາມໝາຍຕ້ອງຖືກຕ້ອງ ແລະ ເດັດຂາດ. ນັ້ນໝາຍເຖິງການໃຊ້ຈິດສຳນຶກມີການຈຳແນກ ເພື່ອແຍກວ່າສິ່ງໜຶ່ງໝາຍເຖິງຫຍັງ ແລະ ບໍ່ໝາຍເຖິງຫຍັງ. ເຮົາເຮັດໄດ້ແນວນີ້ດ້ວຍຂະບວນການຂອງການວິເຄາະ ແລະ ການໃຫ້ເຫດຜົນດ້ວຍຕັກກະສາດ, ເພື່ອທີ່ຈະກ້າວເຖິງການເຂົ້າໃຈຢ່າງເດັດຂາດກ່ຽວກັບຄວາມໝາຍອັນແທ້ຈິງຂອງຄຳຕ່າງໆ.
ການເຊື່ອໝັ້ນຕໍ່ຄວາມໝາຍຂອງຄຳສອນ
ຈຸດກ່ຽວກັບການບັນລຸຄວາມເຂົ້າໃຈແບບເດັດຂາດ ນຳມາເຖິງຫົວຂໍ້ທີ່ຍາກຫຼາຍ: ເຮົາຈະເຊື່ອໝັ້ນຕໍ່ບາງສິ່ງຢ່າງແທ້ຈິງໄດ້ແນວໃດ? ເພື່ອຈະເຊື່ອໝັ້ນຕໍ່ບາງສິ່ງທີ່ບໍ່ຈະແຈ້ງ ແລະ ບໍ່ສາມາດຮູ້ໄດ້ດ້ວຍປະສາດສຳຜັດ, ເຮົາຕ້ອງອີງໃສ່ຕັກກະສາດ. ແຕ່ມີບາງຄົນທີ່, ເມື່ອຖືກສະເໜີຂໍ້ພິສູດແບບຕັກກະສາດ, ຍັງບໍ່ເຊື່ອສິ່ງທີ່ພິສູດໄດ້ດ້ວຍເຫດຜົນ. ໃນບາງກໍລະນີ ເຂົາບໍ່ຢາກເຊື່ອບົດສະຫຼຸບ, ເຖິງແມ່ນວ່າມັນຈະມີຕັກກະກໍຕາມ. ຖ້າເຮົາເປັນແນວນັ້ນ, ມັນຈະສາມາດເກີດສິ່ງກີດຂວາງຢ່າງຫຼວງຫຼາຍໃນການສຶກສາພຣະທັມຂອງເຮົາ.
ແຕ່, ລອງສົມມຸດວ່າເຮົາຍອມຮັບບົດສະຫຼຸບຂອງຕັກກະສາດ. ແລ້ວເຮົາລອງໃຊ້ອະນິດຈັງເປັນຕົວຢ່າງຂອງຂະບວນການວິເຄາະ ແລະ ໃຫ້ເຫດຜົນນີ້ເບິ່ງ. ສິ່ງທີ່ເຮົາຢາກພິສູດ ແລະ ເຂົ້າໃຈແມ່ນວ່າ ສິ່ງໃດທີ່ສ້າງ ຫຼື ຜະລິດຂຶ້ນ ບົນພື້ນຖານຂອງສາເຫດ ແລະ ປັດໄຈ ຈະຈົບລົງໃນທີ່ສຸດ. ບໍ່ວ່າຈະເປັນຄອມພິວເຕີ, ລົດ, ຮ່າງກາຍເຮົາ, ຫຼື ຄວາມສຳພັນສ່ວນຕົວ, ມັນໄດ້ຖືກສ້າງຂຶ້ນບົນພື້ນຖານຂອງສາເຫດ ແລະ ສະພາວະ. ແລະ ຍ້ອນວ່າສາເຫດ ແລະ ປັດໄຈເຫຼົ່ານັ້ນບໍ່ໄດ້ຖືກຕໍ່ອາຍຸຢູ່ສະເໝີ, ຜົນທີ່ຖືກຜະລິດຈາກພວກມັນ ແລະ ອາໄສມັນ ຈິ່ງຈະແຕກຫັກໄປໃນທີ່ສຸດ.
ລອງຄິດເຖິງຕົວຢ່າງຂອງສິ່ງທີ່ເຮົາໄດ້ຊື້ ແລ້ວໃນທີ່ສຸດກໍແຕກຫັກ ຫຼື ເປ່ເພໄປ; ຕົວຢ່າງຄື ລົດຄັນໃໝ່ທີ່ເຮົາໄດ້ຊື້ ໃນທີ່ສຸດກໍເປ່ເພລົງ, ດອກໄມ້ ຫຼື ໝາກໄມ້ທີ່ໃຫຍ່ຂຶ້ນ ແລະ ໃນທີ່ສຸດກໍເນົ່າໄປ. ບໍ່ມີຂໍ້ຍົກເວັ້ນໃດໆ ຕໍ່ກົດເກນອັນນີ້. ບໍ່ມີຕົວຢ່າງຂອງສິ່ງໃດທີ່ໄດ້ຖືກຜະລິດ ຫຼື ສ້າງຂຶ້ນທີ່ບໍ່ແຕກຫັກ, ທີ່ຄົງຢູ່ຊົ່ວນິລັນ. ຖ້າມັນຖືກສ້າງຂຶ້ນ - ໝາຍວ່າມັນບໍ່ໄດ້ມີຕົວຕົນຢູ່ກ່ອນ - ແລ້ວມັນກໍຈະແຕກຫັກລົງ. ຍ້ອນຫຍັງ? ສິ່ງທີ່ເກີດຂຶ້ນໃໝ່ຈະສາມາດຄົງຢູ່ໄດ້ກໍຍ້ອນອາໄສສາເຫດ ແລະ ປັດໄຈ. ແຕ່ທັນທີຫຼັງຈາກທີ່ມັນໄດ້ເກີດຂຶ້ນ, ສາເຫດ ແລະ ປັດໄຈທີ່ເປັນພື້ນຖານໃຫ້ການເກີດຂຶ້ນໄດ້ນັ້ນກໍປ່ຽນໄປ. ມັນປ່ຽນຍ້ອນມັນກໍໄດ້ເກີດຂຶ້ນໂດຍອາໄສສາເຫດປັດໄຈອື່ນເຊັ່ນກັນ. ຍ້ອນແນວນັ້ນ, ມັນຈິ່ງບໍ່ຄົງເປັນຕົວຄ້ຳໃຫ້ການຢູ່ຕໍ່ຂອງສິ່ງທີ່ເກີດຈາກມັນໃນທຸກໆ ຂະນະຕໍ່ມາ. ເວົ້າອີກແນວໜຶ່ງ, ເມື່ອສາເຫດ ແລະ ປັດໄຈທີ່ຊ່ວຍໃຫ້ບາງສິ່ງເກີດຂຶ້ນບໍ່ມີຕົວຕົນຢູ່ແລ້ວ, ສິ່ງໃດກໍຕາມທີ່ເກີດຂຶ້ນໂດຍອາໄສປັດໄຈຊຸກຍູ້ນັ້ນ ກໍຈະແຕກຫັກໄປຄືກັນ. ມັນຈະແຕກຫັກໄປເພາະມັນຂາດປັດໄຈທີ່ຈະຊຸກຍູ້ການສືບຕໍ່ມີຕົວຕົນຢູ່ໃນພາວະອັນດຽວກັບທີ່ມັນໄດ້ເກີດຂຶ້ນທຳອິດ. ພາວະຂອງມັນຈະປ່ຽນຍ້ອນມັນຈະຖືກກະທົບໂດຍສາເຫດ ແລະ ປັດໄຈອື່ນ.
ອີກຕົວຢ່າງໜຶ່ງແມ່ນຄວາມສຳພັນສ່ວນຕົວ. ຄວາມສຳພັນກັບຄົນຜູ້ໜຶ່ງເກີດຂຶ້ນໂດຍອາໄສຫຼາຍສາເຫດ ແລະ ປັດໄຈ. ຕົວຢ່າງເຊັ່ນ, ເຮົາອາຍຸໄດ້ຊ່ຳໜຶ່ງ, ອີກຄົນອາຍຸໄດ້ຊ່ຳໜຶ່ງ, ສິ່ງນີ້ເກີດຂຶ້ນໃນຊີວິດເຮົາ, ສິ່ງນັ້ນເກີດຂຶ້ນໃນຊີວິດຂອງເພິ່ນ, ອັນນີ້ເກີດຂຶ້ນໃນສັງຄົມ. ປັດໄຈທັງໝົດເຫຼົ່ານີ້ຊຸກຍູ້ໃຫ້ເຮົາທັງສອງໄດ້ພົບ ແລະ ສ້າງສາຍສຳພັນ. ແຕ່ປັດໄຈເຫຼົ່ານັ້ນບໍ່ໄດ້ຄົງຢູ່ຕະຫຼອດໄປ; ມັນປ່ຽນແປງຢູ່ສະເໝີ. ເຮົາເຖົ້າແກ່ລົງ, ຫຼາຍຢ່າງເກີດຂຶ້ນໃນຊີວິດເຮົາ. ເຖິງວ່າເຮົາຈະຢູ່ນຳກັນເປັນເວລາດົນ, ເຮົາຄົນໜຶ່ງຈະຕາຍກ່ອນອີກຄົນ. ຍ້ອນການອາໄສສາເຫດ ແລະ ປັດໄຈ, ຄວາມສຳພັນຂອງເຮົາຈະປ່ຽນແປງຕະຫຼອດເວລາ ແລະ ບໍ່ສາມາດຄົງຢູ່ໄດ້ຕະຫຼອດໄປ. ເຖິງວ່ານີ້ຈະເປັນບົດສະຫຼຸບທີ່ເຮົາໄດ້ຈາກຕັກກະສາດ, ເຮົາກໍຍັງບໍ່ຢາກຍອມຮັບຄວາມເປັນຈິງອັນນີ້.
ອີກຕົວຢ່າງໜຶ່ງ, ເຮົາຊື້ຄອມພິວເຕີ, ແລະ ເຮົາຄາດຫວັງວ່າມັນຈະຄົງຢູ່ຕະຫຼອດໄປ ແລະ ຈະບໍ່ເພ, ແຕ່ມັນຈະເປັນໄປ. ມັນເພຍ້ອນຫຍັງ? ມັນເພຍ້ອນມັນໄດ້ຖືກສ້າງຂຶ້ນ. ບໍ່ວ່າຈະແມ່ນຫຍັງກໍຕາມທີ່ເກີດຂຶ້ນໃນເວລາທີ່ມັນເພ ຫຼື ແຕກຫັກໄປ - ນັ້ນເປັນພຽງປັດໄຈຂອງການຈົບສິ້ນຂອງມັນຊື່ໆ. ສາເຫດອັນແທ້ຈິງຂອງການເປ່ເພຂອງມັນແມ່ນວ່າມັນໄດ້ຖືກສ້າງຂຶ້ນ. ຄືກັບການເວົ້າວ່າ: “ເຫດຜົນຂອງການຕາຍຂອງຄົນຜູ້ນີ້ແມ່ນຫຍັງ? ສາເຫດຂອງການຕາຍຂອງລາວແມ່ນການເກີດ.” ມີຊວນຫົວອັນໜຶ່ງວ່າ: “ເຈົ້າຮູ້ນິຍາມຂອງຊີວິດບໍ່? ມັນແມ່ນພະຍາດຕິດຕໍ່ທາງເພດສຳພັນທີ່ມີອັດຕາການຕາຍຢູ່ 100%.” ໜ້າເສົ້າທີ່ມັນແມ່ນຄວາມຈິງ! ເຖິງວ່າເຮົາຈະໃຊ້ຕັກກະສາດເວລາທີ່ເຮົາຄິດກ່ຽວກັບຫົວຂໍ້ໃດໜຶ່ງ, ເຊັ່ນການພະຍາຍາມເຂົ້າໃຈຄວາມບໍ່ທ່ຽງ, ກໍຍັງມັກຈະມີຄວາມຕ້ານທານ. ບາງຄັ້ງ ເຮົາບໍ່ຢາກເຊື່ອຂໍ້ມູນທີ່ຖືກນຳສະເໜີ. ເຮົາບໍ່ຢາກຍອມຮັບວ່າຄວາມບໍ່ທ່ຽງນັ້ນແມ່ນຄວາມເປັນຈິງຂອງຊີວິດ. ນັ້ນແມ່ນເຫດຜົນທີ່ເຮົາຕ້ອງໄດ້ສຶກສາຕັກກະສາດແລ້ວ ແລະ ສຶກສາອີກ, ເພື່ອທີ່ຈະໄດ້ເຂົ້າໃຈໃນຫົວຂໍ້ນັ້ນຢ່າງເລິກເຊິ່ງ.
ຈາກຂະບວນການຄິດ, ແລ້ວ, ເຮົາຈະບັນລຸ “ຄວາມເຂົ້າໃຈ” - ສິ່ງທີ່ເອີ້ນວ່າ “ຈິດສຳນຶກມີການຈຳແນກທີ່ມາຈາກການຄິດ.” ເຮົາເຂົ້າໃຈຄວາມໝາຍຂອງຄຳຢ່າງຖືກຕ້ອງ, ແລະ ເຮົາແມ່ນເດັດຂາດກັບສິ່ງນັ້ນ. ເວົ້າອີກແນວໜຶ່ງ, ເຮົາໄດ້ຜ່ານຕັກກະສາດ ແລະ ໄດ້ຕັດສິ່ງທີ່ບໍ່ແມ່ນຄວາມໝາຍອອກໄປແລ້ວ. “ຄວາມບໍ່ທ່ຽງບໍ່ໄດ້ໝາຍວ່າບາງເທື່ອຄອມພິວເຕີຂອງເຮົາຈະເພ. ມັນໝາຍຄວາມວ່າມັນຈະເພແນ່ນອນ ບໍ່ມື້ໃດກໍມື້ໜຶ່ງ.” ສະນັ້ນ, ບໍ່ວ່າເຮົາຈະເຊື່ອ ຫຼື ບໍ່ເຊື່ອຢ່າງໜັກແໜ້ນກ່ຽວກັບຄວາມຈິງທີ່ວ່າ “ທຸກສິ່ງທີ່ໄດ້ຖືກສ້າງຂຶ້ນຈະເພລົງ,” ຢ່າງໜ້ອຍເຮົາກໍເຂົ້າໃຈຢ່າງຖືກຕ້ອງວ່າ ຄວາມບໍ່ທ່ຽງ ໝາຍເຖິງຫຍັງ.
ການເຊື່ອໝັ້ນວ່າຄຳສອນທີ່ເຮົາໄດ້ຍິນແມ່ນຄວາມຈິງ ແລະ ເປັນປະໂຫຍດ
ຕໍ່ໄປ, ເຮົາຕ້ອງເຊື່ອໝັ້ນ, ບໍ່ພຽງແຕ່ກັບຄວາມໝາຍຂອງຄຳທີ່ເຮົາໄດ້ຍິນ, ແຕ່ເຮົາຍັງຕ້ອງເຊື່ອອີກວ່າຄວາມໝາຍຂອງມັນແມ່ນຄວາມຈິງ. ໃນຕົວຢ່າງຂອງເຮົາກ່ຽວກັບຄວາມບໍ່ທ່ຽງ: ເຮົາອາດເຂົ້າໃຈຄວາມໝາຍຂອງສຳນວນ, ແຕ່ເຮົາເຊື່ອແທ້ບໍວ່າມັນແມ່ນຄວາມຈິງ ຫຼື ບໍ່? ເຮົາເຊື່ອໝັ້ນແທ້ບໍ່? ຖ້າເຮົາສືບຕໍ່ໃນການຄິດກ່ຽວກັບຄວາມບໍ່ທ່ຽງ ແລະ ເຮົາບໍ່ສາມາດຊອກເຫັນຂໍ້ຍົກເວັ້ນຕໍ່ກົດຂໍ້ນີ້ແທ້, ແລ້ວເຮົາຈະເຊື່ອແທ້ໆ ວ່າຄວາມບໍ່ທ່ຽງແມ່ນກົດພື້ນຖານ. ຂະບວນການຄິດອາດເປັນໄປຄືແນວນີ້: “ເຮົາຈະຕາຍແນ່ນອນ. ທຸກຄົນທີ່ໄດ້ເກີດແມ່ນໄດ້ຕາຍໄປ. ບໍ່ມີຕົວຢ່າງຂອງຄົນທີ່ໄດ້ເກີດແລ້ວບໍ່ຕາຍ. ສະນັ້ນ, ມີເຫດຜົນໃດທີ່ຈະເຊື່ອວ່າເຮົາຈະບໍ່ຕາຍບໍ? ບໍ່, ມັນບໍ່ມີ.”
ຖ້າເຮົາເຊື່ອໝັ້ນວ່າ ຕ້ອງມີຈຸດໜຶ່ງທີ່ເຮົາຈະຕາຍ, ແລ້ວເຮົາຈະພະຍາຍາມເຮັດໃຫ້ຊີວິດນີ້ມີຄວາມໝາຍທີ່ສຸດເທົ່າທີ່ຈະເປັນໄປໄດ້. ສ່ວນຫຼາຍຈະມັກເປັນແບບວ່າ, ເມື່ອບາງຄົນມີປະສົບການໃກ້ຕາຍ, ເຂົາຈະສຳນຶກໄດ້ວ່າ, “ໂອ, ເຮົາຍັງມີຊີວິດຢູ່, ແລະ ເຮົາຢາກເຮັດໃຫ້ເວລາທີ່ເຫຼືອມີຄວາມໝາຍທີ່ສຸດເທົ່າທີ່ຈະເປັນໄປໄດ້.” ແຕ່ເຮົາບໍ່ຈຳເປັນຕ້ອງຖ້າປະສົບການໃກ້ຕາຍເພື່ອທີ່ຈະເຊື່ອຄວາມຕາຍ ແລະ ສ້າງຄວາມເຊື່ອໝັ້ນທີ່ຈະໃຊ້ປະໂຫຍດຈາກເວລາທີ່ເຫຼືອຢູ່ຂອງເຮົາ.
ສະນັ້ນ, ຈາກການຄິດ, ທຳອິດເຮົາເຂົ້າໃຈຄວາມໝາຍຢ່າງຖືກຕ້ອງ ແລະ ແນ່ນອນ. ຕໍ່ໄປ, ເຮົາເຊື່ອໝັ້ນວ່າມັນແມ່ນຄວາມຈິງ. ແລະ ອັນທີສາມ, ເຮົາຕ້ອງເຊື່ອໝັ້ນວ່າມັນຈະເປັນປະໂຫຍດສຳລັບເຮົາທີ່ຈະຊຶມຊັບເອົາສິ່ງນີ້ແທ້ໆ ແລະ ເຮັດໃຫ້ມັນເປັນສ່ວນໜຶ່ງຂອງຮູບແບບທີ່ເຮົາດຳລົງຊີວິດ.
ທັງໝົດນັ້ນ - ການເຂົ້າໃຈຄວາມໝາຍ, ການເຊື່ອໝັ້ນວ່າມັນແມ່ນຄວາມຈິງ, ແລະ ການໝັ້ນໃຈວ່າມັນເປັນປະໂຫຍດ - ແມ່ນສ່ວນໜຶ່ງຂອງການສ້າງຈິດສຳນຶກມີການຈຳແນກທີ່ມາຈາກການຄິດ. ມັນເປັນຂະບວນການທີ່ສຳຄັນຫຼາຍ ແລະ ໃຊ້ເວລາອ່າວຫຼາຍ. ເຮົາຕ້ອງນັ່ງມິດໆ ແລະ ຄິດເລິກໆ ກ່ຽວກັບຄຳສອນທີ່ເຮົາໄດ້ຍິນ ຫຼື ໄດ້ອ່ານມາ. ຖ້າບໍ່ເຮັດດັ່ງນັ້ນ, ຖ້າເຮົາພະຍາຍາມທຳສະມາທິກ່ຽງກັບຄວາມບໍ່ທ່ຽງ, ຍົກຕົວຢ່າງ, ເຮົາກໍອາດຈະພຽງແຕ່ນັ່ງຢູ່ ແລະ ບໍ່ເຂົ້າໃຈວ່າຕ້ອງເຮັດຫຍັງ. ແລ້ວເຮົາກໍຈະຕົກຢູ່ໃນຄວາມສັບສົນ - ທີ່ເຮົາເອີ້ນວ່າ “ໃຈລອຍ” - ແລະ ຄິດວ່ານັ້ນແມ່ນການທຳສະມາທິ. ນັ້ນບໍ່ ແມ່ນການທຳສະມາທິເລີຍ. ສະນັ້ນ, ການທຳສະມາທິແມ່ນຫຍັງ?
ການທຳສະມາທິສາມປະເພດ
ຄືກັບການຟັງ ແລະ ຄິດກ່ຽວກັບຄຳສອນ ທີ່ເຮັດໃຫ້ເຮົາພັດທະນາຈິດສຳນຶກມີການຈຳແນກທີ່ເປັນຜົນພວງມາ, ການທຳສະມາທິກໍນຳມາເຊິ່ງອັນທີ່ເອີ້ນວ່າ “ຈິດສຳນຶກມີການຈຳແນກທີ່ເກີດຈາກການທຳສະມາທິ.” ດ້ວຍຈິດສຳນຶກອັນນີ້ ເຮົາຈະສາມາດສ້າງ, ດ້ວຍສະມາທິທີ່ສົມບູນ, ພາວະຈິດໃຈທີ່ເປັນປະໂຫຍດທີ່ເຮົາມຸ່ງຫວັງສ້າງ ແລະ ເຮົາສາມາດແຍກແຍະອອກຈາກພາວະຈິດໃຈອື່ນໆ ໄດ້ ຢ່າງເດັດຂາດ ແລະ ແນ່ນອນ. ເພື່ອບັນລຸຈິດສຳນຶກມີການຈຳແນກອັນນີ້ໄດ້, ເຮົາຕ້ອງສ້າງຄວາມລຶ້ງເຄີຍກັບຄວາມປາຖະໜາຕໍ່ພາວະຈິດໃຈອັນນີ້ໂດຍການສ້າງມັນຂຶ້ນເລື້ອຍໆ. ມີການທຳສະມາທິຫຼາຍປະເພດທີ່ເຮົາສາມາດເຮັດໄດ້, ແຕ່ເຮົາມາລອງພິຈາລະນາພຽງແຕ່ສາມປະເພດທີ່ພົບເລື້ອຍເບິ່ງ.
ການສຸມໃສ່ສິ່ງໜຶ່ງ
ການທຳສະມາທິປະເພດທຳອິດ ແມ່ນກ່ຽວກັບການສຸມໃສ່ສິ່ງໃດໜຶ່ງ. ເຮົາອາດສຸມໃສ່ສິ່ງໃດກໍໄດ້ ແລະ ສິ່ງທີ່ເຮົາພະຍາຍາມສ້າງແມ່ນຈຸດສຸມຕໍ່ສິ່ງນັ້ນ. ບໍ່ວ່າຈະເປັນການສຸມໃສ່ຄວາມຮູ້ສຶກຂອງການຫັນໃຈເຂົ້າ ແລະ ອອກ, ຫຼື ການສຸມໃສ່ພາບພຣະພຸດທະເຈົ້າທີ່ສ້າງໄວ້ຢູ່ໃນໃຈ, ຫຼື ການສຸມໃສ່ທຳມະຊາດຂອງຈິດໃຈ, ມັນຕ່າງກໍເປັນການສຸມໃສ່ສິ່ງໜຶ່ງ. ອີກຢ່າງໜຶ່ງ, ທັງສາມອັນນັ້ນເປັນສິ່ງທີ່ໃຊ້ເລື້ອຍທີ່ສຸດສຳລັບການສ້າງຈຸດສຸມໃນພຣະພຸດທະສາສະໜາທິເບດ.
ຕົວແປທີ່ສຳຄັນຂອງການທຳສະມາທິປະເພດນີ້ແມ່ນການສຸມໃສ່ສິ່ງທີ່ມີຈຸດສຸມ ແລະ, ໃນຂະນະທີ່ກຳລັງສຸມໃສ່ມັນ, ພະຍາຍາມສັງເກດໄຈ້ແຍກມັນໄປພ້ອມໃນທາງໃດໜຶ່ງ, ເຊັ່ນ ຄວາມບໍ່ທ່ຽງ. ໂດຍການສຸມໃສ່ສິ່ງນີ້ດ້ວຍການສັງເກດໄຈ້ແຍກນີ້, ມັນຈະຝັງເລິກວ່າ ມັນແມ່ນຄວາມບໍ່ທ່ຽງແທ້ໆ. ນັ້ນຈະຊ່ວຍໄດ້ຫຼາຍຕໍ່ການຫຼຸດພົ້ນຈາກການຍຶດຕິດກັບບາງສິ່ງຄືກັບວ່າມັນຈະຄົງຢູ່ຕະຫຼອດໄປ.
ອີກຕົວຢ່າງໜຶ່ງແມ່ນ: ເຮົາມີມິຕະພາບ ຫຼື ຄວາມສຳພັນກັບຄົນໜຶ່ງ, ແລະ ລາວບໍ່ໂທ ຫຼື ມາຫາເຮົາ, ແລະ ເຮົາຮູ້ສຶກເສຍໃຈ. ໃນຕົວຢ່າງນີ້, ເຮົາຕ້ອງເຂົ້າໃຈ ແລະ ເຊື່ອໝັ້ນຢ່າງໝົດສ້ຽງຕໍ່ຄວາມຈິງທີ່ວ່າ: “ເຮົາບໍ່ແມ່ນຄົນດຽວໃນຊີວິດຂອງໝູ່ເຮົາ. ມີຄົນອື່ນນອກຈາກເຮົາອີກຫຼາຍຢູ່ໃນຊີວິດລາວ. ສະນັ້ນ, ມັນຈິ່ງເປັນການບໍ່ມີເຫດຜົນໂດຍສິ້ນເຊີງທີ່ເຮົາຈະຄາດຫວັງວ່າລາວຈະໃຫ້ເວລາຂອງລາວກັບເຮົາເທົ່ານັ້ນ ແລະ ຈະບໍ່ແບ່ງເວລາໃຫ້ຄົນອື່ນເລີຍ.” ໃນທີ່ນີ້ ເຮົາທ້າທາຍມະໂນພາບເພີ້ຝັນຂອງສິ່ງທີ່ເປັນໄປບໍ່ໄດ້ ເຊິ່ງແມ່ນ: “ເຮົາເປັນພຽງຄົນດຽວໃນຊີວິດຂອງໝູ່ເຮົາ.” ແລະສະນັ້ນ, ເມື່ອເຮົາເສຍໃຈທີ່ໝູ່ຂອງເຮົາບໍ່ໃຫ້ເວລາກັບເຮົາພຽງພໍ, ເຮົາຈະພະຍາຍາມສຸມໃສ່ລາວດ້ວຍການໄຈ້ແຍກວ່າ: “ລາວມີຄົນອື່ນ ແລະ ສິ່ງອື່ນທີ່ເກີດຂຶ້ນໃນຊີວິດລາວນອກເໜືອຈາກເຮົາ.”
ສະນັ້ນ, ເມື່ອເຮົາເວົ້າກ່ຽວກັບການທຳສະມາທິ, ເຮົາບໍ່ໄດ້ກຳລັງເວົ້າກ່ຽວກັບຂະບວນການລຶກລັບ, ມະຫັດສະຈັນ; ເຮົາບໍ່ໄດ້ກຳລັງເດີນໄປໃນດິນແດນເພີ້ຝັນ. ແຕ່, ການທຳສະມາທິ ຈະນຳມາເຊິ່ງວິທີການທີ່ເປັນປະໂຫຍດສຳລັບການຈັດການກັບຄວາມທຸກ, ຄວາມຫຍຸ້ງຍາກ ແລະ ບັນຫາໃນຊີວິດຂອງເຮົາ.
ສະນັ້ນ, ການທຳສະມາທິປະເພດທຳອິດ ຈິ່ງແມ່ນການສຸມໃສ່ສິ່ງໃດໜຶ່ງໃນທາງໜຶ່ງ, ບໍ່ວ່າຈະດ້ວຍພຽງການສຸມຈິດໃຈ ຫຼື ດ້ວຍຄວາມເຂົ້າໃຈ ແລະ ການສັງເກດໄຈ້ແຍກ, ຄືດັ່ງຕົວຢ່າງຂອງເຮົາໃນການສຸມໃສ່ໝູ່ຂອງເຮົາ.
ການສ້າງພາວະຈິດໃຈ
ປະເພດທີສອງແມ່ນການເຂົ້າສະມາທິເພື່ອສ້າງພາວະຈິດໃຈອັນໃດໜຶ່ງ, ຍົກຕົວຢ່າງ ການສ້າງຄວາມເມດຕາ ຫຼື ຄວາມເຫັນໃຈ, ແລະ ຮັກສາຈຸດສຸມໃນການຮູ້ສຶກແນວນັ້ນ. ຈຸດເນັ້ນໜັກບໍ່ແມ່ນສິ່ງທີ່ເຮົາແນໃສ່ມອບຄວາມເມດຕາ ຫຼື ຄວາມເຫັນໃຈນີ້ໃຫ້; ແຕ່, ຈຸດເນັ້ນໜັກໃນທີ່ນີ້ແມ່ນການສ້າງອາລົມ ຫຼື ຄວາມຮູ້ສຶກ.
ການສ້າງຄວາມປາດຖະໜາ
ການທຳສະມາທິປະເພດທີສາມແມ່ນການສຸມໃສ່ສິ່ງໜຶ່ງດ້ວຍຄວາມປາດຖະໜາຕໍ່ການບັນລຸເປົ້າໝາຍທີ່ກ່ຽວຂ້ອງ; ຍົກຕົວຢ່າງ, ເພື່ອສຸມໃສ່ການຕັດສະຮູ້ຂອງເຮົາເອງທີ່ຍັງບໍ່ເກີດເທື່ອ, ດ້ວຍຄວາມປາດຖະໜາທີ່ວ່າ “ເຮົາຈະບັນລຸໃຫ້ໄດ້.” ອັນນີ້ເອີ້ນວ່າ “ການທຳສະມາທິໂພທິຈິດ.” ເມື່ອເຮົາທຳສະມາທິໂພທິຈິດ, ບາງຄັ້ງແປເປັນ “ຈິດໃຈທີ່ກຳລັງຕື່ນຕົວ,” ສິ່ງທີ່ເຮົາສຸມໃສ່ບໍ່ແມ່ນການຕັດສະຮູ້ທົ່ວໄປ, ຫຼື ການຕັດສະຮູ້ຂອງພຣະພຸທະເຈົ້າ; ແຕ່, ເຮົາສຸມໃສ່ການຕັດສະຮູ້ຂອງເຮົາເອງ. ການຕັດສະຮູ້ຂອງເຮົາຍັງບໍ່ເກີດຂຶ້ນເທື່ອ, ແຕ່ມັນສາມາດເກີດຂຶ້ນໄດ້ - ເຮົາເຊື່ອວ່າມັນສາມາດເກີດຂຶ້ນໄດ້ - ບົນພື້ນຖານຂອງສັກກະຍະພາບທຳມະຊາດ-ພຣະພຸທະເຈົ້າ ແລະ ຄວາມພະຍາຍາມຢ່າງໜັກ. ສະນັ້ນ ດ້ວຍການທຳສະມາທິປະເພດທີສາມນີ້ ເຮົາສຸມໃສ່ເປົ້າໝາຍໃນອະນາຄົດດ້ວຍຄວາມມຸ່ງຫວັງອັນແຮງກ້າທີ່ຈະບັນລຸມັນໃຫ້ໄດ້.
ການເຂົ້າສະມາທິທັງສາມປະເພດໃນຊີວິດປະຈຳວັນ
ສະນັ້ນ, ການທຳສະມາທິທັງສາມປະເພດນີ້ ຈະສ້າງນິໄສທີ່ເປັນປະໂຫຍດທີ່ເຮົາຢາກນຳເຂົ້າສູ່ຊີວິດປະຈຳວັນຂອງເຮົາ. ສິ່ງສຳຄັນແມ່ນວ່າ ການທຳສະມາທິບໍ່ເປັນພຽງກິດຈະກຳຍາມວ່າງທີ່ບໍ່ມີສ່ວນກ່ຽວຂ້ອງກັບຊີວິດຂອງເຮົາ. ການທຳສະມາທິບໍ່ແມ່ນການຫຼີກໜີ; ມັນບໍ່ແມ່ນເກມ; ມັນບໍ່ແມ່ນງານອະດິເລກ. ມັນເປັນວິທີທີ່ຊ່ວຍເຮົາໃຫ້ສ້າງຄຸນສົມບັດທີ່ເຮົາຢາກນຳມາສູ່ຊີວິດຂອງເຮົາ ແລະ ນຳໃຊ້ທຸກວັນ.
ເຮົາມາສາທິດວິທີທີ່ເຮົາຈະນຳໃຊ້ວິທີການທັງສາມນີ້ໂດຍການນຳໃຊ້ຕົວຢ່າງທີ່ຫາກໍ່ໄດ້ກ່າວໄປ. ເມື່ອເຮົາຝຶກການທຳສະມາທິປະເພດທຳອິດ, ເຊິ່ງເຮົາສຸມໃສ່ສິ່ງໃດໜຶ່ງ, ເຮົາຮຽນສະຫງົບຈິດໃຈ ແລະ ເພີ່ມຄວາມສາມາດໃນການສຸມຈິດໃຈຂອງເຮົາ. ເຮົາບໍ່ພຽງແຕ່ຮຽນສຸມຈິດໃຈໃນວຽກຂອງເຮົາ, ແຕ່ ລວມເຖິງເວລາທີ່ເຮົາສົນທະນາກັບຄົນອື່ນ. ເຮົາຢາກສຸມໃສ່ສິ່ງທີ່ຄົນນັ້ນ ຫຼື ສິ່ງທີ່ລາວກຳລັງເວົ້າ, ແລະ ບໍ່ໃຫ້ຈິດໃຈຂອງເຮົາຄິດກ່ຽວກັບສິ່ງອື່ນໃດຕ່າງໆ. ເຮົາຢາກຟັງໂດຍປາສະຈາກຄຳເຫັນທີ່ເຮົາຄິດໃນໃຈ, ໂດຍປາສະຈາກການຕັດສິນຕໍ່ສິ່ງທີ່ລາວກຳລັງເວົ້າ: “ໂອ, ຄືໂງ່ແທ້,” ຫຼື “ປານໃດຊິເຊົາຝອຍ.” ເຮົາຢາກສະຫງົບການເວົ້າໄຮ້ສາລະໃນຫົວທັງໝົດ. ເຮົາຍັງສາມາດແທນການສຸມຈິດໃຈໃສ່ຄົນນີ້ ແລະ ຄຳເວົ້າຂອງລາວດ້ວຍການສັງເກດໄຈ້ແຍກ: “ເຈົ້າເປັນມະນຸດ ແລະ ມີຄວາມຮູ້ສຶກ, ຄືກັບເຮົາ; ເຈົ້າຢາກໄດ້ການເອົາໃຈໃສ່ຕໍ່ສິ່ງທີ່ເຈົ້າກຳລັງເວົ້າ, ຄືກັບເຮົາເມື່ອເຮົາເວົ້າ.” ອັນນີ້ແມ່ນສິ່ງທີ່ເຮົາຝຶກເຮັດຈາກການທຳສະມາທິສຸມຈິດໃຈ.
ເຮົາອາດໃຊ້ການເຂົ້າສະມາທິປະເພດທີສອງ, ການສ້າງພາວະຈິດໃຈ, ເພື່ອຂະຫຍາຍຄວາມເມດຕາ ແລະ ຄວາມເຫັນໃຈທີ່ເຮົາມີໃນຊີວິດປະຈຳວັນ. ເຮົາພະຍາຍາມສ້າງຄວາມເມດຕາ - ຄວາມປາຖະໜາໃຫ້ທຸກຄົນມີເປັນສຸກ - ບໍ່ວ່າເຮົາຈະຢູ່ໃສ ຫຼື ຢູ່ກັບໃຜ. ຄວາມເມດຕາ, ໃນທີ່ນີ້, ໝາຍເຖິງຄວາມເມດຕາຕໍ່ທຸກຄົນແທ້ໆ: ທຸກຄົນເທິງລົດເມ, ທຸກຄົນເທິງລົດໄຟໃຕ້ດິນ, ທຸກຄົນໃນທ້ອງຖະໜົນ, ທຸກຄົນໃນຮ້ານ, ສັດ ແລະ ແມງໄມ້ທັງໝົດ - ທຸກອັນ. ສະນັ້ນ ຈິ່ງໝາຍເຖິງການສ້າງຄວາມເຄົາຣົບຕໍ່ທຸກສິ່ງ. ທຸກສິ່ງເທົ່າທຽມກັນໃນແງ່ທີ່ທຸກສິ່ງຢາກເປັນສຸກ ແລະ ບໍ່ຢາກເປັນທຸກ. ແລະທຸກສິ່ງມີສິດເທົ່າທຽມກັນຕໍ່ຄວາມສຸກ, ລວມເຖິງແມງວັນນຳ!
ແລະສຸດທ້າຍ, ເຮົາໃຊ້ການທຳສະມາທິເພື່ອສ້າງຄວາມປາດຖະໜາທີ່ເຮົາຖືຕະຫຼອດຊີວິດ: “ເຮົາພະຍາຍາມໄປໃຫ້ເຖິງເປົ້າໝາຍ. ເຮົາພະຍາຍາມຫຼຸດຜ່ອນຂໍ້ບົກຜ່ອງ. ເຮົາພະຍາຍາມຕໍ່ການສ້າງຄຸນສົມບັດທີ່ດີ, ແລະ ເຮົາພະຍາຍາມເປັນອິສະຫຼະ ແລະ ຕັດສະຮູ້.” ຄວາມປາດຖະໜານັ້ນຊຶມຊັບເຂົ້າໃນຊີວິດທັງໝົດຂອງເຮົາ, ບໍ່ພຽງແຕ່ສະເພາະຊ່ວງເວລາສັ້ນໆ ທີ່ເຮົານັ່ງເບາະສະມາທິເທົ່ານັ້ນ.
ຄຳແນະນຳຂອງພຣະສົງຂະປະ ຕໍ່ການສ້າງພາວະຈິດໃຈທີ່ເປັນປະໂຫຍດ
ພຣະສົງຂະປະ, ພຣະອາຈານໃຫຍ່ຂອງທິເບດ, ໄດ້ອະທິບາຍໄວ້ເປັນຢ່າງດີສິ່ງທີ່ເຮົາຕ້ອງຮູ້ຕໍ່ປະເພດຂອງການທຳສະມາທິທັງໝົດນີ້; ເວົ້າອີກຢ່າງໜຶ່ງຄື ວິທີການສ້າງພາວະຈິດໃຈທີ່ເປັນປະໂຫຍດເພື່ອເປັນພື້ນຖານຂອງການທຳສະມາທິ.
ຮູ້ສິ່ງທີ່ເຮົາສຸມໃສ່
ກ່ອນອື່ນເຮົາຕ້ອງຮູ້ວ່າເຮົາຈະສຸມໃສ່ຫຍັງ. ເຮົາມາໃຊ້ຕົວຢ່າງຂອງຄວາມເຫັນໃຈເບິ່ງເນາະ. ໃນການສຸມໃສ່ຄວາມເຫັນໃຈ, ເຮົາຈະສຸມໃສ່ຄວາມທຸກຂອງຄົນອື່ນ, ເຊິ່ງອ່າວຕ່າງຈາກພຣະໂພທິຈິດ, ເຊິ່ງ ເຮົາຈະສຸມໃສ່ການຕັດສະຮູ້ຂອງເຮົາເອງທີ່ຍັງບໍ່ທັນເກີດຂຶ້ນເທື່ອ. ບາງຄົນຄິດວ່າເຂົາທຳສະມາທິພຣະໂພທິຈິດ ທັງທີ່ຕົວຈິງແລ້ວເຂົາພຽງແຕ່ທຳສະມາທິຄວາມເຫັນໃຈ; ຄວາມເຫັນໃຈແມ່ນພື້ນຖານຂອງພຣະໂພທິຈິດ, ແຕ່ຄວາມເຫັນໃຈ ແລະ ພຣະໂພທິຈິດ ບໍ່ແມ່ນອັນດຽວກັນ.
ການຮູ້ທຸກດ້ານ
ຫຼັງຈາກທີ່ເຮົາເລືອກສິ່ງທີ່ຈະເປັນຈຸດສຸມທີ່ແນ່ນອນແລ້ວ - ໃນກໍລະນີນີ້ ແມ່ນຄວາມທຸກຂອງຄົນອື່ນທີ່ເປັນຈຸດສຸມຂອງຄວາມເຫັນໃຈ - ຕໍ່ໄປເຮົາຕ້ອງຮູ້ທຸກດ້ານກ່ຽວກັບສິ່ງນີ້. ສະນັ້ນ ເຮົາຈິ່ງຄົ້ນຄວ້າດ້ານ ຫຼື ປະເພດຕ່າງໆ ຂອງຄວາມທຸກທີ່ທຸກຄົນປະສົບ: ຄວາມບໍ່ເປັນສຸກ, ຄວາມສຸກປະເພດທົ່ວໆ ໄປຂອງເຮົາ, ການຄວບຄຸມຄວາມຕາມໃຈຂອງກັມ ແລະ ຄວາມທຸກຂອງການເກີດໃໝ່ທີ່ບັງຄັບບໍ່ໄດ້. ເຮົາບໍ່ພຽງແຕ່ສຸມໃສ່ຄວາມທຸກທີ່ຈຳກັດຢູ່ປະເພດດຽວຂອງສິ່ງມີຊີວິດບາງຈຳພວກເທົ່ານັ້ນ, ເຊັ່ນຄວາມບໍ່ເປັນສຸກ ແລະ ຄວາມຫຍຸ້ງຍາກຂອງການເສຍວຽກ. ໃນກໍລະນີຂອງຄວາມເຫັນໃຈອັນຍິ່ງໃຫຍ່, ເຮົາສຸມໃສ່ທຸກດ້ານຂອງຄວາມທຸກທີ່ເຄີຍປະສົບໂດຍທຸກຄົນທົ່ວໂລກ, ລວມເຖິງສັດນຳ.
ຮູ້ວ່າຈິດໃຈຂອງເຮົາເຊື່ອມໂຍງກັບມັນແນວໃດ
ຕໍ່ໄປເຮົາຕ້ອງຮູ້ວ່າຈິດໃຈຂອງເຮົາເຊື່ອມໂຍງກັບສິ່ງນັ້ນແນວໃດ. ດ້ວຍຄວາມເຫັນໃຈ, ຈິດໃຈຂອງເຮົາຈະສຸມໃສ່ຄວາມທຸກທັງໝົດຂອງຜູ້ອື່ນດ້ວຍຄວາມປາຖະໜາໃຫ້ມັນພົ້ນໄປ ແລະ ບໍ່ກັບມາອີກ. ມັນບໍ່ແມ່ນທັດສະນະທີ່ວ່າ “ໂອ້, ຕາດູຕົນແທ້.” ສະນັ້ນ ອີກເທື່ອໜຶ່ງ, ຄວາມຄິດອັນນີ້ຕ່າງຈາກພຣະໂພທິຈິດຫຼາຍ. ກັບພຣະໂພທິຈິດ ເຮົາຈະສຸມໃສ່ການຕັດສະຮູ້ທີ່ຍັງບໍ່ເກີດຂຶ້ນຂອງເຮົາ, ແລະ ເຮົາຈະເຊື່ອມໂຍງເຖິງມັນດ້ວຍຄວາມຕັ້ງໃຈທີ່ວ່າ: “ເຮົາຈະບັນລຸ ແລະ ຈະເປັນປະໂຫຍດຕໍ່ຜູ້ອື່ນຍ້ອນການບັນລຸນັ້ນ.” ອັນນີ້ຕ່າງຈາກການທີ່ເຮົາເຊື່ອມໂຍງດ້ວຍຄວາມເຫັນໃຈຕໍ່ຄວາມທຸກຂອງຜູ້ອື່ນ.
ຮູ້ວ່າແມ່ນຫຍັງຈະຊ່ວຍພັດທະນາມັນ
ແລ້ວເຮົາຕ້ອງຮູ້ວ່າແມ່ນຫຍັງຈະຊ່ວຍເຮົາໃຫ້ສ້າງພາວະຈິດໃຈອັນນີ້. ໃນຕົວຢ່າງຂອງເຮົາ, ຄວາມເຫັນໃຈແມ່ນຖືກຊຸກຍູ້ໂດຍການທີ່ເຮົາມີຄວາມຕັ້ງໃຈ ຫຼື ຄວາມຮູ້ສຶກອັນດຽວກັບທີ່ມີຕໍ່ຄວາມທຸກຂອງເຮົາເອງ. ອັນນັ້ນເອີ້ນວ່າ “ຄວາມຕັ້ງໃຈທີ່ຈະເປັນອິສະຫຼະ,” ໂດຍທົ່ວໄປຈະແປຄວາມໝາຍເປັນ “ການສະຫຼະ.” ມັນສຸມໃສ່ຄວາມທຸກຂອງເຮົາເອງ ແລະ ຕັ້ງໃຈຈະພົ້ນຈາກທຸກນັ້ນ ແລະ ຈາກສາເຫດຂອງມັນ. ການຢາກພົ້ນຈາກສາເຫດຂອງຄວາມທຸກໝາຍເຖິງການພ້ອມທີ່ຈະເລີກພຶຕິກຳທີ່ພາໃຫ້ເຮົາລຳບາກ, ເຊັ່ນຄວາມຢາກຮ້າຍ. ຖ້າເຮົາສາມາດສ້າງຄວາມຕັ້ງໃຈຕໍ່ຕົນເອງທີ່ຈະພົ້ນຈາກຄວາມທຸກ, ແລ້ວມັນຈະຊ່ວຍຊຸກຍູ້ການຫັນທັດສະນະນັ້ນ, ຄວາມມຸ່ງຫວັງນັ້ນ, ສູ່ຜູ້ອື່ນດ້ວຍການສຸມອັນດຽວກັນກັບທີ່ເຮົາຈະສຸມໃສ່ຕົນເອງ.
ຮູ້ວ່າແມ່ນຫຍັງຈະມ້າງເພການສ້າງມັນ
ເຮົາຍັງຕ້ອງຮູ້ວ່າແມ່ນຫຍັງຈະຂັດຂວາງການພັດທະນາພາວະຈິດໃຈອັນນີ້. ສິ່ງທີ່ຈະຂັດຂວາງການພັດທະນາຄວາມເຫັນໃຈແມ່ນການບໍ່ຖືຄົນອື່ນຢ່າງຈິງຈັງ, ແລະ ບໍ່ຖືເອົາຄວາມທຸກຂອງເຂົາເປັນຈິງເປັນຈັງ. ເພື່ອຕ້ານກັບແນວນັ້ນ, ເຮົາຕ້ອງຄິດວ່າ, “ທຸກຄົນຢາກເປັນສຸກ. ບໍ່ມີໃຜຢາກເປັນທຸກ. ບໍ່ມີໃຜຕ່າງໃຜໃນຄວາມປາຖະໜາທີ່ຈະພົ້ນທຸກ. ເຮົາທັງໝົດແມ່ນອັນດຽວກັນ. ແລະທຸກຄົນມີຄວາມຮູ້ສຶກ, ຄືກັບທີ່ເຮົາມີຄວາມຮູ້ສຶກ. ທຸກຄົນທີ່ເປັນທຸກຕ່າງກໍເຈັບປວດຄືທີ່ຄວາມທຸກຂອງເຮົາເຮັດໃຫ້ເຮົາເຈັບປວດ. ເຂົາຢາກພົ້ນຈາກຄວາມທຸກຂອງເຂົາ, ຄືທີ່ເຮົາຢາກພົ້ນຈາກຄວາມທຸກຂອງເຮົາ.” ໃນທາງນີ້, ເຮົາພັດທະນາຄວາມອ່ອນໄຫວຕໍ່ຜູ້ອື່ນ ແລະ ເຄົາຣົບເຂົາ. ຖ້າເຮົາບໍ່ມີຄວາມອ່ອນໄຫວ ແລະ ຄວາມເຄົາຣົບນັ້ນ, ເຮົາອາດຖືກຂັດຂວາງຈາກການພັດທະນາຄວາມເຫັນໃຈທີ່ແທ້ຈິງ.
ຮູ້ການນຳໃຊ້ມັນ
ພຣະສົງຂະປະສືບຕໍ່ກ່າວວ່າ ເມື່ອເຮົາພັດທະນາພາວະຈິດໃຈອັນນີ້, ເຮົາຕ້ອງຮູ້ວ່າເຮົາຈະເຮັດຫຍັງກັບມັນ. ເວົ້າອີກແນວໜຶ່ງ, ການນຳໃຊ້ມັນແມ່ນແນວໃດ. ເຮົາພັດທະນາຄວາມເຫັນໃຈ, ແລ້ວເຮັດແນວໃດຕໍ່? ມັນຈະຊ່ວຍເຮົາຮັບມືກັບຜູ້ອື່ນ; ມັນຈະຊ່ວຍເຮົາພະຍາຍາມເພື່ອປະໂຫຍດຂອງເຂົາ; ແລະ ມັນຈະເປັນແຮງຈູງໃຈໃຫ້ເຮົາ ແລະ ຍູ້ດັນເຮົາໃຫ້ບັນລຸເປົ້າໝາຍຂອງການຕັດສະຮູ້ແທ້ໆ, ເພື່ອທີ່ວ່າເຮົາຈະສາມາດຊ່ວຍຜູ້ອື່ນໃນທາງທີ່ຍືນຍົງໄດ້. ເຮົາເຂົ້າໃຈວ່າສິ່ງທີ່ກັນເຮົາຈາກການທີ່ສາມາດຊ່ວຍເຂົາໄດ້ໃນປະຈຸບັນແມ່ນຂໍ້ຈຳກັດຂອງເຮົາເອງ, ແລະ ສະນັ້ນ ເຮົາຈິ່ງຢາກຂ້າມຜ່ານຂໍ້ຈຳກັດຂອງເຮົາເປັນທີ່ສຸດ.”
ຮູ້ວ່າມັນຈະຕັດຫຍັງ
ສິ່ງຕໍ່ໄປທີ່ເຮົາຕ້ອງຮູ້ແມ່ນ: ພາວະຈິດໃຈອັນນີ້ຈະຕັດຫຍັງອອກໄປ? ຄວາມເຫັນໃຈຈະຕັດຄວາມຮູ້ສຶກເຢັນຊາທີ່ເຮົາເພີກເສີຍຕໍ່ຜູ້ອື່ນ. ມັນຈະຊ່ວຍເຮົາຕັດຄວາມຂີ້ຄ້ານທີ່ບໍ່ຢາກຊ່ວຍຜູ້ອື່ນ, ແລະ ມັນຈະຊ່ວຍເຮົາເອົາຊະນະຄວາມຂີ້ຄ້ານທີ່ບໍ່ຢາກປັບປຸງຕົນເອງ. ໂດຍການຕັດຄວາມຮູ້ສຶກເຢັນຊານີ້ອອກໄປ, ເຮົາຈະສາມາດຊ່ວຍຜູ້ອື່ນໄດ້ຫຼາຍຂຶ້ນ. ຖ້າເຮົາຮູ້ອົງປະກອບທັງໝົດນີ້ຕໍ່ກັບການພັດທະນາ ແລະ ທຳສະມາທິບົດຄວາມເຫັນໃຈ, ແລ້ວເຮົາຈະສາມາດໝັ້ນໃຈໄດ້ຫຼາຍວ່າເຮົາກຳລັງເຂົ້າສະມາທິຢ່າງຖືກຕ້ອງ; ເຮົາຮູ້ຢ່າງແນ່ນອນວ່າສິ່ງທີ່ເຮົາກຳລັງເຮັດ ແລະ ຍ້ອນຫຍັງ. ເຮົາໄດ້ກະກຽມຢ່າງດີຕໍ່ການເຂົ້າໃນການທຳສະມາທິນີ້. ບໍ່ດັ່ງນັ້ນ, ມັນຈະຄືກັບການໂດດລົງນ້ຳເລິກ ແລະ ບໍ່ຮູ້ລອຍ. ຖ້າເຮົາເວົ້າພຽງວ່າ, “ເອີ, ມີແຕ່ນັ່ງ ແລະ ກໍທຳສະມາທິຕວາ,” ແລະ ເຮົາບໍ່ເຂົ້າໃຈເລີຍວ່າເຮົາຕ້ອງເຮັດແນວໃດ, ໂອກາດທີ່ຈະໄດ້ຜົນລັບທີ່ດີກໍອາດມີໜ້ອຍ.