ການນຶກພາບພຣະພຸດທະເຈົ້າ

ການປະຕິບັດສະມາທິຫຼາຍອັນຈະມີການນຶກພາບເຂົ້າມາກ່ຽວນຳ. ແຕ່, “ການນຶກພາບ” ອາດເປັນການແປໃຫ້ເຂົ້າໃຈຜິດໜ້ອຍໜຶ່ງ, ເພາະເຮົາບໍ່ໄດ້ໃຊ້ຕາຂອງເຮົາ. ເຮົາໃຊ້ຈິນຕະນາການຂອງເຮົາ, ສະນັ້ນ ມັນຈິ່ງບໍ່ແມ່ນການເຫັນແຕ່ຢ່າງດຽວ, ແຕ່ເຮົາຕ້ອງຈິນຕະນາການສຽງ, ກິ່ນ, ລົດຊາດ ແລະ ຄວາມຮູ້ສຶກທາງຮ່າງກາຍນຳ. ເມື່ອເຮົາທານສິ່ງຕ່າງໆ ທາງຈິດໃຈ, ເຮົາຈິນຕະນາການຄວາມສຸກທາງສຳຜັດທີ່ໄດ້ຈາກການຊົມໃຊ້ສິ່ງເຫຼົ່ານັ້ນ. ແລະ, ເຮົາບໍ່ໄດ້ນຶກພາບສອງມິຕິ; ເຮົາຕ້ອງນຶກພາບທີ່ມີຊີວິດ, ຮູບຮ່າງສາມມິຕິທີ່ສ້າງຈາກແສງ, ບໍ່ພຽງແຕ່ຮູບພາບ, ຮູບປັ້ນ ຫຼື ຮູບກາຕູນ. 

ສຸມໃສ່ພຣະພຸດທະເຈົ້າ

ເວລາຝຶກການຈົດຈໍ່ໃນສາຍມະຫາຍານ, ພຣະອາຈານຫຼາຍອົງຈະແນະນຳໃຫ້ສຸມໃສ່ລົມຫັນໃຈ, ພຽງເພາະນີ້ແມ່ນວິທີທີ່ງ່າຍທີ່ສຸດ. ແຕ່, ການປະຕິບັດທີ່ພົບຫຼາຍທີ່ສຸດໃນສາຍນີ້ແມ່ນການບັນລຸການຈົດຈໍ່ຜ່ານການນຶກພາບພຣະພຸດທະເຈົ້າອົງນ້ອຍ. ເຮົາອາດເບິ່ງໝາກແອັບເປິນເພື່ອບັນລຸການຈົດຈໍ່ກໍໄດ້, ແຕ່ແທ້ໆ ແລ້ວ, ປະໂຫຍດຂອງການເບິ່ງໝາກແອັບເປິນແມ່ນຫຍັງ? ຖ້າເຮົາສຸມໃສ່ພຣະພຸດທະເຈົ້າອົງໜຶ່ງ, ແລ້ວ ນອກຈາກຈະໄດ້ບັນລຸການຈົດຈໍ່ແລ້ວ, ເຮົາຍັງຄົງຈິດສຳນຶກເຖິງຄຸນສົມບັດຂອງພຣະພຸດທະເຈົ້າ ແລະ ສາມາດຕື່ມທິດທາງທີ່ປອດໄພ (ທີ່ເພິ່ງ) ເຂົ້າໃນຊີວິດຂອງເຮົານຳ ທີ່ພຣະພຸດທະເຈົ້າໄດ້ຊີ້ບອກໄວ້, ໂດຍມຸ່ງຫວັງທີ່ຈະກາຍເປັນພຣະພຸດທະເຈົ້າເອງ ກັບພຣະໂພທິຈິດ, ແລະ ອື່ນໆ. 

ນອກນັ້ນ, ພຣະອາຈານອິນເດຍບູຮານ, ພຣະອະສັງຄະ, ໄດ້ຊີ້ໃຫ້ເຫັນວ່າການບັນລຸຄວາມຈົດຈໍ່ອັນສົມບູນນັ້ນໄດ້ມາຜ່ານການຮັບຮູ້ທາງຈິດໃຈ, ບໍ່ແມ່ນຈາກການຮັບຮູ້ທາງສຳຜັດໃດໆ. ອັນນີ້ແມ່ນຍ້ອນເຮົາກຳລັງຈະນຳໃຊ້ການຈົດຈໍ່ນັ້ນເພື່ອສ້າງຄວາມເມດຕາ, ຄວາມເຫັນໃຈ, ຄວາມເຂົ້າໃຈຄວາມວ່າງເປົ່າ ແລະ ອື່ນໆ ດ້ວຍຈິດໃຈຂອງເຮົາ. ເພື່ອບັນລຸການຈົດຈໍ່ໃນພາວະຈິດໃຈທີ່ເຮົາກຳລັງພະຍາຍາມສ້າງນັ້ນ, ການນຶກພາບພຣະພຸດທະເຈົ້າເປັນເຄື່ອງມືໜຶ່ງ, ເພື່ອຝຶກການຮັບຮູ້ທາງຈິດໃຈຂອງເຮົາ. ສະນັ້ນ, ໂດຍສະເພາະໃນນິກາຍເກລຸກຂອງທິເບດ, ເຮົາຈະພົບຢູ່ສະເໝີການເນັ້ນໜັກໃສ່ການນຶກພາບພຣະພຸດທະເຈົ້າເພື່ອບັນລຸການຈົດຈໍ່ອັນສົມບູນ. 

ແລ້ວທີ່ນິກາຍສັກຍະ, ຍິງມາ ແລະ ກາກິວ ຂອງທິເບດທີ່ເຮົາມັກພົບຄຳແນະນຳໃຫ້ສຸມໃສ່ລົມຫັນໃຈ, ຫຼື ສຸມໃສ່ດ້ວຍຕາທີ່ແນມເບິ່ງຮູບພາບ ຫຼື ຮູບປັ້ນຂອງພຣະພຸດທະເຈົ້າເດ? ອັນນີ້ຂັດກັບຄຳແນະນຳຂອງພຣະອະສັງຄະບໍ່? ບໍ່, ຖ້າເຮົາເບິ່ງທີ່ຄຳອະທິບາຍເຖິງວິທີທີ່ຈິດໃຈຮັບຮູ້ເຖິງວັດຖຸນັ້ນ, ຄຳສອນຂອງສາມນິກາຍເຫຼົ່ານີ້ບອກວ່າການຮັບຮູ້ທາງຕາແມ່ນຮູ້ຈັກພຽງແຕ່ຮູບລັກທີ່ມີສີ, ແລະ ພຽງແຕ່ເທື່ອລະຊົ່ວຄະນະໜຶ່ງເທົ່ານັ້ນ. ເຊັ່ນດຽວກັນ, ການຮັບຮູ້ທາງຫູກໍຮູ້ຈັກພຽງແຕ່ສຽງ, ໃນເທື່ອລະຊົ່ວຄະນະໜຶ່ງ. ຄວາມຮັບຮູ້ທາງແນວຄິດຈະຮວບຮວມທັງໝົດນີ້ເຂົ້າກັນເປັນສິ່ງທີ່ເຮົາອາດເອີ້ນວ່າ “ວັດຖຸສາມັນສຳນຶກ.” ຕົວຢ່າງ, ໝາກແອັບເປິນບໍ່ແມ່ນພຽງແຕ່ຮູບຮ່າງຊົງກົມສີແດງ. ແລະມັນກໍບໍ່ແມ່ນພຽງແຕ່ລົດຊາດ ຫຼື ກິ່ນ. ມັນບໍ່ແມ່ນພຽງແຕ່ຄວາມສຳຜັດທາງກາຍໃນມືຂອງເຮົາ, ຫຼື ສຽງເວລາເຮົາກັດມັນ. ມັນບໍ່ພຽງແຕ່ມີຕົວຕົນຢູ່ຊົ່ວຂະນະໜຶ່ງແລ້ວປ່ຽນເປັນສິ່ງອື່ນໂດຍສິ້ນເຊີງໃນຊົ່ວຂະນະຕໍ່ມາ; ມັນມີການຕໍ່ເນື່ອງຜ່ານໄລຍະເວລາ. ໝາກແອັບເປິນນັ້ນຈະເນົ່າ ແລະ ເປື່ອຍໄປ, ແຕ່ມີໝາກແອັບຕາມທຳນຽມທີ່ຄົງຢູ່ສາມສີ່ວັນ. ເມື່ອເຮົາເຫັນໝາກແອັບເປິນນັ້ນ, ອັນທີ່ຈິງເຮົາເຫັນການສ້າງທາງຈິດ. 

ອີງຕາມຄຳອະທິບາຍກ່ຽວກັບຄວາມຮັບຮູ້, ເມື່ອເຮົາສຸມໃສ່ໝາກແອັບເປິນ ຫຼື ລົມຫັນໃຈ, ມັນແມ່ນວັດຖຸທາງແນວຄວາມຄິດ ແລະ ສິ່ງທີ່ສຸມໃສ່ວັດຖຸທາງແນວຄິດເຫຼົ່ານີ້ກໍຄືການຮັບຮູ້ທາງຈິດໃຈ. ໃນທາງແນວຄວາມຄິດ, ເຮົາໃສ່ຮູບຮ່າງສີ ແລະ ກິ່ນ ແລະ ຊ່ວງເວລາຕິດຕໍ່ກັນໃຫ້ເປັນວັດຖຸອັນໜຶ່ງ, ທີ່ເຮົາອາດ, ດ້ວຍສາມັນສຳນຶກ, ເອີ້ນວ່າ “ໝາກແອັບເປິນ,” ຫຼື ແມ່ນຫຍັງກໍແລ້ວແຕ່. ສະນັ້ນ, ນິກາຍເຫຼົ່ານີ້ກໍຄືນັບຖືຄຳແນະນຳຂອງພຣະອະສັງຄະທີ່ເຮົາຕ້ອງສ້າງການຈົດຈໍ່ຜ່ານການຮັບຮູ້ທາງຈິດໃຈ. 

ການປະຕິບັດຕົວຈິງ

ຖ້າເຮົາໃຊ້ຮູບພຣະພຸດທະເຈົ້າໃນການບັນລຸຄວາມຈົດຈໍ່, ແລ້ວພຣະພຸດທະຮູບນັ້ນຕ້ອງມີຂະໜາດປະມານນິ້ວໂປ້ຂອງເຮົາ, ແລະ ວາງຢູ່ຕໍ່ໜ້າເຮົາຫ່າງປະມານແຂນໜຶ່ງ. ຕາຂອງເຮົາແນມລົງລຸ່ມ, ບໍ່ກົງໄປທີ່ວັດຖຸນັ້ນ, ເພາະມັນບໍ່ໄດ້ສ້າງຈາກຕາຂອງເຮົາ. ເຮົາແນມລົງລຸ່ມ ແລະ ພຣະພຸດທະເຈົ້າຈະຢູ່ສູງກວ່າໜ້ອຍໜຶ່ງ, ທີ່ລະດັບໜ້າຜາກຂອງເຮົາ.

ມັນບໍ່ຍາກເລີຍ. ແນມລົງພື້ນ, ແລ້ວຍົກນິ້ວໂປ້ຂຶ້ນຕໍ່ໜ້າເຮົາໃນລະດັບໜ້າຜາກ. ເຮົາໄດ້ຄວາມຮູ້ສຶກວ່ານິ້ວໂປ້ເຮົາຢູ່ນັ້ນ, ແລະ ໂດຍທີ່ບໍ່ແນມເບິ່ງ ເຮົາສາມາດຈົດຈໍ່ນິ້ວໂປ້ຂອງເຮົາ, ແມ່ນບໍ່? ແລ້ວຖ້າເຮົາເອົາແຂນລົງ, ເຮົາຍັງສາມາດສຸມໃສ່ຈຸດນັ້ນບ່ອນທີ່ນິ້ວໂປ້ຂອງເຮົາເຄີຍຢູ່. ງ່າຍໆ! 

ໃນການປະຕິບັດທັມສາຍເຖຣະວາດຫຼາຍປະເພດ, ເພິ່ນແນະນຳໃຫ້ຫຼັບຕາ, ແຕ່ໃນບົດຄວາມມະຫາຍານ ເພິ່ນແນະນຳໃຫ້ມືນຕາ. ມີການຝຶກສະມາທິບາງອັນທີ່ຕ້ອງມືນຕາ ຫຼື ຫຼັບຕາ, ແຕ່ໃນມະຫາຍານໂດຍທົ່ວໄປ, ຈະມືນຕາ, ບໍ່ຫຼັບ. ເຮົາບໍ່ຄວນມືນຕາເຕັມທີ່ ເພາະຈະລໍ້ໃຈງ່າຍ. ສະນັ້ນ ເຮົາຈິ່ງຄວນແນມລົງລຸ່ມ, ໃນທິດທາງປາຍດັງ. ນີ້ບໍ່ໝາຍຄວາມວ່າເຮົາຕາເສື້ອງ ແຕ່ເຮົາເບິ່ງໄປທີ່ພື້ນໃນລະດັບຂອງປາຍດັງ, ສຸມໃສ່ເບົາໆ, ບໍ່ເນັ້ນໜັກຫຼາຍ: ເຮົາບໍ່ໄດ້ກຳລັງຊອກຫາຄອນແທັກເລັນທີ່ຕົກລົງພື້ນ. 

ຍັງມີຂໍ້ເສຍຂອງການທຳສະມາທິແບບຫຼັບຕາອີກ. ຖ້າເຮົາໄດ້ນິໄສຂອງການຫຼັບຕາເພື່ອທີ່ຈະສະຫງົບຈິດໃຈ ແລະ ສ້າງຄວາມເມດຕາ ແລະ ຄວາມເຫັນໃຈ, ມັນຈະຍາກທີ່ຈະເຮັດໃນຊີວິດປະຈຳວັນ. ເມື່ອເຮົາພົບປະກັບຄົນເຮົາບໍ່ສາມາດທີ່ຈະຫຼັບຕາພະຍາຍາມສ້າງພາວະຈິດໃຈໄດ້ - ມັນອາດເບິ່ງແປກໆ. ໃນສາຍມະຫາຍານ, ເຮົາມືນຕາໄວ້ໜ້ອຍໜຶ່ງເພາະສິ່ງທີ່ເຮົາເຮັດ ແມ່ນ ແນໃສ່ການຊ່ວຍສິ່ງມີບີວິດທຸກໆ ຕົນ; ເຮົາບໍ່ຢາກປິດເຂົາເຈົ້າອອກ. ອີກບັນຫານ້ອຍອັນໜຶ່ງຂອງການທຳສະມາທິຫຼັບຕາ, ດັ່ງທີ່ອົງພຣະດາໄລລາມະຊີ້ບອກ, ແມ່ນວ່າໜັງຕາມັກຈະກະພິບໜ້ອຍໜຶ່ງ ແລະ ເຮົາຍັງມັກເຫັນຈຸດແດງໆ ເຕັ້ນໄປມາ, ເຊິ່ງເປັນການລົບກວນ. 

ສອງດ້ານຂອງການນຶກພາບ

ເມື່ອເຮົານຶກພາບ, ມີສອງດ້ານສຳຄັນທີ່ເຮົາຕ້ອງເອົາໃຈໃສ່. ອັນໜຶ່ງແມ່ນການສ້າງການປາກົດ, ເຊິ່ງສ່ວນຫຼາຍມັກແປເປັນ “ຄວາມແຈ່ມແຈ້ງ,” ແຕ່ນັ້ນບໍ່ແມ່ນຄຳທີ່ດີເລີດເພາະມັນບົ່ງບອກບາງສິ່ງທີ່ສຸມຢ່າງຊັດຢູ່ແລ້ວ. ນະຈຸດນີ້ ມັນບໍ່ກ່ຽວກັບອັນນີ້, ມັນກ່ຽວກັບການເຮັດໃຫ້ບາງຢ່າງປາກົດຂຶ້ນໂດຍຈິນຕະນາການຂອງເຮົາ. ປັດໄຈທີສອງແມ່ນ “ຄວາມພາກພູມໃຈ,” ທີ່ເຮົາມີຄວາມພູມໃຈຕໍ່ການຮູ້ສຶກຕໍ່ສິ່ງທີ່ ເຮົາກຳລັງນຶກພາບວ່າມີຢູ່ແທ້. 

ພຣະສົງຂະປະອະທິບາຍວ່າຄວາມພູມໃຈອັນນີ້, ຄວາມຮູ້ສຶກອັນນີ້, ແມ່ນສຳຄັນຫຼາຍໃນຕອນຕົ້ນ. ເຮົາບໍ່ຕ້ອງຫ່ວງຫຼາຍເກີນໄປການນຶກພາບຂອງເຮົາຈະມີຈຸດສຸມບໍ່, ແຕ່ຖ້າເຮົາສາມາດຮູ້ສຶກວ່າມີພຣະພຸດທະເຈົ້າຢູ່ຕໍ່ໜ້າເຮົາແທ້, ນັ້ນກໍດີຫຼາຍແລ້ວ. ທັງໝົດທີ່ເຮົາຈໍາເປັນຕ້ອງມີແມ່ນການປາກົດບາງຢ່າງ, ເຖິງວ່າຈະເປັນພຽງແສງເຫຼືອງໆ, ແລ້ວຄິດວ່າ: “ແມ່ນລະ, ມີພຣະພຸດທະເຈົ້າຢູ່ນັ້ນແທ້.” ລາຍລະອຽດຈະມາເອງເມື່ອຄວາມຈົດຈໍ່ຂອງເຮົາດີຂຶ້ນ. 

ຢ່າຜັກດັນໜັກເກີນໄປ

ຂໍ້ຜິດພາດໃຫຍ່ທີ່ສຸດອັນໜຶ່ງທີ່ເຮົາເຮັດໃນຖານະນັກປະຕິບັດທັມແມ່ນການຍຶດຕິດຢູ່ກັບລາຍລະອຽດຂອງສິ່ງທີ່ເຮົາກຳລັງພະຍາຍາມນຶກພາບວ່າຄວນເປັນແນວໃດ, ໃສ່ເຄື່ອງປະດັບ ແລະ ເຄື່ອງນຸ່ງຫຍັງ, ຕາສີຫຍັງ ແລະ ອື່ນໆ. ສິ່ງນີ້ສາມາດເຮັດໃຫ້ເຮົາຕຶງຄຽດໄດ້ຈົນເຮົາບໍ່ສາມາດປະຕິບັດເລີຍ.ມັນຈະກາຍເປັນຮ້າຍແຮງຂຶ້ນຫຼາຍເມື່ອເຮົາພະຍາຍາມນຶກພາບມີຫຼາຍໆຮູບຮ່າງພ້ອມກັນ. ບົດຄວາມກໍບໍ່ຊ່ວຍເຊັ່ນກັນ, ເພາະບອກລາຍລະອຽດທັງໝົດ, ເຊິ່ງເຮັດໃຫ້ຮູ້ສຶກວ່າເຮົາຄວນສາມາດນຶກພາບໄດ້ທັງໝົດຕັ້ງແຕ່ຕົ້ນ. ຄວາມສາມາດນຶກພາບລາຍລະອຽດທັງໝົດຂອງການຈັດຮຽງທີ່ຊັບຊ້ອນຂອງຫຼາຍຮູບຮ່າງນັ້ນເປັນສິ່ງທີ່ກ້າວໜ້າຢ່າງບໍ່ໜ້າເຊື່ອ. ໃນທີ່ສຸດ ເມື່ອເຮົາມີທັກສະຫຼາຍ, ເຮົາຈະສາມາດນຶກພາບໄດ້ທັງໝົດ, ແຕ່ໃນຕອນນີ້ເຮົາລືມໄປໄດ້ເລີຍ. ຖ້າເຮົາຜັກດັນໜັກເກີນໄປໃນການພະຍາຍາມຈະໃຫ້ໄດ້ລາຍລະອຽດທັງໝົດ, ແລ້ວເຮົາຈະໄດ້ອັນທີ່ເອີ້ນໃນພາສາທິເບດວ່າ “ລຸງ,” ທີ່ພະລັງຂອງເຮົາຈະຖືກລົບກວນ ແລະ ເຮົາຈະຫງຸດຫງິດ. 

ການນຶກພາບສ້າງຂຶ້ນ

ພຣະສົງຂະປະໃຫ້ຄຳແນະນຳທີ່ເປັນຕົວຈິງຫຼາຍກ່ຽວກັບການນຶກພາບທີ່ຊັບຊ້ອນ, ໂດຍກ່າວເຖິງສອງສາຍປະຕິບັດ. ອັນໜຶ່ງແມ່ນການພັດທະນາລາຍລະອຽດເທື່ອລະອັນ, ເພີ່ມເຕີມຈົນເຮົາໄດ້ພາບທັງໝົດ. ວິທີນີ້ເໝາະສຳລັບຄົນພິເສດບາງຄົນ, ເພິ່ນກ່າວ. ເຮົາສ່ວນໃຫຍ່ຈະຕ້ອງເລີ່ມຈາກພາບ ຫຼື ຄວາມຮູ້ສຶກມົວໆ ຂອງທັງຫມົດກ່ອນ, ແລ້ວ, ພາຍໃນກອບນັ້ນ, ຈິ່ງເຕີມລາຍລະອຽດໃສ່ຜ່ານເວລາພາຍຫຼັງ. 

ສິ່ງສຳຄັນແມ່ນວ່າຂະບວນການເພີ່ມລາຍລະອຽດນີ້ຕ້ອງສະສົມຂຶ້ນເລື້ອຍໆ, ທີ່ເຮົາສາມາດມີລາຍລະອຽດອັນໜຶ່ງໃນຈຸດສຸມຢ່າງຄົມຊັດ, ແລ້ວເພີ່ມອີກອັນໜຶ່ງໂດຍບໍ່ເສຍອັນທຳອິດ. ແລ້ວເຮົາມີສອງອັນໃນຈຸດສຸມທີ່ຄົມຊັດ, ແລ້ວສາມາດເພີ່ມອັນທີສາມໂດຍທີ່ບໍ່ເສຍສອງອັນທຳອິດ. ສິ່ງສຳຄັນແມ່ນການບໍ່ເສຍຈຸດສຸມຕໍ່ສິ່ງທີ່ເຮົາໄດ້ແລ້ວ ເວລາທີ່ເຮົາເພີ່ມອັນອື່ນ. 

ຖ້າເຮົາກຳລັງນຶກພາບພຣະພຸດທະເຈົ້າ, ພຣະສົງຂະປະແນະນຳເຮົາໃຫ້ເລີ່ມຈາກດວງຕາ. ແລ້ວເພິ່ນກ່າວວ່າຖ້າຮູບຮ່າງໂດຍລວມແຈ້ງ, ເຮົາຄວນຍຶດອັນນັ້ນ. ຖ້າໂຄງຮ່າງໂດຍລວມບໍ່ແຈ້ງ ແຕ່ບາງສ່ວນແຈ້ງ, ແລ້ວເຮົາຄວນຍຶດຄວາມໃສ່ໃຈເຮົາຢູ່ທີ່ດ້ານທີ່ແຈ້ງ. ຖ້າມີສ່ວນເຫຼົ່ານີ້ກໍຈາງລົງ, ແລ້ວເຮົາກໍຕ້ອງສ້າງໂຄງຮ່າງໂດຍລວມຄືນໃໝ່ອີກ. 

ການນຶກພາບໃນຖານະເຄື່ອງມືເພື່ອຂະຫຍາຍຈິດສຳນຶກ

ຈຸດປະສົງຂອງການນຶກພາບທີ່ຊັບຊ້ອນທັງໝົດນີ້ແມ່ນຫຍັງ? ມັນບໍ່ພຽງແຕ່ເພື່ອສ້າງທັກສະການກິລາທາງຈິດໃຈ, ທີ່ເຮົາຈະສາມາດຊະນະຫຼຽນຄຳໂອລິມປິກສາຂາການນຶກພາບ. ລາຍລະອຽດທັງໝົດຈະຊ່ວຍຂະຫຍາຍຈິດສຳນຶກ ແລະ ຄວາມເຂົ້າໃຈຂອງຈິດໃຈເຮົາຕໍ່ຫຼາຍສິ່ງໃນເວລາດຽວ. ຈຸດປະສົງບໍ່ແມ່ນວ່າທຸກຢ່າງເບິ່ງເປັນຫຍັງ, ແຕ່ລາຍລະອຽດແຕ່ລະອັນນັ້ນແທນໃຫ້ຫຍັງຕ່າງຫາກ. 

ພິຈາລະນາກໍລະນີຂອງການປະຕິບັດກ່ຽວກັບສາເຫດຕ່າງໆ ທີ່ນຳໄປສູ່ການກາຍເປັນພຣະພຸດທະເຈົ້າ: ມີ 32 ອັນໃຫຍ່. ມັນຍາກຫຼາຍທີ່ຈະເອົາໃຈໃສ່ໃນການປະຕິບັດທັງ 32 ຢ່າງພ້ອມກັນ, ໂດຍສະເພາະ ຖ້າເຮົາເຮັດໃນແບບນາມະທຳທີ່ສຸດ. ຖ້າເຮົາສະແດງ 32 ປະການເຫຼົ່ານີ້ໃນຮູບແບບພາບຂອງ 32 ສັນຍາລັກທີ່ດີເລີດຂອງຮ່າງກາຍພຣະພຸດທະເຈົ້າ, ເຊັ່ນ ຜົມທີ່ກູດຕາມເຂັມໂມງ, ມັນຈະງ່າຍຂຶ້ນທີ່ຈະຮວມເຂົ້າໃສ່ກັນ, ເຊິ່ງແມ່ນສິ່ງທີ່ເຮົາມຸ່ງຫມາຍ. ຖ້າເຮົາຍັງບໍ່ສາມາດສ້າງການບັນລຸໃຫ້ປາກົດເທື່ອລະອັນ, ແລ້ວເຮົາຈະສາມາດປະກອບທັງໝົດເຂົ້າກັນໄດ້ແນວໃດ? ເຮົາກຳລັງມຸ່ງໝາຍທີ່ຈະໃຫ້ປະໂຫຍດຕໍ່ສິ່ງມີບີວິດທຸກໆ ຕົນ, ເຊິ່ງໝາຍເຖິງການຈິດສຳນຶກເຖິງທຸກຕົນໃນເວລາດຽວກັນ. ເພື່ອສິ່ງນີ້ ເຮົາຕ້ອງຂະຫຍາຍຈິດໃຈຂອງເຮົາໃຫ້ຂະຫຍາຍຈິດສຳນຶກຂອງເຮົາຊ້າໆ. ການນຶກພາບທີ່ຊັບຊ້ອນເຫຼົ່ານີ້ຈະຊ່ວຍໃຫ້ເຮົາເຮັດສິ່ງນີ້ໄດ້. 

ສະຫຼຸບ

ເຮົາບໍ່ໄດ້ຂີ້ຄ້ານຖ້າເຮົາກະຕືລືລົ້ນກັບບາງຢ່າງແທ້ໆ, ແຕ່ປະໄວ້ຈົນກວ່າເຮົາຈະໄດ້ພັກ; ມັນສຳຄັນຫຼາຍທີ່ຈະຮູ້ວ່າເມື່ອໃດທີ່ເຮົາຕ້ອງພັກ, ເພື່ອທີ່ວ່າເຮົາຈະບໍ່ເມື່ອຍລ້າ ແລະ ລົ້ມເລີກໄປ. ເມື່ອເຮົາເຫັນປະໂຫຍດຂອງການຮຽນຄຳສອນຢ່າງແທ້ຈິງແລ້ວ, ການກວດສອບມັນ, ແລະ ການທຳສະມາທິກ່ຽວກັບມັນ, ພະລັງ, ເຊິ່ງຄ້ຳດ້ວຍຄວາມພຽນ ແລະ ຄວາມປີຕິ, ຈະຄ່ອຍໆ ມາ. ນອກຈາກນີ້, ວິທີການຕ່າງໆ ໃນການນຶກພາບພຣະພຸດທະເຈົ້າ ຍັງເປັນທາງທີ່ດີທີ່ຈະປັບປຸງການຈົດຈໍ່ ແລະ ຈິດສຳນຶກຂອງເຮົາສູ່ລະດັບທີ່ໜ້າເຫຼືອເຊື່ອ. ກຸນແຈສຳລັບສິ່ງນີ້ແມ່ນການຮູ້ວ່າເຮົາຕ້ອງໄປເທື່ອລະກ້າວ, ແລະ ຖ້າເຮົາສືບຕໍ່ໄລຍະຍາວ, ເຮົາຈະສາມາດບັນລຸພາວະຈິດໃຈທີ່ເປັນປະໂຫຍຢ່າງສູງຕໍ່ຕົນເອງ ແລະ ເພື່ອການຊ່ວຍເຫຼືອຕົນອື່ນທັງໝົດ. 

Top