ການເຂົ້າໃຈສະມັດຖະພາບຂອງເຮົາ
ເຮົາຍັງບໍ່ໄດ້ກ່າວເຖິງຫຼາຍປານໃດວ່າເຮົາຄິດວ່າມັນເປັນໄປໄດ້ແທ້ບໍທີ່ຈະບັນລຸທັງໝົດນີ້, ແລະ ເຮົາ ເອງນັ້ນມີຄວາມສາມາດທີ່ຈະບັນລຸມັນບໍ່. ອັນນີ້ຈະກ້າວເຂົ້າສູ່ການສົນທະນາກ່ຽວກັບທຳມະຊາດພຣະພຸດທະເຈົ້າ (Buddha-nature), ເຊິ່ງໂດຍພື້ນຖານແລ້ວກ່າວເຖິງປັດໄຈທີ່ເຮົາທັງໝົດມີທີ່ຊ່ວຍໃຫ້ເຮົາປ່ຽນຮູບເປັນພຣະພຸດທະເຈົ້າໄດ້. ອັນນີ້ ໂດຍພື້ນຖານຈະກ່ຽວກັບຄຸນສົມບັດຂອງຈິດໃຈ.
ເຮົາສາມາດເຂົ້າໃຈສິ່ງຕ່າງໆ ບໍ? ແມ່ນ. ເຮົາສາມາດຄົງຄວາມສຳນຶກຕໍ່ບາງສິ່ງໄວ້ຕະຫຼອດເວລາໄດ້ບໍ? ເອີ, ເຮົາສາມາດສຳນຶກເຖິງບາງສິ່ງເປັນເວລສໃດໜຶ່ງໄດ້, ສະນັ້ນ ຈະຢືດເວລາອອກໄດ້ບໍ? ໄດ້. ເຮົາສາມາດຂະຫຍາຍຂຶ້ນໄດ້ດ້ວຍວິທີຂອງການທຳສະມາທິ ແລະ ທຳຄວາມລຶ້ງເຄີຍ, ແຕ່ໃນສຳນວນພື້ນຖານທີ່ສຸດແລ້ວນັ້ນ ຄວາມສຳເລັດໃນສິ່ງນີ້ຂຶ້ນກັບຄວາມສົນໃຈ ແລະ ແຮງຈູງໃຈຂອງເຮົາເອງ. ມັນຕ້ອງສຳຄັນ ແລະ ທີ່ກ່ຽວຂ້ອງກັບເຮົາ.
ມັນຄືກັບການສຳນຶກວ່າເຮົາມີເງິນຕິດຕົວຫຼາຍປານໃດເວລາເຮົາໄປຊື້ເຄື່ອງ, ເພາະເຮົາບໍ່ສາມາດໄປຈ່າຍຫຼາຍກວ່າທີ່ມີໄດ້. ໃນເວລາອື່ນ, ເມື່ອເຮົານັ່ງຢູ່ເຮືອນ ມັນຈະບໍ່ສຳຄັນວ່າເຮົາມີເງິນໃນຖົງຫຼາຍປານໃດ. ມັນບໍ່ກ່ຽວ ແລະ ເຮົາບໍ່ສົນ. ຄ້າຍກັນ, ເມື່ອເຮົາຄິດກ່ຽວກັບຄຳສອນ, ມັນຕ້ອງກ່ຽວກັບເຮົາ. ເພື່ອທີ່ຈະຮູ້ສຶກວ່າມັນກ່ຽວ, ເຮົາຕ້ອງເຂົ້າໃຈໜ້າທີ່ຂອງມັນ ແລະ ເປັນຫຍັງມັນຈິ່ງສຳຄັນ. ເຮົາສາມາດຫຍໍ້ມັນລົງສູ່ພາວະຈິດໃຈພື້ນຖານທີ່ເອີ້ນວ່າ “ທັດສະນະຄະຕິເອົາໃຈໃສ່,” ບ່ອນທີ່ເຮົາເປັນຫ່ວງຕົນເອງ ແລະ ສິ່ງທີ່ຈະເກີດຂຶ້ນກັບເຮົາ ແລະ ສິ່ງທີ່ເຮົາປະສົບ.
ການເອົາໃຈໃສ່ຕົນເອງ
ເຮົາອາດສາມາດເຂົ້າໃຈການເຮັດວຽກຂອງທັດສະນະຄະຕິເອົາໃຈໃສ່ອັນນີ້ໄດ້ງ່າຍຂຶ້ນເມື່ອມັນແນໃສ່ຜູ້ອື່ນ. ຖ້າເຮົາບໍ່ສົນຜູ້ອື່ນ, ແລ້ວມັນກໍບໍ່ສຳຄັນວ່າເຮົາຈະເຮັດ ຫຼື ເວົ້າຫຍັງ, ຫຼື ວ່າເຂົາຈະມັກ ຫຼື ບໍ່. ແຕ່ຖ້າເຮົາຖືວ່າເຂົາສຳຄັນ, ແລ້ວເຮົາຈະຫ່ວງວ່າພຶຕິກຳຂອງເຮົາຈະກະທົບເຂົາແນວໃດ. ເຮົາຕ້ອງສ້າງຄວາມເອົາໃຈໃສ່ອັນດຽວກັນນີ້ກັບຕົນເອງ, ວ່າ, ຖ້າເຮົາຖິ້ມເວລາທັງໝົດຂອງເຮົາໄປ ແລະ ບໍ່ສວຍໂອກາດຕໍ່ຊີວິດອັນມີຄ່ານີ້, ນະຈຸດໜຶ່ງເຮົາກໍຈະຕາຍພ້ອມກັບຄວາມກິນແໜງທີ່ບໍ່ໜ້າເຊື່ອກ່ຽວກັບເວລາທີ່ຖິ້ມໄປຢ່າງຫຼວງຫຼາຍນີ້.
ເຮົາສາມາດຫັນອັນນີ້ໃສ່ສິ່ງທຳມະດາຂອງຊີວິດປະຈຳວັນເຊັ່ນກັນ. ເຮົາເອົາໃຈໃສ່ວິທີທີ່ເຮົາລ້ຽງລູກ, ວິທີທີ່ເຮົາເຮັດວຽກ; ເຮົາເອົາໃຈໃສ່ພາວະຈິດໃຈ ແລະ ສະຫວັດດີການທາງຮ່າງກາຍຂອງເຮົາ. ມັນແມ່ນນຳທັດສະນະຄະຕິປະເພດນີ້ທີ່ເຮົາຈະພິຈາລະນາຄຳສອນວ່າສຳຄັນສຳລັບເຮົາ. ໂດຍການຄ່ອຍໆ ຈົດຈຳຄຳສອນໄວ້ໃນໃຈ, ເຮົາຈະສາມາດຈື່, ເຖິງຈະບໍ່ຕະຫຼອດເວລາ, ແຕ່ຢ່າງໜ້ອຍກໍສ່ວນຫຼາຍ. ການທຳສະມາທິແມ່ນວິທີການທີ່ຈະທຳຄວາມລຶ້ງເຄີຍກັບຄຳສອນຊ້ຳແລ້ວຊ້ຳອີກເພື່ອທີ່ມັນຈະກາຍເປັນສ່ວນໜຶ່ງຕາມທຳມະຊາດຂອງຈິດໃຈເຮົາ, ທີ່ເຮົາຈະບໍ່ຕ້ອງໃຊ້ຄວາມພະຍາຍາມໃນການຈື່ເລີຍ.
ຖ້າເຮົາເຊື່ອໝັ້ນວ່າເຮົາສາມາດບັນລຸຄວາມຮູ້ແຈ້ງເຫຼົ່ານີ້ໄດ້, ແລ້ວເຮົາຈະເອົາໃຈທັງໝົດໃສ່ໃນການເຮັດສິ່ງນີ້. ຖ້າເຮົາບໍ່ເຊື່ອໝັ້ນ, ມັນກໍຈະຄືກັບການພືແຂນຕົນເອງຄືຊິພະຍາຍາມບິນ: ຊິພະຍາຍາມໄປເຮັດຫຍັງ? ໃນຕອນຕົ້ນ ເຮົາອາດບໍ່ຮູ້ແມ່ນແຕ່ວ່າການຫຼຸດພົ້ນ ຫຼື ການຕັດສະຮູ້ນັ້ນໝາຍເຖິງຫຍັງ, ແຕ່ເຮົາມີເປົ້າໝາຍໄລຍະຍາວເພື່ອເຂົ້າໃຈສິ່ງນີ້ ແລະ ໃຊ້ຄວາມພະຍາຍາມໄປໃຫ້ເຖິງ, ໃນຂະນະທີ່ຄວາມສຳນຶກເຖິງຄວາມຕາຍຈະຊ່ວຍຊຸກຍູ້ໃຫ້ເຮົາບໍ່ຖິ້ມເວລາຊີວິດໄປລ້າໆ.
ການທຳສະມາທິກ່ຽວກັບຄວາມເຫັນໃຈ
ບາດນີ້ ເຮົາພ້ອມແລ້ວທີ່ຈະເບິ່ງບາດກ້າວທີສາມຂອງຂະບວນການນີ້, ການທຳສະມາທິ. ເພື່ອເປັນການນຳສະເໜີຫົວຂໍ້ນີ້, ພຣະສົງຂະປະ, ພຣະອາຈານໃຫຍ່ຂອງທິເບດ, ໄດ້ຂຽນຄຳແນະນຳທີ່ຊ່ວຍໄດ້ຫຼາຍ. ໃນ ຈົດໝາຍແນະນຳຕົວຈິງກ່ຽວກັບສຸຕຣະ ແລະ ຕັນຕຣະ, ເພິ່ນໄດ້ຂຽນວ່າ ເພື່ອທີ່ຈະທຳສະມາທິເຮົາຕ້ອງ “ແນມເບິ່ງວ່າສາເຫດຂອງພາວະຈິດໃຈທີ່ເຮົາກຳລັງພະຍາຍາມບັນລຸຢູ່ນັ້ນແມ່ນຫຍັງ.” ສະນັ້ນ ຖ້າເຮົາຢາກສ້າງຄວາມເຫັນໃຈ, ຕົວຢ່າງ, ເຮົາຕ້ອງຮູ້ວ່າສາເຫດທີ່ຈະນຳໄປສູ່ການສ້າງຄວາມເຫັນໃຈແມ່ນຫຍັງ.
ອັນນີ້ແມ່ນສັດຈະພົດຂອງການເພິ່ງພາອາໄສ - ຄືເພື່ອສ້າງຄວາມປາຖະໜາໃຫ້ຜູ້ອື່ນເປັນອິດສະລະຈາກຄວາມທຸກ ແລະ ສາເຫດຂອງຄວາມທຸກ (ນິຍາມຂອງຄວາມເຫັນໃຈໃນພຣະພຸດທະສາສະໜາ) ເຮົາ ຕ້ອງຮັບຮູ້ວ່າເຮົາເຊື່ອມໂຍງກັບພວກເຂົາ. ບໍ່ດັ່ງນັ້ນ, ເຮົາກໍຈະບໍ່ສົນກັບພວກເຂົາເລີຍ. ສະນັ້ນ ເຮົາຕ້ອງພິຈາລະນາວ່າການມີຕົວຕົນຢູ່ຂອງເຮົານັ້ນຂຶ້ນກັບການເຮັດວຽກຫນັກ ແລະ ຄວາມໃຈດີຂອງຄົນອື່ນແນວໃດ - ຄົນທີ່ຜະລິດອາຫານຂອງເຮົາ, ສ້າງຫົນທາງຂອງເຮົາ, ແລະ ອື່ນໆ. ການຈື່ຈຳສິ່ງທີ່ພວກເຂົາໄດ້ເຮັດໄວ້ທັງໝົດເພື່ອເຮັດໃຫ້ຊີວິດເຮົາດຳເນີນໄປໄດ້, ເຮົາກໍຈະໄດ້ສ້າງຄວາມຮູ້ບຸນຄຸນ ແລະ ຄວາມຊາບຊຶ້ງ. ເມື່ອຮູ້ສຶກຢ່າງຈິງໃຈ ແລະ ເລິກເຊິ່ງ, ຄວາມຮູ້ບຸນຄຸນຂອງເຮົາຈະນຳມາເຊິ່ງຄວາມຮັກທີ່ອົບອຸ່ນຢ່າງທຳມະຊາດ ເຊິ່ງເຮົາຈະຖະນຸຖະໜອມຢ່າງສູງ ແລະ ຈະຮູ້ສຶກບໍ່ດີຖ້າມີຫຍັງເກີດຂຶ້ນກັບພວກເຂົາ. ອັນນັ້ນຈະນຳໄປສູ່ຄວາມເມດຕາ: ຄວາມປາຖະໜາໃຫ້ພວກເຂົາເປັນສຸກ ແລະ ມີສາເຫດທີ່ຈະເປັນສຸກ. ແຕ່ເມື່ອເຮົາເຫັນເຂົາບໍ່ເປັນສຸກ, ແຕ່ຂຸ່ນໝອງໃຈດ້ວຍຄວາມທຸກທັງຫຼາຍປະການ, ເຮົາຈະສ້າງຄວາມເຫັນໃຈ. ການສ້າງຄວາມເຫັນໃຈຂອງເຮົາຈະຂຶ້ນຢູ່ກັບການກ້າວຜ່ານແຕ່ລະບາດກ້າວເຫຼົ່ານີ້, ຕາມລຳດັບຂັ້ນທີ່ຖືກຕ້ອງ. ຄວາມເຫັນໃຈຍັງຂຶ້ນຢູ່ກັບການເສຍສະຫຼະ, ເຊິ່ງໝາຍເຖິງການຮັບຮູ້ເຖິງຄວາມທຸກຂອງເຮົາເອງ, ຕັ້ງໃຈທີ່ຈະຫຼຸດພົ້ນຈາກມັນ, ແລ້ວຮັບຮູ້ວ່າທຸກຄົນກໍມີຄວາມທຸກອັນດຽວກັນ ແລະ ຄວາມປາຖະໜາອັນດຽວກັນ. ການເສຍສະຫຼະແມ່ນອັນນັ້ນລະ - ຄວາມຕັ້ງໃຈທີ່ຈະເປັນອິດສະລະຈາກຄວາມທຸກ. ຄວາມເຫັນໃຈ, ຄືຄວາມຕັ້ງໃຈອັນດຽວກັນທີ່ແນໃສ່ຄວາມທຸກຂອງຜູ້ອື່ນ, ແມ່ນຂຶ້ນກັບການມີຄວາມຕັ້ວໃຈອັນດຽວກັນນັ້ນຕໍ່ຕົນເອງກ່ອນ.
ສະນັ້ນ ຖ້າເຮົາຢາກພະຍາຍາມສ້າງພາວະຂອງຄວາມເຫັນໃຈໃນການທຳສະມາທິຂອງເຮົາ, ຈຸດຂອງການເພິ່ງພາອາໄສນີ້ແມ່ນສຳຄັນແທ້ໆ ເພາະ, ເຖິງວ່າໃນທີ່ສຸດແລ້ວ ດ້ວຍການຝຶກຝົນຢ່າງໜັກ ແລະ ຄວາມລຶ້ງເຄີຍ ເຮົາຈະສາມາດສ້າງໄດ້ທັນທີ, ໃນຕອນຕົ້ນເຮົາຕ້ອງຜ່ານແຕ່ລະບາດກ້າວເພື່ອຝຶກຕົນເອງໃຫ້ເຖິງລະດັບທີ່ເຮົາຈະຮູ້ສຶກໄດ້ຢ່າງຈິງໃຈ. ເພື່ອທີ່ຈະທຳສະມາທິກ່ຽວກັບຄວາມເຫັນໃຈໄດ້ນັ້ນ, ເຮົາຕ້ອງຮູ້ບາດກ້າວ ຫຼື ສາເຫດທີ່ມັນເພິ່ງພາອາໄສເສຍກ່ອນ.
ພຣະສົງຂະປະຍັງກ່າວອີກວ່າ ເຮົາຍັງຕ້ອງ “ຮູ້ລັກສະນະ,” ເຊິ່ງໝາຍຄວາມວ່າ ຖ້າເຮົາຈະສ້າງຄວາມເຫັນໃຈ, ເຮົາຕ້ອງຮູ້ລັກສະນະທັງໝົດຂອງຄວາມທຸກ ແລະ ແຕ່ລະລັກສະນະຂອງສາເຫດຂອງຄວາມທຸກ, ຖ້າເຮົາຈະຢາກໃຫ້ທຸກຄົນເປັນອິດສະລະຈາກມັນທຸກປະການ. ອັນນີ້ບໍ່ແມ່ນພຽງແຕ່ການຊ່ວຍພວກເຂົາຫາວຽກເຮັດ ຫຼື ຂອງກິນແຊບ - ເຮົາກຳລັງເວົ້າເຖິງຄວາມທຸກແຜ່ຫຼາຍເຊິ່ງຄວບຄຸມບໍ່ໄດ້ຂອງການວົນວຽນກັບຊາດມາເກີດ (ວັດຕະສົງສານ), ແລະ ຄວາມບໍ່ສຳນຶກເຖິງ ແລະ ຄວາມສັບສົນຂັ້ນພື້ນຖານທີ່ສຸດກ່ຽວກັບຄວາມເປັນຈິງທີ່ສ້າງ ແລະ ຍືດເຍື້ອການມີຕົວຕົນໃນວັດຕະສົງສານ. ເພື່ອທຳສະມາທິກ່ຽວກັບຄວາມຮັກ ແລະ ຄວາມເຫັນໃຈ, ເຮົາຈະບໍ່ພຽງແຕ່ນັ່ງ ແລະ ຄິດວ່າ: “ອາ ດີເນາະ, ເຮົາຮັກທຸກຄົນ.” ອັນນັ້ນມັນຄຸມເຄືອໂພດ - ພາວະຈິດໃຈທີ່ເຮົາຢາກສ້າງນັ້ນສະເພາະເຈາະຈົງຫຼາຍ. ພຣະສົງຂະປະ ກ່າວເຖິງທຸກສິ່ງທີ່ຈະຊ່ວຍໃຫ້ເຮົາເຈາະຈົງພາວະຈິດໃຈທີ່ເຮົາກຳລັງພະຍາຍາມສ້າງ.
ແລ້ວ, ມັນສຳຄັນຫຼາຍທີ່ຈະຮູ້ວ່າເຮົາກຳລັງສຸມໃສ່ຫຍັງໃນເວລາທີ່ເຮົາພະຍາຍາມສ້າງພາວະຈິດໃຈ ນັ້ນ. ແມ່ນຫຍັງທີ່ຄວນປະກົດຢູ່ໃນໃຈເຮົາ? ກັບຄວາມເຫັນໃຈ, ເຮົາກຳລັງສຸມໃສ່ຕົນອື່ນ ແລະ ຄວາມທຸກຂອງເຂົາ. ແລະໃນທີ່ນີ້ມັນບໍ່ແມ່ນແຕ່ຄວາມເຫັນໃຈ, ແຕ່ “ຄວາມເຫັນໃຈອັນຍິ່ງໃຫຍ່,” ເຊິ່ງຈະແນໃສ່ຕໍ່ທຸກຄົນເທົ່າກັນ. ແລະນັ້ນກໍຫຼາຍຕົນ - ມັນແມ່ນ ທຸກຕົນ ແທ້ໆ. ມັນເປັນກອບທີ່ໃຫຍ່ເຫຼືອເຊື່ອທີ່ຈະ ຄິດວ່າ: “ເຮົາຈະຊ່ວຍແມງໄມ້ທຸກໂຕໃນຈັກກະວານ.” ເຮົາກຳລັງເວົ້າໃນທີ່ນີ້ເຖິງຄວາມຕໍ່ເນື່ອງທາງຈິດໃຈແຕ່ລະອັນ, ເຊິ່ງຍ້ອນກັມຂອງເຂົາ ແມ່ນເຮັດໃຫ້ເຂົາເກີດມາເປັນແມງໄມ້. ມັນບໍ່ໄດ້ໝາຍວ່າເຂົາເປັນແມງໄມ້ຢູ່ຕະຫຼອດ - ເຮົາຈະຊ່ວຍປົດປ່ອຍໃຫ້ຊີວິດທີ່ເປັນແມງໄມ້ໃນຊາດນີ້, ແຕ່ໃນຊາດກ່ອນເປັນແມ່ຂອງເຮົາ. ແລະເຮົາຈະປົດປ່ອຍໃຫ້ແມ່ຂອງເຮົາໃນຊາດນີ້, ທີ່ຊາດກ່ອນອາດໄດ້ເປັນໜອນ.
ມັນບໍ່ງ່າຍທີ່ຈະນຶກພາບ ທຸກຕົນ ແຕ່ໃນຈິດໃຈທີ່ກວ້າງໃຫຍ່ໄພສານຂອງການປະຕິບັດພຣະພຸດທະສາສະໜາມະຫາຍານ ເຮົາພະຍາຍາມຈິນຕະນາການເຖິງຜູ້ຊົມສິ່ງມີຊີວິດກຸ່ມໃຫຍ່ອ້ອມຂ້າງເຮົາ ເມື່ອເຮົາກຳລັງຝຶກປະຕິບັດ, ແລະ ເຮົາກຳລັງປົດປ່ອຍທຸກຕົນຈາກຄວາມທຸກຂອງເຂົາ. ໃນຕອນຕົ້ນຂອງພຣະສູດມະຫາຍານຫຼາຍບົດ, ໄດ້ກ່າວເຖິງຜູ້ຊົມນັບພັນລ້ານຊີວິດຢູ່ອ້ອມແອ້ມ, ເຊິ່ງຊ່ວຍໃຫ້ເຮົາເຫັນໄດ້ເຖິງກອບຂອງມັນ. ການມີຄວາມເຫັນໃຈຄອບຈັກກະວານແບບນີ້ໃຫ້ກັບທຸກຄົນເທົ່າກັນແມ່ນເຫຼືອເຊື່ອແທ້ໆ. ພື້ນຖານຂອງມັນແມ່ນຄວາມວາງໃຈເປັນກາງ, ທີ່ເຮົາເປີດໃຈຂອງເຮົາກັບທຸກສັບພະສິ່ງ. ເຮົາຕ້ອງຮູ້ທັງໝົດນີ້ເພື່ອທີ່ຈະສາມາດທຳສະມາທິກ່ຽວກັບຄວາມເຫັນໃຈໄດ້ຢ່າງຖືກຕ້ອງ.
ພ້ອມກັນນັ້ນ, ເຮົາຕ້ອງຮູ້ວ່າຈິດໃຈກ່ຽວພັນກັບສິ່ງທີ່ເຮົາກຳລັງສຸມໃສ່ແນວໃດ. ຖ້າເຮົາກຳລັງທຳ ສະມາທິກ່ຽວກັບຄວາມເຫັນໃຈ, ເຮົາມີຄວາມປາຖະໜາໃຫ້ເຂົາເປັນອິສະຫຼະຈາກຄວາມທຸກ, ແລະ ໃຫ້ສາເຫດຂອງຄວາມທຸກທັງໝົດຂອງເຂົາຖືກທຳລາຍ. ມັນບໍ່ແມ່ນຄວາມປາຖະໜາໃຫ້ຄົນອື່ນກ້າວ ເຂົ້າມາຊ່ວຍເຂົາ, ຫຼື ໃຫ້ຄວາມທຸກຂອງເຂົາຫາຍໄປຊື່ໆ, ແຕ່ວ່າເຮົາເອງທີ່ຈະພະຍາຍາມຊ່ວຍເຂົາ ເອົາຊະນະມັນ.
ພຣະສົງຂະປະຊີ້ໃຫ້ເຫັນຕື່ມອີກວ່າເຮົາຕ້ອງຮູ້ວ່າແມ່ນຫຍັງຈະເປັນປະໂຫຍດ ແລະ ຊ່ວຍເຮົາສຳລັບສ້າງຄວາມເຫັນໃຈ ແລະ ແມ່ນຫຍັງຈະມີຜົນກະທົບທີ່ບໍ່ດີ ແລະ ເປັນອັນຕະລາຍ. ສິ່ງທີ່ບໍ່ພຽງແຕ່ຈະຊ່ວຍເຮົາສ້າງຄວາມເຫັນໃຈ, ແຕ່ທີ່ຈຳເປັນທີ່ສຸດແມ່ນການເຊື່ອໝັ້ນວ່າມັນເປັນໄປໄດ້ແທ້ສຳລັບທຸກຄົນທີ່ຈະເປັນອິດສະລະຈາກຄວາມທຸກ. ຖ້າເຮົາບໍ່ຄິດວ່າມັນເປັນໄປໄດ້, ແລ້ວເຮົາຈະປາຖະຫນາ ແລະ ພະຍາຍາມໄປໃຫ້ເຖິງໄດ້ແນວໃດ? ພື້ນຖານຂອງສິ່ງນີ້ແມ່ນຄວາມເຊື່ອຢ່າງໝັ້ນໃຈທີ່ວ່າເຮົາສາມາດເປັນອິດສະລະຈາກຄວາມທຸກຂອງເຮົາໄດ້, ແລະ ວ່າເຮົາມີຄວາມສາມາດຊ່ວຍຜູ້ອື່ນຂ້າມຜ່ານຄວາມທຸກຂອງເຂົາໄດ້. ເພື່ອໃຫ້ໄດ້ແນວນີ້, ເຮົາຕ້ອງມີຄວາມເຂົ້າໃຈຕົວຈິງຕໍ່ສິ່ງທີ່ເຮົາສາມາດເຮັດໄດ້, ແລະ ແມ່ນແຕ່ສິ່ງທີ່ພຣະພຸດທະເຈົ້າສາມາດເຮັດໄດ້. ແລ້ວ, ສິ່ງທີ່ເປັນອັນຕະລາຍຕໍ່ການສ້າງຄວາມເຫັນໃຈຂອງເຮົາຈິ່ງບໍ່ແມ່ນພຽງແຕ່ຄວາມເອົາຕົວເອງເປັນສູນກາງ ແລະ ຄວາມເຫັນແກ່ຕົວ, ແຕ່ຍັງແມ່ນຄວາມທໍ້ຖອຍ ແລະ ການຂາດຄວາມໝັ້ນໃຈໃນຕົນເອງ. ທີ່ສຸດແລ້ວ, ພຣະພຸດທະເຈົ້າໄດ້ກ່າວໄວ້ວ່າ ຄວາມທຸກບໍ່ສາມາດດຶງອອກໄດ້ຄືໜາມທີ່ປັກຕີນ. ແມ່ນແຕ່ພຣະພຸດທະເຈົ້າກໍເຮັດໄດ້ພຽງແຕ່ສະແດງທາງ, ແຕ່ຜູ້ອື່ນຕ້ອງໄດ້ລົງມືຊ່ວຍຕົນເອງ. ເຮົາຈະຄາດຫວັງວ່າຕົນເອງຈະລື່ນພຣະພຸດທະເຈົ້າໄດ້ແນວໃດ?
ເວົ້າສັ້ນໆ, ຖ້າເຮົາບໍ່ມີຄວາມເຂົ້າໃຈຕໍ່ລາຍລະອຽດສະເພາະໃນການສ້າງພາວະຈິດໃຈໃດໜຶ່ງ, ເຊັ່ນ ຄວາມເຫັນໃຈ, ເຮົາຈະບໍ່ສາມາດໄປໄກໄດ້. ດ້ວຍທາງນີ້ ເຮົາຈະສາມາດເລີ່ມຊາບຊຶ້ງວ່າການທຳສະມາທິນັ້ນມີຄວາມແນ່ນອນ ແລະ ຊັບຊ້ອນປານໃດ; ເຮົາສາມາດເອີ້ນມັນໄດ້ວ່າເປັນ “ວິທະຍາສາດຂອງຈິດໃຈ.”
ໃນເວລານອກຊ່ວງການທຳສະມາທິແຕ່ລະຄັ້ງ
ພຣະສົງຂະປະຍັງໄດ້ຊີ້ບອກອີກວ່າ ຊ່ວງເວລານອກການທຳສະມາທິແຕ່ລະຄັ້ງນັ້ນກໍສຳຄັນຫຼາຍ. ເພິ່ນແນະນຳໃຫ້ອ່ານພຣະຄຳພີຕ່າງໆ ທີ່ກ່ຽວຂ້ອງກັບສິ່ງທີ່ເຮົາກຳລັງທຳສະມາທິຢູ່. ໃນດ້ານໜຶ່ງ, ມັນຈະຢືນຢັນຄວາມເຊື່ອໝັ້ນຂອງເຮົາວ່າສິ່ງທີ່ເຮົາກຳລັງເຮັດນັ້ນແມ່ນສິ່ງທີ່ພຣະພຸດທະເຈົ້າໄດ້ສອນແທ້, ອີກດ້ານໜຶ່ງ, ການອ່ານສິ່ງທີ່ພຣະອາຈານໃຫຍ່ໄດ້ບັນລຸນັ້ນຈະເປັນແຮງບັນດານໃຈໃຫ້ເຮົາໄດ້. ນອກເໜືອຈາກນີ້, ພຣະສົງຂະປະກ່າວວ່າເຮົາຕ້ອງສ້າງພະລັງບວກ ແລະ ປັດເປົ່າຕົນເອງຈາກພະລັງລົບ, ໂດຍການປະຕິບັດການຊຳລະລ້າງ.
ຜູ້ຂ້າໃຊ້ຄຳວ່າ “ພະລັງບວກ” (positive force) ແທນຄຳວ່າ “ບຸນ,” (merit) ເຊິ່ງຜູ້ຂ້າຮູ້ສຶກວ່າໃຫ້ແນວຄວາມຄິດທີ່ຜິດ. ບຸນ ຟັງເບິ່ງຄືວ່າເຮົາກຳລັງເກັບຄະແນນ ແລະ ຖ້າເຮົາໄດ້ຮອດຮ້ອຍຄະແນນ, ແລ້ວເຮົາຊະນະ. ສິ່ງທີ່ເຮົາກຳລັງເຮັດອັນທີ່ຈິງແມ່ນການສ້າງປະຈຸບວກ, ທີ່ເຮົາຈະໄດ້ພະລັງງານພຽງພໍເພື່ອໃຫ້ສິ່ງຕ່າງໆ ດຳເນີນໄປ, ຄືໂທລະສັບມືຖື. ສະນັ້ນ ກັບຈິດໃຈຂອງເຮົາ, ເຮົາຍັງຕ້ອງໃຊ້ການປະຕິບັດຊຳລະລ້າງເພື່ອຊ່ວຍເອົາຊະນະຄວາມອຸດຕັນທາງຈິດໃຈ, ທີ່ເຮົາຮູ້ສຶກວ່າເຮົາຄືບໍ່ສາມາດເຂົ້າໃຈຫຍັງໄດ້. ຍັງມີຄວາມອຸດຕັນທາງອາລົມນຳອີກ. ການສ້າງພະລັງບວກ ແລະ ຝຶກຊຳລະລ້າງຕ່າງໆ ຈະຊ່ວຍເຮົາໃຫ້ຝ່າຟັນສິ່ງອຸດຕັນເຫຼົ່ານີ້ ເພື່ອທີ່ວ່າເຮົາຈະສາມາດບັນລຸຄວາມຮູ້ແຈ້ງ ແລະ ຄວາມເຂົ້າໃຈໄດ້.
ໃນພາກປະຕິບັດໝາຍຄວາມວ່າແນວໃດ? ໃນພາກປະຕິບັດມັນໝາຍຄວາມວ່າ: ເມື່ອເຮົາພະຍາຍາມເຂົ້າໃຈບາງຢ່າງ, ແມ່ນແຕ່ໃນວຽກຂອງເຮົາ, ແລະ ບໍ່ສາມາດເຂົ້າໃຈມັນໄດ້, ເຮົາຈະພັກກ່ອນ. ເຮົາໄປພະຍາຍາມເຮັດສິ່ງທີ່ເປັນປະໂຫຍດຕໍ່ຜູ້ອື່ນໃນທາງໃດໜຶ່ງ. ໂດຍການເຮັດແນວນັ້ນ, ແລ້ວທຳມະດາ ເມື່ອເຮົາກັບຄືນມາ, ຈິດໃຈຂອງເຮົາຈະຢູ່ໃນພາວະບວກ, ຍົກຂຶ້ນ, ແລະ ດ້ວຍຄວາມຮູ້ສຶກວ່າຕົນເອງມີຄ່າຂຶ້ນ, ແທນທີ່ຈະຫງຸດຫງິດ, ເຮົາມັກຈະສາມາດເຂົ້າໃຈດີຂຶ້ນໄດ້ໜ້ອຍໜຶ່ງ. ສະນັ້ນ ບໍ່ວ່າເຮົາຈະແມ່ນໃຜ, ກໍຕ້ອງມີກິດຈະກຳບາງອັນທີ່ເຮົາສາມາດເຂົ້າຮ່ວມໄດ້ທີ່ເປັນປະໂຫຍດຕໍ່ຜູ້ອື່ນ, ບໍ່ວ່າຈະເປັນການໃຊ້ເວລາເພີ່ມເຕີມກັບລູກຂອງເຮົາ, ໄປຢ້ຽມພີ່ນ້ອງແກ່ຊະລາດຽວດາຍທີ່ກຳລັງປ່ວຍ, ບໍ່ວ່າຫຍັງກໍຕາມ. ມັນສຳຄັນຫຼາຍທີ່ຈະເຮັດໃນສິ່ງບວກ. ເຖິງວ່າຈະມີພິທີກຳຫຼາຍອັນທີ່ເຮົາສາມາດເຮັດໄດ້, ການປະຕິບັດຕົວຈິງໃນຊີວິດແມ່ນດີກວ່າຫຼາຍ.
ການກວດເບິ່ງຄວາມກ້າວໜ້າຂອງເຮົາ
ເຮົາສ່ວນຫຼາຍບໍ່ມີອາຈານສ່ວນຕົວທີ່ເຮົາສາມາດກວດເບິ່ງຄວາມກ້າວໜ້າຂອງເຮົານຳໄດ້, ແຕ່ຄຳສອນການຝຶກຈິດ ຫຼື ໂລຈົງ ຈະເວົ້າສະເໝີວ່າເຮົາເປັນພະຍານທີ່ດີທີ່ສຸດຂອງຕົນເອງ. ເຮົາຕ້ອງຖາມຕົນເອງວ່າເຮົາສາມາດຕັ້ງສະມາທິໄດ້ດີ ຫຼື ບໍ່, ຫຼື ຈິດໃຈເຮົາໄດ້ລ່ອງລອຍໄປ ຫຼື ບໍ່ - ບໍ່ມີໃຜທີ່ສາມາດຕັດສິນອັນນີ້ໃຫ້ເຮົາໄດ້! ຄຳສອນ ແລະ ການປະຕິບັດທັງໝົດແມ່ນແນໃສ່ໃຫ້ເຮົາພັດທະນາພາວະອາລົມຂອງຕົວເຮົາເອງ, ໃຫ້ເຮົາຍົກລະດັບຕົນເອງ. ສະນັ້ນ ເຮົາຈິ່ງເປັນຜູ້ຕັດສິນທີ່ດີທີ່ສຸດທີ່ຈະເບິ່ງວ່າເຮົາຍັງໂມໂຫຫຼາຍຢູ່, ຫຼື ເຮົາໂມໂຫໜ້ອຍລົງ, ແລະ ອື່ນໆ.
ຫຼັກການທີ່ເຮົາຕ້ອງຈື່ແມ່ນວ່າ ຊີວິດມີຂຶ້ນ ແລະ ລົງ, ແລະ ສະນັ້ນ ຄວາມກ້າວໜ້າກໍຈະບໍ່ເປັນເສັ້ນຊື່ຈັກເທື່ອ. ມັນຈະບໍ່ດີຂຶ້ນແຕ່ລະວັນງ່າຍໆ. ຈົນກວ່າເຮົາຈະຫຼຸດພົ້ນ, ມັນຈະມີຂຶ້ນ ແລະ ລົງ. ເຖິງແມ່ນວ່າເຮົາຈະຝຶກປະຕິບັດເປັນເວລາດົນນານ ແລະ ໂດຍທົ່ວໄປຈະບໍ່ໂມໂຫ, ບາງຄັ້ງເຮົາຈະໂມໂຫ. ແຕ່ນັ້ນບໍ່ແມ່ນເຫດຜົນໃຫ້ທໍ້ຖອຍໃຈ. ໃນດ້ານໜຶ່ງ, ເຮົາມີວຽກໜັກໃນການພັດທະນາຕົນເອງ, ແຕ່ອີກດ້ານໜຶ່ງ, ກໍຢ່າທຳໂທດຕົນເອງ ຫຼື ຮູ້ສຶກຜິດເມື່ອເຮົາພາດໄປ. ອົງພຣະດາໄລລາມະ ກ່າວວ່າເມື່ອຄາດຄະເນຄວາມກ້າວໜ້າຂອງເຮົາ, ເຮົາຕ້ອງເບິ່ງເປັນເວລາຫ້າປີ, ບໍ່ແມ່ນເປັນອາທິດ. ຖ້າເຮົາເບິ່ງວິທີທີ່ເຮົາຮັບມືກັບສິ່ງຕ່າງໆ ຫ້າປີກ່ອນທຽບກັບດຽວນີ້, ແລ້ວເຮົາຈະສາມາດເຫັນຄວາມກ້າວໜ້າຂອງເຮົາຢ່າງຈະແຈ້ງ.
ສະຫຼຸບ
ບໍ່ຈໍາເປັນຕ້ອງມີບ່ອນພິເສດສຳລັບການທຳສະມາທິ, ພຽງແຕ່ບ່ອນທີ່ງຽບ ແລະ ສະອາດແດ່, ແຕ່ເຖິງວ່າຈະບໍ່ມີບ່ອນແບບນີ້, ກໍບໍ່ເປັນຫຍັງ. ໝູ່ຂອງຜູ້ຂ້າຜູ້ໜຶ່ງອາໄສຢູ່ອາພາດເມັນນ້ອຍໆ ກັບແມ່ຂອງລາວ. ມີພຽງແຕ່ຫ້ອງດຽວ, ແລະ ມີໂທລະພາບ ແລະ ວິທະຍຸຂອງແມ່, ແລະ ແມ່ຂອງລາວກໍຈະບໍ່ພໍໃຈຖ້າລາວພະຍາຍາມທຳສະມາທິ ຫຼື ເຮັດຫຍັງພວກນີ້. ທາງດຽວຂອງລາວແມ່ນການທຳສະມາທິໃນເວລາເຂົ້າຫ້ອງນ້ຳ. ນັ້ນແມ່ນບ່ອນທີ່ລາວປະຕິບັດທຸກວັນ, ແລະ ມັນກໍບໍ່ເປັນຫຍັງ. ເຮົາບໍ່ຕ້ອງມີທຽນ ຫຼື ທູບ ຫຼື ສິ່ງຂອງພວກນັ້ນ - ມັນເປັນພຽງ “ສິ່ງຂອງ.” ສິ່ງທີ່ສຳຄັນແມ່ນສິ່ງທີ່ເຮົາກຳລັງເຮັດກັບຈິດໃຈຂອງເຮົາ, ແລະ ການທຳສະມາທິແມ່ນການຝຶກປະຕິບັດພາວະຈິດໃຈອັນໃດໜຶ່ງ, ເຊິ່ງແມ່ນສິ່ງທີ່ເຮົາສາມາດເຮັດເວລາໃດ, ບ່ອນໃດກໍໄດ້. ພາວະຈິດໃຈບາງອັນກໍອາດງ່າຍກວ່າທີ່ຈະສ້າງໃນເວລາທີ່ເຮົາກຳລັງຂີ່ລົດໄຟ ຫຼື ລົດເມ. ເມື່ອເຮົາຢາກສ້າງຄວາມອົດທົນ, ເພື່ອເບິ່ງທຸກຄົນຄືຢາກເປັນສຸກ ແລະ ບໍ່ຢາກເປັນທຸກ, ບ່ອນໃດຈະດີໄປກວ່າລົດເມແອອັດ, ແທນທີ່ຈະນັ່ງຈິນຕະນາການເບິ່ງຄົນຢູ່ຜູ້ດຽວໃນຫ້ອງຂອງເຮົາ?
ສິ່ງທີ່ສຳຄັນກັບການປະຕິບັດສະມາທິແມ່ນວ່າເຮົາເຮັດ ທຸກວັນ ບໍ່ມີເວັ້ນ. ເຮົາບໍ່ລືມທີ່ຈະຖູແຂ້ວ ຫຼື ໄປຫ້ອງນ້ຳ, ສະນັ້ນ ເຮົາກໍບໍ່ຄວນລືມທຳສະມາທິເຊັ່ນກັນ. ເຮົາສາມາດເຮັດໃຫ້ມັນເປັນສ່ວນໜຶ່ງທີ່ໝັ້ນຄົງໃນຊີວິດຂອງເຮົາໄດ້, ເຖິງວ່າຈະເປັນພຽງຫ້ານາທີຕໍ່ວັນ. ບໍ່ວ່າເຮົາຈະແມ່ນໃຜ, ເຮົາທັງໝົດສາມາດຕື່ນໄວຂຶ້ນຫ້ານາທີໃນຕອນເຊົ້າເພື່ອມີເວລາທຳສະມາທິ. ມັນບໍ່ຈຳເປັນຕ້ອງເປັນຄວາມຫຍຸ້ງຍາກ, ແຕ່ສາມາດໃຫ້ຄວາມໝັ້ນຄົງ - ບໍ່ວ່າວັນຕໍ່ໜ້າຈະບ້າປານໃດກໍຕາມ, ເຮົາຈະມີເວລາຊ່ວງນີ້ເປັນຂອງຕົນເອງທີ່ສາມາດໃຫ້ຄວາມຕໍ່ເນື່ອງໄດ້.