ການພິຈາລະນາເຫດແລະຜົນເຈັດປະການເພື່ອສ້າງພຣະໂພທິຈິດ

ພຣະໂພທິຈິດແມ່ນເປົ້າໝາຍບັນລຸຄວາມເປັນພຣະພຸດທະເຈົ້າ ເພື່ອຊ່ວຍເຫຼືອຄົນອື່ນໄດ້ຢ່າງເຕັມທີ່ເທົ່າທີ່ຈະເປັນໄປໄດ້. ວິທີການເຫດແລະຜົນເຈັດປະການສຳລັບການສ້າງເປົ້າໝາຍອັນນີ້, ແລະ ການສ້າງຄວາມເຂັ້ມແຂງໃຫ້ເມື່ອເຮົາໄດ້ພັດທະນາມັນແລ້ວ, ຈະພາເຮົາຜ່ານໄປຕາມລຳດັບຂອງອາລົມ ແລະ ຄວາມເຂົ້າໃຈ, ໂດຍເລີ່ມຈາກຄວາມມີໃຈເປັນກາງ, ໂດຍການຮັບຮູ້ທຸກຄົນວ່າເຄີຍເປັນແມ່ຂອງເຮົາ ຈົນເຖິງການຈື່ຈຳຄວາມຮັກຂອງແມ່ ແລະ, ດ້ວຍຄວາມກະຕັນຍູ, ປາຖະໜາທີ່ຈະຕອບແທນຄວາມນ້ຳໃຈນັ້ນ. ສິ່ງນີ້ນໍາໄປສູ່ການພັດທະນາຄວາມເມຕາ ແລະ ຄວາມເຫັນໃຈຕໍ່ທຸກຄົນສະເໝີກັນ, ການຕັ້ງໃຈເດັດຂາດ ແລະ, ເປັນຜົນມາຈາກລໍາດັບສາເຫດນີ້, ເປົ້າໝາຍພຣະໂພທິຈິດ.

ອາລຳພະບົດ

ເຮົາມີຊີວິດມະນຸດອັນລ້ຳຄ່າດ້ວຍການແບ່ງເບົາ ແລະ ສ້າງເສີມທັງໝົດທີ່ຊ່ວຍໃຫ້ເຮົາເດີນຕາມທາງພຣະພຸດທະສາສະໜາ. ແຕ່, ເສລີພາບ ແລະ ໂອກາດເຫຼົ່ານີ້ຈະບໍ່ຄົງຢູ່ຕະຫຼອດໄປ. ສະນັ້ນ, ເຮົາຕ້ອງໃຊ້ປະໂຫຍດຢ່າງເຕັມທີ່ຈາກໂອກາດທີ່ເຮົາມີ.

ວິທີທີ່ດີທີ່ສຸດທີ່ຈະເອົາປະໂຫຍດຈາກຊີວິດມະນຸດທີ່ມີຄ່າຂອງເຮົາແມ່ນການໃຊ້ມັນເພື່ອພັດທະນາເປົ້າໝາຍພຣະໂພທິຈິດ. ເປົ້າໝາຍພຣະໂພທິຈິດແມ່ນຈິດ ແລະ ໃຈທີ່ສຸມໃສ່ການຕັດສະຮູ້ຂອງຕົວເຮົາເອງທີ່ຍັງບໍ່ທັນເກີດຂຶ້ນເທື່ອ, ແຕ່ສາມາດເຫັນວ່າຈະເກີດຂຶ້ນໄດ້ໃນພາຍຫຼັງຕາມຄວາມຕໍ່ເນື່ອງທາງຈິດ ບົນພື້ນຖານຂອງປັດໄຈທຳມະຊາດພຣະພຸດທະເຈົ້າທີ່ຈະຊ່ວຍໃຫ້ບັນລຸໄດ້. ປັດໃຈເຫຼົ່ານີ້ລວມມີເຄືອຂ່າຍຂອງພະລັງທາງບວກ ແລະ ຄວາມຮັບຮູ້ອັນເລິກເຊິ່ງຂອງເຮົາ, ຄຸນລັກສະນະທີ່ດີຕ່າງໆ ຂອງເຮົາ, ແລະ ຄວາມບໍລິສຸດຕາມທໍາມະຊາດຂອງຈິດໃຈຂອງເຮົາ. ເປົ້າໝາຍພຣະໂພທິຈິດນີ້ປະກອບດ້ວຍເຈຕະນາສອງຢ່າງຄື: ເພື່ອບັນລຸການຕັດສະຮູ້ໂດຍໄວເທົ່າທີ່ຈະໄວໄດ້ ແລະ ເພື່ອເປັນປະໂຫຍດແກ່ສິ່ງມີຊີວິດທັງປວງດ້ວຍເຫດນັ້ນ.

ເວລາສ້າງພຣະໂພທິຈິດ, ເຮົາສ້າງເຈຕະນາທັງສອງຢ່າງໃນລຳດັບກົງກັນຂ້າມກັນ. ທຳອິດ, ເຮົາເຈຕະນາຢ່າງເຕັມທີທີ່ຈະໃຫ້ປະໂຫຍດແກ່ສິ່ງມີຊີວິດທັງປວງ, ບໍ່ພຽງແຕ່ມະນຸດເທົ່ານັ້ນ. ສິ່ງນີ້ເກີດຂຶ້ນໂດຍຄວາມເມຕາ, ຄວາມເຫັນໃຈ, ແລະ ການຕັ້ງໃຈເດັດຂາດຂອງເຮົາ, ເຊິ່ງເຮົາຈະສົນທະນາຕໍ່ໃນການບັນຍາຍນີ້. ແລ້ວ, ເພື່ອໃຫ້ເປັນປະໂຫຍດຕໍ່ເຂົາເຈົ້າຢ່າງມີປະສິທິພາບຫຼາຍທີ່ສຸດ, ເຮົາເຈຕະນາຢ່າງເຕັມທີ່ທີ່ຈະບັນລຸການຕັດສະຮູ້ ແລະ ກາຍເປັນພຣະພຸດທະເຈົ້າ. ເຮົາຕ້ອງບັນລຸການຕັດສະຮູ້ເພື່ອກໍາຈັດຂໍ້ຈໍາກັດ ແລະ ຂໍ້ບົກຜ່ອງທັງໝົດຂອງເຮົາ, ເພາະເຮົາເຫັນວ່າມັນຂັດຂວາງເຮົາຈາກການຊ່ວຍຄົນອື່ນໄດ້ດີທີ່ສຸດ. ຕົວຢ່າງເຊັ່ນ ຖ້າເຮົາຄຽດໃຫ້ຄົນອື່ນ ເຮົາຈະຊ່ວຍເຂົາເຈົ້າແນວໃດໃນຕອນນັ້ນ? ນອກນັ້ນ, ເຮົາຍັງຕ້ອງບັນລຸການຕັດສະຮູ້ເພື່ອທີ່ຈະຮັບຮູ້ເຖິງຄວາມສາມາດທັງໝົດຂອງເຮົາ. ເຮົາຕ້ອງບັນລຸທັງໝົດຢ່າງເຕັມທີ່ເພື່ອຈະສາມາດນໍາໃຊ້ໃຫ້ເປັນປະໂຫຍດແກ່ຄົນອື່ນ. ສະນັ້ນ, ເວລາສ້າງເປົ້າໝາຍພຣະໂພທິຈິດ, ມັນບໍ່ແມ່ນສິ່ງທຳອິດທີ່ເຮົາຢາກເປັນພຣະພຸດທະເຈົ້າຍ້ອນວ່ານັ້ນແມ່ນພາວະສູງສຸດ ແລະ ຈາກນັ້ນ, ຄືກັບພາສີຂີ້ຮ້າຍທີ່ເຮົາຕ້ອງຈ່າຍ, ເຮົາຈິ່ງຕ້ອງຊ່ວຍຄົນອື່ນ.

ມີສອງວິທີຕົ້ນຕໍສໍາລັບການສ້າງເປົ້າໝາຍພຣະໂພທິຈິດ. ອັນໜຶ່ງແມ່ນດ້ວຍຄຳສອນເຫດແລະຜົນເຈັດປະການ, ສ່ວນອີກອັນໜຶ່ງແມ່ນດ້ວຍການທຽບເທົ່າ ແລະ ແລກປ່ຽນທັດສະນະຄະຕິຂອງເຮົາກ່ຽວກັບຕົນເອງ ແລະ ຜູ້ອື່ນ. ໃນທີ່ນີ້, ເຮົາຈະສົນທະນາກ່ຽວກັບວິທີການອັນທຳອິດ.

ການສ້າງຄວາມມີໃຈເປັນກາງ

ຄຳສອນເຫດແລະຜົນເຈັດປະການນັ້ນມີຫົກບາດກ້າວທີ່ເປັນເຫດໃຫ້ອັນທີເຈັດ, ການສ້າງເປົ້າໝາຍພຣະໂພທິຈິດຕົວຈິງ. ມັນເລີ່ມດ້ວຍບາດກ້າວເບື້ອງຕົ້ນ, ບໍ່ລວມຢູ່ໃນຈໍານວນເຈັດນັ້ນ. ມັນເປັນການສ້າງຄວາມມີໃຈເປັນກາງທີ່ເຮົາເອົາຊະນະການດຶງດູດ ຫຼື ການຍຶດຕິດກັບບາງຕົນ, ລັງກຽດບາງຕົນ, ແລະ ເສີຍໆ ກັບບາງຕົນ. ຈຸດສຳຄັນຂອງບາດກ້າວເບື້ອງຕົ້ນນີ້ແມ່ນເພື່ອເປີດໃຫ້ທຸກຄົນຢ່າງເທົ່າທຽມກັນ.

ຄວາມເຂົ້າໃຈທີ່ວ່າທຸກຄົນເທົ່າກັນ, ເຊິ່ງຈຳເປັນສໍາລັບການເປີດຮັບກັບທຸກຄົນເທົ່າກັນ, ນັ້ນມາຈາກການຮັບຮູ້ວ່າຄວາມຕໍ່ເນື່ອງຂອງຈິດ ຫຼື ກະແສຈິດນັ້ນບໍ່ມີຈຸດເລີ່ມຕົ້ນ ແລະ ບໍ່ມີຈຸດຈົບ. ດັ່ງນັ້ນ, ທຸກຄົນໃນຈຸດໜຶ່ງໄດ້ເຄີຍເປັນເພື່ອນຂອງເຮົາ, ທຸກຄົນໃນຈຸດໜຶ່ງໄດ້ເຄີຍເປັນສັດຕູຂອງເຮົາ, ທຸກຄົນໃນຈຸດໜຶ່ງໄດ້ເຄີຍເປັນຄົນແປກຫນ້າ, ແລະ ສະຖານະພາບກໍປ່ຽນແປງສະເໝີ. ໃນແງ່ນີ້, ທຸກຄົນແມ່ນຄືກັນ.

ຈຸດຕົ້ນຕໍທີ່ເຮົາຕ້ອງເຂົ້າໃຈທີ່ຢູ່ເບື້ອງຫຼັງວິທີການຄິດນີ້ແມ່ນຈິດໃຈທີ່ບໍ່ມີຈຸດເລີ່ມຕົ້ນ. ນີ້ແມ່ນສົມມຸດຖານພື້ນຖານໃນພຣະພຸດທະສາສະໜາ. ການເກີດໃໝ່ແມ່ນກ່ຽວກັບການຕໍ່ເນື່ອງຂອງປະສົບການ. ຄວາມຕໍ່ເນື່ອງທາງຈິດແມ່ນການຕໍ່ເນື່ອງຂອງປະສົບການ. ມັນເປັນສ່ວນບຸກຄົນ ແລະ ບໍ່ມີຕົວຕົນທີ່ມີລັກສະນະເປັນມະນຸດ, ສັດ, ຊາຍ ຫຼື ຍິງ. ຮ່າງຂອງຊີວິດ ແລະ ເພດທີ່ຄວາມຕໍ່ເນື່ອງທາງຈິດສະແດງອອກໃນການເກີດໃໝ່ໃດໜຶ່ງນັ້ນຂຶ້ນກັບພຶດຕິກຳທາງກັມທີ່ໄດ້ສ້າງຜ່ານມາ ແລະ ຜົນຂອງມັນ.

ຈຸດທີ່ກ່ຽວກັບຈິດທີ່ບໍ່ມີຈຸດເລີ່ມຕົ້ນນີ້ແມ່ນຄວາມເຂົ້າໃຈຈຳເປັນພື້ນຖານສໍາລັບການສາມາດພັດທະນາພຣະໂພທິຈິດ, ເພາະບົນພື້ນຖານຄວາມເຂົ້າໃຈນີ້, ມັນເປັນໄປໄດ້ທີ່ຈະພັດທະນາຄວາມເປັນໃຈທາງຄວາມຮັກຕໍ່ທຸກຄົນຢ່າງແທ້ຈິງ. ເຮົາຈະບໍ່ເຫັນສິ່ງມີຊີວິດອື່ນເປັນພຽງແຕ່ຍູງ, ຕົວຢ່າງ. ແຕ່, ເຮົາຈະເຫັນວ່ານີ້ແມ່ນຄວາມຕໍ່ເນື່ອງທາງຈິດທີ່ແກ່ຍາວຢ່າງບໍ່ສິ້ນສຸດທີ່ໃນຊາດນີ້ໄດ້ເກີດໃໝ່ໃນຮ່າງຂອງຍູງຍ້ອນກັມຂອງມັນ; ມັນບໍ່ແມ່ນຍູງໂດຍສັນດານ. ສິ່ງນີ້ຈະເຮັດໃຫ້ໃຈຂອງເຮົາເປີດຮັບຍູງໄດ້ຄືກັບມະນຸດ. ພະລັງຂອງພຣະໂພທິຈິດນັ້ນໄດ້ມາຈາກການທີ່ເຮົາເຈຕະນາສ້າງປະໂຫຍດໃຫ້ທຸກຄົນຢ່າງ ເຕັມທີ່. ແນ່ນອນວ່າມັນບໍ່ງ່າຍ.

ການຮັບຮູ້ວ່າທຸກຄົນເຄີຍເປັນແມ່ຂອງພວກເຮົາ

ເມື່ອເຮົາສາມາດ, ດ້ວຍຄວາມມີໃຈເປັນກາງ, ທີ່ຈະເຫັນສິ່ງມີຊີວິດທັງປວງເປັນຄວາມຕໍ່ເນື່ອງທາງຈິດທີ່ບໍ່ມີຈຸດເລີ່ມຕົ້ນ - ເຊິ່ງບໍ່ປະຕິເສດຮ່າງຂອງເຂົາເຈົ້າໃນຊາດນີ້ - ເຮົາຈະພ້ອມທີ່ຈະເຂົ້າບາດກ້າວທໍາອິດໃນການພາວະນາເຫດແລະຜົນເຈັດປະການ. ນີ້ແມ່ນເພື່ອຮັບຮູ້ວ່າສິ່ງມີຊີວິດແຕ່ລະຕົນ, ໃນຈຸດໃດໜຶ່ງ, ໄດ້ເຄີຍເປັນແມ່ຂອງເຮົາ. ເສັ້ນສາຍຂອງເຫດຜົນແມ່ນວ່າຄືກັບທີ່ເຮົາມີແມ່ໃນຊາດນີ້, ເຊັ່ນດຽວກັນ ໃນທຸກຊາດທີ່ເຮົາໄດ້ເກີດຈາກມົດລູກ ຫຼື ໄຂ່, ເຮົາກໍໄດ້ເຄີຍມີແມ່. ຈາກເຫດຜົນຂອງການເກີດໃໝ່ທີ່ບໍ່ມີຈຸດເລີ່ມຕົ້ນ ແລະ ຄວາມຈິງທີ່ວ່າສິ່ງມີຊີວິດ, ເຖິງວ່າຈະມີຈໍານວນທີ່ນັບບໍ່ຖ້ວນ, ທຸກຕົນເຄີຍເປັນແມ່ ຂອງເຮົາໃນເວລາທີ່ບໍ່ມີຈຸດເລີ່ມຕົ້ນເຊັ່ນກັນ - ແລະ ເຮົາກໍເຄີຍເປັນແມ່ຂອງເຂົາເຈົ້າຄືກັນ. ເຂົາເຈົ້າຍັງເຄີຍເປັນພໍ່ຂອງເຮົາ, ໝູ່ສະໜິດທີ່ສຸດຂອງເຮົາ, ແລະ ອື່ນໆ.

ໃນການເບິ່ງທຸກຄົນວ່າເຄີຍເປັນແມ່ຂອງເຮົາ, ເຮົາຕ້ອງລະວັງທີ່ຈະບໍ່ເບິ່ງວ່າການເປັນແມ່ຂອງເຮົານັ້ນເປັນຕົວຕົນຂອງຜູ້ໃດຜູ້ຫນຶ່ງ, ເພາະມັນອາດກາຍເປັນບັນຫາເລັກໜ້ອຍ. ເຮົາຕ້ອງພະຍາຍາມທີ່ຈະບໍ່ເບິ່ງຜ່ານສຸນຍະຕາ (ຄວາມວ່າງເປົ່າ), ການບໍ່ມີຕົວຕົນຕາຍຕົວ.

ການຮັບຮູ້ວ່າທຸກຄົນໄດ້ເຄີຍເປັນແມ່ຂອງເຮົາຈະປ່ຽນວິທີທີ່ເຮົາພົວພັນກັບຄົນອື່ນຢ່າງຫຼວງຫຼາຍ. ໃນທີ່ນີ້, ເຮົາກໍາລັງກ້າວເກີນກວ່າພຽງແຕ່ການມີໃຈເປັນກາງຕໍ່ທຸກຄົນ. ເຮົາກຳລັງເຫັນວ່າເຮົາໄດ້ມີ – ແລະ ຍັງສາມາດມີ – ຄວາມສໍາພັນທີ່ໃກ້ຊິດ, ອົບອຸ່ນ, ຮັກແພງກັບທຸກຄົນຫຼາຍ.

ການລຳລຶກເຖິງຄວາມໃຈດີຂອງຄວາມຮັກຂອງແມ່

ບາດກ້າວທີສອງຂອງຂັ້ນຕອນເຈັດປະການແມ່ນການລຳລຶກເຖິງຄວາມໃຈດີຂອງຄວາມຮັກຂອງແມ່. ສໍາລັບຊາວຕາເວັນຕົກຫຼາຍຄົນ, ນີ້ແມ່ນບາດກ້າວທີ່ເປັນບັນຫາໃນການພາວະນາ, ເພາະຊາວອິນເດຍ ແລະ ທິເບດຈະເອົາແບບຢ່າງຂອງແມ່ຂອງເຮົາໃນຊາດນີ້ສະເໝີ. ໃນສັງຄົມເຫຼົ່ານັ້ນ, ມັນເບິ່ງຄືວ່າຄົນສ່ວນຫຼາຍມີຄວາມສໍາພັນທີ່ຫຍຸ້ງຍາກກັບແມ່ຂອງເຂົາເຈົ້າໜ້ອຍກວ່າໃນສັງຄົມຕາເວັນຕົກ. ບໍ່ວ່າຈະເປັນຄວາມຈິງ ຫຼື ບໍ່, ແນ່ນອນ, ມັນກໍຂຶ້ນກັບແຕ່ລະກໍລະນີ. ແຕ່ຈາກການສັງເກດຂອງຜູ້ຂ້າ, ຕາມທີ່ໄດ້ອາໄສຢູ່ໃນສັງຄົມທິເບດ ແລະ ອິນເດຍເປັນເວລາ 29 ປີ, ຜູ້ຂ້າຢາກວ່າສາຍພົວພັນລະຫວ່າງລູກທີ່ໃຫຍ່ແລ້ວ ແລະ ແມ່ຂອງເຂົາເຈົ້າຢູ່ທີ່ນັ້ນເບິ່ງຄືວ່າເປັນປະສາດໜ້ອຍກວ່າໃນພາກຕາເວັນຕົກ.

ບາດກ້າວນີ້ໃນການພາວະນາແມ່ນເພື່ອລຳລຶກວ່າແມ່ຂອງເຮົາມີຄວາມໃຈດີປານໃດ - ຫຼື ເຄີຍມີປານໃດ, ຖ້າເພິ່ນໄດ້ຕາຍໄປແລ້ວ - ຍ້ອນຄືນໄປເວລາທີ່ເພິ່ນຖືພາເຮົາຢູ່ໃນທ້ອງ. ຈາກນັ້ນ, ເຮົາຈະຂະຫຍາຍໄປສູ່ການຄິດວ່າທຸກຄົນໄດ້ສະແດງຄວາມໃຈດີຄ້າຍກັນນີ້ຕໍ່ເຮົາໃນຊາດກ່ອນ.

ຫຼາຍຄົນ, ເວລາສອນເລື່ອງນີ້ໃຫ້ຊາວຕາເວັນຕົກ, ຈະເວົ້າວ່າ, ຖ້າເຮົາມີບັນຫາກັບແມ່, ເຮົາສາມາດຄິດຫາພໍ່ຂອງເຮົາ, ຄົນໃກ້ຊິດ, ຫຼື ຜູ້ທີ່ສະແດງຄວາມໃຈດີໃຫ້ເຮົາແທນກໍໄດ້. ດ້ວຍວິທີນີ້, ເຮົາຈະບໍ່ຄາໃນເວລາພະຍາຍາມພາວະນາຈຸດນີ້. ຜູ້ຂ້າຄິດວ່ານີ້ແມ່ນວິທີທີ່ເປັນປະໂຫຍດ. ແຕ່, ຜູ້ຂ້າຄິດວ່າມັນສໍາຄັນຫຼາຍ, ຖ້າເຮົາມີບັນຫາໃນຄວາມສໍາພັນຂອງເຮົາກັບແມ່, ເຮົາຄວນຈັດການກັບມັນ, ແທນທີ່ຈະຂ້າມມັນໄປ. ຖ້າເຮົາບໍ່ສາມາດມີຄວາມສໍາພັນທີ່ດີກັບແມ່ຂອງເຮົາ, ມັນຈະເປັນການຍາກຫຼາຍທີ່ຈະມີຄວາມສໍາພັນຮັກແພງກັບຜູ້ອື່ນ. ມັນຈະມີບັນຫາຢູ່ສະເໝີ. ດັ່ງນັ້ນ, ຜູ້ຂ້າຄິດວ່າມັນເປັນສິ່ງສໍາຄັນຫຼາຍທີ່ຈະເບິ່ງຄວາມສໍາພັນຕົວຈິງຂອງເຮົາກັບແມ່ ແລະ ພະຍາຍາມຮັບຮູ້ຄວາມໃຈດີຂອງນາງ, ບໍ່ວ່າຄວາມສໍາພັນນັ້ນຈະເຄີຍມີຄວາມຫຍຸ້ງຍາກ ຫຼື ອາດຍັງຍາກຢູ່.

ກ່ອນອື່ນ, ເຮົາຕ້ອງເບິ່ງຄວາມຮັກຂອງແມ່ທີ່ສົມບູນ. ຕຳຣາດັ້ງເດີມນັ້ນເຕັມໄປດ້ວຍຄໍາອະທິບາຍກ່ຽວກັບມັນ: ເຮົາເຫັນໃນສັດຈໍານວນຫຼາຍ, ຕົວຢ່າງ. ແມ່ນົກຈະນັ່ງຟັງໄຂ່ຂອງມັນບໍ່ວ່າມັນຈະໜາວ ແລະ ປຽກປານໃດ, ເມື່ອໄຂ່ແຕກ, ມັນຈະຈັບ ແລະ ຫຍ້ຳແມງໄມ້, ແຕ່ບໍ່ກືນ, ແລະ ປ້ອນເປັນອາຫານໃຫ້ລູກ. ອັນນີ້ແມ່ນສິ່ງພິເສດແທ້ໆ.

ແນ່ນອນ, ມີຕົວຢ່າງຈາກໂລກຂອງສັດ ແລະ ແມງໄມ້ທີ່ແມ່ກິນລູກຂອງມັນ, ແຕ່ມັນກໍຍັງໄດ້ປະສົບກັບຄວາມຫຍຸ້ງຍາກໃນການເກີດລູກ. ແລະບໍ່ວ່າຈະເປັນແມ່ທາງຊີວະຂອງເຮົາ ຫຼື ແມ່ຖືພາຊື່ໆ, ນາງກໍເປັນຄົນເອົາເຮົາເຂົ້າທ້ອງຂອງນາງ. ເຖິງແມ່ນວ່າເຮົາໄດ້ຖືກປະຕິສົນທິໃນຫຼອດທົດລອງ, ກໍມີຄົນຕິດຕາມຫຼອດນັ້ນ ແລະ ຮັກສາມັນໃຫ້ຢູ່ໃນອຸນຫະພູມທີ່ເໝາະສົມ. ບໍ່ວ່າແມ່ຂອງເຮົາມັກຖືພາເຮົາ ຫຼື ບໍ່ ນັ້ນບໍ່ກ່ຽວກັນ. ມັນເປັນຄວາມໃຈດີອັນບໍ່ໜ້າເຊື່ອທີ່ເພິ່ນໄດ້ຖືພາເຮົາໃນທ້ອງຂອງເພິ່ນ ແລະ ບໍ່ໄດ້ເອົາເຮົາອອກ; ມັນບໍ່ໄດ້ສະບາຍສໍາລັບເພິ່ນ. ເພິ່ນໄດ້ຮັບຄວາມເຈັບປວດຫຼາຍໃນລະຫວ່າງການເກີດຂອງເຮົາ. ນອກນັ້ນ, ໃນເວລາທີ່ເຮົາຍັງອ່ອນ, ມີຄົນຕ້ອງລຸກຂຶ້ນກາງເດິກ, ເອົານົມໃຫ້ເຮົາກິນ, ແລະ ດູແລເຮົາ; ບໍ່ດັ່ງນັ້ນ, ເຮົາຈະບໍ່ຢູ່ລອດ. ສິ່ງເຫຼົ່ານີ້ຖືກເນັ້ນໜັກໃນຕຳຣາດັ້ງເດີມ.

ຖ້າເຮົາມີຄວາມຫຍຸ້ງຍາກກັບແມ່ຂອງເຮົາ, ຜູ້ຂ້າຄິດວ່າເຮົາສາມາດເອົາຂໍ້ຄິດກ່ຽວກັບວິທີການທຳສະມາດິຄຸຮຸ (guru) ໃນຕຳຣາລຳ-ຣິມ ຂອງອົງພຣະດາໄລ ລາມະ ທີ 5. ຕຳຣາຫຼາຍເຫຼັ້ມໃນເມື່ອກ່ອນໄດ້ກ່າວວ່າ ມັນເກືອບເປັນໄປບໍ່ໄດ້ທີ່ຈະຫາພຣະອາຈານທີ່ມີແຕ່ຄຸນລັກສະນະທີ່ດີ. ບໍ່ມີພຣະອາຈານໃດທີ່ຈະເປັນທີ່ສົມບູນ; ທຸກຄົນຈະມີສ່ວນປະສົມຂອງຈຸດແຂງ ແລະ ຈຸດອ່ອນ. ສິ່ງທີ່ເຮົາຢາກເຮັດໃນການທຳສະມາທິກ່ຽວກັບພຣະອາຈານແມ່ນການສຸມໃສ່ຄຸນງາມຄວາມດີ ແລະ ຄວາມໃຈດີເພິ່ນ ເພື່ອທີ່ຈະສ້າງຄວາມເຄົາລົບ, ແຮງບັນດານໃຈ, ແລະ ການຍົກຍ້ອງຢ່າງຫຼວງຫຼາຍ. ສິ່ງນີ້ຈະກະຕຸ້ນເຮົາໃຫ້ພັດທະນາຄຸນລັກສະນະ ແລະ ຄວາມໃຈດີເຫຼົ່ານີ້ໃຫ້ຕົນເອງນຳ.

ອົງພຣະດາໄລ ລາມະ ທີ 5 ອະທິບາຍວ່າໃນຂະບວນການເຮັດແນວນີ້, ເຮົາບໍ່ຈໍາເປັນຕ້ອງປະຕິເສດຂໍ້ບົກຜ່ອງ ແລະ ຄວາມຜິດຂອງພຣະອາຈານ. ນັ້ນຈະເປັນຄວາມໄຮ້ດຽງສາ. ເຮົາຮັບຮູ້ຂໍ້ບົກຜ່ອງ, ແຕ່ ໃຫ້ປະໄວ້ຊົ່ວຄາວ, ເພາະການຄິດກ່ຽວກັບຄວາມຜິດຂອງພຣະອາຈານມີແຕ່ຈະນໍາໄປສູ່ການຈົ່ມ ແລະ ທັດສະນະຄະຕິທີ່ບໍ່ດີ. ນັ້ນຈະບໍ່ເປັນແຮງບັນດານໃຈເລີຍ. ມີແຕ່ການສຸມໃສ່ຄຸນລັກສະນະທີ່ດີ ແລະ ຄວາມໃຈດີເທົ່ານັ້ນ ເຮົາຈິ່ງຈະໄດ້ຮັບແຮງບັນດານໃຈ.

ສະນັ້ນ ກ່ອນອື່ນໝົດ, ເຮົາຮັບຮູ້ຂໍ້ບົກຜ່ອງ. ແຕ່, ເຮົາຕ້ອງກວດກາເບິ່ງຢ່າງຊື່ສັດວ່າຂໍ້ບົກພ່ອງເຫຼົ່ານີ້ແມ່ນຂໍ້ບົກຜ່ອງທີ່ແທ້ຈິງ ຫຼື ເປັນພຽງແຕ່ການສາຍພາບຈາກທາງຂອງເຮົາເທົ່ານັ້ນ. ຖ້າຂໍ້ບົກຜ່ອງນັ້ນເປັນພຽງແຕ່ການສາຍພາບຂອງເຮົາ ແຕ່ບໍ່ແມ່ນຄວາມຈິງ, ເຮົາຕ້ອງຖິ້ມມັນໃຫ້ໝົດ. ຈາກນັ້ນ, ເຮົາຕ້ອງກວດເບິ່ງວ່າຂໍ້ບົກຜ່ອງທີ່ບໍ່ແມ່ນຈິນຕະນາການນັ້ນແມ່ນສິ່ງທີ່ເປັນຢູ່ດຽວນີ້ ຫຼື ເປັນອັນເກົ່າແກ່ທີ່ເຮົາບໍ່ຢາກຖິ້ມມັນໄປ. ຖ້າຂໍ້ບົກພ່ອງນັ້ນບໍ່ມີອີກຕໍ່ໄປແລ້ວ, ເຮົາຢຸດຄິດກັບມັນເລີຍ: ມັນບໍ່ກ່ຽວກັນອີກຕໍ່ໄປ. ເມື່ອເຮົາມີຄວາມຊັດເຈນແລ້ວວ່າຂໍ້ບົກພ່ອງໃນປະຈຸບັນແມ່ນຫຍັງ, ເຮົາເວົ້າວ່າ: ບໍ່ເປັນຫຍັງ, ນັ້ນແມ່ນຂໍ້ບົກພ່ອງຂອງເພິ່ນໃນປະຈຸບັນ. ຈາກນັ້ນ, ເຮົາກໍວາງມັນໄວ້ເຊັ່ນດຽວກັນ, ສະເພາະເວລານີ້, ແລະ ສຸມໃສ່ແຕ່ຄຸນນະພາບທີ່ດີແທນ.

ຜູ້ຂ້າຄິດວ່າຂັ້ນຕອນທີ່ຄ້າຍຄືກັນແມ່ນເໝາະສົມ ແລະ ສາມາດໃຊ້ໄດ້ດີຫຼາຍເມື່ອເບິ່ງຄວາມໃຈດີຂອງແມ່ເຮົາ. ບໍ່ມີໃຜເປັນແມ່ທີ່ສົມບູນ. ຖ້າເຮົາເອງເປັນພໍ່ແມ່, ເຮົາຈະຮູ້ວ່າມັນເປັນເລື່ອງຍາກຢ່າງບໍ່ໜ້າເຊື່ອທີ່ຈະເປັນພໍ່ແມ່ທີ່ສົມບູນ, ສະນັ້ນ ເຮົາກໍບໍ່ຄວນຄາດຫວັງວ່າພໍ່ແມ່ຂອງເຮົາຕ້ອງເປັນພໍ່ແມ່ທີ່ສົມບູນ. ຈາກນັ້ນ, ເຮົາຈະເບິ່ງຂໍ້ບົກພ່ອງ ແລະ ຄວາມຜິດພາດທີ່ແມ່ຂອງເຮົາເຄີຍມີ ຫຼື ຍັງມີ, ແລະ ພະຍາຍາມເຂົ້າໃຈເຖິງສາເຫດ ແລະ ເງື່ອນໄຂທີ່ນຳມາເຊິ່ງຂໍ້ບົກຜ່ອງເຫຼົ່ານີ້. ນາງບໍ່ແມ່ນຄົນບໍ່ດີໂດຍເນື້ອແທ້, ຄືກັບວ່າບໍ່ມີຄວາມຕໍ່ເນື່ອງທາງໃຈອັນໃດທີ່ເປັນຍູງໂດຍເນື້ອແທ້ (ເຊິ່ງກໍ່ບໍ່ແມ່ນສິ່ງໜ້າລໍາຄານໂດຍເນື້ອແທ້). ເຮົາຕ້ອງແນ່ໃຈວ່າເຮົາບໍ່ໄດ້ສາຍພາບຂໍ້ບົກຜ່ອງໃສ່ແມ່ຂອງເຮົາ ຫຼື ຈົມຢູ່ກັບອັນເກົ່າ, ແລະ ຈາກນັ້ນ ເຮົາຕ້ອງປະຖິ້ມຄວາມຜິດໃນຈິນຕະນາການທັງໝົດ ແລະ, ນະ ເວລານີ້, ທັງອັນທີ່ຢູ່ໃນອະດີດ ແລະ ປະຈຸບັນນຳ. ເຮົາເວົ້າວ່າ: ບໍ່ເປັນຫຍັງ, ນາງມີ ຫຼື ເຄີຍມີຄວາມຜິດຂອງນາງ, ແຕ່ນາງກໍເປັນຄົນຄືກັນກັບຄົນອື່ນ: ເຮົາທຸກຄົນມີຄວາມຜິດ. ແລ້ວເຮົາກໍເບິ່ງຄຸນລັກສະນະທີ່ດີ ແລະ ຄວາມໃຈດີທີ່ນາງໄດ້ສະແດງຕໍ່ເຮົາ.

ພຣະອາຈານສອນທັມຊາວຕາເວັນຕົກຄົນໜຶ່ງ - ຜູ້ຂ້າລືມວ່າແມ່ນໃຜແທ້ - ໄດ້ແນະນຳວິທີການທຳສະມາທິທີ່ຜູ້ຂ້າຄິດວ່າມີປະໂຫຍດຫຼາຍ. ໃນຈຸດນີ້, ເມື່ອວາງຄຸນລັກສະນະທາງລົບຂອງແມ່ຂອງເຮົາໄວ້ແລ້ວ, ເຮົາມາເບິ່ງຄືນຊີວິດຂອງເຮົາໃນຊ່ວງຫ້າ ຫຼື ສິບປີ. ໃຊ້ເວລາຫ້ານາທີ, ເຄິ່ງຊົ່ວໂມງ, ໜຶ່ງຊົ່ວໂມງ, ຫຼື ດົນປານໃດກໍໄດ້ທີ່ເຮົາຕ້ອງການ, ຄິດຄືນ ແລະ ພະຍາຍາມລຳລຶກທຸກສິ່ງທີ່ແມ່ຂອງເຮົາເຮັດໃຫ້ເຮົາດ້ວຍຄວາມໃຈດີໃນແຕ່ລະຊ່ວງຫ້າ ຫຼື ສິບປີ. ທໍາອິດ, ຕັ້ງແຕ່ເວລາທີ່ເຮົາຢູ່ໃນທ້ອງຈົນເຮົາອາຍຸໄດ້ຫ້າປີ, ເຮົາຈື່ວ່ານາງໄດ້ປ່ຽນຜ້າອ້ອມເປື້ອນຂອງເຮົາ, ລ້ຽງເຮົາ, ອາບນໍ້າໃຫ້ເຮົາ, ແລະ ເຮັດສິ່ງທັງໝົດເຫຼົ່ານີ້. ຈາກນັ້ນ ເຮົາລຳລຶກແຕ່ອາຍຸຫ້າ ຫາ ສິບປີ, ແລະ ອື່ນໆ. ນາງໄດ້ພາເຮົາໄປໂຮງຮຽນ - ບາງທີນາງບໍ່ໄດ້ຊ່ວຍເຮົາເຮັດວຽກບ້ານ, ບາງທີນາງໄດ້ຊ່ວຍ, ແຕ່ນາງອາດໄດ້ແຕ່ງກິນໃຫ້ເຮົາ ແລະ ຊັກເຄື່ອງນຸ່ງຂອງເຮົາ. ເວລາເຮົາເປັນໄວລຸ້ນ, ນາງອາດໄດ້ໃຫ້ເງິນເຮົາຈ່າຍ. ບໍ່ວ່າແມ່ຂອງເຮົາຈະຂີ້ຮ້າຍປານໃດ, ແນ່ນອນວ່າຄວາມໃຈດີຂອງເພິ່ນໄດ້ສະແດງຕໍ່ເຮົາຢູ່ໃນແຕ່ລະຊ່ວງເວລາຂອງຊີວິດຂອງເຮົາ.

ຈາກນັ້ນເຮົາກໍສາມາດເຮັດແບບດຽວກັນກັບພໍ່ ແລະ ພີ່ນ້ອງຜູ້ອື່ນ, ໝູ່ເພື່ອນ, ແລະ ອື່ນໆ. ມັນເປັນປະໂຫຍດຫຼາຍສໍາລັບການພາວະນາ. ມັນເປັນຢາແກ້ອາການຊຶມເສົ້າທີ່ດີ ໂດຍສະເພາະທີ່ບາງຄັ້ງເຮົາຮູ້ສຶກເວລາທີ່ເຮົາຄິດວ່າ: "ບໍ່ມີໃຜຮັກເຮົາ." ດ້ວຍວິທີນີ້, ຖ້າເຮົາສາມາດເຫັນຄວາມໃຈດີຂອງແມ່ໃນຊາດນີ້, ມັນຈະຊ່ວຍໃຫ້ເຮົາຮັບຮູ້ວ່າທຸກຄົນກໍມີຄວາມໃຈດີຕໍ່ເຮົາຄືກັນ. ບໍ່ມີໃຜເປັນແມ່ທີ່ສົມບູນ — ແນ່ນອນ, ນາງອາດເຄີຍໄດ້ກິນເຮົາໃນຈຸດໜຶ່ງໃນຊາດກ່ອນ, ແຕ່ນາງກໍໄດ້ສະແດງຄວາມໃຈດີຕໍ່ເຮົາ.

ການຕອບແທນຄວາມໃຈດີຂອງຄວາມຮັກຂອງແມ່

ບາດກ້າວທີສາມໃນຄຳສອນແກ່ນສານເຈັດປະການແມ່ນການສ້າງຄວາມປາຖະໜາທີ່ຈະຕອບແທນຄວາມໃຈດີຂອງຄວາມຮັກຂອງແມ່ທີ່ເຮົາໄດ້ຮັບ. ສໍາລັບສິ່ງນີ້, ເຮົາຈິນຕະນາການວ່າແມ່ຂອງເຮົາຕາບອດ ແລະ ສັບສົນ ແລະ ເສົ້າໃຈ, ຢືນຢູ່ແຄມໜ້າຜາ, ກໍາລັງຈະຕົກລົງໄປໃນເຫວເລິກແຫ່ງຄວາມທຸກ. ເຮົາຍັງຈິນຕະນາການອີກວ່າເຮົາ, ເຊິ່ງເປັນລູກຊາຍ ແລະ ລູກສາວຂອງເພິ່ນ, ກໍາລັງຢືນຢູ່ຂ້າງເພິ່ນ, ຮູ້ວິທີທີ່ຈະຊ່ວຍເພິ່ນຫຼີກລ່ຽງການຕົກ. ຖ້າເຮົາ, ທີ່ເປັນລູກຂອງເພິ່ນ, ບໍ່ຊ່ວຍເພິ່ນແລ້ວ, ໃຜຈະຊ່ວຍ? ເພິ່ນສາມາດຫັນຫາໃຜໄດ້? ຄວາມຄິດແບບນັ້ນຊ່ວຍເຮົາໃຫ້ສ້າງຄວາມປາຖະໜາອັນຈິງໃຈທີ່ຈະຕອບແທນຄວາມໃຈດີຂອງເພິ່ນໂດຍການຊ່ວຍປົດປ່ອຍເພິ່ນໃຫ້ພົ້ນຈາກຄວາມທຸກທຸກຮູບແບບ.

ເພື່ອເສີມສ້າງຄວາມປາຖະໜາຂອງເຮົາ, ເຮົາສາມາດປັບເພີ່ມເຕີມຈາກການທຳສະມາທິທີ່ເຮົາຫາກໍ່ອະທິບາຍກ່ຽວກັບການລຳລຶກເຖິງຄວາມໃຈດີຂອງແມ່ທີ່ເຮົາໄດ້ຮັບ. ອີກເທື່ອໜຶ່ງ, ເຮົາຄິດຄືນໄລຍະຫ້າ ຫຼື ສິບປີຂອງຊີວິດຂອງເຮົາ ແລະ ກວດເບິ່ງວ່າເຮົາໄດ້ສະແດງຄວາມໃຈດີກັບແມ່ຂອງເຮົາໃນທາງໃດແດ່. ແລ້ວເຮັດຄືກັນກັບພໍ່, ໝູ່ເພື່ອນ, ຍາດພີ່ນ້ອງ ແລະ ອື່ນໆ.

ຖ້າເຮົາສົມທຽບວ່າເຮົາໄດ້ຮັບຄວາມຮັກ ແລະ ຄວາມຊ່ວຍເຫຼືອຫຼາຍປານໃດ ແລະ ເຮົາໄດ້ໃຫ້ຫຼາຍປານໃດ, ເຮົາສ່ວນຫຼາຍຈະເຫັນວ່າເຮົາໄດ້ຮັບຫຼາຍກວ່າທີ່ເຮົາໄດ້ໃຫ້. ຈຸດຂອງສິ່ງນີ້ບໍ່ແມ່ນການຮູ້ສຶກຜິດ, ເຊິ່ງອາດເປັນປະຕິກິຣິຍາທາງໂລກປິສາດຕາເວັນຕົກທົ່ວໄປ. ຈຸດຂອງມັນແມ່ນການຊ່ວຍເຮົາໃນບາດກ້າວຕໍ່ໄປຂອງການພາວະນາພຣະໂພທິຈິດ, ເຊິ່ງແມ່ນ, ການຮັບຮູ້ຄວາມໃຈດີທີ່ເຮົາໄດ້ຮັບ, ສ້າງຄວາມກະຕັນຍູທີ່ເລິກເຊິ່ງ ແລະ ຄວາມປາຖະໜາທີ່ຈະຕອບແທນຄວາມໃຈດີນັ້ນ.

ຜູ້ຂ້າພົບວ່າການປັບການພາວະນາທີ່ຜູ້ຂ້າຫາກໍອະທິບາຍມານັ້ນມີປະໂຫຍດຫຼາຍສຳລັບການເຄື່ອນຫົວໃຈຂອງເຮົາເພື່ອໃຫ້ເຮົາຮູ້ສຶກເຖິງບາງຢ່າງ. ຜູ້ຂ້າຄິດວ່າມັນເປັນສິ່ງສໍາຄັນຫຼາຍ. ຜູ້ຂ້າໄດ້ເຫັນຊາວພຸດຕາເວັນຕົກຈໍານວນຫຼາຍທີ່ທຳສະມາທິທັງໝົດນີ້ດ້ວຍຄວາມຮັກ ແລະ ຄວາມເຫັນໃຈ, ແມ່ນແຕ່ອອກໄປຊ່ວຍເຫຼືອຄົນອື່ນ, ແຕ່ເຂົາເຈົ້າພັດມີຄວາມສໍາພັນທີ່ຮ້າຍແຮງກັບພໍ່ແມ່ ແລະ ຄາຢູ່ກັບຫັ້ນ. ຜູ້ຂ້າຄິດວ່າມັນເປັນປະໂຫຍດຫຼາຍທີ່ຈະພະຍາຍາມກັບການພົວພັນນັ້ນ ແລະ ບໍ່ແມ່ນຫຼີກລ່ຽງມັນພຽງເພາະມັນຍາກ.

ວິທີແນະນຳສຳລັບການນຳໃຊ້ການປະຕິບັດນີ້

ສິ່ງສໍາຄັນໃນແຕ່ລະບາດກ້າວນີ້ແມ່ນການເປີດ ແລະ ພະຍາຍາມຂະຫຍາຍຂອບເຂດຂອງການປະຕິບັດຂອງເຮົາໄປສູ່ທຸກຕົນ. ໃນແຕ່ລະບາດກ້າວ, ແນ່ນອນ ເຮົາສາມາດເລີ່ມນ້ອຍໆກ່ອນ, ແຕ່ແລ້ວ ເຮົາຕ້ອງຄ່ອຍໆ ຂະຫຍາຍຂອບເຂດຂອງເຮົາອອກ. ເຮົາເຮັດແນວນີ້ໂດຍອີງໃສ່ຄວາມມີໃຈເປັນກາງ, ການເຫັນທຸກຄົນເປັນຄວາມຕໍ່ເນື່ອງສ່ວນບຸກຄົນທາງດ້ານຈິດໃຈ. ວິທີທີ່ມີປະສິດທິຜົນທີ່ຈະເຮັດສິ່ງນີ້, ຜູ້ຂ້າພົບວ່າ, ບໍ່ແມ່ນພຽງແຕ່ການນັ່ງສະມາທິປິດຕາຂອງເຮົາ, ຄິດແຕ່ກ່ຽວກັບ "ສິ່ງມີຊີວິດທີ່ມີຄວາມຮູ້ສຶກທັງໝົດ." ອັນທີ່ມີປະສິທິພາບກວ່ານັ້ນ, ຜູ້ຂ້າຄິດ, ແມ່ນການປະຕິບັດທີ່ຄ້າຍຄືກັບວິທີທີ່ຜູ້ຂ້າແນະນໍາໃນການຝຶກຄວາມອ່ອນໄຫວເພື່ອພັດທະນາອາລົມທີ່ດຸ່ນດ່ຽງ.

ເວົ້າອີກແນວໜຶ່ງ, ຄືພະຍາຍາມພັດທະນາທັດສະນະຄະຕິໃນທາງບວກເຫຼົ່ານີ້ທໍາອິດແມ່ນຕໍ່ກັບຄົນໃນຂະນະທີ່ສຸມໃສ່ຮູບພາບຂອງເຂົາເຈົ້າ - ໝູ່ເພື່ອນ, ຄົນທີ່ເຮົາບໍ່ມັກ, ແລະ ຄົນແປກໜ້າ. ແລ້ວພະຍາຍາມພັດທະນາມັນໃນຂະນະທີ່ເບິ່ງຄົນຕົວຈິງທີ່ນັ່ງຢູ່ໃນວົງອ້ອມຕົວເຮົາຢູ່ໃນກຸ່ມພາວະນາ. ຈາກນັ້ນ, ລອງໃນລົດໄຟໃຕ້ດິນ ຫຼື ລົດເມກັບຄົນທີ່ຢູ່ໃນນັ້ນ. ດ້ວຍວິທີນີ້, ເຮົາຈະນຳໃຊ້ທັດສະນະຄະຕິທີ່ດີທີ່ເຮົາພະຍາຍາມພັດທະນາໃນຕົວຈິງກັບຜູ້ອື່ນ.

ເຮົາພະຍາຍາມເຊັ່ນດຽວກັນນຳໃຊ້ມັນກັບສັດ, ແມງໄມ້, ແລະ ອື່ນໆ - ແລະ ບໍ່ພຽງແຕ່ຢູ່ໃນໃຈຂອງເຮົາໃນທາງທິດສະດີເທົ່ານັ້ນ, ແຕ່ເວລາເຮົາເຫັນມັນຕົວຈິງນຳອີກ. ໃນການເຮັດແນວນັ້ນ, ເຮົາຕ້ອງພະຍາຍາມຫຼີກເວັ້ນສິ່ງທີ່ບາງຄັ້ງເຮົາເຫັນຄົນທິເບດເຮັດ ຍົກຕົວຢ່າງ - ຄື, ມັນງ່າຍທີ່ຈະມີຄວາມໃຈດີຕໍ່ແມງໄມ້ຫຼາຍກວ່າມະນຸດ. ຖ້າມີມົດຢູ່ກາງວັດ, ທຸກຄົນຈະເຮັດທຸກຢ່າງເພື່ອໃຫ້ແນ່ໃຈວ່າມັນບໍ່ໄດ້ຮັບບາດເຈັບ. ແຕ່, ຫຼາຍຄັ້ງ, ເຂົາເຈົ້າຈະບໍ່ສະແດງຄວາມເປັນຫ່ວງ ແລະ ຄວາມໃຈດີອັນດຽວກັນນັ້ນກັບມະນຸດ, ຕົວຢ່າງ ເມື່ອຊາວອິນເດຍ ຫຼື ຄົນຕ່າງປະເທດທີ່ໄປວັດຂອງເຂົາເຈົ້າ ແລະ ຢາກຮູ້ບາງຢ່າງກ່ຽວກັບສິ່ງທີ່ເຫັນຢູ່ທີ່ນັ້ນ. ເຮົາຕ້ອງຮັກສາທັດສະນະຄະຕິທີ່ຖືກຕ້ອງໃນທີ່ນີ້.

ບາງຄົນອາດເວົ້າວ່າການຊ່ວຍມົດນັ້ນງ່າຍກວ່າການຊ່ວຍມະນຸດ. ນີ້ແມ່ນຍ້ອນວ່າມົດຈະບໍ່ເວົ້າຕອກກັບເຈົ້າ ແລະ ໃຫ້ເຈົ້າມີຄວາມຫຍຸ້ງຍາກ, ໃນຂະນະທີ່ຄົນມັກຈະເຮັດແນວນັ້ນ. ກັບມົດ ເຮົາສາມາດເອົາອອກໄປຂ້າງນອກ, ເຮົາບໍ່ສາມາດເຮັດແນວນັ້ນກັບຄົນໄດ້ຖ້າລາວກາຍເປັນທີ່ລຳຄານ. ຢ່າງໃດກໍຕາມ, ຈຸດຂອງຜູ້ຂ້າແມ່ນວ່າຫຼາຍຄົນທຳສະມາທິເຫຼົ່ານີ້ໃນທາງທີ່ບໍ່ມີຕົວຕົນ - "ທຸກສິ່ງມີຊີວິດ" - ແຕ່ບໍ່ເຄີຍໃຊ້ກັບຄົນທີ່ແທ້ຈິງ, ໃນ "ໂລກທີ່ແທ້ຈິງ." ສິ່ງນີ້ສ້າງບັນຫາໃຫຍ່ໃນການສ້າງຄວາມຄືບໜ້າຕາມເສັ້ນທາງ.

ຄວາມຮັກທີ່ຍິ່ງໃຫຍ່

ເມື່ອເຮົາຮັບຮູ້ວ່າທຸກຄົນເຄີຍເປັນແມ່ຂອງເຮົາ, ຈື່ຈຳຄວາມໃຈດີຂອງຄວາມຮັກຂອງແມ່ ແລະ ດ້ວຍຄວາມກະຕັນຍູ, ຄິດວ່າຈະຕອບແທນຄວາມໃຈດີນັ້ນ, ເຮົາກໍຈະມີຄວາມຮັກອັນອົບອຸ່ນ. ນີ້ແມ່ນຄວາມຮູ້ສຶກທີ່ເກີດຂຶ້ນໂດຍອັດຕະໂນມັດຂອງຄວາມໃກ້ຊິດ ແລະ ຄວາມອົບອຸ່ນຕໍ່ທຸກຄົນທີ່ເຮົາພົບ. ບໍ່ຈໍາເປັນຕ້ອງມີຂັ້ນຕອນສະມາທິຕ່າງຫາກເພື່ອພັດທະນາຄວາມຮູ້ສຶກນີ້. ມັນເອີ້ນວ່າຄວາມຮັກທີ່ທະນຸຖະຫນອມ, ເປັນຫ່ວງເປັນໄຍ, ຄວາມຮັກທີ່ເຮົາທະນຸຖະຫນອມຜູ້ໃດຜູ້ໜຶ່ງ, ເປັນຫ່ວງກ່ຽວກັບສະຫວັດດີການຂອງລາວ, ແລະ ຈະຮູ້ສຶກໂສກເສົ້າຫຼາຍຖ້າມີສິ່ງບໍ່ດີເກີດຂຶ້ນກັບລາວ.

ອີງໃສ່ຄວາມຮັກທີ່ອົບອຸ່ນໃຈ, ເຮົາກ້າວໄປບາດກ້າວທີສີ່, ການພາວະນາກ່ຽວກັບຄວາມຮັກທີ່ຍິ່ງໃຫຍ່. ຄວາມຮັກແມ່ນຄວາມປາຖະໜາໃຫ້ຜູ້ອື່ນມີຄວາມສຸກ, ໂດຍທົ່ວໄປແມ່ນຄົນທີ່ເຮົາມັກ. ແຕ່, ຄວາມຮັກອັນຍິ່ງໃຫຍ່ແມ່ນຄວາມປາຖະໜາໃຫ້ທຸກຄົນມີຄວາມສຸກ ແລະ ມີເຫດໃຫ້ເກີດຄວາມສຸກ. ມັນເປັນສິ່ງສໍາຄັນທີ່ມັນເປັນທັງຄວາມສຸກ ແລະ ສາເຫດຂອງມັນ. ນີ້ໝາຍຄວາມວ່າມັນແມ່ນຄວາມເຂົ້າໃຈເຕັມທີ່ຂອງເຮົາວ່າຄວາມສຸກນັ້ນມີສາເຫດ, ມັນບໍ່ແມ່ນແຕ່ເປັນຄວາມໂປດຂອງພຣະເຈົ້າ ຫຼື ຄວາມໂຊກດີ - ແລະ ສາເຫດນັ້ນບໍ່ແມ່ນ ເຮົາ.

ສາເຫດຂອງຄວາມສຸກແມ່ນມີຢູ່ໃນຄໍາສອນກ່ຽວກັບກັມວ່າ: ຖ້າເຮົາປະຕິບັດໃນທາງກໍ່ສ້າງ, ບໍ່ມີຄວາມຍຶດຕິດ, ຄວາມໂມໂຫ, ແລະ ອື່ນໆ, ເຮົາຈະປະສົບກັບຄວາມສຸກ. ດັ່ງນັ້ນ, ເຮົາຕ້ອງຄິດໃນທີ່ນີ້, "ຂໍໃຫ້ເຈົ້າມີຄວາມສຸກ ແລະ ສາເຫດຂອງຄວາມສຸກ. ຂໍໃຫ້ເຈົ້າກະທຳໃນທາງກໍ່ສ້າງ ແລະ ມີສຸຂະພາບເຂັ້ມແຂງ, ເພື່ອໃຫ້ເຈົ້າປະສົບຄວາມສຸກ.”

ມັນເປັນທີ່ຈະແຈ້ງແລ້ວຈາກບາດກ້າວນີ້ວ່າໃນການພາວະນາພຣະໂພທິຈິດເຫຼົ່ານີ້ ເຮົາພະຍາຍາມທີ່ຈະກາຍເປັນພຣະພຸດທະເຈົ້າເພື່ອຊ່ວຍທຸກຄົນ, ແຕ່ບໍ່ແມ່ນຍົກສູງບົດບາດທີ່ວ່າເຮົາສາມາດຊ່ວຍເຫຼືອເຂົາເຈົ້າໄດ້. ເຮົາສາມາດສະແດງທາງໃຫ້ຄົນອື່ນ, ແຕ່ເຂົາເຈົ້າຕ້ອງສ້າງເຫດຜົນເພື່ອຄວາມສຸກດ້ວຍຕົວເອງ.

ຄວາມເຫັນໃຈອັນຍິ່ງໃຫຍ່

ຈາກນັ້ນ ຈິ່ງມາເຖິງບາດກ້າວທີຫ້າ, ຄວາມເຫັນໃຈອັນຍິ່ງໃຫຍ່: ຄວາມປາຖະໜາຢາກໃຫ້ທຸກຄົນພົ້ນຈາກຄວາມທຸກ ແລະ ສາເຫດຂອງຄວາມທຸກ. ອັນນີ້ກໍເຊັ່ນດຽວກັນດ້ວຍຄວາມເຂົ້າໃຈອັນເຕັມທີ່ວ່າຄວາມທຸກນັ້ນເກີດມາຈາກເຫດ ແລະ ຕ້ອງກຳຈັດເຫດເຫຼົ່ານັ້ນເພື່ອຈະກຳຈັດຄວາມທຸກ. ອີກເທື່ອໜຶ່ງ, ມັນເປັນທັດສະນະຄະຕິທີ່ແທ້ຈິງຫຼາຍ. ຄວາມຮັກອັນຍິ່ງໃຫຍ່ ແລະ ຄວາມເຫັນໃຈອັນຍິ່ງໃຫຍ່ ບໍ່ແມ່ນພຽງແຕ່ຄວາມຮູ້ສຶກເຊັ່ນ: "ເຮົາຮູ້ສຶກເສຍໃຈທີ່ທຸກຄົນທົນທຸກທໍລະມານ." ແຕ່, ມັນມາພ້ອມກັບຄວາມເຂົ້າໃຈກ່ຽວກັບເຫດ ແລະ ຜົນຂອງພຶຕິກໍາ.

ຄວາມເຫັນໃຈອັນຍິ່ງໃຫຍ່ນັ້ນເກີນຄວາມເຫັນໃຈທໍາມະດາໃນຫຼາຍທາງ.

  • ມັນແນໃສ່ທຸກສິ່ງມີຊີວິດທັງໝົດເທົ່າກັນ, ບໍ່ພຽງແຕ່ບາງຕົນ.
  • ເຊັ່ນດຽວກັບຄວາມຮັກອັນຍິ່ງໃຫຍ່, ມັນລວມເຖິງຄວາມທະນຸຖະຫນອມ ແລະ ຄວາມຫ່ວງໄຍຕໍ່ແຕ່ລະຕົນ ຄືກັບແມ່ທີ່ມີຄວາມຮັກຕໍ່ລູກຄົນດຽວຂອງນາງ, ແລະ ຄວາມປາຖະໜາທີ່ຈະປົກປ້ອງລາວ. 
  • ມັນແມ່ນຄວາມປາຖະໜາໃຫ້ແຕ່ລະຄົນພົ້ນຈາກຄວາມທຸກທີ່ແຜ່ລາມຈາກການເກີດໃໝ່ຊ້ຳໆ ແລະ ຄວບຄຸມບໍ່ໄດ້ ດ້ວຍມີຂັນຫ້າມາຈາກຄວາມວຸ່ນວາຍ, ປະສົມກັບຄວາມວຸ່ນວາຍ, ສ້າງຄວາມວຸ່ນວາຍຫຼາຍຂຶ້ນ, ຈິ່ງເຮັດໃຫ້ທຸກທໍລະມານຕໍ່ໄປ. ດັ່ງນັ້ນ, ມັນບໍ່ແມ່ນພຽງແຕ່ຄວາມປາຖະໜາໃຫ້ຄົນອື່ນປາສະຈາກຄວາມທຸກທໍລະມານຂອງຄວາມເຈັບປວດ ຫຼື ຄວາມທຸກທໍລະມານຂອງການປ່ຽນແປງ. ຄວາມທຸກທໍລະມານຂອງການປ່ຽນແປງແມ່ນຄວາມສຸກທາງໂລກທໍາມະດາທີ່ບໍ່ມີວັນຄົງທີ່ ແລະ ບໍ່ເຄີຍພໍໃຈ. ຄວາມເຫັນໃຈອັນຍິ່ງໃຫຍ່ບໍ່ແມ່ນຄວາມປາຖະໜາໃຫ້ສິ່ງມີຊີວິດຕ່າງໆ ໄປເຖິງພິມານເພື່ອຈະຫຼຸດພົ້ນຈາກບັນຫານັ້ນ.
  • ມັນອີງໃສ່ຄວາມເຊື່ອໝັ້ນນອັນໜັກແໜ້ນທີ່ວ່າມັນເປັນໄປໄດ້ສໍາລັບທຸກສິ່ງມີຊີວິດທີ່ຈະໄດ້ຮັບການປົດປ່ອຍຈາກຄວາມທຸກທໍລະມານທີ່ແຜ່ລາມຂອງເຂົາເຈົ້າ. ມັນບໍ່ແມ່ນພຽງແຕ່ຄວາມປາຖະໜາດີ.

ຄວາມເຫັນໃຈໄດ້ຖືກອະທິບາຍສະເໝີວ່າເປັນທັດສະນະຄະຕິທີ່ຄ້າຍຄືກັບການສະຫຼະ, ຄວາມຕັ້ງໃຈທີ່ຈະເປັນອິສະຫຼະ. ການສະຫຼະແມ່ນທັດສະນະຄະຕິທີ່ແນໃສ່ຄວາມທຸກຂອງເຮົາ, ສາເຫດຂອງມັນ, ແລະ ຄວາມປາຖະໜາໃຫ້ເຮົາເປັນອິສະຫຼະຈາກມັນ. ໂດຍອີງໃສ່ຄວາມຕັ້ງໃຈຂອງເຮົາທີ່ຈະປົດປ່ອຍຕົນເອງຈາກຄວາມທຸກທໍລະມານຂອງເຮົາເອງ ແລະ ສາເຫດຂອງມັນ, ເຮົາສາມາດພັດທະນາຄວາມເຫັນໃຈສໍາລັບຄົນອື່ນ. ສິ່ງທີ່ເຮົາເຮັດແມ່ນປ່ຽນທັດສະນະຄະຕິອັນດຽວກັນ ແລະ ຫັນທິດໄປສູ່ຜູ້ອື່ນ, ໄປສູ່ຄວາມທຸກ ແລະ ສາເຫດຂອງຄວາມທຸກຂອງເຂົາເຈົ້າ, ແລະ ປາຖະໜາໃຫ້ພົ້ນຈາກມັນ, ດ້ວຍຄວາມມຸ່ງເນັ້ນຄືກັບຕໍ່ເຮົາເອງ.

ເພິ່ນເວົ້າສະເໝີວ່າມັນເປັນເລື່ອງຍາກທີ່ເຮົາຈະເອົາໃຈໃສ່ ແລະ ມີຄວາມເຫັນໃຈຕໍ່ຜູ້ອື່ນແທ້ໆ ນອກຈາກວ່າເຮົາຄິດເຖິງຄວາມທຸກຂອງຕົນເອງ ແລະ ປາຖະໜາຢາກຫຼຸດພົ້ນຈາກມັນເອງ. ເຮົາຕ້ອງເຂົ້າໃຈວ່າຄົນອື່ນປະສົບກັບຄວາມເຈັບປວດຈາກຄວາມທຸກແທ້ ແລະ ຄວາມທຸກຂອງເຂົາເຈົ້າກໍເຈັບປວດເທົ່າກັບຄວາມທຸກຂອງເຮົາ. ຄວາມເຂົ້າໃຈນີ້ຂຶ້ນຢູ່ກັບການຮັບຮູ້ວ່າຄວາມທຸກຂອງເຮົານັ້ນເຈັບປວດ. ບໍ່ດັ່ງນັ້ນ, ເຮົາຈະບໍ່ຖືຄວາມທຸກຂອງຄົນອື່ນຈິງຈັງ. ຈື່ໄວ້ວ່າ, ເຮົາປາຖະໜາໃຫ້ແມ່ຂອງເຮົາ, ຜູ້ທີ່ມີຄວາມໃຈດີຕໍ່ເຮົາ, ມີຄວາມສຸກ ແລະ ປາສະຈາກທຸກ. ເຮົາເລີ່ມພາວະນາໃຫ້ແມ່ຂອງເຮົາກ່ອນ ແລະ ຕໍ່ໆ ໄປ, ເພື່ອໃຫ້ການພາວະນາຕົວຈິງມີຄວາມຮູ້ສຶກບາງຢ່າງ

ການຂະຫຍາຍວິທີການເພື່ອຊ່ວຍລົບລ້າງຄວາມນັບຖືຕົນເອງຕ່ຳ

ເຊັ່ນດຽວກັບທີ່ພຣະຄຳພີກ່າວວ່າຄວາມເຫັນໃຈຈະພັດທະນາຂຶ້ນໄດ້ຢ່າງຈິງໃຈກໍຕໍ່ເມື່ອເຮົາປາຖະໜາໃຫ້ຕົນເອງພົ້ນຈາກທຸກ ແລະ ສາເຫດຂອງມັນ, ຜູ້ຂ້າຄິດວ່າເຮົາສາມາດສ້າງຫຼັກການດຽວກັນກ່ຽວກັບຄວາມຮັກ. ສິ່ງນີ້ກ່ຽວຂ້ອງໂດຍສະເພາະສໍາລັບເຮົາຜູ້ທີ່ທົນທຸກຈາກຄວາມນັບຖືຕົນເອງຕ່ຳ. ຄວາມນັບຖືຕົນເອງຕໍ່າແມ່ນປາກົດການຂອງຕາເວັນຕົກໂດຍສະເພາະ, ບໍ່ຄ່ອຍພົບໃນຊາວທິເບດ, ຫຼື ຊາວອິນເດຍກໍເຊັ່ນກັນ. ກ່ອນທີ່ເຮົາຈະສາມາດປາຖະໜາໃຫ້ຜູ້ອື່ນມີຄວາມສຸກ ແລະ ມີສາເຫດແຫ່ງຄວາມສຸກຢ່າງຈິງໃຈ, ເຮົາຕ້ອງຈິງໃຈທີ່ຈະປາຖະໜາໃຫ້ຕົນເອງມີຄວາມສຸກ ແລະ ມີສາເຫດແຫ່ງຄວາມສຸກກ່ອນ. ຖ້າເຮົາຮູ້ສຶກວ່າເຮົາບໍ່ສົມຄວນຈະມີຄວາມສຸກ, ແລ້ວ ເປັນຫຍັງຄົນອື່ນຈິ່ງຄວນຈະມີຄວາມສຸກ?

ສະນັ້ນ, ການປາຖະໜາໃຫ້ຕົນເອງມີຄວາມສຸກແມ່ນບາດກ້າວໃນການພາວະນາທີ່ຜູ້ຂ້າຄິດວ່າເຮົາສາມາດເພີ່ມເຂົ້າໄດ້ຢ່າງປອດໄພຖ້າເຮົາທົນທຸກຈາກຄວາມນັບຖືຕົນເອງຕໍ່າ. ຜູ້ຂ້າຮູ້ສຶກວ່າສິ່ງນີ້ມີຄວາມສໍາຄັນຫຼາຍ. ການເຂົ້າໃນແນວຄິດນີ້, ທີ່ທຸກຄົນສົມຄວນທີ່ຈະມີຄວາມສຸກ, ມັນຈະຊ່ວຍໄດ້ຖ້າເຮົາລຳລຶກເຖິງທໍາມະຊາດພຣະພຸດທະເຈົ້າ. ເຮົາບໍ່ແມ່ນບໍ່ດີໝົດ; ບໍ່ມີໃຜທີ່ບໍ່ດີໝົດ. ເຮົາທຸກຄົນມີທ່າແຮງທີ່ຈະເປັນພຣະພຸດທະເຈົ້າ, ເປັນປະໂຫຍດແກ່ຜູ້ອື່ນ, ມີຄວາມສຸກ ແລະ ອື່ນໆ.

ອີກຈຸດໜຶ່ງ: ຄວາມຮັກ ແລະ ຄວາມເຫັນໃຈກໍໄດ້ຖືກພັດທະນາຢູ່ໃນສາຍເຖຣະວາດ ແລະ ສາຍຫິນະຍານອື່ນໆ. ແຕ່, ຢູ່ທີ່ນັ້ນ ວິທີການພາວະນາບໍ່ໄດ້ປະຕິບັດຕາມບາດກ້າວ, ຄືກັບເຈັດປະການນີ້, ທີ່ຊ່ວຍໃຫ້ເຮົາສ້າງຄວາມຮູ້ສຶກຮັກ ແລະ ຄວາມເຫັນໃຈໂດຍອີງໃສ່ເຫດຜົນ, ເຊັ່ນການລຳລຶກເຖິງຄວາມໃຈດີຂອງແມ່. ແຕ່, ເຮົາກໍບໍ່ຄວນຄິດວ່າຄວາມຮັກ ແລະ ຄວາມເຫັນໃຈນັ້ນຂາດຢູ່ໃນສາຍເຖຣະວາດ. ແຕ່, ບາດກ້າວຕໍ່ໄປໃນການພາວະນາໂພທິຈິດແມ່ນບໍ່ມີຢູ່ໃນນັ້ນ.

ການຕັ້ງຢ່າງແຮງກ້າ

ນັກແປຫຼາຍຄົນສະແດງບາດກ້າວທີຫົກໃນຫຼາຍວິທີ. ບາງຄົນເອີ້ນມັນວ່າ “ຄວາມປາຖະໜາທີ່ບໍ່ເຫັນແກ່ຕົວອັນບໍລິສຸດ.” ທ່ານສົມເດັດພຣະດາໄລລາມະໃຊ້ຄຳວ່າ “ຄວາມຮັບຜິດຊອບຕໍ່ສ່ວນຮວມ.” ເຖິງວ່າຜູ້ຂ້າຈະໄດ້ແປມັນໃນຫຼາຍແບບ, ໃນປະຈຸບັນຜູ້ຂ້າມັກ "ການຕັ້ງໃຈຢ່າງແຮງກ້າ". ດ້ວຍຄວາມເຫັນໃຈອັນຍິ່ງໃຫຍ່, ເຮົາມີຄວາມປາຖະໜາເຕັມທີ່ ແລະ ເຈຕະນາທີ່ຈະຊ່ວຍເຫຼືອທຸກຄົນ. ໃນທີ່ນີ້, ເຮົາຕັ້ງໃຈຢ່າງໜັກແໜ້ນ, ເຮົາຈະເຮັດມັນຢ່າງແນ່ນອນ. ເຮົາຖືເອົາຄວາມຮັບຜິດຊອບດ້ວຍຕົນເອງທີ່ຈະເຮັດບາງຢ່າງກ່ຽວກັບຄວາມທຸກທໍລະມານຂອງຄົນອື່ນ. ຖ້າມີຄົນກຳລັງຈົມນ້ຳຢູ່ກາງທະເລສາບ, ເຮົາບໍ່ແມ່ນແຕ່ຈະຢືນຢູ່ແຄມຝັ່ງ ແລະ ເວົ້າວ່າ: "ເຮີ້ຍ, ເຮີ້ຍ, ເຮົາປາຖະໜາວ່າສິ່ງນີ້ບໍ່ໄດ້ກຳລັງເກີດຂຶ້ນ." ແທ້ຈິງແລ້ວ, ເຮົາຕ້ອງໂດດລົງໄປ ແລະ ພະຍາຍາມຊ່ວຍຜູ້ນັ້ນ. ເຊັ່ນດຽວກັນ, ໃນການພາວະນາໂພທິຈິດ, ເຮົາກໍຕັດສິນໃຈຢ່າງເຕັມທີ່ທີ່ຈະຮັບຜິດຊອບຕໍ່ສ່ວນລວມເພື່ອຊ່ວຍທຸກຕົນເທົ່າທີ່ເປັນໄປໄດ້.

ເປົ້າໝາຍພຣະໂພທິຈິດ

ອີງຕາມເສັ້ນທາງການສ້າງຫົກບາດກ້າວນີ້ເປັນເຫດ, ບາດກ້າວທີເຈັດແມ່ນການສ້າງເປົ້າໝາຍພຣະໂພທິຈິດເປັນຜົນ. ເມື່ອເຮົາກວດເບິ່ງວ່າເຮົາຈະເປັນປະໂຫຍດແກ່ຄົນອື່ນໄດ້ຫຼາຍທີ່ສຸດແນວໃດ, ດ້ວຍຂໍ້ຈຳກັດ ແລະ ຄວາມຮູ້ສຶກ ແລະ ທັດສະນະຄະຕິລົບກວນໃນປະຈຸບັນ, ເຮົາຮູ້ວ່າເຮົາຈະບໍ່ສາມາດຊ່ວຍໄດ້ຫຼາຍປານໃດ. ຖ້າເຮົາເຫັນແກ່ຕົວ, ແລະ ບໍ່ອົດທົນ, ດຶງດູດຕໍ່ບາງຄົນ ແລະ ໃຈຮ້າຍກັບບາງຄົນ, ແລະ ຂີ້ຄ້ານ, ຖ້າເຮົາເມື່ອຍຕະຫຼອດເວລາ, ຖ້າເຮົາບໍ່ສາມາດເຂົ້າໃຈຄົນອື່ນຢ່າງແທ້ຈິງ, ແລະ ຖ້າເຮົາບໍ່ສາມາດສື່ສານໄດ້ຢ່າງຖືກຕ້ອງ, ເຮົາຢ້ານຄົນອື່ນ, ຢ້ານວ່າຈະຖືກບໍ່ມັກ ຫຼື ຖືກປະຕິເສດ - ສິ່ງທັງໝົດເຫຼົ່ານີ້ຈະຂັດຂ້ອງເຮົາຈາກການຊ່ວຍຫຼາຍເທົ່າທີ່ຈະເປັນໄປໄດ້. ສະນັ້ນ, ຍ້ອນວ່າເຮົາຢາກຊ່ວຍແທ້ໆ, ເຮົາຈິ່ງຕ້ອງກຳຈັດສິ່ງເຫຼົ່ານີ້ອອກຈາກຕົນເອງ. ເຮົາຕ້ອງພະຍາຍາມກໍາຈັດສິ່ງເຫຼົ່ານີ້ໃນຕົນເອງເພື່ອທີ່ວ່າເຮົາຈະສາມາດໃຊ້ພອນສະຫວັນ ແລະ ຄວາມສາມາດຂອງເຮົາ ແລະ ທໍາມະຊາດພຣະພຸດທະເຈົ້າ ເພື່ອເປັນປະໂຫຍດແກ່ຜູ້ອື່ນ. ເຮົາຈື່ຈຳຢູ່ສະເໝີຄຳວ່າ “ເທົ່າທີ່ເປັນໄປໄດ້” – ເພາະເຮົາຈະບໍ່ໄດ້ກາຍເປັນພະເຈົ້າທີ່ມີອຳນາດສູງສຸດ. ບົນພື້ນຖານແນວຄິດນີ້, ເຮົາວາງຄວາມຕັ້ງໃຈທີ່ຈະເປັນພຣະພຸດທະເຈົ້າເພື່ອຊ່ວຍເຫຼືອທຸກຄົນຕາມທີ່ສາມາດເຮັດໄດ້. ນີ້ແມ່ນການສ້າງເປົ້າໝາຍພຣະໂພທິຈິດ. ດ້ວຍສິ່ງນີ້, ເຮົາຈະສຸມໃສ່ການຕັດສະຮູ້ທີ່ຍັງບໍ່ທັນເກີດຂຶ້ນຂອງເຮົາດ້ວຍເຈຕະນາຢ່າງເຕັມທີ່ທີ່ຈະບັນລຸມັນໃຫ້ໄວເທົ່າທີ່ຈະໄວໄດ້ ແລະ ຊ່ວຍເຫຼືອຄົນອື່ນດ້ວຍການບັນລຸນີ້.

ການປະພຶດພຣະໂພທິສັດ

ເມື່ອເຮົາໄດ້ສ້າງພຣະໂພທິຈິດແລ້ວ, ບາດນີ້ ເຮົາຈະພະຍາຍາມຊ່ວຍຄົນອື່ນເທົ່າທີ່ເຮົາສາມາດເຮັດໄດ້, ເຖິງວ່າເຮົາຈະມີຂໍ້ຈຳກັດກໍຕາມ. ທັງນີ້ກໍຍ້ອນວ່າເຮົາມີການຕັ້ງໃຈແຮງກ້າທີ່ຈະຮັບຜິດຊອບຊ່ວຍເຫຼືອ, ໂດຍສ້າງຂຶ້ນຈາກບາດກ້າວທີ່ຜ່ານມາໃນການພາວະນາໂພທິຈິດເຫດແລະຜົນເຈັດປະການ.

ນີ້ໝາຍຄວາມວ່າທຸກຄັ້ງທີ່ເຮົາພົບຄົນອື່ນ ແລະ ເຫັນວ່າເຂົາເຈົ້າມີບັນຫາ, ຕົວຢ່າງເຊັ່ນການໄຮ້ບ້ານ, ເຮົາບໍ່ພຽງແຕ່ເຫັນວ່າເປັນຄົນໄຮ້ບ້ານ. ເມື່ອເຮົາເຫັນເຂົາເຈົ້າ, ເຮົາຈະບໍ່ຄິດວ່າເປັນຄົນທຸກ, ຂີ້ຄ້ານ, ຫຼື ຕັດສິນເຂົາເຈົ້າແນວຕ່າງໆ ທີ່ເຮົາອາດຄິດ. ແຕ່, ເຮົາຈະຮັບຮູ້ວ່າພຽງແຕ່ໃນຊາດນີ້ ແລະ ໃນຈຸດນີ້ຂອງຊີວິດນີ້, ເຂົາເຈົ້າເປັນແບບນັ້ນ. ແຕ່, ຄວາມຕໍ່ເນື່ອງທາງຈິດຂອງເຂົາເຈົ້າແມ່ນບໍ່ມີຈຸດເລີ່ມຕົ້ນ ແລະ, ໃນບາງຈຸດ, ເຂົາເຈົ້າໄດ້ເຄີຍເປັນແມ່ຂອງເຮົາ ແລະ ໄດ້ດູແລເຮົາດ້ວຍຄວາມໃຈດີ. ເຂົາເຈົ້າໄດ້ຖືເຮົາໃນທ້ອງ, ໄດ້ປ່ຽນຜ້າອ້ອມເປື້ອນຂອງເຮົາ, ແລະ ອື່ນໆ, ແລະ ເຮົາກໍມີຄວາມກະຕັນຍູແທ້ຈິງ ແລະ ຢາກຕອບແທນຄວາມໃຈດີນີ້. ເຮົາປາຖະໜາວ່າເຂົາເຈົ້າຈະມີຄວາມສຸກ ແລະ ມີເຫດຜົນຂອງຄວາມສຸກ, ແລະ ວ່າຈະສາມາດພົ້ນຈາກບັນຫາ ແລະ ສາເຫດຂອງບັນຫາຂອງເຂົາເຈົ້າ. ເຮົາຈະຖືຄວາມຮັບຜິດຊອບທີ່ຈະພະຍາຍາມເຮັດບາງຢ່າງກັບມັນ.

ເຮົາຕ້ອງເຮັດຫຍັງ? ບໍ່ແມ່ນວ່າເຮົາຕ້ອງກັບບ້ານ ແລະ ທຳສະມາທິເພື່ອເອົາຊະນະຂໍ້ບົກພ່ອງຂອງເຮົາ, ແລະ ຕົວຈິງແລ້ວບໍ່ໄດ້ເຮັດຫຍັງເພື່ອຊ່ວຍຄົນແບບນັ້ນ. ແນ່ນອນ, ເຮົາຕ້ອງທຳສະມາທິຫຼາຍຂຶ້ນ, ແຕ່ ສິ່ງທີ່ເຮົາຄວນຖືກກະຕຸ້ນໃຫ້ເຮັດໃນເວລານີ້ແມ່ນການເອົາຊະນະຄວາມອາຍ, ຄວາມລັງເລ, ແລະ ຄວາມຂີ້ຖີ່ຂອງເຮົາ, ແລະ ເອົາຫຍັງໃຫ້ເຂົາເຈົ້າ, ຢ່າງໜ້ອຍກໍຍິ້ມໃຫ້ - ຢ່າງໜ້ອຍກໍເຮັດ ຫຍັງຈັກຢ່າງ.

ເວົ້າອີກແນວໜຶ່ງ, ເຮົາໃຊ້ການຕັ້ງໃຈອັນແຮງກ້າຂອງເຮົາເພື່ອຂັບເຄື່ອນເຮົາດຽວນີ້ເພື່ອເອົາຊະນະຂໍ້ຈໍາກັດຂອງເຮົາໃຫ້ຫຼາຍເທົ່າທີ່ເຮົາຈະສາມາດເຮັດໄດ້ ແລະ ນໍາໃຊ້ທ່າແຮງຂອງເຮົາເທົ່າທີ່ເຮົາຈະສາມາດຊ່ວຍໄດ້. ແນ່ນອນ, ເມື່ອເຮົາກັບບ້ານ ເຮົາຕ້ອງພະຍາຍາມກັບຕົນເອງຫຼາຍຂຶ້ນ, ແຕ່ ຢ່າລືມກ່ຽວກັບຄົນໄຮ້ບ້ານ ແລະ ພຽງແຕ່ກັບບ້ານແລ້ວນັ່ງສະມາທິ. ຖ້າຄວາມຕັ້ງໃຈຂອງເຮົາຈິງໃຈ, ມັນຈະເຮັດໃຫ້ເຮົາມີສະຕິ.

ແຮງຈູງໃຈທີ່ແຂງກ້າທີ່ສຸດເພື່ອໃຫ້ເຮົາພະຍາຍາມກັບຕົວເອງໃນແຕ່ລະຂະນະເວລານັ້ນຈະເກີດຂຶ້ນເມື່ອເຮົາພົບກັບຕົນອື່ນທີ່ຕ້ອງການຄວາມຊ່ວຍເຫຼືອ. ເຮົາເຫັນແມ່ເຖົ້າຄົນໜຶ່ງນັ່ງຢູ່ພື້ນທີ່ໜາວເຢັນ ຂໍທານຢູ່ທາງລົດໄຟໃຕ້ດິນ ແລະ ເຮົາຄິດວ່າຖ້າຜູ້ນັ້ນເປັນແມ່ຂອງເຮົາເດ? ຖ້ານາງເປັນແມ່ແທ້ໆ ຂອງເຮົາໃນຊາດນີ້ ນັ່ງຢູ່ບ່ອນເຢັນໆ ແລະ ຂໍທານ, ເຮົາຈະຍ່າງໜີບໍ? ຫຼື ຊາຍໜຸ່ມໃນລົດໄຟໃຕ້ດິນທີ່ແລ່ນຂາຍໜັງສືພິມຂອງຄົນໄຮ້ບ້ານເດ, ເຮົາຈະຮູ້ສຶກແນວໃດຖ້ານັ້ນເປັນລູກຊາຍຂອງເຮົາ? ເດັກຜູ້ນີ້ມີພໍ່ແມ່. ມັນເປັນສິ່ງສໍາຄັນຫຼາຍ. ໃນອິນເດຍ, ເຮົາພົບເຫັນຄົນຂີ້ທູດ ແລະ ຄົນພິການອື່ນໆ ແລະ ປົກກະຕິແລ້ວ ເຮົາຈະບໍ່ເຄີຍຄິດວ່າຄົນຂີ້ທູດເຫຼົ່ານີ້ມີຄອບຄົວ. ເຂົາເຈົ້າມີຄອບຄົວ. ເຮັດໃຫ້ເຂົາເຈົ້າເປັນມະນຸດ.

ແນ່ນອນ, ເຮົາຕ້ອງການຈິດສຳນຶກມີການຈໍາແນກເພື່ອຈໍາແນກສະຖານະການຂອງຄົນໄຮ້ບ້ານເຫຼົ່ານີ້. ບາງຄົນອອກໄປຕາມທາງເພື່ອຂໍທານເອົາເງິນໄປຊື້ຢາເສບຕິດ ຫຼື ເຫຼົ້າ. ໃນກໍລະນີນີ້, ເຮົາຈໍາເປັນຕ້ອງໃຊ້ສິ່ງທີ່ພຣະພຸດທະສາສະໜາເອີ້ນວ່າ "ວິທີທີ່ທັກສະ." ເຮົາມີຄວາມປາຖະໜາທີ່ຈະຊ່ວຍ, ເຮົາມີແນວຄິດກ່ຽວກັບເຫດຜົນແຫ່ງຄວາມທຸກຂອງເຂົາເຈົ້າ, ແລະ ເຫດຜົນແຫ່ງຄວາມສຸກວ່າແມ່ນຫຍັງ. ຈາກນັ້ນ, ເຮົາພະຍາຍາມເຮັດສິ່ງທີ່ຈະເປັນປະໂຫຍດສໍາລັບເຂົາເຈົ້າ. ບາງທີມັນອາດບໍ່ມີປະໂຫຍດຫຍັງເລີຍທີ່ຈະໃຫ້ເງິນ, ເຊິ່ງເຂົາເຈົ້າຈະມີແຕ່ໃຊ້ໄປຊື້ຢາ ຫຼື ເຫຼົ້າອີກເທົ່ານັ້ນ, ແລະ ສະນັ້ນ ເຮົາຈິ່ງບໍ່ໃຫ້ເງິນ. ຖ້າເຮົາມີອາຫານ, ເຮົາສາມາດໃຫ້ໄດ້. ແຕ່, ໃນກໍລະນີໃດກໍຕາມ, ເຮົາສາມາດໃຫ້ທັດສະນະຄະຕິຫ່ວງໄຍ ແລະ ຄວາມເຄົາລົບຂອງເຮົາໂດຍການບໍ່ຄິດວ່າເປັນພຽງແຕ່ຂີ້ຢາ ຫຼື ຂີ້ເຫຼົ້າ ໜ້າກຽດຊັງ. ເຂົາເຈົ້າເປັນມະນຸດ, ເປັນມະນຸດທີ່ມີຕວາມທຸກທໍລະມານ.

ມັນບໍ່ງ່າຍທີ່ຈະຕັດສິນໃຈວ່າວິທີທີ່ດີທີ່ສຸດທີ່ຈະຊ່ວຍຜູ້ໃດຜູ້ໜຶ່ງແມ່ນຫຍັງ. ເຮົາເຫັນວ່າເຮົາມີຄວາມຈໍາກັດໃນປະຈຸບັນ. ເຮົາບໍ່ຮູ້ແທ້ວ່າອັນໃດດີທີ່ສຸດ. ເຮົາຕ້ອງເປັນພຣະພຸດທະເຈົ້າກ່ອນຈິ່ງຈະຮູ້ແທ້, ແຕ່ເຮົາພະຍາຍາມສຸດຄວາມສາມາດໃນປະຈຸບັນ, ຮູ້ວ່າບາງຄັ້ງເຮົາຈະເຮັດຜິດ. ຢ່າງໜ້ອຍເຮົາກໍພະຍາຍາມ.

ສະຫຼຸບ

ເມື່ອເຮົາໄດ້ສ້າງເປົ້າໝາຍພຣະໂພທິຈິດດ້ວຍການຝຶກວິທີການເຫດແລະຜົນເຈັດປະການແລ້ວ, ເປົ້າໝາຍຂອງເຮົາທີ່ຈະບັນລຸການເປັນພຣະພຸດທະເຈົ້າເພື່ອເປັນການຊ່ວຍເຫຼືອທີ່ດີທີ່ສຸດສໍາລັບຕົນອື່ນທັງຫມົດ ກໍສະໜັບສະໜູນໂດຍພາວະອາລົມອັນໜັກແໜ້ນ ປະສົມກັບແຕ່ລະຄວາມຮູ້ສຶກ. ເຫຼົ່ານີ້ລວມເຖິງຄວາມຮູ້ສຶກໃກ້ຊິດ ແລະ ຄວາມສຳພັນກັບທຸກຄົນຢ່າງເທົ່າທຽມກັນ, ການຮູ້ບຸນຄຸນຕໍ່ຄວາມໃຈດີທີ່ຄົນອື່ນໄດ້ໃຫ້, ຄວາມຮູ້ສຶກເລິກເຊິ່ງຂອງຄວາມກະຕັນຍູ, ຄວາມເປັນຫ່ວງ, ຄວາມຮັກ ແລະ ຄວາມເຫັນໃຈ, ບວກກັບຄວາມຕັ້ງໃຈທີ່ເຂັ້ມແຂງທີ່ຈະຮັບຜິດຊອບທີ່ຈະຊ່ວຍເຫຼືອທຸກຄົນເທົ່າທີ່ເປັນໄປໄດ້. ດ້ວຍອາລົມແບບນັ້ນເປັນພື້ນຖານ, ເປົ້າໝາຍພຣະໂພທິຈິດຂອງເຮົາຈິ່ງເຂັ້ມແຂງ, ຈິງໃຈ ແລະ ໝັ້ນຄົງ.

Top