ປັດໄຈທາງຈິດໃຈທີ່ຈຳເປັນໃນການທຳສະມາທິ

ການທຳສະມາທິສັງເກດຈຳແນກ

ໂດຍທົ່ວໄປ, ການທຳສະມາທິມີສອງຂັ້ນຕອນ: ການທຳສະມາທິສັງເກດຈຳແນກ ແລະ ການທຳສະມາທິສ້າງຄວາມໝັ້ນຄົງ. ໃນການທຳສະມາທິສັງເກດຈຳແນກ, ເຮົາພະຍາຍາມຜ່ານບາດກ້າວຄືບໜ້າ ຫຼື ເສັ້ນສາຍຂອງເຫດຜົນ, ດັ່ງທີ່ເຮົາໄດ້ເຮັດໃນຂະບວນການຄິດ, ເພື່ອສ້າງພາວະຈິດໃຈທີ່ເຮົາພະຍາຍາມຈະທຳຄວາມລຶ້ງເຄີຍນຳ. ໃນກໍລະນີຂອງຄວາມເຫັນໃຈ, ເຮົາເລີ່ມດ້ວຍການຄິດເຖິງຄວາມທຸກຂອງເຮົາ ແລະ ຕັ້ງຈິດໃຈທີ່ຈະເປັນອິດສະລະຈາກມັນ. ແລ້ວ, ດ້ວຍສິ່ງນີ້ເປັນພື້ນຖານ, ເຮົາຈະຈິນຕະນາການຝູງຊົນໃຫຍ່ຢູ່ອ້ອມຕົວເຮົາ ແລະ ກ່ອນອື່ນໝົດເປີດຈິດ ແລະ ຫົວໃຈຂອງເຮົາຕໍ່ທຸກຕົນ, ປາສະຈາກການຍຶດຕິດ, ຄວາມລັງກຽດ ແລະ ຄວາມເມີນເສີຍ. ແລ້ວ, ໂດຍຍັງຄົງສຸມໃສ່ສິ່ງມີຊີວິດເຫຼົ່ານີ້ທຸກຕົນ, ເຮົາພະຍາຍາມຜ່ານຕາມລຳດັບເລີ່ມຈາກການຈື່ຄວາມເຊື່ອມຕໍ່ກັນ ແລະ ການເພິ່ງພາອາໄສກັນກັບທຸກຕົນ.

ແລ້ວ, ໂດຍຍັງຄົງສຸມໃສ່ສິ່ງມີຊີວິດເຫຼົ່ານີ້, ເຮົາຄິດເຖິງຄວາມທຸກທີ່ພວກເຂົາປະສົບ. ຫຼາຍຄັ້ງທີ່ພວກເຂົາເປັນທຸກ ແລະ ອຸກອັ່ງ, ແລະ ຄວາມສຸກໃດໆ ທີ່ພວກເຂົາມີກໍຢູ່ບໍ່ດົນ ແລະ ບໍ່ເຄີຍໜ້າພໍໃຈ. ພວກເຂົາພະຍາຍາມທີ່ຈະເປັນສຸກ, ແຕ່ບໍ່ວ່າຈະພະຍາຍາມເຮັດຫຍັງໃຫ້ຕົນເອງເປັນສຸກ, ເຊັ່ນ ການຫຼົງໄຫຼຢູ່ກັບຮູບລັກ ຫຼື ສັ່ງສົມສິ່ງຂອງຫຼາຍຂຶ້ນ, ແຕ່ຊ່ວຍບໍ່ໄດ້; ມັນພຽງແຕ່ເອົາບັນຫາມາໃຫ້ພວກເຂົາຫຼາຍຂຶ້ນ. ເຮົາຍັງເຕືອນຕົນເອງອີກວ່າເຮົາທັງໝົດຢູ່ໃນສະຖານະການດຽວກັນ ແລະ ເຮົາຕ້ອງການຄວາມຊ່ວຍເຫຼືອຂອງກັນ ແລະ ກັນ, ເພາະຖ້າທຸກຄົນເຫັນແກ່ຕົວ, ເຮົາທັງໝົດກໍຈະເປັນທຸກ. 

ໃນທາງນີ້, ເຮົາສ້າງຕົນເອງໃຫ້ຮູ້ສຶກເຫັນໃຈ, ເຊິ່ງເຮົາຈະສຸມໃສ່ໃນຝູງຊົນກຸ່ມໃຫຍ່ນີ້ດ້ວຍຄວາມປາຖະໜາໃຫ້ພວກເຂົາທັງໝົດ, ເທົ່າໆ ກັນ, ເປັນອິດສະລະຈາກຄວາມທຸກຂອງພວກເຂົາ ແລະ, ນອກນັ້ນ, ກັບຄວາມຕັ້ງໃຈທີ່ວ່າຕົວເຮົາເອງກໍຈະເຮັດບາງຢ່າງເພື່ອຊ່ວຍແກ້ໄຂບັນຫາຂອງພວກເຂົານຳ. 

ກັບການທຳສະມາທິສັງເກດຈຳແນກ, ແລ້ວເຮົາກໍຈະສຸມໃສ່ຄວາມເຫັນໃຈຕໍ່ຝູງຊົນນີ້, ແຕ່ໃນເວລາດຽວກັນ, ເຮົາສັງເກດ, ໃນລັກສະນະທີ່ວ່າເຮົາເຫັນ ແລະ ຮັບຮູ້, ລາຍລະອຽດ ແລະ ຈຸດທັງໝົດທີ່ເຮົາໄດ້ຜ່ານເພື່ອທີ່ຈະສ້າງຄວາມຮູ້ສຶກເຫັນໃຈຂອງເຮົາ. ສຳລັບສິ່ງນີ້, ພາວະຈິດໃຈທີ່ເຫັນໃຈຂອງເຮົານັ້ນ ມີປັດໄຈຂອງການກວດຈັບຂັ້ນຕົ້ນ ແລະ ການຈຳແນກທີ່ລະອຽດອ່ອນ. ກັບອັນທຳອິດ, ເຮົາຈະກວດຈັບ, ໃນລັກສະນະຂອງການສັງເກດ, ຈຸດທີ່ກວມລວມທີ່ສຸດກ່ຽວກັບສິ່ງທີ່ເປັນຈຸດສຸມຂອງເຮົາ, ໃນກໍລະນີນີ້ແມ່ນຄວາມຈິງທີ່ວ່າພວກເຂົາກຳລັງເປັນທຸກ. ກັບອັນທີສອງ, ເຮົາຈະໄຈ້ແຍກລາຍລະອຽດທັງໝົດຂອງຄວາມທຸກປະເພດຕ່າງໆ ທີ່ພວກເຂົາປະສົບ. ດ້ວຍການປະສົມປະສານທັງສອງເຂົ້າກັນ, ເຮົາຮັບຮູ້ ແລະ ຍອມຮັບທຸກຈຸດກ່ຽວກັບສິ່ງນັ້ນ, ສັງເຄາະເຂົ້າກັນໃຫ້ເປັນພາວະຈິດໃຈອັນດຽວ, ຄ້າຍກັບຄວາມເຂົ້າໃຈທີ່ລະອຽດ, ເລິກແລບ, ແຕ່ໂດຍປາສະຈາກການຜ່ານເທື່ອລະຂໍ້ ຫຼື ການກ່າວແຕ່ລະອັນໃນໃຈ. ຖ້າການກວດຈັບ ແລະ ການສັງເກດຈຳແນກຂອງລາຍລະອຽດເຫຼົ່ານີ້ຫາກອ່ອນເພຍ, ເຮົາຈະຜ່ານທຸກຈຸດອີກ, ເທື່ອລະຈຸດ, ແລ້ວສ້າງຄວາມເຫັນໃຈອີກເທື່ອໜຶ່ງ, ເຕີມເຕັມດ້ວຍການກວດຈັບຂັ້ນຕົ້ນ ແລະ ການຈຳແນກທີ່ລະອຽດອ່ອນ ແລະ ການຈົດຈໍ່. 

ການທຳສະມາທິສ້າງຄວາມໝັ້ນຄົງ

ເຮົາຕາມການທຳສະມາທິສັງເກດຈຳແນກ ດ້ວຍການທຳສະມາທິສ້າງຄວາມໝັ້ນຄົງ. ບາດນີ້ ເຮົາສືບຕໍ່ສຸມໃສ່ຝູງຊົນສິ່ງມີຊີວິດເຫຼົ່ານີ້ດ້ວຍຄວາມເຫັນໃຈອັນດຽວກັນ, ແຕ່ເທື່ອນີ້ ໂດຍປາສະຈາກກວດຈັບຂັ້ນຕົ້ນ ຫຼື ການຈຳແນກທີ່ລະອຽດອ່ອນຕໍ່ຄວາມທຸກຂອງພວກເຂົາ, ແຕ່ຍັງຄົງຄວາມເຂົ້າໃຈ ແລະ ສະຕິທີ່ວ່າພວກເຂົາເປັນທຸກ. 

ນັ້ນແມ່ນຂະບວນການຂອງການທຳສະມາທິ; ວິທີທີ່ເຮົາເຊື່ອມສານບາງສິ່ງ, ສ້າງຄວາມເຄີຍຊິນໃຫ້ຕົນເອງ. ແລະບໍ່ວ່າເຮົາຈະກຳລັງເວົ້າເຖິງປະເພດຂອງການທຳສະມາທິທີ່ເຮົາສຸມໃສ່ວັດຖຸ, ຫຼື ການທຳສະມາທິປະເພດທີ່ເຮົາມີແຕ່ຄົງພາວະຈິດໃຈໄວ້, ຫຼື ອັນທີ່ປະສົມປະສານທັງສອງ, ມັນກໍແມ່ນອັນດຽວກັນໃນແງ່ຂອງຂັ້ນຕອນ ແລະ ລາຍລະອຽດເຫຼົ່ານີ້. 

ການໄຈ້ແຍກການທຳສະມາທິສັງເກດຈຳແນກ ແລະ ການທຳສະມາທິສ້າງຄວາມໝັ້ນຄົງ ອອກຈາກກັນ

ອົງພຣະດາໄລລາມະ ອະທິບາຍຄວາມແຕກຕ່າງລະຫວ່າງການທຳສະມາທິສັງເກດຈຳແນກກັບການທຳສະມາທິສ້າງຄວາມໝັ້ນຄົງໃນແງ່ຂອງພະລັງຂອງກິດຈະກຳທາງຈິດໃຈ. ອັນນີ້ແມ່ນວິທີທີ່ລະອຽດອ່ອນ ແລະ ປານີດຫຼາຍໃນການໄຈ້ແຍກລະຫວ່າງທັງສອງ. ກັບການທຳສະມາທິສັງເກດຈຳແນກ, ພະລັງຂອງການສຸມໃສ່ຂອງເຮົາແມ່ນຈະໄປ ທາງນອກ, ໃນລັກສະນະທີ່ວ່າມັນຈຳແນກບາງຢ່າງໃນທຸກຄວາມລະອຽດ. ກັບການທຳສະມາທິສ້າງຄວາມໝັ້ນຄົງ, ພະລັງຂອງການສຸມໃສ່ຂອງເຮົາແມ່ນຈະໄປ ທາງໃນ, ໃນລັກສະນະທີ່ວ່າການສຸມໃສ່ນັ້ນແມ່ນການປ່ອຍໃຫ້ອາລົມ ຫຼື ຄວາມເຂົ້າໃຈນັ້ນຊຶມຊັບລົງ, ບົນພື້ນຖານຂອງສະຕິໃນຈຸດຫຼັກທີ່ການທຳສະມາທິສັງເກດຈຳແນກໄດ້ນຳມາ. ພະລັງນີ້ແມ່ນບໍ່ໄດ້ແຜ່ອອກກັບລາຍລະອຽດຄືດັ່ງໃນການທຳສະມາທິສັງເກດຈຳແນກ, ແຕ່ຫາກແຄບກວ່າ, ແນລົງໃສ່ຈຸດຫຼັກ. 

ເປັນສິ່ງທີ່ຊັບຊ້ອນຫຼາຍທີ່ຈະສາມາດຈຳແນກຄວາມແຕກຕ່າງລະຫວ່າງການໄຈ້ແຍກບາງຄົນດ້ວຍຄວາມເຫັນໃຈ - ພະລັງ, ໃນລັກສະນະໜຶ່ງ, ຈະອອກໄປໃນລາຍລະອຽດທັງໝົດຂອງມັນ - ແລະ ການເຮັດໃຫ້ຄວາມເຫັນໃຈນັ້ນໝັ້ນຄົງ, ທີ່ພະລັງຈະຈົດຈໍ່ຂຶ້ນ. ອັນນີ້ແມ່ນໜຶ່ງໃນປະໂຫຍດທີ່ມາຈາກການສະຫງົບຈິດໃຈ. ຖ້າເຮົາສຳເລັດຜົນ, ຢ່າງໜ້ອຍໃນລະດັບໜຶ່ງ, ໃນການສະຫງົບທຸກສຽງທີ່ເກີດຂຶ້ນໃນຫົວຂອງເຮົາ (ຄວາມທີ່ເວົ້າຢູ່ຕະຫຼອດ, ການອອກຄຳເຫັນຢູ່ຕະຫຼອດ, ດົນຕີທີ່ຫຼິ້ນຢູ່ໃນໄອພອດຂອງເຮົາຢູ່ຕະຫຼອດ), ແລ້ວເຮົາຈະເລີ່ມອ່ອນໄຫວຕໍ່ພະລັງຂອງເຮົາ, ແລະ ເຮົາຈະສາມາດສັງເກດໄດ້ວ່າພະລັງຈິດໃຈຂອງເຮົາຢູ່ໃນພາວະໃດ. 

ທາງທີ່ດີທີ່ສຸດໃນການເລີ່ມທີ່ຈະອ່ອນໄຫວຕໍ່ພະລັງຂອງເຮົາແມ່ນການສຸມໃສ່ເບິ່ງວ່າພະລັງຂອງເຮົານັ້ນວຸ່ນວາຍ ຫຼື ສະຫງົບຢູ່. ຕົວຢ່າງ, ວິທີທີ່ຈະກວດເບິ່ງວ່າເຮົາກຳລັງຢູ່ພາຍໃຕ້ອິທິພົນຂອງອາລົມລົບກວນ ເຊັ່ນ ຄວາມໂມໂຫ, ຄວາມຢ້ານ, ຄວາມກັງວົນ, ຄວາມໂລບ, ຫຼື ຄວາມຈອງຫອງຢູ່ ຫຼື ບໍ່ນັ້ນ, ແມ່ນວ່າພະລັງຂອງເຮົານັ້ນບໍ່ສະຫງົບ. ເວລາເຮົາລົມກັບບາງຄົນ, ຖ້າເຮົາສາມາດຮູ້ສຶກໄດ້ເຖິງຄວາມແໜ້ນໃນທ້ອງ, ເຊິ່ງຊີ້ບອກວ່າພະລັງຂອງເຮົາປັ່ນປ່ວນ, ນັ້ນເປັນຮ່ອງຮອຍທີ່ດີທີ່ບອກວ່າມີອາລົມລົບກວນບາງຢ່າງກ່ຽວຂ້ອງ. ເຮົາອາດກຳລັງພະຍາຍາມສ້າງຄວາມປະທັບໃຈຕໍ່ຄົນນັ້ນ, ຫຼື ພະຍາຍາມເຮັດໃຫ້ລາວເຊື່ອບາງຢ່າງ, ຫຼື ມີຄວາມກ້າວຮ້າວ - ໜຶ່ງໃນນັ້ນອາດຊີ້ບອກວ່າມີສິ່ງລົບກວນບາງຢ່າງໃນໃຈເຮົາ. ເມື່ອເຮົາສາມາດສັງເກດໄດ້ວ່າມີບາງຢ່າງຜິດປົກກະຕິ, ແລ້ວເຮົາກໍມີໂອກາດທີ່ຈະເລີ່ມຂະບວນການຄິດຂອງເຮົາໃໝ່ - ໃນລັກສະນະໜຶ່ງແມ່ນເພື່ອຣີບູທ໌ຈິດໃຈຂອງເຮົາ ແລະ ປ່ຽນອາລົມທີ່ຢູ່ເບື້ອງຫຼັງການປະຕິສຳພັນຂອງເຮົາ ແລະ ປ່ຽນແທນດ້ວຍອາລົມທາງກຸສົນແທນ. ໂດຍສະເພາະໃນເວລາແລກປ່ຽນກັບຄົນອື່ນ, ນັ້ນແມ່ນເວລາທີ່ເຮົາຕ້ອງສາມາດກວດຈັບອາລົມລົບກວນຂອງເຮົາໃຫ້ໄດ້ແທ້ໆ. 

ເມື່ອເວລາຜ່ານໄປ, ແລະ ພ້ອມດ້ວຍການຝຶກຝົນ, ເຮົາຈະອ່ອນໄຫວພໍທີ່ຈະສາມາດໄຈ້ແຍກພະລັງທີ່ແຜ່ອອກນອກຂອງການທຳສະມາທິສັງເກດຈຳແນກ ກັບ ພະລັງແຄບທີ່ແຜ່ເຂົ້າໃນຂອງການທຳສະມາທິສ້າງຄວາມໝັ້ນຄົງໄດ້. 

ປັດໄຈທີ່ຈຳເປັນສຳລັບການບັນລຸການຈົດຈໍ່

ປັດໄຈທີ່ຈຳເປັນສຳລັບການບັນລຸການຈົດຈໍ່ເປັນຄືກັນທັງໃນການທຳສະມາທິສັງເກດຈຳແນກ ແລະ ສ້າງຄວາມໝັ້ນຄົງ. ໃນບົດຄວາມ ການລົງມືໄນພຶດຕິກຳພຣະໂພທິສັດ, ພຣະສານຕິເທວະໄດ້ກ່າວໄວ້ໃນບໍລິບົດຂອງການສ້າງວິໄນທາງຈາຣິຍະທັມ. ສະນັ້ນ ກ່ອນອື່ນໝົດເຮົາຕ້ອງສ້າງວິທີການເຫຼົ່ານີ້ໃນພຶຕິກຳລວມຂອງເຮົາກ່ຽວກັບວິທີທີ່ເຮົາກະທຳ ແລະ ເວົ້າ, ແລ້ວຈິ່ງນຳໃຊ້ເຂົ້າໃນຈິດໃຈຂອງເຮົາ. 

ປັດໄຈທາງຈິດໃຈຫຼັກທີ່ເຮົາຈຳເປັນຕ້ອງມີ ແລະ ນຳໃຊ້ ໃນທັງສອງກໍລະນີແມ່ນ ສະຕິ, ເຊິ່ງເປັນຄືກາວຕິດຈິດໃຈທີ່ຍຶດຢູ່ກັບພາວະຈິດໃຈ ຫຼື ວິທີປະພຶດໃດໜຶ່ງ. ມັນແມ່ນຄຳສັບອັນດຽວກັບ “ການຈື່ຈຳ,” ແຕ່ເຮົາບໍ່ໄດ້ເວົ້າເຖິງການຈື່ຈຳໃນລັກສະນະຂອງການເອົາບາງຢ່າງອອກມາຈາກໄຟລ໌ຄວາມຈຳຂອງເຮົາ ແລ້ວຄິດເຖິງ. ມັນບໍ່ແມ່ນອັນນັ້ນ. ມັນແມ່ນການຍຶດຢູ່ກັບບາງຢ່າງ; ການຈື່ຈຳ. ເຮົາຈຳເປັນຕ້ອງມີກາວຕິດຈິດໃຈສຳລັບວັດຖຸທີ່ເຮົາກຳລັງສຸມໃສ່ ແລະ ວິທີທີ່ຈິດໃຈສຳພັນກັບມັນ. 

ໃນຂະນະທີ່ທຳສະມາທິດ້ວຍສະຕິ, ເຮົາຈະຈັບຕາເບິ່ງການຍຶດຂອງຈິດໃຈຂອງເຮົາ ພຣະສົງຂະປະອະທິບາຍວ່າ ໃນທີ່ນີ້ ເຮົາໃຊ້ປັດໄຈທາງຈິດໃຈຂອງການກວດຈັບຂັ້ນຕົ້ນເພື່ອເບິ່ງວ່າ, ໃນ ລັກສະນະທົ່ວໄປ, ພາວະຈິດໃຈຂອງເຮົາກຳລັງຢູ່ພາຍໃຕ້ອິທິພົນຂອງອາລົມລົບກວນ, ຈິດໃຈທີ່ລ່ອງລອຍ ຫຼື ຄວາມຂຸ້ນມົວບໍ່. ເປັນສິ່ງສຳຄັນທີ່ເພິ່ນສະເພາະເຈາະຈົງການກວດຈັບຂັ້ນຕົ້ນ, ແທນທີ່ຈະເປັນການຈຳແນກທີ່ລະອຽດອ່ອນ. ການຈຳແນກທີ່ລະອຽດອ່ອນຈະຫຍຸ້ງກັບການກວດເບິ່ງລາຍລະອຽດໂພດ, ຈົນຈິດໃຈຂອງເຮົາຈະບໍ່ຢູ່ທີ່ສິ່ງທີ່ເປັນຈຸດສຸມຂອງເຮົາ. ມັນມີອັນຕະລາຍອັນໃຫຍ່ຫຼວງໃນການທຳສະມາທິທີ່ເຮົາຈະລະແວງວ່າເຮົາຈະເສຍສິ່ງທີ່ເປັນຈຸດສຸມນັ້ນ ແລະ ເຮົາຈະເລີ່ມໃຈລອຍ, ຈົນເຮົາຕົວເກັງ ແລະ ຄຽດ. ອັນນີ້ຈະສ້າງບັນຫາໃຫຍ່. ອີກດ້ານໜຶ່ງ, ເຮົາກໍບໍ່ຢາກຜ່ອນຄາຍ ແລະ ເລິນເລີເກີນໄປ; ນັ້ນຈະບໍ່ຊ່ວຍຫຍັງເລີຍ. 

ແລ້ວເຮົາກໍຕ້ອງການຄວາມຕື່ນຕົວ, ເຊິ່ງເປັນຄືລະບົບເຕືອນໄພ. ເມື່ອເຮົາກວດຈັບໄດ້ວ່າເຮົາກຳລັງເສຍຈຸດສຸມຂອງການທຳສະມາທິ, ຄວາມຕື່ນຕົວຈະດັງຂຶ້ນ - ຕ້ອງແກ້ບາງຢ່າງແລ້ວ. ແລ້ວເຮົາຈະ ນຳຈຸດສຸມກັບມາ, ດ້ວຍຄວາມເອົາໃຈໃສ່

ຄວາມຜິດພາດທີ່ຕ້ອງແກ້ໄຂ

ຄວາມຜິດພາດສອງອັນທີ່ເຮົາກຳລັງພະຍາຍາມຕັດອອກຕົກຢູ່ໃນສອງປະເພດຫຼັກ ຄື: “ການລ່ອງລອຍຂອງຈິດໃຈ” ແລະ “ຈິດໃຈຂຸ້ນມົວ.” ການລ່ອງລອຍຂອງຈິດໃຈແມ່ນທີ່ເຮົາມີຈິດໃຈທີ່ລອຍໄປຍ້ອນຄວາມຍຶດຕິດ ຫຼື ຄວາມຢາກໄດ້. ມັນອາດມາໃນຮູບແບບຂອງຄວາມຄິດເປັນຄວາມເວົ້າ ຫຼື ຮູບເງົາໃນຈິດໃຈ. ຄຳພີດັ້ງເດີມສ່ວນຫຼາຍກ່າວເຖິງການລ່ອງລອຍຂອງຈິດໃຈນີ້ໃນແງ່ຂອງການຍຶດຕິດທາງເພດ, ບາງເທື່ອອາດຍ້ອນຜູ້ຟັງຫຼັກໃນຕອນນັ້ນແມ່ນພຣະສົງ, ຜູ້ທີ່ສົນໃຈເລື່ອງການເອົາຊະນະການຍຶດຕິດທາງເພດ. ແຕ່ມັນສາມາດເປັນການຍຶດຕິດກັບອາຫານ ຫຼື ດົນຕີ ຫຼື ແມ່ນຫຍັງກໍຕາມ. ຈິດໃຈທີ່ລ່ອງລອຍ, ອີກດ້ານໜຶ່ງ, ແມ່ນສາມາດມີສາເຫດມາຈາກອາລົມລົບກວນ, ຄວາມຄິດ, ຫຼື ແມ່ນແຕ່ສຽງ ຫຼື ການກ້າວກ່າຍທາງປະສາດສຳຜັດອື່ນໆ. ໃນສຳນວນທົ່ວໄປ, ຈິດໃຈທີ່ລ່ອງລອຍສາມາດເອີ້ນໄດ້ວ່າ “ຄວາມລໍ້ໃຈ.” 

ມີຫຼາຍລະດັບຂອງການລ່ອງລອຍຂອງຈິດໃຈ, ເຊິ່ງກ່ຽວກັບການວາງຄວາມເອົາໃຈໃສ່ຂອງເຮົາຕໍ່ສິ່ງ ຫຼື ຄວາມຮູ້ສຶກນັ້ນ. 

  • ການລ່ອງລອຍທົ່ວໄປ - ເຮົາເສຍການຍຶດຖືກັບວັດຖຸນັ້ນໂດຍສິ້ນເຊີງ ແລະ ເລີ່ມຄິດກ່ຽວກັບສິ່ງຕ່າງໆ ອັນອື່ນ. ສະຕິ, ເຊິ່ງເປັນກາວຕິດຈິດໃຈ, ແມ່ນອ່ອນຈົນເຮົາລືມວັດຖຸນັ້ນໄປເລີຍ. 
  • ການລ່ອງລອຍເບົາບາງ - ເຮົາບໍ່ໄດ້ປ່ອຍວັດຖຸນັ້ນໄປຢ່າງສິ້ນເຊີງ ແຕ່, ໃນເວລາດຽວກັນກັບທີ່ຍຶດຖືຢູ່ກັບວັດຖຸນັ້ນ, ເຮົາກໍມີຄື້ນໃຕ້ນ້ຳຂອງການຄິດກ່ຽວກັບສິ່ງອື່ນ. 
  • ການລ່ອງລອຍເບົາບາງທີ່ສຸດ - ເຮົາບໍ່ມີຮອດຄື້ນໃຕ້ນ້ຳອັນນີ້, ແຕ່ມີອາການຄັນທີ່ຈະປ່ອຍວັດຖຸນັ້ນໄປ ແລ້ວຄິດຫາອັນອື່ນແທນ. ອັນນີ້ສາມາດເກີດຂຶ້ນໄດ້ແທ້ເມື່ອການຍຶດຖືຂອງຈິດໃຈນັ້ນແໜ້ນເກີນໄປ. 

ຈິດໃຈຂຸ້ນມົວແມ່ນກ່ຽວກັບຄວາມຊັດເຈນຂອງວັດຖຸທີ່ເປັນຈຸດສຸມ, ເຊິ່ງອາດເປັນການປາກົດຕົວ ຖ້າມັນແມ່ນການນຶກພາບ, ຫຼື ຄວາມຮູ້ສຶກຖ້າມັນແມ່ນພາວະຈິດໃຈ ເຊັ່ນ ຄວາມເຫັນໃຈ. 

  • ຄວາມຂຸ້ນມົວທົ່ວໄປ - ໜ້າທີ່ “ການເຮັດການປາກົດຕົວ” ຂອງຈິດໃຈຂອງເຮົາແມ່ນອ່ອນເພຍຫຼາຍຈົນມັນບໍ່ສາມາດນຶກພາບ ຫຼື ຄວາມຮູ້ສຶກໃດໆ ໄດ້. ສິ່ງນີ້ອາດມາກັບອີກສອງປັດໄຈ, ທີ່ຮູ້ກັນວ່າ “ຈິດໃຈສະຫຼົວ,” ເຊິ່ງເປັນຄວາມຮູ້ສຶກໜັກໃນຮ່າງກາຍ ແລະ ຈິດໃຈ, ຫຼື ຄວາມງ້ວງນອນ, ແລະ ແມ່ນແຕ່ການຫຼັບ. 
  • ຄວາມຂຸ້ນມົວເບົາບາງ - ມີການປາກົດຕົວ, ແຕ່ການຍຶດໄວ້ຈະບໍ່ແໜ້ນປານໃດ ແລະ ສະນັ້ນ ຈິ່ງຂາດຄວາມຄົມຊັດ. ໃນທີ່ນີ້ ເຮົາບໍ່ໄດ້ກຳລັງເວົ້າກ່ຽວກັບຄວາມຄົມຊັດຂອງການສຸມໃສ່ລາຍລະອຽດຂອງການນຶກພາບ, ແຕ່ອາລົມຍັງສາມາດບໍ່ໄດ້ສຸມໃສ່ຢ່າງຊັດອີກດ້ວຍ, ເຊັ່ນ ຄວາມເຫັນໃຈ. ມັນອາດເປັນຄວາມຮູ້ສຶກທີ່ຄຸມເຄືອ, “ຄວາມຮັກ, ສັນຕິພາບ, ເຮົາຮັກທຸກຄົນ” - ເຮົາກຳລັງສ້າງຄວາມຮູ້ສຶກ, ແຕ່ມັນຂາດຈຸດສຸມສະເພາະ ເຊິ່ງແມ່ນຄວາມປາຖະໜາໃຫ້ທຸກຄົນພົ້ນຈາກຄວາມທຸກ ແລະ ສາເຫດຂອງຄວາມທຸກນັ້ນ. ເຮົາຕ້ອງຈື່ວ່າທຸກລາຍລະອຽດ, ທຸກແງ່ມຸມຂອງພາວະຈິດໃຈທີ່ເຮົາຢາກສ້າງແມ່ນສະເພາະເຈາະຈົງ - ມັນບໍ່ຄວນຄຸມເຄືອ. 
  • ຄວາມຂຸ້ນມົວເບົາບາງທີ່ສຸດ - ເຮົາມີຈຸດສຸມຊັດເຈນເມື່ອຈິດໃຈຂອງເຮົາສ້າງວັດຖຸຈຸດສຸມ, ແຕ່ການຄົງໄວ້ນັ້ນບໍ່ແໜ້ນຫຼາຍ ແລະ ສະນັ້ນ ມັນຈິ່ງບໍ່ສົດໃສ, ແຈ່ມໃສ ຫຼື ມີຊີວິດຊີວາ. ມັນຕ້ອງສົດໃສຢູ່ໃນແຕ່ລະຂະນະເວລາ, ບໍ່ຄືເຂົ້າຈີ່ເກົ່າທີ່ແຂງ ແລະ ບໍ່ເປັນຕາກິນແລ້ວ. 

ເມື່ອເຮົາເວົ້າກ່ຽວກັບ “ຄວາມໃຈລອຍ,” ມັນອາດໝາຍເຖິງຄວາມຜິດໃດໜຶ່ງຂ້າງເທິງກໍໄດ້, ສະນັ້ນ ເຮົາຕ້ອງສາມາດກວດຈັບໄດ້ເວລາທີ່ອັນໃດໜຶ່ງເກີດຂຶ້ນ. ອັນທຳອິດ, ເຮົາຈະຕັ້ງການຍຶດຖືທາງຈິດໃຈໃນວັດຖຸ ຫຼື ພາວະຈິດໃຈ. ແລ້ວ ດ້ວຍສະຕິ, ກາວຕິດຈິດໃຈ, ຈະບໍ່ປ່ອຍ. 

ອັນນີ້ແມ່ນປັດໄຈທີ່ສຳຄັນທີ່ສຸດສຳລັບການທຳສະມາທິທີ່ປະສົບຜົນສຳເລັດ. ການຍຶດຖື, ແຕ່ບໍ່ແໜ້ນເກີນໄປ ແລະ ບໍ່ເບົາເກີນໄປ. ຕົວຢ່າງ, ເມື່ອເຮົາກຳລັງຄຸມອາຫານແລ້ວຍ່າງກາຍຮ້ານເຂົ້າໜົມທີ່ມີເຄັກຫຼາຍຢ່າງທີ່ເປັນຕາແຊບວາງຢູ່ຕູ້ແກ້ວ, ເຮົາຕ້ອງຍຶດຖືການຄຸມອາຫານຂອງເຮົາ, ຍຶດໄວ້ ແລະ ບໍ່ປ່ອຍ, ສະນັ້ນ ເຮົາຈະບໍ່ເຂົ້າໄປໃນຮ້ານ ແລະ ຊື້ເຄັກຊອກໂກແລັດ. ຫຼື, ເຂົາເຈົ້າຢາຍກະແລັມໃຫ້ທຸກຄົນໃນໂຕະ ແຕ່ເຮົາຍຶດຖື ແລະ ບໍ່ປ່ອຍປະການຄຸມອາຫານຂອງເຮົາ, “ບໍ່ ຂອບໃຈ, ຂ້ອຍກຳລັງຄຸມອາຫານຢູ່.” 

ເຮົາຈໍາເປັນຕ້ອງມີການກວດຈັບ, ເພື່ອເບິ່ງວ່າເຮົາກຳລັງອອກນອກທາງບໍ່. “ມີຄວາມຜິດພາດໃນການວາງທາງຈິດໃຈ ແລະ ການຍຶດຖືວັດຖຸຈຸດສຸມຂອງເຮົາບໍ່? ມີຫຍັງຜິດໃນການທີ່ຈິດໃຈເຮົາສ້າງວັດຖຸຈຸດສຸມ ຫຼື ຄວາມຮູ້ສຶກບໍ່?” ຖ້າເຮົາກວດຈັບໄດ້ຄວາມຜິດພາດ, ຄວາມຕື່ນຕົວຈະດັງຂຶ້ນທາງໃນ ແລະ ສະຕິຈະນຳເອົາຈຸດສຸມຂອງເຮົາກັບມາ. ໃນເວລາດຽວກັນ, ເຮົາກໍຕ້ອງບໍ່ຄືຕຳຫຼວດຂີ້ລະແວງ, ທີ່ມີສອງໂລກລະຫວ່າງ “ຕົນເອງ” ທີ່ເປັນຕຳຫຼວດ ແລະ “ຕົນເອງ” ທີ່ກຳລັງທຳສະມາທິ. ເພື່ອຫຼີກລ່ຽງການທຳສະມາທິມີສອງໂລກເຊັ່ນນີ້, ເຮົາຈໍາເປັນຕ້ອງມີຄວາມເຂົ້າໃຈຕໍ່ສູນຍະຕາ (ຄວາມວ່າງເປົ່າ) ຂອງຕົວຕົນ - ເຮົາປາສະຈາກການມີຕົວຕົນຢ່າງສິ້ນເຊີງໃນສອງທາງທີ່ເປັນໄປບໍ່ໄດ້ນີ້. 

ການນຳໃຊ້ຕົວຈິງທັກສະທີ່ຝຶກໃນການທຳສະມາທິ

ຄວາມສາມາດຮັກສາຈຸດສຸມຕໍ່ວັດຖຸທີ່ເປັນຈຸດສຸມດ້ວຍສະຕິ ແລະ ຄວາມຈົດຈໍ່ ແມ່ນສິ່ງທີ່ເຮົາຈໍາເປັນຕ້ອງມີໃນຊີວິດປະຈຳວັນ. ນັ້ນແມ່ນເຫດຜົນທີ່ເຮົາປະຕິບັດສະມາທິ: ເພື່ອທີ່ຈະສາມາດນຳໃຊ້ນິໄສທີ່ເປັນປະໂຫຍດທີ່ເຮົາສ້າງເຂົ້າໃນຊີວິດຂອງເຮົາ. ຕົວຢ່າງ, ເມື່ອເຮົາກຳລັງເວົ້າກັບບາງຄົນ ຫຼື ກຳລັງຟັງບາງຄົນ, ເຮົາຕ້ອງເອົາໃຈໃສ່. ເຮົາຈໍາເປັນຕ້ອງຮັກສາການສຸມໃສ່, ແລະ ບໍ່ຄິດກ່ຽວກັບເຂົ້າທ່ຽງ ຫຼື ເວົ້າໃນໃຈວ່າ “ງຽບໆ ລະໜີໄປ໋.” ສະນັ້ນ ການປະຕິສຳພັນສ່ວນຕົວ, ວຽກຂອງເຮົາ, ການຮຽນຂອງເຮົາ ແລະ ອື່ນໆ ເປັນພື້ນທີ່ ທີ່ເໝາະສົມທີ່ສຸດສຳລັບການຝຶກຄວາມຈົດຈໍ່. 

ອຸປະການສີ່ປະການ

ສອງສິ່ງທີ່ເຮົາຈໍາເປັນຕ້ອງມີເມື່ອພະຍາຍາມບັນລຸຄວາມຈົດຈໍ່ໃນການທຳສະມາທິຂອງເຮົາແມ່ນພະລັງ (ສ່ວນຫຼາຍມັກເອີ້ນວ່າ “ຄວາມພຽນ”) ແລະ ຄວາມອົດທົນ. ພະລັງແມ່ນຄວາມກ້າຫານແມ່ນເຂັ້ມແຂງເກືອບເປັນວີລະຊົນ ແລະ ຄວາມພະຍາຍາມບັນລຸສິ່ງທີ່ເປັນບວກ; ໃນຂະນະທີ່ຄວາມອົດທົນແມ່ນຄວາມສາມາດທີ່ຈະທົນກັບຄວາມທຸກຍາກ ແລະ ຄວາມລຳບາກໄດ້ໂດຍບໍ່ຖອຍໃຈ ຫຼື ໂມໂຫ. ພຣະ ສານຕິເທວະ, ໃນບົດຄວາມຂອງເພິ່ນຊື ການລົງມືໄນພຶດຕິກຳພຣະໂພທິສັດ, ອະທິບາຍເຖິງຫົກປັດໄຈທີ່ສາມາດຊ່ວຍໃຫ້ເຮົາສ້າງພະລັງ, ເຊິ່ງເປັນທີ່ຮູ້ກັນວ່າ ອຸປະການສີ່ປະການ ແລະ ແຮງສອງປະການ, ແລະ ຈະເປັນປະໂຫຍດທີ່ຈະຮູ້ ແລະ ນຳໃຊ້. 

ອັນທຳອິດເອີ້ນວ່າ ຄວາມເຊື່ອໝັ້ນອັນໜັກແໜ້ນ ຫຼື ປະນິທານອັນໜັກແໜ້ນ. “ປະນິທານ” ເປັນຄຳທີ່ໜັກສຳລັບຄວາມປາຖະໜາ ແລະ ຖືກນິຍາມເປັນຄວາມເຊື່ອໝັ້ນທີ່ໜັກແໜ້ນຕໍ່ປະໂຫຍດຂອງການບັນລຸເປົ້າໝາຍ ແລະ ຜົນສະທ້ອນທາງລົບຂອງການບໍ່ບັນລຸ, ສະນັ້ນ ປະນິທານທີ່ຈະບັນລຸຈິ່ງບໍ່ສາມາດໂອນອຽງ ຫຼື ຫັນກັບໄດ້. ເມື່ອເຮົາອ່ານກ່ຽວກັບພາວະຈິດໃຈຕ່າງໆ ທີ່ເຮົາຢາກບັນລຸຈາກການປະຕິບັດທັມຂອງເຮົາ, ການນຳສະເໜີຈະກ່າວເຖິງປະໂຫຍດຂອງການບັນລຸກ່ອນ ແລ້ວຈິ່ງຕາມດ້ວຍຜົນສະທ້ອນທາງລົບຂອງການບໍ່ບັນລຸ ເກືອບຕະຫຼອດ. ເຫຼົ່ານີ້ເປັນສິ່ງສຳຄັນທີ່ຈະສຶກສາ. ພຣະສານຕິເທວະໃຊ້ຮູບແບບນີ້ໃນບົດຄວາມຂອງເພິ່ນ, ເຊິ່ງບົດທຳອິດແມ່ນກ່ຽວກັບພຣະໂພທິຈິດ. ເຮົາຈະເຊື່ອໝັ້ນເຖິງປະໂຫຍດຂອງການມີພາວະຈິດໃຈອັນນີ້, ແລະ ສິ່ງນີ້ຈະໃຫ້ພະລັງກັບເຮົາ ແລະ ເຮັດໃຫ້ເຮົາເປັນສຸກໃນການປະຕິບັດເພື່ອບັນລຸສິ່ງນີ້. ເມື່ອໃດທີ່ເຮົາທໍ້ຖອຍ, ຈະເປັນການດີທີ່ຈະເຕືອນຕົນເອງເຖິງປະໂຫຍດຂອງສິ່ງທີ່ເຮົາກຳລັງມຸ່ງຫວັງທີ່ຈະບັນລຸ. 

ຕໍ່ໄປແມ່ນຄວາມໝັ້ນຄົງ ຫຼື ຄວາມໝັ້ນໃຈໃນຕົນເອງ. “ຄວາມໝັ້ນຄົງ” ໝາຍເຖິງຄວາມໜັກແໜ້ນ ແລະ ຄວາມພຽນໃນການປະຕິບັດ, ເຊິ່ງມາຈາກການກວດສອບວ່າເຮົາຈະສາມາດບັນລຸເປົ້າໝາຍທີ່ເຮົາຕ້ອງການໄດ້ບໍ່, ແລະ ການເຊື່ອໝັ້ນວ່າເຮົາຈະເຮັດໄດ້. ແລ້ວ, ກັບຄວາມໝັ້ນໃຈໃນຕົນເອງ ເຮົາໃຊ້ຕົນເອງຢ່າງໜັກແໜ້ນ, ເຖິງວ່າຄວາມຄືບໜ້າຈະຂຶ້ນໆ ລົງໆ, ເຊິ່ງແມ່ນຄວາມເປັນຈິງຂອງສິ່ງທີ່ເກີດຂຶ້ນ. ບາງມື້ຈະໄປໄດ້ດີ, ແລະ ບາງມື້ຈະຮ້າຍ. ບາງມື້ເຮົາຈະຢາກປະຕິບັດ, ແລະ ບາງມື້ເຮົາຈະບໍ່ຢາກເລີຍ. ແຕ່ຖ້າເຮົາເຊື່ອເຖິງປະໂຫຍດ, ຖ້າເຮົາມີຄວາມພຽນ, ເຊິ່ງໄດ້ພັນລະນາວ່າເປັນດັ່ງຊຸດເກາະເຫຼັກ, ແລ້ວເຮົາຈະຄິດວ່າ: “ມັນບໍ່ເປັນຫຍັງ. ເຮົາບໍ່ສົນວ່າມັນຈະຂຶ້ນໆ ລົງໆ, ເຮົາມີແຕ່ຈະສືບຕໍ່ຢ່າງໜັກແໜ້ນທຸກມື້. ເຮົາຮູ້ວ່າໃນທີ່ສຸດ, ມັນເປັນໄປໄດ້ທີ່ຈະບັນລຸເປົ້າໝາຍຂອງເຮົາ.” 

ເມື່ອເຮົາຄືບໜ້າໃນໄລຍະຍາວ ເຮົາຈະເຫັນແນວໂນ້ມທີ່ຈະມີຄວາມຈົດຈໍ່ເພີ່ມເຕີມ, ແລະ ເຮົາຈະສ້າງອຸປະການອັນຕໍ່ໄປ, ເຊິ່ງແມ່ນຄວາມປິຕິ. ເຮົາບໍ່ພໍໃຈກັບຄວາມຄືບໜ້າພຽງໜ້ອຍດຽວ, ສະນັ້ນເຮົາຈິ່ງລື່ນເລີງໃນການກ້າວໜ້າໄປເລື່ອຍໆ, ກັບຄວາມຮູ້ສຶກເພິ່ງພໍໃຈໃນຕົນເອງ. ຜົນໄດ້ຮັບຈິ່ງແມ່ນວ່າ ແນ່ນອນເຮົາຈະເປັນສຸກຂຶ້ນ, ເພາະຈຸດປະສົງທັງໝົດແມ່ນການຕັດຄວາມທຸກ. ເມື່ອຈິດໃຈເຮົາຖືກລໍ້, ໂມໂຫ ແລະ ລົບກວນໜ້ອຍລົງ, ແນ່ນອນ, ເຮົາຈະເປັນສຸກຂຶ້ນ. ເຫັນແນວນີ້, ເຮົາຈະຕື່ນເຕັ້ນຫຼາຍທີ່ຈະໄປຕໍ່ ແລະ ຄືບໜ້າໄປອີກ. 

ອຸປະການທີສີ່ແມ່ນການພັກຜ່ອນ, ເຊິ່ງໝາຍເຖິງການຢຸດພັກເມື່ອເຮົາເມື່ອຍ. ອັນນີ້ບໍ່ແມ່ນຍ້ອນຄວາມຂີ້ຄ້ານ, ແຕ່ແມ່ນການເຕີມພະລັງໃຫ້ຕົນເອງ. ບໍ່ມີຫຍັງທີ່ຈະທຳລາຍຄວາມພະຍາຍາມຂອງເຮົາໄດ້ຫຼາຍເທົ່າກັບການຜັກດັນຫຼາຍເກີນໄປ, ພາໃຫ້ເຮົາໝົດແຮງ. ການຜັກດັນໜັກເກີນໄປຈະປັ່ນປ່ວນພະລັງໃນຮ່າງກາຍແທ້ໆ - ຄືກັບການບີບໝາກປູມເປົ້າຈົນມັນແຕກ. ເຮົາຕ້ອງສາມາດຕັດສິນໃຫ້ຕົນເອງໄດ້ ແລະ ເບິ່ງໃຈວ່າເມື່ອໃດທີ່ເຮົາຕ້ອງພັກ - ແລະ ບໍ່ຕ້ອງຮູ້ສຶກຜິດທີ່ຈະເຮັດແນວນັ້ນ! ຈະເປັນການດີທີ່ຈະເລືອກບາງຢ່າງທີ່ຈະຊ່ວຍໃຫ້ເຮົາພັກ ແຕ່ບໍ່ເພີ່ມອາລົມລົບກວນຂອງເຮົາ. ແນ່ນອນວ່າອັນນີ້ຈະບໍ່ຄືກັນສຳລັບແຕ່ລະຄົນ. ເຫຼົ່ານີ້ແມ່ນອຸປະການທັງສີ່ຂອງພະລັງ. 

ແຮງສອງປະການ

ບາດນີ້ມາເຖິງແຮງສອງປະການ. ອັນທຳອິດແມ່ນການຍອມຮັບໂດຍທຳມະຊາດ, ເຊິ່ງໝາຍເຖິງການຍອມຮັບໂດຍທຳມະຊາດສິ່ງທີ່ເຮົາຈໍາເປັນຕ້ອງປະຕິບັດ ແລະ ສິ່ງທີ່ເຮົາຈໍາເປັນຕ້ອງຕັດອອກຈາກຕົນເອງ, ເພື່ອທີ່ຈະບັນລຸເປົ້າໝາຍຂອງເຮົາ. ເຮົາເຫັນຄວາມເປັນຈິງຂອງສະຖານະພາບຂອງເຮົາ ແລະ ຍອມຮັບໂດຍທຳມະຊາດຄວາມລຳບາກທີ່ຈະມາກັບການຕັດ, ເຊັ່ນ ອາລົມລົບກວນ, ອອກຈາກຕົວເຮົາ. ເຮົາຕ້ອງເປັນຈິງໃນຕອນຕົ້ນເພື່ອທີ່ຈະບໍ່ຕ້ອງຕົກໃຈພາຍຫຼັງ, ວ່າມັນລຳບາກປານໃດ! 

ດັ່ງທີ່ອົງພຣະດາໄລລາມະມັກເວົ້າ: “ອາຈານພຣະພຸດທະສາສະໜາ ຫຼື ບຸກຄົນໃດທີ່ອ້າງວ່າພຣະພຸດທະສາສະໜານັ້ນງ່າຍ ແລະ ໄວ - ຈົ່ງລະແວງຜູ້ນັ້ນ ແລະ ແຮງຈູງໃຈຂອງລາວໂລດ, ເພາະມັນບໍ່ງ່າຍ ຫຼື ໄວເລີຍ. ພວກເຮົາລຶ້ງເຄີຍກັບອາລົມລົບກວນຫຼາຍ, ຈົນບໍ່ມີທາງທີ່ຈະຕັດມັນອອກໄປໄດ້ງ່າຍໆ ຄືກັບການກິນຢາ.” ພຣະອາຈານອີກທ່ານໜຶ່ງຂອງຜູ້ຂ້າ, ເກເຊງາວັງດາກເຍ ມັກເວົ້າສະເໝີວ່າ: “ຄົນທີ່ສົນໃຈເສັ້ນທາງທີ່ງ່າຍ ແລະ ໄວ ໃນພຣະພຸດທະສາສະໜາ, ນັ້ນແມ່ນຍ້ອນຄວາມຂີ້ຄ້ານ. ລາວບໍ່ຢາກເຮັດວຽກໜັກ ເຊິ່ງອັນທີ່ຈິງແລ້ວມີຄວາມຈຳເປັນ.” 

ແຮງອັນທີສອງແມ່ນການຄວບຄຸມ, ເຊິ່ງໝາຍເຖິງການຄວຄຸມ ແລະ ນຳໃຊ້ຕົນເອງໃນສິ່ງທີ່ເຮົາປາຖະໜາຈະບັນລຸ. ແທນທີ່ຈະປ່ອຍໃຫ້ຄວາມຂີ້ຄ້ານ ຫຼື ອາລົມລົບກວນອື່ນໆ ຂອງເຮົາເຂົ້າຄວບຄຸມ, ປະນິທານໃນການບັນລຸເປົ້າໝາຍຂອງເຮົາແມ່ນສິ່ງທີ່ເຂົ້າມາຄວບຄຸມແທນ. ເຮົາບອກຕົນເອງວ່າ: “ເຊົາເຮັດຄືເດັກນ້ອຍແດ່. ຕັ້ງໃຈ ແລະ ລົງມືສາ!” 

ເມື່ອຍ ຫຼື ຂີ້ຄ້ານ? 

ເຮົາອາດສົງໄສວ່າເຮົາຈະສາມາດແຍກແຍະລະຫວ່າງຄວາມເມື່ອຍກັບຄວາມຂີ້ຄ້ານໄດ້ແນວໃດ. ກ່ອນອື່ນໝົດ, ມັນມີຄວາມຂີ້ຄ້ານຫຼາຍປະເພດ, ເຊັ່ນ ເມື່ອເຮົາຖືກດຶງດູດດ້ວຍເລື່ອງນ້ອຍໆ. ເຮົາຂີ້ຄ້ານເກີນກວ່າທີ່ຈະທຳສະມາທິ ຫຼື ຮຽນໜັງສື ຫຼື ແມ່ນຫຍັງກໍແລ້ວແຕ່, ແລະ ຖືກດຶງດູດດ້ວຍລາຍການໂທລະພາບ ຫຼື ຫຼິ້ນອິນເຕີເນັດແທນ. ແລ້ວກໍມີຄວາມຂີ້ຄ້ານຂອງການຈົ່ງສິ່ງຕ່າງໆ ໄວ້ເຮັດພາຍຫຼັງ, ທີ່ເຮົາຄິດສະເໝີວ່າເຮົາສາມາດເລື່ອນສິ່ງຕ່າງໆ ໄດ້. ແລ້ວກໍຍັງມີຄວາມຂີ້ຄ້ານປະເພດທີ່ເຮົາຍົກເຫດຜົນ, ເຊັ່ນ “ເຮົາເຮັດບໍ່ໄດ້.” 

ເວລາເຮົາເມື່ອຍ, ເຮົາຍັງມີຄວາມປາຖະໜາຢາກເຮັດຢູ່: “ເຮົາຢາກເຮັດແທ້ໆ, ແຕ່ເຮົາຢາກນອນແຮງຕອນນີ້, ສະນັ້ນ ເຮົາຈະພັກໜ້ອຍໜຶ່ງ ແລ້ວເຮົາຕັ້ງໃຈຈະກັບຄືນມາເຮັດ.” ອັນນີ້ບໍ່ແມ່ນການຫາເຫດຜົນ ຫຼື ຄວາມບໍ່ສົນໃຈ. ຄວາມຂີ້ຄ້ານບໍ່ມີຄວາມປາຖະໜາທີ່ຢາກຈະສືບຕໍ່ແທ້ໆ ຄືອັນນີ້. 

ສະຫຼຸບ 

ການທຳສະມາທິນັ້ນບໍ່ງ່າຍ, ແລະ ເຮົາຕ້ອງລະວັງຖ້າມີຄົນອ້າງວ່າມັນມີວິທີທີ່ໄວທີ່ຈະໄດ້ຄວາມບັນລຸຢ່າງເຫຼືອເຊື່ອ ເພາະ, ໂດຍທົ່ວໄປ, ມັນບໍ່ເຄີຍເກີດ. 

ການທຳສະມາທິຂອງເຮົາຕ້ອງເປັນຂະບວນການແບບເຄື່ອນໄຫວ, ບໍ່ແມ່ນສິ່ງທີ່ຂຸ້ນມົວ ຫຼື ໜ້າເບື່ອໜ່າຍ, ທີ່ເຮົາມາເຂົ້າໃຈຢ່າງເລິກເຊິ່ງຕໍ່ຄຳສອນທີ່ເຮົາໄດ້ຟັງ ແລະ ໄດ້ຄິດນຳ. ຖ້າເຮົາສາມາດເຮັດໄດ້ແນວນີ້, ວັນຕໍ່ວັນ, ປີຕໍ່ປີ, ຈະບໍ່ມີຂໍ້ສົງໄສເລີຍວ່າຄຳສອນນັ້ນຈະຟັງແໜ້ນ ແລະ ເມື່ອມີບັນຫາ ຫຼື ອາລົມລົບເກີດຂຶ້ນ, ເພາະມັນຈະເກີດ, ໃນທີ່ສຸດເຮົາກໍຈະສາມາດຈັດການກັບມັນໄດ້ຢ່າງງ່າຍດາຍ. 

Top